title
stringlengths 7
164
| text
stringlengths 18
16.7k
| category
stringclasses 7
values | date
stringlengths 25
25
| url
stringlengths 27
29
|
|---|---|---|---|---|
ນັກສະແດງສາມພັນກວ່າຄົນກຽມພ້ອມຮັບໃຊ້ອຸດົມໄຊເກມ
|
ບັນດານັກສະແດງຈຳນວນ 3.250 ຄົນ ເຊິ່ງເປັນນັກຮຽນທີ່ໄດ້ຮັບການຄັດເລືອກ ມາຈາກໂຮງຮຽນມັດທະຍົມສົມບູນ
5 ແຫ່ງ ພວມເລັ່ງ ຝຶກຊ້ອມຢ່າງຫ້າວຫັນ ເພື່ອກຽມຄວາມພ້ອມໃນການຮັບ ໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື
ອຸດົມໄຊເກມ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການແຕ່ ວັນທີ 13-21 ເດືອນທັນວາ 2014 ນີ້ ທີ່ແຂວງອຸດົມໄຊ.
ທ່ານ ບຸນໄຊ ລາສີ ຫົວໜ້າກອງສິລະປະກອນແຂວງ ທັງເປັນຄະນະກຳມະການຮັບຜິດຊອບພິທີ ເປີດ-ປິດ ອຸດົມໄຊເກມ
ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ຂປລ ເມື່ອບໍ່ດົນມານີ້ວ່າ: ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ຈາກຂັ້ນເທິງ
ຄະນະກຳມະການຮັບຜິດຊອບພິທີ ເປີດ-ປິດ ກໍໄດ້ມີການ ຄັດເລືອກເອົານັກສະແດງ ຈາກ 5 ໂຮງຮຽນ ຄື: ມສ ແຂວງ,
ມສ ເມືອງໄຊ, ມສ ຫ້ວຍຂຸມ, ມສ ດອນໄຊ ແລະ ມສ ບ້ານບໍ່ ຈຳນວນ 3.250 ຄົນ ເພື່ອເຂົ້າຮ່ວມການຝຶກ ຊ້ອມ ເຊິ່ງແບ່ງ
ເປັນ 4 ເດີ່ນຊ້ອມຄື: ເດີ່ນພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ, ເດີ່ນ ມສ ແຂວງ, ເດີ່ນ
ໂຮງ ຮຽນຊົນເຜົ່າ ແລະ ເດີ່ນພະແນກສາທາລະນະສຸກແຂວງ ໂດຍເນັ້ນໃສ່ 7 ລາຍການສະແດງ, ໃນນັ້ນ ຈະສະແດງໃນພິ
ທີເປີດ 5 ລາຍການຄື: ບົດຟ້ອນ “ ຍິນດີຕ້ອນຮັບສູ່ອຸດົມໄຊເກມ ” ເຊິ່ງສະແດງເຖິງປະຊາຊົນບັນດາເຜົ່າທົ່ວແຂວງອຸດົມ
ໄຊ ມີຄວາມພາກພູມໃຈ ແລະ ຍິນດີຕ້ອນຮັບບັນດາແຂກທີ່ມາຮອດມາເຖິງ, ມາທ່ຽວແຂວງ ອຸດົມໄຊ ໃນໂອກາດອຸດົມ
ໄຊເກມ ດ້ວຍຄວາມຈິງໃຈ; ບົດຟ້ອນ “ສຽງກອງໄຊໃນງານ ບຸນເຜົ່າລື້” ສະແດງເຖິງສີສັນວັດທະນະທຳຂອງເຜົ່າລື້ ຢູ່
ແຂວງອຸດົມໄຊ ໂດຍສະເພາະ ສິລະປະການຕີກອງຫລວງ, ກອງໄຊ ແລະ ກອງຕ່າງ; ບົດຟ້ອນ “ສຽງດົນຕີໄມ້ໄຜ່ເທິງພູດອຍ”
ສະແດງເຖິງ ສີສັນວັດທະນະທຳ ຂອງເຜົ່າກຶມມຸ ຢູ່ແຂວງອຸດົມໄຊ ເຊິ່ງເປັນດົນຕີທີ່ຜະລິດ ແລະ ສ້າງຂຶ້ນ ຈາກໄມ້ໄຜ່-ໄມ້ເຮ້ຍ
ມາເຄາະ, ມາຕີກັນໃຫ້ກາຍ ເປັນສຽງດົນຕີ; ບົດຟ້ອນ “ດອກຄາຍ ແລະ ສຽງແຄນເທິງ ພູສູງ” ສະແດງເຖິງສີສັນວັດທະນະ
ທຳຂອງ ເຜົ່າມົ້ງ ຢູ່ແຂວງອຸດົມໄຊ ເຊິ່ງດອກຄາຍຄືສັນຍາລັກຂອງເຜົ່າມົ້ງ ແລະ ສຽງແຄນເປົ່າກ້ຽວສາວຂອງເຜົ່າມົ້ງ ແລະ
ບົດຟ້ອນ “ອຸດົມໄຊ ດິນແດນແຫ່ງ ໄຊຊະນະ” ໝາຍເຖິງມູນເຊື້ອຄວາມພິລະ ອາດຫານໃນການຕໍ່ສູ້ກູ້ຊາດ ແລະ ໄດ້ຮັບໄຊ
ຊະນະຂອງແຂວງອຸດົມໄຊ ເຊິ່ງຈະໃຊ້ນັກສະແດງ ຈຳນວນ 2.600 ຄົນ ແລະ ສະແດງໃນພິທີປິດ 2 ລາຍການຄື: ໝາກຂ່າງ
ຫັນສາ ແລະ ໜ້າເກັກມີໄຊ ທັງສອງ ລາຍການນີ້ ແຂວງອຸດົມໄຊ ມີຈິນຕະນາການ ຢາກສົ່ງເສີມກິລາພື້ນເມືອງຂອງແຂວງ
ກໍຄືຂອງຊາດ ໃຫ້ຍືນຍົງຄົງຕົວ ໂດຍສະເພາະ ໝາກຂ່າງ ແລະ ໜ້າເກັກ ທີ່ເຄີຍໃຊ້ໃນການແຂ່ງຂັນກິລາ ມາແຕ່ດຶກດຳບັນ
ເຊິ່ງຈະໃຊ້ນັກສະແດງ ທັງໝົດ 3.000 ກວ່າຄົນ.
ທ່ານ ບຸນໄຊ ລາສີ ຍັງໃຫ້ຮູ້ຕື່ມວ່າ: ການຝຶກຊ້ອມດັ່ງກ່າວ ໂດຍຄູຝຶກມາຈາກສູນກາງສົມທົບກັບແຂວງ ເລີ່ມ ຝຶກຊ້ອມມາ
ແຕ່ວັນທີ 7 ເດືອນຕຸລາ ປີ 2014 ພ້ອມທັງຢືນຢັນວ່າ ຈະສຳເລັດກ່ອນວັນເປີດພິທີ ແລະ ທັນກັບການຊ້ອມ ໃຫຍ່ ສະແດງ
ເໝືອນຈິງ ໃນວັນທີ 7, 9 ແລະ 11 ເດືອນທັນວາ 2014 ຢ່າງແນ່ນອນ. ພ້ອມນັ້ນ ທ່ານຍັງໄດ້ເຊີນຊວນ ບັນດາແຂກ ກໍຄືປະ
ຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ຫາໂອກາດຍາດເວລາມາທ່ຽວ ຊົມທຳມະຊາດ ແລະ ອາກາດ ສົດໄສ ໃນມະຫະກຳກິລາ
ແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
|
ຂ່າວທ້ອງຖິ່ນ
|
2014-10-27T20:51:33+00:00
|
https://laopost.com/?p=12644
|
ພາຍຸໝຸນເຂດຮ້ອນ ບາລີແຈັດ ຈະເຄື່ອນຕົວຜ່ານ 11 ແຂວງໃນລາວ
|
ເມື່ອວັນທີ 12 ກັນຍາ 2018 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກເຜີຍແຜ່ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ບາລີແຈັດ Barijat ຫົວທີ 23 ທີ່ເລີ່ມເຄື່ອນຕົວພາດຜ່ານເຂົ້າມາປະເທດລາວ ດ້ວຍກຳລັງອ່ອນໃນເວລາ 10:00 ໂມງຂອງວັນທີ 12 ກັນຍາ 2018, ມີຈຸດທີ່ຕັ້ງຢູ່ເຂດທະເລຈີນຕອນເໜືອ ດ້ວຍຄວາມໄວລົມ 15 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າໄລຍະວັນທີ 14-15 ກັນຍາ 2018 ພາຍຸຫົວນີ້ຈະເຄື່ອນຜ່ານພາກເໜືອຂອງ ສສ ຫວຽດນາມ, ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກຂອງປະເທດ. ຈາກນັ້ນວັນທີ 14-17 ກັນຍາ 2018 ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມເກີດມີລົມແຮງຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ໃນແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວເຊັ່ນ: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນໃຫ້ປະຊາຊົນທຸກຄົນກຽມພ້ອມຮັບມືກັບຝົນຕົກໜັກ, ລົມພັດແຮງ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນໍ້າຖ້ວມ. ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປຢູ່ທີ່ສູງ ແລະ ປອດໄພດ້ວຍ.
ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຮູບປະກອບ: twitter.com/metofficestorms
|
ຂ່າວທ້ອງຖິ່ນ
|
2018-09-12T22:51:20+00:00
|
https://laopost.com/?p=103768
|
ກອງປະຊຸມ ລັດຖະມົນຕີ ອາຊຽນ ຄັ້ງທີ 49 ຜ່ານມາ ໄດ້ຮັບຮອງເອົາເອກະສານ ສຳຄັນ 2 ສະບັບ
|
ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ຜ່ານມາ ຮັບຮອງເອົາເອກະສານ ສຳຄັນ 2 ສະບັບເພື່ອ ການເສີມສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ ແລະ ຕົກລົງເປັນຮຸ້ນສ່ວນຍຸດທະສາດຮ່ວມກັບສະຫະລັດອະເມລິການຳດ້ວຍ.
ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ທີ່ດຳເນີນກອງປະຊຸມ ໃນວັນທີ 24-26 ກໍລະ ກົດ 2016 ຢູ່ນະຄອນຫຼວງວຽງຈັນ ໄດ້ສິ້ນສຸດລົງດ້ວຍການຮັບຮອງເອົາຖະແຫລງການ ຮ່ວມ (Joint Communique) ທີ່ມີເຖິງ 91 ຂໍ້ ທີ່ວ່າດ້ວຍການຮ່ວມມືລະຫວ່າງ 10 ປະ ເທດສະມາຊິກຂອງອາຊຽນ ແລະ ການຮ່ວມມືກັບສາກົນ ຊຶ່ງທາງການລາວໃນຖານະປະ ທານອາຊຽນ ແລະ ໄດ້ໃຫ້ຄຳຂວັນໃນການຈັດກອງປະຊຸມຄັ້ງນີ້ວ່າ ເພື່ອມຸ່ງເນັ້ນໃນທິດ ທາງຈັດຕັ້ງປະຕິບັດ ໃນການຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນ.
ທັງນີ້ ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ 2 ສະບັບ ກໍຄື ຖະແຫລງການວຽງ ຈັນ ວ່າດ້ວຍການຈ້າງງານໃນລະບົບ ແລະ ຖະແຫລງການວຽງຈັນ ວ່າດ້ວຍການຮ່ວມມື ທາງດ້ານມໍລະດົກ ວັດທະນະທຳ ອາຊຽນ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳ ອາ ຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອໃຫ້ຮັບຮອງເອົາ ຢ່າງເປັນທາງການຕໍ່ໄປ.
ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ໃຫ້ບຸລິມະສິດ ກັບເອກະສານສຳຄັນ 2 ສະບັບ ກໍຄື ແຜນວຽກຂໍ້ລິເລີ້ມສຳລັບການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ວາລະການເຊື່ອມ ຈອດອາຊຽນ ຫຼັງປີ 2015 ທັງຍັງໃຫ້ຄວາມສຳຄັນເປັນພິເສດ ກັບວິໄສທັດຂອງອາຊຽນ 2025 ໂດຍສະເພາະ ກໍແມ່ນໃນດ້ານການເມືອງ ແລະຄວາມໝັ້ນຄົງຂອງປະຊາຄົມ ອາ ຊຽນນັ້ນ.
ແຕ່ຢ່າງໃດກໍຕາມ ເພື່ອໃຫ້ການຈັດຕັ້ງປະຕິບັດ ວິໄສທັດ 2025 ຂອງອາຊຽນໃຫ້ເປັນ ຮູບປະທຳ ຢ່າງແທ້ຈິງນັ້ນ ທາງການລາວ ໃນຖານະປະທານອາຊຽນ ກໍໄດ້ກຳນົດ 8 ບູລິ ມະສິດ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມ ອາຊຽນ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ໃນຖານະປະທານ ກອງປະຊຸມຄັ້ງນີ້ ໄດ້ໃຫ້ການຢືນຢັນວ່າ:
“ບັນດາ 8 ບຸລິມະສິດ ທີ່ພວກເຮົາວາງອອກໄປ ກະຖືວ່າ ແມ່ນຜົນປະໂຫຍດໂດຍກົງ ທີ່ ສປປ ລາວ ພວກເຮົາ ຈະໄດ້ຮັບ ເຊັ່ນວ່າ ບຸລິມະສິດໃນການຈັດຕັ້ງປະຕິບັດວິໄສທັດ 2025 ຂອງອາຊຽນ ການຫລຸດຜ່ອນຄວາມແຕກໂຕນ ລະຫວ່າງການພັດທະນາ ໃນບັນ ດາປະເທດອາຊຽນ ການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ການອຳນວຍຄວາມສະດວກດ້ານການຄ້າ ອີກບຸລິມະສິດອັນໜຶ່ງແມ່ນ ການເຊື່ອມຈອດ ທີ່ພາສາອັງກິດເອີ້ນວ່າ Connectivity ບຸລິມະສິດອັນໜຶ່ງອີກ ກະ ແມ່ນກ່ຽວກັບ ການປັບສະຖານະພາບ ການເຮັດວຽກແບບບໍ່ເປັນທາງການ ແບບກະ ແຈກກະຈາຍ ໃຫ້ມາເປັນລະບົບອີກອັນໜຶ່ງທີ່ຈະນຳຜົນປະໂຫຍດໂດຍກົງມາສູ່ພວກ ເຮົາ ກະແມ່ນການສົ່ງເສີມການທ່ອງທ່ຽວ ອີກອັນໜຶ່ງກໍແມ່ນຢູ່ໃນຂົງເຂດການປົກປັກ ຮັກສາສິ່ງແວດລ້ອມ ການສົ່ງເສີມ ການພັດທະນາຄວາມຫລາກຫລາຍ ທາງດ້ານວັດ ທະນະທຳໃນອາຊຽນຂອງພວກເຮົາ.”
ໂດຍຄຽງຄູ່ກັບກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49 ນີ້ ຍັງມີອີກເຖິງ 15 ກອງປະຊຸມ ທີ່ເປັນການປະຊຸມຮ່ວມລະຫວ່າງ ລັດຖະມົນຕີ ອາຊຽນ ກັບ ສະຫະລັດ ອາເມຣິກາ ຊຶ່ງມີ ທ່ານ John Kerry ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ເປັນຫົວໜ້າຄະນະ ດ້ວຍ ໂດຍທັງ 2 ຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມື ເຂົ້າໃນການປາບປາມການ ຄ້າຢາເສດຕິດ ການຄ້າມະນຸດ ການກໍ່ໍ່ອາຊະຍາກຳທາງ Internet ການຕ້ານການກໍ່ການ ຮ້າຍສາກົນ ແລະ ຍົກລະດັບການຮ່ວມມື ໃຫ້ເປັນຮຸ້ນສ່ວນຍຸດທະສາດ ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ສຳລັບບັນຫາກ່ຽວກັບຄວາມຂັດແຍ້ງໃນທະເລຈີນໃຕ້ນັ້ນ ຖະແຫລງ ການຮ່ວມໃນກອງປະຊຸມຄັ້ງນີ້ ກໍບໍ່ໄດ້ພາດພິງເຖິງການຕັດສິນຂອງສານໂລກ ທີ່ລະບຸວ່າ ທາງການຈີນບໍ່ມີສິດຄອບຄອງເກາະດອນສ່ວນໃຫຍ່ໃນເຂດທະເລຈີນໃຕ້ ທີ່ຟ້ອງຮ້ອງ ໂດຍລັດຖະບານ ຟີລິບປິນແຕ່ຢ່າງໃດ ແຕ່ວ່າຖະແຫລງການຮ່ວມ ກໍໄດ້ເນັ້ນຢ້ຳໃຫ້ທຸກ ພາກສ່ວນແກ້ໄຂຂໍ້ຂັດແຍ້ງກັນ ດ້ວຍການເຈລະຈາຢ່າງສັນຕິ.
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ຈະຮັບປະກັນຄວາມປອດໄພໃຫ້ໄດ້ທັງ 100 ເປີເຊັນ ໃນການຈັດກອງປະຊຸມສຸດ ຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ ຄົ້ງທີ 29 ໃນເດືອນກັນຍາ 2016 ນີ້ ທັງຍັງເຊື່ອໝັ້ນວ່າ ການເປັນປະທານອາຊຽນ ຈະເຮັດໃຫ້ບົດບາດຂອງລາວ ໃນເວທີສາກົນ ໂດດເດັ່ນຂຶ້ນ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ໃນທຸກໆດ້ານ.
ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດ 138 ປະເທດ ທັງກໍຍັງມີສາຍ ພົວພັນກັບ ພັກການເມືອງ 124 ພັກໃນທົ່ວໂລກ ໃນຂະນະທີ່ລາວ ກໍມີສຳນັກງານຜູ້ຕາງ ໜ້າທາງການທູດ ຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກຄະລັດຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 8 ແຫ່ງ ແລະ ຫ້ອງ ການກົງສຸນ 1 ແຫ່ງ.
ຂໍ້ມູນຈາກ :
|
ຂ່າວພາຍໃນ
|
2016-07-27T11:14:39+00:00
|
https://laopost.com/?p=66092
|
3 ອັນດັບປໍ້ານໍ້າມັນ ທີ່ຊາວນະຄອນຫລວງນິຍົມໃຊ້ບໍລິການຫຼາຍທີ່ສຸດ
|
ອີງຕາມແຫລ່ງຂ່າວ ຈາກເພສ ສຳນັກຂ່າວເອບີຊີລາວ ໄດ້ເປີດເຜີຍເມື່ອວັນທີ 19 ທັນວາ 2016 ກ່ຽວກັບປ້ຳນ້ຳມັນທີ່ຊາວນະຄອນຫຼວງວຽງຈັນນິຍົມໃຊ້ບໍລິການທີ່ສຸດ ເຊິ່ງຈະປະກອບມີ 3 ປ້ຳໃຫຍ່ຄື:
1. ປໍ້າ ປຕທ Ptt
2. ປໍ້າ ພຣັສ. Plus
3. ປໍ້າ ຟີວີອອຍ Pv oil
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
|
ຂ່າວພາຍໃນ
|
2016-12-20T09:01:12+00:00
|
https://laopost.com/?p=80685
|
ນັກບູຮານຄະດີ ເລັ່ງສຳຫລວດຄວາມເສຍຫາຍ ເມືອງບູຮານພັນໄມຣາ ຫລັງກອງທັບຊີຣີ ປົດປ່ອຍສົມບູນ!
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນານີ້ວ່າ ຜູ້ຊ່ຽວຊານດ້ານບູຮານຄະດີ ໄດ້ມຸ່ງໜ້າເຂົ້າພື້ນທີ່ເມືອງບູຮານ ພັນໄມຣາ ປະເທດຊີຣີ ເພື່ອປະເມີນຄວາມເສຍຫາຍຈາກໄພສົງຄາມ ຫລັງຈາກທີ່ກຸ່ມລັດອິດສະລາມ ຫລື ໄອເອັສ ຍຶດຄອງພື້ນທີ່ເມືອງດັ່ງກ່າວໄວ້ດົນເຖິງ 10 ເດືອນ ກ່ອນທີ່ກອງທັບຊີຣີ ຈະສາມາດປົດປ່ອຍເມືອງດັ່ງກ່າວຄືນມາໄດ້ຢ່າງສົມບູນ ເມື່ອວັນອາທິດທີ 27 ມີນາຜ່ານມານີ້.
ທັງນີ້ ເນື່ອງຈາກໃນໄລຍະທີ່ກຸ່ມດັ່ງກ່າວ ຍຶດຄອງພື້ນທີ່ເມືອງພັນໄມຣາ ພວກເຂົາໄດ້ມີການທຳລາຍ ບູຮານວັດຖຸ ແລະ ບູຮານສະຖານ ທີ່ເປັນສີລະປະບູຮານລ້ຳຄ່າ ຂອງພື້ນທີ່ມໍລະດົກໂລກຢ່າງຫລວງຫລາຍ.
ດ
|
ຂ່າວຕ່າງປະເທດ
|
2016-03-29T16:37:06+00:00
|
https://laopost.com/?p=52065
|
ຫວຽດນາມແບນກຸ່ມລີ້ໄພໃນສະຫະລັດ “ກຸ່ມກໍ່ການຮ້າຍ”
|
ສຳນັກຂ່າວເອພີ ແລະ ເອເອຟພີລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 31 ມັງກອນ 2018 ວ່າ ການປະກາດຂອງລັດຖະບານຫວຽດນາມໃນນະຄອນຫຼວງຮ່າໂນຍ ມີຂຶ້ນເມື່ອ 1 ເດືອນ ຫຼັງຈາກສະມາຊິກ 15 ຄົນໃນຫວຽດນາມຂອງກຸ່ມລີ້ໄພໃນສະຫະລັດ ຖືກສານຕັດສິນໃຫ້ມີຄວາມຜິດຈາກການປະຕິບັດການລົ້ມເຫລວໃນຄວາມພະຍາຍາມໂຈຕີດ້ວຍລະເບີດ ທີ່ສະໜາມບິນນານາຊາດເຕິນເຊິນເຫມິດ ໃນເມືອງໂຮຈີມິນ ທາງພາກໃຕ້ ເຊິ່ງເປັນສະໜາມບິນທີ່ໃຫຍ່ທີ່ສຸດຂອງປະເທດ ເມື່ອເດືອນ ເມສາ 2017
ລັດຖະບານຄອມມູນິດຫວຽດນາມເຊື່ອມໂຍງປະຕິບັດການດັ່ງກ່າວກັບກຸ່ມຊາວຫວຽດນາມໃນລັດແຄລິຟໍເນຍ ສະຫະລັດອາເມລິກາ ທີ່ກໍ່ຕັ້ງລັດຖະບານພັດຖິ່ນໃນນາມ ລັດຖະບານກາງຊົ່ວຄາວຂອງຫວຽດນາມ ຫຼື ພີຊີຈີວີ (Provisional Central Government of Vietnam) ເມື່ອປີ 1993 ແລະ ມີຄວາມກ່ຽວພັນກັບອະດີດລັດຖະບານຫວຽດນາມໃຕ້ທີ່ສະຫະລັດໜູນຫຼັງ ແລະ ບໍ່ຊະນະສົງຄາມ
ເມື່ອທ້າຍເດືອນ ທັນວາ 2017 ສານໃນເມືອງໂຮຈີມິນມີຄຳພິພາກສາລົງໂທດຈຳຄຸກສະມາຊິກ 15 ຄົນຂອງ ພີຊີຈີວີ ສູງສຸດ 16 ປີ ຈາກຄວາມຜິດຖານກໍ່ການຮ້າຍ ແລະ ຕຳຫຼວດຍັງໄດ້ອອກໝາຍຈັບກຸມທ້າວ ດ໋າວ ມິນ ກວນ ຊາວຫວຽດນາມທີ່ແປງສັນຊາດເປັນສະຫະລັດ ແລະ ປະກາດຕົວເປັນນາຍົກລັດຖະມົນຕີຂອງພີຊີຈີວີ ແລະ ນາງ ລີຊາ ຝ່າມ ສະມາຊິກຂອງກຸ່ມ ຕາມຂໍ້ຫາຢູ່ເບື້ອງຫຼັງຄວາມພະຍາຍາມໂຈມຕີສະໜາມບິນເຕິນເຊິນເໝິດ
ກະຊວງຄວາມໝັ້ນຄົງສາທາລະນະຫວຽດນາມ ກ່າວໃນຖະແຫຼງການເມື່ອວັນພຸດວ່າ ພີຊີຈີວີເປັນອົງກອນກໍ່ການຮ້າຍ ຜູ້ທີ່ກ່ຽວຂ້ອງກັບກຸ່ມນີ້ ບໍ່ວ່າໃນຮູບແບບໃດ ຈະຖືວ່າເປັນຜູ້ກໍ່ການຮ້າຍ ເຊິ່ງທາງການຫວຽດນາມຈະດຳເນີນມາດຕະການຕາມກົດໝາຍ
ອີກກຸ່ມຊາວຫວຽດນາມລີ້ໄພໃນລັດແຄລິຟໍເນຍ ພັກປະຕິຮູບຫວຽດນາມ (Vietnam Reform Party) ຫຼື ຫວຽດເຕິນ ຖືກທາງການຮ່າໂນຍປະກາດໃຫ້ເປັນອົງກອນກໍ່ການຮ້າຍໃນປີ 2016 ແລະ ຖືກກ່າວຫາວ່າສົ່ງອາວຸດ ແລະ ແຜນໂຈມຕີຫວຽດນາມ
|
ຂ່າວຕ່າງປະເທດ
|
2018-02-01T13:43:32+00:00
|
https://laopost.com/?p=99045
|
ນະຄອນຫລວງຈະເຂັ້ມງວດຄວບຄຸມລະບຽບຈະລາຈອນໄລຍະສົງການ ພສ 2559
|
ໃນວັນທີ 4 ເມສານີ້, ກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບຮ່ວມກັບບໍລິສັດລາວໂທລະຄົມໄດ້ຈັດງານຖະແຫລງຂ່າວແຜນການປະຕິບັດວຽກງານສະກັດກັ້ນການລ່ວງລະເບີດກົດລະບຽບທີ່ພາໃຫ້ເກີດອຸປະຕິເຫດຈະລາຈອນທາງບົກໃນໄລຍະປີໃໝ່ລາວ,ພ້ອມສ້າງຂະບວນການຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 55 ປີ,ໂດຍທ່ານ ຄຳຖະຫວາຍ ເພັດອຸໄລ ຫົວໜ້າກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສົມປະສົງ ສອນເພັດ ຫົວໜ້າພະແນກການຕະຫລາດບໍລິສັດລາວໂທລະຄົມເປັນຜູ້ຖະແຫລງ.
ທ່ານ ຄຳຖະຫວາຍ ເພັດອຸໄລ ແຈ້ງວ່າ: ເນື່ອງຈາກວ່າຈຳນວນພາຫະນະ ແລະ ຜູ້ຂັບຂີ່ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍໃນແຕ່ລະປີ,ເຊິ່ງເຮັດໃຫ້ການຈະລາຈອນແອອັດຢູ່ໃນຕົວເມືອງໃຫຍ່ ແລະ ກໍໃຫ້ເກີດອຸປະຕິເຫດຫລາຍຂຶ້ນ,ຢູ່ໃນແຕ່ລະແຂວງໃນທົ່ວປະເທດສົ່ງຜົນເສຍຫາຍຕໍ່ຊັບສິນ,ສຸຂະພາບ ແລະ ຊີວິດຂອງປະຊາຊົນເປັນຈຳນວນບໍ່ໜ້ອຍໃນແຕ່ລະປີ, ຍ້ອນຜູ້ໃຊ້ລົດໃຊ້ຖະໜົນລະເມີດກົດຈະລາຈອນ, ສະນັ້ນ ພວກເຮົາຈຶ່ງໄດ້ຮ່ວມມືກັນ ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ 5 ຕົວເມືອງໃນນະຄອນຫລວງວຽງຈັນຄື:ເມືອງສີສັດຕະນາກ, ໄຊທານີ, ຈັນທະບູລີ, ສີໂຄດຕະບອງ ແລະ ເມືອງໄຊເສດຖາ, ຊຶ່ງພະແນກຈະລາຈອນນະຄອນຫລວງຈະໄດ້ມອບຄວາມຮັບພິຊອບຕາມພາລະບົດບາດຂອງໃຜມັນໃຫ້ເອົາໃຈໃສ່ຄວບຄຸມລະບຽບການຈະລາຈອນຢ່າງເຂັ້ມງວດ,ຄາດວ່າຈະໃຊ້ກຳລັງເຈົ້າໜ້າທີ່ຕຳຫລວດຢ່າງໜ້ອຍ 600 ນາຍເຂົ້າໃນວຽກງານດັ່ງກ່າວໃນຊ່ວງໄລຍະສົງການປີໃໝ່ລາວນີ້ໃຫ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ.
ຂ່າວຈາກ:
|
ຂ່າວທ້ອງຖິ່ນ
|
2016-04-05T08:22:39+00:00
|
https://laopost.com/?p=52823
|
ຕິດຄຸກ 6 ປີເຄິ່ງຍ້ອນຢາເສບຕິດ
|
ທ້າວ ສົມຫວັງ ອາຍຸ 26 ປີ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສິນລົງໂທດຕິດຄຸກເປັນເວລາ 6 ປີເຄິ່ງ ພ້ອມປັບໄໝ 11,5 ລ້ານກີບ ໃນຂໍ້ຫາມີຢາເສບຕິດປະເພດຢາໄອ ແລະ ວັດຖຸລະເບີດຄອບຄອງ ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອທ້າຍປີ 2015 ຜ່ານມາ ໃນຂະນະກໍ່ເຫດອາລະວາດຕີກັນກັບໄວລຸ້ນເຂດບ້ານໜອງທາ ເມືອງຈັນທະບູລີ ແລະ ຖືກອຳນາດການປົກຄອງບ້ານ ພ້ອມກຳລັງກອງຫລອນເຂົ້າມາແກ້ໄຂ ແລະ ສາມາດກວດຄົ້ນພົບຢາໄອ ແລະ ປືນສັ້ນໜຶ່ງກະບອກໃນຕົວຜູ້ກ່ຽວ ຈຶ່ງໄດ້ຈັບຕົວສົ່ງໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມລະບຽບກົດໝາຍ.
ແຫລ່ງຂ່າວຈາກ:
|
ຂ່າວທ້ອງຖິ່ນ
|
2016-03-28T08:17:46+00:00
|
https://laopost.com/?p=51808
|
ຊາວເມືອງຫາດຊາຍຟອງ ກຽມໂຕ່ງນໍ້າໄວ້ໃຊ້ໃນວັນທີ 22 ມີນາ ແດ່ເດີ
|
ນໍ້າປະປາຈະຢຸດຜະລິດໃນວັນອັງຄານ 22 ມີນາ 2018 ເວລາ 09:00-16:00 ເນື່ອງຈາກວ່າບໍລິສັດໄຟຟ້າຈະຕັດໄຟເພື່ອສ້ອມປງລະບົບສາຍສົ່ງ.
ອີງຕາມການແຈ້ງການມອດໄຟຟ້າຂອງສາຂາເມືອງຫາດຊາຍຟອງ ໂດຍສະເພາະເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຈະໄດ້ຮັບຜົນກະທົບໃນຊ່ວງໄລຍະດັ່ງກ່າວອາດເຮັດໃຫ້ແຮງດັນນໍ້າຫຼຸດລົງ, ນໍ້າອອກຄ່ອຍ ແລະບາງເຂດນໍ້າບໍ່ອອກ ຂໍໃຫ້ບັນດາທ່ານທີ່ຢູ່ໃນຂອບເຂດດັ່ງກ່າວ ຈົ່ງຫ້າງຫາກະກຽມພາຊະນະໂຕ່ງນໍ້າໄວ້ໃນຊ່ວງໄລຍະເວລາດັ່ງກ່າວ ແລະຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
ສອບຖາມຂໍ້ມູນເພີ້ມຕື່ມ ສາຍດ່ວນ 1169 ຕະຫຼອດ 24 ຊົ່ວໂມງ
|
ຂ່າວພາຍໃນ
|
2018-03-21T23:11:30+00:00
|
https://laopost.com/?p=100038
|
ກຸ່ມໂອເປັກຄາດ ລາຄານ້ຳມັນຈະຫລຸດລົງ ຕະຫລອດປີ 2015 ນີ້
|
ອົງການປະເທດຜູ້ສົ່ງອອກນ້ຳມັນເປັນສິນຄ້າ (ໂອເປັກ) ຄາດວ່າຕະຫລາດພະລັງງານ ຈະປະເຊີນພາວະອຸປະທານລົ້ນເກີນຄວາມຕ້ອງການ ຕະຫລອດປີ 2015 ເຖິງແມ່ນອຸປະສົງໂລກຈະເພີ່ມຂຶ້ນເລັກໜ້ອຍ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມັງກອນນີ້ວ່າ ບົດລາຍງານປະຈຳເດືອນ ທີ່ຖືກເຜີຍແຜ່ທີ່ນະຄອນຫລວງວຽນນາ ປະເທດໂອຕຣິດ ໃນມື້ວັນພະຫັດທີ 15 ມັງກອນຜ່ານມານີ້ໄດ້ລະບຸວ່າ ກຸ່ມໂອເປັກຕີລາຄາສະພາບລາຄານ້ຳມັນໃນຕອນນີ້ ແມ່ນໃກ້ເຖິງລະດັບຕ່ຳສຸດໃນຮອບ 6 ປີ ຈະຍັງຄົງປັບຫລຸດລົງໄປອີກໃນປີນີ້ ຂະນະທີ່ຕະຫລາດຈະຍັງຢູ່ໃນພາວະຖົດຖອຍຕໍ່ໄປອີກດົນ ທ່າມກາງອຸປະທານທີ່ລົ້ນຕະຫລາດຢູ່ ຢ່າງໜ້ອຍ 1 ລ້ານບາເຣນຕໍ່ມື້.
ກຸ່ມໂອເປັກ ເຊິ່ງມີສະມາຊິກ 12 ຊາດ ແລະ ຜະລິດນ້ຳມັນດິບປ້ອນຕະຫລາດໂລກເຖິງ 1 ໃນ 3 ບອກຕໍ່ວ່າ ອຸປະສົງທີ່ເພີ່ມຂຶ້ນເລັກໜ້ອຍໃນປີ 2015 ສ່ວນໃຫຍ່ຈະມາຈາກ ການຟື້ນຕົວທາງກິດຈະກຳຂອງເສດຖະກິດ ໃນບັນດາປະເທດແຖບອາເມຣິກາເໜືອ ແລະ ປະເທດອື່ນໆໃນອາຊີ ຍົກເວັ້ນຈີນ ແລະ ຍີ່ປຸ່ນ.
|
ຂ່າວຕ່າງປະເທດ
|
2015-01-16T10:55:34+00:00
|
https://laopost.com/?p=18109
|
ປະມູນຂາຍໂທລະສັບ “ຮິດເລີ” ໄດ້ລາຄາສູງເຖິງ 243,000 ໂດລາ
|
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດ ອາເມລິກາ ເມື່ອວັນທີ 20 ກຸມພາ 2017ນີ້ວ່າ ບໍລິສັດຈັດການປະມູນ “ອາເລັກຊານເດີ ຣິສທໍຣິຄໍລ ອັອດຊັນສ໌” ໃນລັດແມຣິແລນ ຈັດການປະມູນໂທລະສັບສ່ວນຕົວຂອງ ທ່ານ ອະດອຟ ຮິດເລີ ຜູ້ນຳພັກນາຊີ ແລະ ຈອມພະເດັດການແຫ່ງເຢຍລະມັນຜູ້ລ່ວງລັບ ເມື່ອວັນອາທິດທີ່ຜ່ານມາ ເຊິ່ງໂທລະສັບເຄື່ອງດັ່ງກ່າວມີສີແດງ ຜະລິດໂດຍບໍລິສັດ ຊີເມນສ໌ ໂດຍຜູ້ຊະນະການປະມູນຂໍບໍ່ປະສົງອອກນາມ ຊະນະໄປດ້ວຍການສະເໜີລາຄາສຸດທ້າຍທີ່ 243,000 ໂດລາສະຫະລັດ
|
ຂ່າວຕ່າງປະເທດ
|
2017-02-20T14:24:48+00:00
|
https://laopost.com/?p=85525
|
ປະຊາຊົນບ້ານຊອກລົມ ເມືອງຈຳພອນດີໃຈ ເມື່ອໄດ້ຊົມໃຊ້ໄຟຟ້າ
|
ບ້ານຊອກລົມ-ເມືອງຈຳພອນ-ໃຊ້ໄຟຟ້າ
ປະຊາຊົນບ້ານຊອກລົມ ເມືອງຈຳພອນດີໃຈ ເມື່ອໄດ້ຊົມໃຊ້ໄຟຟ້າ
ໃນວັນທີ 16 ພຶດສະພາ 2014 ຢູ່ທີ່ໂຮງຮຽນປະຖົມ ບ້ານຊອກລົມ ເມືອງຈຳພອນ ແຂວງສະຫວັນນະເຂດ.
ໄດ້ຈັດໃຫ້ມີພິທີມອບຮັບ ຜົນສຳເລັດຂອງການຕິດຕັ້ງຕາຂ່າຍໄຟຟ້າລະຫ່ວາງລັດ ວິສາຫະກິດກໍ່ສ້າງ – ຕິດຕັ້ງໄຟຟ້າ
ກອງສະຫວັນນະເຂດ ກັບສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ແລະອຳນາດການປົກຄອງ
ບ້ານຊອກລົມ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຕາ ກິມມາລາ ຮອງຫົວໜ້າພະແນກ ພະລັງງານ ບໍ່ແຮ່ແຂວງ
ທ່ານ ແສງຈັນ ແກ້ວສີບຸນເຮືອງ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ທັງເປັນຜູ້ຕາງໜ້າໃຫ້ທ່ານ
ເຈົ້າເມືອງຈຳພອນ ທ່ານ ລັດຕະນະໄຊ ອຸ່ນສິລິ ຮອງຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ
ມີບັນດ່າ ທ່ານແຂກຖືກເຊີນຈາກຫຼາຍພາກສ່ວນ ແລະພໍ່ແມ່ປະຊາຊົນຊາວບ້ານດັ່ງກ່າວເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີຄັ້ງນີ້ ກ່ອນອື່ນ ທ່ານ ພູຂົງຈັນທະວົງ ຮອງຫົວໜ້າລັດວິສາຫະກິດກໍ່ສ້າງ- ຕິດຕັ້ງໄຟຟ້າກອງສະຫວັນນະເຂດ
ກໍໄດ້ຂຶ້ນຜ່ານລາຍງານຜົນສຳເລັດ ການກໍ່ສ້າງແລະຕິດຕັ້ງໄຟຟ້າພາຍໃນບ້ານດັ່ງກ່າວຄື ໄດ້ເລີ່ມລົງມືກໍ່ສ້າງມາແຕ່
ວັນທີ 13/5/2013 ເຖິງປະຈຸບັນຈຶ່ງສຳເລັດ ເຊິ່ງໄດ້ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ 22 ກິໂລໂວນຍາວ 2.029 ແມັດ
ກໍ່ສ້າງຕາຂ່າຍ ໄຟຟ້າແຮງຕ່ຳ 0,4 ກິໂລໂວນ ຍາວ 1.992 ແມັດ ຕິດຕັ້ງໝໍ້ແປງໄຟ ຂະໜາດ 50 KVA 1 ໜ່ວຍ
ລວມມູນຄ່າການກໍ່ສ້າງທັງໝົດ 297,558,580 ກີບ ຄຽງຄ່ກັນນີ້ ກໍມີແຮງງານແລະທຶນຮອນການ
ປະກອບສ່ວນຂອງຊາວບ້ານຊອກລົມມູນຄ່າ 5 ແສນກີບ.
ໃນປະຈຸບັນພາຍໃນບ້ານດັ່ງກ່າວ ໄດ້ມີປະຊາຊົນຕິດຕັ້ງໄຟຟ້າ ເຂົ້າເຮືອນຂອງຕົນແລ້ວ 48 ຫຼັງຄາ ກວມ 72%
ຂອງຈຳນວນຫຼັງ ທັງໝົດ 67 ຫຼັງຄາ.
ໃນຕອນທ້າຍຂອງພິທີຄັ້ງນີ້ ທາງສາຂາລັດວິສາຫະກິດໄຟຟ້າລາວ ແລະອຳນາດການປົກຄອງບ້ານຍັງໄດ້ມີພິທີ
ເຊັນບົດບັນທຶກ – ສັນຍາວ່າດ້ວຍການນຳໃຊ້ແລະການປົກປັກຮັກສາ ໃຫ້ມີຄວາມປອດໄພ ແລະເກີດປະໂຫຍດສູງສຸດ
ໃຫ້ແກ່ປະຊາຊົນທຸກຄົນ.ທ່ານ ບຸນຕາ ກິມມາລາ ໄດ້ກ່າວຕື່ມອີກ ວ່າ ການກໍ່ສ້າງໄຟຟ້າໃຫ້ບ້ານດັ່ງກ່າວ
ແມ່ນນອນຢູ່ໃນໂຄງການຂະຫຍາຍໄຟຟ້ງ ລົງສູ່ຊົນນະບົດໄລຍະ 2 ( Rep 2 ) ເປັນໂຄງການຂອງລັດຖະບານລາວ ທີ່ມີນະໂຍບາຍນອນຢູ່ໃນແຜນຍຸດທະສາດຫາປີ 2020 ທີ່ອະນຸມັດໃຫ້ລັດວິສາຫະກິດໄຟຟ້າລາວ
ກູ້ຢືມທຶນຈາກທະນາຄານໂລກ
ທີ່ມາ www.facebook.com/savanhphathana
|
ຂ່າວທ້ອງຖິ່ນ
|
2014-05-21T11:39:11+00:00
|
https://laopost.com/?p=5743
|
ເມືອງມໍລະດົກໂລກຫຼວງພະບາງ ເມືອງໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 5 ຂອງໂລກ
|
ວາລະສານ travel and leisure ຂອງສະຫະລັດອາເມລິກາ ຈັດອັນດັບເມືອງທີ່ໜ້າດຶງດູດການທ່ອງທ່ຽວຫຼາຍທີ່ສຸດໃນໂລກປະຈໍາປີ 2016 ນີ້ ພົບວ່າ ເມືອງມໍລະດົກໂລກແຂວງຫຼວງພະບາງຂອງ ສປປ ລາວ ຕິດອັນດັບທີ 5 ຂອງໂລກ
ສ່ວນອັນດັບທີ 1 ແມ່ນເມືອງຄາຣເລສຕັນ, ຊາວແຄໂຣລິນາ ຂອງສະຫະລັດອາເມລິກາ,Charleston, South Carolina
ອັນດັບທີ 2 ແມ່ນແຂວງຊຽງໃໝ່, ຣາຊະອານາຈັກໄທ,Chiang Mai, Thailand
ອັນດັບທີ 3 ແມ່ນນະຄອນຊານມິເກວເດອັນເລັນ, ປະເທດແມັກຊິໂກ, San Miguel de Allende, Mexico
ອັນດັບທີ 4 ແມ່ນເມືອງ ຟລໍເຣັນ, ປະເທດອີຕາລີ,Florence, Italy
ອັນດັບທີ 5 ເມືອງ ຫຼວງພະບາງ ສປປ ລາວ
ອັນດັບທີ 6 ແມ່ນນະຄອນກຽວໂຕ, ປະເທດຍີ່ປຸ່ນ.Kyoto, Japan
ທັງນີ້, ການຈັດອັນດັບດັ່ງກ່າວແມ່ນເປັນຜົນມາຈາກການໃຫ້ຄະແນນຂອງນັກທ່ອງທ່ຽວທົ່ວໂລກທີ່ໄຝ່ຝັນຢາກໄປສຳພັດກ່ອນສິ້ນລົມຫາຍໃຈ ແລະ ໄດ້ໄປມາແລ້ວສິ່ງທີ່ປະທັບໃຈຫຼາກຫຼາຍບໍ່ວ່າຈະເປັນຄວາມສະຫງົບສຸກ, ສະອາດງາມຕາ, ມີຮ່ອງຮອຍທາງປະຫວັດສາດ, ວັດທະນາທຳຮີດຄອງປະເພນີອັນດີງາມ, ໂຄງສ້າງເຮືອນຊານທີ່ຍັງຄົງຮູບຊົງເດີມ, ທໍາມະຊາດງົດງາມ, ອາຫານແຊບ ແລະ ອື່ນໆ.
(ຮູບປະກອບຈາກອິນເຕີເນັດ) ແຫຼ່ງຂໍ້ມູນອ້າງອີງຈາກ: http://www.travelandleisure.com/worlds-best/cities#intro
ທີ່ມາຂອງຂ່າວຈາກ: unader.com
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
|
ຂ່າວທ່ອງທ່ຽວ
|
2016-11-10T15:17:54+00:00
|
https://laopost.com/?p=76060
|
ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງສາທາລະນາສຸກຂອງປະເທດອັງກິດຍື່ນໜັງສືລາອອກ
|
ລັດຖະມົນຕີກະຊວງການເງິນ ຮ່ວມກັບລັດຖະມົນຕີກະຊວງສາທາລະນາສຸກ ຂອງປະເທດອັງກິດ ໄດ້ຍື່ນໜັງສືລາອອກຕໍ່ນາຍົກລັດຖະມົນຕີ ບໍຣິສ ຈອນສັນ.
ໃນວັນທີ 5 ກໍລະກົດ 2022 ອ້າງອີງຈາກ ຊີເອັນເອັນ ໄດ້ລາຍງານວ່າ: ສອງລັດຖະມົນຕີອາວຸໂສຂອງລັດຖະບານນາຍົກລັດຖະມົນຕີ ບໍຣິສ ຈອນສັນ ແຫ່ງອັງກິດ ມີທ່ານ ຣິຊິ ຊູນັກ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຊາຈິດ ຈາວິດ ລັດຖະມົນຕີກະຊວງສາທາລະນາສຸກ ໄດ້ພ້ອມໃຈກັນຍື່ນໜັງສືລາອອກຈາກຕຳແໜ່ງຕໍ່ນາຍົກລັດຖະມົນຕີ ໂດຍກ່າວເຖິງຄວາມບໍ່ພໍໃຈຕໍ່ບົດບາດການເປັນຜູ້ນຳລັດຖະບານຂອງທ່ານ ຈອນສັນ ທີ່ປ່ອຍໃຫ້ລັດຖະບານປະເຊີນກັບຂໍ້ກ່າວຫາຕ່າງໆ ມາຫຼາຍເດືອນ.
ໂດຍການລາອອກນີ້ ເຮັດໃຫ້ລັດຖະບານຕົກຢູ່ໃນພາວະວິກິດ, ເນື່ອງຈາກວ່າ ນາຍົກລັດຖະມົນຕີ ແລະ ເຈົ້າໜ້າທີ່ລະເມີດກົດລະບຽບການຄວບຄຸມການລະບາດຂອງໂຄວິດ-19 ຈັດງານລ້ຽງ ຈົນເຮຮັດໃຫ້ສະມາຊິກຜູ້ແທນສະພາຈາກພັກອານຸລັກນິຍົມ ຂອງທ່ານ ຈອນສັນ ຈຳນວນ 54 ຄົນ ຮວບຮວມລາຍຊື່ເປີດລົງມັດຕິບໍ່ໄວ້ວາງໃຈ ໃນວັນທີ 6 ມິຖຸນາ, ໂດຍພວກເຂົາໄດ້ລະບຸວ່າ ໄດ້ສູນເສຍຄວາມເຊື່ອໝັ້ນຕໍ່ທ່ານ ຈອນສັນ.
ການລາອອກໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ຜູ້ທີ່ເຄີຍສະໜັບສະໜູນນາຍົກລັດຖະມົນຕີ ຕ່າງກໍ່ເລີ່ມຄິດຄຳນຶງເຖິງຄວາມຜິດພາດໃນການບໍລິຫານຂອງລັດຖະບານ.
|
ຂ່າວຕ່າງປະເທດ
|
2022-07-06T13:40:26+00:00
|
https://laopost.com/?p=135407
|
ອຸດົມໄຊ ກວດພົບເງິນທີບໍ່ໂປ່ງໃສພັນກວ່າຕື້ກີບ
|
ຄະນະພັກຄະນະກວດກາແຂວງອຸດົມໄຊ ໄດ້ເຮັດໜ້າທີ່ ຂອງຕົນຢ່າງຂະຫຍັນຂັນແຂງໃນການນຳພາເຄືອນໄຫວ ວຽກ ງານຕິດຕາມ, ກວດກາລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ ຊຶ່ງຜ່ານມາໄດ້ດຳເນີນການກວດກາ 200 ກວ່າເປົ້າໝາຍ ແລະກວດພົບເງິນ ທີ່ບໍ່ໂປ່ງໃສລວມ 1 ພັນກວ່າຕື້ກີບ ໃນນັ້ນ ມີພະນັກງານງານລັດຖະກອນ 100 ກວ່າຄົນ ຖືກດຳເນີນການສືບສວນສອບສວນ ພ້ອມລົງວິໄນຕາມຄວາມເໝາະສົມ.
ຕາມແຫຼ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ວຽກງານຕິດຕາມກວດກາຖື ວ່າເປັນວຽກງານໜຶ່ງທີ່ສໍາຄັນໃນການ ຊີ້ນໍານໍາພາຂອງພັກ ແລະການຄຸ້ມຄອງ ຂອງລັດ, ເຮັດໃຫ້ການເຄື່ອນໄຫວວຽກ ງານຂອງກົງຈັກລັດ, ສັງຄົມຫັນເຂົ້າສູ່ ລະບຽບກົດໝາຍເທື່ອລະກ້າວທັງເປັນ ບັນຫາສຳຄັນໃນການຕັດສິນເຮັດໃຫ້ ເສດຖະກິດມີການຂະຫາຍຕົວ ດັ່ງນັ້ນ ທາງຄະນະພັກ, ຄະນະກວດກາແຂວງ ອຸດົມໄຊ ຈິ່ງໄດ້ສຸມໃສ່ຕິດຕາມກວດກາ ແລະຊຸກຍູ້ໃນການຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງ ລັດ, ນິຕິກຳຕ່າງໆ, ທັງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາໃນທົ່ວ ແຂວງຢ່າງເຂັ້ມງວດຈິ່ງເຮັດໃຫ້ຍາດ ໄດ້ດ້ານດີຜົນງານໃນຫຼາຍດ້ານ ເປັນຕົ້ນ ແມ່ນວຽກງານການຕິດຕາມ, ກວດກາ ພັກ ຊຶ່ງຜ່ານການຕິດຕາມກວດກາຕົວຈິງ ເຫັນວ່າຄະນະພັກແຕ່ລະຂັ້ນແມ່ນເອົາ ໃຈໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານເປັນ ຢ່າງດີຄື ດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະແບບແຜນການນຳພາ, ວຽກ ງານຕິດຕາມ, ກວດກາລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງທາງຄະ ນະກວດກາກໍໄດ້ເຄື່ອນໄຫວຕາມພາລະ ບົດບາດ, ສິດ ແລະໜ້າທີ່ຂອງຕົນ.
ເພື່ອເຮັດສຳເລັດໜ້າທີ່ໃນໄລຍະ ຜ່ານມາຄະນະພັກ, ຄະນະກວດກາແຂວງ ອຸດົມໄຊໄດ້ດຳເນີນການກວດກາທັງ ໝົດ 242 ເປົ້າໝາຍ ໃນນີ້ກວດກາປົກ ກະຕິໄດ້ 235 ເປົ້າໝາຍ, ກວດກາຕາມ ຄຳສັ່ງ 7 ເປົ້າໝາຍ, ພົບເຫັນການເສຍ ຫາຍຈຳນວນ 9,43 ຕື້ກີບ, ເກັບກູ້ໜີ້ສິນ ຄຸມເຄືອແຕ່ປີ 2011-2015 ໄດ້ 3,76 ຕື້ກີບ, ເກັບກູ້ຄືນໃຫ້ລັດໄດ້ 1,89 ຕື້ກີບ, ກວດພົບເຫັນການຂຸດຄົ້ນຊື້-ຂາຍໄມ້ຜິດ ກົດໝາຍຢູ່ບັນດາເມືອງຈຳນວນ 3.786 ແມັດກ້ອນ, ຄິດເປັນມູນຄ່າເທົ່າກັບ 8,09 ຕື້ກີບ, ກວດກາການສໍ້ລາດບັງ ຫຼວງ 7 ເປົ້າໝາຍ ພົບເຫັນຜົນເສຍຫາຍ ເປັນຈຳນວນເງິນ 5,71 ຕື້ກີບ, ໄດ້ດຳ ເນີນການກວດກາສະເພາະກິດຮ່ວມກັບ ອົງການກວດກາລັດຖະບານຈຳນວນ 121 ໂຄງການ ພົບເຫັນຜົນເສຍຫາຍ 1.120 ຕື້ກີບ, ໂຄງການທີ່ບໍ່ມີ ຕົວຕົນ 26 ໂຄງການ ໃນນັ້ນມີບັນດາພະນັກງານ ລັດຖະກອນຖືກດໍາເນີນການສືບສວນ ສອບສວນ 149 ຄົນ ໃນນັ້ນຈຳນວນໜຶ່ງ ແມ່ນຖືກປະຕິບັດວິໄນ, ນອກນັ້ນທາງ ຄະນະກວດກາຍັງໄດ້ມີການຕິດຕາມ ກວດກາຢູ່ບັນດາຫົວໜ່ວຍທຸລະກິດ, ບໍ ລິສັດ ແລະການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດປະຈຳສົກປີ 2013-2014 ຂອງແຂວງ, ເຂົ້າຮ່ວມແລະແກ້ ໄຂການນຳເຂົ້າລົດບໍ່ຖືກກົດໝາຍ ຊຶ່ງ ມີທັງໝົດ 37.377 ຄັນ ພ້ອມດຽວກັນນີ້ ຍັງໄດ້ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານສຳເລັດຕາມລະດັບຄາດໝາຍ.
ສ່ວນວຽກງານການຄົ້ນຄວ້າຄຳ ຮ້ອງຄຳສະເໜີ ຈາກສັງຄົມກໍໄດ້ມີການ ແກ້ໄຂແລ້ວ 395 ສະບັບ ໃນຈຳນວນ ຄຳຮ້ອງທັງໝົດ 450 ສະບັບ ສ່ວນ ຫຼາຍແມ່ນບັນຫາຂໍ້ຂັດແຍ່ງທີ່ດິນ, ຄຳຕັດສິນຂອງສານ, ວຽກງານການພົວ ພັນກັບຕ່າງປະເທດກໍໄດ້ມີການພົວພັນ ຮ່ວມມື, ແລກປ່ຽນບົດຮຽນວຽກງານ ກວດກາກັບບັນດາປະເທດເພື່ອນມິດຍຸດທະສາດຢ່າງເປັນປົກກະຕິ ລວມທັງໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະກໍ່ສ້າງພັກພະນັກງານຢ່າງເປັນລະບົບຕໍ່ ເນື່ອງ.
ທັງໝົດນັ້ນຖືວ່າເປັນຜົນງານອັນ ໃຫຍ່ຫຼວງທີ່ຄະນະກວດກາແຂວງອຸດົມ ໄຊ ຍາດມາໄດ້ໃນໄລຍະ 5 ປີຜ່ານ ຖື ເປັນເງື່ອນໄຂອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງໃຫ້ມີ ການຂະຫຍາຍຕົວ, ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວ ຖືວ່າວຽກງານກວດກາ ຍັງຈະຕ້ອງໄດ້ເພີ່ມທະວີສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຢ່າງເຂັ້ມງວດກວ່າເກົ່າຕື່ມອີກ ເພື່ອ ເຮັດໃຫ້ທຸກຂົງເຂດວຽກງານມີຄວາມ ໂປ່ງໃສ ແລະຮັບປະກັນບໍໃຫ້ມີການສໍ້ ລາດບັງຫຼວງຢູ່ພາຍໃນແຂວງອຸດົມໄຊ.
ຂ່າວ: ເສດຖະກິດ-ສັງຄົມ
|
ຂ່າວທ້ອງຖິ່ນ
|
2016-10-27T11:22:04+00:00
|
https://laopost.com/?p=74162
|
ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 22 ພະຈິກ 2021
|
ວັນທີ 21 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 4,793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ
ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ
ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ
ເມືອງໄຊເສດຖາ 91 ຄົນ ຈາກ 33 ບ້ານ
ເມືອງສີສັດຕະນາກ 46 ຄົນ ຈາກ 15 ບ້ານ
ເມືອງນາຊາຍທອງ 23 ຄົນ ຈາກ 8 ບ້ານ
ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ
ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ
ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ
ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ
ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ
ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ
ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ
ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ
ໄຊຍະບູລີ ມີ 35 ຄົນ
ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ
ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ
ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ
ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ
ອັດຕະປື 10 ຄົນ
ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ
ຫົວພັນ ມີ 11 ຄົນ ຈາກ 2 ເມືອງ
ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63,159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463ຄົນ, ກໍາລັງປິ່ນປົວ 11,490 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
ໃນວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ. ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ) ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
ພະຍາດປະຈໍາຕົວ: ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
ສັກຢາວັກຊີນ J&J ຄົບ
ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)
|
ຂ່າວພາຍໃນ
|
2021-11-22T11:37:51+00:00
|
https://laopost.com/?p=129740
|
ເຕືອນ! ທາງການໄທຈະເຂັ້ມງວດຕໍ່ຜູ້ທີ່ຈະໄປເຮັດວຽກຢູ່ໄທ
|
ໃນວັນທີ 24 ກໍລະກົດນີ້, ກົມກົງສູນກະຊວງການຕ່າງປະເທດຂອງລາວ, ໄດ້ອອກແຈ້ງການເຕືອນຜູ້ທີ່ມີຈຸດປະ ສົງຈະເດີນທາງໄປເຮັດວຽກຢູ່ປະເທດໄທມີເນື້ອໃນວ່າ: ໂດຍອີງຕາມແຈ້ງການຂອງສະຖານເອກອັກຄະຣາຊະ ທູດແຫ່ງຣາຊ ະອານາຈັກໄທສະບັບເລກທີ 29001/707 ລົງວັນທີ 23 ກໍລະກົດ2014 ຄື: ນັບແຕ່ວັນທີ 12 ສິງຫາ 2014 ເປັນຕົ້ນໄປ, ທາງ ການໄທຈະ ເພີ່ມມາດຕະການກວດກາຢ່າງເຂັ້ມງວດຕໍ່ຊາວຕ່າງປະເທດທີ່ລັກລອບເຂົ້າໄປເຮັດວຽກຢູ່ປະ ເທດໄທ.
ສະນັ້ນ, ເພື່ອໃຫ້ການເດີນທາງເຂົ້າໄປເຮັດວຽກຢູ່ປະເທດໄທຂອງທ່ານຖືກຕ້ອງຕາມລະບຽບ, ຂໍໃຫ້ຜູ້ເດີນທາງກວດ ກາເອກະສານຂອງຕົນໃຫ້ຄົບຖ້ວນ. ໜັງສືຜ່ານແດນຕ້ອງມີອາຍຸນຳ ໃຊ້ບໍ່ໃຫ້ຫລຸດ 6 ເດືອນ, ມີວີຊາອະນຸຍາດໃຫ້ເຮັດວຽກ ໄດ້. ສຳລັບຜູ້ທີ່ເຄີຍເຂົ້າໄປໄທໂດຍຍົກ ເວັ້ນວີຊາ ແລະ ຢູ່ເກີນກຳນົດ 30 ວັນມາແລ້ວ, ທາງການໄທຈະບໍ່ອະນຸຍາດໃຫ້ເຂົ້າ ໄທແບບນັກ ທ່ອງທ່ຽວເປັນຄັ້ງທີ 2 ແຕ່ຈະໃຫ້ໄປຂໍວີຊາ (VISA) ເຂົ້າໄທເພື່ອໃຫ້ລະບຸຖືກຕ້ອງກັບຈຸດປະສົງຂອງຕົນໃນ ການເຂົ້າໄປປະ ເທດໄທ. ສຳລັບປະຊາຊົນຜູ້ທີ່ ໄປທ່ອງທ່ຽວຢ້ຽມຢາມປົກກະຕິນັ້ນແມ່ນຍັງສືບຕໍ່ປະຕິບັດຕາມສັນຍາຍົກ ເວັ້ນວີຊາສະບັບລົງ ວັນທີ 28 ຕຸລາ 2014 ຄື:ສາມາດ ເຂົ້າໄທໂດຍບໍ່ມີວີຊາ ແລະ ສາ ມາດເຂົ້າໄດ້ບໍ່ເກີນ 30 ວັນ.
ດັ່ງນັ້ນ, ກົມກົງສູນກະຊວງ ການຕ່າງປະເທດຈຶ່ງຂໍແຈ້ງມາ ເພື່ອຊາບ.
|
ຂ່າວພາຍໃນ
|
2014-07-26T06:52:13+00:00
|
https://laopost.com/?p=7743
|
ສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 60 ປີ
|
ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການຄຳນັບຮັບຕ້ອນ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 60 ປີ 14 ເມສາ 1955-14 ເມສາ 2015 ຂຶ້ນໃນທ້າຍອາທິດທີ່ຜ່ານມາ ເປັນປະທານຂອງທ່ານ ບຸນຕາ ເທບພະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍທ່ານຮອງເຈົ້າຄອງ ເຈົ້າເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ສະມາຊິກຊາວໜຸ່ມ ເຍົາວະຊົນຫຼາຍພັນຄົນ.
ທ່ານ ບຸນຕາ ເທບພະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ຂຶ້ນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນດູດດື່ມ ແລະ ເປັນການສ້າງຂະບວນການຊົມເຊີຍ ແລະ ກຽມສະເຫຼີມສະຫຼອງ 2 ວັນບຸນໃຫຍ່ປະຫວັດສາດຂອງຊາດ-ຂອງພັກ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ສິ່ງສຳຄັນທີ່ສຸດ ແມ່ນເພື່ອສ້າງຂະບວນການ ແລະ ກິດຈະກຳໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ ເຊິ່ງປະກອບມີຫຼາຍກິດຈະກຳມະຫາສາມັກຄີ ອອກກຳລັງກາຍເພື່ອສຸຂະພາບພະລານາໄມ ເປັນຕົ້ນ ເຕັ້ນແອໂລບິດ ເພື່ອສຸຂະພາບ ແລະ ກີລາອື່ນໆ ລວມທັງຖາມ-ຕອບວິທະຍາສາດ ສ້າງຄວາມເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ເຊິ່ງງານໃນຄັ້ງນີ້ ເກີດຂຶ້ນໄດ້ຍ້ອນການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະປະຈຳພັກ ອົງການປົກຄອງນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງໄດ້ຮັບການສະໜັບສະໜູນ ໂດຍສະມາຄົມນັກທຸລະກິດໝຸ່ມ ນວ ນອກຈາກນີ້ ກິດຈະກຳສະເຫຼີມສະຫຼອງດັ່ງກ່າວແມ່ນ ຈະສືບຕໍ່ສ້າງຂະບວນການຢ່າງຕໍ່ເນື່ອງ ເພື່ອສ້າງຂະບວນການ ແລະ ສ້າງຄວາມຟົດຟື້ນມ່ວນຊື່ນຕ້ອນຮັບວັນດັ່ງກ່າວ.
ກຳລັງຊາວໜຸ່ມເປັນກຳລັງແຮງທີ່ໄວ້ເນື້ອເຊື່ອໃຈ ແລະ ຈົງຮັກພັກດີຂອງພັກປະຊາຊົນລາວ ແລະ ເປັນແກ່ນສານໃນການປະຈັນບານຮອບດ້ານ ຕາມແນວທາງນະໂຍບາຍຂອງພັກ ໂດຍການເສຍສະຫຼະເລືອດເນື້ອເຫື່ອແຮງ ແລະ ຊີວິດເພື່ອອຸທິດໃຫ້ແກ່ການປະຕິວັດຕະຫຼອດມາ ດັ່ງນັ້ນ ພັກປະຊາຊົນປະຕິວັດລາວ ຈິ່ງໄດ້ໃຫ້ນາມມະຍົດກັບຊາວໜຸ່ມ ໂດຍໃສ່ຊື່ດຽວກັນກັບພັກຄື: ຊາວໜຸ່ມປະຊາຊົນປະຕິວັດລາວ ນອກນັ້ນ ພັກຍັງຂະໜານນາມແກ່ຊາວໜຸ່ມວ່າເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ແລະ ປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ກໍ່ໄດ້ຂະໜານນາມຕື່ມວ່າ “ຊາວໜຸ່ມປຽບສະເໝືອນນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ເປັນສິນໄຊແຫ່ງຍຸກສະໄໝ ແລະ ໃນຄວາມເປັນຈິງແທ້ກໍ່ແມ່ນ”ບ່ອນໃດຍາກຊາວໜຸ່ມບຸກ-ບ່ອນໃດທຸກຊາວໜຸ່ມ ຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາຕະຫຼອດມາ.
ແຫລ່ງຂ່າວ: ວຽງຈັນໃໝ່
|
ຂ່າວເຫດການ
|
2015-04-13T13:45:56+00:00
|
https://laopost.com/?p=22830
|
ຮົງກົງ ພົບໂລກຕັບອັກເສບE ແຜ່ຈາກໜູ ສູ່ຄົນຄັ້ງທຳອິດຂອງໂລກ
|
ມະຫາວິທະຍາໄລຮົງກົງ ອອກຖະແຫຼງທ້າຍເດືອນກັນຍາ 2018 ວ່າ: “ພົບເຊື້ອໄວຣັດຕັບອັກເສບE ໃນຮ່າງກາຍຂອງຄົນເປັນຄັ້ງທຳອິດຂອງໂລກ ທີ່ມີແບບດຽວກັບທີ່ພົບຢູ່ໃນໜູ ເຊິ່ງເປັນຊາຍຍອາຍຸ 56 ປີ ເນື່ອງຈາກລົ້ົມປ່ວຍດ້ວຍໂລກຕັບອັກເສບຕັບE ແຕ່ເປັນໂລກຕັບອັກເສບE ທີ່ພົບເຫັນໃນໜູ ໂດຍການຕິດເຊື້ອຈາກໄວຣັດ.
ສໍານັກງານຂ່າວຕ່າງປະເທດ ລາຍງານຈາກເຂດບໍລິຫານພິເສດຮົງກົງ, ປະເທດຈີນ ເມື່ອວັນທີ 28 ກັນຍາ 2018 ວ່າ: “ມະຫາວິທະຍາໄລຮົງກົງ (ເອຊເຄຍູ) ອອກຖະແຫຼງການເມື່ອວັນສຸກ ພົບຊາຍຍອາຍຸ 56 ປີ ລົ້ົມປ່ວຍດ້ວຍໂລກຕັບອັກເສບE ເປັນການຕິດເຊື້ອຈາກໄວຣັດ ເຊິ່ງຕະຫຼອດໄລຍະເວລາທີ່ຜ່ານມາພົບສະເພາະໃນໜູເທົ່ານັ້ນ ເຖິງວ່າຜູ້ປ່ວຍໄດ້ຮັບການຮັກສາຈົນອາການດີຂຶ້ນເປັນລໍາດັບແລ້ວກໍຕາມ ແຕ່ກໍລະນີດັ່ງກ່າວ, ຖືເປັນສັນຍານເຕືອນສໍາຄັນສໍາລັບໜ່ວຍງານສາທາລະນະສຸກ ເນື່ອງຈາກເຊື້ອໄວຣັດຕັບອັກເສບE ໃນຮ່າງກາຍຂອງຄົນ ແລະ ໃນໜູແມ່ນຄົນລະສາຍພັນກັນ”.
#HongKong man is world’s first human found with rat hepatitis E virus https://t.co/P5oE9E8byL
— SCMP News (@SCMPNews) September 28, 2018
ທາງອອກຂອງການຮັບເຊື້ອຍັງບໍ່ຊັດເຈນ ແນວໃດກໍຕາມຜູ້ຊ່ຽວຊານ ໄດ້ຕັ້ງສົມມຸດຖານຂອງການໄດ້ຮັບເຊື້ອວ່າ: “ອາດເປັນເພາະຜູ້ປ່ວຍຮັບປະທານອາຫານປົນເປື້ອນຂອງໜູ ແລະ ຊາຍຄົນນີ້ເຄີຍໄດ້ຮັບການປ່ຽນຖ່າຍຕັບ ແລະ ຍັງອາໄສຢູ່ໃນສະຖານທີ່ ທີ່ມີໜູອີກດ້ວຍ”. ຂະນະທີ່ຂໍ້ມູນຈາກອົງການອະນາໄມໂລກ (UNESCO) ລະບຸວ່າມີຜູ້ປ່ວຍດ້ວຍໂລກຕັບອັກເສບE ປະມານປີລະ 20 ລ້ານຄົນທົ່ວໂລກ. ການຕິດຕໍ່ຂອງເຊື້ອໄວຣັດຕັບອັກເສບE ໃນຄົນມັກມາຈາກການດື່ມນໍ້າເປິເປື້ອນ ເຊິ່ງອາການເບື້ອງຕົ້ນແມ່ນຈະມີໄຂ້, ປວດຮາກ ແລະ ເກີດພາວະດີຊ່ານ ແຕ່ອາດສົ່ງຜົນໃຫ້ເກີດພາວະໄຕວາຍໃນຜູ້ປ່ວຍບາງຄົນ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ຮູບພາບຈາກ : AFP…; pixabay.com.
ແຫຼ່ງຂໍ້ມູນ :dailynews
|
ຂ່າວຕ່າງປະເທດ
|
2018-10-11T13:30:47+00:00
|
https://laopost.com/?p=104504
|
UN ປະນາມຜູ້ກໍ່ເຫດລະເບີດພາກໃຕ້ຂອງໄທ ເລັ່ງຈັບຄົນຮ້າຍດ່ວນ
|
ເລຂາທິການແຫ່ງສະຫະປະຊາຊາດ ອອກມາປະນາມ ຜູ້ກໍ່ເຫດຄວາມວຸ່ນວາຍຢູ່ທາງພາກໃຕ້ຂອງໄທ ເລັ່ງໃຫ້ທາງລັດຖະບານໄທຕ້ອງຈັບຄົນຮ້າຍມາຮັບໂທດໂດຍໄວ
ເວັບໄຊທາງການຂອງສະຫະປະຊາຊາດ ລາຍງານວ່າ ທ່ານ ບັນກີມຸນ ເລຂາທິການແຫ່ງຢູເອັນ ໄດ້ປະນາມການໂຈມຕີດ້ວຍລະເບີດໃນປະເທດໄທ ທີ່ເກີດຂຶ້ນເມື່ອວັນພະຫັດ-ສຸກທີ່ຜ່ານມານີ້ວ່າ ເຫດການນີ້ສົ່ງຜົນໃຫ້ຜູ້ບໍລິສຸດເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ ໃນນັ້ນລວມທັງຊາວໄທ ແລະ ຊາວຕ່າງຊາດ ໂດຍເລຂາຢູ່ເອັນ ຂໍໃຫ້ລັດຖະບານໄທ ຟ້າວຈັບຕົວຄົນກໍ່ເຫດດັ່ງກ່າວເພື່ອນຳມາໃສ່ໂທດຢ່າງຮີບດ່ວນ ໂດຍຄຳເວົ້າຂອງທ່ານ ບັນຄີມຸນ ໄດ້ມີການເຜີຍແຜ່ຈາກໂຄສົກສ່ວນຕົວຂອງ ທ່ານ ບັນຄີມຸນ ທີ່ລະບຸວ່າ ເລຂາທິການຢູເອັນ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວຜູ້ທີ່ເສຍຊີວິດ ຜູ້ໄດ້ຮັບບາດເຈັບ ແລະ ທາງຢູເອັນຂໍສົ່ງຄວາມເຫັນໃຈມາຍັງລັດຖະບານໄທ ແລະ ປະຊາຊົນຊາວໄທ ຕາມການລາຍງານຂອງສື່ພາຍໃນໄລຍະເວລາ 24 ຊົ່ວໂມງ ໃນມື້ວັນພະຫັດ ແລະ ສຸກ ທີ່ເກີດເຫດລະເບີດໃນເມືອງ ຫົວຫີນ, ພູເກັດ, ພັງງາ ແລະ ສຸຣາດທານີ
ຂ່າວຈາກ: http://news.sanook.com/2047986/
|
ຂ່າວຕ່າງປະເທດ
|
2016-08-13T16:23:07+00:00
|
https://laopost.com/?p=68398
|
ເສດຖະກິດຣັດເຊຍ ຫລຸດລົງ 4,6% ຈາກລາຄານ້ຳມັນລົງ ແລະ ການຂວ້ຳບາດຂອງຊາດຕາເວັນຕົກ!
|
ຂປລ. ຕາມຂ່າວສານຫວຽດນາມ, ວັນທີ 10 ເດືອນສິງຫາ, ເຈົ້າໜ້າທ່ີ ອົງການສະຖິຕິຣັດເຊຍ ໃຫ້ຮູ້ວ່າ ໃນໄຕມາດ 2 ເສດຖະກິດ ຣັດເຊຍ ຊຸດໂຊມລົງ ຂະນະດຽວກັນນັ້ນ ລວມຜະລິດ ຕະພັນພາຍໃນ(GDP) ຫລຸດລົງ 4,6% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກາຍ ຍ້ອນໄດ້ ຮັບຜົນກະທົບຈາກ ສະພາບ ລາຄານ້ຳມັນ ຫລຸດລົງ ແລະ ມາດຕະການ ລົງໂທດ ເສດຖະກິດ ຂອງຝ່າຍຕາເວັນຕົກ. ນີ້ຖືວ່າເປັນ ການຫລຸດລົງ ຢ່າງຫລວງຫລາຍ ນັບແຕ່ປີ 2009.
ບັນດາ ເຈົ້າໜ້າທ່ີ ຣັດເຊຍ ກ່າວວ່າ ວິກິດການ ເສດຖະກິດ ປະເທດນີ້ ໄດ້ຫລຸດລົງ ຕ່ຳສຸດ. ເຖິງແມ່ນວ່າ ລາຄາ ນ້ຳມັນ ໃນໂລກ ສືບຕໍ່ຫລຸດລົງ ເປັນເວລາ ດົນນານ ສົ່ງຜົນກະທົບຕໍ່ ມູນຄ່າສະກຸນເງິນຣຸບ ຂອງຣັດເຊຍ ໃນຊຸມເດືອນ ຜ່ານມາ. ກອງທຶນ ເງິນຕາ ສາກົນ(IMF) ລາຍງານວ່າ, ບັນດາ ມາດຕະການ ລົງໂທດ ຂອງຝ່າຍ ຕາເວັນຕົກຕໍ່ ຣັເຊຍ ມີສ່ວນ ກ່ຽວຂ້ອງເຖິງ ວິກິດການ ຢູ່ອູແກຣນ ອາດຈະສ້າງ ຜົນເສຍຫາຍ ເຖິງ 9% GDP ຂອງຣັດເຊຍ.
ນອກຈາກນັ້ນ, IMF ຄາດຄະເນວ່າ GDP ຂອງຣັດເຊຍ ຈະເພີ່ມຂຶ້ນ 0,2% ໃນປິ 2016 ພາຍຫລັງ ຫລຸດລົງ 3,4% ໃນປີນີ້. ຄາດວ່າ ອັດຕາເງິນເຟີ້ ຂອງຣັດເຊຍ ໃນທ້າຍປີນີ້ ຈະຢູ່ໃນ ລະດັບ 12% ແລະ ຈະຫລຸດລົງເຫລືອ 8% ໃນທ້າຍປີໜ້າ.
ຂອບໃຈຂ່າວຈາກ:
|
ຂ່າວຕ່າງປະເທດ
|
2015-08-11T15:59:20+00:00
|
https://laopost.com/?p=32631
|
ແມ່ນໍ້າຂອງມີການຫາປາຫຼາຍເປັນອັນດັບໃຫຍ່ສຸດຂອງໂລກ ປະມານ 2,3 ລ້ານໂຕນຕໍ່ປີ
|
ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ເປີດເຜີຍໃຫ້ຮູ້ວ່າ: ແມ່ນໍ້າຂອງມີການຫາປາຫຼາຍເປັນອັນດັບໃຫຍ່ສຸດຂອງໂລກ ເຊິ່ງ ຫາໄດ້ປະມານ 2,3 ລ້ານໂຕນ ຫຼື ຄິດໄລ່ເປັນເງິນປະມານ 11 ຕື້ໂດລາຕໍ່ປີ. ແມ່ນໍ້າຂອງເປັນແມ່ນໍ້າທີ່ສ້າງຄວາມໝັ້ນຄົງ ໃນການສະໜອງນໍ້າ, ອາຫານ ແລະ ພະລັງງານ ໃຫ້ແກ່ຜູ້ຄົນປະມານ 70 ລ້ານຄົນ ເຊິ່ງໃນນັ້ນສ່ວນຫຼາຍແມ່ນເຂົ້າ, ປາ ແລະ ສັດນໍ້າອື່ນໆ. ພ້ອມກັນນີ້ ຍັງເປັນແມ່ນໍ້າທີ່ມີຄວາມຫຼາກຫຼາຍ ຂອງ ຊະນິດປາ ເປັນອັນດັບ 3 ຂອງໂລກ ມີເຖິງ 1.148 ສາຍພັນ, ຮອງຈາກແມ່ນໍ້າອາເມຊອນ ແລະ ແມ່ນໍ້າກົງໂກ.
ອີງຕາມບົດລາຍງານຂອງ ຄມຊ ກ່ຽວກັບສະພາບລວມຂອງອ່າງແມ່ນ້ຳຂອງ ປີ 2018 ໃຫ້ຮູ້ວ່າ: ເຖິງແມ່ນວ່າ ປະລິມານປາທີ່ຈັບໄດ້ ມີອັດຕາເພີ່ມຂຶ້ນໃນຊ່ວງ 15 ປີຜ່ານມາກໍຕາມ, ປັດຈຸບັນມັນໄດ້ສົ່ງສັນຍານໃຫ້ເຫັນເຖິງການຈັບປາຫຼາຍເກີນໄປ ເຮັດໃຫ້ຈໍານວນປາທີ່ຫາໄດ້ຫຼຸດລົງ ແລະ ຂະໜາດປາທີ່ຈັບໄດ້ນ້ອຍລົງ. ອີງໃສ່ບົດປະເມີນເສດຖະກິດມະຫາພາກ ຂອງ ການສຶກສາສະພາມົນຕີ, ມູນຄ່າປັດຈຸບັນສຸດທິຂອງການປະມົງໃນບັນດາປະເທດແມ່ນໍ້າຂອງຕອນລຸ່ມ (ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດ ນາມ) ຄາດວ່າຈະຫຼຸດລົງຕື່ມອີດຮອດປີ 2040.
ເພື່ອແກ້ໄຂບັນຫາການຄຸ້ມຄອງການປະມົງໃນປັດຈຸບັນທີ່ກຳລັງເກີດຂຶ້ນ, ລັດຖະບານຂອງບັນດາປະເທດພາຄີແມ່ນໍ້າຂອງໄດ້ສຸມໃສ່ໃຫ້ຄວາມສໍາຄັນດ້ານນະໂຍບາຍຂອງຕົນໃນການເພີ່ມຄວາມສາມາດດ້ານການຜະລິດ, ປົກປັກຮັກສາ ແລະ ອະນຸລັກແຫຼ່ງທີ່ຢູ່ອາໄສຂອງປາ ແລະ ການເພີ່ມຊັບພະຍາກອນປາ, ການນໍາໃຊ້ອຸປະກອນ ແລະ ສ້າງລະບົບເຕັກນິກທີ່ທັນສະໄໝຂຶ້ນ, ສົ່ງເສີມວິທີການແບບຊຸມ ຊົນ, ຊຸກຍູ້ຊາວປະມົງຫັນປ່ຽນຈາກການຜະລິດແບບພໍກຸ້ມກິນມາເປັນແບບອາຊີບ ແລະ ຜະລິດອອກສູ່ຕະຫຼາດ.
ເພື່ອເສີມຂະຫຍາຍນະໂຍບາຍ ແລະ ມາດຕະການລະດັບຊາດ, ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ໄດ້ເພີ່ມຄວາມພະຍາຍາມ ແລະ ເສີມຂະຫຍາຍການຈັດຕັ້ງພັດທະນາ ແລະ ຄຸ້ມຄອງການປະມົງແບບຍືນຍົງໃນອ່າງແມ່ນໍ້າຂອງ ລວມທັງ ການແລກປ່ຽນຄວາມຮູ້ດ້ານວິຊາການ ກ່ຽວກັບ ການຄຸ້ມຄອງການປະມົງ, ການສ້າງຈິດສໍານຶກດ້ານການປະມົງ, ການສົ່ງເສີມການວາງແຜນແບບເຊື່ອມສານລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ. ນອກນັ້ນ, ຄມສ ຍັງໄດ້ໃຫ້ການສະໜັບສະໜູນແກ່ບັນດາປະເທດ ສະມາຊິກ ໂດຍການສ້າງຍຸດທະສາດ ການພັດທະນາ ແລະ ຄຸ້ມຄອງ ການປະມົງໃນອ່າງແມ່ນໍ້າຂອງ ສົກປີ 2018-2022 ເພື່ອເສີມຂະຫຍາຍການເຈລະຈາ, ສ້າງຄວາມເຂົ້າໃຈ ແລະ ການຮັບຮູ້ໃຫ້ບັນລຸການພັດທະນາ ແລະ ຄຸ້ມຄອງການປະມົງ ແລະ ສັດນໍ້າໃຫ້ຍືນຍົງໃນອ່າງແມ່ນໍ້າຂອງຕອນລຸ່ມ; ຕິດຕາມສະພາບ ແລະ ທ່າອ່ຽງ ຂອງການປະມົງ ແລະ ປັບປຸງວິທີການຕ່າງໆ; ສ້າງບົດແນະນໍາດ້ານວິຊາການຕ່າງໆເຊັ່ນ: ບົດແນະນໍາການຄຸ້ມຄອງການປະມົງ ເພື່ອສົ່ງເສີມການຄຸ້ມຄອງການປະມົງແບບມີສ່ວນຮ່ວມ ແລະ ການຄຸ້ມຄອງການປະມົງຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກ ແລະ ບັນດາຂະແໜງການທີ່ກ່ຽວ ຂ້ອງ ແລະ ຊຸມຊົນ ເພື່ອກ້າວໄປສູ່ ການຄຸ້ມຄອງການປະມົງແບບຍືນຍົງ.
ພ້ອມກັນນີ້, ຈະເຮັດການສຶກສາ ແລະ ບົດປະເມີນ ເພື່ອເພີ່ມຄວາມຮູ້ ແລະ ສ້າງຂໍ້ມູນພື້ນຖານ ເພື່ອການຄຸ້ມຄອງການປະມົງໃຫ້ດີຍິ່ງຂຶ້ນ.
ແຫຼ່ງຂ່າວ ຂປລ
|
ຂ່າວພາຍໃນ
|
2023-03-13T16:41:08+00:00
|
https://laopost.com/?p=143042
|
ໄທຈະລົງທຶນ ສ້າງທາງລົດໄຟຄວາມໄວສູງ ດ້ວຍຕົນເອງ ໂດຍບໍ່ໃຫ້ສຳປະທານ ຫລື ຮ່ວມທຶນກັບຈີນ!
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນານີ້ວ່າ ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ສຳພາດ ພາຍຫລັງການພົບປະຫາລືສອງຝ່າຍ ກັບທ່ານ ຫລີເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ ໃນລະຫວ່າງການປະຊຸມຜູ້ນຳແມ່ຂອງ-ລ້ານຊ້າງ ຄັ້ງທີ 1 ທີ່ເກາະໄຫຫລຳ ປະເທດຈີນ ໃນມື້ວານນີ້ (23 ມີນາ) ວ່າ ນອກຈາກການປຶກສາຫາລື ກ່ຽວກັບການຮ່ວມມືໃນຂອບ ແມ່ຂອງ-ລ້ານຊ້າງແລ້ວ ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການສ້າງເສັ້ນທາງລົດໄຟຄວາມໄວສູງອີກດ້ວຍ ໂດຍໄດ້ເຫັນດີໃນດ້ານຫລັກການແລ້ວວ່າ ຝ່າຍໄທຈະເປັນຜູ້ລົງທຶນດຳເນີນການເອງທຸກຂັ້ນຕອນ ແຕ່ຈະຈ້າງໃຫ້ບໍລິສັດຂອງຈີນ ມາເປັນຜູ້ກໍ່ສ້າງທາງລົດໄຟໃຫ້ແທນ ໂດຍບໍ່ມີການໃຫ້ສຳປະທານ ຫລື ຮ່ວມທຶນໃດໆກັບຈີນ.
ທັງນີ້ ເນື່ອງຈາກຝ່າຍໄທ ໄດ້ພິຈາລະນາແລ້ວວ່າ ປະເທດຕົນສາມາດສ້າງທາງລົດໄຟຄວາມໄວສູງ ໄລຍະທາງ 250 ກິໂລແມັດ ຈາກນະຄອນຫລວງບາງກອກ ເຖິງນະຄອນຣາຊະສີມາ ດ້ວຍຕົນເອງໄດ້.
|
ຂ່າວຕ່າງປະເທດ
|
2016-03-24T11:19:21+00:00
|
https://laopost.com/?p=51446
|
ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 8 ພະຈິກ 2016
|
ຕະຫຼາດຫຼັກຊັບລາວ ມີການຊື້-ຂາຍຫຼຸດລົງໃນວັນອັງຄານ, ໂດຍຮຸ້ນພະລັງງານໄຟຟ້າ ເປັນພຽງຮຸ້ນດຽວທີ່ມີການຊື້ຂາຍ, ເຊິ່ງມີການຈັບຄູ່ກັນ ໃນປະລິມານນ້ອຍພຽງແຕ່ 9,300 ຮຸ້ນ, ມູນຄ່າຕະຫຼາດຢູ່ທີ່ປະມານ 45,570,000 ກີບ. ໃນຂະນະດຽວກັນ ຮຸ້ນອື່ນໆ ເຫັນວ່າບໍ່ມີການປ່ຽນມືກັນ ໂດຍຮຸ້ນ BCEL ປິດທີ່ 5,200 ກີບ, ຮຸ້ນ LWPC ປິດທີ່ 6,100 ກີບ, ຮຸ້ນ PTL ປິດໃນລາຄາ 2,500 ກີບ ແລະຮຸ້ນ SVN ຢູ່ທີ່ລາຄາ 3,000 ກີບ
|
ຂ່າວພາຍໃນ
|
2016-11-09T11:57:33+00:00
|
https://laopost.com/?p=75793
|
ເດັກນ້ອຍຖອກທ້ອງຍ້ອນນໍ້າ ເປື້ອນ
|
ປັດຈຸບັນ ເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ຫຼາຍໆຄົນ ຢູ່ແຂວງ ຊຽງຂວາງ ເປັນພະຍາດ ຖອກທ້ອງ ຊຶ່ງ ສ່ວນໃຫຍ່ ຍ້ອນ ກິນອາຫານ ແລະ ດື່ມນ້ຳ ບໍ່ສະອາດ. ໃນຊ່ວງ ລະດູຮ້ອນ ອາຫານ ມັກບູດໄວ ເມື່ອ ເດັກນ້ອຍ ກິນ ກໍມັກເກີດ ພະຍາດ ຖອກທ້ອງ ໄດ້ງ່າຍ. ດັ່ງເຈົ້າໜ້າທີ່ ສາທາລະນະສຸກ ແຂວງຊຽງຂວາງ ກ່າວວ່າ:
ໄລຍະນີ້ ເດັກນ້ອຍ ທີ່ເປັນພຍາດ ຖອກທ້ອງ ຖືກນຳໄປ ປິ່ນປົວ ຢູ່ໂຮງໝໍ ແຂວງ ແລະ ເມືອງຕ່າງໆ ເກືອບວ່າ ທຸກມື້ ຈົນໂຮງໝໍ ບາງແຫ່ງ ບໍ່ສາມາດ ຮັບໄດ້ ບໍ່ມີ ຕຽງນອນພໍ. ແຕ່ກໍຍັງ ເຫັນວ່າ ຍັງບໍ່ທັນ ມີຜູ້ໃດເຈັບ ຮຸນແຮງ, ເມື່ອມາປິ່ນປົວ 2-3 ມື້ ກໍຫາຍ.
ເພື່ອປ້ອງກັນ ພຍາດ ດັ່ງກ່າວ ທາງພະແນກ ສາທາລະນະສຸກ ແຂວງ ໄດ້ໄປ ໂຄສະນາ ໃຫ້ ປະຊາຊົນ ໃນເຂດຕ່າງໆ ໃຫ້ລະມັດ ລະວັງ ໃນເລື່ອງ ອາຫານ ການກິນ, ອາຫານ ຕ້ອງເຮັດ ໃຫ້ສະອາດ, ບໍ່ກິນ ອາຫານ ທີ່ບໍ່ສຸກ, ໃຫ້ດື່ມນໍ້າ ສະອາດ ຫລື ນໍ້າຕົ້ມແລ້ວ ໃຫ້ລ້າງມື ກ່ອນກິນ ເຂົ້າ.
ຂ່າວຈາກ: ສຳນັກຂ່າວເອບີຊີ
|
ສຸຂະພາບ ແລະ ສີ່ງແວດລ້ອມ
|
2016-04-24T09:19:49+00:00
|
https://laopost.com/?p=54579
|
ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງຈະມີພິທີມອບ-ຮັບໃນເດືອນມີນານີ້
|
ປັດຈຸບັນນີ້, ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງປະຕູໄຊໄດ້ສໍາເລັດ 100% ແລ້ວໂດຍຈະມີພິທີມອບ-ຮັບໂຄງການດັ່ງກ່າວໃນເດືອນ ມີນາ 2021 ທີ່ຈະມາເຖິງນີ້.
ທ່ານຊົງເລົ່າ ຢົ່ງນູ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ກ່ຽວກັບໂຄງການດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ວຽກງານທັງໝົດຂອງໂຄງການດັ່ງກ່າວນີ້ແມ່ນໄດ້ສຳເລັດແລ້ວຍັງຢູ່ໃນຂັ້ນຕອນການກວດຄຸນນະພາບຄືນ. ປັດຈຸບັນນີ້, ເຈົ້າໜ້າທີ່ກຳລັງວາງສັນຍາລັກ ຫຼື ປະດັບປະດາສັນຍາລັກຂອງລາວ ແລະ ຈີນ ຢູ່ຕາມເສັ້ນທາງ 7 ເສັ້ນໃນໃຈກາງເມືອງນະຄອນຫຼວງວຽງຈັນ (ວາງສັນຍາລັກຊົ່ວຄາວ) ເພື່ອເປັນການກະກຽມສະເຫຼີມສະຫຼອງການມອບຮັບ ຫຼື ຜົນສຳເລັດຂອງໂຄງການ.
ໂຄງການດັ່ງກ່າວ ນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນໃນມູນຄ່າ 300 ລ້ານຢວນ ໂຄງການດັ່ງກ່າວນີ້ໄດ້ສ້າງຄວາມສວຍງາມຢູ່ໃຈກາງເມືອງນະຄອນຫຼວງວຽງຈັນ ນອກນີ້ຍັງເຮັດໃຫ້ການຂັບຂີ່ໃນເວລາກາງຄືນມີຄວາມປອດໄພກວ່າເກົ່າ.
|
ຂ່າວພາຍໃນ
|
2021-02-26T08:32:56+00:00
|
https://laopost.com/?p=123260
|
ດັດຊະນີສັນຕິພາບໂລກ2018 ລາວຕິດອັນດັບທີ 46
|
ເມື່ອວັນທີ 9 ມິຖຸນາ 2018 ເວັບໄຊຊຽງໄຮ້ອິສຕາມລາຍງານດັດຊະນີສັນຕິພາບໂລກ ຫຼື 2018 Global Peace Index ຜົນການສຳຫຼວດຈາກ 163 ປະເທດ ຈີນຢູ່ອັນດັບທີ 112 ສ່ວນສະຫະລັດຢູ່ອັນດັບທີ 121
ລາຍການດັ່ງກ່າວເປັນການຈັດອັນດັບໂດຍ ສະຖາບັນເສດຖະສາດ ແລະ ສັນຕິພາບ ເຊິ່ງເປັນໜ່ວຍງານວິເຄາະຂໍ້ມູນ ລະດັບໂລກ ມີສຳນັກງານໃຫຍ່ຢູ່ທີ່ນະຄອນ ຊິດນີ ປະເທດອອສເຕຣເລຍ
ການຈັດອັນດັບດັ່ງກ່າວມີການນຳໃຊ້ຕົວຊີ້ວັດຫຼັກ 3 ປັດໄຈຄື:
1.ຄວາມປອດໄພ ແລະ ຄວາມໝັ້ນຄົງໃນສັງຄົມ
2.ຄວາມຂັດແຍ້ງທີ່ເກີດຂຶ້ນທັງພາຍໃນ ແລະ ນອກປະເທດ
3.ການເຮັດໃຫ້ກອງທັບເປັນໃຫຍ່
ແຕ້ມ 1 ຄະແນນ ໝາຍເຖິງສັນຕິພາບສູງສຸດ ສ່ວນແຕ້ມ 5 ຄະແນນ ໝາຍເຖິງສັນຕິພາຍໜຸ້ອຍສຸດ
ໃນກຸ່ມອາຊຽນ ສິງກະໂປເປັນອັນດັບ 1 ໃນພູມມິພາກ ຈາກການເປັນອັນດັບ 8 ຂອງໂລກ, ມາເລເຊຍຢູ່ອັນດັບທີ 25, ສປປ ລາວ ຢູ່ອັນດັບທີ 46, ອນໂດເນເຊຍ ຢູ່ອັນດັບທີ 55, ຫວຽດນາມຢູ່ອັນດັບທີ 60, ກຳປູເຈຍຢູ່ອັນດັບທີ 96 ແລະ ໄທຢູ່ອັນດັບທີ 113, ມຽນມາຢູ່ອັນດັບທີ 122 ສ່ວນຟິລິປິນຢູ່ອັນດັບທີ 137ຂອງໂລກ ສ່ວນປະເທດ ບຣູໄນບໍ່ໄດ້ເຂົ້າຮ່ວມໃນລາຍງານນີ້
ສ່ວນປະເທດທີ່ີຄວາມສະຫງົບສຸກທີ່ສຸດໃນໂລກຄື: 1. ປະເທດໄອຊ໌ແລນ, 1. ນິວຊີແລນ, 3 ອອສເຕເລຍ, 4 ໂປຣຕຸເກສ, 5. ເດນມາກ, 6. ການາດາ, 7. ສາທາລະນະລັດເຊັກ, 8. ສິງກະໂປ, 9, ຍີປຸ່ນ ແລະ ໄອຣ໌ແລນ
ສຳລັບປະເທດທີ່ມີການພັດທະນາທີ່ດີສຸດຄື: ປະເທດ ແກມເບຍ ເຊິ່ງຂຶ້ນມາ 35 ອັນດັບ ມາຢູ່ທີ່ອັນດັບ 76 ໃນປີນີ້ ຂະນະທີ່ ໂຕໂກ ຫຼຸດລົງມາເຖິງ 32 ອັນດັບ ຢູ່ທີ່ອັນດັບ 98 ຂອງໂລກ
ສ່ວນ 10 ປະເທດທີ່ມີສັນຕິພາຍໜຸ້ອຍສຸດຄື: 1. ຊີເຣຍ, 2. ອັຟການິສຖານ, 3. ຊູດານໃຕ້, 4. ອິຣັກ, 5. ໂຊມາເລຍ, 6. ເຢເມນ, 7. ລິເບຍ, 8. ສາທາລະນະລັດປະຊາທິປະໄຕ ຄອງໂກ, 9. ສາທາລະນະລັດແອຟຣິກາກາງ ແລະ 10 ປະເທດ ຣັດເຊຍ
|
ຂ່າວຕ່າງປະເທດ
|
2018-06-11T11:06:38+00:00
|
https://laopost.com/?p=101327
|
ຕາຕະລາງການຊ່ວງເຮືອຍາວປະເພນີໃນ 06/10/2017
|
ຕາຕະລາງການຊ່ວງເຮືອຍາວ ປະເພນີ ອອກພັນສາປະວໍຣະນາປະຈຳປີ ທີ່ທ່ານໍ້າ ວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ 06/10/2017
# ເຮືອປະເພນີຊາຍ (ຊາຍ) ສາຍ (ກ)1. ບ້ານ
ງgt
ບ້ານ ສີໄຄ (ອີ່lass=”text
osed_show”>ແຂວງໄຊຍະບູລີ (ບໍລິສັດພັນທະມິດກໍ່ສ້າງ–ຂົວທາງ)ບ້ານທາດຫລວງ (ນ້ອຍອິດທິລິດ) JDB5
;ບ້ານຫາດກ້ຽງ (ຊາວຫນຸ່ມເມືອງໄຊທານີ)ສາຍ (ຂ)1. ຫາດສ້ຽວ (ນາງສາວກອງມະນີຄໍາ) “ລາວໂຕໂຍຕ້າ”2. <
xt_exposed_show>ບ້ານທ່າພະ (ໂຕໂຍຕ້າລາວທານີ)3. ຄອນສະຫວັນ99 (ສາງທ່ານາແລ້ງ)4. ບ້ານສີຖານໄຕ້ (ພອນພຣະແກ້ວ) (ຍິງ) (ກ)ບ້ານທ່າພະ (ໂຕໂຍຕ້າລາວທານີ)2.
pan>ແສນດິນ (ນາງຫົງຟ້າ)3.
> (ອົງການແມ່ນໍ້າຂອງສາກົນ)ສາຍ
)1. ຫາດກ້ຽງ (ຊາວຫນຸ່ມເມືອງໄຊທານີ)2. ບ້າ t;ຫາດສ້ຽວ (ນາງສາວກອງມະນີຄໍາ) “ລາວໂຕໂຍຕ້າ”# ເຮືອສູ pan> (ຊາຍ) 1. ບ້ານສີຖານໄຕ້ (ພອນພຣະແກ້ວ)2. ບ້ານທ່າພະ (ສາຍຟ້າ) “ໂຕໂຍຕ້າລາວທານີ”3. ບ້ານໂຄກຊາຍ (ເຈົ້າແມ່ປະກາສິດ)4. ບໍລິສັດວຽງຈັນອຸດສາຫະກໍາເຫຼັກ (ເທບປະທານພອນ)5. ບ້ານ < n>ໄຊສະຖານ (ນາວາສັກສິດ) “ເກດມະນີແອຣ໌ເຢັນ”ເລີ່ມຕົ້ນໃນເວລາ 07:30 ໂມງເຊົ້າເປັນຕົ້ນໄປ ແຫລ່ງຂ່າວ: lao sport ແຫລ່ງຂ່າວ:
|
ຂ່າວພາຍໃນ
|
2017-10-05T16:20:42+00:00
|
https://laopost.com/?p=95639
|
ພິທີປະດັບຫລຽນໄຊ, ຫລຽນກາມິດຕະພາບ ສສ ຫວຽດນາມ ໃຫ້ແກ່ກົມກອງລວມຫມູ່ ແລະ ບຸກຄົນໃນແຂວງຈຳປາສັກ
|
ວັນທີ 30 ສິງຫາ 2013 ຜ່ານມາ ຢູ່ກອງບັນຊາການ ທະຫານແຂວງຈຳປາສັກ ໄດ້ ຈັດພິທີປະດັບຫລຽນໄຊ, ຫລຽນກາ ມິດຕະພາບ ສສ ຫວຽດນາມ ໂດຍການເປັນປະທານຂອງ ສະຫາຍສົມສະນິດ ບຸດຕິວົງ, ຮອງເຈົ້າແຂວງ, ປະທານຄະ ນະປະຕິບັດງານພິເສດແຂວງ ຈຳປາສັກ, ມີຄະນະພັກ ອຳ ນາດການປົກຄອງ, ກຳລັງປະ ກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າແຂວງຈຳປາສັກ ແລະ ຕົວແທນຈາກກົງສູນ ໃຫຍ່ແຫ່ງ ສສ ຫວຽດນາມປະຈຳ 4 ແຂວງພາກໃຕ້ ພ້ອມຄະນະພັກ-ຄະນະບັນ ຊາ 4 ຫ້ອງອ້ອມຂ້າງກອງບັນ ຊາການທະຫານແຂວງຈຳປາ ສັກເຂົ້າຮ່ວມ.
ໂອກາດນີ້ສະຫາຍພັນໂທ ບຸນມາກ ວິລະວົງ, ຮອງເລຂາ ຄະນະພັກ, ຫົວຫນ້າການ ເມືອງກອງບັນຊາການທະ ຫານແຂວງຈຳປາສັກ, ໄດ້ ຜ່ານບົດສະຫລຸບການຂຸດຄົ້ນ ຊອກຫາອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ສະຫລະຊີວິດໃນປາງ ສົງຄາມຢູ່ 4 ແຂວງພາກໃຕ້ ສົກປີ 2012-2013 ຜ່ານມາ ການປະສານສົມທົບຮ່ວມມື ຊອກຫາລະຫວ່າງຄະນະ ປະຕິບັດງານພິເສດແຂວງຈຳ ປາສັກ ແລະ ເຊກອງ, ອັດຕະ ປື ກັບຄະນະປະຕິບັດງານພິ ເສດ K53. ຈາກນັ້ນກໍ່ໄດ້ມີ ພິທີຍ້ອງຍໍປະດັນຫລຽນໄຊ, ຫລຽນກາມິດຕະພາບຂອງລັດ ຖະບານ ສສ ຫວຽດນາມໃຫ້ ແກ່ກົມກອງລວມຫມູ່ ແລະ ບຸກຄົນໃນແຂວງຈຳປາສັກ ທີ່ ມີຜົນງານດີເດັ່ນໃນການປະ ກອບສ່ວນເຂົ້າໃນວຽກງານ ຂຸດຄົ້ນອັດຖິທະຫານອາສາ ສະຫມັກ ແລະ ຊ່ຽວຊານ ຫວຽດນາມໃນປາງສົງຄາມ, ເຊິ່ງມີກົມກອງລວມຫມູ່ 3 ກົມກອງຄື: ກອງບັນຊາການ ທະຫານແຂວງຈຳປາສັກ, ພະ ແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງຈຳປາ ສັກ, ກອງບັນຊາການທະຫານ ເມືອງປາກຊ່ອງແຂວງຈຳປາ ສັກ, ສຳລັບບຸກຄົນລວມມີ 10 ສະຫາຍໄດ້ຮັບຫລຽນໄຊມິດ ຕະພາບ, ມີ 25 ສະຫາຍໄດ້ ຮັບຫລຽນກາມິດຕະພາບ ແລະ 8 ສະຫາຍໄດ້ຮັບໃບ ຍ້ອງຍໍລັດຖະບານ. ໃຫ້ກຽດ ປະດັບຫລຽນດັ່ງກ່າວໂດຍ ແມ່ນສະຫາຍບຸຍວັນຖຸຍ ຮອງ ກົງສູນໃຫຍ່ແຫ່ງ ສສ ຫວຽດ ນາມ ປະຈຳ 4 ແຂວງພາກ ໃຕ້ ແລະ ມອບໃບຍ້ອງຍໍໂດຍ ແມ່ນສະຫາຍສົມສະນິດ ບຸດ ຕິວົງ, ຮອງເຈົ້າແຂວງ, ປະ ທານຄະນະປະຕິບັດງານພິ ເສດແຂວງຈຳປາສັກ ພ້ອມ ດ້ວຍສະຫາຍພັນໂທບຸນມາກ ວິລະວົງ ຮອງເລຂາຄະນະ ພັກ, ຫົວຫນ້າການເມືອງກອງ ບັນຊາການທະຫານແຂວງ ຈຳປາສັກ ໄດ້ຂື້ນມອບຢ່າງ ສົມກຽດ.
ທີ່ມາhttp://www.kongthap.gov.la
|
ຂ່າວພາຍໃນ
|
2013-09-04T14:23:47+00:00
|
https://laopost.com/?p=3245
|
ກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ
|
ຊົມເຊີຍເຈົ້າໜ້າທີ່! ວາງກໍາລັງເຂົ້າປະຈໍາ 11 ຈຸດ ແລະ ແບ່ງຈຸປະຈຳການຕະຫຼອດ 24 ຊົ່ວໂມງ
ສຸມໃສ່ 2 ວຽກງານ ຮັບປະກັນຄວາມສະຫງົບ ໃນໄລຍະງານບຸນມັດສະການພຣະ ທາດຫຼວງວຽງຈັນ
ໃນກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ຂອງ ປກສ ກຸ່ມວັງຊາຍ ເມືອງໄຊເສດຖາ ນວ, ພັທ ຊື່ຫວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມວັງຊາຍ ໄດ້ໃຫ້ຮູ້ວ່າ: ເພື່ອຮັບປະກັນ ໃນໄລຍະງານບຸນນະມັດສະການພຣະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນລະຫວ່າງວັນທີ 4-8 ພະຈິກ 2022 ໃຫ້ມີຄວາມສະຫົງບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຄະນະ ປກສ ກຸ່ມວັງຊາຍ ຈະສຸມໃສ່ 2 ວຽກງານໃຫຍ່ຄື: ວຽກງານປ້ອງກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ວຽກງານໂຄສະນາ ໂດຍສົມທົບພາກສ່ວນກ່ຽວຂ້ອງ ເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ກັບບັນດາຫົວໜ່ວຍທຸລະກິດ, ບັນດາຫ້າງຮ້ານ, ຮ້ານບັນເທິງ, ຮ້ານອາຫານ, ຄອບຄົວ ທີ່ຢູ່ໃນຂອບເຂດຮັບຜິດຊອບຂອງກຸ່ມ.
ນອກນັ້ນ, ຍັງໄດ້ ຈັດວາງກໍາລັງເຂົ້າປະຈໍາຈຸດມີ 11 ຈຸດ ແລະ ແບ່ງຈຸປະຈຳການຕະຫຼອດ 24 ຊົ່ວໂມງ ເລີ່ມແຕ່ ວັນທີ 4-8 ພະຈິກ 2022, ທັງແບ່ງຄວາມຮັບຜິດຊອບ ກຳລັງ ປກສ ບ້ານ ຮັບປະກັນໃຫ້ໄດ້ 3 ຄາດໝາຍຄື: ຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ; ຮັບປະກັນຄວາມເບີກບານມ່ວນຊື່ນ ແລະ ຮັບປະກັນໄດ້ທາງດ້ານຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ.
ແຫຼ່ງຂ່າວ: ຄວາມສະຫງົບ
|
ຂ່າວພາຍໃນ
|
2022-11-04T14:00:35+00:00
|
https://laopost.com/?p=139193
|
ໄວ້ອາໄລຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ໂອກາດວັນຊາດ
|
“>
ໃນໂອກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພ້ອມກັນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 38 ປີ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 93 ປີ ຕອນເຊົ້າວັນທີ 30 ພະຈິກ 2013 ຜ່ານມານີ້ ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ເດີ່ນສະໜາມຫຼວງທາດຫຼວງ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມວາງພວງມາລາຄັ້ງນີ້ ປະກອບມີ 7 ພາກສ່ວນຄື: ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສະພາແຫ່ງຊາດ ນຳໂດຍສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຄະນະລັດຖະບານນຳໂດຍສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຄະນະພັກຄະນະນຳກະຊວງປ້ອງກັນປະເທດ ນຳໂດຍສະຫາຍ ພົນຕີ ຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ ຄະນະພັກຄະນະນຳກະຊວງປ້ອງກັນຄວາມສະຫງົບ ນຳໂດຍສະຫາຍ ທອງບັນ ແສງອາພອນ ເລຂາທິການສູນກາງພັກ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ອົງການຈັດຕັ້ງມະຫາຊົນນຳໂດຍສະຫາຍ ຄຳຫຼ້າ ລໍລອນສີ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ ແລະ ຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ສຸກັນ ມະຫາລາດ ເລຂາທິການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ.
ການວາງພວງມາລາ ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບວິລະຊົນປະຕິວັດ ຜູ້ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປະເທດຊາດ ເພື່ອປະຊາຊົນ ແລະ ເພື່ອແຜ່ນດິນໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ອະທິປະໄຕ ມາໃຫ້ປະຊາຊົນລາວບັນດາເຜົ່າ ເຊິ່ງຄຸນງາມຄວາມດີເຫຼົ່ານັ້ນ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ແລະ ຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າ ແລະ ກອງທັບປະຊາຊົນລາວບໍ່ມີວັນຫຼົງລືມໄດ້ ເຖິງຄວາມພິລະອາດຫານ ເດັດດ່ຽວໜຽວແໜ້ນຂອງນັກຮົບວິລະຊົນ ແມ່ນສິ່ງທີ່ຄົນຮຸ່ນຫຼັງຕ້ອງໄດ້ສຶກສາ ຄົ້ນຄວ້າຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ຮຸ່ງເຮືອງສີວິໄລໄປເລື້ອຍໆ.
ທີ່ມາhttp://www.vientianemai.net
|
ຂ່າວພາຍໃນ
|
2013-12-04T15:17:04+00:00
|
https://laopost.com/?p=4010
|
ເກຣັກໄດ້ນາຍົກລັດຖະມົນຕີຄົນໃໝ່ ອາຍຸນ້ອຍທີ່ສຸດໃນຮອບ 150 ປີ
|
ເກຣັກເລືອກຕັ້ງໄດ້ນາຍົກລັດຖະມົນຕີຄົນໃໝ່ ອາຍຸນ້ອຍທີ່ສຸດໃນຮອບ 150 ປີ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມັງກອນຜ່ານມານີ້ວ່າ ທ່ານ ອາເລັກຊິດ ຊີປຣາສ ຜູ້ນຳພັກຝ່າຍຊ້າຍຂອງລັດຖະບານເກຣັກໃນຊຸດກ່ອນ ອາຍຸພຽງ 40 ປີ ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປຄັ້ງລ່າສຸດຂອງເກຣັກ ໂດຍຍາດຕັ່ງນັ່ງໃນສະພາໄປເຖິງ 149 ຕັ່ງນັ່ງ ທຸບສະຖິຕິເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ຂອງປະເທດເກຣັກ.
|
ຂ່າວຕ່າງປະເທດ
|
2015-01-27T18:11:18+00:00
|
https://laopost.com/?p=18841
|
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດ
|
ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 1 ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2015 ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນຳພັກ-ລັດ, ອະດີດການນຳຂັ້ນສູງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ຄວບຕຳແໜ່ງ ຫົວໜ້າຫ້ອງວ່າການສະ ພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະຈຳສົກປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016, ປະຕິບັດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນມາດຕາ 53 ຂໍ້ 7 ກອງປະຊຸມສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາ ການສະເໜີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ, ໃນນັ້ນສະເໜີແຕ່ງຕັ້ງລັດຖະມົນຕີ 7 ທ່ານ ແລະ ຍົກຍ້າຍລັດຖະມົນຕີວ່າການ ໄປຮັບໜ້າທີ່ໃໝ່ 1 ທ່ານ ຕາມການສະເໜີຂອງນາຍົກລັດຖະມົນຕີ; ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016; ຜົນການກວດສອບຄືນຕາມມະຕິຂອງສະພາແຫ່ງຊາດ; ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາ ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວ ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ປະຈຳສົກ ປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016; ປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈຳສົກປີ 2014-2015 ແລະ ທິດ ທາງແຜນການ ສົກປີ 2015-2016.
ທີ່ປະຊຸມໄດ້ພິຈາລະນາ ຮັບຮອງເອົາກົດໝາຍຈຳນວນ 3 ສະບັບ, ໃນນີ້ມີກົດໝາຍສ້າງໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ ແລະ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍສະບັບປັບປຸງ1 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ. ກອງປະຊຸມໄດ້ປະກອບຄຳເຫັນ ຕໍ່ຮ່າງກົດໝາຍ ຈຳນວນ 3 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະ ບັບປັບປຸງ, ກົດໝາຍວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນສ້າງໃໝ່, ກົດໝາຍວ່າ ດ້ວຍການເລືອກຕັ້ງ ສະ ມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນສະບັບປັບປຸງ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຂອງລັດຖະທຳມະນູນ ມາດຕາ 41 ກ່ຽວກັບສິດຂອງພົນລະເມືອງ ໃນການສະເໜີຄວາມຄິດເຫັນຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫລື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນເອງ, ກອງປະຊຸມສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານ ຮັບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດເຫັນ ແລະ ຄຳສະເໜີ ໂດຍກົງຈາກປະຊາຊົນ ເຊິ່ງມີທັງໝົດ 1.245 ສາຍ ແລະ ໄດ້ຮັບຄຳສະເໜີ ເປັນເອກກະສານ 29 ສະບັບ. ຕໍ່ກັບຂໍ້ມູນທີ່ໄດ້ຮັບຈາກສາຍດ່ວນດັ່ງກ່າວ ສະພາແຫ່ງຊາດ ໄດ້ສັງລວມໃຫ້ສະມາຊິກສະພາແຫ່ງຊາດ ໃນການປະກອບຄຳຄິດຄຳເຫັນ ແລະ ອີກສ່ວນໜຶ່ງ ໄດ້ສັງລວມສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງສະເໜີ ຊີ້ແຈງຜ່ານທາງສື່ມວນຊົນ.
ຂ່າວສານປະເທດລາວ
|
ຂ່າວພາຍໃນ
|
2015-07-22T07:31:09+00:00
|
https://laopost.com/?p=30785
|
ອິນເດຍບໍ່ພໍໃນສື່ຈີນທີ່ເຜີຍແຜ່ຄລິບມີລັກສະນະຢຽດຢາມເຊື້ອຊາດ
|
ເວັບໄຊຂ່າວບີບີຊີ ນິວສ໌ ຂອງອັງກິດ ລາຍງານຈາກນະຄອນລອນດອນ ເມື່ອວັນທີ 18 ສິງຫາ ໃນຄລິບວິດີໂອທີ່ກ່າວວ່າ ອິນເດຍ “ເຮັດບາບ” ສະແດງໂດຍໜຸ່ມຊາວຈີນທີ່ແຕ່ງຕົວເປັນຊາວຊິກ ເວົ້າພາສາຮຽນແບບອິນເດຍ ໂດຍສຳນັກຂ່າວຊິນຫົວຂອງທາງການຈີນເຜີຍແຜ່ຄລິບດັ່ງກ່າວຕັ້ງແຕ່ວັນພຸດທີ່ຜ່ານມາ ຈາກລາຍການສົນທະນາໃນກໍລະນີ ພິພາດເຂດແດນ ທີ່ກຳລັງມີບັນຫາກັນຢູ່ລະຫວ່າງ 2 ປະເທດ
ໃນຄລິບຊື່ “ບາບ 7 ປະການຂອງອິນເດຍ” ພິທີກອນສາວຊາວຈີນກ່າວເຖິງຄວາມຂັດຂ້ອງໃຈຕ່າງໆທີ່ມີຕໍ່ອິນເດຍ ໃນຄວາມຂັດແຍ້ງທີ່ກຳລັງດຳເນີນຢູ່ ເຂດພື້ນທີ່ ໂດຄລັມ ເຊິ່ງຕິດເຂດຊາຍແດນຈີນ ແລະ ພູຖານ
ໃນຄລິບວິດີໂອນີ້ເບິ່ງຄືວ່າຕ້ອງການສື່ສານໃຫ້ຊາວຕ່າງຊາດເທົ່ານັ້ນ ເນື່ອງຈາກສະເໜີເປັນພາສາອັງກິດ ແລະ ປະກົດຢູ່ຢູທູບ ທະວິດເຕີ ແລະ ເຟສບຸກ ຂອງຊິນຫົວ ເຊິ່ງຕ້ອງຫ້າມໃນຈີນ ຂະນະທີ່ລາຍງານຂອງສື່ຈີນກ່າວວ່າ ລາຍການສົນທະນາອອນໄລນນີ້ມີເປົ້າໝາຍເພື່ອ “ອອກຄວາມຄິດເຫັນໃນຫົວຂໍ້ຂ່າວຮ້ອນແຮງ ທັງພາຍໃນ ແລະ ນອກປະເທດ ຈາກມຸມມອງຂອງຈີນ ແລະ ດ້ວຍວິໄສທັດສາກົນ”
ທາງດ້ານປະຕິກິລິຍາຕອບສະໜອງຈາກສື່ຂອງອິນເດຍ ທັງໝົດລ້ວນກ່າວວ່າເປັນການຢຽດເຊື້ອຊາດ ໜັງສືພິມຮິນດູສະຖານໄທມ໌ ກ່າວວ່າ ຊິນຫົວເຜີຍແຜ່ຄລິບວິດີໂອຢຽດຢາມເຊື້ອຊາດ ດ້ວຍການຮຽນແບບຊາວອິນເດຍ ໂດຍສະເພາະຄົນຊົນເຜົ່າຊາວຊິກ ໃນຂະນະທີ່ໜັງສືພິມ ອິນເດຍທູເດກ່າວຫາສື່ຈີນວ່າລ້ຳເສັ້ນໄປອີກກ້າວໃນການຮຽນແບບອິນເດຍ
|
ຂ່າວຕ່າງປະເທດ
|
2017-08-19T10:08:59+00:00
|
https://laopost.com/?p=93879
|
ສະຫລົດໃຈ! ເດັກນ້ອຍຊາວຈີນ 4 ອ້າຍນ້ອງ ກິນຢາຕາຍ ຫລັງພໍ່ແມ່ປະຢູ່ຕາມລຳພັງ – ທາງການສັ່ງປົດນາຍບ້ານ ຄູອາຈານ ຖານລະເລີຍໜ້າທີ່ເບິ່ງແຍງ!
|
ທາງການຈີນສັ່ງລົງໂທດເຈົ້າໜ້າທີ່ລັດ ຖານລະເລີຍການປະຕິບັດໜ້າທີ່ໃນການເບິ່ງແຍງເຂົາເຈົ້າ ເຮັດໃຫ້ເກີດເຫດການສະຫລົດໃຈ ກໍລະນີເດັກນ້ອຍຊາວຈີນ 4 ອ້າຍນ້ອງ ກິນຢາຂ້າໂຕຕາຍ ຫລັງຈາກຖືກພໍ່ ແລະ ແມ່ປະຖິ້ມໃຫ້ຢູ່ເຮືອນຕາມລຳພັງ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມິຖຸນາຜ່ານມານີ້ວ່າ ເຫດການດັ່ງກ່າວເກີດຂຶ້ນເມື່ອເດັກນ້ອຍຊາວຈີນ 4 ອ້າຍນ້ອງ ເຊິ່ງອາໄສຢູ່ຕາມລຳພັງຢູ່ບ້ານ ທຽນຄານ ເຊິ່ງເປັນບ້ານໃນເຂດຊົນນະບົດຂອງແຂວງກຸ້ຍໂຈວ ທາງຕອນໃຕ້ຂອງປະເທດຈີນ ໄດ້ພາກັນກິນຢາຂ້າແມງໄມ້ເພື່ອຂ້າໂຕຕາຍຢ່າງໜ້າສະຫລົດໃຈ ໃນນັ້ນມີເດັກນ້ອຍຜູ້ຊາຍ 1 ຄົນ ແລະ ຍິງ 3 ຄົນ ອາຍຸລະຫວ່າງ 5-13 ປີ. ເດັກນ້ອຍທັງ 4 ຄົນ ແມ່ນດຳລົງຊີວິດຢູ່ຮ່ວມກັນຕາມລຳພັງ ໂດຍພໍ່ຂອງພວກເຂົາສົ່ງເງິນມາໃຫ້ 700 ຢວນ ຫລື ປະມານ 940,000 ກີບຕໍ່ເດືອນ ເພື່ອລ້ຽງຊີບ, ກ່ອນຕາຍຜູ້ເປັນອ້າຍໄດ້ຂຽນຈົດໝາຍເພື່ອລາຕາຍ ເຊິ່ງຖືກເຈົ້າໜ້າທີ່ຄົ້ນພົບ ຂຽນວ່າ ” ຂອບໃຈສຳລັບຄວາມເປັນຫ່ວງ ພວກເຮົາຮູ້ສຶກຊາບຊຶ້ງເຖິງຄວາມຫ່ວງໃຍ ແຕ່ມັນເຖິງເວລາທີ່ເຮົາຕ້ອງໄປແລ້ວ ເພາະເຄີຍສາບານໄວ້ວ່າ ຈະບໍ່ຢູ່ຕໍ່ໄປຈົນເຖິງອາຍຸ 15 ປີ ຄວາມຕາຍເປັນສິ່ງທີ່ເຮົາຕ້ອງການ ວັນນີ້ພວກເຮົາທຸກຄົນ ຈະກັບໄປຍັງຈຸດເລີ່ມຕົ້ນຂອງຊີວິດອີກເທື່ອໜຶ່ງ ”
ພາຍຫລັງເກີດເຫດ ທາງການຈີນໄດ້ມີຄຳສັ່ງປົດຕຳແໜ່ງນາຍບ້ານ ແລະ ສັ່ງໃຫ້ໂຈະການປະຕິບັດໜ້າທີ່ຊົ່ວຄາວຂອງເຈົ້າໜ້າທີ່ລັດໃນທ້ອງຖິ່ນດັ່ງກ່າວ ເຊິ່ງລວມທັງອຳນວຍການໂຮງງານ ແລະ ຄູອາຈານໂຮງຮຽນທີ່ເດັກນ້ອຍພວກນີ້ເປັນລູກສິດຢູ່ນຳອີກ ລວມທັງໝົດ 7 ຄົນ ຖານລະເລີຍການປະຕິບັດໜ້າທີ່ ອັນນຳມາເຊິ່ງເຫດການສະເທືອນໃຈດັ່ງກ່າວນີ້.
|
ຂ່າວຕ່າງປະເທດ
|
2015-06-16T09:52:39+00:00
|
https://laopost.com/?p=28199
|
6 ພຶດສະພານີ້ “ວັນວິສາຂະບູຊາ” ປີນີ້ໃຫ້ຈັດງານພາຍໃນວັດຂອງຕົນເທົ່ານັ້ນ
|
ວັນບຸນວິສາຂະບູຊາທີ່ສຳຄັນ ທາງພຸດສາສາດສະໜາ ເນື່ອງຈາກມີເຫດການ 3 ປະການ ເປັນວັນທີ່ພະສາສະດາ ພະສຳມາສຳພຸດທະເຈົ້າປະສູດ, ຕັດສະລຸ ແລະ ປະລິນິບພານ. ດັ່ງນັ້ນ, ພຸດທະສາສະໜາກະນິກະຊົນທົ່ວໂລກຈຶ່ງໃຫ້ຄວາມສຳຄັນ, ຊາວພຸດໄດ້ກະທຳບຸນ ສ້າງກຸສົນ ຄຸນງາມຄວາມດີ ໃນມື້ວັນສຳຄັນດັ່ງກ່າວ ແຕ່ສຳລັບປີນີ້ໃຫ້ຈັດຕາມປະເພນີພາຍໃນວັດເທົ່ານັ້ນ ເຊິ່ງປີນີ້ກົງກັບວັນທີ 6 ພຶດສະພາ 2020 ນີ້.
ເມື່ອວັນທີ 4 ພຶດສະພາທີ່ຜ່ານມາ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂໍນະມັດ ສະການ ແຈ້ງການມາ ຍັງພຣະຫຼັກຄຳ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດດ້ວຍເຫດວ່າ ສະຖານະການໂຣກລະບາດ ໂຄວິດ-19 ຍັງບໍ່ທັນໄດ້ໝົດໄປເທື່ອ ຈຶ່ງໃຫ້ສືບຕໍ່ປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ຈົນເຖິງວັນທີ 17 ພຶດສະພາ 2020.
ສືບເນື່ອງມາຈາກ ປັດຈຸບັນ, ຍັງຢູ່ໃນການເຝົ້າລະວັງ ປ້ອງກັນຮັກສາ ພະຍາດໂຄວິດ 19 ຢູ່, ຢ່າງໃດກໍຕາມ ເພື່ອໃຫ້ໄດ້ທັງຮີດຄອງປະເພນີ ແລະ ຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ຈຶ່ງໃຫ້ມີການຈັດງານບຸນວັນວິສາຂະບູຊາ ພຽງເລັກນ້ອຍພາຍໃນວັດຂອງຕົນ ໂດຍໃຫ້ມີການຈັດຕັ້ງປະຕິບັດຄື: ປະດັບທຸງຊໍ່ທຸງໄຊ ທຸງສັບພັນນະຣັງສີ (ທຸງສາສະໜາ) ທຸງຊາດ ແລະ ໄຕ້ປະທີບ ທູບທຽນ ຕາມສົມຄວນ ເພື່ອບູຊາສັກກາຣະ ສະຫຼອງວັນວິສາຂະບູຊາ ຕາມຮີດຄອງປະເພນີ ທີ່ເຄີຍກະທຳມາແຕ່ບູຮານນະການ.
ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
|
ຂ່າວທ້ອງຖິ່ນ
|
2020-05-05T12:29:03+00:00
|
https://laopost.com/?p=118941
|
ປີ 2022 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 96 ແຫ່ຼງ
|
ປີ 2022 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 96 ແຫ່ຼງ ເຊິ່ງສ່ວນໃຫຍ່ແມ່ນມາຈາກພະລັງງານນໍ້າ ກວມເອົາ 80%.
ແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງ 1 MW ຂຶ້ນໄປ ມີຈຳນວນທັງໝົດ 94 ແຫ່ຼງຄື:
ໂຄງການພະລັງງານນ້ຳ 81 ແຫ່ຼງ, ແສງຕາເວັນ 8 ແຫ່ຼງ, ຊີວະມວນ 4 ແຫຼ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ຼງ ເຊິ່ງລວມກຳລັງຕິດຕັ້ງມີ 11.661,14 MW ຄວາມອາດສາມາດຜະລິດພະລັງງານໄຟຟ້າມີ 58.813,42 GWh/ປີ.
ແຫຼ່ງຜະລິດພະລັງງານໄຟຟ້າຈາກຄວາມຮ້ອນຂອງຖ່ານຫີນທີ່ຮັບໃຊ້ພາຍໃນລະບົບອຸດສາຫະກຳຂອງຕົນເອງມີ 2 ແຫ່ຼງຄື: ຢູ່ແຂວງສະຫວັນນະເຂດ ມີກຳລັງຕິດຕັ້ງ 110 MW ແລະ ແຂວງສາລະວັນ ມີກຳລັງການຕິດຕັ້ງ 15 MW.
ແຫຼ່ງຂ່າວ ສູນຂ່າວສານ ພະລັງງານ ແລະ ບໍ່ແຮ່
|
ຂ່າວພາຍໃນ
|
2023-08-02T15:23:47+00:00
|
https://laopost.com/?p=146529
|
ຫົວພັນໃສ່ໃຈພິເສດຜະລິດ ເຂົ້າໄກ່ນ້ອຍໃຫ້ວິຊາການ 5 ເມືອງຮຽນຮູ້ເພີ່ມ
|
ຂ່າວ: ນິດຖະໜອມ
ເຂົ້າໄກ່ນ້ອຍທີ່ປູກໄດ້ໃນບໍ່ເທົ່າໃດແຂວງໃນລາວກຳລັງເປັນທີ່ ນິຍົມຂອງຜູ້ບໍລິໂພກນັບມື້ຫຼາຍຂຶ້ນລວມທັງໂຮງງານອຸດສາຫະກຳສິ່ງ ເຫຼົ່ານີ້ໄດ້ກາຍເປັນແຮງຈູງໃຈໃຫ້ກັບແຂວງທີ່ມີທ່າແຮງເກີດຄວາມ ກະຕືລືລົ້ນຢາກໝຸນໃຊ້ພື້ນທີ່ນາປູກເຂົ້າຊະນິດນີ້ເປັນ ສິນຄ້າເຊັ່ນດຽວກັບແຂວງຫົວພັນ ຊຶ່ງໄດ້ຈັດການຝຶກອົບຮົມໃຫ້ວິຊາການດ້ານກະສິກຳຈາກ 5 ເມືອງ ແນໃສ່ເສີມທັກສະຄວາມສາມາດໃຫ້ພະນັກງານທີ່ໄດ້ຜ່ານການຍົກ ລະດັບສາມາດນຳເອົາຄວາມຮູ້, ວິຊາການໄປຊ່ວຍປະຊາຊົນຜູ້ເຮັດຕົວຈິງໃຫ້ໄດ້ຜົນຜະລິດສູງ.
ຊຸດຝຶກອົບຮົມໃຫ້ພະນັກງານວິຊາການຈາກຫ້ອງການກະສິກຳ 5 ເມືອງປະກອບມີເມືອງຊຳເໜືອ, ວຽງໄຊ, ສົບເບົາ, ຫົວເມືອງ, ແລະ ເມືອງຮ້ຽມໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ ປີ 2014 ນີ້ ພາຍໃຕ້ການຮ່ວມມືຂອງໂຄງການພັດທະນາຕ່ອງໂສ້ການຜະລິດແນວພັນ ແລະ ສຶກສາລັກສະນະແນວພັນເຂົ້າໄກ່ນ້ອຍສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ຊຶ່ງມີນັກສຳມະນາກອນມາເຂົ້າຮ່ວມທັງໝົດ 15 ຄົນ.
ການຝຶກອົບຮົມໃນຄັ້ງນີ້ມີຈຸດປະສົງ ເພື່ອສ້າງເງື່ອນໄຂ ແລະ ຂະບວນການຂອງການຜະລິດແນວພັນເຂົ້າໄກ່ນ້ອຍໃຫ້ມີຄວາມບໍລິສຸດ, ຄຸນນະພາບເມັດພັນດີ ແລະ ໄດ້ມາດຖານຕາມລະບຽບການ ເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບເພີ່ມມູນຄ່າການຜະລິດເຂົ້າ ໄກ່ນ້ອຍໃຫ້ຫຼາຍຂຶ້ນ.
ທັງນີ້ ກໍຍ້ອນວ່າຫົວພັນເປັນແຂວງທີ່ມີທ່າແຮງດ້ານການຜະລິດເຂົ້າໄກ່ ນ້ອຍ ມາຮອດປະຈຸບັນມີເນື້ອທີ່ນາປູກເຂົ້າທັງໝົດ 12.110 ເຮັກຕາ ໃນນັ້ນ ມີເນື້ອທີ່ນາສະເພາະປູກເຂົ້າໄກ່ນ້ອຍ 6.061 ເຮັກຕາ ສະມັດຖະພາບການຜະລິດໄດ້ທັງໝົດ 27.274 ໂຕນຕໍ່ປີ, ສະມັດຖະພາບສະເລ່ຍແມ່ນ 4,5 ໂຕນຕໍ່ເຮັກຕາ.
ໃນທົ່ວແຂວງຫົວພັນເມືອງທີ່ມີທ່າແຮງໃນການຜະລິດເຂົ້າໄກ່ນ້ອຍ ທີ່ສຸດແມ່ນຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊຍ້ອນພູມອາກາດໜາວເຢັນເໝາະສົມກັບການປູກເຂົ້າໄກ່ນ້ອຍ ທີ່ມີຄຸນນະພາບ ແລະ ເອກະລັກຂອງເຂົ້າໄກ່ນ້ອຍຢ່າງແທ້ຈິ່ງ.
ຢ່າງໃດກໍຕາມອີງໃສ່ຄວາມຕ້ອງການຂອງຕະຫຼາດ ຊຶ່ງການນຳພັກລັດ ແຂວງຫົວພັນເຫັນວ່າການປູກເຂົ້າໄກ່ນ້ອຍຈະເປັນຫົນທາງໜຶ່ງທີ່ຊ່ວຍ ໃຫ້ຊາວກະສິກອນຫຼຸດພົ້ນອອກຄວາມທຸກຍາກ ແລະ ມີຢູ່ມີກິນ ໄດ້ຈິ່ງກຳນົດເອົາ 5 ເມືອງ ແລະ 41 ກຸ່ມບ້ານເປົ້າໝາຍເພື່ອເຮັດການທົດລອງປູກເຂົ້າໄກ່ນ້ອຍ ໂດຍໄດ້ແນວພັນມາທົດລອງໃນ 3 ກຸ່ມຄື: ເຂົ້າໄກ່ນ້ອຍແດງ, ເຂົ້າໄກ່ນ້ອຍລາຍ, ເຂົ້າໄກ່ນ້ອຍເຫຼືອງ. ທັງນີ້ ກໍເພື່ອເສີມສ້າງຄວາມເຂັ້ມແຂງ, ຄວາມສາມາດຂອງຄອບຄົວຊາວກະສິກອນທີ່ດຳເນີນການຜະລິດເມັດພັນ ເຂົ້າໃຫ້ເປັນທີ່ຍອມຮັບ, ເປັນທ່າແຮງຂອງແຂວງ, ຜະລິດເປັນສິນຄ້າ, ບໍລິໂພກ, ສົ່ງອອກຕ່າງແຂວງທົ່ວປະເທດເພື່ອແກ້ໄຂຊີວິດການເປັນຢູ່ຂອງຊາວ ກະສິກອນພາຍໃນແຂວງໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ.
ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ
|
ຂ່າວທ້ອງຖິ່ນ
|
2014-06-10T16:29:52+00:00
|
https://laopost.com/?p=6397
|
ຣັດເຊຍຍົກເລີກປະຊຸມກັບສະຫະລັດຫຼັງຖືກຂວ້ຳບາດເພີ່ມ
|
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັດເຊຍ ເມື່ອວັນທີື 22 ມິຖຸນາ 2017 ວ່າ ກະຊວງປ້ອງກັນຕ່າງປະເທດຣັດເຊຍອອກຖະແຫຼງການມື້ວັນພຸດ ເລື່ອງການຍົກເລີກການປະຊຸມຮ່ວມໃນລະດັບທະວີພາຄີ ລະຫວ່າງທ່ານ ເຊີເກ ຣີອັບຄອຟ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດຖະບານມອສກູ ກັບ ທ່ານ ທອມ ແຊນນອນ ລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ ທີ່ຕາມກຳນົດການຈະມີຂຶ້ນທີ່ນະຄອນເຊນປິຣເຕີສເບຣີກ ໃນວັນສຸກທີ 23 ມິຖຸນາ 2017 ໂດຍລະບຸເຫດຜົນວ່າລັດຖະບານວໍຊິງຕັນຂອງປະທານາທິບໍດີ ໂດນັລ ທຣັມ “ຍັງຄົງເດີນຮອຍຕາມ” ອະດີດປະທານາທິບໍດີ ບາຣັກໂອບາມາ ໃນການໃຊ້ນະໂຍບາຍທີ່ມຸ່ງທຳລາຍຄວາມສຳພັນລະຫວ່າງສອງປະເທດ
ທັງນີ້ ກະຊວງການເງິນສະຫະລັດມີປະກາດເມື່ອວັນອັງຄານ ທີ່ຜ່ານມາ ເພີ່ທລາຍຊື່ບຸກຄົນ ແລະ ນິຕິບຸກຄົນໃນຣັດເຊຍລວມ 38 ລາຍຊື່ ເຂົ້າສູ່ບັນຊີຂວ້ຳບາດ ຖານເຂົ້າຂ່າຍສະໜັບສະໜູນກອງກຳລັງແບ່ງແຍກດິນແດນໃນພາກຕະເວັນອອກຂອງຢູເຄນ ເຊິ່ງປະກາດດັ່ງກ່າວໄດ້ຮັບການເຜີນແຜ່ໃນວັນດຽວກັບທີ່ທຣັມຕ້ອນຮັບປະທານາທິບໍດີ ເປໂດຣ ໂປໂຣເຊຍໂກ ຜູ່ນຳຢູເຄນ ທີ່ທຳນຽບຂາວ ຂະນະທີ່ນາງ ຮິດເທີ ເນົາເອຣິດ ໂຄສົກຍິງກະຊວງການຕ່າງປະເທດສະຫະລັດ ກ່າວສະແດງ “ຄວາມຜິດຫວັງ” ຕໍ່ການຕັດສິນໃຈຂອງຣັດເຊຍ ທີ່ລະຖິ້ມໂອກາດໃນການຫາລືເພື່ອຟື້ນຟູຄວາມສຳພັນລະດັບພາຄີ
|
ຂ່າວຕ່າງປະເທດ
|
2017-06-22T13:00:18+00:00
|
https://laopost.com/?p=91351
|
ກະຊວງການເງິນຊີ້ ຢາກເກັບລາຍຮັບໃຫ້ໄດ້ຕາມເປົ້າ ຕ້ອງປະຕິບັດມາດຕະການເຄັ່ງຄັດ!
|
(ພາບປະກອບ)
ຂປລ. ກະຊວງການເງິນ ຕັ້ງເປົ້າຈະປະຕິບັດ ການຈັດເກັບລາຍຮັບ ໃຫ້ໄດ້ຕ່ຳສຸດ 25.815 ຕື້ກີບ ໃນສົກປີ 2014-2015 ຕາມທີ່ສະພາແຫ່ງຊາດຮັບຮອງ, ເທົ່າກັບ 25,23% ຂອງ GDP ໃນນີ້ ລາຍຮັບພາຍໃນໃຫ້ໄດ້ 20.536 ຕື້ກີບ ເທ່ົາກັບ 20% ກວ່າຂອງ GDP ແລະ ລາຍຈ່າຍ ທັງໝົດບໍ່ໃຫ້ເກີນ 31.000 ຕື້ກີບ ເທົ່າກັບ 30% ກວ່າ ຂອງ GDP, ການລົງທຶນພາຍໃນ ແລະ ຕ່າງປະເທດ 10.534 ຕື້ກີບ ເທົ່າກັບ 10,30% ຂອງ GDP ສະເພາະ ການລົງທຶນຈາກແຫລ່ງ ງົບປະມານພາຍໃນ 3.300 ຕື້ກີບ ເທົ່າກັບ 3,30% ຂອງ GDP ; ຮັກສາການຂາດດຸນ ໄວ້ບໍ່ໃຫ້ເກີນ 5,07% ຂອງ GDP.
ກະຊວງການເງິນ ຍັງເປີດເຜີຍຫວ່າງບໍ່ດົນນີ້ວ່າ: ເພື່ອສູ້ຊົນໃຫ້ບັນລຸຕົວເລກ ທີ່ຕັ້ງໄວ້ນັ້ນຈະຕ້ອງ ດຳເນີນບັນດາ ມາດຕະການຕ່າງໆ ຢ່າງເຂັ້ມແຂງຮອບຄອບຄັກແນ່ເຊັ່ນ: ສຳຫລວດບັນດາຫົວໜ່ວຍວິສາຫະກິດຢູ່ທົ່ວປະເທດ ໃຫ້ເປັນຈຸດສຸມຕົ້ນຕໍ ພາຍໃນ 5 ແຂວງໃຫຍ່ ລວມທັງ ນະຄອນຫລວງ ຊຸກຍູ້ການກວດກາ ໄລ່ລຽງເອົາອາກອນ ແລະ ພັນທະຕ່າງໆ ທີ່ຕ້ອງມອບໃຫ້ຖືກຕ້ອງຕາມກົດໝາຍ-ທັນກຳນົດເວລາ, ຄົ້ນຄວ້າປັບປຸງລັດຖະບັນຍັດອາກອນ ຊົມໃຊ້ພາຫະນະ (ລົດໃຫຍ່) ແລະ ສິນຄ້າຟຸມເຟືອຍ, ລັດຖະບັນຍັດວ່າ ດ້ວຍການປະຢັດ, ຜັນຂະຫຍາຍ ຄົ້ນຄວ້າອອກບົດແນະນຳ ປະຕິບັດກົດໝາຍບັນຊີ, ປະກາດໃຊ້ກົດໝາຍວ່າດ້ວຍການຈ່າຍບໍລິຫານສະບັບໃໝ່ເລີ່ມນຳໃຊ້ ສົກປີ 2015-2016, ສືບຕໍ່ແກ້ໄຂໜີ້ສິນຄຸມເຄືອຂອງໂຄງການລົງທຶນຂອງລັດ ເຊັ່ນ: ໜີ້ແບບມີສ່ວນຫລຸດທີ່ຍັງຄ້າງຈ່າຍ, ພັດທະບັດຊຳລະໜີ້ ແລະ ໜີ້ລົງທຶນອື່ນໆ ເພື່ອແກ້ໄຂສະພາບຄ່ອງຂອງທຸລະກິດ, ທະນາຄານ ແລະ ຮັກສາ ການເຕີບໂຕ ຂອງເສດຖະກິດໃຫ້ຕໍ່ເນື່ອງ.
ກະຊວງການເງີນແຈ້ງຕື່ມວ່າ: ການຈັດຕັ້ງປະຕິບັດລາຍຮັບ 9 ເດືອນ (ຮອດວັນທີ 26/6/2015) ປະຕິບັດໄດ້ພຽງ 17.320 ຕື້ກີບ ເທົ່າກັບ 67,10% ຂອງແຜນການປີ, ສະເພາະລາຍຮັບພາຍໃນ ປະຕິບັດໄດ້ 13.900 ຕື້ກວ່າກີບ ເທົ່າກັບ 68,05% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງ ສົກປີຜ່ານມາ ເພີ່ມຂຶ້ນປະມານ 18% ໃນນັ້ນ ສູນກາງປະຕິບັດໄດ້ 71,19%, ທ້ອງຖິ່ນ 57,71 % ຂອງແຜນການປີ.
ຂອບໃຈຂ່າວຈາກ:
|
ຂ່າວພາຍໃນ
|
2015-08-19T14:33:46+00:00
|
https://laopost.com/?p=33023
|
ມາເບິ່ງຄໍາຖາມ ແລະ ຄໍາຕອບ ຂອງບັນດານ້ອງນາງສາວ ທີ່ເຂົ້າຮອບ 5 ຄົນສຸດທ້າຍ ການປະກວດ ນາງສາວລາວປະຈໍາປີ 2016.
|
ສຳລັບຄົນທີ່ພາດເບິ່ງການປະກວດນາງສາວລາວ 2016 ຮອບສຸດທ້າຍໃນຄ່ຳຄືນຂອງວານນີ້ ແລະ ຖ້າໃຜທີ່ເບິ່ງແລ້ວແຕ່ບໍ່ຈືຄຳຖາມຄຳຕອບ ວັນນີ້ລາວໂພສຕ໌ ຈະມາທວນຄືນຄືນໃຫ້ຮູ້ກັນອີກຄັ້ງໜຶ່ງ
M6: ແມ່ນຫຍັງທີ່ເປັນແຮງບັນດານໃຈໃຫ້ນ້ອງ ເຂົ້າປະກວດ ໃນໂຄງການນາງສາວລາວ 2016 ?
ຄໍາຕອບ: ແຮງບັນດານໃຈຂອງນ້ອງແມ່ນ ນ້ອງຢາກເປັນສ່ວນໜຶ່ງ ຂອງຄອບຄົວນາງສາວລາວ ເພື່ອພັດທະນາຕົນເອງ ແລະ ປະເທດຊາດໃຫ້ ມີຈະເລີນຮຸ່ງເຮືອງສີວິໄລ.
M13: ການມາປະກວດໃນຄັ້ງນີ້ ນ້ອງໄດ້ຫຍັງແດ່ ຈາກເວທີນາງສາວລາວ 2016?
ຄໍາຕອບ: ນ້ອງຮູ້ສຶກພາກພູມໃຈ ທີ່ໄດ້ເປັນຕົວແທນເຂົ້າຮ່ວມການປະກວດ ນາງສາວລາວ. ໃນຊ່ວງທີ່ນ້ອງໄດ້ເກັບໂຕເປັນເວລາໜຶ່ງເດືອນ ນ້ອງໄດ້ຮັບມິດຕະພາບ ແລະ ຄວາມຮູ້ໃໝ່ໆ ໄດ້ຮູ້ເຖິງຄວາມມີນໍ້າໃຈ ແລະ ບັນດາອ້າຍເອື້ອຍລ້ຽງ ແລະ ໝູ່ເພື່ອນທຸກຄົນ ທີ່ຊ່ອຍເຫຼືອຊຶ່ງກັນແລະກັນ ຈົນນ້ອງໄດ້ເຂົ້າມາເຮັດໃນສິ່ງທີ່ນ້ອງໄຝ່ຝັນໄວ້.
M18: ສິ່ງທີສໍາຄັນໃນການເປັນນາງສາວລາວ ແມ່ນຫຍັງ ?
ຄໍາຕອບ: ສິ່ງສໍາຄັນທີ່ສຸດໃນການເປັນນາງສາວລາວ ສໍາລັບນ້ອງແມ່ນ ນາງສາວລາວ ຕ້ອງງາມທັງກາຍ ແລະ ຈິດໃຈ ມີຄວາມງາມ ຄຽງຄູ່ກັບຄວາມຮູ້ຄວາມສາມາດ ແລະ ເປັນແບບຢ່າງໃຫ້ສັງຄົມລາວໄດ້.
M19: ໃຜເປັນຄົນທີ່ມີຄວາມສໍາຄັນທີສຸດໃນຊີວິດນ້ອງ ຍ້ອນຫຍັງ ?
ຄໍາຕອບ: ຄົນທີ່ສໍາຄັນທີ່ສຸດໃນຊີວິດນ້ອງ ແມ່ນ ພໍ່ແມ່ ຄອບຄົວ ທີ່ໃຫ້ທຸກສິ່ງທຸກຢ່າງ
ເຖິງແມ່ນວ່າ ຈະບໍ່ແມ່ນສິ່ງທີ່ດີທີ່ສຸດ ແຕ່ນ້ອງກໍ່ພູມໃຈ ໃນສິ່ງທີ່ເພິ່ນໃຫ້ນ້ອງມາ.
ລູກຢາກບອກພໍ່ແມ່ ວ່າ ລູກຮັກພໍ່ແມ່ທີ່ສຸດ
ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ເທົ່າຟ້າກັບແຜນດິນ
M20: ເປົ້າໝາຍອັນສູງສຸດຂອງຊີວິດນ້ອງ ແມ່ນຫຍັງ ?
ຄໍາຕອບ: ເປົ້າໝາຍສູງສຸດຂອງຊີວິດນ້ອງແມ່ນ ການໄດ້ເປັນຕົວແທນຂອງແມ່ຍິງລາວ ໃນການເຜີຍແຜ່ ວັດທະນາທໍາລາວ ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນນາງພະຍາບານທີ່ດີ ທີ່ສາມາດຊ່ອຍເຫຼືອສັງຄົມໄດ້.
ແລະ ຜູ້ທີ່ໄດ້ຮັບການຄັດເລືອກເປັນນາງສາວລາວປະຈໍາປີ 2016
ໄດ້ແກ່ໝາຍເລກ M19
ນາງ ບຸດສະບາ ຕົວແທນຈາກແຂວງໄຊຍະບູລີ
ຂ່າວຈາກ:
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!
|
ຂ່າວບັນເທິງ
|
2016-10-09T09:59:10+00:00
|
https://laopost.com/?p=72446
|
ສຳນັກງານນາຍົກ ມອບໂອນ 4 ວຽກ ໃຫ້ກະຊວງກ່ຽວຂ້ອງຮັບຜິດຊອບ
|
ວັນທີ 11ພະຈິກຜ່ານມານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີມອບໂອນວຽກບັນດາ ຄະນະກໍາມະການທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກໃນເມື່ອກ່ອນ ໄປຂຶ້ນກັບພາກສ່ວນທີ່ກ່ຽວຂ້ອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.
ໃນການມອບໂອນວຽກຄັ້ງນີ້ ປະກອບມີ: ອົງການກາແດງລາວ ແລະ ຄະນະຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄປຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກອງເລຂາຄະນະກຳມາທິການແຫ່ງຊາດເພື່ອແມ່ ແລະ ເດັກ ແລະ ກອງເລຂາຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ໄປຂຶ້ນກັບສູນກາງສະຫະພັນແມ່ຍິງລາວ, ໃນນັ້ນ, ໄດ້ມອບວຽກງານທັງໝົດ ນັບທັງບັນຊີພະນັກງານ, ສະມາຊິກພັກ ແລະລັດຖະກອນລວມທັງຊັບສິນຕ່າງໆ ເປັນຕົ້ນພາຫະນະຮັບໃຊ້, ງົບປະມານ, ຊັບສົມບັດ, ອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະອື່ນໆ.
ທັງນີ້ກໍ່ເພື່ອເຮັດໃຫ້ອົງການບໍລິຫານລັດມີຄວາມໜັກແໜ້ນເຂັ້ມແຂງ ແຕ່ສູນກາງຮອດທ້ອງຖິ່ນຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວຄ່ອງຕົວ, ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນ, ເຊິ່ງການມອບໂອນດັ່ງກ່າວ, ແມ່ນປະຕິບັດຕາມການຊີ້ນຳຂອງຂັ້ນເທິງກໍ່ຄືກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກກ່ຽວກັບທິດທາງແຜນການປັບປຸງສັບຊ້ອນບາງວຽກງານຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມມະຕິຕົກລົງຂອງກອງປະຊຸມລັດຖະບານປະຈຳເດືອນພຶດສະພາ 2016.
ທ່ານ ເພັດ ພົມພິພັກ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວລວມທັງ ໝາກຜົນຈາກການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາຄະນະກຳມະການທີ່ຖືກມອບໂອນ ພ້ອມທັງກ່າວມອບໂອນບັນດາວຽກ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ. ຫຼັງຈາກນັ້ນ, ທ່ານປະທານສູນກາງສະຫະພັນແມ່ຍິງລາວໄດ້ຕາງໜ້າໃຫ້ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ຂຶ້ນກ່າວຮັບເອົາວຽກທີ່ໄດ້ຮັບການມອບໂອນມາຂຶ້ນກັບພາກ ສ່ວນຂອງຕົນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາວຽກງານທີ່ພັກ-ລັດຖະບານ ກໍຄືປະເທດຊາດ ແລະປະຊາຊົນມອບໝາຍໃຫ້ ໃນຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍຕາມແນວທາງຂອງພັກ, ນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ສູນກາງສະຫະພັນແມ່ຍິງ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືພາກສ່ວນທີ່ກ່ຽວຂ້ອງ ກັບວຽກງານທີ່ໄດ້ຮັບການມອບໂອນໃນຄັ້ງນີ້ ຈົ່ງເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ຮີບຮ້ອນປັບປຸງນິຕິກຳຕ່າງໆກ່ຽວຂ້ອງກັບການຈັດຕັ້ງ ແລະການເຄື່ອນໄຫວວຽກງານຂອງຕົນ ໃຫ້ສຳເລັດໂດຍໄວ ທັງນີ້ກໍ່ເພື່ອຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ປະຕິບັດຕາມຫຼັກການຂອງພັກ ແລະລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ໂດຍສະເພາະລະບອບແບບແຜນວິທີເຮັດວຽກ, ກົນໄກການຈັດຕັ້ງປະຕິບັດວຽກງານ ໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງໃນປະຈຸບັນກໍ່ຄືອະນາຄົດໃຫ້ໄດ້ຮັບຜົນດີ.
ຂ່າວ: ລາວພັດທະນາ
|
ຂ່າວເຫດການ
|
2016-11-14T11:20:14+00:00
|
https://laopost.com/?p=76357
|
ປີໃໝ່ລາວປີນີ້ ແຫລ່ງທ່ອງທ່ຽວແກ້ງກະເບົາ ແຂວງສະຫວັນນະເຂດ ມີລາຍຮັບເກືອບ 37 ລ້ານ!
|
ຂປລ. ແກ້ງກະເບົາ ແມ່ນແຫລ່ງທ່ອງທ່ຽວ ອັນລືຊື່ໂດ່ງດັງຂອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນເມື່ອກ່ອນກໍຄືປັດຈຸບັນ ຖ້າເປັນວັນທຳມະດາ ກໍຈະມີນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມແກ້ງຫີນ ທີ່ສວຍງາມ ແລະ ສະຫລັບສັບຊ້ອນ ເປັນຂຸມເປັນບວກ ແລະ ຊີມອາຫານ ທີ່ເປັນເອກກະລັກ ປະຈຳຂອງທ້ອງຖິ່່ນ ແລະ ໃນເທສະການ ບຸນປີໃໝ່ລາວ ພສ 2559 ໄດ້ມີນັກທ່ອງທ່ຽວ ເຂົ້າມາສະຖານທີ່ ດ່ັງກ່າວ ເພີ່ມຂຶ້ນກວ່າທຸກໆປີ ເຊິ່ງສາມາດເຮັດໃຫ້ບ້ານ ມີລາຍຮັບ ຈາກການບໍລິການຕ່າງໆ ທັງໝົດ 36 ລ້ານກວ່າກີບ.
ທ່ານ ຄຳຈັນ ຂັນຕິວົງ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊບູລີ ທັງເປັນຜູ້ຊີ້ນຳ ເຂດແກ້ງກະເບົາ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 15 ເມສາ ນີ້ວ່າ: ເທສະການ ບຸນປີໃໝ່ລາວ ພ.ສ 2559 ປີນີ້ ເຫັນວ່າຄືກຄື້ນກວ່າທຸກໆປີ ເຊິ່ງໃນໄລຍະ ສະເຫລີມສະຫລອງ ປີໃໝ່ລາວນີ້ ມີນັກທ່ຽວທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະເລ່ຍ 3-4 ພັນຄົນ ມາຢ້ຽມຢາມສະຖານທີ່ດັ່ງກ່າວ, ໂດຍສະເພາະ ແມ່ນມາຫລິ້ນນ້ຳ, ເບິ່ງແກ້ງຫິນ, ກິນອາຫານ ທີ່ເປັນເອກກະລັກຂອງທ້ອງຖິ່ນ.
ແຫລ່ງຂ່າວ:
|
ຂ່າວທ້ອງຖິ່ນ
|
2016-04-19T09:04:21+00:00
|
https://laopost.com/?p=53820
|
WHO ກັງວົນຕໍ່ກັບສະຖານະການໂຄວິດ-19 ໃນປັດຈຸບັນ
|
ຫຼາຍປະເທດໃນທົ່ວໂລກເລີ່ມມີການເປີດປະເທດ-ເປີດເສດຖະກິດອີກຄັ້ງ ເຮັດໃຫ້ການຄວບຄຸມຫຼຸດລົງ ແລະ ອົງການອະນາໄມໂລກເຫັນແນ້ວໂນ້ມທີ່ວ່າໂຄວິດ-19 ອາດຈະຢູ່ກັບເຮົາໄປອີກດົນ.
ໃນວັນທີ 12 ເມສາ 2021 ທ່ານ ທີໂດຣສ ອັດຮານອມ ກີບຣີເຍຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ ໄດ້ກ່າວວ່າ: ການທີ່ຫຼາຍປະເທດມີຄວາມສັບສົນ ແລະ ເລີ່ມມີການຮັບມືທີ່ຫຼຸດລົງກັບການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການແຜ່ລະບາດກິນເວລາດົນອອກໄປອີກ.
ຢ່າງໃດກໍຕາມການແຜ່ລະບາດຂອງພະຍາດໂຄວິດ-19 ຈະສາມາດຄວບຄຸມໄດ້ອີກບໍ່ດົນຫາກມີການໃຊ້ມາດຕະການດ້ານສາທາລະນະສຸກຢ່າງເຂັ້ມງວດ ແລະ ທ່ານຍັງໄດ້ກ່າວຕໍ່ອີກວ່າ: “ຂ້ອຍຢາກເຫັນປະເທດຕ່າງໆກັບມາເປີດເສດຖະກິດ ແລະ ສັງຄົມ ລວມທັງເລີ່ມເປີດການເດີນທາງ ແລະ ເຮັດການຄ້າ ແຕ່ຕອນນີ້ຫ້ອງ ICU ເຕັມໄປດ້ວຍຜູ້ປ່ວຍໂຄວິດ-19 ແລະ ມີຜູ້ເສຍຊີວິດຫຼາຍຂື້ນເລື້ອຍໆ ເຊິ່ງເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້”.
ທາງດ້ານແພດຍິງມາເຣຍ ແວນ ເຄີໂຄຟ ຫົວໜ້າພະແນກພະຍາດໂຄວິດ-19 ຂອງ WHO ກ່າວວ່າ: ໂຄວິດ-19 ກໍາລັງມີການແຜ່ລະບາດແບບທະວີຄູນ ໂດຍຈໍານວນຜູ້ຕິດເຊື້ອເພີ່ມຂື້ນ 9% ໃນອາທິດທີ່ຜ່ານມາ ແລະ ເປັນເວລາ 7 ອາທິດຕິດຕໍ່ກັນຈົນເຮັດໃຫ້ຜູ້ເສຍຊີວິດເພິ່ມຂື້ນ 5%.
|
ຂ່າວຕ່າງປະເທດ
|
2021-04-13T13:43:10+00:00
|
https://laopost.com/?p=124147
|
ເກົາຫຼີເໜືອຢືນຢັນພ້ອມເຈລະຈາກັບສະຫະລັດ
|
ເຈົ້າໜ້າທີ່ຂອງລັດຖະບານສະຫະລັດໄດ້ເປິດເຜີຍກັບສຳນັກຂ່າວວໍຊິງຕັນໂພສວ່າ ໄດ້ຮັບການຕິດຕໍ່ຈາກເຈົ້າໜ້າທີ່ລັດຖະບານເກົາຫຼີເໜືອ ຢືນຢັນວ່າທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ມີຄວາມພ້ອມທີ່ຈະເຈລະຈາກັບສະຫະລັດ ກ່ຽວກັບການປົດອາວຸດນິວເຄຣຍ
ຖືວ່າເປັນຄັ້ງທຳອິດທີ່ລັດຖະບານເກົາຫຼີເໜືອຕິດຕໍ່ກັບສະຫະລັດ ໂດຍກົງ ເຊິ່ງຈະເຮັດໃຫ້ການນັດພົບກັນຂອງຜູ້ນຳທັງສອງປະເທດມີຄວາມເປັນໄປໄດ້ໄວໆນີ້ ເຊິ່ງທ່ານ ໂດນັລ ທຣັມກໍ່ສະແດງຄວາມພ້ອມທີ່ຈະພົບກັບທ່ານ ຄິມຈອງອຶນ ແລະ ຄາດວ່າຈະມີການພົບປະກັນໃນເດືອນ ພຶດສະພານີ້
|
ຂ່າວຕ່າງປະເທດ
|
2018-04-10T10:31:06+00:00
|
https://laopost.com/?p=100317
|
ສື່ດັງຄາດ! 11 ນັກເຕະທີ່ຄ່າຕົວແພງທີ່ສຸດໃນໂລກ
|
ສື່ດັງໄດ້ອອກມາສຳຫຼວດລອງຄຳນວນລາຄາຄ່າຕົວນັກເຕະ 11 ຜູ້ຫຼິ້ນທີ່ມີຄ່າຕົວແພງທີ່ສຸດຕອນນີ້ ຕາມຕຳແໜ່ງດ້ວຍລະບົບການຫຼີ້ນ 4-3-3 ຖ້າຫາກວ່າເກີດມີການຊື້ຂາຍໃນຊັມເມີນີ້
ເຊີ່ງ 11 ຜູ້ຫຼີ້ນຕາມຄາດນີ້ຈະມີຄ່າຕົວລວມກັນໄດ້ສູງເຖິງ 564.11 ລ້ານປອນດ໌
ໂດຍ 1 ໃນ 11 ຜູ້ຫຼີ້ນທັງໝົດນີ້ ຜົນສຳຫຼວດພົບວ່າ ລິໂອເນວ ເມດສ໌ຊີ ສຸດຍອດກອງໜ້າຊາວ ອາເຈນຕິນາຂອງ “ເຈົ້າບຸນທຸ່ມ” ບາເຊໂລນາ ເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດ ທີ່ 184.79 ລ້ານປອນດ໌ ຫາກວ່າທີມໃດທີ່ສົນໃຈຄວ້າຕົວໄປຢູ່ທີມນຳ
ລາຍຊື່ 11 ນັກເຕະທີ່ຄ່າຕົວແພງທີ່ສຸດໃນໂລກ ໃນລະບົບ 4-3-3 ຕາມຄາດ
ຜູ້ຮັກສາປະຕູ: ດາວິດ ເດ ເກອາ ( ແມນຍູໄນເຕັດ ) 22.19 ລ້ານປອນດ໌
ແບັກຊ້າຍ: ຟີລິບ ລາມ ( ບາເຍີນ ມິວນິກ ) 17.68 ລ້ານປອນດ໌
ເຊັນເຕີຮາບ: ເຊີຈິໂອ ລາມອດສ໌ ( ເຣອັລ ມາດຣິດ ) 35.19 ລ້ານປອນດ໌
ເຊັນເຕີຮາບ: ເຄຣາດ ປີເກ້ ( ບາເຊໂລນາ ) 29.07 ລ້ານປອນດ໌
ແບັກຂວາ: ຄໍດີ ອັນບາ ( ບາເຊໂລນາ ) 21.59 ລ້ານປອນດ໌
ກອງກາງຝັ່ງຂວາ: ເອດອງ ຮາຊາ ( ເຊວຊີ ) 47.18 ລ້ານປອນດ໌
ກອງກາງຕົວຮັບ: ເຊີຈິໂອ ບຸດສ໌ເກດ ( ບາເຊໂລນາ ) 33.07 ລ້ານປອນດ໌
ກອງກາງຝັ່ງຊ້າຍ: ແກເລັດ ເບວ ( ເຣອັລ ມາດຣິດ ) 36.98 ລ້ານປອນດ໌
ກອງໜ້າຝັ່ງຂວາ: ເອດິສັນ ຄາວານີ ( ນາໂປລີ ) 49.56 ລ້ານປອນດ໌
ກອງໜ້າຕົວເປົ້າ: ເລໂອເນວ ເມດສ໌ຊີ
ກອງໜ້າຝັ່ງຊ້າຍ: ຄຣິດສ໌ຕຽນໂນ ໂລນັນໂດ ( ເຣອັລ ມາດຣິດ ) 86.87 ລ້ານປອນດ໌
|
ຂ່າວພາຍໃນ
|
2015-04-18T18:23:08+00:00
|
https://laopost.com/?p=22979
|
ພົບຄົນເສຍຊີວິດ 2 ສົບ ເພດຊາຍບໍ່ຊາບຊື່
|
ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງໃຫ້ຮູ້ວ່າ:ໃນເວລາ 13 ໂມງ ຂອງວັນທີ 26 ມີນາ 2022 ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຜ່ານໂທລະສັບຈາກ ປກສ ເມືອງສີໂຄດຕະບອງ ວ່າມີຄົນເສຍຊີວິດຢູ່ບ້ານໃຫມ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາຊັນນະສູດ.
ຜ່ານການເກັບກຳຂໍ້ມູນຫຼັກຖານ ພົບວ່າ: ວັນທີ 26 ມີນາ 2022 ເວລາ 8:30 ໂມງ ປະຊາຊົນຢູ່ບ້ານຈັນສະຫວ່າງ ເຊິ່ງເປັນແມ່ລູກ ໄດ້ຂັບຂີ່ລົດຈັກໄປຫາໜໍ່ໄມ້ຢູ່ເຂດບ້ານໃໝ່ ແລ້ວພົບເຫັນຄົນເສຍຊີວິດຖືກຝັງດິນ ໂດຍເຫັນແຕ່ຂາສອງຂາຊີ້ອອກມາຈາກຂຸມ ສ່ວນຕົວແມ່ນຖືກຝັງ. ເມື່ອເຫັນແນວນັ້ນຈຶ່ງຕົກໃຈແລ້ວກັບຄືນມາເຮືອນ ແລ້ວແຈ້ງຕໍ່ຄອບຄົວ ແລະ ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອເຂົ້າກວດກາຈຸດທີ່ພົບຊາກສົບ.
ຜົນຂອງການຊັນນະສູດ ພົບວ່າ ຜູ້ເສຍຊີວິດແມ່ນເພດຊາຍ ຈຳນວນ 2 ຄົນບໍ່ຊາບຊື່. ສົບຜູ້ທີ່ 1 ພົບຮ່ອງຮອຍບາດແຜທີ່ເກີດຈາກຂອງມີຄົມ ຈຳນວນ 8 ບາດແຜຄື ທາງຫຼັງ 7 ບາດແຜ ທາງຂ້າງ 1 ບາດແຜ. ສົບທີ 2 ພົບບາດແຜທີ່ເກີດຈາກຂອງມີຄົມ 4 ບາດແຜ ທາງຫຼັງ 3 ທາງຂ້າງ 1 ບາດແຜ.
ສາເຫດຂອງການເສຍຊີວິດທັງສອງ ແມ່ນຂາດອາກາດຫາຍໃຈ ຍ້ອນຖືກສະກັອດຄຽນດັງ ແລະ ປາກ. ປັດຈຸບັນສົບຂອງທັງສອງແມ່ນເກັບໄວ້ທີ່ໂຮງຫມໍມະໂຫສົດ, ເຊິ່ງເຫດການດັ່ງກ່າວ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ຫາຜູ້ກໍ່ເຫດມາລົງໂທດຢູ່.
ແຫຼ່ງຂໍ້ມູນ:ໜັງສືພິມຄວາມສະຫງົບ
|
ຂ່າວພາຍໃນ
|
2022-03-28T09:16:57+00:00
|
https://laopost.com/?p=132668
|
ລັດອະນຸຍາດ 38 ໂຮງງານສົ່ງອອກໄມ້ຝານ ຕົກຄ້າງ 12 ພັນກວ່າແມັດກ້ອນ
|
ລັດອະນຸຍາດໃຫ້ພຽງ 38 ໂຮງ ງານທີ່ນອນໃນ 6 ແຂວງພາກກາງ ແລະ ໃຕ້ສົ່ງອອກຜະລິດຕະພັນໄມ້ປອກ ແລະ ໄມ້ຝານທີ່ຍັງຕົກຄ້າງຢູ່ໂຮງງານ 12 ພັນກວ່າແມັດກ້ອນ ໂດຍນອກຈາກຈຳນວນນີ້ແລ້ວ ລັດບໍ່ອະນຸຍາດໃຫ້ຜະລິດ ແລະ ສົ່ງອອກອີກ.
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 15 ກໍລະກົດ 2016 ກ່ຽວກັບການແກ້ໄຂຜະລິດຕະພັນໄມ້ປອກ-ໄມ້ຝານວ່າ: ເພື່ອຄວາມກະຈ່າງ ແຈ້ງ ແລະເຂົ້າໃຈຢ່າງຖືກຕ້ອງຂອງພໍ່ ແມ່ປະຊາຊົນບັນດາເຜົ່າ ແລະຜູ້ປະກອບການທຸລະກິດໄມ້ທົ່ວປະເທດໄດ້ຮັບຊາບຕາມຄວາມເປັນຈິງ.
ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີໄດ້ພິຈາລະນາ ແລະຊີ້ນຳແກ້ໄຂບັນຫາຜະລິດຕະພັນໄມ້ປອກ-ໄມ້ຝານທີ່ ຍັງຕົກຄ້າງ ໂດຍເຫັນດີໃຫ້ກວດກາຄືນລະຫັດໄມ້ປອກ-ໄມ້ຝານທີ່ຍັງຕົກຄ້າງຢູ່ບັນດາໂຮງງານຕ່າງໆ ເພື່ອສົ່ງອອກ, ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະກະຊວງກະສິກຳ ແລະປ່າໄມ້ເປັນເຈົ້າການສົມທົບກະພາກສ່ວນ ທີ່ກ່ຽວຂ້ອງກວດເບິ່ງຄືນສັນຍາ ແລະຂຶ້ນ ບັນຊີຈຳນວນໄມ້ແຕ່ລະປະເພດທີ່ຍັງຕົກຄ້າງຢູ່ໃຫ້ລະອຽດ ແລະຊັດເຈນແລ້ວຈິ່ງ ຂໍອະນຸຍາດໃຫ້ສົ່ງອອກ ແລະສົ່ງອອກໃນຈຳນວນທີ່ມີໃນໂຮງງານເທົ່ານັ້ນ.
ຜ່ານການກວດກາຕົວຈິງຂອງກະຊວງອຸດສາຫະກຳ ແລະການຄ້າ, ກະຊວງກະສິກຳ ແລະປ່າໄມ້ ໂດຍສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງເຫັນວ່າຈຳນວນໂຮງ ງານທີ່ຜະລິດໄມ້ປອກ ແລະໄມ້ຝານທົ່ວ ປະເທດມີຈຳນວນ 47 ໂຮງງານ ໃນນີ້ ໂຮງງານທີ່ໄດ້ຜະລິດ ແລະຍັງບໍ່ທັນໄດ້ ສົ່ງອອກຜະລິດຕະພັນໄມ້ປອກ-ໄມ້ຝານ ມີ 38 ໂຮງງານໃນ 6 ແຂວງຄືແຂວງສາລະວັນ, ອັດຕະປື, ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະແຂວງບໍລິຄຳໄຊ ຊຶ່ງມີບໍລິມາດຜະລິດຕະພັນໄມ້ປອກ-ໄມ້ ຝານ ທີ່ຍັງບໍ່ທັນສົ່ງອອກ 12.456 ກວ່າ ແມັດກ້ອນ ໂດຍຈຳນວນດັ່ງກ່າວແມ່ນ ກຳລັງຂໍອະນຸຍາດຈາກລັດຖະບານ ເພື່ອ ສົ່ງອອກຫຼາຍຄວາມວ່າ ນອກຈາກຈຳ ນວນນີ້ແລ້ວແມ່ນບໍ່ອະນຸຍາດໃຫ້ຜະລິດ ແລະສົ່ງອອກອີກ.
ຜະລິດຕະພັນໄມ້ປອກ-ໄມ້ຝານແມ່ນ ຜະລິດຕະພັນໄມ້ຈາກໂຮງງານປຸງແຕ່ງ ໄມ້ທີ່ຜ່ານຂະບວນການປອກ ຫຼື ຝານ ຊຶ່ງນຳໃຊ້ວັດຖຸດິບຈາກໄມ້ທ່ອນ, ຜະລິດຕະພັນດັ່ງກ່າວມີມູນຄ່າປານກາງສາມາດສະໜອງໃຫ້ໂຮງງານປຸງແຕ່ງໄມ້ ເພື່ອສືບຕໍ່ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບເປັນຕົ້ນໄມ້ອັດ, ແຜ່ນໄມ້, ແຜ່ນໜ້າໂຕະ ແລະອື່ນໆ ຊຶ່ງຜະລິດຕະພັນໄມ້ປອກ (ວິເນຍ) ແລະໄມ້ຝານ (ສະໄລຊິງ) ແມ່ນຜະລິດຕະພັນໄມ້ຕາມການກຳນົດຂອງສາກົນ ISIC (ເລກລະຫັດກິດຈະ ການແມ່ນ 1621) ມີລະຫັດສິນຄ້າ 4408 ຕາມຂໍ້ກຳນົດໃນຂໍ້ຕົກລົງ 2005/ອຄ.ກອຫ ລົງວັນທີ 28 ກັນຍາ 2015 ຂອງກະຊວງອຸດສາຫະກຳ ແລະການຄ້າ ວ່າດ້ວຍຜະລິດຕະພັນໄມ້ ໂດຍຜະລິດຕະ ພັນໄມ້ປອກ ແລະໄມ້ຝານມີຄວາມໜາ ແຕ່ 0,1-0,5 ມິລິແມັດ, ກວ້າງ 1,20 ຊັງຕີແມັດ ແລະຍາວ 2,50 ຊັງຕີແມັດ ສຳລັບການນຳໃຊ້ວັດຖຸດິບແມ່ນນຳໃຊ້ໄມ້ປະເພດເນື້ອອ່ອນ ຊຶ່ງເປັນໄມ້ຄຸ້ມຄອງ 1, 2, 3 ເປັນຕົ້ນໄມ້ຍາງ, ໄມ້ຊີ, ໄມ້ ບາກ ແລະອື່ນໆ.
ນອກຈາກບັນຫາໄມ້ປອກ-ໄມ້ຝານແລ້ວ ກອງປະຊຸມນາຍົກ-ຮອງນາຍົກລັດ ຖະມົນຕີຍັງໄດ້ຊີ້ນຳໃຫ້ກະຊວງກ່ຽວ ຂ້ອງຮີບຮ້ອນຄົ້ນຄວ້າ, ສະເໜີທິດທາງ ແລະວິທີແກ້ໄຂກ່ຽວກັບໄມ້ປູກ ເພື່ອໃຫ້ລັດຖະບານພິຈາລະນາຕົກລົງຕາມຄວາມເໝາະສົມ.
ທີ່ມາ: ເສດຖະກິດ-ສັງຄົມ
|
ຂ່າວພາຍໃນ
|
2016-07-18T11:35:17+00:00
|
https://laopost.com/?p=65415
|
ວິກິດຂີ້ເຫຍື້ອພລາສຕິກໂລກພວມທະວີຄວາມຮຸນແຮງຂຶ້ນ
|
ການຍຸຕິນຳເຂົ້າຂີ້ເຫຍື້ອຈາກປະເທດຕາເວັນຕົກຂອງ ສປ ຈີນ ແລະ ຜົນກະທົບຕໍ່ການຄ້າຂີ້ເຫຍື້ອພລາສຕິກທົ່ວໂລກເກີດຂຶ້ນຫຼັງຈາກງານວິໄຈຂອງກຸ່ມນັກວິທະຍາສາດທີ່ຕ້ອງການສຶກສາວ່ານະໂຍບາຍຂອງຈີນທີ່ຍຸຕິການນຳເຂົ້າຂີ້ເຫຍື້ອພລາສຕິກຣີໄຊເຄິລຈະມີຜົນກະທົບຕໍ່ໂລກເທົ່າໃດ? ໂດຍລາຍລາຍໄດ້ສະຫຼຸບວ່າ ຂີ້ເຫຍື້ອພລາສຕິກຈຳນວນ 111 ລ້ານໂຕນຈະຖືກກຳຈັດ ຫຼື ຈະຖືກປະຖິ້ມແບບຊະຊາຍໃນປີ 2030?.
ນັບແຕ່ປີ 1992 ເປັນຕົ້ນມາ ສປ ຈີນ ໄດ້ນຳເຂົ້າຂີ້ເຫຍື້ອຫຼາຍກວ່າ 105 ລ້ານໂຕນ ຊຶ່ງເທົ່າກັບ 45% ຂອງນີ້ເຫຍື້ອພລາສຕິກທົ່ວໂລກ ໂດຍການປ່ຽນແປງນະໂຍບາຍຂອງຈີນເຮັດໃຫ້ຫຼາຍໆປະເທດຕ້ອງຫັນກັນມາຄິດທົບທວນວ່າຈະຈັດການກັບຂີ້ເຫຍື້ອພລາສຕິກຕໍ່ໄປຈັ່ງໃດ? ຊຶ່ງຫຼາຍປະເທດກໍໄດ້ຮັບຜົນກະທົບຈາກການນຳເຂົ້າຂີ້ເຫຍື້ອພລາສຕິກທີ່ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະປະເທດຫວຽດນາມ ແລະ ມາເລເຊຍ ຊຶ່ງປະເທດເຫຼົ່ານີ້ພວມຊອກຫາວິທີຍຸຕິນຳເຂົ້າເຊັ່ນກັນ.
ຫຼ້າສຸດ ປະເທດຫວຽດນາມໂດຍສູນບໍລິຫານໄດ້ໃຊ້ຂວດໂລຫະ ແລະ ຂວດແກ້ວທົດແທນການໃຊ້ພລາສຕິກທຸກຄັ້ງທີ່ມີການສຳມະນາ ແລະ ກອງປະຊຸມ ໂດຍຄະນະກຳມະການຂອງແຂວງດຽນຢາງໄດ້ອອກເອກະສານສະເໜີໃຫ້ອົງການຈັດຕັ້ງເພື່ອກຳນົດການນຳໃຊ້ຜະລິດຕະພັນພລາສຕິກ ແລະ ຖົງໃສ່ເອກະສານ ລວມເຖິງສະມາຄົມ ຮ້ານຄ້າ ຮ້ານອາຫານ ແລະ ຜູ້ໃຫ້ບໍລິການອື່ນໆໃຫ້ປະຕິບັດຕາມ.
ຂະນະທີ່ອໍານາດການປົກຄອງແຂວງດັ້ງນານໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງເພື່ອປົກປ້ອງສິ່ງແວດລ້ອມ ໂດຍຈະປະຕິບັດແຜນການຈັດແບ່ງປະເພດຂີ້ເຫຍື້ອໃນເມືອງ Hai Chau ໃນເດືອນກໍລະກົດທີ່ຈະເຖິງນີ້ ແລະ ຈະຂະຫຍາຍໄປຍັງເຂດອື່ນໆໃນເດືອນກັນຍາ ນີ້ຖືເປັນສ່ວນໜຶ່ງຂອງແຜນການພັດທະນາສະພາບແວດລ້ອມເມືອງ ແລະ ຈະຊ່ວຍຫຼຸດຜ່ອນຈໍານວນຂີ້ເຫຍື້ອທີ່ຖືກຝັງໄວ້.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: springnews.co.th
|
ຂ່າວຕ່າງປະເທດ
|
2019-06-17T11:10:11+00:00
|
https://laopost.com/?p=115382
|
ລຳລຶກ 10 ປີສຶນາມິ ເບິ່ງພາບຄວາມປ່ຽນແປງ ທີ່ແຂວງອາເຈະ ປະເທດອິນໂດເນເຊຍ
|
ລຳລຶກຄົບຮອບ 10 ປີ ສຶນາມິຖະຫລົ່ມຊາຍຝັ່ງມະຫາສະໝຸດອິນເດຍ ໂດຍສື່ຂອງຕ່າງປະເທດໄດ້ປຽບທຽບສະພາບ
ພື້ນທີ່ປະສົບໄພພິບັດ ໃນແຂວງອາເຈະ ປະເທດອິນໂດເນເຊຍ ເຊິ່ງເປັນພື້ນທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ແລະ
ໄດ້ຮັບການປັບປຸງພັດທະນາແລ້ວ ຫລັງເວລາຜ່ານໄປ 10 ປີ.
ສຳນັກຂ່າວຕ່າງປະເທດ ຮ່ວມລຳລຶກເຫດການ 10 ປີ ກໍລະນີໄພພິບັດສຶນາມິ ຊັດຖະຫລົ່ມຊາຍຝັ່ງມະຫາສະໝຸດອິນ
ເດຍ ເມື່ອວັນທີ 26 ທັນວາ 2004 ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດກ່ວາ 225,000 ຄົນ ແລະ ມີຜູ້ໄຮ້ທີ່ຢູ່ອາໄສອີກ
1.7 ລ້ານຄົນ.
ໄພພິບັດຈາກຄື່ນຍັກສຶນາມິໃນວັນນັ້ນ ໄດ້ເຮັດໃຫ້ເຮືອນຊານຂອງຊຸມຊົນທີ່ອາໄສຢູ່ຕາມຊາຍຝັ່ງ ດ້ານມະຫາສະໝຸດ
ອິນເດຍເຊັ່ນ ອິນໂດເນເຊຍ, ໄທ, ອິນເດຍ ແລະ ສີລັງກາ ເພພັງເສຍຫາຍຢ່າງຫລວງຫລາຍ, ອີກທັງຍັງສົ່ງຜົນກະທົບ
ໄກໄປເຖິງແຖວຊາຍຝັ່ງແທນຊາເນຍ ປະເທດແຖບທະວີບອາຟຣິກາ ແລະ ໝູ່ເກາະມາດາກັດສະກາ ນອກຊາຍຝັ່ງ
ຕາເວັນອອກຂອງອາຟຣິກາອີກດ້ວຍ.
ຢ່າງໃດກໍຕາມ ເມື່ອເວລາໄດ້ຜ່ານໄປ 10 ປີ ແມ່ນໄດ້ເກີດມີການປ່ຽນແປງ ປັບປຸງການພັດທະນາ ສ້າງສິ່ງປຸກສ້າງຂຶ້ນ
ມາໃໝ໋ ໃນຫລາຍພື້ນທີ່ທີ່ເຄີຍໄດ້ຮັບຜົນກະທົບຈາກໄພສຶນາມິ, ໂດຍສະເພາະທີ່ແຂວງອາເຈະ ຂອງອິນໂດເນເຊຍ
ເຊິ່ງມີຜູ້ເສຍຊີວິດສູງເຖິງ 170,000 ຄົນ.
|
ຂ່າວຕ່າງປະເທດ
|
2014-12-24T18:39:16+00:00
|
https://laopost.com/?p=16205
|
ອາຫານບໍາລຸງສະໝອງເໝາະສຳລັບຄົນ “ລືມເກັ່ງ”
|
ມື້ນີ້ ເຮົາຈະມາແນະນຳ ອາຫານ 4 ຢ່າງ ທີ່ເມື່ອກິນແລ້ວຈະຊ່ວຍເລື່ອງຄວາມຈຳໄດ້ ແລະກິນເຂົ້າໄປແລ້ວ ກໍບໍ່ເກີດການສະສົມຂອງສານເຄມີໃນຮ່າງກາຍອີກດ້ວຍ ປະກອບໄປດ້ວຍອາຫານ 4 ຢ່າງດັ່ງນີ້:
ໝາກຖົ່ວ: ໝາກຖົ່ວຈະອຸດົມດ້ວຍໂປຣຕີນທີ່ຫຼາຍ ແລະຍັງມີວິຕາມິນອີ ທີ່ມີສ່ວນຊ່ວຍເສີມສ້າງຄວາມຈຳໃຫ້ດີຂຶ້ນ ບໍ່ກາຍເປັນຄົນລືມເກັ່ງ
ນົມຖົ່ວເຫຼືອງ: ຈະປະກອບດ້ວຍວິຕາມິນຕ່າງໆ ໄດ້ແກ່ວິຕາມິນເອ, ບີ, ບີ1, ບີ6, ບີ12 ມີຄາໂບໄຮເດດ, ຟອດສະຟໍລັດ, ແຄວຊຽມ ແລະມີສານບຳລຸງສະໝອງ ສາມາດປ້ອງກັນພະຍາດຄວາມຈຳເສື່ອມໄດ້ດີ
ໄຂ່: ເປັນແຫຼ່ງໂປຣຕີນ ທີ່ສົ່ງຜົນດີ ໃນເລື່ອງຄວາມຈຳ ອຸດົມດ້ວຍເກືອແຮ່ ແລະວິຕາມິນ ປະກອບດ້ວຍໂປຣຕີນ, ໄຂມັນ, ວິຕາມິນເອ, ບີ, ດີ, ອີ, ສັງກະສີ, ແຄວຊຽມ ມີໂຄລີນທີ່ເປັນສ່ວນປະກອບໃນເລຊິຕິນ ຊ່ວຍໃນເລື່ອງສ້າງສານສື່ປະສາດ ໂດຍສະເພາະໃນສ່ວນສະໝອງ ທີ່ເຮັດໜ້າທີ່ກ່ຽວກັບຄວາມຈຳ
ປາ: ອຸດົມດ້ວຍກົດອະມິໂນໄທໂຣຊິນ ຊ່ວຍໃນເລື່ອງການກະຕຸ້ນ ແລະປັບປ່ຽນການເຮັດວຽກຂອງສະໝອງ ຟື້ນຟູຄວາມຈຳໄດ້ເປັນຢ່າງດີ ແລະມີດີເອດເອ ຊ່ວຍເສີມສ້າງຄວາມຈຳ ແລະການຮຽນຮູ້ ປ້ອງກັນພະຍາດສະໝອງເສື່ອມໄດ້ຜົນດີ
ຫາກໃຜທີ່ກໍາລັງຊອກຫາຜະລິດຕະພັນອາຫານເສີມ ເພື່ອຊ່ວຍໃນເລື່ອງຂອງຄວາມຈໍາ ລອງຄິດໃໝ່ ເພາະເຈົ້າສາມາດກິນອາຫານທັງ 4 ປະເພດເຫຼົ່ານີ້ ເພື່ອສົ່ງເສີມໃນເລື່ອງຂອງຄວາມຈຳໄດ້ ໂດຍສາມາດກິນເທົ່າໃດກໍໄດ້ ບໍ່ຕ້ອງຢ້ານສານເຄມີຕົກຄ້າງ ແຖມຍັງມີປະໂຫຍດ ແລະມີລາຄາທີ່ຖືກ
ທີ່ມາ: share-si
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!
ifram FB ວິທະຍາສຶກສາsi
|
ສຸຂະພາບ ແລະ ສີ່ງແວດລ້ອມ
|
2016-09-05T14:46:18+00:00
|
https://laopost.com/?p=70920
|
ພິທີປະກາດເລື່ອນຊັ້ນນາຍຕຳຫຼວດລະດັບສູງຈຳນວນ 7 ທ່ານ
|
ອີງຕາມການລາຍງານເພສຂ່າວຄວາມສະຫງົບລາຍງານ: ໃນວັນທີ 6 ເມສາ 2022 ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ຈໍານວນ 7 ສະຫາຍ; ໃນນີ້, ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນ ຕີ 1 ສະຫາຍ ແລະ ເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ 6 ສະຫາຍ, ປະດັບຊັ້ນ ໂດຍ ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນ ຕີກະຊວງ ປກສ , ມີບັນດາຮອງລັດຖະ ມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມ -ກອງອ້ອມ ຂ້າງກະຊວງ ເຂົ້າຮ່ວມ.
ພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ຈໍານວນ 7 ສະຫາຍ ໃນນີ້ມີ:
ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມ ຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດ ຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກະຊວງ ປກສ;
ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ ຈຳ ນວນ 1 ສະຫາຍ ຄື: ພົນຕີ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
ເລື່ອນຊັ້ນ ພັນເອກຂຶ້ນ ພົນຈັດຕະວາ ຈຳນວນ 6 ສະຫາຍ ຄື:
ພົນຈັດຕະວາ ຄອນສະຫວັນ ສົມ ພາໄຊ ຮອງຫົວໜ້າກົມຍ່ການເມືອງ
ພົນຈັດຕະວາ ສຸລິນະ ແກ້ວປະເສີດ ຮອງ ຫົວໜ້າຫ້ອງວ່າການ ກະຊວງ ປກສ
ພົນ ຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ
ພົນຈັດຕະວາ ແສງປະເສີດ ສຸທຳ ມະວົງ ຫົວໜ້າ ກົມສື່ສານ
ພົນຈັດຕະວາ ອານຸເດດ ຄູນ ຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
ພົນຈັດຕະວາ ບຸນ ລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ.
ໃນພິທີ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍ ຕຳຫຼວດຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໃຫ້ພ້ອມກັນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ສູງກວ່າເກົ່າ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ມີວິທະຍາ ສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເປັນກຳລັງປະຕິວັດ, ມີແບບແຜນ ທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມ ງວດ; ເປັນເຈົ້າການໃນການແກ້ໄຂທຸກປະກົດການຫຍໍ້ທໍ່ທີ່ເກີດຂຶ້ນຕໍ່ກໍາລັງປ້ອງ ກັນຄວາມສະຫງົບ ເພື່ອອັດຊ່ອງຫວ່າງ ຫາງສຽງຈົ່ມວ່າບໍ່ດີຈາກສັງຄົມຕໍ່ກໍາລັງ ເຮົາ; ກໍ່ສ້າງ ແລະ ປັບປຸງກົມກອງຂອງ ຕົນໃຫ້ມີຄວາມເຂັ້ມແຂງ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກລະບົບ ປັບປຸງກໍ່ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນນະພາບ ເພື່ອພ້ອມກັນເຮັດສໍາ ເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້.
ແຫຼ່ງຂໍ້ມູນ: ຄວາມສະຫງົບ
|
ຂ່າວພາຍໃນ
|
2022-04-07T12:13:03+00:00
|
https://laopost.com/?p=132984
|
ຂະບວນນັກຮຽນລາວ 125 ຄົນ ເດີນທາງເຖິງ ສປ ຈີນແລ້ວ
|
ຂະບວນນັກຮຽນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທັງໝົດ 125 ຄົນ ນໍາໂດຍທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ໂຈ່ວຈື້ເຟິ່ນ ເລຂາທິການສະຫະພັນເພື່ອການກຸສົນຂອງຈີນ ພ້ອມດ້ວຍບັນດາຄະນະກົມ, ຫົວໜ້າພະແນກ, ຄູນໍາພາ ແລະ ວິຊາການທີ່ກ່ຽວຂ້ອງ, ໄດ້ເດີນທາງໄປເຖິງເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຈີນ ໃນວັນທີ 23 ພຶດສະພາ 2023 ດ້ວຍຂະບວນລົດໄຟຄວາມໄວສູງ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງປະທານສະພາປະຊາຊົນກິ່ງແຂວງສິບສອງພັ່ນນາ ພ້ອມດ້ວຍນ້ອງຄູອາຈານ ນັກຮຽນ ແລະ ຄະນະຮັບຜິດຊອບຝ່າຍຈີນ.
ໃນຂະນະທີ່ເດີນທາງເທິງລົດໄຟ ກໍໄດ້ສ້າງກິດຈະກຳຫຼາຍຢ່າງໃຫ້ແກ່ນັດຮຽນ ເປັນຕົ້ນແມ່ນຮ້ອງເພງ, ແຕ້ມຮູບ, ຂຽນຄວາມຝັນຂອງຕົນເອງ ແລະ ກິດຈະກໍາອື່ນໆ. ນອກຈາກນີ້ ຄະນະຮັບຜິດຊອບລົດໄຟຈີນ-ລາວ ຍັງໄດ້ມອບກະເປົາ, ເສື້ອຍືດ ແລະ ອາຫານເບົາ ໃຫ້ແກ່ຂະບວນເດີນທາງໃນຄັ້ງນີ້.
ສໍາລັບເຍົາວະຊົນລາວທີ່ເຂົ້າຮ່ວມເດີນທາງໃນຄັ້ງນີ້ແມ່ນນັກຮຽນເກັ່ງຊັ້ນປະຖົມປີທີ 5 ຊຶ່ງໄດ້ຜ່ານການຄັດເລືອກຈາກທົ່ວປະເທດ ໂດຍໃຫ້ບຸລິມະສິດ ແຂວງລະ 3 ຄົນ ໃນ 3 ວິຊາ ຄື: ເກັ່ງວິຊາພາສາລາວ-ວັນນະຄະດີ, ເກັ່ງວິຊາຄະນິດສາດ ແລະ ເກັ່ງວິຊາໂລກອ້ອມຕົວ. ນອກຈາກນັ້ນ ຍັງໄດ້ຄັດເລືອກນັກຮຽນພອນສະຫວັນດີເດັ່ນ ແລະ ຜູ້ມີເງື່ອນໄຂຈາກໂຮງຮຽນປະຖົມແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນພາຍໃນນະຄອນຫຼວງວຽງຈັນອີກຈຳນວນໜຶ່ງ.
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນລະຫວ່າງນັກຮຽນລາວ ແລະ ນັກຮຽນຈີນໃນຄັ້ງນີ້ແມ່ນກິດຈະກໍາຮ່ວມລະຫວ່າງສະຫະພັນເພື່ອການກຸສົນຂອງຈີນ ແລະ ກະຊວງສຶກສາທິການ ແລະ ກິລາຂອງລາວ ເພື່ອຮັດແໜ້ນສາຍພົວພັນທາງການທູດ ແລະ ການຮ່ວມມືຂອງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຈີນ-ລາວ ພາຍໃຕ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມທັງເປັນການສົ່ງເສີມເຍົາວະຊົນລາວ ໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີ ໃນການພັດທະນາຊັບພະຍາກອນມະນຸດ ຂອງຈີນຕື່ມອີກ.
ແຫຼງ່ຂ່າວ: CRI
|
ຂ່າວພາຍໃນ
|
2023-05-25T10:33:45+00:00
|
https://laopost.com/?p=144864
|
ເລີ່ມທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ
|
ຂປລ. ໃນວັນທີ 4 ສິງຫານີ້, ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ວຽກງານຄົ້ນຄວ້າ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ, ຊຶ່ງມີບັນດາແຂກຖືກເຊີນຈາກກະຊວງ-ອົງການຈັດຕັ້ງຂັ້ນຕ່າງໆ ອ້ອມຂ້າງສູນກາງກະຊວງການເງິນ ໄດ້ຈັດກອງ ປະຊຸມທາບທາມ ຕໍ່ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດບາງແຂວງພາກກາງ ຕະຫລອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການລະດົມຄວາມຄິດເຫັນຈາກບັນດາກະຊວງ, ອົງການທຽບເທົ່າ, ແຂວງ, ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງໃສ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ແນໃສ່ເຮັດໃຫ້ຮ່າງດຳລັດດັ່ງກ່າວ ມີຄວາມເປັນເອກະພາບ, ຮັບປະກັນມີ ເນື້ອໃນຄົບຖ້ວນຊັດເຈນ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສປປ ລາວ ທັງເປັນບ່ອນອີງ ດ້ານນິຕິກຳ ທີ່ໜັກແໜ້ນໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຊຶ່ງຜ່ານກອງປະຊຸມທາບທາມຄັ້ງນີ້ ຄະນະຮັບຜິດຊອບ ຈະໄດ້ສືບຕໍ່ປັບປຸງຮ່າງດຳລັດສະບັບນີ້ ເພື່ອໃຫ້ສາມາດນຳເຂົ້າຜ່ານກອງປະຊຸມລັດຖະບານທີ່ຈະມາເຖິງນີ້.
ແຫລ່ງຂ່າວ: ຂປລ
|
ຂ່າວເຫດການ
|
2017-08-08T14:57:32+00:00
|
https://laopost.com/?p=93494
|
ລະເບີດແຕກ 3 ລູກ ຢູ່ຮ້ານສັບພະສິນຄ້າ ນະຄອນຢາງກຸ້ງ ໂຊກດີບໍ່ມີຜູ້ບາດເຈັບ ຫລື ເສຍຊີວິດ
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກນີ້ວ່າ ເມື່ອເວລາ 17:30 ຂອງວັນອາທິດທີ 20 ພະຈິກຜ່ານມານີ້ ໄດ້ເກີດເຫດລະເບີດແຕກ 3 ລູກ ໃນຮ້ານສັບພະສິນຄ້າ ເຂດທາເກຕາ ນະຄອນຢາງກຸ້ງ ປະເທດມຽນມາ ແຕ່ໂຊກດີແຮງລະເບີດສ້າງຄວາມເສຍຫາຍໃນວົງແຄບ ແລະ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການດ່ັງກ່າວນີ້.
ເຫດການຄວາມຮຸນແຮງດັ່ງກ່າວນີ້ ເກີດຂຶ້ນພຽງບໍ່ເທົ່າໃດວັນ ພາຍຫລັງທີ່ລັດຖະບານມຽນມາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມມາດຕະການຮັກສາຄວາມປອດໄພ ໃນເຂດເຈດີຊະເວດາກອງ ນະຄອນຢາງກຸ້ງ ຊຶ່ງເປັນເຈດີສັກສິດຂອງຊາວພຸດມຽນມາ ດ້ວຍຄວາມເປັນຫ່ວງຕໍ່ການໂຈມຕີຂອງຜູ້ກໍ່ການຮ້າຍ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
|
ຂ່າວຕ່າງປະເທດ
|
2016-11-21T15:49:08+00:00
|
https://laopost.com/?p=77264
|
ພະຍາດສັດປີກທີ່ເຮັດໃຫ້ໄກ່ຕາຍເປັນຈຳນວນຫຼາຍແບບບໍ່ຮູ້ສາເຫດ
|
ຈາກການສອບຖາມຊາວກະສິກຳໃນ ສປປ ລາວ ກ່ຽວກັບພະຍາດສັດປີກ ທີ່ເຮັດໃຫ້ໄກ່ຕາຍຫຼາຍ.
ໂດຍຜູ້ທີ່ລ້ຽງໄກ່ໃນລາວຈຳນວນຫຼາຍ ໄດ້ກ່າວວ່າ: ໄກ່ຂອງພວກເຂົາຫຼາຍໂຕເລີ່ມຕາຍ ເນື່ອງຈາກມີອາການປ່ວຍແບບບໍ່ຮູ້ສາເຫດ ມັນເລີ່ມຈາກໄກ່ໂຕໜຶ່ງໄດ້ຕາຍກ່ອນ ຫຼັງຈາກນັ້ນໄກ່ໂຕອື່ນໆກໍຕາຍໄປຕາມກັນ.
ຕາງໜ້າຈາກ ເຄືອຂ່າຍຊາວກະສິກອນລາວ ລະບຸວ່າ ໃນຊ່ວງທ້າຍຂອງຍາມໜາວ ເປັນຊ່ວງທີ່ພະຍາດສັດປີກແຜ່ລະບາດຫຼາຍທີ່ສຸດ ແລະ ເປັນຊ່ວງທີ່ຮ່າງກາຍຂອງໂຕໄກ່ອ່ອນເພຍ ມັນຈຶ່ງສ່ຽງກັບການເປັນພະຍາດໄດ້ຫຼາຍ ເຊັ່ນ ພະຍາດອະຫິວາສັດປີກ ແລະ ນິວຄາສເຊິລ.
ໄກ່ຈະອ່ອນເພຍທີ່ສຸດ ໃນຊ່ວງອາກາດປ່ຽນ ເມື່ອມີໄກ່ໂຕໜຶ່ງຕາຍແລ້ວ ໄກ່ໂຕອື່ນໆກໍຈະຕາຍຫຼັງຈາກນັ້ນບໍ່ດົນ ເນື່ອງຈາກພະຍາດນີ້ຕິດຕໍ່ກັນໄດ້ງ່າຍ.
ເພື່ອເປັນການປ້ອງກັນດີທີ່ສຸດ ແມ່ນຕ້ອງຊັກຢາໃຫ້ໄກ່ຢ່າງໜ້ອຍທຸກໆ 5-6 ເດືອນ ນອກຈາກນີ້ ຄົນລ້ຽງໄກ່ຕ້ອງໝັ່ນກວດສຸຂະພາບໄກ່ຢ່າງສະໜ່ຳສະເໝີ.
ຕົວຢ່າງເຊັ່ນ ໃນຊ່ວງອາກາດເຢັນ ຄວນລ້ຽງໄກ່ໄວ້ໃນບ່ອນອຸ່ນ ຖ້າພົບວ່າມີໄກ່ບໍ່ສະບາຍ ກໍຄວນຮີບເອົາໄປຮັກສາ.
ອາການໄກ່ທີ່ຕາຍໃນໄລຍະຜ່ານມານີ້ ມັນບໍ່ແມ່ນໄຂ້ຫວັດສັດປີກ ພະຍາດອະຫິວາສັດປີກ ແລະ ນິວຄາສເຊິລ ມັນບໍ່ສົ່ງຜົນອັນຕະລາຍຕໍ່ຄົນ ເຖິງວ່າມັນຈະເຮັດໃຫ້ໄກ່ຕາຍເປັນຈຳນວນຫຼາຍບາດດຽວ.
ພະຍາດອະຫິວາສັດປີກ ເປັນພະຍາດທີ່ແຜ່ລະບາດຜ່ານການສຳພັດລະຫວ່າງສັກປີກທີ່ມີພະຍາດ ຫາ ສັດປີກທີ່ສຸຂະພາບດີ ໃນສະພາບແວດລ້ອມທີ່ມີເຊື້ອແບັກທີເລຍ ທີ່ກໍ່ໃຫ້ເກີດພະຍາດອະຫິວາສັດປີກ.
ສ່ວນພະຍາດນິວຄາສເຊິລ ເປັນໄວຣັສທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ໄວ ທີ່ມັນສົ່ງຜົນກະທົບຕໍ່ນົກ, ໄກ່ງວງ, ຫ່ານ, ເປັດ, ໄກ່ຟ້າ ນົກປ່າ ແລະ ນົກປະເພດອື່ນໆ.
ຂໍ້ມູນຈາກ The Laotian Times
|
ຂ່າວພາຍໃນ
|
2023-02-16T14:36:42+00:00
|
https://laopost.com/?p=142329
|
ຄົບຮອບ 13 ປີ ເຫດການ 9/11 ຕຶກເວີນເທຣດເຊັນເຕີ້ຖະຫລົ່ມ ສະເທືອນຂັວນຄົນທັງໂລກ!
|
ຕຶກເວີນເທຣດເຊັນເຕີ້ຖະຫລົ່ມ ໃນມະຫານະຄອນນິວຢອກ ຫລື ເຫດການ 9/11 ເຊິ່ງເກີດຂຶ້ນເມື່ອວັນທີ 11/09/2001
ໂດຍໃນປີນີ້ແມ່ນຄົບຮອບ 13 ປີພໍດີ ທາງທີມງານລາວໂພສຕ໌ ຈິ່ງຮວບຮວມເຫດການດັ່ງກ່າວ ເພື່ອລະນຶກເຖິງໂສກ
ນາຕະກຳສຸດໂຫດ ທີ່ທົ່ວໂລກຕ້ອງຕົກຕະລຶງຕະຫລອດການ.
ຍ້ອນຫຼັງຄືນໄປຈາກນີ້ 13 ປີ ຄືໃນວັນທີ 11 ກັນຍາ 2001 ໃນຂະນະທີ່ຊາວເມືອງນິວຢອກ ສະຫະລັດອາເມຣິກາ ໃຊ້ຊີວິດ
ຕາມປົກກະຕິຢ່າງເຊັ່ນທຸກໆວັນ, ແຕ່ຢູ່ບໍ່ຢູ່ກໍກໍເກີດເຫດການທີ່ບໍ່ຄາດຄິດ ສະເທືອນຂັວນຊາວອາເມຣິກັນ ກໍຄືຜູ້ຄົນ
ໃນທົ່ວໂລກ ເມື່ອກຸ່ມກໍ່ການຮ້າຍຈຳນວນ 19 ຄົນ ໄດ້ທຳການຍຶດເຮືອບິນພານິດ 4 ລຳ ແລ້ວບັງຄັບໃຫ້ເຮືອບິນ 2 ລຳ
ບິນຕຳເຂົ້າຕຶກອາຄານເວີນເທຣດເຊັນເຕີ້ ເຊິ່ງເປັນສັນຍາລັກຂອງມະຫານະຄອນນິວຢອກ ທີ່ມີພະນັກງານເຮັດວຽກ
ຢູ່ກ່ວາ 50,000 ຄົນ ໂດຍແຮງຕຳຂອງເຮືອບິນ ໄດ້ເຮັດໃຫ້ຕຶກອາຄານພັງຖະຫລົ່ມລົງ ແລະ ເກີດເພີງໄໝ້ ສົ່ງຄັວນ
ລອຍປຸ້ມຂຶ້ນສູ່ທ້ອງຟ້າ ໃນຂະນະທີ່ຜູ້ຄົນທີ່ຢູ່ພາຍໃນຕຶກ ແລະ ພາຍໃນບໍລິເວນດັ່ງກ່າວ ກໍພາກັນປົບໜີຕາຍກັນຢ່າງ
ສົນລະວົນ.
ເຫດການໂສກນາຕະກຳໃນຄັ້ງນັ້ນ ໄດ້ພາກຊີວິດຜູ້ຄົນໄປກ່ວາ 3 ພັນຄົນ ແລະ ໃນນັ້ນຍັງບໍ່ທັນລວມເຖິງ 1 ພັນຄົນ
ທີ່ສູນຫາຍ ໂດຍບໍ່ພົບແມ່ນແຕ່ຊາກສົບຈາກເຫດການດັ່ງກ່າວເລີຍ, ສ່ວນຜູ້ກໍ່ການຮ້າຍຈຳນວນ 19 ຄົນ ແມ່ນໄດ້
ວາງແຜນສະລະຊີບຂອງຕົນເອງ ເພື່ອພາລະກິດດັ່ງກ່າວນີ້ໂດຍສະເພາະ.
ພາຍຫລັງເຫດການດັ່ງກ່າວບໍ່ດົນ ທາງການສະຫະລັດກໍສາມາດສືບຮູ້ວ່າ ເຫດການສະເທືອນຂັວນຄັ້ງນີ້ ເປັນຝີມືຂອງ
ກຸ່ມກໍ່ການຮ້າຍອັນກໍອິດະ ເຊິ່ງນຳໂດຍ ອຸຊາມະ ບິນລາ ດິນ ເຊິ່ງຕໍ່ມາໄດ້ກາຍເປັນຜູ້ກໍ່ການຮ້າຍທີ່ສະຫະລັດຕ້ອງການ
ໂຕຫລາຍທີ່ສຸດໃນໂລກ ແລະ ເຂົາກໍເປັນຜູ້ກໍ່ການຮ້າຍທີ່ຕາມລ່າຫາໂຕຍາກທີ່ສຸດໃນໂລກເຊັ່ນດຽວກັນ.
ຈົນເມື່ອເຫດການດັ່ງກ່າວຜ່ານກາຍມາເປັນເວລາ 10 ປີ ຄືຮອດເດືອນພຶດສະພາ ປີ 2011 ທາງການສະຫະລັດອາເມຣິ
ກາ ກໍໄດ້ອອກມາຖະແຫລງການຢ່າງເປັນທາງການວ່າ ອຸຊາມະ ບິນລາ ດິນ ໄດ້ເສຍຊີວິດລົງແລ້ວ ຈາກປະຕິບັດການ
ທາງການທະຫານຂອງສະຫະລັດ ເຊິ່ງເປັນຂ່າວທີ່ໂດ່ງດັງໄປໃນທົ່ວໂລກ.
ຢ່າງໃດກໍຕາມ ຄວາມສຳເລັດໃນການສັງຫານ ອຸຊາມະ ບິນ ລາດິນ ບໍ່ໄດ້ເຮັດໃຫ້ເຫດການ 9/11 ຖືກລຶບອອກໄປຈາກ
ຄວາມຊົງຈຳຂອງຊາວອາເມຣິກັນເລີຍ ເພາະນັບຕັ້ງແຕ່ເກີດເຫດນັ້ນມາ ໃນທຸກໆປີເມື່ອຮອດວັນທີ 11 ກັນຍາ ກໍຈະມີ
ກິດຈະກຳລະນຶກເຖິງເຫດການດັ່ງກ່າວຢ່າງເປັນປະຈຳ.
|
ຂ່າວຕ່າງປະເທດ
|
2014-09-11T09:16:33+00:00
|
https://laopost.com/?p=10220
|
ປະເທດໃນເຂດອາຊີເຝົ້າລະວັງໄວຣັສເມີສ (Virus MERS)
|
ຫຼາຍປະເທດໃນເຂດອາຊີ ມີການຕື່ນຕົວ ເຝົ້າລະວັງ ແລະ ກວດກາຜູ້ເດີນທາງມາຈາກ ສ.ເກົາຫລີຢ່າງໃກ້ຊິດ ຫຼັງຈາກມີຜູ້ເສຍຊີວິດ 2 ຄົນຈາກການແຜ່ລະບາດຂອງໄວຣັດເມີສ໌. ສື່ທາງການຈີນລາຍງານວ່າ ປະຊາຊົນຫຼາຍຮ້ອຍຄົນໄດ້ຍົກເລີກການເດີນທາງໄປ ສ.ເກົາຫລີ, ສ່ວນໄທ ແລະ ຫວຽດນາມ ເປີດເຜີຍວ່າ ມີການກວດສອບຜູ້ໂດຍສານທີ່ເດີນທາງເຂົ້າປະເທດຕາມສະໜາມບິນຕ່າງໆຢ່າງໃກ້ຊິດ , ເຊັ່ນດຽວກັບທີ່ ຮົງກົງ ທີ່ໄດ້ມີການເພີ່ມມາດຕະການເຝົ້າລະວັງ ແລະ ກັກຕົວປະຊາຊົນ 18 ຄົນ ທີ່ນັ່ງຢູ່ໃກ້ກັບຜູ້ຕິດເຊື້ອຄົນ ສ.ເກົາຫລີ ໃນຖ້ຽວບິນທີ່ມາຈາກນະຄອນຫຼວງໂຊລ ໃນອາທິດທີ່ຜ່ານມາ.
ຂະນະເຈົ້າໜ້າທີ່ສາທາລະສຸກ ສ.ເກົາຫລີ ກຳລັງເລັ່ງຕິດຕາມການຕິດເຊື້ອອີກຮອບສອງ ແລະ ຄາດວ່າຈະມີຜູ້ຕິດເຊື້ອລາຍໃໝ່ເພີ່ມອີກ ຫຼັງພົບວ່າຜູ້ຕິດເຊື້ອລາຍໃໝ່ 2 ຄົນໄດ້ຕິດເຊື້ອຈາກກຸ່ມຄົນເຈັບຮອບສອງ ສ່ວນລາຍອື່ນໆເກືອບທັງໝົດ ຕິດເຊື້ອຈາກຄົນເຈັບລາຍທຳອິດເຊິ່ງເປັນຊາຍອາຍຸ 68 ປີທີ່ກັບມາຈາກຕາເວັນອອກກາງທີ່ແພດຢືນຢັນວ່າຕິດເຊື້ອໃນວັນທີ 20 ພຶດສະພາທີ່ຜ່ານມາ. ຈົນເຖິງຂະນະນີ້, ສ.ເກົາຫລີ ມີຜູ້ເສຍຊີວິດຈາກໄວຣັດເມີສ໌ແລ້ວ 2 ຄົນ ເຊິ່ງເປັນສອງຄົນທຳທິດຂອງປະເທດ ຕິດເຊື້ອເພີ່ມເປັນ 25 ຄົນ ແລະ ປະຊາຊົນ 750 ຄົນຢູ່ພາຍໃຕ້ມາດຕະການການກັກຕົວ ຫຼື ສັງເກດອາການເປັນພິເສດ. ຂ່າວເຊື້ອໄວຣັດເມີສ໌ ແຜ່ລະບາດຍັງສ້າງຄວາມຢ້ານແກ່ປະຊາຊົນ ສ.ເກົາຫລີ ເຮັດໃຫ້ຍອດຂາຍໜ້າກາກອະນາໄມເພີ່ມສູງຂຶ້ນ 700% ຂະນະທີ່ໂຮງຮຽນເອກະຊົນ ແລະ ປະຖົມປະມານ 40 ແຫ່ງປິດການຮຽນການສອນຊົ່ວຄາວແລ້ວ ເນື່ອງຈາກພໍ່ແມ່ຜູ້ປົກຄອງຮູ້ສຶກວິຕົກກັງວົນ
|
ສຸຂະພາບ ແລະ ສີ່ງແວດລ້ອມ
|
2015-06-04T16:05:49+00:00
|
https://laopost.com/?p=27433
|
ເຫດລົດຕົກນ້ຳທາງໄປເມືອງເຟືອງ
|
ເກີດເຫດລົດຕົກນ້ຳລີກ ທີ່ຫີນເຫີບ ທາງໄປເມືອງເຟືອງ.
ໃນວັນທີ 31 ກໍລະກົດ ທີມກູ້ໄພໄດ້ຮັບລາຍງານ ລົດກະບະ ໄດ້ຕົກລົງມານ້ຳລີກ ທີ່ບ້ານຈຸດສີບ ເມືອງຫີນເຫີບ ແຂວງວຽງຈັນ, ຫຼັງຈາກທີ່ລົດໄດ້ຕົກລົງໄປ ມີປະຊາຊົນສາມາດຊ່ວຍໄດ້ເດັກນ້ອຍ 1 ຄົນ.
ຈາກການລາຍງານເບື້ອງຕົ້ນຂອງໜ່ວຍກູ້ໄພ ພົບວ່າ ມີຜູ້ເສຍຊີວິດຄາທີ່ 1 ຄົນ, ບາດເຈັບ 6 ຄົນ, ສູນຫາຍ 1 ຄົນ. ຂະນະນີ້ທີມງານໜ່ວຍກູ້ໄພ ໄດ້ເຖິງຈຸດເກີດເຫດເປັນທີ່ຮຽບຮ້ອຍ ແລະ ກຳລັງດຳເນີນງານຫາຜູ້ສູນຫາຍຢູ່.
ແຫຼ່ງຂ່າວຈາກ ທີມຄົ້ນຫາໃຕ້ນ້ຳນາກນ້ອຍ
|
ຂ່າວພາຍໃນ
|
2022-08-01T10:17:29+00:00
|
https://laopost.com/?p=136190
|
ເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ
|
ໃນເວລາ 23:00 ໂມງຂອງວັນທີ 15 ພະຈິກ 2022 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພະແນກ ພສປ) ປະຈຳຈຸດປະສານງານດານຊີ ເມືອງນາຊາຍທອງ ແລະ ຈຸດປະສານງານ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສົມທົບກັບຂະແໜງກວດກາ ແລະ ສືບສວນ-ສອບສວນ ຂອງພະແນກ ພສປ ກົມພາສີ ກະຊວງການເງິນ.
ໂດຍໄດ້ຮັບຂ່າວຈາກພົນລະເມືອງດີວ່າ: ຈະມີການລັກລອບສິນຄ້າໜີພາສີຕາມເສັ້ນທາງ 13 ເໜືອ, ຈຶ່ງໄດ້ອອກຕິດຕາມ, ກວດກາປະເພດລົດສິນຄ້ານໍ້າມັນເຊື້ອໄຟຈຳນວນ 2 ຄັນ.
ຜ່ານການກວດກາຕົວຈິງເຫັນວ່າ: ເປັນປະເພດສິນຄ້ານ້ຳມັນເຊື້ອໄຟເຄື່ອນຍ້າຍບໍ່ຖືກຕ້ອງ (ປະເພດນໍ້າມັນ ກາຊວນ ຈໍານວນ 3.000 ລິດ ແລະ ນໍ້າມັນແອັດຊັງ ຈໍານວນ 4.000 ລິດ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ອາຍັດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.
ແຫຼ່ງຂ່າວຈາກ ກະຊວງການເງິນ
|
ຂ່າວພາຍໃນ
|
2022-11-16T15:30:16+00:00
|
https://laopost.com/?p=139412
|
ສະພາບອາກາດໃນວັນທີ 2-8 ມິຖຸນານີ້! ອາກາດຮ້ອນເອົ້າພ້ອມມີຝົນຕົກລົມແຮງ
|
Weather Forecast
ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 2-3 ມິຖຸນາ 2020 ວ່າ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງປົກຄຸມທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.
ຈາກນັ້ນວັນ 4-8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ປານກາງ ຫາ ຕົກໜັກ ຕື່ມອີກ ພ້ອມມີລົມພັດແຮງບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ຮຽບຮຽງຂ່າວ: ພຸດສະດີ
|
ຂ່າວທ້ອງຖິ່ນ
|
2020-06-02T16:51:48+00:00
|
https://laopost.com/?p=119571
|
ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 14 ກໍລະກົດ 2021
|
ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2.976 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 75 ຄົນ ເຊິ່ງເຊິ່ງບໍ່ມີການຕິດເຊື້ອໃນຊຸມຊົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 75 ຄົນ, ເສຍຊີວິດສະສົມທັງໝົດ 03 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 726ຄົນ.
ໃນວັນທີ 13 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1.888 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 75 ຄົນ, ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 75 ຄົນ ຈາກແຂວງນະຄອນຫຼວງ 06 ຄົນ, ສະຫວັນນະເຂດ 07 ຄົນ, ຈໍາປາສັກ 61 ຄົນ, ຄໍາມ່ວນ 01 ຄົນ.
|
ຂ່າວພາຍໃນ
|
2021-07-14T11:13:17+00:00
|
https://laopost.com/?p=126121
|
ສສຊ ຝາກ ສາທາ ແກ້ໄຂການປິ່ນປົວ ແລະ ບຸກຄະລາກອນຂາດຈັນຍາບັນ
|
ພາຍຫຼັງ, ລັດຖະມົຕີກະຊວງສາທາລະນະສຸກ ໄດ້ຂຶ້ນຊີ້ແຈງກ່ຽວກັບຄຸນນະພາບການບໍລິການ, ການປິ່ນປົວຢູ່ໂຮງໝໍ-ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ອ່ານຂ່າວກ່ອນໜ້ານີ້: https://laopost.com/?p=107106&preview=true ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາຄິດເຫັນ ໂດຍໃຫ້ສາທາເອົາໃຈໃສ່ການລົງທຶນ, ການຄຸ້ມຄອງໂຮງໝໍ ແລະ ຮ້ານຂາຍຢາ, ການນໍາໃຊ້ບັດປະກັນສຸຂະພາບໃຫ້ເປັນເອກະພາບລະຫວ່າງໂຮງໝໍເມືອງກັບແຂວງ ແລະ ອື່ນໆ.
ວັນທີ 29 ພະຈິກ 2018 ທີ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ VIII ສສຊ ໄດ້ປະກອບຄໍາຄິດຄໍາເຫັນ ດ້ານວຽກງານສາທາລະນະສຸກ ໂດຍຝາກໃຫ້ມີການລົງທຶນສ້າງໂຮງໝໍ ແລະ ສຸກສາລາໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການໄປປິ່ນປົວຢູ່ປະເທດເພື່ອນບ້ານ, ສ້າງບຸກຄະລາກອນໃຫ້ຕິດພັນກັບການບໍລິການ, ຄຸ້ມຄອງໂຮງໝໍເອກະຊົນ ແລະ ຮ້ານຂາຍຢາ ສ້າງບຸກຄະລາກອນເພື່ອຄຸ້ມຄອງອຸປະກອນການແພດ, ການນໍາໃຊ້ບັດປະກັນສຸຂະພາບຍັງບໍ່ທັນເປັນເອກະພາບລະຫວ່າງໂຮງໝໍເມືອງ ແລະ ແຂວງ ການນໍາສົ່ງຄົນເຈັບຈາກເມືອງໄປແຂວງຍັງມີຄວາມຊັກຊ້າ ບາງຄັ້ງກໍເມີນເສີຍ ການບົ່ງມະຕິພະຍາດຍັງບໍ່ຖືກຕ້ອງ ແພດໝໍທີ່ປະຈໍາຢູ່ສຸກສາລາຍັງບໍພຽງພໍຕໍ່ຄົນເຈັບ. ນອກນັ້ນ, ຍັງມີການໂຄສະນາເກີນເຫດ ແລະ ຢາກໃຫ້ເຂັ້ມງວດໃນການສຶກສາອົບຮົມຈັນຍາບັນ-ຈັນຍາທໍາຂອງແພດໝໍ ແລະ ອື່ນໆ ເພື່ອຍົກສູງດ້ານສຸຂະພາບ ແລະ ການບໍລິການຂອງແພດໝໍໃຫ້ດີຂຶ້ນ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່
ຮູບພາບຈາກ: Lao National Radio
|
ຂ່າວທ້ອງຖິ່ນ
|
2018-12-04T11:44:12+00:00
|
https://laopost.com/?p=107115
|
ປະຊາຊົນຢູ່ບ້ານໂນນອຸດົມ ຂຸດພົບພຣະພຸດທະຮູບ
|
ໃນຕອນບ່າຍ ຂອງວັນທີ 22 ທັນວາ 2022 ໄດ້ມີປະຊາຊົນຢູ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຂຸດພົບພຣະພຸດທະຮູບ ທັງອົງໃຫຍ່ແລະອົງນ້ອຍ ຢູ່ໃນເຂດດິນຂອງຕົນເອງ.
ທາງໜ່ວຍງານຂອງຫ້ອງການ ຖະແຫລງຂ່າວແລະວັດທະນະທຳ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ລົງກວດກາ ແລະກວດສອບຂໍ້ມູນຕ່າງໆ ຂອງພຣະພຸດທະຮູບເຫຼົ່ານີ້ແລ້ວໄດ້ນຳໄປເກັບຮັກສາໄວ້ທີ່ວັດສຼີບຸນເຮືອງ ບ້ານໂນນອຸດົມ ເມືອງອຸທຸມພອນ
ເຊິ່ງລາຍລະອຽດຂອງຈາຣຶກທີ່ຢູ່ໃນຖານພຣະພຸດທະຮູບອົງໃຫຍ່ ນັ້ນແມ່ນມີຄວາມໝາຍແປເປັນພາສາລາວໃນປັດຈຸບັນນີ້ ຄື : ” ສັງກາດ ໓໖ ຕົວ ປີກາບຍີ່ ເດືອນຍີ່ ຂຶ້ນ ໑໕ ຄ່ຳ ວັນ ໑ ແສນມຸນຕີ ມີຜາສາດສັດທາສ້າງພຣະເຈົ້າໄວ້ຕາບຕໍ່ເທົ່າ ໕ ພັນວັດສາ ນິພານະ ປັດໄຈໂຍ ໂຫຕຸ ຈສ.໑໐໓໖. ພສ.໒໒໑໗ ”
Cr. Art and Culture of Laos
|
ຂ່າວທ້ອງຖິ່ນ
|
2022-12-23T16:11:10+00:00
|
https://laopost.com/?p=140161
|
ອາເມຊອນຄອງແຊ໋ມແບຣນມູນຄ່າແພງສຸດໃນໂລກ
|
ອາເມຊອນຂຶ້ນຄອງແຊ໋ມແບຣນທີ່ມີມູນຄ່າແພງທີ່ສຸດໃນໂລກປະຈຳປີ 2019 ຈາກການຈັດອັນດັບທັງໝົດ 100 ແບຣນ.
ກັນຕາຣ ຊຶ່ງເປັນໜ່ວຍວິໄຈກ່ຽວກັບຕະຫຼາດໂລກພົບວ່າ ອາເມຊອນຫຍັບຂຶ້ນຈາກອັນດັບ 3 ມາຄອງອັນດັບ 1 ດ້ວຍມູນຄ່າ 315.000 ລ້ານໂດລາ ແຊງກູເກິລແຊ໋ມເກົ່າຕົກໄປຢູ່ອັນດັບ 3 ຂະນະທີ່ແອັບເປິລຍັງຄົງຢູ່ອັບດັນທີ 2 ຄືເກົ່າ.
ຖືເປັນຄັ້ງທຳອິດທີ່ອາລີບາບາແຊງເທນເຊນຂຶ້ນຈາກອັນດັບທີ 9 ມາຢູ່ອັນດັບທີ 7 ແລະ ຖືເປັນແບຣນຈີນທີ່ມີມູນຄ່າສູງທີ່ສຸດໃນຂະນະນີ້ ໃນນັ້ນ ມີບໍລິສັດຈາກອາຊີລວມທັງ ສປ ຈີນ ເຖິງ 15 ແຫ່ງ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: thairath.co.th
|
ຂ່າວຕ່າງປະເທດ
|
2019-06-12T09:53:45+00:00
|
https://laopost.com/?p=115039
|
Ford ຈົດສິດທິບັດລະບົບລັອກລົດເມື່ອລູກຄ້າບໍ່ຈ່າຍຄ່າງວດລົດ
|
ບໍລິສັດ Ford ໄດ້ຍື່ນຂໍຈົດສິດທິບັດໃນການນຳໃຊ້ຄັອມພິວເຕີ ທີ່ສາມາດປິດການເຮັດວຽກຂອງລົດໄດ້ ເມື່ອລູກຄ້າບໍ່ຈ່າຍຄ່າງວດລົດ ແລະ ມັນຈະຂັບດ້ວຍຕົວມັນເອງໄປໃຫ້ທະນາຄານ.
ໃນເດືອນແລ້ວນີ້ ມີຄຳຂໍຈົດສິດທິບັດເພື່ອໃຫ້ເຈົ້າຂອງລົດທີ່ບໍ່ເຕັມໃຈຄືນລົດທີ່ຖືກຍຶດໃຫ້ກັບພວກເຂົາ ດ້ວຍປິດການເຮັດວຽກຂອງລົດຈາກໄລຍະໄກ ຖ້າບໍ່ມີການແຈ້ງຊຳລະຄ່າງວດລົດ.
ໃນເບື້ອງຕົ້ນກໍຈະມີການສົ່ງຄຳເຕືອນໃຫ້ໄປຈ່າຍ ຫຼື ຜ່ອນຄ່າງວດລົດກ່ອນ ຕໍ່ມາກໍອາດຈະມີການປິດການເຮັດວຽກບາງສ່ວນທີ່ບໍ່ອັນຕະລາຍ ແຕ່ສ້າງຄວາມລຳຄານ ເຊັ່ນ ປິດວິທະຍຸ ປິດແອ ແລະ ຕໍ່ມາກໍຈະລັອກລົດໄວ້ບໍ່ໃຫ້ເຂົ້າລົດ.
ໃນສິດທິບັດຍັງມີການເວົ້າເຖິງ ໃນລົດຈະມີກ້ອງຕິດໃນລົດ ແລະ GPS ເພື່ອມີເຫດສຸກເສີນເຊັ່ນ ລູກຄ້າໜີການສົ່ງລົດຄືນເມື່ອບໍ່ຈ່າຍຄ່າງວດລົດ ລະບົບຄອມພິວເຕີກໍຈະແຈ້ງໄປຫາຕຳຫຼວດ ພ້ອມກັບຕຳແໜ່ງຂອງລົດ.
ຢ່າງໃດກໍຕາມ Ford ຍັງບໍ່ມີການນຳໃຊ້ໃນໄວໆນີ້ ແລະ ນີ້ແມ່ນສິດທິບັດໜຶ່ງໃນພັນທີ່ຈົດໄປໃນປີໜຶ່ງເທົ່ານັ້ນ.
ແຫຼ່ງຂ່າວ theguardian
|
ຂ່າວຕ່າງປະເທດ
|
2023-03-16T14:08:39+00:00
|
https://laopost.com/?p=143158
|
ຕຳຫລວດຟິລິບປິນເດັດຂາດ ສັງຫານຜູ້ຄ້າຢາໄປແລ້ວ 30 ຄົນ ຫລັງທ່ານ ດູເຕີເຕ ສາບານຕົນຮັບຕຳແໜ່ງ!
|
ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 4 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດລະດັບສູງຂອງຟິລິບປິນ ໄດ້ເປີດເຜີຍວ່າ ພາຍຫລັງທີ່ທ່ານ ໂຣດຣິໂກ ດູເຕີເຕ ສາບານຕົນເຂົ້າຮັບຕຳແໜ່ງ ຕຳຫລວດຟິລິບປິນ ໄດ້ສັງຫານຜູ້ຄ້າຢາເສບຕິດໄປແລ້ວ 30 ຄົນ ພ້ອມທັງສາມາດຍຶດຢາເສບຕິດໄດ້ອີກມູນຄ່າ 900 ລ້ານເປໂຊ ສະກຸນເງິນຟິລິບປິນ ຊຶ່ງເປັນໄປຕາມນະໂຍບາຍຂອງທ່ານ ດູເຕີເຕ ໃນການເດັດຂາດແກ້ໄຂປະກົດການຫຍໍ້ທໍ້ ພາຍໃນສັງຄົມຟິລິບປິນ ໂດຍສະເພາະແມ່ນບັນຫາອາຊະຍາກຳ ຢ່າງເອົາຈິງເອົາຈັງ ຊຶ່ງນັບຕັ້ງແຕ່ວັນທີ 9 ພຶດສະພາ ຫລັງຈາກການເລືອກຕັ້ງເປັນຕົ້ນມາ ມີຜູ້ຖືກສັງຫານເສຍຊີວິດໄປແລ້ວ ຫລາຍກວ່າ 100 ຄົນ ໂດຍສ່ວນໃຫຍ່ແມ່ນເປັນຜູ້ຄ້າຢາເສບຕິດ, ຂົ່ມຂືນກະທຳຊຳເລົາ ແລະ ໂຈນລັກລົດ.
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!
|
ຂ່າວຕ່າງປະເທດ
|
2016-07-04T21:16:47+00:00
|
https://laopost.com/?p=64186
|
ເຮືອບິນກອງທັບອາກາດອິນໂດ ຕົກໃສ່ເຮືອນປະຊາຊົນ ເສຍຊີວິດແລ້ວ 30 ຄົນ!
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມິຖຸນາຜ່ານມານີ້ວ່າ ເກີດເຫດເຮືອບິນເຮີຄິວລິສ C-130 ຂອງກອງທັບອາກາດອິນໂດເນເຊຍ ຕົກລົງໃນເຂດຊຸມຊົນທີ່ຢູ່ອາໄສຂອງເມືອງເດານ ເມືອງໃຫຍ່ອັນດັບ 3 ຂອງອິນໂດເນເຊຍ ທີ່ຕັ້ງຢູ່ເທິງເກາະສຸມາດຕຣາ ໂດຍແຫລ່ງຂ່າວໄດ້ເປີດເຜີຍວ່າ ມີຜູ້ເສຍຊີວິດແລ້ວ 30 ຄົນ ແລະ ຄາດວ່າຈະມີຜູ້ເສຍຊີວິດເພີ່ມຂຶ້ນອີກຫລາຍສິບຄົນ.
ທັງນີ້ ເຮືອບິນເຮີຄິວລີສ ແມ່ນເປັນເຮືອບິນຂົນສົ່ງຂອງກອງທັບອາກາດອິນໂດເນເຊຍ ທີ່ກຳລັງຂົນເຄື່ອງຈາກເມືອງເມດານ ໂດຍມີຈຸດໝາຍໄປເກາະເນຕູນາ ເຊິ່ງບິນຂຶ້ນຈາກຖານທັບອາກາດໃນເວລາ 12:08 ນາທີຕາມເວລາໃນທ້ອງຖິ່ນ ກ່ອນທີ່ຈະຕົກລົງຕຳໃສ່ເຮືອນຊານຂອງປະຊາຊົນ ທີ່ຢູ່ຫ່າງອອກຈາກຖານທັບໄປປະມານ 5 ກິໂລແມັດ ໃນເວລາ 2 ນາທີຕໍ່ມາ ໂດຍແຫລ່ງຂ່າວໄດ້ລະບຸວ່າ ນັກບິນໄດ້ຖືກຂໍໃຫ້ບິນກັບຄືນຖານທັບ ເນື່ອງຈາກມີບັນຫາທາງດ້ານເຕັກນິກ ກ່ອນທີ່ຈະມາເກີດອຸບັດເຫດດັ່ງກ່າວນີ້.
|
ຂ່າວຕ່າງປະເທດ
|
2015-06-30T16:22:20+00:00
|
https://laopost.com/?p=29284
|
ໄຮ້ຮ່ອງຮອຍ! ທີມຄົ້ນຫາ MH370 ຍອມຮັບ ບໍ່ມີວີ່ແວວທີ່ຈະພົບຊາກເຮືອບິນລຳນີ້ເລີຍ!
|
ທີມຄົ້ນຫາເຮືອບິນ MH370 ຍອມຮັບ ຍັງບໍ່ມີຄວາມຄືບໜ້າທີ່ຈະພົບຊາກເຮືອບິນໂດຍສານ ມາເລເຊຍ ແອຣ໌ລາຍ ລຳດັ່ງກ່າວ ໃນຂະນະທີ່ການຄົ້ນຫາ ໄດ້ກິນເນື້ອທີ່ 120,000 ຕາລາງກິໂລແມັດແລ້ວ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພຶດສະພາຜ່ານມານີ້ວ່າ ທີມຄົ້ນຫາເຮືອບິນໂດຍສານ ຂອງສາຍການບິນ ມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH370 ເຊິ່ງນຳໂດຍປະເທດອົດສະຕາລີ ໄດ້ອອກມາຍອມຮັບວ່າ ຮອດບໍ່ມີວີ່ແວວວ່າຈະພົບຊາກເຮືອບິນໂດຍສານລຳນີ້ເລີຍ ຫລັງຈາກທີ່ໄດ້ຄົ້ນຫາມາຕັ້ງແຕ່ 15 ເດືອນກ່ອນຫລັງຈາກເກີດເຫດສູນຫາຍໄປຢ່າງໄຮ້ຮ່ອງຮອຍ ໂດຍທີມຄົ້ນຫາໄດ້ປະຕິບັດການໃນພື້ນທີ່ຫລາຍກ່ວາເກົ່າ ເຖິງ 2 ເທົ່າ ເຊິ່ງກວມພື້ນທີ່ 120,000 ຕາລາງກິໂລແມັດ ທົ່ວບໍລິເວນຕອນໃຕ້ຂອງມະຫາສະໝຸດອິນເດຍ ໂດຍເນື້ອທີ່ດັ່ງກ່າວນີ້ ທຽບໃສ່ເກາະເວລສ໌ ຂອງສະຫະຣາຊະອານາຈັກ (UK) ແມ່ນໃຫຍ່ກ່ວາເຖິງ 6 ເທົ່າ ແຕ່ກໍຍັງໄຮ້ຮ່ອງຮອຍ.
|
ຂ່າວຕ່າງປະເທດ
|
2015-05-22T11:26:28+00:00
|
https://laopost.com/?p=26493
|
ການຕັດສິນຂອງສານມີຄວາມເປັນທຳ ເຮັດໃຫ້ຫາງສຽງຈົ່ມວ່າຖືກຕີຖອຍ!
|
ຕາມບົດລາຍງານຂອງຄະນະຮັບຜິດຊອບສານປະຊາຊົນສູງສຸດຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ທີ່ມີຂຶ້ນໃນຕອນເຊົ້າວັນທີ 9 ກໍ ລະກົດນີ້ ຢູ່ທີ່ຫໍສະພາແຫ່ງຊາດ ກ່ຽວກັບການ ເຄື່ອນໄຫວວຽກງານຂອງສານປະຊາຊົນປະຈຳສົກປີ 2014-2015 ເຫັນວ່າການແກ້ ໄຂຄະດີຂອງສານແຕ່ລະຂັ້ນມີ ຄວາມ ຖືກຕ້ອງ ແລະ ຍຸຕິທຳ ສົ່ງ ຜົນເຮັດໃຫ້ຫາງສຽງຈົ່ມວ່າຂອງ ສັງຄົມ ຫລຸດໜ້ອຍຖອຍລົງສ້າງ ຄວາມເຊື່ອໝັ້ນໃຫ້ປະຊາຊົນຫລາຍຂຶ້ນ.
ຜ່ານການກວດກາ ແລະ ຕີລາຄາການແກ້ໄຂຄະດີຂອງ ສານໃນໜຶ່ງປີຜ່ານມາເຫັນວ່າ ການພິຈາລະນາຕັດສິນຄະດີ ຂອງສານໄດ້ມີ ຄວາມວ່ອງໄວ ແລະ ມີຄຸນນະພາບ ເຮັດໃຫ້ໂຈດ ແລະ ຈຳເລີຍມີຄວາມ ພໍໃຈຕໍ່ການຕັດ ສິນຂອງສານເຊິ່ງ ສະແດງອອກໃນ ສົກປີ 2014-2015 ມີຄະດີຢູ່ສານປະຊາຊົນຂັ້ນ ຕົ້ນທົ່ວປະເທດທັງ ໝົດ 6.792 ເລື່ອງ, ຕັດສິນໄປແລ້ວ 5.615 ເລື່ອງກວມ 82,67%.
ຄູ່ຄວາມ ພໍໃຈເຫັນດີນຳໄປຈັດຕັ້ງປະຕິບັດ 4.583 ເລື່ອງ ກວມ 81,62%. ທຽບໃສ່ໄລຍະດຽວກັນຂອງປີ ກ່ອນຄະດີທີ່ຂໍລຶບລ້າງຫລຸດລົງ 150 ເລື່ອງ ກວມ 21,34%. ນີ້ສະແດງວ່າການພິຈາລະນາແກ້ ໄຂຢູ່ສານມີ ຄວາມຖືກຕ້ອງ ແລະ ເປັນທຳເຮັດໃຫ້ຄູ່ຄວາມເພິ່ງພໍໃຈຕໍ່ການຕັດສິນຄະດີຂອງສານ ແລະ ເຫັນດີນຳ ໄປຈັດຕັ້ງປະຕິບັດກວມ ເປີເຊັນຫລາຍ. ສະເພາະຄະດີທີ່ ເຂົ້າມາສານຂັ້ນຕົ້ນຫລາຍກວ່າໝູ່ ໃນສົກ ປີຜ່ານມາແມ່ນນະຄອນ ຫລວງວຽງຈັນ ມີ 1.679 ເລື່ອງ ກວມເອົາ 30,03% ແລະ ຮອງລົງ ມານແມ່ນ ແຂວງສະຫວັນນະເຂດ ມີ 519 ເລື່ອງ ກວມເອົາ 9,28% ຂອງຄະດີທີ່ເຂົ້າມາສານຂັ້ນຕົ້ນທົ່ວປະເທດ.
ຄະນະນຳຂອງສານປະຊາ ຊົນຍອມຮັບຂໍ້ຂາດຕົກບົກຜ່ອງ ຂອງສານແຕ່ລະຂັ້ນຕໍ່ບັນຫາການຕັດສິນທີ່ຍັງບໍ່ຖືກຕ້ອງ ແລະ ຊັດ ເຈນອັນເນື່ອງມາຈາກການດຳ ເນີນຄະດີບາງເລື່ອງຍັງບໍ່ມີຫລັກ ຖານຄົບຖ້ວນ-ພຽງພໍ, ການເກັບ ກຳຂໍ້ມູນຫລັກຖານ, ການພິສູດ ຫລັກຖານຍັງພົບຄວາມຫຍຸ້ງຍາກ, ຊັກຊ້າ, ແກ່ຍາວ, ບາງກໍລະນີຂາດ ຊ່ຽວ ຊານສະເພາະດ້ານ, ບາງຄະ ດີກໍບໍ່ທັນນຳເອົາບຸກຄົນທີສາມເຂົ້າຮ່ວມໃນການດຳເນີນຄະດີໄດ້ ເນື່ອງຈາກໂຈດ ແລະ ຈຳເລີຍໄດ້ ປິດບັງ, ເຊື່ອງອຳບໍ່ລາຍງານຕໍ່ ສານ. ພ້ອມນັ້ນຄວາມຮັບຜິດຊອບ ໃນການຄົ້ນຄວ້າກຳນົດເຫດການຄະ ດີຂອງຜູ້ພິພາກສາຍັງບໍ່ທັນລະອຽດ, ຈະແຈ້ງຈຶ່ງເຮັດໃຫ້ການພິ ຈາລະນາຕັດສິນຄະດີຍັງບໍ່ທັນຮັບປະກັນລັກສະ ນະຄົບຖ້ວນ, ຮອບດ້ານ ແລະ ບໍ່ທັນຖືກຕ້ອງເທົ່າທີ່ຄວນເຊິ່ງສະແດງອອກສານຂັ້ນເທິງໄດ້ພິພາກສາປ່ຽນແປງຄຳຕັດ ສິນ, ຄຳພິພາກສາຂອງສານຂັ້ນ ລຸ່ມຍັງມີຢູ່. ການຂຽນຄຳຕັດສິນ, ຄຳພິພາກສາບາງເລື່ອງບໍ່ໄປຕາມ ໂຄງຮ່າງທີ່ກຳ ນົດ, ການພິຈາລະ ນາຂໍ້ສະເໜີ ຫລື ຮ້ອງຂໍຂອງຄູ່ ຄວາມຍັງບໍ່ທັນຄົບຖ້ວນ, ການຊີ້ ແຈງໃຫ້ເຫດຜົນໃນຄຳວິນິດໄສ ຂອງສານບໍ່ທັນລະອຽດຈະແຈ້ງ, ບໍ່ທັນອ້າງອີງໃສ່ຫລັກຖານ ແລະ ມາດຕາກົດໝາຍເທົ່າທີ່ຄວນ. ຄູ່ຄວາມ ແລະ ຜູ້ເຂົ້າຮ່ວມໃນການດຳເນີນຄະດີຍັງບໍ່ທັນເປັນເຈົ້າການໃຫ້ຄວາມຮ່ວມມືໃນການເຂົ້າມາ ສານຕາມໝາຍຮຽກ, ໝາຍເຊີນ, ຍັງສົ່ງເອກະສານຮ້ອງທຸກ, ຂໍ ຄວາມເປັນທຳຫາຫລາຍພາກ ສ່ວນທີ່ມີແນວຄິດທັດສະນະເບິ່ງບັນຫາແຕກຕ່າງກັນ. ການປະສານສົມທົບໃນການແກ້ໄຂຄະດີບາງຂັ້ນບໍ່ທັນດີຈຶ່ງພາໃຫ້ມີການດຳເນີນຄະດີຊັກຊ້າ ແລະ ມີການຕັດສິນລັບຫລັງໃນບາງຄະດີ, ມີການສົ່ງຄະດີຂຶ້ນ-ລົງຫລາຍຮອບກໍຍັງມີ.
ແຫລ່ງຂ່າວ: ລາວພັດທະນາ
|
ຂ່າວເຫດການ
|
2015-07-10T13:53:58+00:00
|
https://laopost.com/?p=29935
|
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ 28 ພະຈິກນີ້
|
ອີງຕາມແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເພື່ອເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດປະຊາຊົນຈີນ, ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ຫລີ ເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 28 ພະຈິກ ຫາວັນທີ 01 ທັນວາ 2016 ນີ້.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
|
ຂ່າວເຫດການ
|
2016-11-25T09:11:41+00:00
|
https://laopost.com/?p=77778
|
ກອງຕີພິເສດອີຣັກ ບຸກຄືບໄລ່ໄອເອັສອອກເມືອງໂມຊູນ ຖືກຕອບໂຕ້ດ້ວຍມືປືນຊຸ້ມຍິງ-ລະເບີດຂ້າຕົວຕາຍ
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກນີ້ວ່າ ພົນຕີ ຊາມີ ອັນ-ອາຣິດີ ຜູ້ບັນຊາການລະດັບສູງຂອງກອງທັບອີຣັກ ໄດ້ຖະແຫລງໃນມື້ວັນອາທິດທີ 20 ພະຈິກຜ່ານມານີ້ວ່າ ກອງຕີພິເສດຂອງຝ່າຍລັດຖະບານ ສາມາດຍຶດຄືນພື້ນທີ່ໄດ້ຢ່າງຕໍ່ເນື່ອງ ເຂດພາກຕາເວັນອອກ ເພື່ອເຈາະເຂົ້າໃຈກາງເມືອງໂມຊູນ ໂດຍສາມາດຜັກດັນໃຫ້ນັກຮົບໄອເອັສ ຖອນກຳລັງຖອຍອອກໄປເລື້ອຍໆ, ແນວໃດກໍຕາມ ປະຕິບັດການປົດປ່ອຍເມືອງໂມຊູນຄັງນີ້ ຍັງມີຄວາມຫລ້າຊ້າຫລາຍ ເນື່ອງຈາກມີການຕອບໂຕ້ດ້ວຍມືປືນຊຸ້ມຍິງ ຫລື ສະໄນເປີ້ ແລະ ມືລະເບີດຂ້າຕົວຕາຍ ຂັດຂວາງໃນແຕ່ລະຈຸດ.
ໃນວັນອາທິດທີ 20 ພະຈິກຜ່ານມາ ກອງກຳລັງອີຣັກ ສາມາດປິດລ້ອມເຂດ ອັນ-ໂຊຮູ ຊຶ່ງຫ່າງຈາກໃຈກາງເມືອງໂມຊູນ ພຽງແຕ່ປ 8 ກິໂລແມັດເທົ່ານັ້ນ ສົ່ງຜົນເຮັດໃຫ້ພົນລະເຮືອນພາກັນຫລົບໜີ ຍົກທຸງຂາວອອກມາພື້ນທີ່ເຂດປົດປ່ອຍ ດ້ານແນວຫລັງຂອງຝ່າຍລັດຖະບານ.
ທັງນີ້ ກອງກຳລັງຝ່າຍຕ່າງໆຂອງອີຣັກ ໄດ້ເລີ່ມຕົ້ນປະກາດບັ້ນຮົບປົດປ່ອຍເມືອງໂມຊູນ ເມືອງໃຫຍ່ອັນດັບ 2 ຂອງປະເທດ ເມື່ອໜຶ່ງເດືອນຜ່ານມາ, ພາຍຫລັງທີ່ເມືອງດັ່ງກ່າວນີ້ ຖືກກຸ່ມລັດອິດສະລາມ ຫລື ໄອເອັສ ຍຶດຄອງມາຕັ້ງແຕ່ກາງປີ 2014 ແລະ ຍັງເປັນເຂດທີ່ໝັັ້ນສຸດທ້າຍຂອງກຸ່ມໄອເອັສ ໃນດິນແດນປະເທດອີຣັກ ໃນປັດຈຸບັນ.
ພົນລະເຮືອນຊາວອີຣັກ ກຳລັງອົບພະຍົບຫລົບໜີ ການສູ້ຮົບກັນ ໃນບັ້ນຮົບປົດປ່ອຍເມືອງໂມຊູນ ປະເທດອີຣັກ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
|
ຂ່າວຕ່າງປະເທດ
|
2016-11-21T15:36:15+00:00
|
https://laopost.com/?p=77259
|
ພິທີມອບ-ຮັບ ໂຄງການກໍ່ສ້າງເດີ່ນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ
|
ໃນວັນທີ 24 ກຸມພາ 2017 ຜ່ານມາ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ຕິດຕັ້ງຕົບແຕ່ງເດີ່ນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ຂຶ້ນ ເຊິ່ງມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຮັບຜິດຊອບ ພິພິທະພັນໄກສອນພົມວິຫານ ແລະກ່າວຮັບໂດຍ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຊຽງຊຽງຂວາງ ມີການນຳຂອງສູນກາງ, ແຂວງ, ເມືອງ, ພະນັກງານ, ພໍ່ແ່ປະຊາຊົນ ແລະແຂກຖືກເຊີນ ທີ່ກ່ຽວຂ້ອງເຂົ້າຮ່ວມ
ໂຄງການດັ່ງກ່າວ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ສີວອນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເຊິ່ງເລີ່ມກໍ່ສ້າງແຕ່ທ້າຍປີ 2014 ເປັນຕົ້ນມາ ເຊິ່ງໄດ້ຕິດຕັັ້ງຮູບຫຼໍ່ໝົດຄີງ, ຕິດຕັ້ງໄຟຟ້າ, ນໍ້າປະປາ ຕົບແຕ່ງເດີ່ນສວນ ເນື້ອທີທັງໝົດ 8.568 ຕາແມັດ ການກໍ່ສ້າງແມ່ນສຳເລັດແລ້ວ 100% ລວມມູນຄ່າທັງໝົດ 14 ຕື້ກວ່າກີບ
ທ່ານ ຕູ້ຢ່າ ແມ່ນຜູ້ນຳຮຸ່ນທຳອິດ ຂອງການປະຕິວັດລາວ ທີ່ໄດ້ອຸທິດຊີວິດ ເພື່ອປະເທດຊາດ ແລະການປະຕິວັດ ແມ່ນທະຫານທີ່ມີຄວາມເກັ່ງກ້າສາມາດ ສະຫຼາດຫຼັກແຫຼມ ມີໄຫວພິກ ທີ່ຄ່ອງແຄ້ວຊຳນານທາງດ້ານພູມີປະເທດເຂດພາກເໜືອ ແລະເປັນນັກການທູດທາງທະຫານທີ່ດີເດັ່ນຮຸ່ນທຳອິດໃນການກໍ່ຕັ້ງສາຍພົວພັນມິດຕະພາບລາວ-ຫວຽດນາມ ເຊິ່ງກາຍເປັນສັນຍາລັກແຫ່ງມູນເຊື້ອຄວາມສາມັກຄີພິເສດຮ່ວມສຳພັນສູ້ຮົບ ແລະໂຄສະນາເຕົ້າໂຮມຄວາມສາມັກຄີກອງພັນທີ 2 ກອງທັບປະຊາຊົນລາວ
ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ
|
ຂ່າວເຫດການ
|
2017-02-28T09:52:15+00:00
|
https://laopost.com/?p=86020
|
ຟິລິບປິນເລີ່ມໃຊ້ກົດໝາຍຫ້າມສູບຢາໃນສະຖານທີ່ສາທາລະນະແລ້ວ
|
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດ ຟິລິບປິນ ເມື່ອວັນທີ 24 ກໍລະກົດ 2017 ວ່າ ກະຊວງສາທາລະນະສຸກຂອງຟິລິບປິນ ອອກຖະແຫລງການເມືອວັນອາທິດທີ່ຜ່ານມາວ່າ ຄຳສັ່ງຝ່າຍບໍລິຫານປະທາ ນາທິບໍດີ ໂຣດຣິໂກ ດູເຕີເຕ ເຊິ່ງລົງນາມເມື່ອເດືອນ ພຶດສະພາ ທີ່ຜ່ານມາ ຫ້າມສູບຢາໃນສະຖານທີ່ສາທາລະນະມີຜົນບັງຄັບໃຊ້ເປັນກົດໝາຍທົ່ວປະເທດແລ້ວ ນັບແຕ່ວັນອາທິດທີ 23 ກໍລະກົດ 2017 ເປັນຕົ້ນໄປ ໂດຍການສູບຢາໃນໂຮງຮຽນ, ໂຮງໝໍ, ສະຖານທີ່ເຮັດວຽກ, ສະຖານີຂົນສົ່ງ, ສາທາລະນະ ຫາກໃຜຝ່າຝືນຈະຖືກປັບໃໝເປັນເງິນ 875,000 ກີບ ຫຼື ຈຳຄຸກ 30 ມື້.
|
ຂ່າວຕ່າງປະເທດ
|
2017-07-24T16:18:36+00:00
|
https://laopost.com/?p=92758
|
ສາວຈີນສານຝັນໃຫ້ກາຍເປັນຈິງດ້ວຍການ “ສ້າງເຮືອນພັກຄົນຊະລາ”
|
“ຂ້ອຍຕ້ອງການໃຫ້ບັ້ນປາຍຊີວິດຂອງເຂົາເຈົ້າມີຄວາມສຸກທີ່ສຸດ” ນີ້ຄືຄຳໝັ້ນສັນຍາຂອງຍິງສາວຊາວຈີນທີ່ສາມາດເຮັດຕາມຄວາມຝັນຂອງຕົນເອງ ໂດຍນາງໄດ້ສ້າງເຮືອນພັກສຳລັບຄົນຊະລາໄດ້ສຳເລັດ ແລະ ໄດ້ດູແລເຂົາເຈົ້າມາໄດ້ດົນກວ່າ 5 ປີ ຊຶ່ງມີຫຼາຍກວ່າ 150 ຄົນ.
ນາງ ຫຍາງ ຮຸ່ຍເໝີຍ ຍິງສາວລຸ້ນໃໝ່ໃນໄວ 35 ປີ ໄດ້ເຮັດຕາມຄວາມຝັນໄດ້ສຳເລັດ ນາງ ຫຍາງ ຈົບການສຶກສາຈາກມະຫາວິ ທະຍາໄລການແພດສະເພາະທາງທີ່ມົງໂກເລຍເມື່ອປີ 2005 ແລ້ວກັບມາບ້ານເກີດເມືອງນອນທີ່ມົນທົນເຫີເປີຍ ຈາກນັ້ນນາງກໍເລີ່ມເດີນທາງຕາມຫາຄວາມຝັນຊຶ່ງຢູ່ໃນສ່ວນເລິກຂອງຫົວໃຈ ໂດຍນາງເລີ່ມປະກອບອາຊີບຕາມວິຊາທີ່ໄດ້ສຶກສາຮ່ຳຮຽນມາ ດ້ວຍການເປີດຄລີນິກທັນຕະກຳ ແຕ່ຫຼັງຈາກໄດ້ປິ່ນປົວຜູ້ປ່ວຍທີ່ມີອາຍຸສູງມາໄລຍະໜຶ່ງ ນາງ ຫຍາງ ກໍເລີ່ມມີຄວາມຄິດທີ່ຈະເປີດເຮືອນພັກຄົນຊະລາ ແລະ ຫຼັງຈາກກຽມຕົວເປັນເວລາ 2 ປີ ນາງກໍສາມາດເປີດເຮືອນພັກຄົນຊະລາໄດ້ສຳເລັດໃນຊື່ “ສືອັນຊິ່ງຝູ” ແລະ ເປີດຢ່າງເປັນທາງການເມື່ອເດືອນກຸມພາ 2014 ທັງນີ້ ຊື່ດັ່ງກ່າວແມ່ນໝາຍເຖິງຄວາມເມດຕາ ຄວາມສະຫງົບປອດໄພ ແລະ ຄວາມສຸກ.
ເຮືອນພັກຄົນຊະລາແຫ່ງນີ້ບໍ່ແມ່ນສະຖານທີ່ເຮັດວຽກ ແຕ່ປຽບເໝືອນເປັນເຮືອນຫຼັງທີ 2 ຂອງນາງ ຫຍາງ ເພາະນາງໃຊ້ຊີວິດຢູ່ສະຖານທີ່ແຫ່ງນີ້ຕະຫຼອດເວລາ ແລະ ເຮັດທຸກໜ້າທີ່ດ້ວຍຕົນເອງ ເນື່ອງຈາກຍັງຂາດບຸກຄະລາກອນທີ່ຈະມາຊ່ວຍແບ່ງເບົາວຽກ ງານ.
ດັ່ງນັ້ນ ນາງຈິ່ງເປັນຜູ້ຈັດການວຽກງານຕ່າງໆພາຍໃນເຮືອນດ້ວຍຕົນເອງ ບໍ່ວ່າຈະທຳຄວາມສະອາດຫ້ອງນ້ຳ ຊ່ວຍຄົນຊະລາເຂົ້າຫ້ອງນ້ຳ ອາບນ້ຳທຳຄວາມສະອາດໃຫ້ເຂົາເຈົ້າ ນວດຜ່ອນຄາຍ ແລະ ແຕ່ງຢູ່ຄົວກິນ ຂະນະທີ່ຄົນອ້ອມຂ້າງຂອງ ນາງ ຫຍາງ ຕ່າງກໍເວົ້າເປັນສຽງດຽວກັນວ່າ ຫຍາງ ປະຕິບັດກັບຄົນຊະລາປຽບດັ່ງເຂົາເຈົ້າເປັນພໍ່ແມ່ຂອງນາງ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: sanook.com
|
ຂ່າວຕ່າງປະເທດ
|
2019-06-17T11:51:43+00:00
|
https://laopost.com/?p=115387
|
ຣັດເຊຍເນັ້ນຢໍ້ຳ ໄຄຣເມຍຄືສ່ວນໜຶ່ງຂອງຕົນ ຫລັງທຳນຽບຂາວຄາດຫວັງ ໃຫ້ສົ່ງຄືນແກ່ອູແກຣນ
|
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍ ໄດ້ອອກມາຖະແຫລງວ່າ ຣັດເຊຍຈະບໍ່ສົ່ງມອບຄືນດິນແດນໄຄຣເມຍ ຊຶ່ງເປັນດິນແດນສ່ວນໜຶ່ງຂອງ ສະຫະພັນຣັດເຊຍ ໃຫ້ແກ່ອູແກຣນ ພ້ອມທັງຈະບໍ່ມີການຫາລືໃນບັນຫານີ້ກັບປະເທດໃດອີກ ພາຍຫລັງທີ່ ທ່ານ ຢອນ ສະໄປເຊີ ໂຄສົກທຳນຽບປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ອອກມາລະບຸກ່ອນໜ້ານີ້ວ່າ ທ່ານ ໂດນັນ ທຣັມ ຄາດຫວັງທີ່ຈະຮ່ວມມືກັບຣັດເຊຍ ແຕ່ກໍຢາກໃຫ້ຣັດເຊຍ ສົ່ງມອບຄືນໄຄຣເມຍ ໃຫ້ແກ່ອູແກຣນ.
ທັງນີ້ ຣັດເຊຍໄດ້ຮັບເອົາດິນແດນໄຄຣເມຍ ເຂົ້າໄປເປັນສ່ວນໜຶ່ງຂອງຕົນໃນປີ 2014 ຕາມການຮ້ອງຂໍຂອງຊາວໄຄຣເມຍ ຊຶ່ງສ່ວນໃຫຍ່ເວົ້າພາສາຣັດເຊຍ ອັນໄດ້ເຮັດໃຫ້ສະຫະລັດອາເມຣິກາ ແລະ ສະຫະພາບເອີຣົບ ໃຊ້ມາດຕະການຂວ້ຳບາດກັບຣັດເຊຍ ສົ່ງຜົນເຖິງຄວາມສຳພັນລະຫວ່າງຊາດຕາເວັນຕົກ ກັບສະຫະພັນຣັດເຊຍ ຕົກຕ່ຳສຸດຂີດນັບຕັ້ງແຕ່ຫລັງສິ້ນສຸດ ຍຸກສົງຄາມເຢັນເປັນຕົ້ນມາ.
|
ຂ່າວຕ່າງປະເທດ
|
2017-02-16T09:52:48+00:00
|
https://laopost.com/?p=85229
|
ລັດ ເລັ່ງຕ້ານການຟອກເງິນ ເພື່ອບໍ່ໃຫ້ ສປປ ລາວ ຕົກເປັນເປົ້າສາຍຕາຂອງສາກົນ
|
ຄະນະກຳມະການແຫ່ງຊາດຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ໃນວັນທີ 27 ທັນວາ 2018 ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນ ດ້ານການປ້ອງກັນ-ປາບປາມການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ (Anti-Money Laundering and Combating the Financing of Terrorism: AML/CFT) ແລະ ກະກຽມການປະເມີນ ສປປ ລາວ ຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020 ພ້ອມທັງເຮັດໃຫ້ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ກອງປະຊຸມດັ່ງກ່າວ ໄດ້ຕີລາຄາຜົນສຳເລັດວຽກງານການປະເມີນຄວາມສ່ຽງລະດັບຊາດ, ການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານ ເພື່ອແກ້ໄຂຄວາມສ່ຽງຈາກຜົນການປະເມີນທີ່ໄດ້ຮັບ ແລະ ຍັງຮັບຊາບຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ໂດຍສະເພາະການຂະຫຍາຍກົນໄກການຮ່ວມມື ລະຫວ່າງອົງການສືບສວນ-ສອບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ເພື່ອສະດວກໃນການເຂົ້າເຖິງແຫຼ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆ ລວມເຖິງການດຳເນີນຄະດີອາສະຍາກຳ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ພ້ອມກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ.
ນອກຈາກນີ້, ຍັງສືບຕໍ່ໃນການສ້າງຄວາມສາມາດລົງເລິກໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ພ້ອມທັງຮັບຮອງເອົາແຜນງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2019 ເຊິ່ງມີການກະກຽມຢ່າງຮອບດ້ານ ຮອງຮັບການປະເມີນຮ່ວມກັນໃນຮອບທີ່ສອງ (ME) ຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ 2020-2021 ຈາກຄະນະກວດສອບຂອງກຸ່ມອາຊີປາຊີຟິກ (APG).
ໃນກອງປະຊຸມຄັ້ງທີ່ແລ້ວທີ່ຈັດຂຶ້ນກາງເດືອນ ມີນາ 2018 ໄດ້ແຈ້ງຜົນການປະເມີນເບື້ອງຕົ້ນຄວາມສ່ຽງລະດັບຊາດການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ; ການສ້າງຄວາມສາມາດໃຫ້ບັນດາຂະແໜງການຕິດພັນກັບການສືບສວນ-ສອບສວນຄະດີການຟອກເງິນ ແລະ ປັບປຸງກົນໄກການດໍາເນີນງານ, ປະສານງານພາກສ່ວນກ່ຽວຂ້ອງເພື່ອຮັບຮອງການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາຂອງ FATF ແລະ ບັນຫາອື່ນໆປິ່ນອ້ອມ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ
|
ຂ່າວທ້ອງຖິ່ນ
|
2019-01-02T17:03:26+00:00
|
https://laopost.com/?p=108697
|
ປະທານາທິບໍດີ ເກົາຫຼີໃຕ້ ຈະລົງຈາກຕຳແໜ່ງໃນເດືອນເມສາ 2017
|
ອີງຕາມການລາຍງານ ຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 6 ທັນວາຜ່ານມາວ່າ ທ່ານນາງ ປາກ ກຶນເຮ ປະທານາທິບໍດີ ເກົາຫຼີໃຕ້ ຍອມຮັບຂໍ້ສະເໜີຂອງພັກທີ່ຈະຖອດຖອນລາວ ອອກຈາກຕຳແໜ່ງ, ແຕ່ການລົງອອກຈາກຕຳແໜ່ງ ຈະບໍ່ເກີດຂຶ້ນໃນຊ່ວງເວລາໄວໆນີ້ ແຕ່ຈະລົງຈາກຕຳແໜ່ງໃນເດືອນເມສາ ປີ 2017
ຄຳປະກາດລ່າສຸດ ຫຼັງການປະຊຸມກັບສະມາຊິກອະວຸໂສຂອງພັກແຊນູຣີ, ເຊິ່ງການຈັດເລືອກຕັ້ງຄັ້ງໃໝ່ຄາດວ່າຈະເກີດຂຶ້ນໃນເດືອນມິຖຸນາ 2017, ແຕ່ກ່ອນບໍ່ທັນເກີດເຫດ ໄລຍະເວລາດຳລົງຕຳແໜ່ງ ຂອງປະທານາທິບໍດີ ຈະສິ້ນສຸດລົງໃນເດືອນກຸມພາ 2018 ສິ່ງທີ່ເກີດຂຶ້ນສົ່ງຜົນເຮັດໃຫ້ ປະທານາທິບໍດີ ປາກ ກຶນເຮ ເປັນຄົນທຳອິດທີ່ລົງຈາກຕຳແໜ່ງກ່ອນສິ້ນສຸດວາລະ
ກ່ອນໜ້ານີ້ ປະທານາທິບໍດີ ໄດ້ອອກມາຂໍໂທດປະຊາຊົນເປັນຄັ້ງທີ 3 ແລະຢືນຢັນວ່າ ລາວພ້ອມທີ່ຈະລາອອກ ໂດຍໃຫ້ລັດຖະສະພາ ເປັນຜູ້ກຳນົດວັນເວລາ ທີ່ສົມຄວນ ໃນການຖ່າຍໂອນອຳນາດ, ໃນລະຫວ່າງເດືອນກວ່າຜ່ານມາ ປະທານາທິບໍດີ ໄດ້ພົບຂໍ້ກ່າວຫາໜັກ ຈາກການປ່ອຍໃຫ້ ຊອຍ ຊຸນຊິນ ຄົນສະໜິດ ເຂົ້າມາແຊກແຊງທາງດ້ານການເມືອງ ແລະເອົາປະໂຫຍດທາງທຸລະກິດ
|
ຂ່າວຕ່າງປະເທດ
|
2016-12-07T11:02:15+00:00
|
https://laopost.com/?p=78970
|
ຈີນປ່ອຍຍານຂົນສົ່ງສິນຄ້າ “ທຽນໂຈ-1” ສໍາເລັດ ຕັ້ງເປົ້າສະຖານີອະວະກາດນອກໂລກປີ 2022
|
ສຳນັກຂ່າວຊິນຫົວຂອງຈີນລາຍງານເມື່ອວັນທີ 20 ເມສາ 2017 ຜ່ານມາວ່າ ທາງຈີນໄດ້ປ່ອຍຍານອະວະກາດຂົນສົ່ງສິນຄ້າ ຫຼືຄາໂກ້ ຂຶ້ນສູ່ຍານອະວະກາດ ເຊິ່ງຕັ້ງເປົ້າໝາຍ ທີ່ຈະສ້າງສະຖານີອະວະກາດນອກໂລກ ໃຫ້ໄດ້ໃນຊ່ວງປີ 2022
ຍານອະວະກາດທຽນໂຈ-1 ຖືກປ່ອຍຂຶ້ນສູ່ອະວະກາດ ທີ່ຖານປ່ອຍຈະລວດເຫວິິນຊາງ ໃນມົນທົນໄຫ່ໜານ ຍານອະວະກາດດັ່ງກ່າວ ຈະເຂົ້າໄປຈອດທີ່ສະຖານີວິໄຈອະວະກາດທຽນກົງ-2 ຂອງຈີນ ເພື່ອສົ່ງເຊື້ອເພີງ ແລະເຄື່ອງ ພ້ອມກັບທໍາການວິໄຈ ອະວະກາດ ກ່ອນທີ່ຈະກັບລົງສູ່ໂລກ
ຈີນຕັ້ງເປົ້າທີ່ຈະສ້າງ ສະຖານີອະວະກາດ ໃຫ້ໄດ້ໃນປີ 2022 ເຊິ່ງຄາດວ່າ ຈະໃຊ້ເວລາຕໍ່ຈາກນັ້ນຢ່າງໜ້ອຍ 10 ປີ ໃນການດຳເນີນການ ໂດຍການປ່ອຍຍານຂົນສົ່ງສິ່ງຂອງຄັ້ງທຳອິດນີ້ ຈະເປັນຄັ້ງສຳຄັນ ທີ່ຈະຊ່ວຍການຮັກສາ ແລະສ້ອມແຊມສະຖານີອະວະກາດໃນພາຍໜ້າ ເຊິ່ງຖ້າບໍ່ມີຍານອະວະກາດສົ່ງເຄື່ອງແລ້ວ ສະຖານີອະວະກາດຈະສູນເສຍພະລັງງານ ແລະເຄື່ອງໃຊ້ຈຳເປັນ ເຊິ່ງຈະເຮັດໃຫ້ຕົກລົງສູ່ໂລກກ່ອນເວລາທີ່ກຳນົດ
ສຳລັບ ທຽນໂຈ-1 ເປັນຍານອະວະກາດຂົນສົ່ງສິນຄ້າຂະໜາດຄວາມຍາວ 9 ແມັດ ກວ້າງ 3 ແມັດ ສາມາດບັນຈຸສິນຄ້າໄດ້ຫຼາຍເຖິງ 6,500 ກິໂລກຣາມ ຖືກອອກແບບໃຫ້ສາມາດເຕີມເຊື້ອເພີງ ແລະສະບຽງແກ່ຫ້ອງປະຕິບັດການທາງອາກາດ
|
ຂ່າວຕ່າງປະເທດ
|
2017-04-21T10:07:59+00:00
|
https://laopost.com/?p=88897
|
ຫ້ອງນໍ້າ ແລະ ຂີ້ເຫຍື້ອຂອງສະຖານທີ່ທ່ອງທ່ຽວໃນລາວຍັງເປັນກະແສວິພາກວິຈານ
|
ໃນປັດຈຸບັນ, ຫ້ອງນໍ້າຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆໃນບ້ານເຮົາ, ສ່ວນຫລາຍຍັງເປື້ອນເປິະສ້າງຄວາມລຳບາກໃຫ້ແກ່ນັກທ່ອງທ່ຽວ. ກໍດັ່ງບໍລິສັດ ວອນເດີແລນທົວ ມີຄວາມເປັນຫ່ວງທີ່ສຸດສໍາລັບປີທ່ອງທ່ຽວລາວ 2018 ຫາກບໍ່ມີມາດຕະການເນັ້ນດ້ານຄວາມສະອາດຫ້ອງນໍ້າແລ້ວ ກໍ່ຈະເກີດມີສຽງວິພາກວິຈານຫລາຍຄືຜ່ານມາ, ລວມໄປເຖິງການຈັດສັນຂີ້ເຫຍື້ອ ແລະ ການຮັກສາອານາໄມສິ່ງແວດລ້ອມອື່ນໆ.
ທ່ານ ນິລັນໄຊ ດາຣາຣັດສະໝີ ຜູ້ອຳນວຍການບໍລິສັດ ວອນເດີແລນທົວ ກ່າວວ່າ: ຕົນເອງເຮັດບໍລິການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາໄດ້ຫລາຍປີພໍສົມຄວນ ແລະ ກໍ່ໄດ້ພານັກທ່ອງທ່ຽວໄປສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ ແລະ ເຫັນວ່າບັນຫານີ້ຢູ່ບ້ານເພີ່ນແມ່ນເຮັດໄດ້ດີຫລາຍຖ້າທຽບກັບບ້ານເຮົາເມືອງເຮົາ, ຊຶ່ງຍັງຈະຕ້ອງໄດ້ພັດທະນາຕື່ມອີກ ນັບທັງການເກັບມ້ຽນຂີ້ເຫຍື້ອ ແລະ ບັນຫາຫ້ອງນໍ້າ, ບາງບ່ອນຫ້ອງນໍ້າຕັ້ງຢູ່ໄກ, ເມື່ອໄປຮອດພັດເປີະເປື້ອນໃຊ້ງານບໍ່ໄດ້, ບາງຄັ້ງບໍ່ມີຮອດນໍ້າລ້າງ, ມີກິ່ນເໝັນ ສົ່ງຜົນກະທົບບໍ່ດີຕໍ່ສັງຄົມ ແລະ ສິ່ງແວດລ້ອມຫລາຍສົມຄວນ, ໃນແຕ່ລະປີຜ່ານມານີ້, ບໍລິສັດໄດ້ພານັກທ່ອງທ່ຽວຕ່າງຊາດມາທ່ຽວລາວເຮົາປີໜຶ່ງບໍ່ຕໍ່າກວ່າ 1.000 ຄົນ, ບາງຄັ້ງກໍໄດ້ຍີນສຽງຈົ່ມວິພາກວິຈານຈາກນັກທ່ອງທ່ຽວກ່ຽວກັບຫ້ອງນໍ້າ ແລະ ຂີ້ເຫຍື້ອຫລາຍພໍສົມຄວນ. ສະນັ້ນປີທ່ອງທ່ຽວລາວ 2018 ນີ້, ເຖິງວ່າພາກລັດຈະໄດ້ຈັດກິດຈະກໍາຕ່າງໆ ແລະ ມີການຍົກເວັ້ນວີຊາບາງປະເທດ ເພື່ອສົ່ງເສີມການທ່ອງທ່ຽວກໍຕາມ, ແຕ່ຖ້າພວກເຮົາບໍ່ເອົາໃຈໃສ່ພັດທະນາລະບົບຫ້ອງນໍ້າ ແລະ ການອານາໄມສຸຂາພິບານແລ້ວ ກໍ່ຈະສົ່ງຜົນກະທົບບໍ່ໜ້ອຍຕໍ່ການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເປັນບໍ່ໜ້ອຍ, ພ້ອມນັ້ນກໍ່ຄວນເອົາໃຈໃສ່ໃນການຄຸ້ມຄອງທີ່ດີ, ມີມາດຕະການໃນການຮັກສາອານາໄມສິ່ງແວດລ້ອມ ເພື່ອເລັ່ງໃສ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວ ບໍ່ດັ່ງນັ້ນນັກທ່ອງທ່ຽວທີ່ມາແລ້ວຈະບໍ່ຢາກມາອີກ.
ບົດຄວາມຈາກ: ໜັງສືພິມ ລາວພັດທະນາ
|
ຂ່າວທ່ອງທ່ຽວ
|
2018-01-18T16:27:34+00:00
|
https://laopost.com/?p=98619
|
ສູດຊ່ວຍຊາວນາລາວ ຜະລິດເຂົ້າໃຫ້ໄດ້ 4 ໂຕນຕໍ່ເຮັກຕາ
|
ຂະແໜງກະສິກຳຂອງລາວ ບຸກບືນໃຫ້ມີບາດກ້າວໃໝ່ດ້ານຜົນເກັບກ່ຽວການຜະລິດ, ຕາມຂໍ້ມູນຮູ້ວ່າ:
ໃນປະຈຸບັນບ້ານເຮົາສາມາດຄົ້ນຄວ້າ ແລະ ມີເຕັກນິກວິຊາການ ໃນການຍົກສະມັດຖະພາບເຂົ້າໃຫ້ໄດ້ຫຼາຍ
ຂຶ້ນ ໂດຍການນຳໃຊ້ຝຸ່ນຈາກທຳມະຊາດ ແລະ ຝຸ່ນວິທະຍາສາດ ເປັນຕົວຊ່ວຍໃຫ້ໄດ້ຄາດໝາຍ 4 ໂຕນຕໍ່
ເຮັກຕາ.
ຂໍ້ມູນຂອງລັດຖະບານທີ່ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ແຈ້ງຕໍ່
ກອງປະຊຸມສະພາໃຫ້ຮູ້ວ່າ: ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດຜະລິດເຂົ້າໄດ້ກຸ້ມກິນມີສ່ວນ
ແຮໄວ້ ແລະ ຂາຍອອກຕາມຊາຍແດນ ຈຳນວນໜຶ່ງແມ່ນຍ້ອນມີປັດໄຈຕອບສະໜອງທີ່ດີ ໃນເວລາດຽວ
ກັນກໍຍັງມີຫຼາຍປັດໄຈທີ່ຕ້ອງເອົາໃຈໃສ່ ເປັນຕົ້ນການນຳໃຊ້ຝຸ່ນຊະນິດຕ່າງໆ (ຝຸ່ນທຳມະຊາດ ແລະ ຝຸ່ນວິ
ທະຍາສາດ) ຍັງບໍ່ທັນຖືກເຕັກນິກ, ສະແດງໃຫ້ເຫັນໃນໄລຍະຜ່ານມາ ການນຳໃຊ້ຝຸ່ນວິທະຍາສາດບໍ່ເຖິງ
10 ກິໂລຕໍ່ເຮັກຕາ (ຕາມຕົວເລກສະຖິຕິສຳຫຼວດປີ 2012-2013).
ແນວໃດກໍດີ ການຈະເຮັດໃຫ້ຜົນຜະລິດເຂົ້າເພີ່ມຂຶ້ນ ພວກເຮົາຕ້ອງໄດ້ຄົ້ນຄວ້າຮອບດ້ານ ໂດຍສະເພາະມີ
ແນວພັນປັບປຸງ, ປູກໃນເຂດດິນດີ, ມີການນຳໃຊ້ເຕັກນິກທົ່ວໄປ ແລະ ເຕັກນິກສະເພາະພ້ອມດຽວກັນນີ້
ຕ້ອງໄດ້ເອົາໃຈໃສ່ບົວລະບັດຮັກສາ.
ການປັບປຸງຄຸນນະພາບຂອງດິນໂດຍວິທີການນຳໃຊ້ຝຸ່ນຄອກ, ຝຸ່ນບົ່ມ ຫຼື ປຸ໋ຍເຄມີ ຕາມອັດຕາທີ່ເໝາະ
ສົມເຊັ່ນ: ຝຸ່ນຄອກປະມານ 5 ໂຕນຕໍ່ເຮັກຕາ ຫຼື ເທົ່າທີ່ເຮັດໄດ້ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ ຫຼື ໃສ່
ຝຸ່ນວິທະຍາສາດປະມານ 100 ກິໂລຕໍ່ເຮັກຕາ, ການຮັບປະກັນທາງດ້ານນ້ຳ ແລະ ການຄວບຄຸມນ້ຳໃນເວ
ລາທີ່ເໝາະສົມ, ນຳໃຊ້ແນວພັນປັບປຸງທີ່ເໝາະສົມກັບພື້ນທີ່ ແລະ ສະພາບດິນ, ນຳໃຊ້ເຕັກນິກທີ່ເໝາະ
ສົມກັບແຕ່ລະສະພາບພື້ນທີ່ ແລະ ເງື່ອນໄຂຕົວຈິງ ເປັນຕົ້ນການນຳໃຊ້ເຕັກນິກນາຫວ່ານ, ນາຢອດ, ເຕັກ
ນິກກ້າກີບດຽວ, ນາດຳ ໂດຍການນຳໃຊ້ເຄື່ອງມື ແລະ ກົນຈັກທີ່ທັນສະໄໝແທນແຮງງານຄົນ, ຄວາມດຸໝັ່ນ
ແລະ ເອົາໃຈໃສ່ບົວລະບັດຮັກສາໃຫ້ຖືກຕ້ອງຕາມເຕັກນິກວິຊາການ ການຍົກສະມັດຖະພາບ, ການເຮັດກະ
ເສດສຸມໃສ່ກັບນະໂຍບາຍສົ່ງເສີມທີ່ເໝາະສົມ, ການຮັບປະກັນທາງດ້ານລາຄາ ແລະ ການຕະຫຼາດລວມທັງ
ການສົ່ງເສີມການເຂົ້າຮ່ວມຂອງຜູ້ປະກອບການ ຮອບດ້ານເພື່ອເປັນແຮງຈູງໃຈໃນການຜະລິດ.
ແຕ່ການຍົກຜະລິດຕະພາບຍັງເຮັດໄດ້ພຽງບາງໃນເຂດຈຸດສຸມ ແລະ ບາງທ້ອງຖິ່ນເທົ່ານັ້ນເຊັ່ນ: ນະຄອນ
ຫຼວງວຽງຈັນຢູ່ເຂດທ່າພະໜອງພົງ ໄດ້ປະມານ 5 ໂຕນຕໍ່ເຮັກຕາ, ເຂດນ້ຳຫຸມ ແລະ ນ້ຳຊ່ວງໄດ້ປະມານ 4-5
ໂຕນຕໍ່ເຮັກຕາ, ເຂດເມືອງໜອງບົກ ແລະ ມະຫາໄຊ ແຂວງຄຳມ່ວນ ໄດ້ປະມານ 5-6 ໂຕນຕໍ່ເຮັກຕາ ແລະ
ເຂດແຂວງອື່ນໆ ແຕ່ບາງເຂດ, ບາງທ້ອງຖິ່ນ ຍັງມີຂອບເຂດຈຳກັດ, ການສົ່ງເສີມຍັງບໍ່ທັນແຂງແຮງ ແລະ
ບໍ່ທັນກວ້າງຂວາງ.
ສະນັ້ນ ເພື່ອຢາກເຮັດໃຫ້ມີການຍົກ ຜະລິດຕະພາບເຂົ້າໃຫ້ຂະຫຍາຍອອກສູ່ທາງກວ້າງລັດຕ້ອງຊອກຫາຕະ
ຫຼາດເຂົ້າໃຫ້ແນ່ນອນ ພ້ອມທັງຄ້ຳປະກັນລາຄາໃຫ້ຜູ້ຜະລິດມີຜົນກຳໄລ, ຜະລິດຕາມຄວາມຕ້ອງການຕະຫຼາດ,
ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ໂດຍສົ່ງເສີມການນຳໃຊ້ກົນຈັກກະສິກຳຫຼຸດຜ່ອນແຮງງານ; ສ້າງຂະບວນ
ການສົ່ງເສີມການຜະລິດເຂົ້າໃຫ້ເປັນສິນຄ້າຢ່າງມີຈຸດສຸມ, ຫັນໂຄງການຊົນລະປະທານໃຫ້ເປັນ ໂຄງການຊົນ
ລະກະເສດ ເພື່ອຜະລິດເຂົ້າເປັນສິນຄ້າໝາຍຄວາມວ່າຕ້ອງລົງທຶນໃສ່ວຽກ ສົ່ງເສີມການຜະລິດ, ເອື້ອອຳນວຍ
ການຄ້າຕິດພັນກັບການກໍ່ສ້າງຊົນລະປະທານ, ເບື້ອງຕົ້ນທຶນກຳນົດເອົາເຂດທີ່ມີທ່າແຮງ, ດິນມີຄຸນນະພາບດີ,
ມີເງື່ອນໄຂໃນການນຳໃຊ້ນ້ຳສະດວກຂຶ້ນ.
ການສົ່ງເສີມຜູ້ປະກອບການ, ຜູ້ຜະລິດ, ກຸ່ມຜູ້ຜະລິດ, ກຸ່ມໂຮງສີເຂົ້າຮ່ວມໃນແຕ່ລະເຂດຈຸດສຸມ, ນອກນັ້ນ
ຕ້ອງໄດ້ສົ່ງເສີມຜູ້ປະກອບການຝຸ່ນປຸ໋ຍ ແລະ ອຸປະກອນເຄື່ອງມື, ສົ່ງເສີມໃຫ້ມີການ ຜະລິດຝຸ່ນຊີວະພາບ ແລະ
ຝຸ່ນວິທະຍາສາດ ຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ແຕ່ໃນຄວາມເປັນຈິງບັນດາກົນຈັກ ແລະ ຝຸ່ນວິທະຍາສາດແມ່ນ
ນຳເຂົ້າຈາກຕ່າງປະເທດ ຊຶ່ງຖ້າຄິດໄລ່ຄວາມຕ້ອງການງົບປະມານໃນການຊື້ຝຸ່ນປຸ໋ຍ ເພື່ອນຳໃຊ້ເຂົ້າໃນການຜະ
ລິດໃນແຕ່ລະປີ ປະມານ 24 ຕື້ກີບ ແຕ່ນັ້ນກໍບໍ່ພຽງພໍກັບຄວາມຕ້ອງການຕົວຈິງ, ພ້ອມດຽວກັນຕ້ອງກຳນົດ
ນະໂຍບາຍເສດຖະກິດຊຸກຍູ້ການຜະລິດສິນຄ້າ ເພື່ຶອເຮັດໃຫ້ເຂົ້າຂອງລາວມີຄວາມສາມາດແຂ່ງຂັນໄດ້, ມີຄຸນນະ
ພາບດີ, ມີຕົ້ນທຶນການຜະລິດຕ່ຳ ເປັນຕົ້ນແມ່ນດອກເບ້ຍເງິນກູ້ທີ່ເໝາະສົມລວມເຖິງການກຳນົດລາຄາ ກະ
ແສໄຟຟ້າຊົນລະປະທານນຳ.
ບໍ່ພຽງເທົ່ານັ້ນ ລັດຍັງຕ້ອງສົ່ງເສີມໃຫ້ມີໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ໂຮງງານຜະລິດເຄື່ອງ
ມືອຸປະກອນຮັບໃຊ້ການຜະລິດພາຍໃນປະເທດໃຫ້ ຫຼາຍຂຶ້ນເພື່ອຕອບສະໜອງໃຫ້ແກ່ການຜະລິດ ແລະ ຫຼຸດຜ່ອນ
ການນຳເຂົ້າ ລວມທັງຫຼຸດຕົ້ນທຶນໃນການຜະລິດໃຫ້ແກ່ປະຊາຊົນອີກດ້ວຍ.
ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ – ສັງຄົມ
|
ຂ່າວພາຍໃນ
|
2014-07-18T11:17:28+00:00
|
https://laopost.com/?p=7423
|
ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ 5 ປີ 2023
|
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2023 ບັນລຸໄດ້ ປະມານ 1,086 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 520 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 567 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 47 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 5 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.
ສິນຄ້າສົ່ງອອກທັງໝົດ ປະມານ 520 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ຄຳປະສົມ ແລະ ຄຳແທ່ງ 70 ລ້ານໂດລາສະຫະລັດ, ເກືອກາລີ 46 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 43 ລ້ານໂດລາສະຫະລັດ, ແຮ່ເຫຼັກ 39 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ເຄື່ອງດື່ມ 21 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 20 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 16 ລ້ານໂດລາສະຫະລັດ.
ນຄ້ານຳເຂົ້າທັງໝົດ ປະມານ 567 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ 79 ລ້ານໂດລາສະຫະລັດ, ພາຫະນະທາງບົກ 47 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 40 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 30 ລ້ານໂດລາສະຫະລັດ, ເຄື່ອງດື່ມ 29 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 23 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 22 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 21 ລ້ານໂດລາສະຫະລັດ, ສາຍໄຟຟ້າ ແລະ ເຄເບີ້ລ 19 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 18 ລ້ານໂດລາສະຫະລັດ.
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ 203 ລ້ານໂດລາສະຫະລັດ, ຫວຽດນາມ 108 ລ້ານໂດລາສະຫະລັດ, ໄທ 59 ລ້ານໂດລາສະຫະລັດ, ອົດສະຕາລີ 30 ລ້ານໂດລາສະຫະລັດ ແລະ ອິນເດຍ 17 ລ້ານໂດລາສະຫະລັດ.
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ 285 ລ້ານໂດລາສະຫະລັດ, ຈີນ 164 ລ້ານໂດລາສະຫະລັດ, ຫວຽດນາມ 31 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 13 ລ້ານໂດລາສະຫະລັດ.
ແຫຼ່ງຂ່າວ laotradeportal
|
ຂ່າວພາຍໃນ
|
2023-06-26T13:26:51+00:00
|
https://laopost.com/?p=145575
|
ຄົນລາວເສຍຊີວິດຈາກພະຍາດທີ່ເກີດມາຈາກການສູບຢາສູງເຖີງ 7.000 ຄົນຕໍ່ປີ
|
ຄົນລາວເສຍຊີວິດຈາກພະຍາດທີ່ເກີດມາຈາກການສູບຢາສູງເຖີງ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້.
ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບອົງການອະນາໄມໂລກ ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດໃນທຸກໆປີ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ ສັງຄົມ ແລະ ເສດຖະກິດ.
ວັນທີ 23 ພຶດສະພາ 2022 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາທີ່ຈະມາເຖິງນີ້ວ່າ: ການສະເຫຼີມ ສະຫຼອງວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້ ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ນັບແຕ່ການຕັດໄມ້ທໍາລາຍປ່າເພື່ອປູກຢາສູບ ການເຮັດສວນຢາສູບຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີເປັນຈໍານວນຫຼວງຫຼາຍ ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນ ເຊິ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ ນອກນີ້ ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີ ຄວາມປອດໄພ ຄວັນຢາສູບເປັນຫນຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ມີ ແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ, ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ່ມຂື້ນເປັນ 1 ຕື້ຄົນພາຍໃນສັດຕະວັດນີ້.
ສໍາລັບ ສປປ ລາວ ອີງຕາມການສໍາຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ນອກນີ້ ການສໍາຫຼວດກ່ຽວກັບການສູບຢາຂອງໄວຫນຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວຫນຸ່ມຊາຍ ແລະ ຍິງ ສູບຢາສູບຈາກໂຮງງານ 10,7% ແລະ 2,1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ.
ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ສະເຫນີໃຫ້ເຫັນວ່າຄົນລາວເສຍຊີວິດຍ້ອນ ພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ຖືວ່າເປັນຕົວເລກທີ່ສູງ ແລະ ຫນ້າຕົກໃຈ ນອກນັ້ນ ຍັງຊີ້ໃຫ້ເຫັນ ເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດແມ່ນ 428 ລ້ານໂດລາ ຫຼື ປະມານ 2,24% ຂອງ GDP, ກະຊວງສາທາລະນະສຸກຈຶ່ງໄດ້ປັບປຸງກົດຫມາຍວ່າດ້ວຍການຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ ການນໍາເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ ແລະ ສະພາບຄວາມ ເປັນຈິງໃນປັດຈຸບັນ ໃຫ້ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ກໍຄືຂະແຫນງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດຫມາຍທີ່ວາງໄວ້ ທັງ ຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມ ໃຊ້ຢາສູບ ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາ ສາກົນວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ.
ແຫຼ່ງຂ່າວຈາກວຽງຈັນໃໝ່
|
ຂ່າວພາຍໃນ
|
2022-05-24T16:09:26+00:00
|
https://laopost.com/?p=134196
|
ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ເຍົາວະຊົນ ລາວ-ຫວຽດນາມ
|
ວັນທີ 9 ທັນວາ 2016 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນເຍົາວະຊົນລາວ-ຫວຽດນາມ ນຳໂດຍ ທ່ານ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ທ່ານ ຫງຽນ ລອງຣາຍ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດໂຮຈີມິນ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 4-10 ທັນວາ 2016.
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ຂອງຄະນະຜູ້ແທນເຍົາວະຊົນ ລາວ-ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະລະຫວ່າງສອງຄະນະບໍລິຫານງານຊາວໜຸ່ມ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
|
ຂ່າວເຫດການ
|
2016-12-12T09:59:05+00:00
|
https://laopost.com/?p=79525
|
“ແບດທີເຣຍບຣູເຊລລາ” ຫຼຸດຈາກໂຮງງານຜະລິດວັກຊີນເມືອງຫຼານໂຈວຕິດເຊື້ອກວ່າ 3 ພັນຄົນ
|
ເມື່ອວັນທີ 18 ກັນຍາ 2020 ເວັບໄຊ dailymail ລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກໃນເມືອງຫຼານໂຈວ ຢືນຢັນມີຜູ້ຕິດເຊື້ອບຣູເຊລລາ ໃນເມືອງຫຼານໂຈວ ປະມານ 3,245 ຄົນ ຈາກຈຳນວນປະຊາ ກອນທັງໝົດໃນເມືອງ 2.9 ລ້ານຄົນ ໂດຍເຈົ້າໜ້າທີ່ສາທາລະນະສຸກລາຍງານວ່າ ພົບອີກ 1,401 ຄົນມີຜົນກວດເບື້ອງຕົ້ນເປັນບວກ ແລະ ຍັງບໍ່ພົບຜູ້ເສຍຊີວິດ.
ຕາມການລາຍງານຂອງສຳນັກຂ່າວຊິນຫົວ ລະບຸວ່າ ແກ໊ສທີ່ປົນເປື້ອນເຊື້ອແບດທີເຣຍບຣູເຊລລາ ທີ່ຫຼຸດອອກມາຈາກໂຮງງານຜະລິດວັກຊີນ ສຳລັບສັດແຫ່ງນີ້ ເປັນລະອອງຝອຍທີ່ຖືກລົມພັດໄປຈົນເຖິງສະຖາບັນວິໄຈທາງສັດຫຼານໂຈວ ຈົນເຮັດໃຫ້ມີຜູ້ຕິດເຊື້ອບຣູເຊລລາເກືອບ 200 ຄົນ ໃນເດືອນທັນວາ 2019 ແລະ ຕໍ່ມາເຈົ້າໜ້າທີ່ໄດ້ມີການກວດເຊື້ອໃຫ້ແກ່ນັກສຶກສາ, ອາຈານ ແລະ ບຸກຄະລາກອນໃນສະຖາບັນວິໄຈແຫ່ງນີ້.
ຄະນະກຳມະທິການສູນສຸຂະພາບແຫ່ງເມືອງຫຼານໂຈວ ຖະແຫຼງຂ່າວເມື່ອວັນທີ 18 ກັນຍາ ວ່າ ສ່ວນ ໃຫຍ່ແລ້ວ ສັດປະເພດ ແກະ, ງົວ ແລະ ໝູ ມີສ່ວນກ່ຽວຂ້ອງກັບການແຜ່ລະບາດຂອງເຊື້ອແບດທີເຣຍບຣູເຊລລາ ທີ່ກໍ່ໃຫ້ເກີດໂຣກບຣູເຊລໂລຊິສ ເຊິ່ງຈະເຮັດໃຫ້ເກີດມີອາການໄຂ້ເປັນໄລຍະຍາວນານ ເປັນໆ ຫາຍໆ ບໍ່ແນ່ນອນ, ປວດຫົວ, ອ່ອນເພຍ, ເຫື່ອອອກຫຼາຍ, ໜາວສັ່ນ, ປວດຕາມຮ່າງກາຍ ແລະ ອື່ນໆ.
ທາງໂຮງງານຜະລິດວັກຊີນແຫ່ງນີ້ໄດ້ອອກມາຂໍໂທດປະຊາຊົນໃນເມືອງຫຼານໂຈວ ເມື່ອຕົ້ນປີທີ່ຜ່ານມາ ແລະ ທາງລັດຖະບານໄດ້ສັ່ງຖອນໃບອະນຸຍາດໂຮງງານແຫ່ງນີ້ໃນການຜະລິດວັກຊີນປ້ອງກັນໂຣກບຣູເຊລໂລຊິລແລ້ວ ນອກນັ້ນ, ທາງໂຮງງານໄດ້ເລີ່ມຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ປ່ວຍທີ່ຕິດເຊື້ອ.
ຮຽບຮຽງຂ່າວ: ພຸດສະດີ
|
ຂ່າວຕ່າງປະເທດ
|
2020-09-19T12:09:19+00:00
|
https://laopost.com/?p=121393
|
ສະຫາຍ ຈູມມະລີ ໄຊຍະສອນ ຕ້ອນຮັບປະທານປະເທດຫວຽດນາມ
|
ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມໃນໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ.
ໂອກາດນີ້, ສະຫາຍ ຈູມມະລີ ໄຊຍະສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ. ພ້ອມທັງ ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງປະເທດ, ເຊິ່ງເປັນການຢັ້ງຢືນຄືນເຖິງຄວາມເອົາໃຈໃສ່ ຖືເປັນສິ່ງສໍາຄັນຂອງການນໍາຂັ້ນສູງ ພັກ, ລັດ ແຫ່ງ ສສ.ຫວຽດນາມ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ.
ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ຈູມມະລີ ໄຊຍະສອນ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ.
ຂໍ້ມູນຈາກ: Lao National Radio
|
ຂ່າວພາຍໃນ
|
2021-08-11T09:16:07+00:00
|
https://laopost.com/?p=126791
|
ກຳປູເຈຍສົນໃຈເປີດທາງລົດໄຟເພື່ອເຊື່ອມຈອດກັບລາວ
|
ຄະນະຜູ້ແທນກຳປູເຈຍໄດ້ເດີນທາງມາຮອດລາວ ເພື່ອຊອກຫາຄວາມເປັນໄປໄດ້ໃນການເຊື່ອມຕໍ່ທາງລົດໄຟກັບລາວ.
ສະມາຊິກ ສະມາຄົມຂົນສົ່ງ ກຳປູເຈຍ (CLA) ຈະຢູ່ໃນລາວ ແຕ່ວັນທີ 21-23 ມິຖຸນາ ເພື່ອຄົ້ນຫາແນວຄວາມຄິດ ທີ່ຈະສ້າງທາງລົດໄຟເຊື່ອມຕໍ່ ກຳປູເຈຍ ກັບ ລາວ ເພື່ອປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ.
ສຳນັກຂ່າວ The Star ລາຍງານວ່າ: ທີມງານດັ່ງກ່າວໄດ້ຮ່ວມກັບຜູ້ຕາງໜ້າຂະແໜງການຂົນສົ່ງຂອງຫວຽດນາມ ແລະ ລາວ ໃນການເດີນທາງໄປ 3 ຈຸດໝາຍປາຍທາງຕົ້ນຕໍ, ພ້ອມດ້ວຍປະຊຸມເພື່ອປຶກສາຫາລື ກ່ຽວກັບແລວທາງໃຕ້ຂອງໂຄງການທາງລົດໄຟຂ້າມອາຊີ (TAR) ແລະ ຂໍ້ລິເລີ່ມອື່ນໆທີ່ຄ້າຍຄືກັນເພື່ອເຊື່ອມຕໍ່ປະເທດຈີນ ກັບບັນດາປະເທດແມ່ນ້ຳຂອງ.
3 ຈຸດຈອດຕົ້ນຕໍປະກອບມີ: ເສັ້ນທາງລົດໄຟ ລາວ-ຈີນ ໄລຍະສັ້ນໆ ເຊິ່ງແລ່ນຈາກນະຄອນຫຼວງວຽງຈັນ ໄປຫາຄຸນໝິງ ສປ ຈີນ ແລະ ເຂດຊາຍແດນຂອງລາວກັບຫວຽດນາມເຊິ່ງມັນຍາວ ແລະ ໃກ້ກັບນະຄອນຫຼວງຂອງລາວຫຼາຍກວ່າ ກຳປູເຈຍ.
|
ຂ່າວພາຍໃນ
|
2022-06-24T09:58:19+00:00
|
https://laopost.com/?p=135035
|
ຫວຽດນາມປະກາດຫຼຸດທຸງລົງເຄິ່ງເສົາ ແລະ ງົດກິດຈະກຳບັນເທີງເພື່ອໄວ້ອາໄລ
|
ລັດຖະບານຫວຽດນາມປະກາດຈັດພິທີຊາປະນະກິດສົບຂອງປະທານປະເທດ ເຈິ່ນ ດ້າຍ ກວາງ ເຊິ່ງເຖິງແກ່ມໍລະນະກຳເມື່ອວັນສຸກທີ່ຜ່ານມາ ໃນໄວອາຍຸ 61 ປີ ດ້ວຍໂຣກຂອງຜູ້ກ່ຽວ, ພ້ອມກັບປະກາດຫຼຸດທຸງຊາດລົງເຄິ່ງເສົາ ແລະ ງົດກິດຈະກຳບັນເທີງເພື່ອສະແດງຄວາມໄວ້ອາໄລ.
ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງຮ່າໂນຍ ປະເທດຫວຽດນາມເມື່ອວັນທີ 23 ກັນຍາ 2018 ວ່າ ພັກຄອມມູນິດຫວຽດນາມອອກຖະແຫຼງການປະກາດໄວ້ອາໄລທົ່ວປະເທດມີກຳນົດ 2 ມື້ ເລີ່ມຕັ້ງແຕ່ວັນພຸດທີ 26 ກັນຍາ 2018 ນີ້ ເພື່ອສະແດງຄວາມໄວ້ອາໄລ ການເຖິງແກ່ມໍລະນະກຳຂອງປະທານປະເທດ ເຈິ່ນ ດ້າຍ ກວາງ ແຫ່ງຫວຽດນາມ ເມື່ອວັນສຸກທີ 21 ກັນຍາ 2018 ທີ່ຜ່ານມາ, ພິທີຊາປະນະກິດສົບຈະໄດ້ຈັດຂຶ້ນທີ່ນະຄອນຫຼວງ ຮ່າໂນຍ ແລະ ຈະມີການຖ່າຍທອດສົດທາງໂທລະພາບ. ຈາກນັ້ນວັນທີ 27 ກັນຍາ 2018 ຈະເຄື່ອນຍ້າຍສົບຂອງປະທານປະເທດ ເຈິ່ນ ດ້າຍ ກວາງ ໄປປະກອບພິທີຝັງທີ່ບ້ານເກີດທີ່ນິນບິ່ນ.
ຖະແຫຼງການໄດ້ລະບຸອີກວ່າ ການເຖິງແກ່ມໍລະນະກຳຂອງປະທານປະເທດ ເຈິ່ນ ດ້າຍ ກວາງ ນັບເປັນຄວາມສູນເສຍອັນຍິ່ງໃຫຍ່ຂອງພັກ, ປະເທດ ແລະ ປະຊາຊົນ ເຊິ່ງກໍ່ຫຼາຍປະເທດສົ່ງສານສະແດງຄວາມເສຍໃຈມາທີ່ຫວຽດນາມ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: dailynews.co.th
|
ຂ່າວຕ່າງປະເທດ
|
2018-09-24T09:38:21+00:00
|
https://laopost.com/?p=104207
|
ຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ
|
ໃນວັນທີ 17 ກໍລະກົດ 2022 ນີ້, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງປິສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ ນະຄອນຫລວງວຽງຈັນ.ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດຕ້ອນຮັບ ຄະນະຜູ້ແທນຂັ້ນສູງທີ່ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື 2 ວັນປະຫວັດສາດທີ່ມີຄວາມໝາຍສຳຄັນ:
ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ ນະຄອນ ຫລວງວຽງຈັນ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ທັງເປັນການນຳເອົາໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດຖະບານຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດຖະບານລາວ. ໃນໂອກາດດຽວກັນນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ຍາດມາໄດ້ພາຍໃຕ້ການຊີ້ນຳ-ນໍາພາອັນປີຊາສາມາດ, ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາ ປະເທດຊາດ ໃນປັດຈຸບັນ.
ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ບໍ່ວ່າຈະໃນຍຸກສະໄໝໃດ ກໍແມ່ນຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກ ຕະຫລອດມາ, ເຊິ່ງສະແດງອອກໃຫ້ເຫັນຄື ບັນດາການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິເຮັດໃຫ້ມີຄວາມໃກ້ຊິດ ສະໜິດສະໜົມ ແໜ້ນແຟ້ນກັນຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ.
ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ທີ່ໄດ້ຈັດຂຶ້ນທຸກໆ 5 ປີເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ທີ່ເປັນກິດຈະກໍາພິເສດທີ່ສຸດ ທີ່ມີແຕ່ສອງປະເທດ ລາວ-ຫຽດນາມ ມອບໃຫ້ແກ່ກັນ ແລະ ບໍ່ມີປະເພນີແບບນີ້ຢູ່ແຫ່ງໃດໃນໂລກ, ເຊິ່ງນີ້ແມ່ນການສະແດງໃຫ້ສາກົນໄດ້ຮັບຮູ້ເຖິງຄວາມພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດ ລາວ-ຫວຽດ ນາມ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ ສອງສະຫາຍນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດ ດ້ວຍຄວາມຕັດສິນໃຈສູງທີ່ຈະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ສູງເດັ່ນຂຶ້ນ ສົມຄູ່ກັບການຮ່ວມມືດ້ານການເມືອງ ທີ່ດີເລີດໃນປັດຈຸບັນ, ເອົາໃຈໃສ່ຊີ້ນຳບັນດາຂະແໜງ ການຢ່າງໃກ້ຊິດ ເພື່ອໃຫ້ຫລາຍໂຄງການ ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດໄດ້ໃນປີ 2022 ເພື່ອເປັນຂອງຂວັນໃຫ້ແກ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການໂຮງໝໍ ມິດຕະພາບ ແລະ ບັນດາໂຄງການອື່ນໆ.
ໃນຕອນທ້າຍ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫລອດມາໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.
ຂ່າວ: ປະເທດລາວ
|
ຂ່າວພາຍໃນ
|
2022-07-18T09:32:10+00:00
|
https://laopost.com/?p=135758
|
ເຊື້ຶອອີໂບລາ ລະບາດໜັກ ໃນອາຟຣິກາຕາເວັນຕົກ ຂ້າຜູ້ຕິດເຊື້ອສູງເຖິງ 720 ຄົນ
|
ເຊື້ອໄວຣັສຮ້າຍ ກຳລັງລະບາດຢ່າງຮຸນແຮງທົ່ວອາຟຣິກາຕາເວັນຕົກ ທີ່ປະເທດເຊຍຣາ ລີອົງ ແລະ ໄລບີເຣຍ
ຍອດຜູ້ເສຍຊີວິດພຸ່ງສູງເຖິງ 729 ຄົນ.
ສື່ຕ່າງປະເທດລາຍງານ ການແຜ່ລະບາດຢ່າງຮຸນແຮງທີ່ສຸດຂອງເຊື້ອໄວຣັດອີໂບລາ ໃນແຖບທະວີບອາຟຣິກາ
ລ່າສຸດອົງການອານາໄມໂລກ (WHO) ເປີດເຜີຍວ່າ ມີຜູ້ເສຍຊີວິດລາຍໃໝ່ອີກຫຼາຍສິບສົບ ໃນຊ່ວງບໍ່ເທົ່າໃດ
ວັນທີ່ຜ່ານມາ ທົ່ວອາຟຣິກາກາຕາເວັນຕົກ ໂດຍຍອດລວມຢູ່ທີ່ 729 ຄົນ.
ສະເພາະໃນເຊຍຣາ ລີລົງ ປະທານາທິບໍດີ ເອີເນດ ໄບໂຄໂຣມາ ໃຫ້ຄຳໝັ້ນວ່າ ຈະກັກບໍລິເວນຜູ້ປ່ວຍຫຼາຍລາຍ
ໃຫ້ຢູ່ສະເພາະພາຍໃນບໍລິເວນບ້ານ ແລະ ສົ່ງເຈົ້າໜ້າທີ່ໄປກວດສອບຕາມແຕ່ລະຫຼັງຄາເຮືອນ ເພື່ອກວດຫາ
ຜູ້ທີ່ອາດຕິດເຊື້ອອີໂບລາ.
ໃນຂະນະທີ່ໄລບີເຣຍປະເທດເພື່ອນບ້ານ ກໍໄດ້ເພີ່ມຄວາມພະຍາຍາມໃນການຄວບຄຸມການແຜ່ລະບາດຂອງ
ໄວຣັສອີໂບລາ ດ້ວຍການສັ່ງປິດໂຮງຮຽນ ແລະ ສັ່ງໃຫ້ລັດຖະກອນທຸກຄົນບໍ່ຕ້ອງໄປເຮັດວຽກ ໃຫ້ພັກຢູ່ແຕ່
ໃນເຮືອນຂອງໃຜລາວ.
ອົງການອານາໄມໂລກ ໄດ້ເພີ່ມຕົວເລກຜູ້ເສຍຊີວິດລາຍໃໝ່ອີກ 57 ສົບ ຢູ່ໃນໄລບີເຣຍ 27 ລາຍ, ກີນີ 20 ລາຍ,
ເຊຍຣາ ລີອົງ 9 ລາຍ ແລະ ໄນຈີເຣຍ 1 ລາຍ.
|
ຂ່າວຕ່າງປະເທດ
|
2014-08-01T10:05:45+00:00
|
https://laopost.com/?p=7970
|
ເມືອງຫາດຊາຍຟອງ 100 ກວ່າຫຼັງຄາເຮືອນ ຖືກເສຍຫາຍຍ້ອນລົມພະຍຸ
|
ທ່ານ ສາຍທອງ ແກ້ງດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ລົງກວດກາຊີ້ນຳ ພ້ອມກັບໃຫ້ກຳລັງໃຈປະຊາຊົນບ້ານໜອງພົງ ເມືອງຫາດຊາຍຟອງ ທີ່ຖືກຜົນກະທົບຈາກພະຍຸລົມແຮງພັດໃສ່ ຈົນໄດ້ຮັບຄວາມເສຍຫາຍ 100 ກວ່າຫຼັງຄາເຮືອນ ແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫຼື ເສຍຊີວິດໃນເຫດການຄັ້ງນີ້ ໃນວັນທີ 6 ພຶດສະພາ 2013 ທີ່ວັດບ້ານ ດັ່ງກ່າວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງຫາດຊາຍຟອງ ທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍອຳນາດການປົກຄອງບ້ານດັ່ງກ່າວ.
ໂອກາດນີ້ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມເສຍໃຈກັບຜູ້ທີ່ໄດ້ຮັບຜົນກະທົບຈາກພະຍຸລົມແຮງໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານມີສະຕິລະວັງຕົວ ຕິດຕາມການລາຍງານສະພາບດິນຟ້າອາກາດຕາມວິທະຍຸ ໂທລະພາບຢູ່ຕະຫຼອດເວລາ ໂດຍສະເພາະ ຕ້ອງກະກຽມເຄື່ອງມືເຕືອນໄພສຸກເສີນເຊັ່ນ: ກຽມເຄື່ອງມືໂທລະໂຄ່ງພາຍໃນບ້ານ ປຸກລະດົມປະຊາຊົນພາຍໃນບ້ານໃຫ້ມີສະຕິຕະຫຼອດເວລາ ນອກຈາກນີ້ ກໍຂໍຮຽກຮ້ອງມາຍັງບ້ານ ໃຫ້ພ້ອມກັນປູກຕົ້ນໄມ້ທີ່ສາມາດປ້ອງກັນລົມພະຍຸໄດ້ອ້ອມພາຍໃນບ້ານ ເພື່ອໃຫ້ເປັນກຳແພງປ້ອງກັນລົມ ເນື່ອງຈາກບ້ານດັ່ງກ່າວເປັນບ້ານທີ່ມີທີ່ຕັ້ງຢູ່ກາງທົ່ງນານັ້ນເອງ.
ສຳລັບບ້ານໜອງພົງ ໄດ້ຮັບຜົນກະທົບຈາກພະຍຸລົມແຮງ ເມື່ອວັນທີ 28 ເມສາ 2013 ຜ່ານມາ ຈຳນວນ 119 ຫຼັງຄາເຮືອນ (ຈາກທັງໝົດ 512 ຫຼັງ ມີ 513 ຄອບຄົວ 2.419 ຄົນ) ໃນນັ້ນມີບ້ານເຮືອນປະຊາຊົນ ໂຮງຮຽນ ແລະ ວັດວາອາຮາມໄດ້ຮັບຄວາມເສຍຫາຍ ລວມມູນຄ່າເບື້ອງຕົ້ນປະມານ 172 ລ້ານກ່າວກີບ ແນວໃດກໍຕາມ ທາງອຳນາດການປົກຄອງເມືອງຫາດຊາຍຟອງ ກຳລັງຂຸ້ນຂ້ຽວປຸກລະດົມມວນຊົນພາຍໃນເມືອງ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນບ້ານດັ່ງກ່າວ.
ທີ່ມາhttp://www.vientianemai.net
|
ຂ່າວພາຍໃນ
|
2013-05-08T15:40:30+00:00
|
https://laopost.com/?p=3101
|
Galaxy (Single Galaxy)
|
Galaxy
ศิลปิน : N.A.T
อัลบั้ม : Single Galaxy
ประเภท : Electronics
GALAXY เพลง Electronic ฟังชิลๆ จากคนดนตรีช่างฝัน “นัท-ยศวัฒน์ วงศ์อารยะ” เริ่มต้นวาดลวดลายการทำเพลงครั้งแรก ในชีวิต โดยทำดนตรี ขึ้นมาเองทุกชิ้น ทุกขั้นตอน เพียงลำพัง โดยได้รับการแต่งเนื้อจาก รุ่นพี่ “ปุ๊บปั๊บ – Knock The Knock” ด้วย เนื้อเพลงฟังสบาย ที่อยากให้ทุกคนได้ปลดปล่อย ล่องลอย อยากทำอะไรก็ทำ ทำอะไรที่ดีและมีความสุข เหมือนที่ เขาได้ทำดนตรีเพลงนี้…
|
ຂ່າວພາຍໃນ
|
2012-10-19T08:18:32+00:00
|
https://laopost.com/?p=1525
|
ປຶກສາຫາລືການນຳເຂົ້າ-ສົ່ງອອກ ແລະ ຄຸ້ມຄອງລາຄາສິນຄ້າ
|
ໃນຕອນເຊົ້າວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມ ຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະ ກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດ ຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການນໍາເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ ຈາກທ່ານຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ກ່ຽວກັບສະພາບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິ ມານ ທີ່ພາຍໃນປະເທດ ສາມາດຜະລິດໄດ້ ລວມທັງ ໂຄງສ້າງລາຄາ, ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າຍຸດທະ ສາດ ໃນແຕ່ລະໄລຍະ; ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດ ການເຄື່ອນໄຫວວຽກງານຕົວຈິງ; ສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ບາງສິນຄ້າ ທີ່ຄວນຫຼຸດຜ່ອນການນຳເຂົ້າ; ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.
ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຂອງພາກສ່ວນທີ່ກ່ຽວຂ້ອງ, ທ່ານປະ ທານກອງປະຊຸມ ໄດ້ມີຄຳເຫັນສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງ ຕັ້ງຄະນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017; ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ສືບຕໍ່ຊີ້ນຳຂະແໜງການສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການ ໃຫ້ມີຄວາມເຂັ້ມງວດ; ກວດກາຄືນ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການຊົມໃຊ້ພາຍໃນ ພ້ອມທັງ ກຳນົດສິນຄ້າທີ່ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ໃຫ້ມີຄວາມຊັດເຈນຕື່ມ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ເພື່ອເປັນພື້ນຖານໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນ ກວ່າເກົ່າ; ໃຫ້ກະຊວງອຸດສາ ຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ; ເອົາໃຈໃສ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ແລ້ວສັງລວມລາຍ ງານ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.
ແຫຼ່ງຂ່າວຈາກ ກົມປະຊາສໍາພັນ, ຫສນຍ
|
ຂ່າວພາຍໃນ
|
2022-06-30T10:42:58+00:00
|
https://laopost.com/?p=135230
|
ນາຍບ້ານນາພະນັງແຈ້ງເຂົ້າໃຈຜິດ! ຂ່າວມີກຸ່ມຄົນບໍ່ດີເຂົ້າມາເຄື່ອນໄຫວບໍ່ມີມູນຄວາມຈິງ
|
ເມື່ອວັນທີ 2 ສິງຫາ 2018 ທາງເວັບຂ່າວເລົ່າສູ່ກັນຟັງໄດ້ເຜີຍແຜ່ເອກະສານໃບແຈ້ງການແກ້ຂ່າວ ເລື່ອງມີກຸ່ມຄົນບໍ່ດີ 70 ຄົນ ເຂົ້າມາເຄື່ອນໄຫວ ຢູ່ບ້ານ ນາພະນັງ ເມືອງ ບົວລະພາ ແຂວງ ຄຳມ່ວນ ບໍ່ແມ່ນຄວາມຈິງ
ເມື່ອວັນທີ 31 ກໍລະກົດ 2018 ທີ່ຜ່ານມາ ຫຼັງຈາກຜູ້ໃຊ້ເຟສບຸກໄດ້ມີການໂພສໃນແຈ້ງການ ຈາກນາຍບ້ານ ນາສະພັງ ເລື່ອງມີກຸ່ມຄົນບໍ່ດີ 70 ຄົນ ເຂົ້າມາເຄື່ອນໄຫວ ຢູ່ບ້ານ ນາພະນັງ ເມືອງ ບົວລະພາ ແຂວງ ຄຳມ່ວນ ເຊິ່ງໄດ້ມີການແຊຣ໌ ແລະ ກະຈາຍຂ່າວນີ້ໄປໃນໂລກໂຊຊຽວຢ່າງວົງກວ້າງ ຂ່າວດັ່ງກ່າວມັນໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ປະຊາຊົນທີ່ຮັບຮູ້ຂ່າວ ແລະ ເກີດຄວາມສົງໃສເກີດຄຳຖາມຕ່າງໆ ແລະ ຍັງມີກຸ່ມມືຄີບອດທີ່ບໍ່ຫວັງດີສວາຍໂອກາດນຳຮູບພາບທີ່ມີລັກສະນະເຊື່ອມໂຍງກັບໃບແຈ້ງການມາໂພສ ແລະ ສ້າງຄວາມແຕກຕື່ນໃຫ້ກັບຜູ້ທີ່ພົບເຫັນ.
ທ່ານ ບົວລຽນ ແສນສົມຫວັງ ນາຍບ້ານນາພະນັງ ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ອອກມາແກ້ຂ່າວ ເລື່ອງໃຫ້ພໍ່ແມ່ປະຊາຊົນ ມີສະຕິລະວັງຕົວ ກ່ຽວກັບຄົນບໍ່ດີ ມາເຄື່ອນໄຫວຢູ່ໃນບ້ານ, ນັ້ນ ເປັນຄວາມເຂົ້າໃຈຜິດຂອງນາຍບ້ານເອງທີ່ຟັງຂ່າວຈາກບ່ອນອື່ນ ແລະ ຂາດສະຕິ ໃນການຄົ້ນຄວ້າໃຫ້ລະອຽດ. (ຂ່າວນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ)
ສຳລັບວັນເດືອນປີທີ່ລົງໃນໃບແຈ້ງການສະບັບທີ 2 (ໃບແຈ້ງການແກ້ຂ່າວ) ທີ່ລົງວັນທີ 02/07/2018 ນັ້ນ ທາງນາຍບ້ານແຈ້ງມາວ່າລົງເດືອນຜິດ ຄວາມຈິງແລ້ວຕ້ອງແມ່ນ 02/08/2018.
ແຫລ່ງຂ່າວ: raosukunfung.com
|
ຂ່າວທ້ອງຖິ່ນ
|
2018-08-02T17:14:11+00:00
|
https://laopost.com/?p=102665
|
ເມືອງດາກຈຶງ ແຂວງເຊກອງ ຕັ້ງເປົ້າຈະດຶງດູດການລົງທຶນ ໃຫ້ໄດ້ 170 ໂຄງການ ມູນຄ່າ 240 ກ່ວາຕື້ກີບ!
|
ຂປລ. ອີງຕາມຂໍ້ມູນລາຍງານ ຈາກຫ້ອງການແຜນການ ແລະ ການລົງທຶນເມືອງດາກຈຶງ ແຂວງເຊກອງ ໃຫ້ຮູ້ ວ່າ: ດາກຈຶງ ເປັນເມືອງທີ່ມີທ່າແຮງ ດຶງດູດການລົງທຶນ ເຂົ້າໃນຫລາຍຂົງເຂດເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ນັບແຕ່ປີ 2015-2019 ເມືອງ ຈະສູ້ຊົນປະຕິບັດໂຄງການ ລົງທຶນໃຫ້ໄດ້ທັງໝົດ 170 ໂຄງການລວມມູນຄ່າ 243 ຕື້ກວ່າກີບ ປະກອບມີການລົງທຶນຂອງລັດ, ເອກະຊົນ ແລະ ສິນເຊື່ອທະນາຄານ. ໂຄງການເຫລົ່ານີ້ ໄດ້ແບ່ງເປັນ ຂົງເຂດ ຄື: ຂົງເຂດເສດຖະກິດ ປະກອບມີຂະແໜງກະສິກຳ ແລະປ່າໄມ້ 26 ໂຄງການມູນຄ່າ 48 ຕື້ກວ່າກີບ; ພະລັງງານ ແລະ ບໍ່ແຮ່ 7 ໂຄງການມູນຄ່າ 38,6 ຕື້ກີບ; ໂຍທາທິການ ແລະຂົນສົ່ງ 12 ໂຄງການມູນຄ່າ 37 ຕື້ກວ່າກີບ; ອຸດສາຫະກຳ ແລະ ການຄ້າ 16 ໂຄງການມູນຄ່າ 9 ຕື້ກວ່າກີບ; ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 11 ໂຄງການມູນຄ່າ 5 ຕື້ກວ່າກີບ; ວິທະຍາສາດ ແລະ ເຕັກໂນໂລຊີ 4 ໂຄງການມູນຄ່າ 236 ລ້ານກີບ ແລະ ຂະແໜງໄປສະນີ, ໂທລະຄົມ ແລະ ການສື່ ສານ 1 ໂຄງການ,ມູນຄ່າ 1 ຕື້ກີບ. ສໍາລັບຂົງເຂດ ວັດທະນະທຳ–ສັງຄົມມີ 53 ໂຄງການ, ມູນຄ່າ 40 ຕື້ກວ່າກີບ, ໃນນີ້ປະກອບ ມີຂະແໜງການສຶກສາ ແລະ ກິລາ 17 ໂຄງການມູນຄ່າ 11 ຕື້ກວ່າກີບ; ສາທາລະນະສຸກ 16 ໂຄງການມູນຄ່າ 15 ຕື້ກວ່າກີບ; ຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ 20 ໂຄງການມູນຄ່າ 12 ຕື້ກວ່າກີບ, ສ່ວນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມີ 11 ໂຄງການມູນຄ່າ 14 ຕື້ກວ່າກີບ; ຂົງເຂດການເມືອງ 4 ໂຄງການມູນຄ່າ 1,6 ຕື້ກີບ ແລະ ອີກ 3 ໂຄງການແມ່ນຂົງເຂດຕຸລາການລວມມູນຄ່າ 3,8 ຕື້ກີບ.
ແຫລ່ງຂ່າວ:
|
ຂ່າວທ້ອງຖິ່ນ
|
2016-01-15T15:31:42+00:00
|
https://laopost.com/?p=44836
|
ຫົວໜ້າກຸ່ມລີ້ໄພຄົນເບລາຣຸດ ຖືກພົບແຂວນຄໍ ໃນຢູເຄຣນ
|
ສຳນັກຂ່າວ Reuters ລາຍງານ: ວິຕາລີ ຊິຊອຟ, ໄວ 26 ປີ ຫົວໜ້າກຸ່ມລີ້ໄພຊາວເບລາຣຸດ ທີ່ອາໄສໃນຢູເຄຣນຖືກພົບແຂວນຄໍເສຍຊີວິດ ຢູ່ສວນສາທາລະນະໃກ້ບ່ອນພັກ ຊ່ວງຕອນເຊົ້າຂອງວັນທີ 3 ສິງຫາຜ່ານມາ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດຢູເຄຣນເລີ່ມດຳເນີນການສອບສວນໂດຍມຸ່ງເປົ້າໃສ່ຄະດີຄາຕະກຳ.
ທ່ານ ອິຮໍ ຄລີເມນໂກ, ຫົວໜ້າກອງບັນຊາການຕຳຫຼວດແຫ່ງຊາດຢູເຄຣນ ກ່າວວ່າ: ເຈົ້າໜ້າທີ່ກຳລັງພິຈາລະນາການສືບສວນຄວາມເປັນໄປໄດ້ຂອງການຂ້າໂຕຕາຍ ຫຼື ການຄາຕະກຳທີ່ແຝງຊ້ອນດ້ວຍດ້ວຍການຂ້າໂຕຕາຍ ເນື່ອງຈາກທາງຕຳຫຼວດກວດພົບຮອຍບາດແຜທີ່ບໍລິເວນດັງຂອງຜູ້ຕາຍ.
ຊິຊອຟ ໜີອອກຈາກເບລາຣຸດ ເມື່ອປີກາຍ ພາຍຫຼັງເຂົ້າຮ່ວມຂະບວນການປະທ້ວງຕໍ່ຕ້ານລັດຖະບານ ຂະນະທີ່ປະຊາຊົນຫຼາຍພັນຄົນ ພ້ອມຜູ້ນຳຝ່າຍຄ້ານຖືກຈັບກຸມ ແລະຊາວເບລາຣຸດ ຈຳນວນໜຶ່ງໄດ້ອົບພະຍົບໜີໄປລີ້ໄພຢູ່ ຢູເຄຣນ, ໂປແລນ ແລະ ລິທົວເນຍ.
|
ຂ່າວຕ່າງປະເທດ
|
2021-08-04T11:54:14+00:00
|
https://laopost.com/?p=126612
|
ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວຫຼັງມີປະກາດຫ້າມນຳເຂົ້າອາຫານທະເລຈາກໄທຊົ່ວຄາວ
|
ອີງຕາມການລາຍງານຂ່າວຈາກ dailynews ໃຫ້ຮູ້ວ່າ ໃນວັນທີ 24 ທັນວາ 2020 ທ່ານ ສົມເດັດ ສຸສົມບູນ ຫົວໜ້າກົມສົ່ງເສີມການຄ້າລະຫວ່າງປະເທດກ່າວວ່າ ທ່ານລັດຖະມົນຕີກະຊວງການຄ້າ ແລະ ເລຂາປະຈຳກະຊວງການຄ້າໄດ້ມອບໝາຍໃຫ້ເອກອັກຄະລັດຖະທູດຕ່າງປະເທດ ແລະ ຮອງ ລວມທັງພະແນກການທີ່ກ່ຽວຂ້ອງເພື່ອເລັ່ງຊີ້ແຈງທຳຄວາມເຂົ້າໃຈ ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໃນກໍລະນີທາງການຄ້າລາວກຽມທີ່ຈະອອກຄຳສັ່ງຫ້າມນຳເຂົ້າອາຫານທະເລສົດຈາກປະເທດໄທ ເນື່ອງຈາກກັງວົນກ່ຽວກັບການລະບາດຂອງໂຄວິດ-19 ໃນປະເທດໄທທີ່ຕະຫຼາດກາງອາຫານທະເລຈັງຫວັງສະໝຸດສາຄອນ.
“ລັດຖະບານໄທໄດ້ຊີ້ແຈງສາເຫດທີ່ແທ້ຈິງກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໃນຕອນບ່າຍມື້ວານນີ້. ເຊິ່ງຫຼາຍອົງການໄດ້ກະກຽມຂໍ້ມູນຄວາມຈິງ ເພື່ອທຳຄວາມເຂົ້າໃຈກັບລັດຖະບານລາວໃນການຮັບຮູ້ຂໍ້ເທັດຈິງທີ່ວ່າ ອາຫານທະເລສົດຂອງໄທ ແລະ ອາຫານແຊ່ແຂງ ປາສະຈາກພະຍາດຕິດຕໍ່ ແລະ ຈະນຳເອົາຜົນໄດ້ຮັບທາງວິຊາການກ່ຽວກັບການລະບາດຂອງໂຄວິດ-19 ວ່າການຕິດເຊື້ອບໍ່ໄດ້ແຜ່ລາມຈາກມະນຸດສູ່ສັດມາຢັ້ງຢືນ”.
ທັງນີ້, ກະຊວງການຄ້າຂອງໄທເຊື່ອໝັ້ນວ່າຈະສາມາດຊີ້ແຈງ ແລະ ທຳຄວາມເຂົ້າໃຈຕໍ່ບັນຫານີ້ກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໄດ້ ເຊິ່ງປັດຈບັນ, ໄທມີມູນຄ່າການສົ່ງອອກອາຫານທະເລແລະ ອາຫານແຊ່ແຂງໃຫ້ປະເທດລາວໃນແຕ່ລະປີມີມູນຄ່າຫຼາຍກວ່າ 100-120 ລ້ານບາດ ຫຼື ປະມານ 32 ຫາ 39 ພັນລ້ານກີບຕໍ່ປີ.
ຮຽບຮຽງຂ່າວ: ພຸດສະດີ
|
ຂ່າວພາຍໃນ
|
2020-12-25T10:37:28+00:00
|
https://laopost.com/?p=122437
|
ຫຼາຍເສັ້ນທາງບໍ່ມີລາຍທາງ ໂຍທາຄວນເບິ່ງຄືນ
|
ນີ້ແມ່ນເຫດການລົດເມຕຳກັນ ຢູ່ເຂດບ້ານຫຼັກຂາວ ເມືອງທ່າແຕງ ແຂວງເຊກອງ ໃນວັນທີ 9 ເມສາ 2017 ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ
ສະພາບການສັນຈອນໃນປະເທດເຮົານັບມື້ແອອັດ ໂດຍສະເພາະແມ່ນຢູ່ໃນບັນດາຕົວເມືອງ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ. ຄຽງຄູ່ກັນນັ້ນ ສະພາບການເກີດອຸບັດເຫດກໍນັບມື້ຫຼາຍຂຶ້ນເຊັ່ນກັນ ດັ່ງທີ່ມີການລາຍງານຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງວ່າ ສະເພາະເດືອນຕຸລາ 2017 ທົ່ວປະເທດມີອຸບັດຕິເຫດຕາມທ້ອງຖະໜົນ 400 ກວ່າຄັ້ງ, ຄົນໄດ້ຮັບບາດເຈັບທັງໝົດ 770 ຄົນ, ລົດເປ່ເພທັງໝົດ 875 ຄັນ ແລະ ຄົນເສຍຊີວິດ 76 ຄົນ, ໃນນີ້ ນະຄອນຫຼວງວຽງຈັນ ເສຍຊີວິດ 14 ຄົນ.
ສາເຫດການເກີດອຸບັດເຫດມີຫຼາຍສາເຫດ ເປັນຕົ້ນແມ່ນຂັບຂີ່ລົດແບບບໍ່ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ, ດື່ມສິ່ງມືນເມົາແລ້ວຂັບລົດ, ສະພາບເຕັກນິກລົດບໍ່ຮັບປະກັນ ແລະສະພາບເສັ້ນທາງຫຼາຍບ່ອນບໍ່ດີ ອາດຈະເປ່ເພ ຫຼືຜ່ານເສັ້ນທາງທີ່ສູງຊັນ.
ເສັ້ນທາງຕານມີໄຊ-ຫ້ວຍຫົງ-ດົງປ່າແຫຼບ ເສັ້ນທາງດີແຕ່ບໍ່ມີລາຍທາງ
ແນວໃດກໍດີ, ຕາມການສັງເກດຂອງນັກຂ່າວພວກເຮົາ ຍັງເຫັນອີກ 2 ຢ່າງ ທີ່ອາດຈະເປັນສາເຫດ ຂອງການເກີດອຸບັດເຫດຕາມທ້ອງຖະໜົນ:
1. ເສັ້ນທາງບໍ່ມີລາຍທາງ: ເຮົາຍັງສັງເກດເຫັນວ່າມີຫຼາຍເສັ້ນທາງທີ່ສວຍງາມ ໃນນະຄອນຫຼວງວຽງຈັນ ກໍຄືເສັ້ນທາງເລກທີ 13 ໃຕ້, 13 ເໜືອ ແລະອື່ນໆ ຍັງມີຫຼາຍຍ່ານ ມີຄວາມຍາວຫຼາຍກິໂລແມັດ ບໍ່ມີລາຍທາງ ເຮັດໃຫ້ການແລ່ນລົດຂອງນັກຂັບຂີ່ມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນໃນເຂດທີ່ທາງແຄບ ຫຼືເປັນເວລາກາງຄືນ.
2. ໄຕ້ຕາສູງໃສ່ກັນ: ຖ້າທ່ານຜູ້ອ່ານເຄີຍຂັບລົດໃນເວລາກາງຄືນ ຕາມເສັ້ນທາງເລກທີ 13 ໃຕ້ ທ່ານມັກຈະພົບກັບລົດທີ່ໄຕ້ຕາສູງ ໂດຍສະເພາະແມ່ນລົດເມ ມັກຈະມີການແຕ່ງຕາສູງໃສ່ຕື່ມອີກ ເພື່ອໄວ້ເຍືອງຕອບໂຕ້ໃສ່ລົດຄັນອື່ນທີ່ສວນທາງມາ. ການເຮັດຄືດັ່ງກ່າວນັ້ນ ຈະເຮັດໃຫ້ທັດສະນະວິໄສໃນການເບິ່ງເຫັນເສັ້ນທາງຫຼຸດລົງຫຼືຈົນບໍ່ເຫັນທາງເລີຍກໍມີ ປະກອບໃສ່ເສັ້ນທາງບໍ່ມີລາຍຈຶ່ງບໍ່ຮູ້ເຂດເສັ້ນແບ່ງກາງທາງຢູ່ຈຸດໃດ.
ສອງບັນຫາທີ່ຍົກມານີ້ ອາດຈະເປັນສາເຫດຕົ້ນຕໍໜຶ່ງ ທີ່ເຮັດໃຫ້ລົດມັກເກດອຸບັດເຫດຮ້າຍແຮງຕາມທ້ອງຖະໜົນ ເຊິ່ງແນ່ນອນວ່າພາກສ່ວນໂຍທາທິການແລະຂົນສົ່ງ ຄວນຈະຕ້ອງໄດ້ພິຈາລະນາແລະຫາວິທີແກ້ໄຂຕື່ມ.
|
ຂ່າວພາຍໃນ
|
2017-11-09T11:59:38+00:00
|
https://laopost.com/?p=96886
|
ຈີນນຳເຮືອບິນລຳລຽງທາງທະຫານຜະລິດເອງຮຸ່ນຫລ້າສຸດອອກໃຊ້ແລ້ວ
|
ສຳນັກຂ່າວຊິນຮວາຂອງທາງການຈີນລາຍງານວ່າ ຈີນໄດ້ນຳເຮືອບິນລຳລຽງທາງທະຫານທີ່ຜະລິດເອງຮຸ່ນຫລ້າສຸດອອກໃຊ້ວຽກແລ້ວໃນມື້ນີ້.
ຊິນຮວາລາຍງານວ່າ Y-20 ເປັນເຮືອບິນລຳລຽງທາງທະຫານທີ່ຈີນຜະລິດເອງ ແລະ ມີຂະໜາດໃຫຍ່ທີ່ສຸດຂອງປະເທດ ສ້າງຂຶ້ນເພື່ອລຳລຽງກຳລັງພົນ ແລະ ຍຸດໂທປະກອນໄປຍັງພື້ນທີ່ໄກໆທີ່ມີສະພາບອາກາດແຕກຕ່າງກັນ ຊິນຮວາອ້າງໂຄສົກກອງທັບອາກາດຂອງກອງທັບປົດປ່ອຍປະຊາຊົນຈີນວ່າ ການນຳເຮືອບິນນີ້ອອກນຳໃຊ້ຖືເປັນກ້າວສຳຄັນຂອງກອງທັບອາກາດທີ່ຈະປັບປຸງສັກກະຍະພາບໃນການສະແດງອຳນາດທາງຍຸດທະສາດເພາະຈະໃຊ້ປົກປ້ອງຄວາມປອດໄພໃນປະເທດ ແລະປະຕິບັດການຄົ້ນຫາ ແລະ ກູ້ໄພທັງໃນ ແລະ ຕ່າງປະເທດ ໂດຍເຮືອບິນ Y-20 ສາມາດບັນທຸກໄດ້ເຕັມກຳລັງ 66 ໂຕນ ແລະ ບິນໄດ້ໄກ 4.400 ກິໂລແມັດຕາມການລາຍງານຂອງສື່ຈີນ.
|
ຂ່າວຕ່າງປະເທດ
|
2016-07-06T18:42:11+00:00
|
https://laopost.com/?p=64454
|
ລາວ-ໄອເຕັກໃຫ້ສະຖານທີ່ຂາຍລ້າ ແມ່ຄ້າຈາກຕະຫຼາດທົ່ງຂັນຄຳ
|
ໂດຍປະຕິບັດ ຕາມນະໂຍບາຍຂອງນະຄອນຫຼວງວຽງຈັນ ທີ່ມີຕໍ່ຊາວຄ້າຂາຍທີ່ໄດ້ຮັບຄວາມເສຍຫາຍຈາກອັກຄີໄພທີ່ເກີດ ຂຶ້ນຢູ່ຕະຫຼາດທົ່ງຂັນຄຳໃນຕົ້ນປີນີ້ນະຄອນຫຼວງໄດ້ມອບໝາຍໃຫ້ ບໍລິສັດລາວເວີນເປັນຜູ້ຊ່ວຍສະໜັບສະໜູນດ້ານທຶນຮອນສະຖານທີ່ ແລະ ການປຸກສ້າງ ແລະ ມອບໝາຍໃຫ້ພະ ແນກອຸດສາຫະກຳການຄ້າ ສົມທົບກັບ ພາກສ່ວນກ່ຽວຂ້ອງເປັນຜູ້ຄຸ້ມຄອງ, ຈັດ ສັນ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ຊາວຄ້າຂາຍຈາກຕະຫຼາດ ທົ່ງຂັນຄຳໄດ້ດຳເນີນການຄ້າຂາຍຢູ່ຕະຫຼາດຊົ່ວຄາວລາວໄອເຕັກແຫ່ງ ນີ້ຈົນກວ່າການປຸກສ້າງສູນການຄ້າຕະຫຼາດ ທົ່ງຂັນຄຳຫຼັງໃໝ່ສຳເລັດ ຫຼື ປະມານ ປີກວ່າແລ້ວຈິ່ງຍົກຍ້າຍຊາວຄ້າຂາຍກັບຄືນ ແລະ ຢຸດເຊົາຕະຫຼາດຊົ່ວຄາວແຫ່ງນີ້.
ມາຮອດປະຈຸບັນການປຸກສ້າງແມ່ນ ສຳເລັດໂດຍພື້ນຖານປະກອບມີຫ້ອງ ຂາຍທັງໝົດຈຳນວນ 432 ລ໋ອກ (ຂະໜາດ 2,5×2,5 ແມັດ, ແຕ່ລະລ໋ອກປະກອບໂຕະໃຫ້ 1 ໜ່ວຍ, ດອກໄຟ 1 ຫຼອດ, ປັກສຽບ 1 ອັນ), ໄດ້ຈັດອອກ ເປັນ 6 ເຂດຄື: ເຂດເຄື່ອງນຸ່ງຫົ່ມ, ເຂດເຄື່ອງໃຊ້ໄຟຟາ ແລະ ເຄື່ອງໃຊ້ສອຍທົ່ວໄປ, ເຂດເຄື່ອງແຫ້ງຕ່າງໆ, ເຂດຂາຍຊີ້ນ, ປາ, ຜັກ ແລະ ໝາກໄມ້ ແລະ ອື່ນໆມີຫ້ອງນ້ຳຈຳນວນ 20 ຫ້ອງ, ມີເດີ່ນ ຈອດລົດໃຫຍ່ໄດ້ປະມານ 475 ຄັນ, ມີບ່ອນຈອດລົດຈັກ, ມີນ້ຳ, ມີໄຟຟ້າ.
ຖືວ່າມາຮອດປະຈຸບັນນີ້ແມ່ນພ້ອມໃຫ້ຊາວຄ້າຂາຍຈາກຕະຫຼາດທົ່ງ ຂັນຄຳເຂົ້າມາຄ້າຂາຍໄດ້ເລີ່ມແຕ່ວັນທີ 5 ມິຖຸນາເປັນຕົ້ນໄປ.
ສຳລັບນະໂຍບາຍຕໍ່ຊາວຄ້າຂາຍຄ່າເຊົ່າສະຖານທີ່ບໍ່ໄດ້ເສຍຄ່າ, ສຳລັບຄ່ານ້ຳ, ຄ່າໄຟຟ້າກໍບໍ່ໄດ້ເສຍເຊັ່ນກັນ ແຕ່ກໍຕ້ອງໄດ້ຊ່ວຍກັນປະຢັດ, ບໍ່ຟຸມເຟືອຍ ພ້ອມກັນປົກປັກຮັກສາ ແລະ ຮັບປະກັນຄວາມສະອາດ, ຄວາມປອດໄພ ແລະ ເຕັກນິກດ້ານໄຟຟ້າ
ເພື່ອເປັນການປະກອບສ່ວນໃນການປ້ອງກັນຄວາມສະຫງົບ, ປອດໄພ ແລະ ຄວາມສະອາດຢູ່ໃນບໍລິເວນຕະຫຼາດນັ້ນ, ຊາວຄ້າຂາຍຈະໄດ້ຈ່າຍຄ່າປ້ອງກັນເວນຍາມ, ຄ່າອະນາໄມ, ຄ່າບໍລິການດັ່ງກ່າວນີ້ຈະບໍ່ສູງກວ່າຄ່າບໍລິການໃນຕະຫຼາດອື່ນໆ ຢູ່ນະຄອນຫຼວງວຽງຈັນ.
ທ່ານ ວິສັນ ນະລົງສັກ ຜູ້ອຳນວຍການບໍລິສັດລາວເວີນມະຫາຊົນເປີດເຜີຍໃຫ້ຮູ້ແລງວັນທີ 5 ມິຖຸນານີ້ວ່າ: ຮອດປະຈຸບັນມີແມ່ຄ້າຈາກຕະຫຼາດທົ່ງຂັນຄຳມາຈັບຈອງແລ້ວ 71 ຄົນຈາກຜູ້ທີ່ໄດ້ຮັບຜົນກະທົບທັງໝົດ 243 ຄົນ.
ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ www.sedthakid.la
|
ຂ່າວພາຍໃນ
|
2014-06-10T16:12:57+00:00
|
https://laopost.com/?p=6393
|
Subsets and Splits
No community queries yet
The top public SQL queries from the community will appear here once available.