title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ເລືອກຕັ້ງໄດ້ເລຂາຄະນະພັກຜູ້ໃໝ່!
ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ສຳເລັດລົງດ້ວຍຜົນອັນຈົບງາມໃນບ່າຍວັນທີ 7 ເມສານີ້, ພາຍຫລັງດຳເນີນ ມາເປັນເວລາ 2 ວັນຢູ່ສຳນັກງານລັດວິສາຫະກິດໄຟຟ້າລາວ ນະຄອນ ຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ດຣ ສຸລິວົງ ດາລາວົງ ເຂລາຄະ ນະພັກ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໂດຍການເຂົ້າຮ່ວມ ຂອງສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນ ກາງພັກ, ມີບັນດາສະມາຊິກພັກອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ, ກອງປະຊຸມໄດ້ໃຊ້ສິດປະຊາທິປະ ໄຕປ່ອນບັດຄັດເລືອກເອົາຄະນະພັກກະຊວງຊຸດໃໝ່ ໂດຍເປັນເອກກະສັນເລືອກສະຫາຍ ດຣ ຄຳມະນີ ອິນທິລາດ ເປັນເລຂາຄະນະພັກ, ສະຫາຍ ທອງພັດ ອິນທະວົງ ເປັນຮອງເລຂາ ແລະ ສະຫາຍນາງ ຈັນສະຫວາດ ບຸບຜາ ເປັນປະທານ ກວດກາພັກ. ກອງປະຊຸມໄດ້ມີມະຕິຮັບຮອງເອົາທິດທາງລວມຂອງແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າຄື: “ພັດທະນາພະລັງງານ ແລະ ບໍ່ແຮ່ຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ຂຸດຄົ້ນ ແລະ ນ້ຳໃຊ້ທ່າແຮງຊັບພະຍາ ກອນທຳມະຊາດໃຫ້ຮັບປະກັນຄວາມຍືນຍົງ, ສົ່ງເສີມຫົວໜ່ວຍເສດຖະກິດຂອງຊາດໃຫ້ເຂັ້ມ ແຂງ, ຍູ້ແຮງການສະໜອງ ໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ, ເຊື່ອມໂຍງແລກປ່ຽນພະລັງງານກັບປະ ເທດເພື່ອນບ້ານ ແລະ ພາກພື້ນ, ພັດທະນາພະລັງງານ ແລະ ບໍ່ແຮ່ເພີ່ມຂຶ້ນດ້ວຍສີຂຽວ ແລະ ສົດໄສ ”. ໃນໂອກາດນີ້, ສະຫາຍເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ກໍໄດ້ໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ຄະນະພັກກະຊວງຊຸດເກົ່າໄດ້ຊີ້ນຳ-ນຳພາ, ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກກໍຄືການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ສ້າງປະຖົມປັດໄຈພື້ນຖານໃຫ້ແກ່ການພັດທະນາປະເທດຊາດດີຂຶ້ນກວ່າເກົ່າ, ດັ່ງນັ້ນ, ຈຶ່ງສະເໜີໃຫ້ຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ດີ, ໂດຍສະເພາະການຊື່ມຊືມມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງພັກເປັນປົກກະຕິ ແລະ ເຂົ້າສູ່ຊີວິດຕົວຈິງໃນຖັນແຖວສະມາຊິກພັກ, ພະນັກ ງານ-ລັດຖະ ກອນຢ່າງເລິກເຊິ່ງທົ່ວເຖິງ, ຍົກສູງທັດສະນະຫລັກໝັ້ນຊົນຊັ້ນ, ສາມາດຈຳແນກມິດ-ສັດຕູ ໄດ້ຈະແຈ້ງໃນເງື່ອນໄຂເສດ ຖະກິດຕະຫລາດມີການຂະຫຍາຍຕົວໄວ, ມີສະຕິລະວັງຕົວ, ມີຄວາມຊື່ສັດບໍລິສຸດ, ຈົ່ງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ຮູ້ເສຍສະຫລະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ ແລະ ບັນຫາສຳຄັນຂອງການກໍ່ສ້າງ, ການຂະຫຍາຍສະມາຊິກພັກ ຕ້ອງເນັ້ນໃຫ້ໄດ້ດ້ານຄຸນນະພາບຫລາຍກວ່າດ້ານປະລິມານ, ນອກຈາກນີ້, ຂະແໜງພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງ ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ເພື່ອເປັນພື້ນຖານໃນການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝເທື່ອ ລະກ້າວນັ້ນ, ຕ້ອງເພີ່ມທະວີການສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດພຽງພໍ, ປັບປຸງພື້ນຖານວັດຖຸເຕັກ ນິກໃຫ້ທັນສະໄໝ, ສ້າງລະບົບກົນໄກການຄຸ້ມຄອງທີ່ດີ, ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນ ທຳມະຊາດທີ່ມີເພື່ອນຳ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ, ເປີດກວ້າງການຮ່ວມມືກັບສາກົນໃຫ້ຫລາຍກວ່າເກົ່າ, ສາມາດດຶງດູດເອົາການລົງທຶນເຂົ້າໃນ ຂະແໜງດັ່ງກ່າວໃຫ້ຫລາຍຂຶ້ນເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ມີຄວາມຮັ່ງມີມັ່ງຄັ່ງເຂັ້ມແຂງ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວເຫດການ
2015-04-08T15:30:11+00:00
https://laopost.com/?p=22603
ກະຊວງການເງິນອອກແຈ້ງການ
ກະຊວງການເງິນ ອອກແຈ້ງການ: 1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ຍານພາຫະນະທຸກປະເພດຢູ່ ສປປ ລາວ ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ 2022 ນັບແຕ່ວັນທີ 01 ມັງກອນ ຫາ ວັນທີ 30 ມິຖຸນາ 2022, ກໍານົດເວລາເສຍຄ່າທໍານຽມທາງ ທີ່ໄດ້ກໍານົດໄວ້ໃນລະບຽບການ ແມ່ນນັບແຕ່ວັນທີ 01 ມັງກອນ ຫາວັນທີ 31 ມີນາ 2022, ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນມີທ່າອ່ຽງເພີ່ມຂື້ນ ແລະ ແຜ່ກະຈາຍໄປໃນຂອບເຂດທົ່ວປະເທດ ສະນັ້ນ, ເພື່ອຮັບປະກັນໃນການປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດດັ່ງກ່າວ ແລະ ທັງຮັບປະກັນໃຫ້ສາມາດຈັດເກັບຄ່າທໍານຽມທາງໄດ້ຢ່າງຄົບຖ້ວນ, ຈຶ່ງເຫັນດີເລື່ອນເວລາເສຍຄ່າທໍານຽມທາງ ປະຈໍາປີ 2022 ໄປຈົນເຖິງວັນທີ 30 ມິຖຸນາ 2022 ໂດຍບໍ່ມີການປັບໃຫມ; 2. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດຫາກເສຍຄ່າທໍານຽມທາງ ຊັກຊ້າ ຫຼື ບໍ່ເສຍຄ່າທໍານຽມທາງໃນປີຜ່ານໆມາ ຈະຖືກປະຕິບັດມາດຕະການປັບໃຫມ ດັ່ງນີ້: – ເສຍຄ່າທໍານຽມທາງຊັກຊ້າກວ່າກໍານົດເວລາທີ່ລະບຸໄວ້ ຂໍ້ 1 ຂ້າງເທິງ ຖືກປັບໃຫມ 0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ; – ບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ ຫນຶ່ງປີ ຖືກປັບໃຫມ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ; – ບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ ສອງປີຂື້ນໄປ ຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ; ເສຍຄ່າທໍານຽມທາງ ບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ຕ້ອງໄດ້ເສຍຄ່າທໍານຽມທາງຕື່ມໃຫ້ຄົບຖ້ວນຕາມຈໍານວນທີ່ຕ້ອງເສຍ ພ້ອມທັງຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຕື່ມ; – ປອມແປງການເສຍຄ່າທໍານຽມທາງໃນທຸກຮູບແບບ ຖືກປັບໃຫມສອງເທົ່າຂອງຄ່າທໍານຽມທາງທີ່ຕ້ອງເສຍແລະ ຈະຖືກລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ຫນັກ. 3. ການຊໍາລະຄ່າທໍານຽມທາງ ໃຫ້ຊໍາລະຜ່ານລະບົບທະນາຄານ ເປັນຕົ້ນ ທະນາຄານ ການຄ້າຕ່າງປະເທດລາວ ແລະ ບັນດາທະນາຄານຕົວແທນ ຄື: ທະນາຄານ ສົ່ງເສີມກະສິກໍາ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມທຸລະ ກິດລາວ-ຫວຽດ, ທະນາຄານ ລາວ-ຈີນ, ທະນາຄານ ບີໄອຊີ, ທະນາຄານ ອິນໂດຈີນ, ທະນາຄານ ຮ່ວມ ພັດທະນາ, ທະນາຄານ ເອັສທີ ແລະ ທະນາຄານ ລາວ-ຝຣັ່ງ, ດ້ວຍຊ່ອງທາງຕ່າງໆ ເຊັ່ນ: ຊໍາລະຜ່ານ ເຄົາເຕີ ທະນາຄານ(Counter), BCEL One ຫລື BCEL i-bank, ATM, ຕູ້ອັດຕະໂນມັດ(Kiosk) ຫຼື ຊໍາລະຜ່ານ ຈຸດບໍລິການທີ່ໄດ້ຮັບອະນຸຍາດ(BCOME); 4. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃຫມ່ (ຊື້ອອກຮ້ານ, ມືຫນຶ່ງ) ພາຍໃນເດືອນ ຕຸລາ ຫາເດືອນ ທັນວາ 2022 ແມ່ນຖືກງົດເກັບຄ່າທໍານຽມທາງ ປະຈໍາປີ 2022; 5. ເຈົ້າຫນ້າທີ່ຈາລະຈອນ ເປັນຜູ້ເຮັດຫນ້າທີ່ກວດກາ, ຊຸກຍູ້ການເສຍຄ່າທໍານຽມທາງ ແລະ ນໍາໃຊ້ມາດຕະການປັບໃຫມຕໍ່ຜູ້ລະເມີດໃນການເສຍຄ່າທໍານຽມທາງ ໃນຂອບເຂດທົ່ວປະເທດ; 6. ກົມສ່ວຍສາອາກອນ ເປັນເຈົ້າການປະສານສົມທົບກັບທະນາຄານ ການຄ້າຕ່າງປະເທດລາວ(ຄູ່ສັນຍາ) ເພື່ອຊີ້ນໍາ, ຕິດຕາມ, ກວດກາ ແລະ ຊຸກຍູ້ ຂະແຫນງການຂອງຕົນໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດເກັບຄ່າທໍານຽມທາງ ປະຈໍາປີ 2022 ໃຫ້ມີປະສິດທິຜົນ, ໂປ່ງໃສ, ທັນເວລາ; 7. ສ່ວຍສາອາກອນ ປະຈໍາ ແຂວງ, ນະຄອນຫລວງ, ສ່ວຍສາອາກອນ ປະຈໍາ ເມືອງ ແລະ ນະຄອນ ຕ້ອງເພີ່ມທະວີ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດເກັບຄ່າທໍານຽມທາງ ປະຈໍາປີ 2022 ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ແລະ ໃຫ້ບັນລຸຕາມແຜນການ.
ຂ່າວພາຍໃນ
2022-04-22T11:42:08+00:00
https://laopost.com/?p=133349
ແຈ້ງເຕືອນ ບໍ່ໃຫ້ຕົກເປັນເຫຍື່ອ ຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ
ຫຼ້າສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ແຈ້ງເຕືອນປະຊາຊົນລາວບັນດາເຜົ່າ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ ແລະ ຮຽກຮ້ອງເຖິງແຮງງານລາວ ຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ ແລະ ຜິດຕໍ່ລະບຽບການຈັດສົ່ງແຮງງານ, ເນື່ອງຈາກ ໄລຍະຜ່ານມາ ແລະ ປະຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກວດພົບມີບາງ ບໍລິສັດ ແລະ ບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວ ຊັກຊວນແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດຈາກ ກົມການຈັດຫາງານ ກະຊວງ ຮສສ, ເຊິ່ງໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ຂົນຂວຍ ໃນຮູບແບບຕ່າງໆ ກໍເຫັນວ່າ ມີຫຼາຍໆບໍລິສັດ, ບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ,ສຳລັບບຸກຄົນ ຫຼື ນິຕິບຸກ ຄົນ ຫາກເຄື່ອນໄຫວຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິ ການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດ ຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ. ດັ່ງນັ້ນ ເພື່ອເປັນການປ້ອງກັນສິດ ແລະ ຜົນປະໂຫຍດ ແລະ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ກະຊວງ ຈຶ່ງໄດ້ອອກເຕືອນສັງຄົມຕື່ມ ແລະ ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ປະເທດ ສ.ເກົາຫລີ ຫຼື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ແລະ ຖ້າຢູ່ຕ່າງແຂວງໃຫ້ຕິຕໍ່ພົວພັນກັບ ພະແນກແຮງງານແຂວງ, ນະຄອນຫຼວງ ເທົ່ານັ້ນ (ໃນໂມງລັດຖະການ).
ຂ່າວພາຍໃນ
2022-12-01T11:51:53+00:00
https://laopost.com/?p=139799
ມຽນມາ ເປີດຖ້ຽວບິນສາກົນຄືນໃໝ່ ຫລັງປິດໃຫ້ບໍລິການໄດ້ 20 ກ່ວາປີ!
ຂປລ. ຕາມຂ່າວຕ່າງປະເທດ, ບໍລິສັດ ສາຍການບິນ ສາກົນ ມຽນມາ ຈະເປີດຖ້ຽວບິນ ສາກົນຄືນໃໝ່ ໃນຕົ້ນປີ 2016 ລະຫວ່າງ ຖ້ຽວບິນແຕ່ ເມືອງ ຢານກອນ ຫາ ສິງກະໂປ, ພ້ອມກັບ ເຂດບໍລິຫານພິເສດ ຮົງກົງ(ຈີນ)ແລະ ອານາເຂດໄຕ້ຫວັນ ຂອງຈີນ ຫລັງຈາກປິດໃຫ້ບໍລິການ ປະມານ 20 ກວ່າ ປີແລ້ວ. ການເປີດບໍລິການຄືນໃໝ່ຄັ້ງນີ້ ຈະໃຫ້ບໍລິການ6 ຖ້ຽວບິນຕໍ່ ອາທິດ ລະຫວ່າງ ເມືອງ ຢານກອນ ຫາ ສິງກະໂປ. ຂະນະນີ້ ບໍລິສັດ ສາຍການບິນດັ່ງກ່າວ ຍັງໄດ້ສັ່ງຊື້ເຮືອບິນໂບອິງ ເພີ່ມອີກ 10 ລຳ ແຕ່ນີ້ຮອດປີ 2020 ແລະ ຄາດວ່າປີນີ້ ຈະມີຜູ້ໂດຍສານ ມາໃຊ້ບໍລິການເພີ່ມຂຶ້ນເກືອບ 30% ທຽບໃສ່ ປີກາຍ ເພີ່ມຂຶ້ນປະມານ 4,5 ລ້ານເທື່ອຄົນ. ຂອບໃຈຂ່າວຈາກ:
ຂ່າວຕ່າງປະເທດ
2015-08-19T14:42:38+00:00
https://laopost.com/?p=33032
ເກີດເຫດເຮືອບັນທຸກສິນຄ້າລົ່ມທີ່ປະເທດອິນໂດເນເຊຍ ຍັງສູນຫາຍ 25 ຄົນ
ເຮືອບັນທຸກສິນຄ້າຂອງອິນໂດເນເຊຍ ພ້ອມກັບຜູ້ໂດຍສານ ແລະລູກເຮືອ 42ຄົນ ໄດ້ເກີດອຸບັດເຫດລົ່ມຢູ່ນອກຊາຍຝັ່ງຂອງເເຂວງ Sulawesi ເຈົ້າໜ້າທີ່ກູ້ໄພໄດ້ເຫຼືອໄດ້ແລ້ວ17 ຄົນ ແລະ ຍັງເລັ່ງຊອກຫາອີກ 25 ຄົນຍັງສູນຫາຍ. ຈາກການລາຍງານຂອງ ເອບີຊີນິວ ໄດ້ລາຍງານວ່າ, ວັນທີ 29 ພຶດສະພາ ໄດ້ເກີດເຫດເຮືອບັນທຸກສິນຄ້າຂອງອິນໂດເນເຊຍລົ່ມຍ້ອນສະພາອາກາດທີ່ບໍ່ເອື້ອອຳນວຍບໍລິເວນນອກຊາຍຝັ່ງຊ່ອງແຄບ Makassar ແຂວງ Sulawesi, ຂະນະເກີດເຫດມີຜູ້ໂດຍສານ ແລະ ລູກເຮືອທັງໝົດ 42 ຄົນ, ໂດຍເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຂື້ນມາຈາກນໍ້າໄດ້ແລ້ວ 17 ຄົນ ແລະ ຍັງມີອີກ 25ຄົນ ທີ່ສູນຫາຍເຊິ່ງຕອນນີ້ເຈົ້າໜ້າທີ່ກຳລັງເລັ່ງຊອກຫາ. ຫົວໜ້າສຳໜັກງານຄົ້ນຫາ ແລະ ກູ້ໄພຂອງແຂວງ Sulawesi ເປີດເຜີຍວ່າ ເຮືອລຳນີ້ປະສົບອຸບັດຕິເຫດລະຫວ່າງການເດີນທາງຈາກທ່າເຮືອ Makassar ໄປຫາເກາະ Kalmas ,ທີມກູ້ໄພໄດ້ໃຊ້ເຮືອ 2ລຳອອກຄົ້ນຫາ ແລະ ມີເຮືອຂອງຊາວປະມົງອີກຫຼາຍລຳໃຫ້ຄວາມຊ່ວຍເຫຼືອ ພ້ອມຄວາມຫວັງວ່າຈະພົບຜູ້ລອດຊີວິດ. ທັ້ງນີ້ ມັກມີເຫດການເຮືອລົ່ມເລື້ອຍໆໃນອິນໂດເນເຊຍ ເນື່ອງຈາກອິນໂດເນເຊຍເປັນປະເທດທີ່ມີເກາະຫຼາຍກວ່າ 17.000ເກາະ ການຄົມມະນາຄົມທາງເຮືອຈຶ່ງເປັນສິ່ງຈຳເປັນຫຼາຍ ຂະນະທີ່ມາດຕະການດ້ານຄວາມປອດໄພຍັງຕຳ່ ໂດຍເມື່ອປີ 2018 ເກີດເຫດເຮືອບັນທຸກສິນຄ້າລົ່ມຢູ່ນອກຊາຍຝັ່ງແຂວງສຸມາຕຼາ ເຫດການນັ້ນມີຜູ້ເສຍຊີວິດເຖິງ 167ຄົນ.
ຂ່າວຕ່າງປະເທດ
2022-05-30T14:32:19+00:00
https://laopost.com/?p=134344
ຫວຽດນາມ ຈະຂາຍເຮືອບິນເກົ່າອອກ 5 ລຳ ເພື່ອຍົກລະດັບສາຍການບິນແຫ່ງຊາດ
ສາຍການບິນຫວຽດນາມ ຈະຂາຍເຮືອບິນເກົ່າອອກ 5 ລຳ ຕາມແຜນຍົກລະດັບສາຍການບິນ ໂດຍມີເປົ້າໝາຍໃຫ້ກາຍເປັນສາຍການບິນລະດັບ 4 ດາວ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມີນາຜ່ານມານີ້ວ່າ ຄະນະກຳມະການບໍລິຫານ ສາຍການບິນຫວຽດນາມ ໄດ້ສະເໜີຂາຍເຮືອບິນ ATR72 ຈຳນວນ 3 ລຳ ແລະ ເຮືອບິນໂບອິ້ງ 777-200ER ອີກ 2 ລຳ ຕາມແຜນທີ່ຈະສະເໜີອະນຸມັດ ໃນກອງປະຊຸມຜູ້ຖືຫຸ້ນ ຄັ້ງວັນທີ 13 ມີນານີ້ ໂດຍເຫດຜົນຍ້ອນເຮືອບິນ ATR ຈຳນວນ 3 ລຳ ແມ່ນມີສະພາບບໍ່ສົມບູນ ແຕ່ເຮືອບິນໂບອິ້ງອີກ 2 ລຳນັ້ນ ຍັງສາມາດໃຊ້ງານໄດ້ຕໍ່ອີກຫລາຍກ່ວາ 4 ປີ. ເຖິງຢ່າງໃດກໍຕາມ ສາຍການບິນຫວຽດນາມ ຍັງຕ້ອງການທີ່ຈະຂາຍອອກທັງ 5 ລຳ ເນື່ອງຈາກບໍ່ສາມາດຮັບປະກັນຄຸນນະພາບຂອງການໃຫ້ບໍລິການໄດ້ ທ່າມກາງການແຂ່ງຂັນຢ່າງດຸເດືອດໃນເວລານີ້ ເຊິ່ງສາຍການບິນມີເປົ້າໝາຍທີ່ຈະຍົກລະດັບການບໍລິການ ໃຫ້ຢູ່ໃນລະດັບ 4 ດາວ ໂດຍໃນປັດຈຸບັນນີ້ ແມ່ນສາຍການບິນຫວຽດນາມ ຖືກຈັດໃຫ້ຢູ່ໃນປະເພດສາຍການບິນລະດັບ 3 ດາວ.
ຂ່າວຕ່າງປະເທດ
2015-03-03T11:46:36+00:00
https://laopost.com/?p=20267
ສສຊ ຮັບເອົາກົດໝາຍ ລາຍເຊັນເອເລັກໂຕຣນິກ
ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ເປັນກົດໝາຍທີ່ສ້າງຂຶ້ນໃໝ່ ດ້ວຍຄະແນນສຽງສ່ວນຫຼາຍ ໃນວັນທີ 12 ທັນວາ 2018, ທີ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີVIII. ພາຍຫຼັງ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ເພື່ອໃຫ້ສະມາຊິກ ສສຊ ພິຈາລະນາ, ປະກອບຄໍາເຫັນໃສ່ຮ່າງກົດໝາຍໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຢ່າງມີປະສິດທິພາບ. ບັນດາ ສສຊ ກໍໄດ້ຮັບຮອງເອົາກົດໝາຍດັ່ງກ່າວ, ເຊິ່ງສ້າງແຕ່ປີ 2016 ປະກອບມີ 13 ພາກ, ແລະ 82 ມາດຕາ. ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຈະໄດ້ຮັບຜົນດັ່ງນີ້: ກະຊວງ ໄປສະນີ, ໂທລະຄົມ ແລະ ການສື່ສານ ຈະເປັນບ່ອນອີງໃນການສ້າງເຄື່ອງມືຈັດຕັ້ງປະຕິບັດການຄຸ້ມຄອງວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກແບບໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ເພື່ອໃຫ້ທຸກຂະແໜງການສາມາດນໍາໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ. ພ້ອມນັ້ນ, ຂະແໜງການຕ່າງໆ ຍັງໄດ້ຮັບຜົນປະໂຫຍດຄື: ຄວາມປອດໄພໃນການສົ່ງ-ຮັບເອກະສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານ ປສກ, ປກຊ, ວຽກງານການເງິນ, ການທະນາຄານ, e-Passport, e-VISA ແລະ ອື່ນໆ; ອໍານວຍຄວາສະດວກໃນການເຮັດທຸລະກິດຜ່ານອິນເຕີເນັດ ໂດຍສະເພາະທຸລະກໍາການເງິນ, ການຄ້າທາງເອເລັກໂຕຣນິກ; ສ້າງຄວາມໝັ້ນໃຈໃນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ; ປະຢັດງົບປະມານລາຍຈ່າຍແກ່ຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ; ເຮັດໃຫ້ມີຄວາມໂປ່ງໃສ ທັງຊ່ວຍປ້ອງກັນການສໍ້ລາດບັງຫຼວງ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ
ຂ່າວທ້ອງຖິ່ນ
2018-12-14T10:13:29+00:00
https://laopost.com/?p=107515
ກົມຊົນລະປະທານເລ່ງ 2 ເມືອງ ແຂວງຄຳມ່ວນສ້ອມແປງຄອງເຫມືອງທີ່ຊຸດໂຊມ
ກົມຊົນ­ລະ­ປະ­ທານກະ­ຊວງກະສິກຳ-ປ່າ­ໄມ້ ລົງຊຸກ­ຍູ້ກວດ­ກາລະ­ບົບຫົວງານ ແລະ ຄອງ­ເຫມືອງທີ່ເກົ່າແກ່ຊຸດ­ໂຊມຢູ່ເມືອງຫນອງບົກ ແລະ ເຊບັ້ງໄຟ ແຂວງຄຳມ່ວນ ເພື່ອຮອງຮັບການຜະ­ລິດລະ­ດູ­ແລ້ງ ພ້ອມສ້ອມ­ແປງຄືນ ໃຫ້ຮັບ­ປະ­ກັນການສະ­ຫນອງນ້ຳເຂົ້ານາ­ແຊງທີ່ກຳ­ລັງຈະອອກຮວງ. ໃນລະ­ຫວ່າງວັນທີ 3-4 ມີ­ນາ 2013 ຜ່ານມານີ້ ທ່ານ ໄມກອງ ພອນພົມມະວົງ ຫົວ­ຫນ້າກົມຊົນລະປະທານກະ­ຊວງກະ­ສິ­ກຳ-ປ່າ­ໄມ້ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍມີທ່ານ ບຸນຈັນ ໄຊປັນ­ຍາ ຮອງຫົວ­ຫນ້າພະແນກກະ­ສິ­ກຳ-ປ່າ­ໄມ້ແຂວງ ພ້ອມດ້ວຍພະ­ນັກ­ງານວິ­ຊາການກ່ຽວ­ຂ້ອງ. ໂອ­ກາດດັ່ງ­ກ່າວທ່ານຫົວ­ຫນ້າກົມຊົນ­ລະ­ປະ­ທານໄດ້ຮັບຟັງການລາຍງານສະ­ພາບຂອງການຜະ­ລິດລະດູແລ້ງ 2012-2013 ແລະ ການສະຫນອງນ້ຳລະ­ບົບຫົວງານຄອງເຫມືອງຢູ່ເມືອງຫນອງບົກດ້ານການຜະ­ລິດລະ­ດູ­ແລ້ງປີນີ້ ເມືອງຫນອງບົກ ສາ­ມາດຜະ­ລິດເຂົ້າ­ນາ­ແຊງໄດ້ 2 ພັນເຮັກ­ຕາ, ຕາມແຜນ­ການທີ່ຄາດໄວ້ 2,5 ພັນເຮັກ­ຕາ, ໃນນັ້ນ ພືດລະ­ດູ­ແລ້ງ 780 ເຮັກ­ຕາ ພ້ອມທັງໄດ້ກວດກາເບິ່ງຄວາມເປັນໄປໄດ້ຂອງການສ້ອມ­ແປງລະ­ບົບຊົນລະປະ­ທານ ເພື່ອສະ­ຫນອງນ້ຳໃຫ້ແກ່ການຜະ­ລິດນາ­ແຊງ ແລະ ປູກພືດຢູ່ບ້ານຊຽງຫວາງ ແລະ ບ້ານກຸດຈັບ-ສອງເຫມືອງ ເຊິ່ງໂຄງ­ການນີ້ແມ່ນເປັນການຊ່ວຍ­ເຫລືອລ້າຈາກລັດ­ຖະ­ບານ ສສ ຫວຽດ­ນາມໃນເນື້ອ­ທີ່ 1.600 ເຮັກ­ຕາ, ມູນຄ່າປະ­ທານ 5 ລ້ານໂດລາສະ­ຫະ­ລັດ. ໂຄງ­ການຊົນ­ລະ­ປະ­ທານດັ່ງກ່າວນີ້ ຈະຂະ­ຫຍາຍເນື້ອ­ທີ່ທຳການຜະ­ລິດໃຫ້ໄດ້ 120 ເຮັກ­ຕາ, ໂຄງ­ການຢູ່ບ້ານຫາດຊາຍຟອງຕາມແຜນຈະຂະ­ຫຍາຍລະ­ບົບຄອງ­ເຫມືອງ ເພື່ອສົ່ງນ້ຳຫົດເນື້ອ­ທີ່ໃຫ້ໄດ້ 120 ເຮັກ­ຕາ, ໂຄງ­ການຊົນ­ລະ­ປະ­ທານບ້ານຫາດຊຽງດີ, ຈະຂະ­ຫຍາຍຕື່ມລະ­ບົບຄອງ­ເຫມືອງຕື່ມ ເພື່ອສະຫນອງນ້ຳຫົດເນື້ອ­ທີ່ 100 ເຮັກ ຕາ, ສ່ວນຢູ່ໂຄງ­ການຊົນລະປະທານບ້ານຜັກອີ່ຕູ່, ບ້ານນາມປະ­ຈຸບັນ ລະ­ບົບຊົນ­ລະ­ປະ­ທານ, ຫົວງານຈັກ­ສູບ­ນ້ຳໃຊ້ດ້ວຍໄຟຟ້າບໍ່ສາ­ມາດສະ­ຫນອງນ້ຳຫົດຕົ້ນເຂົ້າທີ່ປັກດຳໄດ້ ເນື່ອງຈາກໂຄງ­ການນີ້ໄດ້ເລີ່ມກໍ່­ສ້າງແຕ່ປີ 1994-1995 ເຊິ່ງວິ­ຊາການກຳ­ລັງເລ່ງສ້ອມ­ແປງ ແລະ ກວດ­ກາຄືນ ເພື່ອຮັບ­ປະ­ກັນໃຫ້ແກ່ການສະ­ຫນອງນ້ຳລ້ຽງຕົ້ນເຂົ້າ, ສ່ວນບ້ານນາໃຕ້ມີເນື້ອ­ທີ່ນາ­ປີ 143,29 ເຮັກ­ຕາ, ນາ ແຊງ 110,95 ເຮັກ­ຕາ, ໂຄງການຊົນ­ລະ­ປະ­ທານບ້ານບຶງສານທ່າ ເມືອງເຊບັ້ງ­ໄຟມີເນື້ອທີ່ຫົດ 40 ເຮັກ­ຕາ, ເປັນໂຄງການທີ່ໃຊ້ດ້ວຍໄຟ­ຟ້າ. ໂອ­ກາດນີ້, ທ່ານຫົວ­ຫນ້າກົມຊົນ­ລະ­ປະ­ທານໄດ້ກວດ­ກາເບິ່ງໂຄງ­ການກໍ່­ສ້າງປະ­ຕູນ້ຳແບບປິດເປີດ ປະ­ຈຸບັນໄດ້ລົງ­ມືສຳຫລວດ ແລະ ກໍ່­ສ້າງແລ້ວເຊັ່ນ: ຫ້ວຍຫວາຍ, ຫ້ວຍສາຍຝາຍ, ຫ້ວຍປາ­ກ່າ, ເຊິ່ງຄາດວ່າຈະໃຫ້ສຳ­ເລັດໃນປີ 2013 ໂດຍທຶນຂອງລັດ­ຖະ­ບານມູນຄ່າ 90 ຕື້ກວ່າກີບ. ໂຄງ­ການພັດ­ທະ­ນາທົ່ງຮາບເຊບັ້ງ­ໄຟ ແຂວງຄຳມ່ວນ.ພ້ອມທັງໃຫ້ຟື້ນຟູລະ­ບົບຄອງ­ເຫມືອງຊົນ­ລະ­ປະ­ທານປ່ຽນຄອງດິນມາເປັນຄອງດິນ­ຈີ່ ໃນໂຄງ­ການວັງວຽງພິ-ຍາງຄຳ ແລະ ຫາດຄຳຮຽງ ໂດຍແມ່ນບໍລິສັດເພັດຖາ­ວອນເຄ­ຫາຂົວ-ທາງ ແລະ ຊົນ­ລະ­ປະ­ທານ ກຳ­ລັງລົງມືດຳ­ເນີນການກໍ່­ສ້າງມີທັງຫມົດ 37 ເສັ້ນ, ຍາວ 25.236 ແມັດ, ປະ­ຈຸບັນສຳ­ເລັດແລ້ວ 66% ສ່ວນໂຄງ­ການຍາງຄຳມີ 3 ເສັ້ນ, ຍາວ 2.600 ແມັດ, ສຳເລັດແລ້ວ 90% ໂຄງ­ການຫາດ ຄຳຮຽງ 1 ມີ 4 ເສັ້ນ, ຍາວ 4.260 ແມັດ, ສຳ­ເລັດ 42% ຫາດຄຳຮຽງ 2 ມີ 2 ເສັ້ນ, ຍາວ 2.800 ແມັດ ຫາ­ກໍ່ຄືບຫນ້າພຽງ 2% ຄາດວ່າ­ການກໍ່­ສ້າງລະ­ບົບຄອງ­ເຫມືອງຊົນລະປະທານ ເຊິ່ງປ່ຽນຈາກຄອງດິນມາເປັນຄອງດິນ­ຈີ່ຢູ່ 3 ໂຄງ­ການດັ່ງ­ກ່າວນີ້ ຈະສຳ­ເລັດກ່ອນລະ­ດູ ຝົນຈະມາເຖິງ. ທີ່ມາhttp://www.ecom.org.la
ຂ່າວພາຍໃນ
2013-03-06T11:46:46+00:00
https://laopost.com/?p=2559
ບຸນທາດຫຼວງປີນີ້ຍັງຂາຍເຂົ້າຫຼາມ-ປີ້ງໄກ່ໄດ້ປົກກະຕິ
ອີງຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນຊີ້ແຈງວ່າ: ການຂາຍເຂົ້າຫຼາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະ ຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະ ຈຸດທີ່ຄະນະກຳມະການຮັບຜິດ ຊອບກຳນົດໃຫ້. ຈຸດທີ່ສາມາດຂາຍເຂົ້າຫຼາມ-ປີ້ງໄກ້ໄດ້ແມ່ນຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງ ລຸ່ມພະທາດຫຼວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫຼວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ. ສຳລັບຊາວຄ້າຂາຍທີ່ມີຈຸດປະສົງຢາກນໍາເອົາອາຫານທີ່ຄະນະກຳມະການອະນຸຍາດໄປວາງຂາຍໃນງານສາມາດຕິດຕໍ່ໄດ້ໂດຍກົງກັບອະນຸກຳມະການຈັດງານ ເຊິ່ງຈະມີໜ່ວຍງານບໍລິການຢູ່ເດີ່ນທາດຫຼວງ. ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫຼາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສຳລັບຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ, ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້ານຂາຍເຂົ້າຫຼາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ ເຊິ່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະ ຈັດສັນໄວ້ຢ່າງລະອຽດ ເພື່ອຫຼີກເວັ້ນຄວາມສ່ຽງ ແລະ ປ້ອງກັນພະຍາດໂຄວິດ19. ງານບຸນນະມັດສະການພະທາດຫຼວງວຽງຈັນໃນປີນີ້ ຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 29 ຫາ 31 ຕຸລານີ້ ໃນນີ້ມື້ຂຶ້ນ 13 ຄໍ່າເດືອນ 12 ລາວ ກົງກັບວັນພະຫັດ ວັນທີ 29 ຕຸລານີ້ ຕອນເຊົ້າປະດັບປະດາຕົບແຕ່ງສະຖານທີ່ ພາຍນອກ ແລະ ພາຍໃນກົມມະລຽນພະທາດຫຼວງ ສ່ວນຕອນແລງມີສູດປະລິຕະມຸງຄຸນທີ່ພະທາດຫຼວງ, ພິທີວຽນທຽນ, ແຫ່ຜາສາດເຜິ້ງ ແລະ ຄົບງັນຕາມປະເພນີ, ວັນສຸກຂຶ້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 30 ຕຸລານີ້ ຈະມີພິທີແຫ່ຜາສາດເຜິ້ງ ຈາກ 4 ເມືອງ ເລີ່ມແຕ່ເວລາ 13:30 ໂມງ ເປັນຕົ້ນໄປ. ສ່ວນວັນເສົາ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31 ຕຸລານີ້ ຕອນ ເຊົ້າຈະມີພິທີໄຫວ້ພະຮັບສິນ ຟັງທຳມະເທດສະໜາ ໃສ່ບາດຖະຫວາຍສັງກະທານ, ສ່ວນຕອນ ບ່າຍຈະມີພິທີຕີຄີ ແລະ ຕອນຄໍ່າຈະມີພິທີວຽນທຽນອ້ອມພະທາດຫຼວງ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ ແລະ ຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວພາຍໃນ
2020-10-26T11:42:33+00:00
https://laopost.com/?p=121872
ເອຊີລີດາ ກຽມປ່ອຍເງິນກູ້ 1.000 ຕື້ກີບ
ທະນາຄານເອຊີລີດາ ທະນາຄານທຸລະກິດທີ່ປະສົບຜົນສຳເລັດໃນຫຼາຍປະເທດ ໂດຍສະເພາະແມ່ນໃນ ສປປ ລາວ ຈະເດີນໜ້າເພີ່ມງົບປ່ອຍກູ້ໃນປີ 2014 ເປັນຈຳນວນເງິນ 1.000 ຕື້ກີບ ຫຼື ປະມານ 125 ລ້ານໂດລາສະຫະລັດ ຫຼາຍກວ່າປິຜ່ານມາ 296 ລ້ານກີບ. ທ່ານ ນາຣິນພອນ ອຳນວຍການໃຫຍ່ ທະນາຄານເອຊີລີດາລາວຈຳກັດ ກ່າວວ່າ: ພາຍຫຼັງທີ່ປະສົບຄວາມສຳເລັດ ໃນປີ 2013 ທີ່ປ່ອຍກູ້ໃຫ້ກັບລູກຄ້າທົ່ວໄປໃນທົ່ວປະເທດ ເປັນຈຳນວນເງິນ 88 ລ້ານໂດລາສະຫະລັດ (704 ຕື້ກີບ) ໃນທີ່ສຸດປີນີ້ ຈະເພີ່ມງົບປະມານໃນການປ່ອຍກູ້ ໃຫ້ໄດ້ຫຼາຍກວ່າປີຜ່ານມາ ຢູ່ທີ່ວົງເງິນ 1.000 ຕື້ກີບ (125 ລ້ານໂດລາສະຫະລັດ) ເພື່ອໃຫ້ລູກຄ້ານຳໄປເປັນຕົ້ນທຶນປະກອບທາງດ້ານການຄ້າ ການລົງທຶນ ແລະ ເຮັດກະສິກຳ ທີ່ສາມາດສ້າງຜົນປະໂຫຍດທີ່ໝັ້ນຄົງ ຫາລ້ຽງຄອບຄົວໄດ້. ເອຊີລີດາ ເປັນທະນາຄາທຸລະກິດທີ່ປະສົບຜົນສຳເລັດຢ່າງໄວ ສັງຄົມໃຫ້ການຍອມຮັບທາງດ້ານການບໍລິຫານ ແລະ ບໍລິການໃນລະບົບທະນາຄານ ໃນປີ 2013 ມີລູກຄ້ານຳເອົາເງິນມາຝາກແລ້ວປະມານ 640 ຕື້ກີບ ແລະ ຄາດໝາຍວ່າປີ 2014 ຈະມີລູກຄ້ານຳເງິນມາຝາກບໍ່ຕ່ຳກວ່າ 800 ຕື້ກີບ ຈາກສາຂາ ແລະ ໜ່ວຍບໍລິການທັງໝົດທົ່ວປະເທດ 41 ແຫ່ງ ທ່ານ ນາຣິນພອນ ໃຫ້ຄວາມເຫັນວ່າ: ພວກເຂົາປະສົບຜົນສຳເລັດໄດ້ ຍ້ອນພະນັກງານທຸກຄົນມີສ່ວນຮ່ວມ ບໍລິການລູກຄ້າດ້ວຍຄວາມໂປ່ງໃສ ມີຄວາມເປັນກັນເອງກັບລູກຄ້າ ໄປຕາມແນວທາງຂອງເອຊີລີດາ ທີ່ມີຢູ່ໃນ 57 ປະເທດໃນທົ່ວໂລກທີ່ສາກົນຍອມຮັບ. ທີ່ມາ http://www.vientianemai.net/
ຂ່າວພາຍໃນ
2014-04-26T08:36:41+00:00
https://laopost.com/?p=4770
ຫວາດສຽວສຸດໆ! ເສັ້ນທາງອອກນອກໝູ່ບ້ານແຫ່ງຫຍູຊານ ປະເທດຈີນ
ຊົມວິດີໂອລະທຶກຂັວນ ໂດຍສະເພາະຄົນທີ່ຢ້ານຄວາມສູງ ແນ່ນອນວ່າຄົງບໍ່ເລືອກໃຊ້ເສັ້ນທາງນີ້ໃນການເດີນທາງເດັດຂາດ ຈາກໝູ່ບ້ານຫຍູຊານ (鱼山) ໃນມົນທົນຫູເປີ່ຍ ປະເທດຈີນ ເມື່ອກ່ອນມີເສັ້ນທາງດຽວໃນການເດີນທາງອອກນອກໝູ່ບ້ານແມ່ນຕ້ອງໄດ້ຂີ່ສະລິງຂ້າມພູເຂົາ ເຊິ່ງຄົນໃນໝູ່ບ້ານໄດ້ນຳໃຊ້ສາຍສະລິງນີ້ເພື່ອການເດີນທາງເກືອບສອງທົດສະວັດແລ້ວ ແຕ່ໃນທີ່ສຸດຊີວິດການສ່ຽງຕາຍ ແລະ ຄວາມຢ້ານກົວທັງໝົດກໍ່ຈົບລົງ ເມື່ອລັດຖະບານຈີນໄດ້ຍື່ນມືເຂົ້າມາຊ່ວຍ ໂດຍໃຊ້ງົບເກືອບ 5 ລ້ານຢວນ ສ້າງເສັ້ນທາງຄອນກີດໄລຍະທາງ 20 ກິໂລແມັດອ້ອມທາງຕີນພູໃຫ້ໄປຫາໝູ່ບ້ານ ເຮັດໃຫ້ຊາວບ້ານຫຍູຊານ ເດີນທາງສະດວກສະບາຍຫຼາຍຂຶ້ນກວ່າເກົ່າ Posted by China Xinhua News on 5 ພະຈິກ 2017
ຂ່າວຕ່າງປະເທດ
2017-11-09T08:54:35+00:00
https://laopost.com/?p=96881
ລາວ – ຫວຽດນາມ ສືບຕໍ່ຮ່ວມມື ເສີມສ້າງຊາຍແດນສັນຕິພາບ ແລະ ມິດຕະພາບ
ໃນວັນທີ 3 ເດືອນພະຈິກ ປີ 2014 ນີ້ ຢູ່ໂຮງແຮມຣີເວີເຣຍ ແຂວງຄຳມ່ວນ ສປປ ລາວ ໄດ້ຈັດກອງປະຊຸມເສີມສ້າງ ຊາຍແດນສັນຕິພາບ ແລະ ມິດຕະພາບຄັ້ງທີ V ຂຶ້ນລະຫວ່າງແນວລາວສ້າງຊາດ 10 ແຂວງຂອງ ສປປ ລາວ ແລະ ແນວໂຮມປະເທດຊາດ 10 ແຂວງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັນ ເພື່ອເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ທັງເປັນການປະ ຕິບັດຕາມສັນຍາຮ່ວມມືລະຫວ່າງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ. ເຂົ້າຮ່ວມຝ່າຍລາວ ໂດຍແມ່ນ ສະຫາຍ ດຣ.ພັນດວງຈິດ ວົງສາ ກຳມະການສູນກາງພັກ, ປະທານສູນກາງແນວລາວ ສ້າງຊາດ, ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ມີບັນດາການນຳ ຂອງແຂວງ, ຄະນະພົວພັນຕ່າງປະເທດສູນກາງພັກ, ຝ່າຍຫວຽດນາມນຳໂດຍສະຫາຍ ຫວູ້ຕ້ອງກິມ ກຳມະການສູນ ກາງພັກ ຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະ ທານສະມາຄົມລາວ-ຫວຽດນາມ ທີ່ປຶກສາເອກອັກຄະລັດທະທູດຫວຽດນາມປະຈຳລາວ. ໃນວາລະດຳເນີນກອງປະຊຸມທັງສອງຝ່າຍ ໄດ້ພ້ອມກັນທົບທວນຄືນຜົນຂອງການຈັດຕັ້ງປະຕິບັດວຽກງານເສີມ ສ້າງສາຍພົວພັນຮ່ວມມືດ້ານວຽກງານຊາຍແດນ ໃນໄລຍະ 2 ປີຜ່ານມາ, ການປະສານສົມທົບ ເສີມສ້າງຊາຍແດນ ສັນຕິພາບ, ມິດຕະພາບລາວ ແລະ ຫວຽດນາມ ຕາມຈິດໃຈແຈ້ງ ການຮ່ວມມືທີ່ໄດ້ເຊັນກັນ ລະຫວ່າງສອງຝ່າຍຢູ່ ທີ່ນະຄອນເຫວ້, ສສ ຫວຽດນາມ ໃນວັນທີ 20 ເດືອນມີຖຸນາ ປີ 2012ເປັນ ຕົ້ນແມ່ນ ດ້ານທີ່ເຮັດໄດ້, ເຮັດບໍ່ທັນໄດ້, ຂໍ້ຄົງຄ້າງສາຍເຫດ ແລະ ບົດຮຽນສຳຄັນທີ່ຖອດຖອນໄດ້, ເຊິ່ງບັນລຸຫລາຍໜາກຜົນປະກອບສ່ວນແທດເໝາະຕົວ ຈິງ ເຂົ້າໃນການເສີມສ້າງສະຖຽນລະພາບ, ການພັດທະນາຂອງບັນດາແຂວງທີ່ມີຊາຍແດນຮ່ວມຂອງສອງປະເທດ ລາວ ແລະ ຫວຽດນາມ, ເພີ້ມທະວີຜັນຂະຫຍາຍຄວາມສາມັກຄີ, ມິດຕະພາບແບບພິເສດການຮ່ວມມືຮອບດ້ານ ລະຫວ່າງລາວ ແລະ ຫວຽດນາມ. ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ຕົກລົງ ເປັນເອກະພາບກັນ ສືບຕໍ່ຮ່ວມມືໃນການເສີມສ້າງວຽກງານດັ່ງກ່າວ ແຕ່ນີ້ຮອດປີ 2016 ຄື: ສືບຕໍ່ເພີ້ມທະວີທາງກວ້າງ ແລະ ທາງເລິກໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນປະຊາຊົນຢູ່ ເຂດຊາຍແດນສອງປະເທດ, ເພີ້ມທະວີກໍ່ສ້າງປັບປຸງລະບົບການເມືອງຢູ່ຮາກຖານ, ເຂດຊາຍແດນ, ຮາກຖານໃຫ້ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ຍູ້ແຮງການພັດທະ ນາເສດຖະກິດ-ສັງຄົມ, ສືບຕໍ່ການຈັດຕັ້ງແຮກສ່ຽວລະຫວ່າງແຕ່ລະທ້ອງຖິ່ນ, ລະດົມປະຊາຊົນສອງຝ່າຍຊາຍແດນ ຊ່ວຍເຫລືອໃນການສະໜັບສະໜູນ ບັນດາກຳລັງປັກຫລັກໝາຍຊາຍ ແດນຢ່າງຕັ້ງໜ້າໃຫ້ສຳເລັດ 100% ແລະ ວຽກງານອື່ນໆທີ່ກ່ຽວຂ້ອງອີກຈຳນວນໜຶ່ງ. ເປັນກຽດເຊັນບົດຊົງຈຳໃນຄັ້ງນີ້ຕາງໜ້າຝ່າຍລາວໂດຍແມ່ນສະຫາຍ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສູນກາງແນວລາວສ້າງຊາດ, ຕາງໜ້າ ຝ່າຍ ສສ ຫວຽດນາມ ໂດຍແມ່ນສະຫາຍ ຫງວຽນວັນຟາ ຮອງປະທານຄະນະ ກຳມະການແນວໂຮມປະເທດຊາດຫວຽດນາມ. ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວເຫດການ
2014-11-05T11:37:18+00:00
https://laopost.com/?p=13234
ເປີດເຜີຍຊຸດແຂ່ງໂຕໃໝ່ຂອງ ລີເວີຣ໌ພູລ ລະດູການ2015 – 2016!
ມີພາບທີ່ອ້າງວ່າເປັນ ຊຸດແຂ່ງໂຕໃໝ່ຂອງ ລີເວີຣ໌ພູລ ອອກມາໃຫ້ແຟນໆໄດ້ເຫັນໂດຍຊຸດເຢົ້າທີ່ເປັນສີແດງ ນັ້ນມີການໃສ່ລາຍແບບຕາລາງໝາກລຸກເຂົ້າໄປດ້ວຍ ສ່ວນຊຸດເຢືອນເປັນສີຂາວ ຟຸດຕີ ເຮດໄລນ໌ ເວັບໄຊທ໌ຂ່າວສານຜະລິດຕະພັນຂອງຊາວບານເຕະ ເປີດເຜີຍພາບທີ່ອ້າງວ່າເປັນຊຸດແຂ່ງແບບໃໝ່ຂອງລີເວີຣ໌ພູລ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດທີ່ຈະໃຊ້ໃນລະດູການ 2015-2016 ຊຸດແຂ່ງເປັນຜົນງານຂອງ ນີວບາລານຊ໌ ຊຶ່ງກໍ່ບໍ່ແມ່ນໃຜທີໃດແຕ່ເປັນ ວອຣ໌ຣີເອີຣ໌ ເຈົ້າເກົ່າທີ່ອອກແບບຊຸດແຂ່ງໃຫ້ ຫົງແດງ ມາຕັ້ງແຕ່ລະດູການ 2012-2013 ນັ້ນເອງໂດຍ ວໍຣ໌ຣີເອີຣ໌ ຈະເຮັດຢີຫໍ່ໄປເປັນຊື່ ນີວບາລານຊ໌ ຕັ້ງແຕ່ລະດູການໜ້າເປັນຕົ້ນໄປ. ທັງນີ້ພາບຊຸດແຂ່ງໂຕໃໝ່ຂອງຍອດທີມແຫ່ງຖິນແອນຟິລດ໌ ທີ່ຟຸດຕີ ເຮດໄລນ໌ ເອົາມາເປີດເຜີຍໃນຄັ້ງນີ້ ນັ້ນມີຄົບທັງຊຸດເຢົ້າ ຊຸດເຢືອນ ແລະ ຊຸດແຂ່ງແບບທີ່ 3 ໂດຍຊຸດເຢົ້າຈະຍັງຄົງເປັນສີແດງຕາມແບບສະບັບຂອງທີມ ແລະ ມີການໃສ່ລາຍແບບຕາລາງໝາກລຸກທີ່ມີຂອບ 4 ລ່ຽມຂະໜາດແຕກຕ່າງກັນເອົາໄວ້ດ້ວຍ ພ້ອມທັງໃສ່ລາຍບ່ອນຄໍເສື້ອອັນເປັນເອກະລັກເຊັ່ນກັນ. ສ່ວນດ້ານຊຸດເຢືອນແບບໃໝ່ຈະເປັນສີຂາວເກືອບໝົດທັງໂຕ ໂດຍມີຄໍເສື້ອກັບເສັ້ນບ່ອນແຂນເສື້ອທີ່ເປັນສີແດງສ່ວນຊຸດແຂ່ງແບບທີ 3 ຈະໃຊ້ສີດໍາເປັນຫຼັກ ພ້ອມທັງໃສ່ສີແດງ ແລະ ເທົາອ່ອນລົງ ໄປດ້ວຍ ຊຶ່ງຄາດກັນວ່າຊຸດແຂ່ງໃນລະດູການໜ້າຂອງລີເວີຣ໌ພູລ ຈະເລີ່ມວາງຂາຍຕັ້ງແຕ່ຊ່ວງເດືອນກໍລະກົດ ນີ້ເປັນຕົ້ນໄປ. ສໍາລັບ ຟຸດຕີ ເຮດໄລນ໌ ນັ້ນເປັນທີ່ຂຶ້ນຊື່ລືຊາຈາກການທີ່ຈະມັກເປີດເຜີຍພາບຊຸດແຂ່ງອອກມາກ່ອນກໍານົດ ກ່ອນຈະມີ່ການປະກົດວ່າພາບທີ່ພວກເອົາມາເຜີຍແຜ່ໃຫ້ແຟນໆໄດ້ເຫັນມັນເປັນຂອງຈີິງ. >>ຂອງໃຈ http://www.siamsport.co.th/football/premierleague/view.php?code=150115021719
ຂ່າວຕ່າງປະເທດ
2015-01-15T09:24:34+00:00
https://laopost.com/?p=17984
ໂຮງໝໍແຈ້ງຜົນກວດຜິດຈາກຄົນທີ່ຕິດໂຄວິດ-19 ກາຍເປັນບໍ່ຕິດໂຄວິດ ຈໍານວນ 400 ຄົນ
ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 26 ທັນວາ 2021 ຜູ້ອໍານວຍການຝ່າຍພະຍາດວິທະຍາຂອງໂຮງໝໍເຊນ ວິນເຊນ ໃນນະຄອນ ຊິດນີ ຂອງປະເທດອົດສະຕຣາລີ ໄດ້ອອກມາຖະແຫຼງຄໍາຂໍໂທດຕໍ່ກັບປະຊາຊົນ 400 ຄົນທີ່ເຂົ້າມາກວດຫາເຊື້ອໂຄວິດ-19 ເນື່ອງຈາກໂຮງໝໍໄດ້ແຈ້ງຜົນກວດຜິດ ເຊິ່ງຄວາມຈິງແລ້ວຜູ້ທີ່ເຂົ້າມາກວດ 400 ຄົນນັ້ນແມ່ນຕິດເຊື້ອໂຄວິດ-19 ແຕ່ທາງໂຮງໝໍໄດ້ແຈ້ງຜິດວ່າບໍ່ໄດ້ຕິດເຊື້ອ. ຕອນນີ້ທາງໂຮງໝໍໄດ້ກະກຽມທີມເພື່ອຮັບມືກັບສະຖານະການສຸກເສີນເພື່ອສືບສວນກ່ຽວກັບຄວາມຜິດພາດທີ່ເກີດຂຶ້ນ ໂດຍເບື້ອງຕົ້ນເຊື່ອວ່າເປັນຄວາມຜິດຈາກການເຮັດວຽກຂອງພະນັກງານ. ເນື່ອງຈາກໃນອາທິດທີ່ຜ່ານມາເປັນຊ່ວງທີ່ປະຊາຊົນເຂົ້າຮັບການກວດໂຄວິດ-19 ເປັນຈໍານວນຫຼາຍ ພ້ອມກັນນີ້ທາງໂຮງໝໍໄດ້ມີການຕິດຕໍ່ຫາຜູ້ຕິດເຊື້ອເພາະມີໂອກາດສູງທີ່ຄົນກຸ່ມນີ້ຈະແຜ່ເຊື້ອໃຫ້ກັບຄອບຄົວໃນຊ່ວງການສະຫຼອງເທດສະການຄຣິດສະມາສ.
ຂ່າວຕ່າງປະເທດ
2021-12-27T14:28:46+00:00
https://laopost.com/?p=130802
ຮູບປັ້ນຈໍາລອງພໍ່ກະດວດໄດ້ສ້າງສໍາເລັດແລ້ວ 100%
ກົມວິຈິດສິນແຫ່ງຊາດ ຢູ່ ນະຄອນຫຼວງວຽງຈັນ ໄດ້ຫຼໍ່ຮູບປັ້ນຈໍາລອງພໍ່ກະດວດສໍາເລັດແລ້ວ 100% ຍັງພຽງແຕ່ລົງສີ ພາຍຫຼັງທີ່ໄດ້ເລີ່ມປະຕິບັດມາແຕ່ທ້າຍປີ 2021 ທີ່ ຜ່ານມາ ຊຶ່ງການບັ້ນຮູບຈໍາລອງດັ່ງກ່າວແມ່ນເຮັດດ້ວຍດິນດາກ ຫຼື ດິນຫນຽວ, ມີຄວາມສູງປະມານ 4,5 ແມັດ, ຫຼັງຈາກນປັ້ນແລ້ວກໍເອົາມາຫຼໍ່ເຊິ່ງລວມນໍ້າໜັັກປະມານ 2-3 ໂຕນ. ສະຖານທີ່ປະດິດ ສະຖານຂອງຮູບປັ້ນຈໍາລອງຂອງພໍ່ກະດວດຈະຢູ່ຕໍ່ຫນ້າໂຮງໝໍແຂວງສະຫວັນນະເຂດ. ສ່ວນວິທີເຄື່ອນຍ້າຍຮູບປັ້ນພໍ່ກະດວດດັ່ງກ່າວຈາກນະຄອນຫຼວງວຽງຈັນມາປະດິດສະຖານຢູ່ສະຫວັນນະເຂດ ຕາມແຜນແມ່ນຈະຈັດຂຶ້ນໃນລະຫວ່າງວັນ ທີ 1-4 ເມສາ 2022 ນີ້. ອ້າງອີງ: ໜັງສືພິມວຽງຈັນທາຍ
ຂ່າວທ້ອງຖິ່ນ
2022-03-11T10:25:09+00:00
https://laopost.com/?p=132361
ຫ້າມພາດ! ໃຜຈະເປັນຜູ້ຊະນະ ແມນນີ່ ປາກຽວ ປະທະ ທິໂມທີ ແບຣດລີຍ໌
ຫ້າມພາດ! ໃຜຈະເປັນຜູ້ຊະນະ ແມນນີ່ ປາກຽວ ປະທະ ທິໂມທີ ແບຣດລີຍ໌ ໃນເສິກຊີງແຊັມ WBO ລຸ້ນວໍເຕີເວດ ຊ່ອງ 7 ສີ ແລະ Bugaboo.tv ຖ່າຍທອດສົດ ໃນວັນອາທິດທີ 10 ເມສາ 2016 ເວທີມວຍ MGM Grand Gaeden ລາສເວກັສ ສະຫະລັດອາເມລິກາ. ກ່ອນໜ້ານີ້ ແມນນີ ປາກຽວ ກັບ ທິໂມທີ ແບຣດລີຍ໌ ຊົກກັນມາແລ້ວ 2 ຄັ້ງ ຄັ້ງທຳອິດຊົກກັນເມື່ອວັນທີ 9 ມິຖຸນາ 2012 ທິໂມທີ ເປັນຝ່າຍຊະນະຄະແນນ ແລະ ຄັ້ງທີສອງ ແມນນີ ປາກຽວ ເປັນຝ່າຍຊະນະຄະແນນ ຊົກກັນເມື່ອວັນທີ 12 ເມສາ 2014 ໂດຍການຊົກທັງສອງຄັ້ງ ທີ່ເວທີມວຍ MGM Grand Gaeden ລາສເວກັສ ສະຫະລັດອາເມລິກາ ເຊັ່ນກັນ. ສຳລັບ ປາກຽວ ໄວອາຍຸ 37ປີ ເລືອກ ແບຣດລີຍ໌ ຄູ່ຮັກຄູ່ແຄ້ນເປັນຄູ່ຊົກຄົນສຸດທ້າຍເທິງບັນລັງສັງວຽນຂອງຕົວເອງ ໂດຍພົບກັນມາແລ້ວ 2 ຄັ້ງ ຊະນະ 1 ແພ້ 1 ເຊິ່ງຈາກຈົບໄຟຕ໌ນີ້ປາກຽວກໍ່ຈະຜັນຕົວເອງໄປເຮັດວຽກການເມືອງແບບເຕັມຕົວ ໂດຍຖີ້ມນວມ ແລະ ກິ່ນສາບຜືນຜ້າໃບໄວ້ຂ້າງຫຼັງ. ແຫລ່ງຂ່າວຈາກ: ເວັບໄຊ໌ບັກກະບູມທີວີ.
ຂ່າວພາຍໃນ
2016-03-16T12:41:56+00:00
https://laopost.com/?p=50582
ຈີນປະກາດຄຳສັ່ງ ຫ້າມທະຫານຫາລາຍໄດ້ເສີມ ນອກໜ້າທີ່ໃນກອງທັບ ຕ້ານສໍ້ລາດບັງຫລວງ!
ພາບປະກອບ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນານີ້ວ່າ ໃນວັນຈັນທີ 28 ມີນາ 2016 ກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີຄຳສັ່ງໃຫ້ທະຫານໃນກອງທັບ ຈຳນວນກວ່າ 2.3 ລ້ານຄົນ ໃຫ້ຢຸຕິການຫາລາຍຮັບອື່ນໆທັງໝົດ ນອກເໜືອຈາກການເຮັດໜ້າທີ່ທະຫານ ພາຍໃນໄລຍະ 3 ປີຂ້າງໜ້າ ອັນເປັນສ່ວນໜຶ່ງຂອງນະໂຍບາຍ ເພື່ອສ້າງກອງທັບຈີນໃຫ້ກາຍເປັນກອງທັບ ທີ່ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມເຂັ້ມແຂງ ກຽມພ້ອມສູ້ຮົບຕະຫລອດເວລາ. ຄຳສັ່ງດັ່ງກ່າວ ບໍ່ໄດ້ລະບຸຢ່າງຊັດເຈນ ກ່ຽວກັບຂອບເຂດຂອງການຫ້າມຫາລາຍຮັບເສີມ ແຕ່ໃນໄລຍະຜ່ານມາ ເປັນທີ່ຮັບຮູ້ທົ່ວໄປວ່າ ທະຫານໄດ້ມີລາຍຮັບອື່ນໆ ນອກຈາກການປະຕິບັດໜ້າທີ່ໃນກອງທັບເຊັ່ນ ການຮັບເງິນຈາກທຸລະກິດຫ້າງຮ້ານຕ່າງໆ ຕະຫລອດຮອດການມີສ່ວນຮ່ວມຂອງທະຫານ ໃນການດຳເນີນທຸລະກິດ ໃນຂົງເຂດອຸດສາຫະກຳ ແລະ ຄົມມະນາຄົມຂົນສົ່ງ ຊຶ່ງນຳໄປສູ່ການສໍ້ລາດບັງຫລວງ ທີ່ຂັດຕໍ່ລະບຽບວິໄນຂອງກອງທັບ ຕາມນະໂຍບາຍປາບປາມການສໍ້ລາດບັງຫລວງ ຂອງປະທານປະເທດຈີນ ສີຈິ້ນຜິງ.
ຂ່າວຕ່າງປະເທດ
2016-03-29T13:23:01+00:00
https://laopost.com/?p=52036
ເຄັດລັບການທ່ອງທ່ຽວລະດູໜາວຢ່າງປອດໄພ
ໃນຄໍລຳທ່ອງທ່ຽວ ກັບ ລາວໂພສຕ໌ ວັນນີ້ ເຮົາຈະມານຳສະເໜີເຄັດລັບການທ່ອງທ່ຽວໃນລະດູໜາວ ໄປທ່ຽວແນວໃດໃຫ້ມ່ວນຊື່ນ ແລະ ປອດໄພຕະຫຼອດການທ່ອງທ່ຽວ ສຳລັບຄົນທີ່ມີແຜນຈະໄປທ່ຽວໃນລະດູໜາວຄວນສຶກສາໄວ້ ເພາະມັນຈະເປັນປະໂຫຍດຫຼາຍໃນການເດີນທາງໄປທ່ຽວຂອງທ່ານ ການທ່ຽວຢ່າງປອດໄພໃນລະດູໜາວມີດັ່ງນີ້: ການໃຊ້ລົດໃຊ້ຖະໜົນ ໃຫ້ເພີ່ມຄວາມລະວັງໃນການຂັບລົດຜ່ານເສັ້ນທາງຂຶ້ນ – ລົງພູ ໂດຍໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ບໍ່ປ່ອຍໃຫ້ເກຍວ່າງ ແລະ ຢຽບແບກໄວ້ຕະຫຼອດເວລາໃນຂະນະຂັບລົດລົງພູ ເມື່ອຂັບລົດຜ່ານເສັ້ນທາງທີ່ມີໝອກປົກຄຸມໜາ ໃຫ້ເປີດໄຟໜ້າລົດ ແລະ ໄຟຕັດໝອກ ບໍ່ຄວນຂັບລົດໄວ ເວັ້ນໄລຍະຫ່າງຈາກລົດຄັນອື່ນໃຫ້ຫຼາຍກວ່າປົກກະຕິ, ບໍ່ຄວນປ່ຽນຊ່ອງທາງລົດກະທັນກັນ ບໍ່ແຊງໃນໄລຍະໃກ້ ຮວມເຖິງບໍ່ຢຸດ ຫຼື ຈອດລົດແຄມທາງ ແລະ ບໍ່ຄວນຂັບລົດຜ່ານເສັ້ນທາງທີ່ມີໝອກປົກຄຸມໜາແໜ້ນກໍ່ຄວນຈອດລົດພັກບໍລິເວນທີ່ປອດໄພເຊັ່ນ: ປ້ຳນ້ຳມັນ… ລໍຖ້າຈົນກວ່າໝອກຈະເບົາບາງລົງຈິ່ງຄ່ອຍຂັບລົດໄປຕໍ່ ການກາງເຕັ້ນພັກ ຄວນເລືອກກາງໃນບໍລິເວນທີ່ປອດໄພ ບໍ່ໃຫ້ຢູ່ໃຫ້ຕົ້ນໄມ້ທີ່ຢືນຕົ້ນຕາຍ ຫຼື ກ້ອງກົກໄມ້ທີ່ມີງ່າໄມ້ຕາຍ ເພາະຈະມີຄວາຮມສ່ຽງຕໍ່ການລົ້ມທັບຂອງຕົ້ນໄມ້ ແລະ ບໍ່ຄວນຢູ່ໃກ້ແຄມນ້ຳ ກ່ອນຈະກາງເຕັ້ນກໍ່ຄວນກວດພື້ນທີ່ໃຫ້ສະອາດ ເພື່ອປ້ອງກັນອັນຕະລາຍຈາກແມງໄມ້ ແລະ ສັດມີພິດ ແລະ ເມື່ອຖ້າສູບຢາກໍ່ບໍ່ຄວນຖິ້ມທົ່ວທີບ ຄວນດັບກອກຢາໃຫ້ມອບສະນິດແລ້ວຈິ່ງຖິ້ມ ເພື່ອປ້ອງກັນໄຟໄໝ້ ການກໍ່ກອງໄຟ ບໍ່ຄວນກໍ່ກອງໄຟໃຫ້ເຕັ້ນທີ່ພັກ ໂດຍສະເພາະບໍ່ລິເວນຫຍ້າແຫ້ງ ຫຼື ວັດຖຸຕິດໄຟງ່າຍ ຫາກກໍ່ກອງໄຟກ່ອນຈະເຂົ້ານອນກໍ່ຄວນມອບໄຟໃຫ້ດັບສະນິດ ເພື່ອປ້ອງກັນການເກີດໄຟໄໝ້ ການຖ່າຍຮູບຊົມວິວ ຄວນຫຼີກລ່ຽງການຖ່າຍຮູບຢູ່ບໍລິເວນຈຸດສ່ຽງ ເຊັ່ນ: ແຄມໜ້າຜາ, ຈຸດຊົມວິວບ່ອນບໍ່ມີຮົ້ວກັ້ນ ເພື່ອປ້ອງກັນອັນຕະລາຍຈາກການພັດຕົກຈາກໜ້າຜາ. ເຄື່ອງກັນໜາວ, ຢາ ແລະ ສິ່ງທີ່ຈຳເປັນຕ້ອງກຽມໄປໃຫ້ພ້ອມ ເພື່ອເຫດສຸກເສີນ ເມື່ອຮູ້ແບບນີ້ແລ້ວເມື່ອເວລາໄປທ່ຽວທຸກຄັ້ງກໍ່ຢ່າລືມເອົາຄຳແນະນຳທີ່ກ່າວມາຂ້າງເທິງນີ້ໄປພິຈາລະນາເຂົ້າໃນການທ່ອງທ່ຽວຂອງທ່ານນຳ ເພາະມັນອາດເປັນແນວຄິດດີໆທີ່ຊ່ວຍໃຫ້ການທ່ອງທ່ຽວຂອງທ່ານນອກຈາກຈະໄດ້ຄວາມມ່ວນ, ໄດ້ເຫັນທຳມະຊາດງາມໆແລ້ວ ຍັງໄດ້ຮັບຄວາມປອດໄພແກ່ຕົນເອງ ແລະ ສະຖານທີ່ນຳອີກ ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
ຂ່າວທ່ອງທ່ຽວ
2016-11-15T10:42:15+00:00
https://laopost.com/?p=76496
ກອງປະຊຸມລັດຖະບານໄດ້ຮັບຮອງເອົາການສ້າງ-ປັບປຸງຮ່າງກົດໝາຍ 7 ສະບັບ
ກອງປະຊຸມລັດຖະບານສະໄໝວິສາມັນຈັດຂຶ້ນວັນທີ 13 ກໍລະກົດ 2017 ແລະ ປິດລົງໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2017 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງປະຊຸມດັ່ງກ່າວແມ່ນຄວາມພະຍາຍາມເພື່ຶອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ: ຕ້ອງສ້າງລັດປະຊາທິປະໄຕ ປະຊາຊົນລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ຕາມທິດນໍາທີ່ວ່າ “ພັກ ນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນ ເປັນເຈົ້າສະເໝີພາບ ຕໍ່ໜ້າກົດໝາຍ”. ພ້ອມກັນນີ້, ເພື່ອຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃນໄລຍະແຕ່ນີ້ ຮອດປີ 2020 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ ການສ້າງ ແລະ ປັບປຸງ ບັນດາຮ່າງກົດໝາຍຈໍານວນ 07 ສະບັບ ດັ່ງນີ້: 1. ຮ່າງກົດໝາຍວ່າດ້ວຍ ການປົກປ້ອງອຸດສາຫະກຳພາຍໃນ(ສະບັບຮ່າງສ້າງໃໝ່); 2. ຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ສະບັບຮ່າງສ້າງໃໝ່); 3. ຮ່າງກົດໝາຍວ່າດ້ວຍ ສັນຊາດລາວ(ສະບັບປັບປຸງ); 4. ຮ່າງກົດໝາຍວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ(ສະບັບຮ່າງສ້າງໃໝ່); 5. ຮ່າງກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ(ສະບັບຮ່າງສ້າງໃໝ່); 6. ຮ່າງກົດໝາຍວ່າດ້ວຍ ລະບົບການຊຳລະ(ສະບັບຮ່າງສ້າງໃໝ່); 7. ຮ່າງກົດໝາຍວ່າດ້ວຍ ຜັງເມືອງ (ສະບັບປັບປຸງ). ຕໍ່ກັບບັນດາຮ່າງກົດໝາຍດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ນໍາໄປປັບ ປຸງຕື່ມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ເອົາໃຈໃສ່ປັບປຸງເນື້ອໃນ, ບັນດາຄໍາສັບ, ສໍານວນ ທີ່ກໍານົດໃນບາງໝວດ-ບາງມາດຕາ, ຊື່ຂອງກົດໝາຍ ແລະ ອື່ນໆ ເພື່ອເຮັດໃຫ້ບັນດາຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນຊັດເຈນ, ຈະແຈ້ງ ແລະ ຮັດກຸມ ກ່ອນຈະນໍາສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍເດືອນຕຸລາ 2017 ທີ່ຈະມາ ເຖິງນີ້. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຕ້ອງເພີ່ມທະວີຄວາມຮັບ ຜິດຊອບ ໃນການກະກຽມເອກະສານ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະ ກົດ 2017 ນີ້ ໂດຍສະເພາະ ໃຫ້ເອົາໃຈໃສ່ໃນການກະກຽມບັນດາຮ່າງກົດໝາຍຈໍານວນ6 ສະບັບ ທີ່ບໍ່ທັນຜ່ານກອງປະ ຊຸມລັດຖະບານ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ເພື່ອນໍາສະເໜີເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາ ມັນຂອງສະພາແຫ່ງຊາດ ເທື່ອທີ 4 ໃຫ້ທັນຕາມກໍານົດເວລາ. ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວພາຍໃນ
2017-07-15T16:23:18+00:00
https://laopost.com/?p=92311
ສາຍການບິນແອເອເຊຍ ປະເທດໄທເປີດຖ້ຽວບິນໃໝ່ ບາງກອກ – ຫຼວງພະບາງ
ສາຍການບິນແອເອເຊຍ ປະເທດໄທໄດ້ເປີດຖ້ຽວບິນປະຖົມມະເລີກ ບາງກອກ(ດອນເມືອງ)ປະເທດໄທ – ຫຼວງພະບາງ ສປປລາວ ໃນວັນທີ 24 ມີນາ 2016 ທີ່ຜ່ານມາ. ເພື່ອເປັນການສະເຫຼີມສະຫຼອງແກ່ໂອກາດທີ່ພິເສດດັ່ງກ່າວ, ສາຍການບິນແອເອເຊຍພູມໃຈສະເໜີອັດຕາຄ່າໂດຍສານເລີ່ມຕົ້ນພຽງ 45 ໂດລາ ຕໍ່ຖ້ຽວ ກັບເສັ້ນທາງຫຼວງພະບາງ-ບາງກອກ ໂດຍທ່ານສາມາດຈ່ອງປີ້ໄດ້ທີ www.airasia.comເລີ່ມແຕ່ມື້ນີ້ເປັນຕົ້ນໄປຈົນເຖິງ 27 ມີນາ 2016 ໂດຍມີກໍານົດຕາຕະລາງການເດີນທາງເລີ່ມຈາກວັນທີ 24 ມີນາ ເຖິງ 30 ກັນຍາ 2016 ນີ້. ພິທີເປີດສາຍການບິນຄັ້ງນີ້ມີບັນດາແຂກສຳຄັນເຂົ້າຮ່ວມຈຳນວນຫລາຍເຊັ່ນ:ທ່ານ ໂບວອນໂນວາເດັບ ເດວາກູລາ ຫົວໜ້າຝ່າຍພັດທະນາທຸລະກິດ ສາຍການບິນແອເອເຊຍປະເທດໄທ,ທ່ານ ພຣີຊະຢາ ຣັສສະເມທານິນ ຮອງປະທານກໍາມະການບໍລິຫານ ສາຍການບິນແອເອເຊຍປະເທດໄທ,ທ່ານ ອິນທະນູສອນ ສີຊານົນ ຮອງຫົວຫນ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະຂົນສົ່ງ ສປປລາວ, ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວຫນ້າພະແນກ ຖະແຫລ່ງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫລວງພະບາງ ສປປ ລາວ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫລວງວຽງຈັນ, ທ່ານ ນາງ ວິຊຸນີ ກຸນທະເພັງ ຫົວໜ້າຝ່າຍປະຕິບັດງານພາກພື້ນ ສາຍການບິນແອເອເຊຍປະເທດໄທ,ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ , ທ່ານ ບຸນປັນ ວິໄລຕັນ ຫົວໜ້າຫ້ອງການຄຸ້ມຄອງສະໜາມບິນສາກົນ ແຂວງຫລວງພະບາງ. ແຫລ່ງຂ່າວຈາກ: ໜັງສືພິມເສດຖະກິດການຄ້າ
ຂ່າວທ້ອງຖິ່ນ
2016-03-31T10:35:46+00:00
https://laopost.com/?p=52325
ລັດຖະບານສືບຕໍ່ສົ່ງເສີມໂຄງການອາຫານທ່ຽງຢູ່ 49 ໂຮງຮຽນເມືອງຜົ້ງສາລີ
ເມືອງຜົ້ງສາລີ ແຂວງຜົ້ງສາລີ ມີໂຮງຮຽນອະນຸບານ ແລະ ຊັ້ນປະຖົມທັງໝົດ 60 ແຫ່ງ; ໃນນັ້ນມີ 49 ແຫ່ງ ທີ່ໄດ້ຮັບການຈັດຕັ້ງປະຕິບັດໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ (ອະນຸບານ 2 ແຫ່ງ ແລະ ປະຖົມສົມບູນ 47 ແຫ່ງ); ປັດຈຸບັນອົງການອາຫານໂລກ ໄດ້ມອບໂຄງການດັ່ງກ່າວ ໃຫ້ລັດຖະບານລາວ ສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ກໍຄື ອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງຂອງນັກຮຽນ. ໃນສົກຮຽນປີ 2022-2023 ລັດຖະບານ ໄດ້ສະໜອງງົບປະມານອາຫານທ່ຽງ ໃຫ້ນ້ອງນັກຮຽນທັງ 49 ແຫ່ງ ດ້ວຍອັດຕາເງິນ 800 ກີບ/ຄົນ/ຄາບ. ທ່ານ ນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ລາຍງານໃຫ້ຮູ້ວັນທີ 10 ພຶດສະພາ 2023 ວ່າ: ພາຍຫລັງທີ່ ອົງການອາຫານໂລກໄດ້ມອບໃຫ້ລັດຖະບານລາວ, ນອກຈາກການສະໜອງງົບປະມານໃຫ້ແກ່ເດັກນ້ອຍແລ້ວ ຍັງໄດ້ດຳເນີນການຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງ ຄື: ໂຮງຮຽນປະຖົມສາຍລົມ ໂຮງຮຽນປະຖົມຜົ້ງແຊັກ ໂຮງຮຽນປະຖົມພະຍາສີ ໂຮງຮຽນປະຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາລາເອບີໂລ. ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ເມືອງຜົ້ງສາລີ ເຫັນໄດ້ວ່ານັກຮຽນມາໂຮງຮຽນເປັນປົກກະຕິ ບໍ່ມີອັດຕາປະລະການຮຽນ ເຮັດໃຫ້ເດັກຄ້າງຫ້ອງຫລຸດຜ່ອນ. ນອກນີ້ ຍັງສ້າງຄວາມສາມັກຄີໃຫ້ເດັກນ້ອຍ, ບໍ່ມີການແບ່ງຊົນຊັນວັນນະ ຄອບຄົວທີ່ທຸກຍາກ ຫລື ຮັ່ງມີ ທັງມີສິດໄດ້ກິນອາຫານທ່ຽງເທົ່າທຽມກັນ. ເຖິງຢ່າງໃດກໍຕາມ ການດຳເນີນໂຄງການນີ້ ກໍຍັງມີສິ່ງທ້າທາຍຫລາຍດ້ານ ເປັນຕົ້ນແມ່ນນໍ້າໃຊ້ຍັງບໍ່ພຽງພໍ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຊິນເຄີຍຄອງເດີມໃນການກິນ-ຢູ່, ອາຫານບໍ່ຫລາກຫລາຍ, ຄວາມຮູ້ ແລະ ຄວາມເຂົ້າໃຈການປະຕິບັດດ້ານໂພຊະນາການ ແລະ ອື່ນໆ. ໃນໄລຍະຜ່ານມາ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ຖືກຈັດຕັ້ງປະຕິບັດໂດຍກົງ ໃນໂຮງຮຽນ 707 ແຫ່ງຢູ່ 11 ແຂວງຂອງ ສປປ ລາວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ວຽງຈັນ, ນະຄອນຫລວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື. ນອກນີ້, ຍັງສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນ ທີ່ມອບໃຫ້ລັດຖະບານ 1.430 ແຫ່ງຢູ່ 8 ແຂວງ ຄື: ແຂວງ ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຄຳມ່ວນ, ສາລະວັນ, ເຊກອງ, ອັດຕະປື. ໂຄງການສົ່ງເສີມອານທ່ຽງໃນໂຮງຮຽນ ໄດ້ຮັບການສະໜັບສະໜູນຈາກ ອົງການອາຫານໂລກ ປະຈຳລາວ ເຊິ່ງເປັນໂຄງການໜຶ່ງທີ່ປະກອບສ່ວນສຳຄັນ ເຂົ້າໃນການບັນລຸເປົ້າໝາຍ ການສຶກສາເພື່ອທຸກຄົນ, ເດັກມາ ແລະ ຢູ່ໂຮງຮຽນ ມີສຸຂະພາບແຂງແຮງ ແລະ ມີພາວະໂພຊະນາການທີ່ດີ; ທັງເປັນການປັບປຸງໂຕຊີ້ວັດການສຶກສາຊັ້ນປະຖົມ; ສົ່ງເສີມການມີສ່ວນຮ່ວມຂອງຫລາຍຂະແໜງການ ແລະ ຫລາຍພາກສ່ວນ ເຮັດໃຫ້ການສົ່ງເສີມອາຫານທ່ຽງໃຫ້ມີຄວາມຍືນຍືນ; ທັງເປັນການຄໍ້າປະກັນສະບຽງອາຫານ; ເສີມສ້າງຄວາມອາດສາມາດ ໃນການບໍລິຫານໂຮງຮຽນ, ເຊື່ອມສານຫລັກໂພຊະນາການ ເຂົ້າໃນການຮຽນ- ການສອນ. ທີ່ມາ ປະເທດລາວ
ຂ່າວພາຍໃນ
2023-05-12T11:30:21+00:00
https://laopost.com/?p=144489
ຜິດຄາດເຊີເບຍ‬ ບຽດເອົາຊະນະ ບຣາຊິລ 2-1 ຄວ້າແຊ້ມ ບານເຕະ ຢູ-20 ຊີງແຊມໂລກ 2015
ເນມານຈາ ມາກຊິໂມວິຊ ກາຍເປັນຮີໂຣ ຍິງປະຕູໄຊໃນທ້າຍເກມຂອງໄລຍະຕໍ່ເວລາພິເສດ ພາທີມຊາດເຊີເບຍ ບຽດເອົາຊະນະ ບຣາຊິລ ຫວຸດຫວິດ 2-1 ຄວ້າແຊ້ມໄປຄອງໄປຢ່າງຍິ່ງໃຫຍ່. ການແຂ່ງຂັນເຕະບານຮຸ່ນອາຍຸບໍ່ເກີນ 20 ປີ ຫຼື ຢູ-20 ຊີງແຊ້ມໂລກ ທີ່ປະເທດນິວຊີແລນ ເປັນເຈົ້າພາບ ເມື່ອວັນທີ 20 ມິຖຸນາ ຜ່ານມາ ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງທີມຊາດບຣາຊິລ ແຊ໋ມ 5 ສະໄໝ ( ປີ 1983, 1985, 1993, 2003 ແລະ ປີ 2011) ພົບກັບ ເຊີເບຍ ອະດີດແຊ້ມ 1 ສະໄໝ (ປີ 1987 ຕອນຍັງບໍ່ທັນແຍກອອກຈາກ ຢູໂກສະລາເວຍ) ຜ່ານການແຂ່ງຂັນປາກົດວ່າ ໃນເຄິ່ງເວລາທຳອິດ ທັງ 2 ທີມຍັງສະເໝີກັນຢູ່ 0-0 ປະຕູ. ກັບມາແຂ່ງຂັນຕໍ່ໃນເຄິ່ງເວລາທີ 2 ນາທີ 70 ເປັນທາງດ້ານທີມຊາດເຊີເບຍ ທີ່ໄດ້ປະຕູຂຶ້ນນຳໄປກ່ອນ 1-0 ຈາກການຍິງຂອງ ຊະແຕນນິຊາ ມານດິຊ ແນວໃດກໍ່ຕາມ ແຟນບານເຊີເບຍ ດີໃຈບໍ່ເຖິງ 5 ນາທີ ເມື່ອ ແອນເດຣສ ເປເລຍຣາ ຍິງປະຕູໃຫ້ ບຣາຊິລ ໄລ່ຕີສະເໝີ ຢ່າງໄວວາ ເປັນ 1-1 ໃນນາທີ 73 ແຕ່ຫຼັງຈາກນັ້ນ ທັງ 2 ທີມ ບໍ່ສາມາດຍິງປະຕູເພີ່ມໄດ້ ຈົບເກມການແຂ່ງຂັນ ໃນເວລາປົກກະຕິ 90 ນາທີ ສະເໝີກັນຢູ່ 1-1 ປະຕູ ຕ້ອງຕໍ່ເວລາພິເສດອອກໄປຕື່ມອີກ 30 ນາທີ ເກມເບິ່ງຄືວ່າ ຈະຈົບລົງດ້ວຍການຕັດສິນຫາຜູ້ຊະນະດ້ວຍການນິວຈຸດໂທດ ແຕ່ແລ້ວກ່ອນໝົດເວລາ ພຽງ 2 ນາທີ ເນມານຈາ ມາກຊິໂມວິຊ ຜູ້ຫຼິ້ນໝາຍເລກ 8 ນັກເຕະກອງກາງດາວຮຸ່ງຈາກສະໂມສອນແອສຕານາ ທີມດັງໃນລີກ ຄາຊັກສະຖານ ກາຍເປັນຮີໂຣຂອງທີມ ເມື່ອຍິງປະຕູໄຊ ໃຫ້ ເຊີເບຍ ແຊງເອົາຊະນະ ບາຊິລ ໄປແບບຫວຸດຫວິດ 2-1 ຄວ້າແຊ໋ມໄປຄອງໄດ້ຢ່າງຍິ່ງໃຫຍ່. ສ່ວນຜົນຄູ່ຊີງອັນດັບ 3 ມາລີ ເອົາຊະນະ ເຊເນກັລ 3-1. ສຳລັບ ຜູ້ຫຼິ້ນທີ່ໄດ້ຮັບລາງວັນນັກເຕະດີເດັ່ນໄດ້ແກ່ ອະດານາ ທຣາໂອເຣ ນັກເຕະກອງທີມຊາດມາລີ, ລາງວັນຜູ້ຮັກສາປະຕູດີເດັ່ນແມ່ນ ເປຣດຣາກ ຣາໂຄວິຊ ທີມຊາດເຊີເບຍ, ລາງວັນຜູ້ຍິງປະຕູສູງສຸດ (ເກີບຄຳ) ໄດ້ແກ່ ເບນ ເມີໂວ ທີມຊາດ ຮັງກາລີ ກັບ ວິກຕໍ ໂຄວາເລນໂກ ທີມຊາດ ຢູເຄຣນ ທີ່ຍິງໄດ້ 5 ປະຕູເທົ່າກັນ ຂະນະທີ່ ລາງວັນທີມມາລະຍາດດີເດັ່ນຕົກເປັນຂອງທີມຊາດຢູເຄຣນ. ສ່ວນການແຂ່ງຂັນຄັ້ງຕໍ່ໄປ ຈະຈັດຢູ່ ສ ເກົາຫຼີ ໃຍປີ 2017 ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາ
ຂ່າວພາຍໃນ
2015-06-22T20:33:58+00:00
https://laopost.com/?p=28734
ປາຕິຫານ! ເຮືອບິນຣັດເຊຍຕົກ ແຕກອອກເປັນ 3 ປ່ຽງ ລອດຊີວິດໝົດລຳ ແຕ່ສາຫັດ 16 ຄົນ!
ພາບປະກອບ: ເຮືອບິນ Ilyushin IL-18 ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ທັນວານີ້ວ່າ ເຮືອບິນອິີນຢູຊີນ IL-18 (Ilyushin IL-18) ຂອງກອງທັບຣັດເຊຍ ຊຶ່ງພາຜູ້ໂດຍສານ 32 ຄົນ ແລະ ລູກເຮືອ 7 ຄົນ ບິນອອກຈາກເມືອງຄານສ໌ ປະສົບອຸບັດເຫດຂະນະລົງຈອດສຸກເສີນ ໃກ້ກັບເມືອງທິດຊີ ໃນເຂດຊີເບຣີ ປະເທດຣັດເຊຍ ໃນມື້ນີ້ (19 ທັນວາ) ໂດຍໂຊກດີທີ່ບໍ່ມີໃຜເສຍຊີວິດ ມີພຽງຜູ້ໄດ້ຮັບບາດເຈັບ 23 ຄົນ ຖືກນຳສົ່ງໂຮງໝໍ ໂດຍໃນນີ້ອາການສາຫັດ 16 ຄົນ. ສຳນັກຂ່າວ TASS ຂອງຣັດເຊຍ ໄດ້ແຈ້ງວ່າ ນັກບິນໄດ້ຂໍລົງຈອດສຸກເສີນ ຂະນະທີ່ຢູ່ຫ່າງຈາກເມືອງທິດຊີ ປະມານ 30 ກິໂລແມັດ ໃນເວລາ 04:45 ໂມງ ຕອນເຊົ້າຂອງວັນທີ 19 ທັນວານີ້ ຕາມເວລາໃນທ້ອງຖິ່ນ ແລ້ວຕົກກະແທກລົງພື້ນ ຈົນເຮືອບິນແຕກອອກເປັນ 3 ສ່ວນ ແຕ່ໂຊກດີທີ່ທຸກຄົນລອດຊີວິດແບບປາຕິຫານ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-12-19T15:46:46+00:00
https://laopost.com/?p=80641
ປະທານ”ສຕລ”ຊີ້ແຈງເຫດຜົນທີ່ເລືອກເດວິດບູດ
ຕາມການໃຫ້ສຳພາດຂອງທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໃນງານຖະແຫຼງຂ່າວເປີດຕົວຄູເຝິກໃຫຍ່ທີມຊາດລາວຊຸດຊີເກມຄັ້ງທີ 28 ແລະ ບານໂລກຮອບຄັດເລືອກ ໂຊນອາຊີກຸ່ມ G ໃນຕົ້ນເດືອນພຶດສະພາທີ່ຜ່ານມາວ່າ: ທຸກໆຄັ້ງທີ່ຈະແຂ່ງຂັນບານເຕະໃນລາຍການໃດກໍ່ຕາມຄູເຝິກຕ້ອງມີລະດັບດີທີ່ສຸດຂອງ ເອເອັບຊີ ສະນັ້ນ, ການທີ່ເລືອກທ່ານ ເດວິດ ບູດ ກໍ່ເພາະວ່າ ທ່ານມີລາຍເຊັນລະດັບດີທີ່ສຸດແລະຖືກຕ້ອງຕາມາາດຕະຖານຂອງທາງສະຫະພັນບານເຕະອາຊີ(ເອເອັບຊີ) ແລະ ສະຫະພັນບານເຕະໂລກ(ຟີຟາ) ດັ່ງນັ້ນ, ຢາກໃຫ້ຮູ້ວ່າຢູ່ໃນປະເທດລາວເຮົາຄູເຝິກທີ່ມີລາຍເຊັນທີ່ດີທີ່ສຸດກໍ່ມີພຽງຄົນດຽວກໍ່ຄື ທ່ານ ວິລະກອນ ພົມພັກດີ ທີ່ຈົບລະດັບ A ຂອງ ເອເອັບຊີ ແຕ່ກໍ່ເປັນພຽງລາຍເຊັນສຳລັບສອນຄູເຝິກ ແຕ່ບໍ່ແມ່ນສຳລັບຄຸມທີມ ແຕ່ເຖີງຢ່າງໃດກໍ່ດີພວກເຮົາກໍ່ມີ 3 ຄູເຝິກທີ່ດີໃນລະດັບ B ລາຍເຊັນ ມີໂອກາດຍົກລະດັບຕົນເອງໄປສູ່ຈຸດນັ້ນໄດ້ຄືກັນໂດຍປະກອບມີ ທ່ານ ບຸນລັບ ເຄນກິຕິສັກ, ທ່ານ ສົມສັກ ແກ້ວດາລາ, ທ່ານ ເວີນສະຫວັນ ສີວິໄຊ ເຊີ່ງທາງ ສຕລ ກໍ່ພ້ອມທີ່ຈະຜັກດັນຄູເຝິກລະດັບນີ້ໃຫ້ກ້າວສູ່ລະດັບ A ໃຫ້ໄດ້ເພື່ອມາຮັບໃຊ້ທີມຊາດລາວເຮົາ ສຳລັບຕາຕະລາງການແຂ່ງຂັນນັດທຳອິດ ທີມຊາດລາວ ຈະພົບ ທີມຊາດໄທ ໃນວັນທີ 29 ພຶດສະພາ 2015 ເວລາ 16:00 ນາທີ, ພົບກັບ ີທມຊາດ ບຣູໄນ ໃນວັນທີ 31 ພຶດສະພາ 2015 ເວລາ 20:30 ນາທີ, ພົບກັບ ທີມຊາດ ສສ ຫວຽດນາມ ໃນວັນທີ 4 ມິຖຸນາ 2015 ເວລາ 20:30 ນາທີ, ພົບກັບ ທີມຊາດ ຕີມໍເລສເຕ ໃນວັນທີ 9 ມິຖຸນາ 2015 ເວລາ 20:30 ນາທີ ແລະ ພົບກັບທີມຊາດ ມາເລເຊຍ ໃນວັນທີ 11 ມິຖຸນາ 2015 ເວລາ 20:30 ນາທີ
ຂ່າວພາຍໃນ
2015-05-17T21:56:19+00:00
https://laopost.com/?p=26057
ຝຶກອົບຮົມການພັດທະນາສີມືຫັດຖະກໍາຕໍ່າຫູກ
ອີງຕາມການລາຍງານຈາກໜັງສືພິມບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 30 ມີນາທີ່ຜ່ານມາ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຈັດຊຸດເຝິກອົບຮົມໂຄງການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖິງການປະກອບອາຊີບ ແລະ ຫັດຖະກໍາຕໍ່າຫູກທໍໄໝ ຢູ່ບ້ານປຸ່ງນາໜູນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານກວດກາພັກ, ຫົວໜ້າກວດກາລັດເມືອງຫ້ວຍຊາຍ, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຄະນະພັກຊີ້ນໍາກຸ່ມບ້ານ, ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຕະຫຼອດຮອດສໍາມະນາກອນເຂົ້າຮ່ວມ. ທ່ານ ສົມອົກ ພູມມາວອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ໄດ້ລາຍງານຫຍໍ້ໃນໄລຍະຜ່ານມາ, ບ້ານປຸ່ງນາໜູນເຫັນວ່າການຕໍ່າຫູກທໍໄໝມີບາງຄອບຄົວແມ່ນໄດ້ຕໍ່າຫູກເຊີ່ງເປັນການສຶບທອດກັນມາເປັນເວລາຍາວນານ, ໃນການຕໍ່າຫູກດັ່ງກ່າວແມ່ນຕໍ່າຢູ່ເຮືອນໃຜລາວແບບກະແຈກກະຈາຍ ແລະ ຊອກຂາຍດ້ວຍຕົນເອງ ຫຼື ວາງສະແດງໃນເວລາມີງານຕ່າງໆເປັນຕົ້ນແມ່ນງານວັດທະນະທໍາບັນດາເຜົ່າຂອງບ້ານ, ຂອງເມືອງ-ແຂວງ ແລະ ຂາຍອອກຕ່າງແຂວງ, ຕ່າງປະເທດ, ການເຝິກອົບຮົມໃນຄັ້ງນີ້, ກໍ່ເພື່ອເປັນການຕໍ່ຍອດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ້ຜູ້ວ່າງງານ, ຜູ້ທີຕ້ອງການມີອາຊີບເປັນຕົ້ນແມ່ນກໍາລັງແຮງງານລາວໄດ້ເຂົ້າເຖີງການປະກອບອາຊີບ, ເພື່ອເຮັດໃຫ້ກໍາລັງແຮງງານລາວບັນດາເຜົ່າ ພາຍໃນເມືອງຫ້ວຍຊາຍເວົ້າລວມເວົ້າສະເພາະ ບ້ານປຸ່ງນາໜູນຂອງພວກເຮົາໃຫ້ມີວິຊາຊີບຕິດຕົວ, ສ້າງວຽກງານງານທໍາ ແລະ ສາມາດສ້າງລາຍຮັບເຂົ້າໃນຄອບຄົວ, ການຕໍ່າຫູກທໍໄໝກໍ່ເປັນການຮັກສາມູນເຊື້ອເອກະລັກຂອງເຜົ່າຕົນໄວ້ໃຫ້ຄົນຮຸ້ນຫຼັງໄດ້ສຶບທອດຕໍ່ໄປ, ການເຝິກອົບຮົມໃນຄັ້ງນີ້, ມີສໍາມະນາກອນທັງໝົດ 14 ຄົນ. ໂອກາດນີ້, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍທາງຄະນະຮັບຜິດຊອບການເຝິກອົບຮົມການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບຫັດຖະກໍາຕໍ່າຫູກທໍໄໝໃນຄັ້ງນີ້, ທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນທີໄດ້ເຝິກອົບຮົມຈະໄດ້ນໍາໃຊ້ຄວາມຮູ້, ເຕັກນິກວິຊາການຫັດຖະກໍາຕໍ່າຫູກທໍໄໝຖຶກວິທິ, ເຮັດລວດລາຍສວຍງາມ ແລະ ສາມາດນໍາເຂົ້າສູ່ຕະຫຼາດໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຕາມລະດັບຄາດໝາຍ, ການເຝິກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາ 10 ວັນ
ຂ່າວທ້ອງຖິ່ນ
2022-03-31T14:55:41+00:00
https://laopost.com/?p=132813
ຄົ້ນພົບ ມັມມີ່ (ຊາກສົບແຫ້ງ) ຂອງຂຸນນາງຊັ້ນສູງ ຢູ່ອີຢິບ
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກຜ່ານມາວ່າ ນັກບູຮານຄະດີຄົນສະເປນ ໄດ້ຄົ້ນພົບມັມມີ່ ທີ່ມີອາຍຸຫຼາຍພັນປີ ທີ່ຍັງຢູ່ສະພາບດີ ຢູ່ບໍລິເວນທາງທິດໃຕ້ຂອງຂອງເມືອງລັກຊໍ ປະເທດອີຢິບ. ມັມມີ່ ດັ່ງກ່າວ ມີຊີວິດຢູ່ໃນສະໄໝ 1,075-664 ປີ ກ່ອນ ຄ.ສ, ມັມມີ່ ທີ່ຄົ້ນພົບນັ້ນຖືກຫໍ່ດ້ວຍຜ້າລິນິນ ແລະຍັງຢູ່ສະພາບດີ ເຖິງແມ່ນວ່າເວລາຈະຜ່ານມາດົນນານແລ້ວກໍຕາມ, ມັມມີ່ ຖືກບັນຈຸຢູ່ໃນໂລງໄມ້ທີ່ວາດພາບລວດລາຍສີສັນງົດງາມ ເຊິ່ງໂລງນີ້ຖືກຝັງຢູ່ໃກ້ກັບວິຫານຂອງກະສັດຣິ ໃນສະໄໝນັ້ນ ທາງຫົວໜ້າທີມສຳຫຼວດ ມິຣຽມ ເຊໂກ ອະອາເຣດ ເວົ້າວ່າ ມັມມີ່ ທີ່ຖືກຄົ້ນພົບພ້ອມກັບໂລງ ທີ່ໄດ້ຕົບແຕ່ງສັນຍະລັກຄວາມເຊື່ອ ແລະສາສະໜາຂອງອີຢິບເຊັ່ນ: ເທບທິດາໄອຊິສ, ເທວີເນບຣີດ ແລະສີ່ຈະຕຸລະອາຊາເປັນຕົ້ນ, ສຳລັບ ເທັກໂນໂລຢີ ການຮັກສາສົບ ດ້ວຍຂະບວນການເຮັດມັມມີ່ນັ້ນ ເປັນທີ່ນິຍົມຢູ່ເອຢິບ ມາຕັ້ງແຕ່ 4,500 ປີກ່ອນ ຄ.ສ ຕາມຄວາມເຊື່ອວ່າ ຕ້ອງຮັກສາຮ່າງກາຍຂອງຜູ້ເສຍຊີວິດໄວ້ ເພາະວ່າເມື່ອວິນຍານອອກຈາກຮ່າງໄປແລ້ວຈະກັບຄືນມາຮ່າງເດີມອີກຄັ້ງ. ເມືອງລັກຊໍ ແຫ່ງນີ້ ຕັ້ງຢູ່ເທິງແຄມຝັ່ງຂອງແມ່ນໍ້າໄນ ຢູ່ໃນທີ່ນີ້ມີປະຊາກອນປະມານ 5 ແສນຄົນ, ເປັນສະຖານທີີ່ທີ່ມີວິຫານຫຼາຍ ແລະຂຸມຝັງສົບທີ່ຖືກສ້າງໃນສະໄໝຂອງຟາໂຣເຮືອງອຳນາດ
ຂ່າວຕ່າງປະເທດ
2016-11-15T11:30:59+00:00
https://laopost.com/?p=76537
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ຄົ້ນພົບວັດຖຸບູຮານອາຍຸເກົ່າແກ່ 2000 ປີ ຢູ່ບໍ່ຄຳ-ທອງເຊໂປນ
ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງທີ່ມີອາຍຸເກົ່າແກ່ 2,000 ປີພາຍໃນຂົງເຂດຂອງບໍ່ຄຳ-ທອງເຊໂປນ. ວັດຖຸບູຮານທີ່ຄົ້ນພົບລວມມີ ຂວານເຫຼັກ ແລະ ໄຫຂະໜາດໃຫຍ່ທີ່ໃຊ້ເຂົ້າໃນພິທີກຳການຝັງສົບຄັ້ງທີ 2 ໃນໄລຍະທ້າຍຍຸກທອງຕົ້ນຍຸກເຫຼັກ. ໃນປີ 2008 ກໍໄດ້ຄົ້ນພົບໄຫທີ່ຄ້າຍຄືໄຫຂະໜາດໃຫຍ່ດັ່ງກ່າວ ຢູ່ເຂດທົ່ງນາເງືອກ ເຊິ່ງ ໄດ້ຖືກສະເໜີເປັນ ສະຖານທີ່ມໍລະດົກຂອງແຂວງສະຫວັນນະເຂດ. ນອກນາກນັ້ນ, ທີມງານບູຮານວິທະຍາຂອງ LXML ຍັງໄດ້ຄົ້ນພົບໄຫເນື້ອແຂງເຊິ່ງໃນໄຫມີຂວານເຫຼັກ, ປອກແຂນທອງ ແລະ ໝາກປັດທີ່ເຮັດດ້ວຍເປືອກຫອຍ ແລະ ກ້າງປາ ທີ່ມີອາຍຸປະມານ ໄລຍະສະຕະວັດທີ 12; ພ້ອມເຄື່ອງມືທັນສະໄໝທີ່ສັນນິຖານໃນເບື້ອງຕົ້ນວ່າ ມາຈາກ ສະໄໝລ້ານຊ້າງລະຫວ່າງ ສະຕະວັດທີ 17 ເຖິງ 19. ໃນໄລຍະຕົ້ນປີນີ້, LXML ຍັງໄດ້ຄົ້ນພົບວັດຖະບູຮານອາຍຸເກົ່າແກ່ 6,000 ປີຈາກ ຍຸກຫີນຂັດ ຢູ່ໃກ້ບໍ່ຄຳ-ທອງເຊໂປນ. ນັບຕັ້ງແຕ່ເລີ່ມດຳເນີນງານໂຄງການຄຳ-ທອງເຊໂປນ ໃນປີ 2003, LXML ໄດ້ອຸປະຖຳແຜນງານທີ່ສຳຄັນໃນການອະນຸລັກມໍລະດົກທາງວັດທະນະທຳໃນເມືອງວິລະບູລີ ໂດຍການຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມະຫາວິທະຍາໄລແຫ່ງຊາດ ເພື່ອຮັບປະກັນການອະນຸລັກປະຫວັດສາດລາວສຳລັບຜົນປະໂຫຍດຂອງຄົນຮຸ່ນຕໍ່ໄປ. ວັດຖະບູຮານຈຳນວນໜຶ່ງແມ່ນໄດ້ນຳໄປວາງສະແດງຢູ່ຫໍວັດທະນະທຳເມືອງວິລະບູລີ, ຫໍພິພິດທະພັນແຂວງສະຫວັນນະເຂດ ແລະ ຫໍພິພິດທະພັນແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “ບໍລິສັດຂອງພວກເຮົາຍົກສູງ ການເຄົາລົບນັບຖືວັດທະນະທຳ ແລະ ຮີດຄອງປະເພນີຂອງຊຸມຊົນເຈົ້າພາບຂອງພວກເຮົາ. ຕັ້ງແຕ່ປີ 2008 ເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ US$1.5 ລ້ານ ເພື່ອສະໜັບສະໜູນ ການອະນຸລັກປະຫວັດສາດລາວ ແລະ ມໍລະດົກວັດທະນະທຳສຳລັບຄົນຮຸ່ນຕໍ່ໄປ.” ໃນໄລຍຜ່ານມາ ແມ່ນໄດ້ມີການຄົ້ນພົບວັດຖຸບູຮານສຳຄັນຫຼາຍອັນຢູ່ ບໍ່ຄຳ-ທອງເຊໂປນ. ພວກເຮົາເຊື່ອວ່າ ການຂຸດຄົ້ນ-ປຸງແຕ່ງແຮ່ບູຮານໃນຂົງເຂດບໍ່ຄຳ-ທອງເຊໂປນນີ້ ໄດ້ສືບຕໍ່ມາເຖິງປະມານ 1300 ປີກ່ອນ (ປະມານ ຄສ 700) ເຊິ່ງເປັນໄລຍະທີ່ ຜູ້ຄົນໄດ້ຂຸດຄົ້ນແຮ່ທອງທີ່ອຸດົມສົມບູນ ຢູ່ເຂດທີ່ຮູ້ກັນວ່າ “ເປີ້ນເບົ້າຫຼໍ່” ແລະ “ທົ່ງນາເງືອກ” ແລ້ວນຳໄປປຸງແຕ່ງ ແລະ ແລກປ່ຽນ. ການສັນນິຖານນີ້ ແມ່ນ ມາຈາກ ກາກບອນທີ່ພົບໃນຝາກະແຕະໄມ້ໄຜ່ ຈາກຂຸມບໍ່ແຮ່ບູຮານໃນຕະກອນຕົມທີ່ຢູ່ເລິກໄປຈາກໜ້າດິນ (ເລິກ 10 – 40 ແມັດ). ການຂຸດຄົນບໍ່ແຮ່ ເປັນປັດໃຈສຳຄັນໃນການພັດທະນາພົນລະເມືອງ ແລະ ສັງຄົມມາແຕ່ປະຫວັດສາດ. ການຂຸດຄົ້ນ ຍັງຈະດຳເນີນຕໍ່ໄປ ແລະ ພວກເຮົາຫວັງວ່າ ຈະໄດ້ເຜີຍແຜ່ການຄົ້ນພົບອັນໜ້າຕື່ນເຕັ້ນກວ່າເກົ່າ ກ່ຽວກັບ ວັດທະນະທຳ ແລະ ປະຫວັດສາດລາວ.
ຂ່າວພາຍໃນ
2021-07-12T23:04:59+00:00
https://laopost.com/?p=126063
ຮ່ວມໃຈກັນຮັກສາສິ່ງແວດລ້ອມ ແລະ ລະບົບນິເວດນຳກັນ
ປັດຈຸບັນ, ສິ່ງແວດລ້ອມ ແລະ ລະບົບນິເວດນັບມື້ນັບນັບເຊື່ອມໂຊມ ຈາກການກະທຳຂອງມະນຸດໃນການເຮັດກິດຈະກຳປະຈຳວັນໂດຍບໍ່ຄຳນຶກເຖິງສິ່ງແວດລ້ອມເຊັ່ນ: ການຖີ້ມຂີ້ເຫຍື້ອຊະຊາຍລົງແມ່ນໍ້າລຳທານ, ຖະໜົນຫົນທາງ ແລະ ປ່າດົງ. ຍ້ອນພຶດຕິກຳແບບນີ້ ເຮັດໃຫ້ສະພາບແວດລ້ອມທີ່ເຄີຍອຸດົມສົມບູນ ແລະ ລະບົບນິເວດທີ່ສະອາດ ຖືກທຳລາຍໄປແບບບໍ່ຮູ້ໂຕ. ດັ່ງທີ່ຫຼາຍຄົນອາດຈະພົບເຫັນ ການຖີ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງ ທີ່ອາດມີນັກທ່ອງທ່ຽວຈຳນວນໜື່ງເບິ່ງຂ້າມໃນການຮັກສາຄວາມສະອາດຊ່ວຍກັນ ຫຼື ບາງຄັ້ງບັນດາຮ້ານອາຫານມີການຈັດການບໍລິການຖັງຂີ້ເຫຍື້ອບໍ່ພຽງພໍ ເຊິ່ງອາດຈະເປັນສາເຫດທີ່ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆ. ຫຼາຍຄົນອາດຮູ້ວ່າ ເມືອງວັງວຽງ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ດ້ວຍຈຸດພິເສດ ທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍ ແລະ ມີກິດຈະກຳສຳລັບບໍລິການນັກທ່ອງທ່ຽວ ເຊັ່ນ: ພາຍເຮືອຕາມນໍ້າຊອງ, ປີ້ນພູ, ລອຍນໍ້າ… ນອກຈາກນີ້ຍັງມີບ່ອນພັກ ແລະ ຮ້ານອາຫານ ໂດຍສະເພາະຕູບແຄມນໍ້າທີ່ຫຼາຍຄົນນິຍົມກັນມານັ່ງພັກຜ່ອນ ແລະ ກິນດື່ມທ້າຍອາທິດ. ນີ້ອາດຈະເປັນໜື່ງໃນສາເຫດທີ່ເຮັດໃຫ້ມີຂີ້ເຫຍື້ອເພີ່ມຂື້ນ ແລະ ອາດຈະເຮັດໃຫ້ສະພາບນ້ຳຊອງ ເມືອງວັງວຽງ ມີຂີ້ເຫຍື້ອລອຍຕາມໜ້ານໍ້າ ອາດເຮັດໃຫ້ສັດນໍ້າຕາຍ ແລະ ອາດຈະເກີດຜົນກະທົບຕໍ່ຜູ້ທີ່ໃຊ້ນໍ້າໃນຊີວິດປະຈຳວັນອີກດ້ວຍ. ດັ່ງນັ້ນ, ເຮົາມາຮ່ວມໃຈກັນເປັນສ່ວນໜຶ່ງໃນການຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ ໂດຍການບໍ່ຖີ້ມຂີ້ເຫຍື້ອຊະຊາຍລົງແມ່ນໍ້າ ຕາມຫົນທາງ ແລະ ປ່າສະຫວງນຕ່າງໆ ເພື່ອຈະເຮັດໃຫ້ແຫຼ່ງທ່ອງທາງທ່ຽວທາງທຳມະຊາດຄົງຢູ່ກັບປະເທດເຮົາໄປຕະຫຼອດ. ດັ່ງທີ່ຜູ້ໃຊ້ເຟສບຸກ Smiler Tour Guide ແລະ K’Tthong Tvms ທີ່ຮ່ວມໃຈກັນເກັບຂີ້ເຫຍື້ອຕາມບໍລິເວນນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ທີ່ເປັນແບບຢ່າງໃນການຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ.
ຂ່າວພາຍໃນ
2021-03-17T11:41:46+00:00
https://laopost.com/?p=123531
ເສືອໃຕ້ຕ້ອງຊະນະປໍໂຕ້ 2 ລູກ!
ການແຂ່ງຂັນບານເຕະຢູຟາແຊ້ມປຽນລີກ ລະດູການ 2014-2015 ຮອບ 8 ທີມສຸດທ້າຍນັດທີ 2 ບາເຢີນ ມິວນິກ ກັບມາຫຼີ້ນໃນບ້ານພົບ ເອັບຊີ ປໍໂຕ້ ໃນວັນທີ 21 ເມສາ 2015 ເວລາ 01.45 ນາທີ ບາເຢີນ ມິວນິກ ທີມເກັ່ງຈາກບຸນເດດສ໌ລີກາ ເຢຍລະມັນ ຕົກຢູ່ໃນສະຖານະການທີ່ບໍ່ໄດ້ເຫັນຕະຫຼອດ ເມື່ອຕົກເປັນຝ່າຍພາດທ່າຕ້ອງຊະນະ 2-0 ເປັນຢ່າງໜ້ອຍເພື່ອເຂົ້າສູ່ຮອບຕໍ່ໄປ ຫຼັງຈາກນັດທຳອິດບຸກໄປແພ້ 3-1 ທາງດ້ານປໍໂຕ້ ຄົງກຽມຕົວມາດີຢ່າງແນ່ນອນ ແລະ ຫຼີ້ນດ້ວຍຄວາມອົດທົນລໍຖ້າຈັງຫວະສວນກັບ ແຕ່ເຕະໃນຖີ່ນ ເສືອໃຕ້ ຄົງບໍ່ງ່າຍທີ່ຈະຫຼີ້ນອອກ ແລະ ຖ້າຖືກໂຈມຕີໜັກອາດຈະມີຊ່ອງຫວ່າງໃຫ້ເຈາະກໍ່ເປັນໄປໄດ້ໝາຍຄວາມວ່າເຈົ້າບ້ານຍັງມີລຸ້ນ 2 ປະຕູ ສະໜາມ: ອາລິອັນຊ໌ ອາຣີນາ ຜູ້ຊົມບັນຈຸ: 75,000 ບ່ອນນັ່ງ ຜູ້ຕັດສິນ: ມາຕິນ ແອັດກິນສັນ ເວລາ: 01.45 ນາທີ
ຂ່າວພາຍໃນ
2015-04-21T19:14:07+00:00
https://laopost.com/?p=23951
ຜົນການວິໄຈຈາກເມັດເລືອດບອກໄດ້ວ່າມະນຸດສາມາດມີອາຍຸຢືນຍາວເຖິງ 150 ປີ!!
ທີມນັກວິໄຈຈາກບໍລິສັດເທັກໂນໂລຢີຊີວະພາບເຈໂຣ (Gero) ໃນປະເທດສິງກະໂປໄດ້ເຜີຍແຜ່ຜົນການວິໄຈເມັດເລືອດທີ່ກ່ຽວກັບມະນຸດໃນວາລະສານ Nature Communications ໂດຍລະບຸວ່າຄົນເຮົາສາມາດມີຊີວິດຢືນຍາວໄດ້ສູງສຸດເຖິງ 120 – 150 ປີແຕ່ຈະບໍ່ເກີນໄປກວ່ານີ້ ເນື່ອງຈາກເຊລໃນຮ່າງກາຍບໍ່ສາມາດຟື້ນຟູຕົນເອງໄດ້ອີກ. ທີມນັກວິໄຈສາມາດຮູ້ເຖິງຂີດຈໍາກັດຂອງອາຍຸໄຂມະນຸດໄດ້ຈາກການວິເຄາະຜົນກວດຈາກເມັດເລືອດຂອງປະຊາກອນທີ່ມີອາຍຸຕ່າງກັນໃນສະຫະລັດອາເມລິກາ, ອັງກິດ ແລະ ຣັດເຊຍ ຈໍານວນ 500,000 ຄົນ ເພື່ອເບິ່ງສັດສ່ວນລະຫວ່າງເມັດເລືອດຂາວສອງຊະນິດກັບຄວາມແຕກຕ່າງຂອງເມັດເລືອດແດງທີ່ຮ່າງກາຍຜະລິດອອກມາ ເຊິ່ງວ່າຖ້າຄົນເຮົາມີອາຍຸທີ່ຫຼາຍຂື້ນຄວາມປ່ຽນແປງຂອງປະລິມານ ແລະ ຂະໜາດຂອງເມັດເລືອດກໍຍິ່ງປາກົດຊັດເຈນຂື້ນ. ການປ່ຽນແປງຂອງເມັດເລືອດດັ່ງກ່າວເປັນໂຕບົ່ງຊີ້ທາງດ້ານຊີວະພາບທີ່ສະແດງໃຫ້ເຫັນເຖິງຄວາມປ່ຽນແປງທາງດ້ານອາຍຸຂອງມະນຸດ. ເຖິງຢ່າງໃດກໍຕາມການມີອາຍຸທີ່ຢືນຍາວນັ້ນເປັນຄົນລະຢ່າງກັບການມີສຸຂະພາບດີໃນຊ່ວງເວລາທີ່ເຖົ້າລົງ ເຊິ່ງທີມຜູ້ວິໄຈແນະນໍາວ່າຄວນຈະຕ້ອງມີການສຶກສາຕໍ່ໄປເຖິງຊ່ວງອາຍຸທີ່ດົນທີ່ສຸດທີ່ຄົນເຮົາຈະສາມາດມີຊີວິດຢູ່ໄດ້ໂດຍມີສຸຂະພາບທີ່ແຂງແຮງ ແລະ ໃນປັດຈຸບັນນີ້ຄົນທີ່ມີອາຍຸຫຼາຍທີ່ສຸດໃນໂລກແມ່ນຄົນຝຣັ່ງທີ່ມີອາຍຸ 122 ປີ.
ສຸຂະພາບ ແລະ ສີ່ງແວດລ້ອມ
2021-06-01T10:27:55+00:00
https://laopost.com/?p=125127
ບໍລິສັດຢາງພາລາຢູນນານ ຈະເພີ່ມພື້ນທີ່ປູກໃຫ້ໄດ້ 30 ພັນກວ່າເຮັກຕາ ໃນປີ 2020
ຂປລ. ບໍລິສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ ແລະ ແຂວງໄຊຍະບູລີ ປັດຈຸບັນສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໄດ້ຫລາຍກວ່າ 6.000 ກວ່າຄົນ ແລະ ກຸ່ມບໍລິສັດ ມີແຜນຮ່ວມມືກັບບໍລິສັດອື່ນໆ ທີ່ໄດ້ລົງທຶນໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ. ຕັ້ງເປົ້າປີ 2020 ຈະເພີ່ມເນື້ອທີ່ໃຫ້ໄດ້ 30 ພັນກວ່າເຮັກຕາ. ສະເພາະໃນແຂວງຫລວງນ້ຳທາ ມີເນື້ອທີ່ຢາງພາລາທັງໝົດ 1.800 ກວ່າເຮັກຕາ. ທ່ານ ນາງ ມະນີລາ ຮອງອໍານວຍການບໍລິສັດດັ່ງກ່າວ, ໄດ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ນັບແຕ່ປີ 2006 ໂຄງການປູກຢາງພາລາ ເປັນໂຄງການປູກພືດທົດແທນການປູກຝິ່ນ ໄດ້ເຂົ້າມາລົງທຶນຢູ່ແຂວງພາກເໜືອຂອງ ສປປ ລາວ ໄດ້ສົ່ງເສີມການປູກຢາງພາລາ, ເກັບຊື້ນ້ຳຢາງຈາກປະຊາຊົນ, ປຸງແຕ່ງ ແລະ ສົ່ງອອກ, ພ້ອມທັງໄດ້ຄົ້ນຄວ້າເຕັກນິກ ໃນການຕອບສະໜອງແນວພັນພືດ ແລະ ການຝືກອົບຮົມ ເຕັກນິກໃນຂົງເຂດກະສີກໍາ ແລະ ອື່ນໆ. ປັດຈຸບັນທາງບໍລິສັດ ມີສວນຢາງພາລາປະມານ 6000 ກວ່າເຮັກຕາ ໂດຍມີໂຮງງານຜະລິດນໍ້າຢາ ຢູ່ແຂວງຫລວງນໍ້າທາ ສາມາດຜະລິດໄດ້ 20.000 ໂຕນ/ປີ, ໃນນັ້ນ ໄດ້ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຢູ່ 4 ແຂວງພາກເໜືອ ໄດ້ຫລາຍກວ່າ 6.000 ຄົນ, ສ່ວນວຽກງານຄຸ້ມຄອງ ແລະ ວິຊາການ ມີພະນັກງານທັງໝົດ 130 ກວ່າຄົນ, ແຮງງານປະຈໍາປາດຢາງ 300 ກວ່າຄົນ ແລະ ແຮງງານຮັກສາສວນຢາງ 5.000 ກວ່າຄົນ. ທ່ານກ່າວຕື່ມວ່າ: ໃນຕໍ່ໜ້າ, ກຸ່ມບໍລິສັດໄດ້ວາງຍຸດທະສາດການລົງທືນຢູ່ ສປປ ລາວ ຮອດປີ 2020 ຄາດວ່າ ຈະຕັ້ງໂຮງງານປູກຢາງພາລາ 8-10 ແຫ່ງຢູ່ແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງອື່ນໆ ເພື່ອສາມາດຜະລິດໃຫ້ໄດ້ 300.000 ໂຕນ/ປີ ເພື່ອບັນລຸລາຍຮັບ 4,5 ຕື້ຢວນ ພ້ອມນັ້ນ ຍັງຈະຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວໄດ້ຈຳນວນໜຶ່ງ, ເຊິ່ງທາງບໍລິສັດ ບໍ່ໄດ້ມີແຜນຈະຂະຫຍາຍເນື້ອທີ່ປູກເພີ່ມ ຍ້ອນລັດຖະບານສັ່ງໂຈະ, ແຕ່ທາງບໍລິສັດມີແຜນຮ່ວມມືກັບບໍລິສັດອື່ນ ທີ່ໄດ້ລົງທຶນໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ. ແຫລ່ງຂ່າວ: ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວພາຍໃນ
2016-12-19T14:27:07+00:00
https://laopost.com/?p=80600
ຮຸງກາລີປະກາດພາວະສຸກເສີນ ບໍລິເວນຊາຍແດນຕິດກັບແຊັກບີ ຮັບມືຜູ້ອົບພະຍົບລັກລອບເຂົ້າປະເທດ!
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນອັງຄານທີ 15 ກັນຍາຜ່ານມານີ້ ລັດຖະບານຮຸງກາລີ ໄດ້ປະກາດພາວະສຸກເສີນໃນບໍລິເວນຊາຍແດນຕໍ່ກັບປະເທດແຊັກບີແລ້ວ ເພື່ອຮັບມືກັບວິກິດການຜູ້ອົບພະຍົບລັກລອບເຂົ້າປະເທດ ໂດຍໃນມື້ດຽວກັນຕຳຫລວດຮຸງກາລີ ໄດ້ດຳເນີນການຈັບກຸມຜູ້ອົບພະຍົບທີ່ອ້າງວ່າເປັນຊາວຊີຣີ ແລະ ອັບການິດສະຖານ ລັກລອບເຂົ້າຮຸງກາລີແບບຜິດກົດໝາຍຜ່ານຊາຍແດນແຊັກບີຈຳນວນ 60 ຄົນ. ການປະກາດພາວະສຸກເສີນດັ່ງກ່າວນີ້ ເກີດຂຶ້ນພຽງໜຶ່ງວັນ ຫລັງຈາກທີ່ລັດຖະບານຮຸງກາລີ ໄດ້ສັ່ງໃຫ້ມີການສ້າງຮົ້ວລວດໜາມຂັ້ນຕະຫລອດແນວຊາຍແດນຕິດກັບແຊັກບີ ຢູ່ບໍລິເວນເມືອງຣອດເຄ ຊຶ່ງມີຄວາມຍາວທັງໝົດ 175 ກິໂລແມັດ ພ້ອມທັງໄດ້ປິດກັ້ນເສັ້ນທາງລົດໄຟ ອັນເປັນເສັ້ນທາງຫລັກທີ່ຜູ້ອົບພະຍົບໃຊ້ໃນການເດີນທາງເຂົ້າຮຸງກາລີ. ທ່ານ ໂຊນຕັນ ໂຄວັກ ໂຄສົກລັດຖະບານຮຸງກາລີໄດ້ຖະແຫລງວ່າ ຜູ້ອົບພະຍົບຍັງມີໂອກາດເຂົ້າສູ່ຮຸງກາລີ ຫລື ປະເທດອື່ນໆໃນສະຫະພາບເອີຣົບໄດ້ ດ້ວຍວິທີການຢ່າງເປັນທາງການ ແລະ ຖືກຕ້ອງຕາມກົດໝາຍ ໂດຍຕ້ອງການໃຫ້ຜູ້ອົບພະຍົບປະຕິບັດຕາມກົດໝາຍລະຫວ່າງປະເທດ ແລະ ກົດໝາຍຂອງສະຫະພາບເອີຣົບເທົ່ານັ້ນ. ທັງນີ້ ສະຫະພາບເອີຣົບຍັງບໍ່ສາມາດຕົກລົງກັນໄດ້ ກ່ຽວກັບແຜນການເພີ່ມໂກຕາກະຈາຍຜູ້ອົບພະຍົບ ຈາກຈຳນວນ 40,000 ຄົນ ມາເປັນ 120,000 ຄົນ ຈາກປະເທດເກຣັກ ແລະ ອີຕາລີ ໄປຍັງປະເທດສະມາຊິກອື່ນໆ ຊຶ່ງແຜນການດັ່ງກ່າວໄດ້ຖືກຄັດຄ້ານໂດຍສາທາລະນະລັດເຊັກ, ສະໂລວັກ ແລະ ຮຸງກາລີ. ດ້ານ ທ່ານ ໂທມັສ ເດີ ເມຊີແອ ລັດຖະມົນຕີວ່າການກະຊວງພາຍໃນເຢຍລະມັນໄດ້ອອກມາຖະແຫລງວ່າ ສະຫະພາບເອີຣົບຄວນມີມາດຕະການກົດດັນປະເທດສະມາຊິກ ໃຫ້ປະຕິບັດຕາມແຜນແບ່ງໂກຕາຜູ້ອົບພະຍົບດັ່ງກ່າວ ເຊັ່ນການຫລຸດເງິນງົບປະມານໃຫ້ປະເທດເຫລົ່ານັ້ນ ດັ່ງນີ້ເປັນຕົ້ນ. ຜູ້ອົບພະຍົບຕັ້ງແຄ້ມຢູ່ບໍລິເວນຊາຍແດນປະເທດແຊັກບີ ຫລັງຈາກທີ່ບໍ່ສາມາດເຂົ້າປະເທດຮຸງກາລີໄດ້ ຜູ້ອົບພະຍົບຍົກປ້າຍປະທ້ວງ ເຖິງຄວາມຫລົ້ມເຫລວຂອງສະຫະພາບເອີຣົບ ໃນການປະຕິບັດນະໂຍບາຍສິດທິມະນຸດຕໍ່ພວກເຂົາ.
ຂ່າວຕ່າງປະເທດ
2015-09-16T11:28:20+00:00
https://laopost.com/?p=35343
ແຜ່ນດິນໄຫວຮຸນແຮງ 7.0 ແມັກນິຈູດ ຢູ່ໝູ່ເກາະໂຊໂລມອນ ຍັງບໍ່ມີລາຍງານຄວາມເສຍຫາຍ!
ສຳນັກຂ່າວຕ່າງປະເທດລາຍງານ ໃນເວລາ 11:50 ນາທີຂອງມື້ນີ້ວ່າ ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ທີ່ໝູ່ເກາະໂຊໂຊມອນ ໃນມະຫາສະໝຸດປາຊີຟິກຕອນໃຕ້ ແທກລະດັບຄວາມສັ່ນສະເທືອນໄດ້ 7.0 ແມັກນິຈູດ ມີສູນກາງເລິກລົງໄປປະມານ 20 ກິໂລແມັດ ແລະ ຢູ່ຫ່າງຈາກນະຄອນຫລວງໂຮນີອາຣາ ເມືອງຫລວງຂອງປະເທດໂຊໂລມອນ ໄປທາງທິດຕາເວັນຕົກປະມານ 170 ກິໂລແມັດ ປັດຈຸບັນແມ່ນຍັງບໍ່ທັນມີລາຍງານເຖິງຄວາມເສຍຫາຍ ແລະ ຍັງບໍ່ທັນມີປະກາດເຕືອນໄພຄື່ນຍັກສຶນາມິເທື່ອ.
ຂ່າວຕ່າງປະເທດ
2015-07-10T14:37:44+00:00
https://laopost.com/?p=29955
ພະຍາກອນອາກາດ ປະຈຳວັນທີ 20 ມີນາ 2017
ພະຍາກອນອາກາດ ປະຈຳວັນທີ 20 ມີນາ 2017ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນໃນແຕ່ລະພາກ ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ ສະພາບອາກາດ ແຂວງພາກກາງ ສະພາບອາກາດ ແຂວງພາກໃຕ້ ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະອຸທົກກະສາດ
ຂ່າວເຫດການ
2017-03-20T10:00:06+00:00
https://laopost.com/?p=87089
ແຟນຄລັບອີກາດຳຫ້າມພາດ! ພົບກັນແນ່ນອນ 14 ຕຸລານີ້ທີ່ ນະຄອນຫຼວງວຽງຈັນ
ບັນເທີງດາລາກັບລາວໂພສມື້ນີ້ແອັດມິນຂ່າວມາແຈ້ງ ສຳລັບຄົນທີ່ເປັນແຟນຄລັບຂອງ “ອິກາດຳ ຫຼື ເອ໋ະ ຈິລາກອນ” ກຽມຕົວຊູປ້າຍໄຟໄວ້ເລີຍ ເນື່ອງຈາກວ່າ ເອ໋ະ ຈິລາກອນ ຈະມາເປີດຄອນເສີດທີ່ມີຊື່ວ່າ the mask singer ອີກາດຳ live in Vientiane ໃນວັນທີ 14 ຕຸລາ 2017 ນີ້ ທີ່ ລ້ານຊ້າງ ເຊັນເຕີ ເລີ່ມຕັ້ງແຕ່ເວລາ 18:00 ໂມງເປັນຕົ້ນໄປ ສຳລັບແຟນໆທີ່ມີເປັນແຟນຄລັບຂອງ ອີກາດຳ ງານນີ້ບໍ່ຄວນພາດທີ່ຈະໄປພົບກັບ ອີກາດຳຕົວເປັນໆແບບໃກ້ຊິດຕິດຂອບເວທີ ແລະ ນອກຈາກນີ້ທ່ານຍັງໄດ້ພົບກັບວົງຣັອກຂັວນໃຈບ້ານເຮົາຢ່າງວົງ ແບຣັກອາຍ ຢ່າລືມ! ຢ່າພາດ! ຄວາມມັນລໍ້ຖ້າທ່ານໄປສຳພັດ
ຂ່າວບັນເທິງ
2017-10-13T10:54:46+00:00
https://laopost.com/?p=95888
ຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ເສົາໄຟເຢືອງທາງ
ໃນຕອນເຊົ້າວັນທີ 24 ກຸມພາ 2021 ເລີ່ມການຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ. ຕາມການລາຍງານຂອງ ໜັງສືພິມວຽງຈັນໃໝ່ແຈ້ງວ່າ: ພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃນນາມຜູ້ຮັບຜິດຊອບໂຄງການຍົກລະດັບໄຟແສງສະຫວ່າງໃນເທສະບານໃຈກາງຕົວເມືອງ ນວ ແຈ້ງມາຍັງສັງຄົມ ກໍ່ຄືປະຊາຊົນບັນດາເຜົ່າ ຊາບກັນວ່າ: ໂຄງການຍົກລະດັບໄຟແສງສະຫວ່າງໃນເຂດເທສະບານຕົວເມືອງ ນວ ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ມູນຄ່າ 300 ລ້ານຢວນ ໂຄງການເລີ່ມລົງມືຈັດຕັ້ງ ວັນທີ 12 ກັນຍາ ແລະ ສຳເລັດໂດຍພື້ນຖານ ສາມາດເປີດນຳໃຊ້ຢ່າງເປັນທາງການ ວັນທີ 27 ພະຈິກ 2020 ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວໃນໂອກາດສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ ແລະ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ແຕ່ໂຄງການດັ່ງກ່າວຈະສຳເລັດ100% ວັນທີ 25 ກຸມພາ 2021 ແລະ ມີແຜນຈັດພິທີມອບຮັບວັນທີ 26 ມີນາ 2021. ໃນໄລຍະສະເຫຼີມສະຫຼອງຜົນສຳເລັດໂຄງການດັ່ງກ່າວ ລະຫວ່າງວັນທີ 25 ກຸມພາ ຫາວັນທີ 26 ມີນາ 2021 ສອງຝ່າຍລາວ-ຈີນ ມີຄວາມຈຳເປັນຕ້ອງໄດ້ຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນໃສ່ເສັ້ນທາງໃດໜຶ່ງໃນ 7ເສັ້ນທາງຂອງໂຄງການ ແລະ ໄດ້ເຫັນດີເລືອກເອົາຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ. ໂດຍສັນຍະລັກການຮ່ວມມືນີ້ ປະກອບມີສັນຍະລັກດອກຈຳປາ ທີ່ສະແດງເຖິງຄວາມເປັນເອກະລັກຂອງຊາດລາວ ແລະວັດທະນະທຳລາວ ທີ່ໄດ້ປະດັບໃສ່ເສົາໄຟເຍືອງທາງຢ່າງສະຫງ່າງາມ ແລະ ສັນຍະລັກທີ່ເປັນຂອດຈີນສີແດງ ສະແດງເຖິງເອກະລັກຂອງຊາດຈີນ ມີຄວາມໝາຍແຫ່ງຄວາມເປັນສິລິມຸງຄຸນ ຄວາມສາມັກຄີຮັກແພງ ທັງສອງສັນຍະລັກນີ້ຈະຕິດໃສ່ເສົາໄຟເຍືອງທາງແບບສະຫຼັບຕົ້ນກັນໄປຕາມຖະໜົນເຈົ້າຟ້າງຸ່ມ. ດັ່ງນັ້ນ ຈຶ່ງແຈ້ງມາຍັງສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຮັບຊາບ ແລະ ເຂົ້າໃຈຄວາມເປັນມາ ແລະ ຄວາມໝາຍຂອງການຕິດຕັ້ງສັນຍະລັກດັ່ງກ່າວນີ້ດ້ວຍ.
ຂ່າວພາຍໃນ
2021-02-24T10:31:16+00:00
https://laopost.com/?p=123234
ສິງ ທຸ່ມເງິນ 200 ລ້ານປອນດ໌ ເພື່ອດືງ ເມສຊີ ມາຮ່ວມທີມ
ສື່ອັງກິດອອກຂ່າວວ່າ ເຊລຊີ ພ້ອມລ່າຕົວ ລີໂອເນລ ເມສຊີ ຈາກ ບາຣ໌ເຊໂລນ່າ ດ້ວຍເງິນ 200 ລ້ານປອນດ໌ ເຜີຍເປັນຄວາມປະສົງຂອງທ່ານ ໂຣມັນ ອົບຣາໂມວິຊ ແດລີ ສະຕາຣ໌ ສື່ດັ່ງຂອງອັງກິດ ອອກຂ່າວເມື່ອວັນທີ 3 ມັງກອນ ທີ່ຜ່ານມາ ທີມເຊລຊີ ສະໂມສອນຈ່າຝຸງພຣີມຍລີກ ອັງກິດ ອາກຈະທຸ່ມເງິນຈໍານວນມະຫາສານເຖິງ 200 ລ້ານປອນດ໌ ເພື່ອຂໍຊື່ຕົວ ລີໂອເນລ ເມສຊີ ຍອດກອງໜ້າຊາວ ອາເຈນຕີນ່າ ຂອງ ບາຣ໌ເຊໂລນ່າ ສະໂມສອນຍັກໃຫຍ່ ລາລີກາ ສະເປນ ພາຍໃນເດືອນນີ້ ເຊລຊີ ຕົກເປັນຂ່າວທີ່ກ່ຽວກັບ ເມສຊີ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າບໍ່ດົນມານີ້ ກຸນຊື ໂຊເຊ່ ມູຣິນໂຢ ອອກມາແກ່ຂ່າວລືດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ພ້ອມກັບອ້າງວ່າເຊລຊີ ບໍ່ມີໂອກາດໄດ້ເຊັນສັນຍາກັບດາວເຕະເຈົ້າຂອງບັນລົງດໍຣ໌ 4 ສະໄໝຢູ່ແລ້ວ ຢ່າງໃດກໍ່ຕາມລ່າສຸດ ແດລີ ສະຕາຣ໌ ລາຍງານວ່າ ໂຣມັນອົບຣາໂມວິຊ ເຈົ້າຂອງສະໂມສອນເຊລຊີ ຕ້ອງການທີ່ຈະຄວ້າຕົວ ສະຕາຣ໌ ທີມຊາດອາເຈນຕີນ່າ ໄວ 27 ປີ ມາຮ່ວມທີມໃນຖິ່ນ ສະແຕມຟອຣ໌ດ ບຣິດຈ໌ ໃຫ້ໄດ້ ແລະ ກໍ່ອາດຈະມີການຍື່ນເງິນລະດັບ 200 ລ້ານປອນດ໌ ໄປສະເໜີຕໍ່ ບາຣ໌ຊ່າ ພາຍໃນເດືອນນີ້ ທັງນີ້ ເມສຊີ ລົງຫຼິ້ນໃຫ້ບາຣ໌ເຊໂລນ່າ ໄປແລ້ວທັງໝົດ 447 ນັດ ສັດປະຕູໄດ້ 377 ປະຕູ ນັບຕັ້ງແຕ່ເລື່ອນຂຶ້ນສູ່ທີມຊຸດໃຫຍ່ ເມື່ອປີ 2004 >>http://www.siamsport.co.th/football/premierleague/view.php?code=150104061331
ຂ່າວຕ່າງປະເທດ
2015-01-04T09:13:39+00:00
https://laopost.com/?p=17027
ແຜ່ນດິນໄຫວ 7.4 ຢູ່ປາປົວນິວກີນີ! ມີເຕືອນໄພສຶນາມິ ລັດສະໝີ 300 ກິໂລແມັດ!
ເກີດເຫດແຜ່ນດິນໄຫວ ຂະໜາດ 7.4 ຢູ່ນອກຊາຍຝັ່ງເກາະປາກົວນິວກີນີ ມີປະກາດເຕືອນໄພຄື່ນຍັກສຶນາມິ ຕະຫລອດແນວຊາຍຝັ່ງພາຍໃນລັດສະໝີ 300 ກິໂລແມັດ. ສຳນັກຂ່າວຕ່າງປະເທດ ລາຍງານໃນເວລາ 10:25 ໂມງ ຂອງມື້ນີ້ (5 ພຶດສະພາ) ວ່າ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 7.4 ແມັກນິຈູດ ຫ່າງຈາກເມືອງຣາບາອູນ ທາງຕອນໃຕ້ ນອກຊາຍຝັ່ງປະເທດປາປົວນິວກີນີ ປະມານ 150 ກິໂລແມັດ ທີ່ລະດັບຄວາມເລິກ 63 ກິໂລແມັດ ແລະ ໄດ້ມີຄຳສັ່ງປະກາດເຕືອນໄພຄື່ນຍັກສຶນາມິ ໃນລັດສະໝີ 300 ກິໂລແມັດ ອ້ອມຮອບສູນກາງແຜ່ນດິນໄຫວ ໂດຍໃນເບື້ອງຕົ້ນ ຍັງບໍ່ທັນມີລາຍງານຄວາມເສຍຫາຍ ຫລື ຜູ້ເສຍຊີວິດ ແລະ ບາດເຈັບແຕ່ຢ່າງໃດ. ທັງນີ້ ສູນເຕືອນໄພສຶນາມິແຫ່ງປາຊີຟິກໄດ້ຄາດວ່າ ຂະໜາດຂອງສຶນາມິໃນຄັ້ງນີ້ ບໍ່ໜ້າຈະຮຸນແຮງ ຫລື ໄປໄກເຖິງໝູ່ເກາະຮາວາຍ ຂອງສະຫະລັດອາເມຣິກາແຕ່ຢ່າງໃດ.
ຂ່າວຕ່າງປະເທດ
2015-05-05T14:18:49+00:00
https://laopost.com/?p=25085
ສຳເລັດພິທີລົງນາມກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V
ສຳເລັດພິທີລົງນາມ ວ່າດ້ວຍການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ຢູ່ທີ່ແຂວງບໍລິຄຳໄຊ (ສປປ ລາວ) ແລະ ແຂວງບຶງການ (ຣາຊະອານາຈັກໄທ) ຊຶ່ງຈັດຂຶ້ນໃນວັນທີ 14 ມິຖຸນາ 2019. ຕາງໜ້າຝ່າຍລາວໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ ມີທ່ານເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂະນະທີ່ຕາງໜ້າຝ່າຍໄທໂດຍທ່ານລັດຖະມົນຕີກະຊວງຄົມມະນາຄົມ ມີທ່ານທູດໄທປະຈຳ ສປປ ລາວ ພ້ອມດ້ວຍເຈົ້າແຂວງບຶງການ. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວທ້ອງຖິ່ນ
2019-06-14T15:09:18+00:00
https://laopost.com/?p=115237
ປີໂຕຣເທຣດ ເຊື່ອໝັ້ນ ຕລຊລ ຄືແຫລ່ງທຶນ ຂະຫຍາຍທຸລະກິດຮອງຮັບ ເອອີຊີ
ທ່ານ ຈັນທອນ ສິດທິໄຊ ປະທານອຳນວຍການບໍລິສັດປີໂຕຣລ້ຽມ ເທຣດດິງລາວ ຈຳກັດ ໄດ້ໃຫ້ຮູ້ກ່ຽວກັບຜົນການດຳເນີນທຸລະກິດຂອງບໍລິສັດຕົນພາຍຫລັງເຂົ້າຈົດ ທະບຽນໃນຕະຫລາດຫລັກຊັບລາວ(ລຕຊລ) ເມື່ອທ້າຍປີ 2014 ຜ່ານມາ ແລະ ໄດ້ອອກຂາຍຮຸ້ນໄປແລ້ວ 60 ລ້ານຮຸ້ນເທົ່າກັບ 25% ຂອງຈຳນວນຮຸ້ນທັງ ໝົດໃນລາຄາ 4.000 ກີບຕໍ່ຮຸ້ນວ່າ: ສາເຫດທີ່ເຮັດໃຫ້ປີໂຕຣເທຣດ ຕັດສິນໃຈ ເຂົ້າຈົດທະບຽນໃນ ຕລຊລ ສ່ວນໜຶ່ງແມ່ນຍ້ອນຕ້ອງການປັບຕົວເພື່ອຮອງຮັບການ ເປີດປະຊາຄົມເສດຖະກິດອາຊຽນ(AEC)ໃນປີ 2015ນີ້,ບໍລິສັດຈຶ່ງຕ້ອງການລະດົມທຶນເພື່ອນຳໄປຂະຫຍາຍ ກິດຈະ ການ ແລະ ປັບປຸງໂຄງສ້າງບໍລິສັດໃຫ້ທັນສະໄໝຂຶ້ນ ແລະ ສາມາດແຂ່ງຂັນກັບຕ່າງປະເທດທີ່ຈະເຂົ້າ ມາລົງ ທຶນໃນປະເທດ ລາວໄດ້,ເຊິ່ງໃນອະນາຄົດຖ້າຫາກທຸລະກິດຂອງປີໂຕຣເທຣດເຕີບໃຫຍ່ຢ່າງຕໍ່ເນື່ອງບໍລິສັດອາດຈະຂະຫຍາຍຕະຫລາດໄປ ຍັງຕ່າງປະເທດນຳອີກ. ທ່ານ ຈັນທອນ ກ່າວວ່າ: ມີຫລາຍແນວຄວາມຄິດທີ່ວ່າ: ການເຂົ້າຈົດທະບຽນໃນ ຕລຊລ ຄືການເຂົ້າໄປແບ່ງປັນ ຮຸ້ນໃຫ້ນັກລົງທຶນລາຍອື່ນ, ແຕ່ສຳລັບຂ້າພະເຈົ້າຄິດວ່າ: ມັນບໍ່ແມ່ນ,ຖ້າຫາກເບິ່ງໃນມຸມມອງຂອງອົງການເປັນ ຫລັກບໍລິຈັດຈຳເປັນຕ້ອງມີທຶນມະຫາສານເພື່ອຊຸກຍູ້ ແລະ ສົ່ງເສີມບໍລິສັດໃຫ້ສາມາດແຂ່ງຂັນກັບຕ່າງປະ ເທດທີ່ຈະເຂົ້າມາລົງທຶນຫລັງຈາກເປີດ AEC ແລະ ເຖິງວ່າບໍລິສັດຈະອອກໄປລົງທຶນຢູ່ຕ່າງປະເທດກໍຕ້ອງ ໃຊ້ເງິນທຶນເຊັ່ນດຽວກັນ. ສະນັ້ນ ຖ້າຫາກມີນັກລົງທຶນມາຮ່ວມຖືຮຸ້ນແລ້ວເຮັດໃຫ້ປະລິມານການຊື້ຂາຍເພີ່ມຂຶ້ນສາມາດ ຂະຫຍາຍກິດຈະການໃຫ້ເຕີບໃຫຍ່ໄດ້ອີກ 3 – 5 ເທົ່າຂ້າພະເຈົ້າຄິດວ່າມັນເປັນສິ່ງທີ່ຄຸ້ມຄ່າຫລາຍໃນການເຂົ້າຈົດທ ະບຽນໃນ ຕລຊລ. ໃນແຜນທຸລະກິດໄລຍະ 3-5 ປີ, ປີໂຕຣເທຣດກຽມຕົວເອງຈາກຜູ້ນຳເຂົ້ານ້ຳມັນໄປສູ່ ການເປັນຜູ້ຄ້າ, ພາຍຫລັງລັດຖະບານໄດ້ມີນະໂຍບາຍຫັນປ່ຽນວິກິດເປັນໂອກາດຈາກປະເທດທີ່ບໍ່ມີຊາຍແດນຕິດທະເລໄປສູ່ປະເທດທີ່ເປັນຈຸດຍຸດທະສາດທີ່ສຳຄັນ ໃນການເຊື່ອມໂຍງບັນດາປະເທດລຸ່ມແມ່ນ້ຳຂອງ (Land Locked to Land Linked Country) ເຊິ່ງເສັ້ນທາງການຄ້າຂາຍ ແລະ ຂົນສົ່ງໃນບັນດາປະເທດ, ການສັນຈອນຜ່ານລາວແມ່ນສະດວກກວ່າເສັ້ນທາງອື່ນເຮັດໃຫ້ບໍລິສັດເຫັນໂອກາດໃນການຂະຫຍາຍທຸລະກິດຂອງຕົນໄປຍັງຕ່າງປະເທດ, ເຊິ່ງເງິນທີ່ລະດົມມານີ້ຈະຊ່ວຍເພີ່ມກຳລັງການຊື້ ແລະ ປະສິດທິພາບໃນການແຂ່ງຂັນໃຫ້ບໍລິສັດ. ທ່ານ ຈັນທອນ ກ່າວວ່າ: ມູນຄ່າການລະດົມທຶນຖ້າໜ້ອຍກໍຄົງຈະບໍ່ພໍໃນການຂະຫຍາຍຕົວ ແລະ ລະດົມທຶນຜ່ານຕະຫລາດເງິນໜ້າຈະດີກວ່າ, ເພາະພາບພົດຂອງບໍລິສັດສາມາດຂໍກູ້ນຳທະນາຄານທຸລະກິດໄດ້ຢູ່ແລ້ວພ້ອມດ້ວຍດອກເບ້ຍທີ່ສົມເຫດສົມຜົນ, ແຕ່ໃນຄັ້ງນີ້ ເຮົາລະດົມທຶນຜ່ານຕະຫລາດທຶນ ຫລື ຕະຫລາດຫລັກຊັບເພາະຫວັງຈະໄດ້ເງິນຈຳນວນໃຫຍ່ຂຶ້ນເພື່ອຂະຫຍາຍປ້ຳນ້ຳມັນອີກຫລາຍສິບແຫ່ງບວກກັບແຜນທຸລະກິດຂະຫຍາຍຕົວ 5 ປີຈະຜັນທຸລະກິດຈາກການເຮັດປ້ຳນ້ຳມັນ, ຂາຍສົ່ງ, ຂາຍໃຫ້ໂຄງການໄປສູ່ການເປັນຜູ້ຄ້າລາຍໃຫຍ່, ເຊິ່ງແຜນການຂະຫຍາຍທຸລະກິດໃນປີນີ້ແມ່ນຈະສ້າງປ້ຳນ້ຳມັນຂຶ້ນປະມານ 20 ແຫ່ງ, ໃນນັ້ນປ້ຳຂະໜາດໃຫຍ່ບໍລິມາດບັນຈຸ 4 ແສນລິດມີ 8 ແຫ່ງ ແລະ ຄາດວ່າໃນປີໜ້າຈະຂະຫຍາຍປ້ຳນ້ຳມັນຂຶ້ນອີກປະມານ 40-50 ແຫ່ງທົ່ວປະເທດ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2015-06-18T11:44:30+00:00
https://laopost.com/?p=28416
ສປປ ລາວ ກຽມເຈລະຈາຄັ້ງທີ 2 ກັບສະຫະພາບເອີຣົບ ສົ່ງເສີມການຄ້າໄມ້ຖືກກົດໝາຍ
ຂປລ. ບັນດາຕົວແທນຈາກພາກລັດ, ອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງອຸດສາຫະກຳປຸງແຕ່ງໄມ້ ໄດ້ເຂົ້າກອງປະຊຸມວິຊາການ ເຊິ່ງຈັດຂຶ້ນ ໃນວັນທີ 2 ສິງຫາ 2017 ນີ້ ຢູ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື ແລະ ກະກຽມໃນການເຈລະຈາເປັນຄັ້ງທີ 2 ກັບສະຫະພາບເອີຣົບ ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ, ພາຍໃຕ້ແຜນງານການຈັດຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລາວ-ສະຫະພາບເອີຣົບ ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ກ່າວວ່າ: ຜ່ານມາຂະແໜງການທີ່ກ່ຽວຂ້ອງ ກັບວຽກງານປ່າໄມ້ຂອງລາວ ໄດ້ມີຄວາມຄືບໜ້າໃນການປັບປຸງ ນິຍາມໄມ້ທີ່ຖືກກົດໝາຍ ເພື່ອເປັນບາດກ້າວສຳຄັນ ທີ່ຈະກ້າວເຂົ້າສູ່ຕະຫລາດ ສະຫະພາບເອີຣົບ ເຊິ່ງເປັນຂອດທີ່ຈຳເປັນ ເພາະອີງຕາມລະບຽບກົດໝາຍ ແມ່ນຫ້າມນຳເຂົ້າ ແລະ ຂາຍໄມ້ທີ່ຜິດກົດໝາຍ ໃນຕະຫລາດສະຫະພາບເອີຣົບ. ສະນັ້ນ ນິຍາມທີ່ຖືກຕ້ອງຕາມກົດໝາຍ ຈະສະແດງໃຫ້ເຫັນເຖິງການຄຸ້ມຄອງປ່າໄມ້ທີ່ດີ ແລະ ການບໍລິຫານຈັດການໄມ້ແບບຍືນຍົງ ເຊິ່ງຈະສົ່ງຜົນດີຕໍ່ການເພີ່ມຂຶ້ນຂອງເນື້ອທີ່ປົກຫຸ້ມປ່າໄມ້ ໃນລາວໃຫ້ໄດ້ເຖິງ 70% ດັ່ງທີ່ໄດ້ລະບຸໄວ້ ໃນແຜນຍຸດທະສາດປ່າໄມ້ ປີ 2020. ພາຍໃຕ້ແຜນງານການຈັດຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງສອງຝ່າຍ ໂດຍສະເພາະແມ່ນ ການປັບປຸງວຽກງານການເຄື່ອນຍ້າຍຂອງໄມ້ ໃນບັນດາແຂວງທົດລອງຕ່າງໆແມ່ນຈະຊ່ວຍບັນລຸເປົ້າໝາຍໂດຍລວມ ຂອງຄໍາສັ່ງເລກທີ 15/ນຍ ອີກດ້ວຍ. ທ່ານ ຊູຊາດ ໄຊຍະກຸມມານ ກ່າວອີກວ່າ: ແຜນງານດັ່ງກ່າວ ໄດ້ຮັບການລິເລີ່ມໂດຍລັດຖະບານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ທີ່ມີເປົ້າໝາຍໃນການສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຫລຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ໃນປະເທດລາວ.ສຳລັບຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ເຊິ່ງເປັນຂໍ້ຕົກລົງການຄ້າສອງຝ່າຍລະຫວ່າງ ສະຫະພາບເອີຣົບ ແລະ ປະເທດທີ່ຜະລິດໄມ້ເພື່ອສົ່ງອອກ, ເປົ້າໝາຍສຳຄັນແມ່ນແກ້ໄຂການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ. ແຫລ່ງຂ່າວ: ຂປລ
ຂ່າວພາຍໃນ
2017-08-02T15:38:40+00:00
https://laopost.com/?p=93289
ຈີນ ຜະລິດເຮືອບັນທຸກຍົນຮົບເອງເປັນຄັ້ງທຳອິດ
ເອເອຟພີລາຍງານ ເມື່ອວັນທີ 26 ເມສາ 2017 ວ່າ ຈີນເລີ່ມເດີນເຮືອບັນທຸກຍົນຮົບທີ່ອອກແບບ ແລະຜະລິດໄດ້ເອງໃນປະເທດເປັນຄັ້ງທຳອິດ ເພື່ອປ່ຽນຜ່ານກອງທັບເຮືອສູ່ກອງກຳລັງທີ່ມີສັກກະຍາພາບໃນການປົກປ້ອງພື້ນທີ່ທາງທະເລ ເຮືອລຳນີ້ ເປັນເຮືອຊະນິດ 001A ຂົນສົ່ງຈາກບ່ອນເກັບເຮືອ ປ່ອຍສູ່ນ່ານນໍ້າ ທີ່ທ່າເຮືອຕ້າຫຼຽນ ທາງຕາເວັນອອກສຽງເໜືອຂອງປະເທດ ເຮືອສາມາດບັນຈຸໄດ້ 50,000 ໂຕນ ໃຊ້ການຂັບເຄື່ອນທຳມະດາຫຼາຍກວ່າການໃຊ້ພະລັງງານນິວເຄຣຍ ຄາດວ່າຈະສາມາດບັນທຸກເຮືອຮົບເຈ -15 ຄູ່ກັບຍົນລໍາອື່່ນໆ ຈີນມີນະໂຍບາຍ ກອງທັບເຮືອໃຫ້ມີຄວາມທັນສະໄໝ ປະເທດຂະຫຍາຍອຳນາດທາງທະຫານຢ່າງວ່ອງໄວ ລວມເຖິງສັກກະຍາພາບດ້ານການປ້ອງກັນທາງທະເລ ກອງທັບເຮືອນໍ້າທີ່ໃຊ້ໂຈມຕີ ລະບົບຕໍ່ຕ້ານເທິງເຮືອຮົບຂັ້ນສູງສະໄໝໃໝ່ ເຊິ່ງປ້ອງກັນເຮືອສັດຕູເຂົ້າໃກ້ຊາຍຝັ່ງ ທ່ານ ສີຈິ້ນຜິງ ປະທານາທິບໍດີໄດ້ເວົ້າວ່າ ທັງໝົດຕ້ອງເຮັດໃຫ້ສຳເລັດເພື່ອພັດທະນາ ສັກກະຍາພາບການສູ້ຮົບຂອງປະເທດ ຈີນຈຶ່ງຈະສູ້ຮົບຊະນະໄດ້ ນັກວິເຄາະມອງວ່າ ການປ່ອຍເຮືອບັນທຸກ ເຄື່ອງບິນດັ່ງກ່າວເປັນເຫດການເຊີງສັນຍະລັກ ໃນພູມິພາກທີ່ມີການທ້າທາຍ ແຕ່ເປັນໄພຄຸກຄາມພຽງເລັກໜ້ອຍຕໍ່ເຮືອບັນທຸກເຄື່ອງບິນສະຫະລັດທີ່ກ້າວໜ້າກວ່າ
ຂ່າວຕ່າງປະເທດ
2017-04-27T09:29:46+00:00
https://laopost.com/?p=89220
ອຸບັດຕິເຫດປີໃຫມ່ລາວມື້ທຳອິດຢູ່ນະຄອນຫຼວງ
ອີງຕາມການລາຍງານເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມື້ທຳອິດຂອງການສະເຫຼີມສະຫຼອງປີໃຫມ່ລາວ ພສ 2565 ກໍຄືວັນທີ 14 ເມສາ 2022 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 8 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ, ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ເຈັບສົມຄວນ 2 ແລະ ບາດເຈັບສາຫັດ 1 ຄົນ; ພາຫະນະເປ່ເພເລັກນ້ອຍ 5 ຄັນ, ເປ່ເພສົມຄວນ 7 ຄັນ, ໃຊ້ການບໍ່ໄດ້ 2 ຄັນ. ອຸບັດຕິເຫດທີ່ເກີດຂຶ້ນ ຍ້ອນດື່ມສິ່ງມຶນເມົາ, ຂັບລົດໄວເກີນນຳນົດ. ຂໍ້ມູນ:ໜັງສືພິມຄວາມສະຫງົບ
ຂ່າວພາຍໃນ
2022-04-15T14:50:33+00:00
https://laopost.com/?p=133166
ເອີຣົບຕົກລົງຈະຫ້າມບໍ່ໃຫ້ຈຳໜ່າຍ ລົດທີ່ໃຊ້ນ້ຳມັນເຊື້ອໄຟໃນປີ 2035
ອີງຕາມການລາຍງານຈາກ CRI ໃນວັນທີ 8 ມິຖຸນາທີ່ຜ່ານມາ ສະພາເອີຣົບໄດ້ລົງຄະແນນສຽງ ແລະຮັບຮອງເອົາຍັດຕິນິຕິບັນຍັດທີ່ຄະນະກຳມາທິການສະຫະພາບເອີຣົບສະເໜີໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ, ບໍ່ເຫັນດີ 249 ສຽງ ແລະບໍ່ອອກສຽງ 24 ສຽງ ໂດຍໄດ້ຕົກລົງວ່າ: ຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນສະຫະພາບເອີຣົບເມື່ອຮອດປີ 2035 ເຊິ່ງຈະສາມາດຮັບປະກັນໃຫ້ສະຫະພາບເອີຮົບບັນລຸເປົ້າໝາຍການປອດການປ່ອຍອາຍພິດເຮືອນແກ້ວໃນປີ 2050. ແຕ່ຍັດຕິສະບັບດັ່ງກ່າວ ຍັງຕ້ອງຜ່ານການອະນຸມັດທີ່ເປັນເອກະພາບກັນຈາກລັດຖະບານປະເທດສະມາຊິກສະຫະພາບເອີຣົບກ່ອນ.
ຂ່າວຕ່າງປະເທດ
2022-06-10T09:53:21+00:00
https://laopost.com/?p=134699
ຜູ້ໂດຍສານງົງ! ເຮືອບິນແອຣ໌ເອເຊຍ ພາໄປລົງຈອດຜິດປະເທດ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍາຜ່ານມານີ້ວ່າ ເຮືອບິນຂອງສາຍການບິນແອຣ໌ເອເຊຍ ໄດ້ພາຜູ້ໂດຍສານ ຈຳນວນ 212 ຄົນ ບິນໄປລົງເປົ້າໝາຍຜິດປະເທດ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 10 ມີນາ 2015 ຜ່ານມາ ແຕ່ເລື່ອງດັ່ງກ່າວນີ້ ຫາກໍຖືກເປີດເຜີຍອອກ ຊຶ່ງສາເຫດຍ້ອນນັກບິນໄດ້ລະບຸພິກັດເປົ້າໝາຍ ບໍ່ຖືກຕ້ອງຕາມຈຸດໝາຍປາຍທາງ. ເຫດການດັ່ງກ່າວນີ້ ເກີດຂຶ້ນໃນລະຫວ່າງເຮືອບິນຂອງສາຍການບິນ ແອຣ໌ເອເຊຍ ຊຶ່ງອອກເດີນທາງຈາກນະຄອນຊິດນີ ປະເທດອົດສະຕາລີ ໂດຍມີຈຸດໝາຍໄປລົງປະເທດມາເລເຊຍ, ຂະນະນັ້ນ ນັກບິນໄດ້ລະບຸຕຳແໜ່ງຈຸດພິກັດປາຍທາງຜິດພາດເປັນ 01519.8 ຕາເວັນອອກ ແທນທີ່ຈະຕ້ອງເປັນ 15109.8 ຕາເວັນອອກ ສົ່ງຜົນເຮັດໃຫ້ໄລຍະທາງບໍ່ຖືກຕ້ອງ ຊຶ່ງກວ່ານັກບິນຈະຮູ້ສຶກຕົວ ເຮືອບິນລຳດັ່ງກ່າວກໍຢູ່ເທິງອາກາດແລ້ວ ໃນເວລາດັ່ງກ່າວ ນັກບິນໄດ້ພະຍາຍາມປ່ຽນແປງຈຸດພິກັດຄືນໃໝ່ ແຕ່ຫາກບໍ່ສຳເລັດ ສົ່ງຜົນເຮັດໃຫ້ເຮືອບິນລຳດັ່ງກ່າວ ຈຳເປັນຕ້ອງໄດ້ລົງຈອດທີ່ສະໜາມບິນເມວເບີນ ຂອງອົດສະຕາລີແທນ ສ້າງຄວາມມຶນງົງໃຫ້ແກ່ຜູ້ໂດຍສານ ແລະ ເຮັດໃຫ້ການເດີນທາງຂອງຖ້ຽວບິນດັ່ງກ່າວ ແກ່ຍາວເວລາໄປອີກຫລາຍຊົ່ວໂມງ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-09-09T09:36:33+00:00
https://laopost.com/?p=71489
ຈັນທະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 100 ລ້ານກີບ
ຫ້ອງວ່າການປົກຄອງເມືອງຈັນທະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈຳກັດ ວັນທີ 9 ທັນວາ 2014 ໂດຍກ່າວມອບແມ່ນທ່ານ ສີສົມບັດ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈຳກັດ ແລະ ກ່າວຮັບ ໂດຍທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ມີທ່ານຮອງເຈົ້າເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຄອມພີວເຕີ Desktop ຈຳນວນ 6 ໜ່ວຍ ຄອມພີວເຕີ Laptop ຈຳນວນ 3 ໜ່ວຍ iPad Air 2 ຈຳນວນ 1 ໜ່ວຍ ໂຕະເຮັດວຽກ 4 ຊຸດ ແລະ ເງິນຈຳນວນໜຶ່ງ ລວມມູນຄ່າທັງໝົດ 100 ລ້ານ ກີບ ທັງນີ້ ເພື່ອເປັນການປະກອບສ່ວນອຳນວຍຄວາມສະດວກ ໃນການເຮັດວຽກງານໃຫ້ສະດວກຂຶ້ນ ຈາກນັ້ນ ທ່ານເຈົ້າເມືອງກໍ່ໄດ້ສະແດງຄວາມຂອບໃຈ ມາຍັງບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າໃນໂອກາດໜ້າ ຈະໄດ້ໃຫ້ການຊ່ວຍເຫຼືອຕື່ມອີກ ເຊິ່ງເຄື່ອງດັ່ງກ່າວນີ້ ແມ່ນຈະໄດ້ ປະກອບເຂົ້າໃຫ້ແຕ່ລະໜ່ວຍງານຂອງເມືອງ. ແຫລ່ງຂ່າວ: ວຽງຈັນໃໝ່
ຂ່າວທ້ອງຖິ່ນ
2014-12-11T11:36:18+00:00
https://laopost.com/?p=15180
ພົບສົບຄົນໂດດນ້ຳທີ່ຂົວປາກເຊ ຫຼັງການໂພສອຳລາພໍ່ແມ່ໃນເຟສບຸກ
ພົບສົບຄົນໂດດນ້ຳເສຍຊີວິດທີ່ຂົວປາກເຊ ພາຍຫຼັງທີ່ໂພສອຳລາຄອບຄົວກ່ອນຈົບຊີວິດດ້ວຍການໂດດນ້ຳ. ໃນວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ໄດ້ມີການລາຍງານຂ່າວວ່າ ມີຄົນໂດດຂົວຂ້າມນ້ຳຂອງ ຢູ່ນະຄອນປາກເຊ ໂດຍມີປະຊາຊົນບໍລິເວນນັ້ນເຫັນເຫດການ ເຊິ່ງຫຼາຍຄົນກໍໄດ້ຕິດຕາມສະຖານະການ. ຕໍ່ມາຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດ ມີອາຍຸ 18 ປີ ອາໄສຢູ່ບ້ານທົ່ງ ນະຄອນປາກເຊ ແຂວງຈຳປາສັກ ໄດ້ໂພສອຳລາພໍ່ແມ່ ແລະ ຄອບຄົວຜ່ານສະຕໍລີ່ໃນເຟສບຸກ. ພໍຕົກມາຮອດວັນທີ 25 ມິຖຸນາ 2023 ທາງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ກໍພົບສົບຜູ້ເສຍຊີວິດ. ທັ້ງນີ້ ຍັງບໍ່ຮູ້ສາເຫດຂອງການຈົບຊີວິດຂອງຜູ້ກ່ຽວແຕ່ຢ່າງໃດ.
ຂ່າວພາຍໃນ
2023-06-26T10:29:05+00:00
https://laopost.com/?p=145567
ຜິດຖຽງກັນ! ພໍ່ໃຊ້ປືນແກັບຍິງລູກຊາຍສາຫັດ ຕຳຫລວດຄາດຂັດຜົນປະໂຫຍດຢາເສບຕິດ!
ເມື່ອວັນທີ 30 ພະຈິກທີ່ຜ່ານມາ ຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເກີດເຫດພໍ່ອາຍຸ 60 ປີ ຜິດຖຽງ ກັບລູກຊາຍ ແລ້ວເກີດຄວາມໂມໂຫໃຊ້ປືນແກັບຍິງລູກຕົນເອງຈົນໄດ້ຮັບບາດເຈັບສາຫັດ ແລ້ວໄປກ່ຽວເຂົ້າຢູ່ທົ່ງນາ ຢ່າງເມີນເສີຍ ປະລູກນອນເຈັບຈົມກອງເລືອດ ຈົນເຈົ້າໜ້າທີ່ຕຳຫລວດເມືອງທຸລະຄົມ ໄດ້ນຳຕົວຜູ້ກ່ຽວສົ່ງໂຮງໝໍ. ຜ່ານການສືບສວນ- ສອບສວນປະຊາຊົນຢູ່ເຂດໃກ້ຄຽງຈຶ່ງຮູ້ວ່າ ຜູ້ກໍ່ເຫດແມ່ນ ທ້າວ ຕຽງ ອາຍຸ 60 ປີ ເປັນພໍ່ຄີງຂອງ ຜູ້ກ່ຽວເອງ ຈາກນັ້ນກໍຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ. ທ້າວ ຕຽງ ຮັບສາລະພາບວ່າ ໄດ້ໃຊ້ປືນແກັບຍິງລູກຊາຍຂອງຕົນເອງແທ້ ຍ້ອນຄວາມຄຽດຈາກການຜິດຖຽງກັນເປັນ ປະຈຳ, ເຈົ້າໜ້າທີ່ຕຳຫລວດເມືອງທຸລະຄົມໃຫ້ຮູ້ອີກວ່າ ຜ່ານມາພໍ່ລູກຄູ່ນີ້ມີການຜິດຖຽງກັນເປັນປະຈຳ ແລະ ສາເຫດ ອາດແມ່ນຍ້ອນຜົນປະໂຫຍດທີ່ພົວພັນກັບຢາເສບຕິດ ໂດຍທັງສອງມີລັກສະນະທັງເສບທັງຂາຍ ປັດຈຸບັນຄະດີດັ່ງ ກ່າວພວມຢູ່ໃນການດຳເນີນຂັ້ນຕອນຕາມກົດໝາຍ. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-12-09T10:13:28+00:00
https://laopost.com/?p=15032
ປກສ ຈະຈໍາກັດນັກທ່ອງທ່ຽວ ແລະ ພາຫະນະນໍາທ່ຽວ
ທ່ານ ພົຕ ກົງທອງ ພົງວິຈິດ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ VIII ຈະຈໍາກັດຄົນຕ່າງປະເທດທີ່ນໍາພານັກທ່ອງທ່ຽວໄປທ່ອງທ່ຽວດ້ວຍຕົນເອງ ແລະ ຍານພາຫະນະນໍາທ່ຽວຕ້ອງເປັນລົດທີ່ໄດ້ຮັບອະນຸຍາດຂົນສົ່ງທ່ອງທ່ຽວເທົ່ານັ້ນ ແລະ ບໍ່ໃຫ້ບໍລິສັດເອົາຄົນຕ່າງຊາດເຂົ້າມາເປັນຜູ້ບໍລິຫານໂດຍບໍ່ໄດ້ຮັບອະນຸຍາດ ເພື່ອຫຼີກລ້ຽງປາກົດການຫຍໍ້ທໍ້ຕ່າງໆ ແລະ ຮັບປະກັນການບໍລິການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີຄວາມສະຫງົບ. ທ່ານ ພົຕ ກົງທອງ ຊີ້ແຈງວ່າ: ຕໍ່ກັບບັນຫາວຽກງານກວດກາຄົນເຂົ້າ-ອອກເມືອງ ໂດຍສະເພາະຄົນຕ່າງປະເທດຈໍານວນໜຶ່ງລັກເຂົ້າມາປະກອບກິດຈະການຂະແໜງການທ່ອງທ່ຽວ ໂດຍບໍ່ມີບັດແຮງງານ ແລະ ໃບອະນຸຍາດພັກເຊົາ. ນອກນັ້ນ, ຜູ້ປະກອບການບາງຈໍານວນບໍ່ລາຍງານແຂກເຂົ້າເຮືອນພັກເຊົາ, ບໍ່ລາຍງານສະພາບເຫດການທີ່ເກີດຂຶ້ນ; ຮັບນັກທ່ອງທ່ຽວທີ່ໃຊ້ປື້ມຜ່ານແດນໄປທ່ອງທ່ຽວຊະຊາຍກາຍເຂດອະນຸຍາດ; ເອົາຄົນຕ່າງປະເທດເຂົ້າມາເປັນຜູ້ບໍລິຫານ, ຜູ້ຈັດການ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລະເມີດຕໍ່ສັນຍາລະຫວ່າງປະເທດ ຮ້າຍໄປກວ່ານັ້ນ, ຍັງມີການລ່ວງລໍ້າເຂົ້າເຂດຫວງຫ້າມ (ເຂດຍຸດທະສາດ) ພານັກທ່ອງທ່ຽວໄປສ້າງກິດຈະກໍາ ແລະ ຍັງມີຜູ້ປະກອບການທ່ອງທ່ຽວຈໍານວນໜຶ່ງຂາຍລາຍການທ່ອງທ່ຽວແລ້ວປ່ອຍໃຫ້ແຂກໄປທ່ຽວດ້ວຍຕົນເອງ ໂດຍບໍ່ມີໄກ້ນໍາທ່ຽວ ແລະ ຍານພາຫະນະນໍາທ່ຽວກໍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ. “ດ້ວຍເຫດນີ້, ປກສ ຈະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ຶອຈໍາກັດການອະນຸຍາດໃຫ້ຄົນຕ່າງປະເທດນໍາພານັກທ່ອງທ່ຽວໄປທ່ອງງທ່ຽວດ້ວຍຕົນເອງໂດຍທີ່ບໍ່ໄດ້ຮັບອະນຸຍາດ ແຕ່ຖ້າພະນັກງານນໍາທ່ຽວທີ່ໄດ້ຜ່ານການເຝິກອົບຮົມມີຈັນຍາບັນ ແລະ ມີບັດທ່ອງທ່ຽວຢ່າງຖືກຕ້ອງ ຈຶ່ງສາມາດໃຫ້ບໍລິການນັກທ່ອງທ່ຽວໄດ້ ສ່ວນຍານພາຫະນະນໍາທ່ຽວຕ້ອງເປັນລົດທີ່ໄດ້ຮັບອະນຸຍາດຂົນສົ່ງທ່ອງທ່ຽວເທົ່ານັ້ນ ເພື່ອຫຼີກລ້ຽງປາກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມປອດໄພທາງດ້ານຊີວິດ, ຊັບສິນ ພ້ອມທັງຮັບປະກັນການບໍລິການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ສິ່ງສໍາຄັນໃຫ້ມີຄວາມປອດໄພສູງ” ພົຕ ກົງທອງ ພົງວິຈິດ ກ່າວ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ ຮູບພາບຈາກ: www.flickr.com
ຂ່າວທ້ອງຖິ່ນ
2018-12-04T10:47:36+00:00
https://laopost.com/?p=107095
ປັອກຕຸຍການໄດ້ແຊ້ມ ເອີໂຣ 2016 ຫຼັງເອົາຊະນະຝຣັ່ງ 1-0
ປັອກຕຸຍການ ປະກາດຄວາມເປັນໃຫຍ່ໃນເອີຣົບ ໄດ້ເປັນແຊ້ມເອີໂຣເທື່ອທຳອິດ ພາຍຫຼັງສູ້ກັບຝຣັ່ງຈົນຈົບ 90 ນາທີ ກໍຍັງບໍ່ມີຝ່າຍໃດຕີໄຂ່ແຕກໄດ້ ຈຳເປັນຕ້ອງຕໍ່ເວລາພິເສດ ແລະແລ້ວ ເອແດ ນັກສັງຫານຈາກທີມປັອກຕຸຍການ ກໍສາມາດຍິງປະຕູຝຣັ່ງໄດ້ ພາຍໃຫ້ທີມປັອກຕຸຍການຄວ້າແຊ້ມບານເອີໂຣ 2016 ໄດ້ສຳເລັດ. ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016 ເສິກຊິງແຊ້ມ ເອີໂຣ 2016
ຂ່າວພາຍໃນ
2016-07-11T09:15:47+00:00
https://laopost.com/?p=64803
“ເວນເກີຣ໌” ເມີນຮັບງານລີກຈີນ ເຫດຍັງຍາກຄຸມທີມຢຸໂຣບຕໍ່
Football Soccer - Arsenal Press Conference - Allianz Arena - 14/2/17 Arsenal manager Arsene Wenger during the press conference Reuters / Michael Dalder Livepic ເວັບໄຊຂ່າວສົດ ລາຍງານເມື່ອວັນທີ 23 ກຸມພາ 2017 ວ່າ ອາຣແຊນ ເວນເກີຣ ຜູ້ຈັດການທີມ “ປືນໃຫຍ່” ອາຣເຊນອລ ປະຕິເສດຂໍ້ສະເໜີງານຄຸມສະໂມສອນໃນລີກຈີນ. ເງິນບໍ່ແມ່ນທຸກຢ່າງ ສຳລັບ ອາຣແຊນ ເວນເກີຣ ຜູ້ຈັດການທີມ “ປືນໃຫຍ່” ອາຣເຊນອລ ແຫ່ງພຣີເມຍລີກ ອັງກິດ ຫຼັງປະຕິເສດຂໍ້ສະເໜີງານຄຸມສະໂມສອນໃນລີກຈີນ ເນື່ອງຈາກຍັງຕ້ອງການຮັບງານກັບຍັກໃຫຍ່ໃນຢຸໂຣບເທົ່ານັ້ນ. ຜູ້ຈັດການທີມຊາວຝຣັ່ງໄວອາຍຸ 67 ປີ ເວນເກີຣ ໄດ້ຄຸມທີມອາຣເຊນອລ ມາດົນກວ່າ 20 ປີ ຕົກເປັນປະເດັນວ່າອາດເຖິງຄາວສິ້ນສຸດເສັ້ນທາງກັບສະໂມສອນແຫ່ງນີ້ ເນື່ອງຈາກແຟນບານເລີ່ມບໍ່ພໍໃຈທີ່ທີມຮັກບໍ່ໄດ້ແຊັມລີກມາດົນ ແລະ ຕົວເວນເກີຣເອງກໍ່ຈະໝົດສັນຍາກັບ “ປືນໃຫຍ່” ເມື່ອລະດູການນີ້ແລ້ວ ເຖິງແມ່ນວ່າ ເວນເກີຣ ຈະຂໍເວລາຈົນຮອດເດືອນ ມີນາ ຫຼື ເມສາ ເພື່ອຕັດສິນໃຈອານາຄົດຂອງຕົນເອງ ແຕ່ລາຍງານລະບຸວ່າ ຜູ້ຈັດການທີມຄົນນີ້ຈະບໍ່ຢ້າຍໄປຮັບເງິນກ້ອນໃຫຍ່ໃນລີກແດນມັງກອນແນ່ນອນ ເນື່ອງຈາກມີຄວາມມຸ່ງໝັ້ນເຮັດທີມໃນລີກຍັກໃຫຍ່ຂອງ ຢຸໂຣບຫຼາຍກວ່າ.
ຂ່າວພາຍໃນ
2017-02-24T11:13:18+00:00
https://laopost.com/?p=85886
“ດູເຕີເຕ” ອາສາທົດລອງວັກຊີນໂຄວິດ-19 ໃຫ້ຣັດເຊຍດ້ວຍຕົວເອງ
ເວັບໄຊ sanook ລາຍງານວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໄດ້ຕັດສິນໃຈຮັບຂໍ້ສະເໜີວັກຊີນຕ້ານໄວຣັດໂຄວິດ-19 ຈາກຣັດເຊຍ ໂດຍອາສາສັກວັກຊີນດັ່ງກ່າວດ້ວຍຕົວເອງໃຫ້ປະຊາຊົນເຫັນເພື່ອສະແດງຄວາມຂອບໃຈ ແລະ ຄວາມເຊື່ອໃຈໃນວັກຊີນຂອງຣັດເຊຍ ພ້ອມສະເໜີຊ່ວຍຣັດເຊຍໃນການທົດລອງທາງຄລິນິກ ແລະ ການຜະລິດວັກຊີນດັ່ງກ່າວໃນປະເທດ. ຟິລິບປິນມີຜູ້ປ່ວຍໂຄວິດ-19 ສະສົມ 136,638ຄົນ ເຊິ່ງຫຼາຍທີ່ສຸດໃນພາກພື້ນອາຊີ ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ຫຼັງຈາກຣັດເຊຍຈົດທະບຽນວັກຊີນຕ້ານເຊື້ອໄວຣັດໂຄວິດ-19 ພາຍໃນວັນທີ 10-12 ສິງຫາທີ່ຜ່ານມາ ເຊິ່ງຣັດເຊຍກາຍເປັນປະເທດທຳອິດຂອງໂລກທີ່ໄດ້ຮັບການອະນຸມັດຢ່າງເປັນທາງການໃນການໃຊ້ວັກຊີນຕ້ານໂຄວິດ-19. ວັກຊີນດັ່ງກ່າວພັດທະນາໂດຍສະຖາບັນວິໄຈ Gamaleya ຂອງຣັດເຊຍ ແລະ ກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍ (Russian Direct Investment Fund ຫຼື RDIF) ນັ້ນ, ອາດຈະໄດ້ຮັບອະນຸມັດໃຫ້ນຳມາໃຊ້ກັບປະຊາຊົນໄດ້ພາຍໃນໄລຍະເວລາ 3-7 ວັນ ຫຼັງຈາກວັກຊີນດັ່ງກ່າວໄດ້ຮັບການຈົດທະບຽນ. ຮຽບຮຽງຂ່າວ: ພດສະດີ
ຂ່າວຕ່າງປະເທດ
2020-08-13T09:04:36+00:00
https://laopost.com/?p=120815
ເອີຣົບສະເໜີແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ
ຄະນະກຳມະທິການເອີຣົບ ສະເໜີແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ ເພື່ອຫຼຸດງົບປະມານໃນການເຮັດສົງຄາມຂອງມອສໂກ ທັ້ງນີ້ກໍ່ບໍ່ສົນຣັດເຊຍທີ່ວ່າ ຈະຢຸດການສົ່ງພະລັງງານທັງໝົດໃຫ້ເອີຣົບ. ສຳນັກຂ່າວ ຣອຍເຕີ ລາຍງານວ່າ ໃນວັນພຸດ ທີ 7 ກັນຍາ 2022 ທີ່ຜ່ານມາ ຄະນະກຳມະທິການເອີຣົບ (EC) ສະເໜິແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ ໂດຍທາງປະທານ EC ໄດ້ກ່າວວ່າ ສະຫະພາບເອີຣົບຕ້ອງຕັດລາຍໄດ້ຂອງຣັດເຊຍທີ່ ປູຕິນ ໃຊ້ເພື່ອສະໜັບສະໜູນການເຮັດສົງຄາມໃນຢູເຄຣນ. ທັ້ງນີ້ ບັນດາປະເທດໃນເອີຣົບ ກ່າວຫາຣັດເຊຍວ່າ ກຳລັງໃຊ້ການສົ່ງອອກາສເປັນອາວຸດ ເພື່ອຕອບໂຕ້ການຂວ້ຳບາດຂອງບັນດາປະເທດຕະເວັນຕົກ ໂດຍລັດຖະບານຣັດເຊຍໄດ້ປະຕິເສດ, ແຕ່ໃນອາທິດແລ້ວນີ້ ຣັດເຊຍປະກາດປິດທໍ່ສົ່ງກາສ ນອດ ສະຕຣີມ 1 ທີ່ປ່ອຍກາສທຳມະຊາດຜ່ານເຢຍລະມັນ ຢ່າງບໍ່ມີກຳນົດ ແລະ ກ່າວໂທດວ່າ ເປັນເພາະການຂວ້ຳບາດ. ການຕໍ່ສູ້ດ້ານພະລັງງານ ເຮັດໃຫ້ສະຫະພາບເອີຣົບ ຕັດສິນໃຈຫຼຸດການອາໄສກາສ ແລະ ນ້ຳມັນຈາກ ຣັດເຊຍ ໂດຍໃນວັນສຸກ ທີ 9 ກັນຍາ ບັນດາລັດຖະມົນຕີກະຊວງພະລັງງານຂອງສະຫະພາບເອີຣົບ ຈະປະຊຸມກັນ ເພື່ອຫາວິທີປົກປ້ອງຜູ້ບໍລິໂພກ ແລະ ທຸລະກິດ ຈາກຄ່າໄຟທີ່ພວກເຂົາກຳລັງຈະປະເຊີນໃນລະດູໜາວນີ້. ທາງເອີຣົບກ່າວວ່າ ມີກາສທຳມະຊາດເກັບໄວ້ແລ້ວ 82% ຈາກຄວາມຕ້ອງການທັງໝົດ ນອກຈາກນັ້ນຍັງຫຼຸດການນຳເຂົ້າກາສທຳມະຊາດຈາກ 40% ເຫຼືອແຕ່ 9% ແລ້ວ.
ຂ່າວຕ່າງປະເທດ
2022-09-08T14:53:47+00:00
https://laopost.com/?p=137411
ເລັ່ງລົງຂົນຂວາຍເພື່ອສ້າງຕັ້ງສະມາຄົມຢາງພາລາລາວ
ທ່ານ ວິ­ໄລວັນ ພົມເຂອະ­ດີດ ລັດ­ຖະ­ມົນ­ຕີກະ­ຊວງກະ­ສິ­ກຳ ແລະປ່າ­ໄມ້ ປະ­ທານຄະ­ນະຂົນ­ຂວາຍສ້າງ­ຕັ້ງສະ­ມາ­ຄົມ ຢາງ­ພາ­ລາ ພ້ອມດ້ວຍຄະ­ນະໄດ້ນຳ­ພາກຸ່ມບໍ­ລິ­ສັດພັດ­ທະ­ນາກະ­ສິ­ກຳ ແຂວງຢຸນນານ ສປ ຈີນ ລົງຢ້ຽມ­ຢາມ ໂຄງ­ການປູກໄມ້ອຸດ­ສາ­ຫະ­ກຳຢາງພາ ລາເປັນສິນ­ຄ້າ ບ້ານສົມສະ­ໜຸກ ເມືອງ ຫີນເຫີບ ແຂວງວຽງຈັນ ໃນວັນທີ 16 ກໍ­ລະ­ກົດ 2016 ເພື່ອເກັບກຳຂໍ້ມູນ ແລະກະ­ກຽມເງື່ອນ­ໄຂຕ່າງໆ ເພື່ອຂໍອະ­ນຸ­ມັດສ້າງ­ຕັ້ງສະ­ມາ­ຄົມຢາງ­ພາ­ລາລາວຢ່າງເປັນທາງການ ພ້ອມທັງຊຸກ­ຍູ້ໃຫ້ຜູ້ປະ­ກອບການຢາງ­ພາ­ລາທົ່ວປະ­ເທດເຂົ້າເປັນສະ­ມາ­ຊິກ ເພື່ອຮັບ­ປະ­ກັນສິດ ແລະຜົນປະ­ໂຫຍດພາຍ­ຫຼັງການເຂົ້າເປັນສະ­ມາ­ຊິກ. ທ່ານ ໄມພົມ ມະລີ ຫົວ­ໜ້າໂຄງ­ການ ປູກໄມ້ອຸດ­ສາ­ຫະ­ກຳຢາງ­ພາ­ລາເປັນສິນ ຄ້າ ໄດ້ລາຍງານວ່າ: ໂຄງ­ການປູກໄມ້ ອຸດ­ສາ­ຫະ­ກຳຢາງ­ພາ­ລາເປັນສິນ­ຄ້າເປັນໂຄງຕົວແບບທີ່ບໍ່ນຳໃຊ້ເຄມີ ໄດ້ເລີ່ມແຕ່ ປີ 2006 ໂດຍເບື້ອງຕົ້ນມີເນື້ອ­ທີ່ເຮັກ­ຕາ ຈາກນັ້ນໄດ້ຂະ­ຫຍາຍເນື້ອ­ທີ່ອອກ ໂດຍປະ­ຊາ­ຊົນໄດ້ເປັນແຮງງານ ແລະດິນໃນຮູບແບບ 2+3 ມາ ຮອດປີ 2009 ມີ 374 ເຮັກ­ຕາ ນອກນີ້ຍັງໄດ້ຮ່ວມກັບປະ­ຊາ­ຊົນທີ່ເຂົ້າຢູ່ເຂດໃກ້ຄຽງ ແລະເຂດອື່ນໆທີ່ສົນ­ໃຈປູກ 2 ພັນກວ່າ ເຮັກ­ຕາ ຊຶ່ງໄດ້ເລີ່ມກີດຢາງ ແຕ່ປີ 2013 ເປັນ­ຕົ້ນມາ ສະ­ເລ່ຍ 20 ໂຕນຕໍ່ເດືອນ ນອກນີ້ ຍັງໄດ້ຮັບຊື້ຢາງຈາກສະ­ມາ­ຊິກ ແລະສວນຢາງອື່ນໆ ໃນລາ­ຄາຄ້ຳ­ປະ­ກັນ 4 ພັນກີບຕໍ່ກິໂລ ສ່ວນການຂາຍແມ່ນມີ 2 ຮູບແບບຄື: ຂາຍຢູ່ໂຄງ­ການກັບທີ່ (ຢາງດິບ) ແມ່ນ 5.500 ກີບຕໍ່ກິໂລ ແຕ່ຖ້າຜ່ານການອັດແໜ້ນຈາກໂຮງ ງານຈະຂາຍ 7,5 ພັນກີບຕໍ່ກິໂລ ສາ­ມາດສ້າງລາຍຮັບໄດ້ບໍ່ຫຼຸດ 50 ລ້ານກີບຕໍ່ເດືອນ ສ່ວນປະ­ຊາ­ຊົນທີ່ມາຮັບກີດ ຢາງໃຫ້ໂຄງ­ການແມ່ນມີລາຍຮັບແຕ່ 17-38 ລ້ານກີບຕໍ່ປີມີ 30 ຄອບ­ຄົວ ປະ­ຈຸບັນຢາງ­ພາ­ລາທີ່ເປັນຕົວແບບສາ­ມາດ ກີດຢາງໄດ້ແມ່ນ 30% ແລະຍັງ 200 ເຮັກ­ຕາ ເທົ່າກັບ 70% ຂອງຕົ້ນຢາງທັງໝົດແມ່ນຍັງບໍ່ໄດ້ກີດຍ້ອນຂາດແຮງງານ ຊຶ່ງມີຄວາມຕ້ອງ­ການເຖິງ 100-150 ຄອບ­ຄົວ ແລະຖ້າກີດໄດ້ໝົດຈະໄດ້ປະ­ມານ 45 ໂຕນຕໍ່ເດືອນ. ສັງລວມແລ້ວການປູກຢາງ­ພາ­ລາໂຄງ­ການນີ້ ແມ່ນມີຜົນດີເພາະຢາງພາລາສາ­ມາດກີດຢາງໄດ້ເຖິງ 9 ເດືອນຕໍ່ປີ ຊຶ່ງຈະຊ່ວຍໃຫ້ພວກເຮົາ ກໍຄືປະ­ຊາ­ຊົນມີລາຍຮັບຢ່າງຕໍ່ເນື່ອງ ອັນສຳ­ຄັນຍັງເຮັດໃຫ້ປະ­ຊາ­ຊົນມີວຽກເຮັດງານທຳ ແລະຫັນຈາກການຖ່າງປ່າເຮັດໄຮ່ຢ່າງ ສິ້ນເຊີງ ນອກ­ຈາກການປູກຢາງ­ພາ­ລາ ແລ້ວຍັງໄດ້ລ້ຽງປາລ້ຽງ­ສັດນ້ອຍໝາກໄມ້ຊະ­ນິດອື່ນໆຕື່ມອີກ ເພື່ອແກ້ໄຂຊີ­ວິດ ການເປັນຢູ່ຂອງສະ­ມາ­ຊິກ ພ້ອມນີ້ ຍັງໄດ້ຮ່ວມມືກັບນັກ­ທຸ­ລະ­ກິດຈີນປູກໄມ້ ກ້ຽງ­ໃຫຍ່ 70 ພັນຕົ້ນ ຢູ່ເມືອງກາ­ສີໃນ ເນື້ອໃນ 150 ກວ່າເຮັກ­ຕາ ປະ­ຈຸບັນປູກໄດ້ 2 ປີ ແລະກຽມກ້າວສູ່ການສ້າງ­ຕັ້ງ ໂຮງ­ງານຜະ­ລິດເພື່ອສົ່ງອອກ ນອກນີ້ຍັງໄດ້ກ້າເບ້ຍໃຫ້ປະ­ຊາ­ຊົນອ້ອມຂ້າງໄປປູກແລ້ວນຳຜົນຜະ­ລິດມາຂາຍໃຫ້ພວກເຮົາ. ໂອ­ກາດນີ້ທ່ານ ໄມພົມ ຍັງຮຽກ­ຮ້ອງ ໃຫ້ຂັ້ນເທິງຊ່ວຍດ້ານຕະ­ຫຼາດຄ້ຳ­ປະ­ກັນດ້ານລາ­ຄາ ແລະໂຮງ­ງານແປຮູບ ເພື່ອ ສ້າງມູນຄ່າເພີ່ມໃຫ້ຢາງ­ພາ­ລາລາວສູງຂຶ້ນສຳ­ລັບແຜນ­ການຕໍ່­ໜ້າຈະສຸມໃສ່ປົກປັກຮັກ­ສາພືດຕ່າງໆທີ່ປູກໄປແລ້ວໃຫ້ໄດ້ຮັບຜົນດີ ນອກນີ້ ກໍຈະຊອກແຮງງານ ກີດຢາງໃຫ້ພຽງ­ພໍ ພ້ອມນີ້ ຍັງມີແຜນ ລ້ຽງງົວ ແລະສັດອື່ນໆອີກ. ຜ່ານການລົງຢ້ຽມ­ຢາມຄັ້ງນີ້ທ່ານ ວິ­ໄລວັນ ພົມເຂ ກໍໄດ້ສະ­ແດງຄວາມຊົມ­ເຊີຍຕໍ່ໂຄງ­ການປູກໄມ້ອຸດ­ສາ­ຫະ­ກຳ ຢາງ­ພາ­ລາເປັນສິນ­ຄ້າ ທີ່ສາ­ມາດສ້າງຄວາມເຂັ້ມ­ແຂງດ້ວຍຕົນເອງ ພ້ອມທັງ ສາ­ມາດສ້າງວຽກເຮັດງານທຳ ແລະສ້າງ ລາຍຮັບໃຫ້ປະ­ຊາ­ຊົນຕາມນະ­ໂຍ­ບາຍ ຂອງພັກ ແລະລັດ­ຖະ­ບານ ພ້ອມນີ້ທ່ານຍັງໄດ້ຮຽກ­ຮ້ອງໃຫ້ຜູ້ປະ­ກອບການຢາງ­ພາ­ລາທົ່ວປະ­ເທດ ຈົ່ງມີຄວາມເຊື່ອໝັ້ນພາຍ­ຫຼັງການສ້າງ­ຕັ້ງສະ­ມາ­ຄົມຂຶ້ນແລ້ວຈະສາ­ມາດຄ້ຳ­ປະ­ກັນລາ­ຄາຢາງ­ພາ­ລາ ທີ່ເໝາະສົມ ສຳ­ລັບກຸ່ມບໍ­ລິ­ສັດພັດ­ທະ­ນາ ກະ­ສິ­ກຳແຂວງຢຸນນານ ສປ ຈີນ ກໍໄດ້ໃຫ້ ຄວາມສົນ­ໃຈຕໍ່ໂຄງ­ການປູກໄມ້ອຸດສາ ຫະກຳຢາງ­ພາ­ລາເປັນສິນ­ຄ້າເປັນຢ່າງດີ ພ້ອມທັງຈະນຳເອົາຂໍ້ມູນທີ່ໄດ້ຮັບໄປສຶກ ສາເພີ່ມເຕີມ ເພື່ອຈະກ້າວໄປເຖິງການ ຮ່ວມມືກັບໂຄງ­ການດັ່ງ­ກ່າວໃນການເກັບຊື້ ກໍຄືການສ້າງ­ຕັ້ງໂຮງ­ງານປຸງແຕ່ງ ຢາງ­ພາ­ລາເພື່ອສົ່ງອອກໃນ­ຕໍ່­ໜ້າ. ທີ່ມາ: ເສດຖະກິດ-ສັງ
ຂ່າວພາຍໃນ
2016-07-20T09:45:38+00:00
https://laopost.com/?p=65596
ສປປ ລາວ ຕິດອັນດັບ 45 ຂອງດັດຊະນີຄວາມສະຫງົບສຸກໂລກປີ 2019
ສະຖາບັນເພື່ອເສດຖະກິດ ແລະ ຄວາມະຫງົບສຸກໄດ້ເຜີຍແຜ່ດັດຊະນີຄວາມສະຫງົບສຸກໂລກ ຫຼື GPI ປະຈຳປີ 2019 ຊຶ່ງຖືກເຜີຍແຜ່ເມື່ອວັນທີ 15 ມິຖຸນາຜ່ານມາ ໂດຍພົບວ່າ ຄ່າດັດຊະນີຄວາມສຸກຂອງໂລກປະຈຳປີນີ້ມີພັດທະນາການດີຂຶ້ນເລັກໜ້ອຍ ຂະນະທີ່ ສປປ ລາວ ຕິດຢູ່ໃນອັນດັບທີ 45 ຂອງໂລກຈາກທັງໝົດ 163 ປະເທດ. ສຳລັບ GPI ທີ່ຈັດອັນດັບຄວາມສະຫງົບສຸກຈາກທັງໝົດ 163 ປະເທດໃນປີນີ້ແມ່ນມີຄະ ແນນສະເລ່ຍພັດທະນາເພີ່ມຂຶ້ນ -0,09% ຊຶ່ງໃນຊ່ວງ 10 ຫຼັງດັດຊະນີຄວາມສະຫງົບສຸກຫຼຸດລົງເຖິງ 3,78% ທັງນີ້ ຈາກອັນດັບດັດຊະນີ GPI ທັງໝົດມີ 89 ປະເທດທີ່ມີດັດຊະນີ GPI ສູງຂຶ້ນ ຂະນະທີ່ອີກ 76 ປະເທດມີຄະແນນຫຼຸດລົງ. ຂະນະທີ່ ສປປ ລາວ ຖືກຈັດໃຫ້ຢູ່ໃນອັນດັບທີ 45 ສິງກະໂປອັນດັບທີ 7 ມາເລເຊຍອັນດັບທີ 16 ອິນໂດເນເຊຍອັນດັບທີ 41 ຕິມໍອັນດັບທີ 48 ຫວຽດນາມອັນດັບທີ 57 ກຳປູເຈຍຢູ່ອັນດັບທີ 89 ໄທອັນດັບທີ 117 ຂະນະທີ່ມຽນມາອັນດັບທີ 125 ແລະ ຟີລິບປິນອັນດັບທີ 134 ສ່ວນປະເທດທີ່ມີດັດຊະນີ GPI ສູງທີ່ສຸດກໍຄື ໄອແລນ ນິວຊີແລນ ປ໋ອກຕຸຍການ ອອສເຕຣຍ ແລະ ດານມາກ ໃນນັ້ນ ປະເທດພູຖານຖືກຈັດຢູ່ໃນອັນດັບທີ 15 ຊຶ່ງເປັນປະເທດທີ່ມີພັດທະນາການສູງທີ່ສຸດໃນ 20 ປະເທດທຳອິດ ໂດຍມີອັດຕາພຸ່ງສູງຂຶ້ນເຖິງ 43 ອັນດັບໃນຮອບ 12 ປີຫຼັງ ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: matichon
ຂ່າວຕ່າງປະເທດ
2019-06-21T13:26:17+00:00
https://laopost.com/?p=115747
ອາຫານ 7 ຢ່າງທີ່ປ້ອງກັນມະເຮັງໄດ້ດີ
ອາຫານທີ່ຊ່ວຍປ້ອງກັນມະເຮັງມີຫຼາຍຢ່າງ ມີທັງອາຫານປະເພດຜັກ, ໝາກໄມ້ ທີ່ຄົນເຮົາກິນຫຼາຍທີ່ສຸດ ເຊິ່ງແຕ່ລະຊະນິດນັ້ນມີແຮ່ທາດ ແລະວິຕາມິນທີ່ສຳຄັນກັບຮ່າງກາຍເຮົາຫຼາຍ ເຊິ່ງມີດັ່ງນີ້: ໃບຊາ: ນັກວິທະຍາສາດໄດ້ທົດລອງເອົາໃບຊາ ປະສົມກັບອາຫານ ແລ້ວທົດລອງໃຫ້ໜູທີ່ເປັນມະເຮັດງກິນ ປາກົດວ່າ ຫຼັງຈາກກິນເປັນເວລາ 3 ອາທິດ ເຊວມະເຮັງໃນໜູຫຼຸດລົງ ແລະສານບາງຊະນິດຢູ່ໃບຊາສາມາດຢັບຢັ້ງເຊວມະເຮັງໃນຕົວໄດ້, ການດື່ມນໍ້າຊາຕະຫຼອດບໍ່ພຽງແຕ່ປ້ອງກັນພະຍາດຊໍ້າເຮື້ອຕ່າງໆໄດ້ແລ້ວ ຍັງປ້ອງກັນມະເຮັງໄດ້ອີກດ້ວຍ ສາລີ: ມີສານປ້ອງກັນມະເຮັງໄດ້ ໂດຍສະເພາະໃນແປ້ງສາລີ ມີກົດອະມີໂນຫຼາກຫຼາຍ ປ້ອງກັນມະເຮັງ ແລະຂ້າເຊວມະເຮັງໄດ້ ຖົ່ວເຫຼືອງ: ມີສານປ້ອງກັນມະເຮັງຫຼາຍຊະນິດ ໂດຍສະເພາະມະເຮັງເຕົ້ານົມ ຫົວຜັກບົ່ວ, ຫົວຜັກທຽມ ສາມາດປ້ອງກັນມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ, ມະເຮັງປອດ ແລະມະເຮັງຕັບ ໂດຍສະເພາະໃນຫົວຫອມບົ່ວມີສານຊະນິດໜຶ່ງສາມາດສ້າງພູມຄຸ້ມກັນ ແລະຢັບຢັ້ງການກະຈາຍຂອງເຊວມະເຮັງໄດ້ ເຫັດ: ເປັນອາຫານທີ່ຊ່ວຍປ້ອງກັນມະເຮັງ ໂດຍສະເພາະເຫັດຫອມ ສາມາດເສີມພູມຕ້ານທານຂອງເຊວຕ່າງໆໃນຮ່າງກາຍ ແອັບເປິ່ນ: ວິຕາມິນຊີໃນແອັບເປິ່ນສາມາດຢັບຢັ້ງການເກີດສານກໍ່ມະເຮັງ, ມັນທຳລາຍເຊວມະເຮັງ ແລະເຮັດໃຫ້ເຊວມະເຮັງເປັນເຊວປົກກະຕິ ສາຫຼ່າຍທະເລ: ສາຫຼ່າຍທະເລມີສານແຄວຊຽມ ສາມາດປັບຄວາມສົມດູນໃນເລືອດໄດ້ ດັ່ງນັ້ນຈຶ່ງສາມສາດປ້ອງກັນມະເຮັງໄດ້, ນອກຈາກນັ້ນ ເຊລລູໂຣສ ຢູ່ໃນສາຫຼ່າຍທະເລຍ່ອຍຍາກ ເມື່ອກິນເຂົ້າໄປ ຈະເຮັດໃຫ້ປະລິມານອຸດຈະລະເພີ່ມຂຶ້ນ ຈຶ່ງຊ່ວຍຂັບຖ່າຍສານກໍ່ມະເຮັງອອກຈາກຮ່າງກາຍໄດ້ນອກຈາກອາຫານປະເພດທີ່ກ່າວມານີ້ແລ້ວ ຍັງມີອາຫານຫຼາຍຊະນິດທີ່ຊ່ວຍປ້ອງກັນມະເຮັງໄດ້ ແຕ່ທີ່ສສຳຄັນຄືຕ້ອງກິນຕາມຫຼັກໂຄສະນາການ ແລະໃນປະລິມານທີ່ເໝາະສົມ, ອອກກຳລັງກາຍຢູ່ສະເໝີ ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ! ifram FB ວິທະຍາສຶກສາ
ສຸຂະພາບ ແລະ ສີ່ງແວດລ້ອມ
2017-01-30T11:11:21+00:00
https://laopost.com/?p=83870
ຍິງໄວຊະລາເກືອບຕົກຕຶກພ້ອມກົງກັນຂະໂມຍ ຫຼັງຂຶ້ນໄປຊັດແວ່ນ
ອີງຕາມຂ່າວຕ່າງປະເທດລາຍງານໃນວັນທີ 14 ທັນວ່ານີ້ວ່າ: ເມື່ອວັນທີ 10 ທັນວາທີ່ຜ່ານມາ ເວລາປະມານ 10:10 ນາທີ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງເຫດຈາກຊາວບ້ານວ່າ ເກີດເຫດຍິງໄວຊະລາຄົນໜຶ່ງຕົກໄປຢູ່ໃນກົງກັນຂະໂມຍທີ່ຫຼຸດລົງມາຄ້າງຕິ່ງລະບຽງຈາກຊັ້ນ 5 ເຂດຊຸມຊົນຈຽງເຈີຍຫຍວນ ເຂດກູ່ໂຫລວ ເມືອງຫນານຈິງ ມົນທົນຈຽງຊູ ຂອງປະເທດຈີນ ຫຼັງເຈົ້າໜ້າຕໍາຫຼວດ ແລະໜ່ວຍກູ້ໄປໄປຮອດທີ່ເກີດເຫດ ພົບຍິງໄວຊະລາ ອາຍຸ 66 ປີ ເກາະຢູ່ໃນກົງກັນຂະໂມຍປ່ອງຢ້ຽມທີ່ຫຼຸດອອກມາຄ້າງຢູ່ ຊຶ່ງເຈົ້າໜ້າທີ່ຮີບເຂົ້າຊ່ວຍເຫຼືອຈົນສາມາດພາລົງມາໄດ້ສໍາເລັດ ໂດຍຍິງຄົນດັ່ງກ່າວເລົ່າວ່າ ແວ່ນປ່ອງຢ້ຽມລະບຽງເປື້ອນ ຈຶ່ງໄດ້ຂຶ້ນໄປຊັດທໍາຄວາມສະອາດ ແຕ່ຄິດບໍ່ເຖິງວ່າກົງເຫຼັກກັນຂະໂມຍຈະຫຼຸດອອກ ແຕ່ໂຊກດີທີ່ຮູອີກ 2 ສົ້ນຍັງແໜ້ນ ຈຶ່ງບໍ່ເຮັດໃຫ້ຕົກລົງມາພື້ນດິນ.
ຂ່າວຕ່າງປະເທດ
2016-12-14T15:50:36+00:00
https://laopost.com/?p=79962
ນາຍົກເລັ່ງ ຕ້ອງເບີກເງິນເດືອນໃຫ້ທັນໃຊ້ໃນມື້ປີໃໝ່ 2017 ນີ້ (ເບິ່ງຄລິບ)
ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມແນະນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2017 ໃນວັນທີ 20 ທັນວາ 2016 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ໃນຫຼາຍບັນຫາທີ່ສຳຄັນ 1 ໃນນັ້ນແມ່ນ ການເບີກຈ່າຍເງິນເດືອນຂອງພະນັກງານ-ລັດຖະກອນ-ຄູ-ອາຈານ-ກຳລັງປະກອບອາວຸດ ໃຫ້ໄດ້ທັນຕາມກຳນົດເວລາ ໂດຍສະເພາະປີ 2016 ນີ້ຕ້ອງໃຫ້ສຳເລັດກ່ອນປີໃໝ່ສາກົນນີ້ ເພື່ອໃຫ້ພະນັກງານ-ລັດຖະກອນ ແລະກຳລັງປະກອບອາວຸດ ໄດ້ໃຊ້ເງິນຈຳນວນດັ່ງກ່າວເຂົ້າໃນໃນການໄປຫຼິ້ນ ພັກຜ່ອນກັບຄອບຄົວ. ພ້ອມທັງຍັງກ່າວວ່ານັບແຕ່ທ້າຍເດືອນມັງກອນ 2017 ເປັນຕົ້ນໄປ ແມ່ນເດັດຂາດໃຫ້ອອກທັນທຸກເດືອນ ແລະທ່ານໄດ້ກ່າວວ່າ ຕົນເອງໄດ້ເວົ້າເລື່ອງເງິນເດືອນມາແລ້ວບໍ່ຕ່ຳກວ່າ 10 ເທື່ອແລ້ວ ໃນໄລຍະເວລາທີ່ເຂົ້າມາເປັນນາຍົກໄດ້ພຽງ 8 ເດືອນ. ທ່ານນາຍົກເວົ້າວ່າ ພະນັກງານ-ລັດຖະກອນເງິນເດືອນໜ້ອຍ ແຕ່ເຂົາເຈົ້າກໍກາງຕໍ່ຈຳນວນເງິນດັ່ງກ່າວ ເພື່ອໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ, ບໍ່ແມ່ນວ່າບໍ່ເປັນຫຍັງ, ເຫັນເຂົາເຈົ້າບໍ່ປາກ ເຂົາເຈົ້າບໍ່ລາອອກແລ້ວວ່າບໍ່ເປັນຫຍັງ, ນັ້ນມັນແມ່ນສິດຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ ເຊິ່ງມັນເປັນຈັນຍາບັນ ຈັນຍາທຳຂອງພາກສ່ວນຂັ້ນເທິງທີ່ເປັນຜູ້ຄຸ້ມຄອງບໍລິຫານທີ່ຈະຕ້ອງຮັບຜິດຊອບຕໍ່ບັນຫາດັ່ງກ່າວ. ແລະທ່ານນາຍົກໄດ້ມອບໃຫ້ພາກສ່ວນກະຊວງການເງິນ, ທະນາຄານແ່ຫ່ງ ສປປລາວ, ເຈົ້າແຂວງ, ຮອງເຈົ້າແຂວງ, ພະແນກການເງິນແຂວງ ແລະພະແນກພາຍໃນ ຖືເປັນຄວາມຮັບຜິດຊອບທາງການເມືອງ. ຂອບໃຈຄລິບຂ່າວຈາກ: ໂທລະພາບແຫ່ງຊາດ http://www.laopost.com/wp-content/uploads/2016/12/ນາຍົກເລັ່ງ-ໃຫ້ເບີກຈ່າຍເງິນເດືອນແລ້ວທັນປີໃໝ່.mp4
ຂ່າວພາຍໃນ
2016-12-25T14:24:46+00:00
https://laopost.com/?p=81365
ເຊີນທ່ຽວຊົມງານບຸນຊ່ວງເຮືອແພປະເພນີທີ່ເມືອງດາກຈຶງ
ເຊີນທ່ຽວຊົມງານບຸນຊ່ວງເຮືອແພປະເພນີທີ່ ອ່າງຫ້ວຍປຼີງ ເມືອງດາກຈຶງ ແຂວງເຊກອງ, ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30ເມສາ ຫາ ວັນທີ 1 ພຶດສະພາ 2016 ນີ້ ແລະ ຄາດວ່າປີນີ້ຈະມີຄວາມມ່ວນຊື່ນ ແລະ ຄືກຄື້ນກວ່າປີຜ່ານມາເພາະມີຄະນະເຮືອແພ ແລະ ເຮືອກາບເຂົ້າຮ່ວມການແຂ່ງຂັນຫຼາຍກວ່າເກົ່າ,ຈາກນັ້ນໃນຕອນຄ່ຳຄືນຂອງວັນດັ່ງກ່າວທ່ານຍັງຈະໄດ້ຄວາມເບີກບານມ່ວນຊື່ນຂອງວົງດົນຕຣີ ໜຸ່ມ ກິເປ່ມ ທີ່ເດີນທາງມາຈາກແຂວງ ສາລະວັນ. ພາບ-ຂ່າວ: ໝອກເມືອງໃຕ້ ແລະ ສຳນັກຂ່າວສານປະເທດລາວ
ຂ່າວທ່ອງທ່ຽວ
2016-04-27T15:27:41+00:00
https://laopost.com/?p=55090
ນັກທ່ອງທ່ຽວແຫ່ເຂົ້າຊົມ ພະທາດຊະເວດາກອງຂອງມຽນມາ ພຽງ 3 ເດືອນ ເກືອບ 8 ໝື່ນຄົນ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກໍລະກົດນີ້ວ່າ ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມພະທາດຊະເວດາກອງ ຢູ່ນະຄອນຢາງກຸ້ງ ປະເທດມຽນມາ ໃນໄລງວດທຳອິດ (ເມສາ – ມິຖຸນາ) ຂອງສົກປີງົບປະມານມຽນມາ 2015 – 2016 ຈຳນວນ 79,249 ຄົນ ເຊິ່ງໃນນັ້ນແມ່ນຫລາຍກ່ວາມີແມ່ນຊາວໄທ 20,000 ຄົນ, ຖັດຈາກນັ້ນແມ່ນນັກທ່ອງທ່ຽວຈາກປະເທດຈີນ ແລະ ເກົາຫລີ ຕາມລຳດັບ ໂດຍສ້າງລາຍຮັບໃຫ້ແກ່ລັດຖະບານມຽນມາ ຈາກການເກັບປີ້ຄ່າເຂົ້າຊົມ ຄົນລະ 8,000 ຈາດ ຫລື ປະມານ 8 ໂດລາ. ທັງນີ້ ໃນໄລຍະ 6 ເດືອນຕົ້ນປີ 2015 ແມ່ນມີນັກທ່ອງທ່ຽວຕ່າງປະເທດ ເດີນທາງໄປຢ້ຽມຢາມປະເທດມຽນມາແລ້ວ ຫລາຍກ່ວາ 500,000 ຄົນ ເຊິ່ງເປົ້າໝາຍ ຂອງລັດຖະບານມຽນມາໃນສົກປີງົບປະມານ 2015 – 2016 ນີ້ ແມ່ນຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ເຖິງ 5 ລ້ານຄົນ.
ຂ່າວຕ່າງປະເທດ
2015-07-24T10:28:55+00:00
https://laopost.com/?p=31031
ມຽນມາປະກາດ ຫ້າມຕັດໄມ້ສາຍພູພະໂຄ 10 ປີ ພ້ອມງົດອອກໂກຕ້າໄມ້ ໃຫ້ເອກະຊົນເພີ່ມ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກໍລະກົດຜ່ານມານີ້ວ່າ ນັບແຕ່ລັດຖະບານຊຸດໃໝ່ ເຂົ້າມາບໍລິຫານປະເທດ ເມື່ອເດືອນເມສາປີນີ້ເປັນຕົ້ນມາ ທາງການມຽນມາ ສາມາດຈັບກຸມ ແລະ ລົງໂທດຜູ້ກະທຳຜິດ ລັກລອບຕັດໄມ້ຢູ່ເຂດພະໂຄ ລວມທັງໝົດ 300 ຄົນ, ຍຶດໄມ້ຜິດກົດໝາຍໄດ້ 1,800 ໂຕນ ແລະ ລົດທີ່ໃຊ້ໃນການກະທຳຜິດອີກ 128 ຄັນ ຊຶ່ງຕົວເລກດັ່ງກ່າວ ແມ່ນຫລາຍກວ່າປີກາຍນີ້ເຖິງ 2 ເທົ່າ. ທັງນີ້ ເນື່ອງຈາກລັດຖະບານມຽນມາ ໄດ້ເພີ່ມມາດຕະການປົກປັກຮັກສາປ່າໄມ້ ຢູ່ເຂດດັ່ງກ່າວນີ້ ດ້ວຍການປະກາດ ຫ້າມຕັດໄມ້ຕາມສາຍພູພະໂຄ ທາງພາກກາງຂອງປະເທດ ເປັນເວລາ 10 ປີ ແລະ ຈະບໍ່ມີການອອກໂກຕ້າຕັດໄມ້ ໃຫ້ແກ່ບໍລິສັດຂອງເອກະຊົນອີກ. ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-08-16T14:51:40+00:00
https://laopost.com/?p=68726
ປ່ອຍຕົວນັກໂທດທີ່ມີເງື່ອນໄຂ ກ່ອນກໍານົດ ຈໍານວນ 19 ຄົນ
ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດທີ່ມີເງື່ອນໄຂ ກ່ອນກໍານົດ ຈໍານວນ 19 ຄົນ, ໃນວັນທີ 7 ທັນວາ 2022 ຜ່ານມາ, ໃນນັ້ນມີ ນັກໂທດຄະດີຢາເສບຕິດ ຈໍານວນ 12 ຄົນ ຢູ່ທີ່ຄ້າຍຄຸມ ຂັງ-ດັດ ສ້າງ ປກສ ແຂວງຫົວພັນ. ໂດຍຜ່ານຄໍາຖະແຫຼງຂອງຫົວຫນ້າອົງການໄອຍະການປະຊາຊົນວ່າດ້ວຍການປ່ອຍຕົວນັກໂທດກ່ອນ ກໍານົດໂດຍມີເງື່ອນໄຂ ສະບັບເລກທີ 4, ລົງວັນທີ 23 ກັນຍາ 2022 ອີງຕາມຄໍາແນະນໍາຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມ ສະຫງົບ ສະບັບ ເລກທີ 003, ລົງວັນທີ 13 ມີນາ 2015, ວ່າດ້ວຍການປ່ອຍຕົວນັກໂທດກ່ອນກໍານົດ ໂດຍມີເງື່ອນໄຂ, ອີງຕາມຫນັງສືສະເຫນີຂອງຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫົວພັນ ສະບັບເລກທີ 144 ລົງວັນທີ 10 ກັນຍາ 2022; ດັ່ງນັ້ນ, ຫົວຫນ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ຈຶ່ງໄດ້ຖະແຫຼງ ເພື່ອພິຈາລະນາປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂ ຈໍານວນ 19 ຄົນ ຍິງ 1 ຄົນ. ໃນນີ້, ຄະດີຢາເສບຕິດ ຈໍານວນ 12 ຄົນ, ຄະດີທໍາຮ້າຍຮ່າງກາຍ 1 ຄົນ, ຄະດີມີ ອາວຸດເສິກໄວ້ໃນຄອບຄອງໂດຍບໍ່ ຖືກຕ້ອງຕາມກົດຫມາຍ 1 ຄົນ ແລະ ຄະດີລັກຊັບ ຈໍານວນ 5 ຄົນ. ໃນໄລຍະປະຕິບັດໂທດຜ່ານມາ ຈໍານວນ 19 ຄົນນີ້ ເປັນຜູ້ທີ່ມີຄວາມກ້າວ ເຝິກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທໍາມີ ສະຕິຕື່ນຕົວຄົບລົບ ປະຕິບັດກົດຫມາຍ, ລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຍອມຮັບ ເອົາຄໍາຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແຫນງແຄງໃຈຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນເອງໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວເກີນສອງສ່ວນສາມຂອງໂທດທີ່ສານຕັດສິນ ອິດສະຫຼະພາບ ແລະ ໄດ້ຜ່ານກວດກາ ແລ້ວ ຈຶ່ງຢັ້ງຢືນວ່າ: ນັກໂທດ ຈໍານວນ 19 ຄົນ ທີ່ກ່າວມາ ຂ້າງເທິງແມ່ນມີເງື່ອນໄຂຄົບຖ້ວນ ໃນການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ຕາມມາດຕາ 104 ຂອງປະມວນກົດຫມາຍອາຍາ. ແຫຼ່ງຂ່າວ: ຄວາມສະຫງົບ
ຂ່າວພາຍໃນ
2022-12-16T09:42:29+00:00
https://laopost.com/?p=140000
ສາວລາວຖືກຂ້າ ທີ່ປະເທດໄທ
ເມື່ອວັນທີ 16 ທັນວາ 2014 ທີ່ຜ່ານມາ ມີຜູ້ແຈ້ງຕຳຫຼວດໄທວ່າ ພົບສົບຜູ້ເສຍຊີວິດພາຍໃນຫ້ອງເຊົ່າ ຮ່ອມສວນສະຫຍາມ 12 ແຍກ 2 ເຂດຄັນນາຍາວ ນະຄອນຫຼວງບາງກອກ. ເຈົ້າໜ້າທີ່ຕຳຫຼວດໄທຈຶ່ງໄດ້ໄປກວດສອບ ເຊິ່ງດ້ານລຸ່ມເປັນຮ້ານເສີມສວຍ ແລະຊັ້ນເທິງເປັນຫ້ອງເຊົ່າ ໂດຍບໍລິເວນຊັ້ນ 3 ຫ້ອງເຊົ່າເລກທີ 7 ພົບສົບຍິງສາວສະພາບນອນຫງາຍ ໃນມືຈັບມີດໄວ້ 1 ດວງ ມີໝອນປິດເທິງໃບໜ້າ ແລະມີຮອຍຖືກແທງ 1 ຮອຍ ບໍລິເວນໜ້າທ້ອງ ເສຍຊີວິດມາແລ້ວປະມານ 3 ວັນ ກວດສອບຮູ້ວ່າຜູ້ຕາຍຊື່ ນາງລັດ ອາຍຸປະມານ 30 ປີ ສັນຊາດລາວ ອາຊີບພະນັກງານຂາຍເຄື່ອງ. ທ້າຍປະສິດ ສຸຣະ ອາຍຸ 42 ປີ ເປັນໝູ່ຮ່ວມງານກັບຜູ້ຕາຍ ເປີດເຜີຍວ່າ ຜູ້ຕາຍເປັນຄົນມັກທ່ຽວ ເຂົ້າສັງຄົມ ຄົບກັບ ທ້າວ ພັນ ອາຍຸປະມານ 38 ປີ ເຄີຍເຮັດອາຊີບຮັກສາຄວາມປອດໄພ ມີລູກນຳກັນ 2 ຄົນ ກ່ອນເກີດເຫດ ທ້າວພັນ ໄດ້ກັບມາຈາກປະເທດລາວ 4 ມື້ ແລະເມື່ອວັນອາທິດທີ 14 ທັນວາ ທີ່ຜ່ານມາ ໄດ້ນັດນາງລັດ ໄປທ່ຽວພັດທະຍານຳກັນ ແຕ່ເມື່ອວັນຈັນແລະວັນອັງຄານ ບໍ່ເຫັນນາງລັດມາເຮັດວຽກ ເຫັນຜິດສັງເກດຈຶ່ງຂຶ້ນໄປເບິ່ງຢູ່ຫ້ອງນອນ ແຕ່ເມື່ອຂຶ້ນຮອດຊັ້ນ 2 ກໍໄດ້ກິ່ນເໝັນ ຈຶ່ງຕັດສິນໃຈປິນລະບຽງທາງໜ້າຫ້ອງຂຶ້ນໄປເບິ່ງ ຈຶ່ງພົບວ່ານາງລັດເສຍຊີວິດແລ້ວ. ເບື້ອງຕົ້ນເຈົ້າໜ້າທີ່ກ່າວວ່າ ຂະນະນີ້ໄດ້ເກັບຫຼັກຖານຕ່າງໆ ໃນຫ້ອງ ລວມທັງມີດທີ່ຢູ່ໃນມືຂອງຜູ້ຕາຍ ສົ່ງໃຫ້ເຈົ້າໜ້າທີ່ພິສູດຫຼັກຖານ ກວດສອບຮອຍນິ້ວມືແຝງ ແລະໄດ້ສອບປາກຄຳພະຍານແວດລ້ອມກວ່າ 20 ຄົນ ຄາດວ່າ ຜູ້ກໍ່ເຫດເປັນແຟນຂອງຜູ້ຕາຍ ແລະຈະຈັບກຸມໂຕຄົນຮ້າຍໄດ້ບໍ່ຍາກ ກ່ອນເອົາສົບຜູ້ເສຍຊີວິດ ສົ່ງໄປພິສູດຕໍ່ທີ່ສະຖາບັນນິຕິເວດ ໂຮງໝໍຕຳຫຼວດຕໍ່ໄປ. ຂ່າວຈາກ ໄທຣັດ ອອນລາຍນ໌
ຂ່າວພາຍໃນ
2014-12-19T09:35:32+00:00
https://laopost.com/?p=15704
ກະຊວງການເງິນ ຕາງໜ້າພາກສ່ວນຕ່າງໆ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງອຸດົມໄຊ
ເມື່ອບໍ່ດົນມານີ້, ທີ່ສາງອາຫານໂລກປະຈຳແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ຜູ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ແຂວງອຸດົມໄຊ ໃນທ້າຍເດືອນສິງຫາຜ່ານມາ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ມາຈາກການຮີບໂຮມນ້ຳຈິດນໍ້າໃຈ ຈາກພາກສ່ວນຕ່າງໆ ປະກອບມີເຂົ້າສານ ຈໍານວນ 30 ໂຕນ, ເງິນສົດ 330.000.000 ກີບ ແລະ ອາຫານແຫ້ງຈໍານວນໜຶ່ງ ຕາງໜ້າມອບ ໂດຍແມ່ນ ທ່ານ ຫອມຮັກ ສຸນະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງການເງິນ ແລະ ຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມນຳ. ໂອກາດນີ້, ທ່ານເຈົ້າແຂວງ ຍັງໄດ້ກ່າວຂອບໃຈຕໍ່ກັບທີມງານ ຈາກກະຊວງການເງິນທີ່ໄດ້ຮີບໂຮມນ້ຳໃຈ ຈາກພາກສ່ວນຕ່າງໆມາຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ດ້ວຍຄວາມຈິງໃຈ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວລົງແຈກຢາຍໃຫ້ປະຊາຊົນຢ່າງທົ່ວເຖິງ. ແຫຼ່ງຂ່າວຈາກ ປະຊາຊົນ
ຂ່າວພາຍໃນ
2022-09-27T14:24:01+00:00
https://laopost.com/?p=138028
ສ/ຍ ນວ ຈະເສັງເພງ ຕ້ານຄວາມຮຸນແຮງ ໃນແມ່ຍິງແລະເດັກ
ພິທີຖະແຫລງຂ່າວການຈັດງານ ເສັງເພງຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 1 ມີນາ 2013 ທີ່ສະມາຄົມ ນັກຂ່າວແຫ່ງ ສປປ.ລາວ ໃນນະຄອນຫລວງວຽງຈັນ ໂດຍການເປັນ ປະທານຂອງທ່ານນາງ ລໍາພອຍ ສີອັກຄະຈັນ ປະທານສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ ໂດຍການເຂົາຮ່ວມຂອງຜູ້ຕາງໜ້າອົງການ ແຄຣ໌ນາໆຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານນາງ ລໍາພອຍ ສີອັກຄະຈັນ ປະທານສະຫະພັນແມ່ຍິງນະຄອນຫລວງວຽງຈັນ ທ່ານນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ ວັດຖຸປະສົງການຈັດງານໃນຄັ້ງນີ້ ແມ່ນເພື່ອກະຈາຍຂໍ້ມູນກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຜ່ານສຽງເພງ ທັງເປັນການໂຄສະນາໃຫ້ມວນຊົນຮູ້ເນື້ອໄນຂອງວຽກງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ສົ່ງເສີມໃຫ້ສັງຄົມຫັນມາໃສ່ໃຈໃນ ບັນຫາດັ່ງກ່າວ ທັງເປັນການສ້າງຈິດສໍານຶກຂອງເດັກນ້ອຍ ແລະ ໄວໜຸ່ມ ໃຫ້ຫລຸດຜ່ອນພຶດຕິກຳໃຊ້ຄວາມຮຸນແຮງ. ສໍາລັບກຸ່ມເປົ້າໝາຍທີ່ຈະເຂົ້າຮ່ວມເສັງເພງແມ່ນ ໄວໜຸ່ມໃນໂຮງຮຽນລະດັບ ມ.ປາຍ ສະຖາບັນການສຶກສາ ແລະ ບຸກຄົນທົ່ວໄປ ໂດຍບໍ່ຈຳກັດເພງຮ້ອງດ່ຽວ ຫຼື ຮວມໝູ່. ສ່ວນເພງທີ່ຈະນຳມາຮ້ອງ ຕ້ອງເປັນເພງແຕ່ງໃໝ່ ມີເນື້ອຫາຖືກຕ້ອງ ແລະ ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຜູ້ສົນໃຈສາມາດ ສະໝັກໄດ້ທີ່ຫ້ອງການສະຫະພັນແມ່ຍິງນະຄອນຫລວງວຽງຈັນ ຫຼື ຂໍແບບ ໃບສະໝັກຕາມໂຮງຮຽນແຫ່ງຕ່າງໆ. ການເສັງເພງຈະໄດ້ຈັດຮອບຄັດເລືອກໃນວັນທີ 25-26 ມີນາ 2013 ທີ່ ອົງການແຄຣ໌ນາໆຊາດ ຮອບທີສອງຈະຈັດຂຶ້ນໃນວັນທີ 30 ມີນາ 2013 ທີ່ສູນເຝິກອົບຮົມແມ່ຍິງລາວ ທີ່ບ້ານໂພນທັນ ຊຶ່ງຈະຄັດຈາກ 30 ຄະນະ ໃຫ້ເຫລືອພຽງ 15 ຄະນະ. ສ່ວນຮອບຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ 4 ພຶດສະພາ 2013 ທີ່ຫໍວັດທະນະທຳແຫ່ງຊາດ. ສ່ວນລາງວັນຊະນະເລີດຈະໄດ້ຮັບເງິນສົດ 5 ລ້ານກີບພ້ອມໃບຢັ້ງຢືນ ລາງວັນທີສອງຈະໄດ້ຮັບເງິນສົດ 3 ລ້ານກີບພ້ອມໃບຢັ້ງຢືນ ລາງວັນທີສາມ ຈະໄດ້ຮັບເງິນສົດ 2 ລ້ານກີບພ້ອມໃບຢັ້ງຢືນ. ນອກນີ້ ຍັງມີລາງວັນຊົມເຊີຍ ຜູ້ເຂົ້າຮອບສຸດທ້າຍຊຶ່ງມີ 12 ລາງວັນໆລະ 3 ແສນກີບ. ຂ່າວ/ພາບ: ເທພະວົງສອນ ທີ່ມາhttp://vtetoday.la
ຂ່າວພາຍໃນ
2013-03-02T18:35:20+00:00
https://laopost.com/?p=2435
ພາບເຫັດຫລິນຈືຍັກ ຈາກແດນມັງກອນ ສຸດຍອດເທບພະເຈົ້າແຫ່ງສະໝຸນໄພ
ສຳນັກຂ່າວຕ່າງປະເທດ ໄດ້ເຜີຍແຜ່ພາບຂອງເຫັດຫລິນຈືຍັກ ສາຍພັນກາໂນເດີມ່າ ລູຊິດຳ (ganoderma lucidum) ຂະໜາດເສັ້ນຜ່າສູນກາງ 107 ຊັງຕີແມັດ ແລະ ມີນ້ຳໜັກ 7.44 ກິໂລກຣາມ ຂອງທ້າວ ເວີ່ຍ ຟັງໜິງ ເຈົ້າຂອງຮ້ານຄ້າໃນເມືອງເຫີໂຈວ ເຂດປົກຄອງຕົນເອງຊົນເຜົ່າກວາງຊີຈ້ວງ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໃນມື້ວັນທີ 6 ມັງກອນຜ່ານມາ. ໂດຍເຫັດຫລິນຈື ແມ່ນໄດ້ຈັດເປັນສິ່ງທີ່ຊອກຫາໄດ້ຍາກແລ້ວໃນທຳມະຊາດ ແລະ ຊ້ຳພັດຊົງຄຸນຄ່າໃນຕຳຫລັບຢາຈີນແຜນບູຮານ ທີ່ມີປະຫວັດການນຳໃຊ້ເຫັດຫລິນຈືໃນການປິ່ນປົວພະຍາດມາແລ້ວຫລາຍກ່ວາ 2 ພັນປີ ແລະ ໄດ້ຮັບການຍົກຍ້ອງໃຫ້ເປັນ ເທບພະເຈົ້າແຫ່ງສະໝຸນໄພ ດ້ວຍຄຸນປະໂຫຍດທີ່ຫລາກຫລາຍ ເຊັ່ນ: ຄວບຄຸມລະດັບນ້ຳຕານໃນເລືອດ, ປັບປຸງລະບົບພູມຄຸ້ມກັນໂລກ ແລະ ປົກປ້ອງຕັບຈາກສານພິດອັນຕະລາຍ ແລະ ອື່ນໆອີກ. ນອກຈາກນີ້ ຍັງເຊື່ອກັນວ່າເຫັດຫລິນຈື ຍັງເປັນຢາອາຍຸວັດທະນະ ທີ່ມີສັບພະຄຸນບຳລຸງຮ່າງກາຍ, ສະໝອງ, ຊະລໍຄວາມແກ່ຊະລາ ແລະ ເຮັດໃຫ້ມີອາຍຸຍືນຍາວ ເຈິ່ງເປັນທີ່ມາຂອງການຂະໜານນາມໃຫ້ເປັນ ເຫັດແຫ່ງຄວາມເປັນອຳມະຕະ ໂດຍໃນອະດີດນັ້ນ ເຫັດຫລິນຈືຖືເປັນຂອງສູງຄ່າສຳລັບຄົນຮັ່ງມີ ແລະ ຊົນຊັ້ນສູງເທົ່ານັ້ນ, ແຕ່ປັດຈຸບັນ ແມ່ນສາມາດຫາຊື້ໄດ້ທົ່ວໄປ ໃນລາຄາ 50 ໂດລາສະຫະລັດ ຕໍ່ 1 ປອນ (1 ປອນ ເທົ່າກັບ 0.45 ກິໂລກຣາມ).
ຂ່າວຕ່າງປະເທດ
2015-01-07T13:25:57+00:00
https://laopost.com/?p=17315
ກອງປະຊຸມໃຫຍ່ພັກຄອມມິວນິດຄັ້ງທີ 19 ຈີນປະກາດໄດ້ເລີ່ມຕົ້ນຍຸກໃໝ່ແລ້ວ
Military officers and communist party cadres walks by photos of Chinese President Xi Jinping at an exhibition highlighting China's achievements under five years of Xi's leadership at the Beijing Exhibition Hall in Beijing, China, Tuesday, Oct. 17, 2017. Having bested his rivals, Chinese President Xi Jinping is primed to consolidate his already considerable power as the ruling Communist Party begins its twice-a-decade national congress on Wednesday.(AP Photo/Ng Han Guan) ເມື່ອວັນທີ 18 ຕຸລາ 2017 ກອງປະຊຸມໃຫຍ່ພັກຄອມມິວນິດຄັ້ງທີ 19 ເປີດສາກຂື້ນແລ້ວທີ່ມະຫາສາລາປະຊາຊົນ ນະຄອນຫຼວງ ປັກກິ່ງ ແລະ ຈະດຳເນີນໄປເຖິງວັນທີ 24 ຕຸລາ 2017 ປະທານາທິບໍດີ ສີຈິ້ນຜິງ ກ່າວສຸນທໍລະພົດເປີດງານປະຊຸມ ດົນເກືອບ 4 ຊົ່ວໂມງ ຕໍ່ໜ້າສະມາຊິກທີ່ເຂົ້າຮ່ວມປະຊຸມກວ່າ 2,300 ຄົນ ວ່າຈີນໄດ້ເລີ່ມຕົ້ນຍຸກໃໝ່ແລ້ວ ຄວາມສຳຄັນຂອງສັງຄົມນິຍົມທີ່ຕ້ອງປັບໃຫ້ທັນສະໄໝໃນຂະນະທີ່ຈີນເດີນໜ້າເຂົ້າສູ່ຍຸກໃໝ່ເປັນມະຫາອຳນາດໂລກ ໂດຍມີແຜນສອງຊັ້ນທີ່ຈະຕ້ອງເດີນໜ້າເຮັດໃຫ້ລຸລ່ວງໃນປີ 2050 ການປະຊຸມດັ່ງກ່າວນີ້ແມ່ນຈັດຂຶ້ນທຸກໆ 5 ປີ ນອກຈາກນີ້ຍັງເນັ້ນຢ້ຳໃຈຄວາມສຳຄັນໃນການປາບປາມການສໍ້ລາດບັງຫຼວງທີ່ລົງໂທດບັນດາພະນັກງານລັດ ແລະ ເຈົ້າໜ້າທີ່ພັກຄອມມູນິດໄປແລ້ວກວ່າ 1 ລ້ານຄົນ, ຍັງໄດ້ກ່າວເຖິງຄວາມສຳຄັນໃນການພັດທະນາເທັກໂນໂລຍີ ແລະ ບໍ່ລືມທີ່ຈະເອີ່ຍເຖິງການປາບປາມກຸ່ມແບ່ງແຍກດິນແດນທີ່ເຄື່ອນໄຫວໃນຊິນຈຽງ, ຕິເບດ ແລະ ຮ່ອງກົງ
ຂ່າວຕ່າງປະເທດ
2017-10-20T08:58:45+00:00
https://laopost.com/?p=96211
ພາກເໜືອ ແລະ ພາກກາງກຽມຮັບມືກັບລົມໜາວ ພ້ອມຝົນຕົກໃນບາງທ້ອງຖິ່ນ
ສະພາບອາກາດຂອງປະເທດລາວໃນໄລຍະນີ້ ໂດຍສະເພາະພາກເໜືອ ແລະ ພາກກາງ ກຽມຮັບມືກັບລົມໜາວອຸນຫະພູມຈະເຢັນລົງ 1-3 ອົງສາ ພ້ອມຈະມີຝົນຕົນໃນບາງທ້ອງຖິ່ນ. ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດ ເລີ່ມຕັ້ງແຕ່ວັນທີ 5 ພະຈິກ 2018 ຄວາມກົດດັນອາກາດສູງຂອງອາກາດເຢັນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ພ້ອມດຽວກັນລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ອາກາດເຢັນຫາໜາວ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກບາງປົກຫຸ້ມຢູ່ທົວ່ໄປໃນຕອນກາງຄືນ ຫາ ຕອນເຊົ້າ. ຈາກນັ້ນວັນທີ 9-11 ພະຈິກ 2018 ຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ອຸນຫະພູມຈະເຢັນລົງ 1-3 ອົງສາ ໂດຍສະເພາະຢູ່ພາກເໜືອດ້ານຕາເວັນອອກ, ແຂວງ ໄຊສມບູນ, ເຂດເມືອງ ນາກາຍ, ຫຼັກ 20, ເມືອງວຽງທອງ ແລະ ເຂດພູພຽງບໍລິເວນ ພ້ອມຈະມີໝອກປົກຄຸມຢູ່ທົ່ວໄປຫຼາຍຂຶ້ນ ແລະ ຈະມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນເຂດຮ່ອມພູ, ສຳລັບພາກໃຕ້ຍັງຈະຮ້ອນໃນຕອນກາງເວັນ ແລະ ມີລົມແຮງໃນບາງໂອກາດ. ຮຽບຮຽງໂດຍ: ບຸດສະດີ ສານນ້ຳມັດ ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຂ່າວທ້ອງຖິ່ນ
2018-11-06T09:49:36+00:00
https://laopost.com/?p=106043
ທີມ WAWA Gaming king ໄດ້ສິດໄປຊີງແຊ໋ມອາຊຽນ MSC 2019 ທີ່ຟີລິບປິນ
ທີມອີ-ສະປອສ (WAWA Gaming King) ສາມາດຄວ້າແຊ໋ມລາຍການແຂ່ງຂັນກີລາ ອີ-ສະປອສ (E-Sports) ປະເພດເກມ Mobile Legends ຊຶ່ງຈັດຂຶ້ນທີ່ສູນການຄ້າແຟເຊິນໄອແລນ ປະເທດໄທ ເມື່ອວັນທີ 26 ພຶດສະພາ 2019. ສຳລັບການແຂ່ງຂັນໃນຮອບຊີງຊະນະເລີດເປັນການພົບກັນເອງລະຫວ່າງນັກກີລາທີມຊາດລາວຄື ທີມ WAWA Gaming King ແລະ ທີມ 100SOP2 ຊຶ່ງປາກົດວ່າທີມ WAWA Gaming King ເອົາຊະນະດ້ວຍຄະແນນ 3-0. ດັ່ງນັ້ນ ທີມ WAWA Gaming King ຈິ່ງໄດ້ເປັນຕົວແທນທີມຊາດລາວໄປຮ່ວມແຂ່ງຂັນໃນລາຍການຊີງແຊ໋ມອາຊຽນ MSC 2019 ຊຶ່ງຈະຈັດຢູ່ທີ່ປະເທດຟີລິບປິນໃນລະຫວ່າງວັນທີ 21-23 ມິຖຸນາ 2019 ແລະ ຖ້າຫາກທີມ WAWA Gaming King ສາມາດຄວ້າແຊ໋ມໃນລາຍການນີ້ໄດ້ກໍຈະໄດ້ຮັບສິດເປັນຕົວແທນໄປຊີງແຊ໋ມໃນລະດັບທະວີບອາຊີ ຊຶ່ງມີເງິນລາງວັນລວມສູງເຖິງ 120.000 ໂດລາ. ໂດຍ: ສະຫະລັດ ວອນທິວົງໄຊ ຮູບພາບ: mobile legends : Bang Bang
ຂ່າວພາຍໃນ
2019-05-28T13:45:12+00:00
https://laopost.com/?p=113935
ສາວໜ້າໃສໄວ 19 ປີ ຄ້າຂາຍຢາເສບຕິດ ຕິດຄຸກ 10 ປີ ປັບໃໝ 100 ລ້ານກີບ
ສານປະຊາຊົນແຂວງ ສະຫວັນນະເຂດ ປະກາດສັ່ງ ນາງ ສຸແພງພັນ ດວງເດດ ຫຼື ໝີ ທີ່ກໍາລັງເປັນສາວໄວອາຍຸ 19 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈໍາຄຸກ 10 ປີ ພ້ອມປັບໃໝເປັນເງິນ 100 ລ້ານກີບ ຫຼັງເຈົ້າໜ້າທີ່ຕໍາຫຼວດ ພົບວ່າມີການຮ່ວມຄ້າຂາຍຢາເສບຕິດ ປະເພດຢາບ້າ ນໍາໝູ່ຜູ້ຮ່ວມຂະບວນການ ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບ ແລະ ກັກຂັງແຕ່ວັນທີ 11 ທັນວາ 2017. ໃນກາງເດືອນມັງກອນ ປີ 2019 ຜ່ານມາ, ສານປະຊາຊົນແຂວງ ສະຫວັນນະເຂດ ໄດ້ມີຄໍາພິພາກສາຊີ້ຂາດຢ່າງເປັນທາງການວ່າເປັນການກະທໍາຜິດຈິງທີ່ເປັນການຄ້າຂາຍສິ່ງເສບຕິດ ໂດຍສານໄດ້ສັ່ງຟ້ອງ ແລະ ຖະແຫຼງວ່າ: ມີຫມູ່ເພື່ອນຊາຍຜູ້ຮ່ວມຂະບວນການໄດ້ໂທລະສັບສັ່ງຊື້ຢາບ້າຈໍານວນ 1 ມັດ ໃນລາຄາ 39.000 ບາດ; ຈາກນັ້ນ, ນາງ ໝີ ໂທລະສັບຕິດຕໍ່ຫາໝູ່ເພື່ອນຕື່ມອີກ ໂດຍບອກວ່າໃຫ້ໝູ່ເພື່ອນຟ້າວເອົາຢາບ້າມາຂາຍໃຫ້ຢູ່ເຮືອນຈໍານວນ 01 ມັດ; ເວລາຕໍ່ມາບຸກຄົນທີ່ໂທຫານັ້ນກໍເອົາຢາບ້າມາໃຫ້ໂດຍມີລົດເກັງວີອ໋ອດ ສີຂາວ ໝາຍເລກທະບຽນ ກບ 6105 ກໍາແພງນະຄອນ ຈາກນັ້ນ, ນາງ ໝີ ເອົາຢາບ້າທີ່ໄດ້ຊື້ມາໄປຂາຍຕໍ່ໃຫ້ທ້າວ ພາສຸກ ຫລື ເປີ້ນ ທີ່ໄດ້ຂັບຂີ່ລົດຈັກຄຣິກໄອ ມາຊື້ຢານໍາ ຈໍານວນ 1 ມັດ. ເມື່ອໄດ້ຂາຍຢາບ້າເປັນທີ່ຮຽບຮ້ອຍແລ້ວ ບໍ່ພໍເທົ່າໃດຕົນເອງກໍ່ຖືກເຈົ້າໜ້າທີ່ຕໍາຫຼວດຈັບ ເຊິ່ງຮູ້ວ່າຜູ້ຮ່ວມຂະບວນການທີ່ຄ້າຂາຍຢາບ້າ 1 ມັດມີທ້າວພາສຸກ, ທ້າວສັນຕິສຸກ, ທ້າວສົມໄຊ, ທ້າວບົວແກ້ວ ເຊິ່ງໄດ້ຖືກຈັບຮ່ວມກັນ. ຈາກບັນດາເອກະສານຫຼັກຖານຕ່າງໆ ໃນສໍານວນຄະດີ ພ້ອມທັງຜົນໄຕ່ສວນຢ່າງລະອຽດເຫັນວ່າ: ນາງ ສຸແພງພັນ ຫຼື ໝີ ເປັນຜູ້ກະທໍາຜິດຕໍ່ກົດໝາຍອາຍາໃນຂໍ້ຫາວ່າ: ຄ້າຂາຍຢາເສບຕິດ ປະເພດຢາບ້າ. ດ້ານໄອຍະການປະຊາຊົນແຂວງ ສະຫວັນນະເຂດ ມີຄໍາເຫັນວ່າ: ການກະທໍາຂອງນາງ ສຸແພງພັນ ເປັນການກະທໍາທີ່ແຕະຕ້ອງເຖິງຄວາມເສຍຫາຍຕໍ່ລະບົບເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ, ເປັນການເບື່ອເມົາຊາວໜຸ່ມເຍົາວະຊົນ ແລະ ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນຂໍ້ຫາຄ້າຂາຍຢາເສບຕິດປະເພດຢາບ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 146 ຂໍ້2, ວັກ3 ແລະ ວັກ 4 ຂອງກົດໝາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາສະບັບປັບປຸງປີ 2012. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ສະຫວັນພັດທະນາ
ຂ່າວທ້ອງຖິ່ນ
2019-03-01T09:30:46+00:00
https://laopost.com/?p=111530
ແມ່ເຖົ້າໄວອາຍຸ 72 ປີ ໃຫ້ກຳເນີດລູກຊາຍຄົນທຳອິດໃນຊີວິດ
ເມື່ອວັນທີ 9 ມີນາ 2017 ທີ່ຜ່ານມາ ເດລີເມລລາຍງານວ່າ ຍິງສູງໄວອາຍຸ 72 ປີ ຊາວອິນເດຍໃຫ້ກຳເນີດເດັກນ້ອຍເພດຊາຍ ຫຼັງເກີດລູກບໍ່ຮອດປີສຸຂະພາບຂອງແມ່ເຖົ້າຄົນນີ້ກໍ່ສຸດໂຊມລົງ ແມ່ເຖົ້າ ດາລຈິນເດີ ເຄົາ ປັດຈຸບັນອາຍຸ 72 ປີ ອາໃສຢູ່ກັບຜົວໃນໄວອາຍຸ 80 ປີ ທາງພາກເໜືອຂອງອິນເດຍ ໄດ້ໃຫ້ກຳເນີດລູກຊາຍທີ່ມີຊື່ວ່າ ອາຣມານ ລູກຊາຍຄົນທຳອິດ (ລູກກົກ) ເມືອວັນທີ 19 ເມສາ 2016 ປີທີ່ຜ່ານມາ ຫຼັງຈາກທີ່ທັງສອງໄດ້ແຕ່ງງານກັນມາດົນກວ່າ 46 ປີ ເນື່ອງຈາກໄລຍະທີ່ຜ່ານມາທັງສອງມີບັນຫາເລື່ອງການມີລູກມາຕະຫລອດຈົນໄດ້ພາກັນໄປປຶກສາແພດເພື່ອເຮັດເດັກຫຼອດແກ້ວ (IVF treatment) ໂດຍທາງ ດຣ. ອານຸຣັກ ບິຊນອຍ ຜູ້ອຳນວຍການສະຖາບັນພາວະຈະເລີນພັນແຫ່ງຊາດ ປະເທດອິນເດຍໄດ້ຕັດສິນໃຈຊ່ວຍເຫຼືອຜົວເມຍຄູ່ນີ້. ປັດຈຸບັນລູກຊາຍຂອງທັງຄູ່ມີອາຍຸໃກ້ຈະຄົບ 1 ປີແລ້ວ ແຕ່ມີຮ່າງກາຍບໍ່ແຂງແຮງສົມບູນປານໃດ ເພາະຕອນເກີດທຳອິດ ເດັກມີນ້ຳໜັກພຽງ 1.6 ກິໂລກຣາມເທົ່ານັ້ນ ເຊິ່ງນ້ຳໜັກຫຼຸດເກນມາດຕະຖານ ແລະ ປັດຈຸບັນກໍ່ມີໜັກພຽງ 6.8 ກິໂລກຣາມເທົ່ານັ້ນ. ເຊິ່ງສາເຫດທີ່ເຮັດໃຫ້ເດັກໂຕໜ້ອຍຫຼຸດມາດຕະຖານພຽງນີ້ກໍ່ຍ້ອນວ່າ ແມ່ເດັກ ກໍ່ຄືແມ່ເຖົ້າ ດາລຈິນເດີ ເຄົາ ໄດ້ໃຫ້ລູກຢຸດກິນນົມຕັ້ງແຕ່ອາຍຸໄດ້ 3 ເດືອນເທົ່ານັ້ນ ຍ້ອນບັນຫາສຸຂະພາບ ເພາະຫຼັງຈາກເກີດລູກ ແມ່ເຖົ້າ ເຄົາ ກໍ່ມີໂຣກຄວາມດັນເລືອດສູງ ແລະ ເມື່ອຍງ່າຍ ແຖມຮ່າງກາຍບໍ່ຜະລິດນ້ຳນົມໃຫ້ລູກກິນ.
ຂ່າວຕ່າງປະເທດ
2017-03-12T12:39:39+00:00
https://laopost.com/?p=86647
ນາຍົກລາວລົງພົບປະຢ້ຽມຢາມປະຊາຊົນແຂວງ ວຽງຈັນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ພົບປະ ແລະ ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງທ້ອງຖິ່ນ ພ້ອມປະຊາຊົນພາຍໃນແຂວງວຽງຈັນໃຫ້ຖືເອົາເອກະລັກແບບພູມປັນດັ້ງເດີມຫັນມາປັບປຸງເປັນສິນຄ້າຕາມຍຸກຕາມສະໄໝສາມາດສ້າງຮັບທີ່ໝັ້ນຄົງ ພ້ອມນີ້ພາກອໍານາດການປົກຄອງແຂວງກໍຕ້ອງໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ຊຸກຍູ້ເຂົາເຈົ້າຢ່າງມີຫົວຄິດປະດິດສ້າງຢ່າງກວ້າງຂວາງ. ໃນວັນທີ 20 ມິຖຸນາ 2017 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມສູນຂໍ້ມູນຂ່າວສານນໍາໃຊ້ພະລັງງານ, ສູນສົ່ງເສີມ ແລະ ຝຶກອົບຮົມລາວ-ເກົາຫລີ ແລະ ພື້ນ ຖານການຜະລິດຂອງປະຊາຊົນໂດຍສະເພາະທຸລະກິດຈັກສານທີ່ເປັນພູມປັນຍາທອ້ງຖິ່ນຢູ່ແຂວງວຽງຈັນ ເຊິ່ງ ທ່ານ ນາຍົກກໍໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແລະ ຜູ້ປະກອບການພາຍໃນແຂວງດັ່ງກ່າວໂດຍເນັ້ນໃຫ້ທຸກໆພາກສ່ວນເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສຍຸຕິທໍາ ແລະ ສຸມໃສ່ການພັດທະນາຢ່າງມີຈຸດສຸມຕິດພັນກັບການອະນຸລັກຮັກສາສິ່ງແວດລ້ອມແບບຍືນຍົງ ນອກຈາກນັ້ນກໍຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜນ, ມີສະຕິລະວັງຕົວ ແລະ ຕີຖອຍທຸກປະກົດ ການຫຍໍ້ທໍ້ໃນສັງຄົມ. ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ຂ່າວທ້ອງຖິ່ນ
2017-06-21T11:47:25+00:00
https://laopost.com/?p=91296
ສສຊ ເນັ້ນໃຫ້ນັກວິຊາການວາງລາຄາໄຟຟ້າລົງໄປເບີ່ງຕົວຈິງ
ການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານ ມີໂຄງສ້າງລາຄາໄຟຟ້າ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານຊີ້ແຈງກ່ຽວກັບການຫລຸດລາຄາໄຟຟ້າ ໃຫ້ມີຄວາມຈະແຈ້ງຕື່ມ. ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນໄດ້ສະເໝີຕໍ່ນາຍົກລັດຖະມົນຕີ ໃນບໍ່ດົນມານີ້ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການປັບໂຄງສ້າງລາຄາໄຟຟ້າໃໝ່ ທີ່ກໍານົດໃຫ້ລາຄາຖືກຮອດພຽງແຕ່ 150 ກິໂລວັດໂມງ/ເດືອນໃນລາຄາ 355 ກີບ/ກິໂລວັດໂມງ ແຕ່ເມື່ອໃຊ້ກາຍ 150 ກິໂລວັດໂມງໃຫ້ ຄູນ 2 ຫຼື ເທົ່າກັບ 710 ກີບ/ກິໂລວັດໂມງ. ໂດຍສ່ວນຕົວຄິດວ່າຖ້າຕັ້ງ 150 ກິໂລວັດໂມງ/ເດືອນແມ່ນບໍ່ເໝາະສົມ ຄວນຕັ້ງຖານຂຶ້ນມາໃໝ່ ເພາະເຮືອນໜຶ່ງ ຫຼື ຊາວກະສິກອນໃດໜຶ່ງທີ່ປູກພຶດຜັກ, ປູກ ເຂົ້າ ທີ່ໃຊ້ໂປມດູດນໍ້າຫົດແມ່ນຕ້ອງໃຊ້ກາຍ 150 ກິໂລວັດໂມງຢູ່ແລ້ວຊຶ່ງມັນໄດ້ສົ່ງຜົນກະທົບໃຫ້ຊາວກະສິກອນຈໍານວນຫຼາຍຢຸດເຊົາປູກພຶດຍ້ອນລາຄາໄຟຟ້າແພງ ຈຶ່ງເຮັດໃຫ້ມີປະກົດການພືດຜັກຂ້າມຂອງ. ບັນດານັກວິຊາການວາງລາຄາຕ້ອງລົງໄປເບິ່ງຕົວຈິງ, ບໍ່ແມ່ນນັ່ງຢູ່ຫ້ອງການວາດພາບເອົາຊື່ໆວ່າຄອບຄົວທຸກຍາກຕ້ອງໃຊ້ໄຟທໍ່ນັ້ນທໍ່ນີ້, ເດືອນໜຶ່ງໃຊ້ໄຟປະມານນັ້ນນີ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-07-03T16:38:30+00:00
https://laopost.com/?p=120194
ໄຊຍະບູລີ ເສັງຄັດເລືອກນັກສຶກສາ ໄປຮຽນຕໍ່ຢູ່ ສສ ຫວຽດນາມ
ຂປລ. ນັກຮຽນຈົບຊັ້ນ ມ.7 ທົ່ວແຂວງໄຊຍະບູລີ 130 ກວ່າຄົນໄດ້ເຂົ້າຮ່ວມ ສອບເສັງຄັດເລືອກ ເອົາທຶນການສຶກສາ ຮຽນຕໍ່ສະຖາບັນ ການສຶກສາຢູ່ ແຂວງ ອຽນບາຍ, ກວາງນິງ ແລະ ແຂວງ ເຊີນລາ ສສ ຫວຽດນາມ ຕາມນະໂຍບາຍ ການຮ່ວມມືພັດທະນາ ຊັບພະຍາກອນ ມະນຸດຂອງ 3 ແຂວງດັ່ງກ່າວ ແລະ ແຂວງໄຊຍະບູລີ ສປປລາວ ໃນວັນທີ 11-12 ເດືອນສິງຫານີ້ ຢູ່ພະແນກສຶກສາທິການ ແລະ ກີລາແຂວງ. ທ່ານ ບຸນເພັງ ມາຖາ ຫົວໜ້າຂະແໜງ ອາຊີວະສຶກສາ ແລະ ການສຶກສາພາກເອກະຊົນ ພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ ກ່າວວ່າ: ຜູ້ເຂົ້າຮ່ວມ ໄດ້ສອບເສັງ ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາວິທະຍາສາດ ທໍາມະຊາດ ແລະ ວິຊາວິທະຍາສາດສັງຄົມ ໂດຍຈະຄັດ ເລືອກເອົາ 35 ຄົນໄປສຶກສາ ລະດັບຊັ້ນກາງ ແລະ ຊັ້ນສູງຢູ່ສະຖາບັນ ການສຶກສາແຂວງອຽນບາຍ, ແຂວງກວາງນິງ ແລະ ແຂວງເຊີນລາ ສສ ຫວຽດນາມ ຕາມນະໂຍບາຍ ທຶນການສຶກສາທີ່ 3 ແຂວງໄດ້ແບ່ງປັນ ໃຫ້ແນໃສ່ຍົກລະດັບ ຄວາມຮູ້ ແລະ ສ້າງພະນັກງານ ວິຊາການ ທີ່ມີປະສົບການ, ຊໍານິຊໍານານ ແລະ ສາມາດ ນໍາເອົາບົດຮຽນ ມາພັດທະນາ ຄຸນນະພາບ ຊີວິດກໍຄືພັດທະນາ ແຂວງໄຊຍະບູລີ ໃນອະນາຄົດ. ຜ່ານມາ,ແຂວງໄຊຍະບູລີ ແລະ 3 ແຂວງຂອງ ສສ ຫວຽດນາມ ໄດ້ຮ່ວມມືແລກປ່ຽນບົດຮຽນ ແລະ ພັດທະນາ ການສຶກສາ ໂດຍແຂວງໄຊຍະບູລີ ໄດ້ສົ່ງ ນັກຮຽນ ໄປສຶກສາວິຊາສະເພາະຊັ້ນກາງ ແລະ ຊັ້ນສູງ 130 ຄົນ,ຍິງ 47 ຄົນ. ຂະນະດຽວກັນ ກໍໄດ້ໃຫ້ທຶນສຶກສານັກຮຽນ ແຂວງອຽນບາຍສສ ຫວຽດນາມ ຮຽນຄູພາສາລາວ-ວັນນະຄະດີ ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ 2 ທຶນ. ຂອບໃຈຂ່າວຈາກ:
ຂ່າວພາຍໃນ
2015-08-12T15:25:07+00:00
https://laopost.com/?p=32686
“ຮຸນເຊນ” ອ້າງໄພກະບົດຂໍເປັນນາຍົກລັດຖະມົນຕີກຳປູເຈຍຕໍ່ໄປອີກ 10ປີ
ນາຍົກລັດຖະມົນຕີກຳປູເຈຍເຊິ່ງດຳລົງຕຳແໜ່ງມາດົນກວ່າ 33 ປີ ເປີດເຜີຍຕໍ່ສື່ວ່າເຂົາຕ້ອງການຢູ່ຕໍ່ອີກ 2 ສະໄໝ ເພາະບໍ່ຢາກໃຫ້ “ກຸ່ມກະບົດ” ທຳລາຍປະເທດ ໜັງສືພິມຂະແມຣ໌ທາມ ລາຍງານວ່າ “ຮຸນເຊນ” ນາຍົກລັດຖະມົນຕີກຳປູເຈຍ ກ່າວປະທັກກະຖາເນື່ອງໃນພິທີຈົບກາສຶກສາເຊິ່ງຈັດຂຶ້ນໃນນະຄອນຫຼວງພະນົມເປນ ເມື່ອວັນທີ 5 ມິຖຸນາ 2018 ໂດຍລະບຸວ່າ ເຂົາມີເປົ້າໝາຍຈະຢຸດຕິບົດບາດທາງການເມືອງແລ້ວ ແຕ່ມີການເຄື່ອນໄຫວຂອງກຸ່ມທີ່ມີຄວາມຄິດເປັນກະບົດຕໍ່ຊາດບ້ານເມືອງ ເຂົາຈິ່ງເຫັນຄວາມຈຳເປັນວ່າຕ້ອງຢູ່ຕໍ່ອີກ 2 ສະໄໝ ຫຼື 10 ປີ ເພື່ອປ້ອງກັນບໍ່ໃຫ້ກຸ່ມກະບົດມາທຳລາຍປະເທດ ຮຸນເຊນ ລະບຸວ່າ “ເຂົາຍັງບໍ່ເຖົ້າເກີນໄປ” ທີ່ຈະປົກຄອງປະເທດ ທັງຍັງຕ້ອງການບັນລຸເປົ້າໝາຍສຳຄັນທີ່ຕັ້ງເອົາໄວ້ ເຊິ່ງກໍ່ຄືການພັກດັນໃຫ້ກຳປູເຈຍເປັນປະເທດທີ່ມີລາຍໄດ້ປານກາງຫາສູງພາຍໃນປີ 2028
ຂ່າວຕ່າງປະເທດ
2018-06-06T11:05:14+00:00
https://laopost.com/?p=101209
ລາວ ຈະພັດທະນາ ພູເບ້ຍ ໃນແຂວງ ໄຊຊົມບູນ ໃຫ້ເປັນ ແຫຼ່ງທ່ອງທ່ຽວ ທຳມະຊາດ
ພູເບ້ຍ ເປັນພູສູງທີ່ສຸດ ໃນແຂວງໄຊສົມບູນ ທາງພາກເໜືອຂອງລາວ ທີ່ເປັນສະຖານທີ່ ທາງການລາວ ຈະພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ. ທາງການແຂວງໄຊສົມບູນ ດຳເນີນການເກັບຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາເຂດພູເບ້ຍ ໃຫ້ເປັນເຂດທ່ອງທ່ຽວທຳມະຊາດ ແລະ ສະຖານທີ່ພັກຜ່ອນຕາກອາກາດສຳຫລັບນັກທ່ອງທ່ຽວ. ທ່ານສົບບັດ ເຢຍລິເຮີ ເຈົ້າແຂວງ ແລະເລຂາພັກແຂວງໄຊສົມບູນ ຖະແຫລງຢືນຢັນທາງການແຂວງໄຊສົມບູນ ໄດ້ເລີ້ມດຳເນີນການເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດພູເບ້ຍ ໃຫ້ເປັນເຂດທ່ອງທ່ຽວທຳມະຊາດ ທີ່ດີທີ່ສຸດແຫ່ງໜຶ່ງໃນລາວ ເພື່ອຮອງຮັບນັກທ່ຽວທັງໃນລາວ ແລະຈາກຕ່າງປະເທດເມື່ອບໍ່ນານມານີ້. ໂດຍການເກັບກຳຂໍ້ມູນທີ່ກຳລັງດຳເນີນຢູ່ໃນເວລານີ້ ຍັງລວມໄປເຖິງການສຶກສາຄົ້ນຄວ້າທີ່ກ່ຽວກັບປະວັດຄວາມເປັນມາ ແລະສະພາບພື້ນທີ່ຂອງພູເບ້ຍຢ່າງລະອຽດ ເພື່ອໃຊ້ເປັນຂໍ້ມູນ ທີ່ສຳຄັນໃຫ້ແກ່ການວາງແຜນພັດທະນາ ທີ່ສອດຄ້ອງ ກັບຊັບພະຍາກອນທຳມະຊາດໃນພື້ນທີ່ ໂດຍສະເພາະ ແມ່ນການທີ່ພູເບ້ຍ ເປັນພູສູງທີ່ສຸດໃນລາວ ທັງຍັງມີປ່າໄມ້ປົກຫຸ້ມໜາແໜ້ນ ອາກາດບໍລິສຸດ ແລະທິວທັດງົດງາມດ້ວຍນັ້ນ ຈຶ່ງເໝາະສົມຢ່າງຍິ່ງ ທີ່ຈະເປັນສະຖານທີ່ພັກຜ່ອນຕາກອາກາດສຳຫລັບນັກທ່ອງທ່ຽວ. ທິວທັດດ້ານເທິງຂອງແຂວງໄຊສົມບູນ ແຕ່ຢ່າງໃດກໍຕາມ ທ່ານສົມບັດ ຍອມຮັບວ່າ ທາງການແຂວງໄຊສົມບູນມີງົບປະມານຢ່າງຈຳກັດຈຶ່ງເຮັດໃຫ້ຈະຕ້ອງສົ່ງເສີມການລົງທຶນ ຂອງພາກເອກະຊົນທັງໃນລາວ ແລະຈາກຕ່າງປະເທດເປັນຫຼັກ ໂດຍສະເພາະແມ່ນການລົງທຶນສ້າງພື້ນຖານໂຄງຮ່າງ ຊຶ່ງທາງການແຂວງໄຊສົມບູນ ກໍໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈ ຮ່ວມກັບບໍລິສັດ Green Partner Holdingຈາກປະເທດຈີນເມື່ອບໍ່ນານມານີ້. ໂດຍບໍລິສັດດັ່ງກ່າວຈະລົງທຶນໃຫ້ກ່ອນ ໃນການພັດທະນາພື້ນຖານໂຄງລ່າງຢູ່ໃນແຂວງໄຊສົມບູນ ແຕ່ລັດຖະບານລາວຈະຕ້ອງຜ່ອນຊຳລະໃຫ້ຄືນ ພ້ອມດອກເບ້ຍທັງໝົດພາຍໃນ 15 ປີ ແລະສາມາດຈະຜ່ອນຊຳລະດ້ວຍການຫັກຈາກຜົນປະໂຫຍດໃນໂຄງການເຂື່ອນທີ່ ບໍລິສັດຈີນລົງທຶນໃນລາວ ໄດ້ດ້ວຍ. ທ່ານ ສົມບັດ ເຢຍລີເຮີ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໂດຍການພັດທະນາລະບົບ ພື້ນຖານໂຄງລ່າງໃນແຂວງໄຊສົມບູນ ໄດ້ແບ່ງເປັນ 2 ໄລຍະດ້ວຍກັນ ຄື ໄລຍະທີ 1 ໃນຊ່ວງປີ 2014 ຫາ 2015 ແລະ ໄລຍະທີ 2 ໃນຊ່ວງປີ 2016 ຫາ 2020 ທີ່ຈະເປັນການດຳເນີນງານ ພາຍໃຕ້ແຜນແມ່ບົດ ທີ່ວ່າດ້ວຍຍຸດທະສາດ ແລະວິໄສທັດການພັດທະນາເສດຖະກິດ-ສັງຄົມ ຕາມທີ່ອົງການກຄອງແຂວງໄຊສົມບູນຕ້ອງການ ເຊັ່ນ ການສຳຫລວດອອກແບບການພັດທະນາ ແລະ ລົງທຶນໃນຂົງເຂດການຜະລິດສິນຄ້າກະສິກຳ ການສຳຫລວດອອກແບບ ແລະ ລົງທຶນໃນການກໍ່ສ້າງຂົວ-ທາງ ສຳນັກງານຂອງລັດ ການກໍ່ສ້າງຕົວເມືອງໃໝ່ ສະໜາມບິນ ລະບົບໄຟຟ້າ ແລະນ້ຳປະປາ ເປັນຕົ້ນ ໂດຍທີ່ທາງຝ່າຍບໍລິສັດຂອງຈີນ ກໍຈະລົງທຶນກໍ່ສ້າງເຂື່ອນໄຟຟ້າຄຽງຄູ່ກັນໄປ. ແຕ່ດ້ວຍເຫດທີ່ລັດຖະບານລາວບໍ່ມີງົບປະມານ ຈຶ່ງຕ້ອງໃຫ້ບໍລິສັດຈີນ ເປັນຜູ້ລົງທຶນໃຫ້ກ່ອນທັງໝົດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ: “ພວກເຮົາບໍ່ທັນໄດ້ມີການກະກຽມ ບຸກຄະລາກອນພຽງພໍ ແລ້ວກະທຶນຮອນ ເພື່ອຈັດຕັ້ງປະຕິບັດ ແລະກໍບໍ່ທັນມີແບບສະບັບວ່າ ຈະເຮັດແນວໃດ ຈະໃຫ້ກຳນົດຄົນໃສ່ນີ້ ຊິໄດ້ ແຕ່ວ່າ ເອົາຄົນທີ່ຮູ້ຈັກເຮັດວຽກແຕ່ລະວຽກຫັ້ນ ມີບັນຫາ ເພາະວ່າລະດັບການສຶກສາຂອງຄົນເຮົານີ້ ກໍບໍ່ທັນສູງ ປະສົບການກໍບໍ່ທັນຫຼາຍ ຈັ່ງຊັ້ນແລ້ວ ພວກເຮົາກະເຫັນວ່າ ຍັງມີຄວາມຫຍຸ້ງຍາກຢູ່.” ນອກຈາກນີ້ ບໍລິສັດຈີນຍັງຈະພັດທະນາເມືອງລ່ອງແຈ້ງ ເມືອງອະນຸວົງ ແລະເມືອງຮົ່ມ ເປັນເຂດທ່ອງທ່ຽວວັດທະນະທຳ ແລະທຳມະຊາດ ໂດຍຈະສ້າງບ້ານພັກຕາກອາກາດ ທີ່ມີສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ມີຖານະດີຈາກຈີນໃຫ້ໄດ້ຖຶງ 20,000 ຄອບຄົວໃນແຕ່ລະປີ. ທັງນີ້ລັດຖະບານລາວ ໄດ້ປະກາດສ້າງຕັ້ງແຂວງໄຊສົມບູນ ຢ່າງເປັນທາງການເມື່ອວັນທີ 31 ທັນວາ 2013 ໂດຍປະກອບດ້ວຍ 5 ເມືອງຄື ເມືອງຮົ່ມ ທ່າໂທມ ອະນຸວົງ ລ່ອງຊານ ລ່ອງແຈ້ງ ແລະມີປະຊາກອນທັງໝົດ 81,801 ຄົນ ໃນພື້ນທີ່ປົກຄອງກວ້າງກວ່າ 8,500 ກິໂລແມັດມົນທົນ. ຂອບໃຈຂ່າວຈາກ: ວິທະຍຸ VOA ອ່ານລາຍລະອຽດຂອງຂ່າວນີ້ຈາກລີ້ງນີ້: http://lao.voanews.com/content/saysomboun-authorities-develops-phoubia-to-be-natural-site-for-tourism/2821425.html
ຂ່າວທ່ອງທ່ຽວ
2015-06-17T11:43:43+00:00
https://laopost.com/?p=28305
ນໍ້າພຸລາວາກໍ່ຕົວໃນເຂດສວນສາທາລະນະໃນເກາະຮາວາຍຫຼັງພູເຂົາໄຟ Kilauea ລະເບີດ
ເວັບໄຊ NY Post ລາຍງານ: ພາບຈາກເວັບແຄມຂອງປາກປ່ອງພູເຂົາໄຟ Kilauea ໄດ້ສະແດງໃຫ້ເຫັນນໍ້າພຸລາວາກໍ່ຕົວຂຶ້ນ ລວມທັງເມກແກັສພູເຂົາໄຟລອຍຂຶ້ນໄປເທິງອາກາດ ໃນເຂດອຸທະຍານແຫ່ງຊາດພູເຂົາໄຟຮາວາຍ. ເຈົ້າໜ້າທີ່ປະຈຳຫ້ອງການສຳຫຼວດທາງທໍລະນີວິທະຍາ ຂອງສະຫະລັດອາເມລິກາກ່າວວ່າ: ການລະເບີດຂອງພູເຂົາໄຟດັ່ງກ່າວເກີດຂຶ້ນໃນຊ່ວງວັນທີ 29 ກັນຍາຜ່ານມາ ຢູ່ບໍລິເວນປາກປ່ອງພູເຂົາໄຟທີ່ນອນໃນເຂດອຸທະຍານແຫ່ງຊາດພູເຂົາໄຟຮາວາຍ ແຕ່ເຫດການນີ້ບໍ່ໄດ້ກະທົບຕໍ່ພື້ນທີ່ບ້ານເຮືອນຂອງປະຊາຊົນ ພ້ອມຢືນຢັນວ່າ ການລະເບີດລັກສະນະນີ້ຍັງບໍ່ເຖິງຂັ້ນຮ້າຍແຮງ ຂະນະທີ່ສວນສາທາລະນະກໍຍັງເປີດໃຫ້ເຂົ້າທ່ຽວຊົມເປັນປົກກະຕິ ແລະຍັງບໍ່ມີການປິດກັ້ນເສັ້ນທາງແຕ່ຢ່າງໃດ. ຢ່າງໃດກໍຕາມ, ລະດັບການແຈ້ງເຕືອນຂອງພູເຂົາໄຟ ໄດ້ຮັບການຍົກລະດັບເປັນ “ຄຳເຕືອນ” ແລະລະຫັດການບິນກໍປ່ຽນເປັນສີແດງແລ້ວ. ພູເຂົາໄຟ Kilauea ເຄີຍລະເບີດຄັ້ງໃຫຍ່ໃນປີ 2018 ເຊິ່ງໄດ້ທຳລາຍບ້ານເຮືອນຈຳນວນ 700 ກວ່າຫຼັງ ເຮັດໃຫ້ຫຼາຍພັນຄົນຈຳຕ້ອງເຄື່ອນຍ້າຍໄປອາໄສຢູ່ເຂດອື່ນ ແຕ່ກ່ອນການລະເບີດຄັ້ງໃຫຍ່ ພູເຂົາໄຟດັ່ງກ່າວກໍເຄີຍລະເບີດມາແລ້ວຫຼາຍຄັ້ງນັບແຕ່ຊ່ວງປີ 1983 ເປັນຕົ້ນມາ ແຕ່ສ່ວນໃຫຍ່ລາວາແຫຼວແມ່ນໄຫຼຖ້ວມເຂົ້າພື້ນທີ່ທີ່ບໍ່ມີປະຊາຊົນອາໄສຢູ່.
ຂ່າວຕ່າງປະເທດ
2021-10-01T12:06:31+00:00
https://laopost.com/?p=128163
ຫຼາຍພາກສ່ວນຮ່ວມບໍລິຈາກເລືອດຊ່ອຍເຫຼືອສັງຄົມ ເພື່ອຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ
ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ ໂດຍສະເພາະແມ່ນການກະກຽມຄວາມພ້ອມໃຫ້ແກ່ຂະບວນການປ່ອນບັດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງ ທີ່ຈະມີຂຶ້ນໃນວັນທີ 20 ມີນາ 2016 ໃຫ້ມີຜົນສໍາເລັດດ້ວຍດີ ພ້ອມດຽວກັນ ກໍເພື່ອເປັນການປະກອບສ່ວນເຂົ້າໃນການຊ່ອຍເຫຼືອກອບກູ້ເອົາຊີວິດຄົນເຈັບປ່ວຍທີ່ຕ້ອງການເລືອດ ເຊິ່ງພວມນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງມີຄວາມຈໍາເປັນ ແລະ ຕ້ອງການເລືອດນັບວັນມີຈໍານວນເພີ່ມຂຶ້ນ. ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບບັນດາກະຊວງ ອົງການຈັດຕັ້ງທາງສັງຄົມຕ່າງໆ ໄດ້ຈັດກິດຈະກໍາບໍລິຈາກເລືອດຂຶ້ນໃນຕອນເຊົ້າວັນທີ 16 ມີນາ 2016 ທີ່ໂຮງຮຽນ ມສ. ມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈິມິນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ແພງທອງບານ ຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ມີບັນດາພະນັກງານ ລັດຖະກອນ ຈາກອົງການຈັດຕັ້ງຕ່າງໆທັງພາກລັດ-ເອກະຊົນ ບັນດານັກຮຽນ ນັກສຶກສາ ຈາກໂຮງຮຽນມັດທະຍົມສົມບູນ ແລະ ສະຖາບັນການສຶກສາຫຼາຍແຫ່ງ ພ້ອມດ້ວຍ ວິຊາການແພດໝໍ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ທ່ານຮອງຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ກ່າວວ່າ ການຈັດກິດຈະກໍາໃນເທື່ອນີ້ ໄດ້ເຊື້ອເຊີນເອົາຫຼາຍພາກສ່ວນຈາກອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມຫຼາຍກວ່າ 50 ພາກສ່ວນ ມີຫຼາຍກວ່າ 700 ຄົນ ຮ່ວມໃຈບໍລິຈາກເລືອດຊ່ອຍເຫຼືອສັງຄົມ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ເຊິ່ງຄາດວ່າຈະມີຜູ້ບໍລິຈາກເລືອດໄດ້ເລືອດທີ່ປອດໄພ ປະມານ 300 ກວ່າຄົນ ເພື່ອແນໃສ່ຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບທີ່ເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງປັດຈຸບັນຖ້າທຽບໃສ່ຄວາມຕ້ອງການເລືອດອັນຈໍາເປັນແລ້ວ ກໍຍັງບໍ່ສາມາດສະໜອງຕອບຕາມຄວາມຕ້ອງການຂອງຄົນເຈັບໄດ້ເທື່ອ ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮວມທັງພາກລັດ ແລະ ເອກະຊົນຈົ່ງໃຫ້ຄວາມສໍາຄັນໃນການບໍລິຈາກເລືອດໃຫ້ນັບມື້ນັບຫຼາຍຂຶ້ນ. ຂ່າວ/ພາບ: ເທບພະວົງ ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ
ຂ່າວພາຍໃນ
2016-03-18T07:12:07+00:00
https://laopost.com/?p=50767
ຍອດການສົ່ງອອກເດືອນມິຖຸນາດີຂຶ້ນແຕ່ຍັງຂາດດຸນກວ່າ 82 ລ້ານ
ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມິຖຸນາ 2020 ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 337 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 82 ລ້ານໂດລາ. ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກປະຈໍາເດືອນມິຖຸນາ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ອີງຕາມຂໍ້ມູນຈາກສູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນ ປະມານ 337 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 45 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງມີມູນຄ່າ ປະມານ 24 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 17 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ມູນຄ່າປະມານ 20 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 9 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 16 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມີມູນຄ່າປະມານ 28 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 11 ລ້ານໂດລາ ແລະ ກາເຟ ມີມູນຄ່າປະມານ 9 ລ້ານໂດລາ. ສິນຄ້ານໍາເຂົ້າຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 419 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 13 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 26 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 47 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 9 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມີມູນຄ່າປະມານ 10 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກມີມູນຄ່າປະມານ 15 ລ້ານໂດລາ, ຝຸ່ນ ( ປຸ໋ຍ ) ມີມູນຄ່າປະມານ 10 ລ້ານໂດລາ. ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ: ຈີນ 107 ລ້ານໂດລາ, ຫວຽດນາມ 103 ລ້ານໂດລາ, ໄທ 65 ລ້ານໂດລາ, ອິນເດຍ 13 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ. ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ 242 ລ້ານໂດລາ, ຈີນ 92 ລ້ານໂດລາ, ຫວຽດນາມ 50 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ສ.ອາເມຣິກາ 4 ລ້ານໂດລາ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-07-21T16:47:18+00:00
https://laopost.com/?p=120459
ລັດຖະບານຕັ້ງເປົ້າຈະກໍານົດ 16 ດ່ານທົ່ວປະເທດ ເພື່ອກວດກາຄຸນນະພາບນໍ້າມັນ
ລັດຖະບານລາວ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ໃນການກໍານົດເອົາ 16 ດ່ານສາກົນ ທົ່ວປະເທດ ເປັນບ່ອນກວດສອບ ແລະ ອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ທີ່ນໍາເຂົ້າຈາກຕ່າງປະເທດ ພາຍໃນປີ 2018. ຂະນະທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍສໍາເລັດການເປີດສາຍດ່ວນ 1513 ເພື່ອຮັບເອົາຄໍາຮ້ອງທຸກຈາກຜູ້ຊົມໃຊ້. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດເຜີຍອາທິດນີ້ ວ່າ: ກະຊວງຂອງຕົນໄດ້ສໍາເລັດກໍານົດ 14 ດ່ານສາກົນ ເພື່ອກວດສອບ ແລະ ອອກໃບຢັ້ງຢືນ ຄຸນນະພາບນໍ້າມັນເຊື້ອໄຟ ກ່ອນການນໍາເຂົ້າ ສປປ ລາວ ແລະ ມີແຜນຂະຫຍາຍຕື່ມອີກ 2 ດ່ານສາກົນ ໃຫ້ຄົບຕາມເປົ້າໝາຍ 16 ດ່ານສາກົນ ທີ່ມີການນໍາເຂົ້ານໍ້າມັນເຊື້ອໄຟ ໃນທົ່ວປະເທດ ພາຍໃນປີ 2018. ນອກຈາກນັ້ນ, ຍັງມີການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ຕາມສາງເກັບນໍ້າມັນເຊື້ອໄຟ ແລະ ຕາມປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດປີລະຄັ້ງ. ພ້ອມນັ້ນ, ສູນດັ່ງກ່າວຍັງໄດ້ມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ ໄວ້ບໍລິການຕາມການຮ້ອງຮຽນຂອງປະຊາຊົນ ແລະ ເປີດສາຍດ່ວນ 1513 ຈາກຜູ້ຊົມໃຊ້. ແຫລ່ງຂ່າວ: ຮັກຊາດ (ສຳນັກຂ່າວສານປະເທດລາວ)
ຂ່າວພາຍໃນ
2017-09-05T17:09:15+00:00
https://laopost.com/?p=94566
ລາວ-ຫວຽດນາມຈະປັບປຸງກົນໄກຊຸກຍູ້ເສດຖະກິດ
ລາວ ແລະ ຫວຽດນາມ, ຈະປັບປຸງຄືນບັນດາກົນໄກການຮ່ວມມືດ້ານເສດຖະກິດທີ່ເຫັນວ່າຍັງບໍ່ທັນອໍານວຍໃຫ້ແກ່ການຄ້າ, ການລົງທຶນລະຫວ່າງສອງປະເທດເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ແລະ ມີຄວາມຍືນຍົງ. ບັນຫາສໍາຄັນດັ່ງກ່າວໄດ້ມີການປືກສາຫາລືໃນກອງປະຊຸມຮ່ວມມືການລົງທຶນລາວ-ຫວຽດນາມປະຈໍາປີ 2016 ເມື່ອບໍ່ດົນມານີ້ທີ່ນະຄອນດານັງ ສສ ຫວຽດນາມ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົມສະຫວາດ ເລັ່ງສະຫວັດ ແລະ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ. ກອງປະຊຸມໄດ້ພ້ອມກັນຕີລາຄາຄືນໝາກຜົນການຮ່ວມມື ແລະ ສະພາບການລົງທຶນຂອງສອງຝ່າຍໃນໄລຍະໜຶ່ງປີຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ການຮ່ວມມືການລົງທຶນສອງຝ່າຍມີປະສິດທິຜົນສູງ, ທັງນໍາເອົາຜົນປະໂຫຍດມາໃຫ້ສອງປະເທດຢ່າງຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະວິຊາການສອງຝ່າຍ ແລະ ຕົວແທນວິສາຫະກິດທີ່ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ, ລົງເລິກໃນບັນຫາຕ່າງໆ, ເຊິ່ງໄດ້ສະແດງໃຫ້ເຫັນວ່າສອງຝ່າຍມີຄວາມຕັ້ງໃຈທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ດ້ານອື່ນໆລະຫວ່າງສອງປະເທດໃຫ້ີມີຄວາມກ້າວໜ້າ, ທັງສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆໃຫ້ໝົດໄປເທື່ອລະກ້າວ, ໂດຍສອງຝ່າຍໄດ້ຕົກລົງຈະປັບປຸງຄືນບັນດາກົນໄກ, ລະບຽບການເພື່ອໃຫ້ສອດຄ່ອງກັບສະພາບການລົງທຶນໃນເງື່ອນໄຂການເຊື່ອມໂຍງພາກພື້ນ ແລະ ສາກົນ, ພ້ອມທັງສຸມໃສ່ການລົງທຶນເຂົ້າໃນໂຄງການທີ່ນໍາເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງປະເທດ. ແຫລ່ງຂ່າວຈາກ:
ຂ່າວທ້ອງຖິ່ນ
2016-03-30T07:22:44+00:00
https://laopost.com/?p=52091
ສປປ ລາວ ກຽມຈັດຫຼາຍກິດຈະກໍາຮ່ວມສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຄົບຮອບ 36 ປີ
ກົມເອີຣົບ-ອາເມຣິກາ ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ໃນນາມຜູ້ປະສານງານແຫ່ງຊາດ ປະຈໍາອົງການຝຣັງໂກໂຟນີສາກົນ ຮ່ວມກັບ ສະຖານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ແລະ ອົງການຈັດຕັ້ງທາງສັງຄົມ ກຽມຈັດງານສະເຫຼີມສະຫຼອງ ວັນຝຣັງໂກໂຟນີສາກົນ ປະຈໍາປີ 2016 ດ້ວຍຫຼາກຫຼາຍກິດຈະກໍາ ເຊິ່ງພິທີທາງການຈະຈັດຂຶ້ນໃນວັນທີ 18 ມີນາ 2016 ທີ່ຈະມາເຖິງນີ້ ຢູ່ຫ້ອງປະຊຸມໃຫຽ່ຂອງມະຫາວິທະຍາໄລສະຫວັນນະເຂດ ແຂວງສະຫວັນນະເຂດ. ພິທີຖະແຫຼງຂ່າວກ່ຽວກັບການຈັດກິດຈະກໍາເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2016 ຈັດຂຶ້ນໃນຕອນບ່າຍວັນທີ 11 ມີນາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ໂດຍການຖະແຫຼງຂອງທ່ານ ຂວັນຕາ ຜາລີວົງ ຫົວໜ້າກົມເອີຣົບ-ອາເມຣິກາ ກະຊວງການຕ່າງປະເທດ ທັງເປັນຜູ້ປະສານງານແຫ່ງຊາດ ປະຈໍາອົງການຝຣັງໂກໂຟນີສາກົນ ທ່ານນາງ ໂກລດິນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າຈາກສະຖານທູດທີ່ໃຊ້ພາສາຝຣັ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານຫົວໜ້າກົມເອີຣົບ-ອາເມຣິກາ ກ່າວວ່າ ອົງການຝຣັງໂກໂຟນີສາກົນ ຫຼື OIF ເປັນອົງການຈັດຕັ້ງສາກົນ ສໍາລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອວັນທີ 20 ມີນາ 1970 ໂດຍມີຈຸດປະສົງຕົ້ນຕໍເພື່ອເສີມສ້າງຄວາມສາມັກຄີ ການຮ່ວມມື ແລະ ການປົກປ້ອງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ອົງການດັ່ງກ່າວປະຕິບັດວຽກງານຕາມ 4 ພາລະໜ້າທີ່ໃຫຽ່ທີ່ສໍາຄັນຄື (1) ສົ່ງເສີມພາສາຝຣັ່ງ ແລະ ຄວາມຫຼາກຫຼາຍດ້ານວັດທະນະທໍາ ແລະ ທາງດ້ານພາສາ (2) ສົ່ງເສີມສັນຕິພາບ ປະຊາທິປະໄຕ ແລະ ສິດທິມະນຸດ (3) ສະໜັບສະໜູນການສຶກສາ ການເຝິກອົບຮົມ ການສິດສອນຊັ້ນສູງ ແລະ ການຄົ້ນຄວ້າ ແລະ (4) ພັດທະນາການຮ່ວມມືແບບຍືນຍົງ. ປັດຈຸບັນ ອົງການດັ່ງກ່າວ ມີສະມາຊິກ 80 ປະເທດ ໃນນັ້ນ 47 ປະເທດທີ່ເປັນສະມາຊິກສົມບູນ ແລະ 23 ປະເທດສັງເກດການ ສໍາລັບ ສປປ.ລາວ ແມ່ນໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວເມື່ອວັນທີ 22 ພະຈິກ 1991 ເຊິ່ງອົງການ OIF ກໍໄດ້ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໃນຫຼາຍດ້ານ ໂດຍສະເພາະໃນການຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນລາວ ໃນຂະແໜງການສຶກສາ ສາທາລະນະສຸກ ແລະ ວັດທະນະທໍາ ໃນຖານະທີ່ເປັນສະມາຊິກຂອງອົງການ OIF ໄດ້ປະກອບສ່ວນສໍາຄັນໃຫ້ແກ່ວຽກງານຕ່າງໆກໍຄື ການເຂົ້າຮ່ວມກອງປະຊຸມສໍາຄັນຂອງອົງການດັ່ງກ່າວ ນອກຈາກນີ້ ສປປ.ລາວ ກໍຄືບັນດາປະເທດສະມາຊິກອື່ນໆ ກໍໄດ້ຈັດພິທີທາງການ ແລະ ກິດຈະກໍາສໍາຄັນຕ່າງໆ ເພື່ອຮ່ວມສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ເຊິ່ງຈັດຂຶ້ນທຸກໆປີ ແລະ ປີນີ້ຄົບຮອບ 36 ປີ ແນໃສ່ເພື່ອສົ່ງເສີມວຽກງານຝຣັງໂກໂຟນີ. ໃນປີນີ້ ກະຊວງການຕ່າງປະເທດ ໂດຍການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ຈະຈັດໃຫ້ມີພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ໃນວັນທີ 18 ມີນາ 2016 ເຊິ່ງພິທີທາງການຈະດໍາເນີນໄປພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີທີ່ຮັບຜິດຊອບວຽກງານຝຣັງໂກໂຟນີ ປະຈໍາ ສປປ.ລາວ ທຸຕານຸທູດບັນດາປະເທດທີ່ກ່ຽວຂ້ອງ ຫົວໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ອື່ນໆ ຕະຫຼອດເຖິງຄູ ອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ພາຍໃນແຂວງສະຫວັນນະເຂດເຂົ້າຮ່ວມ ຄຽງຄູ່ກັນນີ້ ສະຖາບັນການສຶກສາທີ່ມີການຮຽນ-ການສອນພາສາຝຣັ່ງຢູ່ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ ກໍຍັງຈະຈັດກິດຈະກໍາຕ່າງໆເພື່ອຮ່ວມສະເຫຼີມສະຫຼອງວັນດັ່ງກ່າວໃນຂອບເຂດຂອງຕົນ ໃນໄລຍະເດືອນມີນາ 2016 ເຊັ່ນ ການແຂ່ງຂັນນັກຮຽນເກັ່ງ ການແຂ່ງຂັນກີລາ ການແຂ່ງຂັນສິລະປະວັນນະຄະດີ ແລະ ອື່ນໆ. ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ
ຂ່າວທ້ອງຖິ່ນ
2016-03-13T07:31:37+00:00
https://laopost.com/?p=50143
ກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃນລະຫວ່າງວັນທີ 18-19 ມີນາ 2014 ນີ້ ຢູ່ທີສຳນັກ ງານປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ປະຈຳປີ 2013 ໂດຍການ ເຂົ້າຮ່ວມເປັນປະທານຂອງທ່ານພົນໂທ ດວງໃຈ ພິຈິດ, ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ມີການນຳແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງ ຫົວພັນເຂົ້າຮ່ວມ. ກອງປະຊຸມວຽກງານ ປກຊ-ປກສ ຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ລັດຖະ ມົນຕີວ່າການກະຊວງປ້ອງ ກັນປະເທດກໍ່ໄດ້ ແນະນຳແຕ່ ລະແຂວງລາຍງານການຊີ້ ນຳ-ນຳພາວຽກງານການຈັດ ຕັ້ງປະຕິບັດທີ່ຜ່ານມາໂດຍ ເນັ້ນເອົາວຽກງານ ປກຊ-ປກສ ເປັນຫຼັກ ຈາກນັ້ນແຕ່ ລະແຂວງກໍ່ໄດ້ລາຍງານສະ ພາບການຕ່າງໆ ທີ່ເກີດຂຶ້ນ ທີ່ເປັນປາກົດການຫຍໍ້ທໍ້, ວຽກ ງານການປັບປຸງກຳລັງ ປກຊ-ປກສ, ສຶກສາອົບຮົມວຽກງານ ການເມືອງແນວຄິດ, ວຽກ ງານກໍ່ສ້າງຮາກຖານການ ເມືອງແນວຄິດເຊິ່ງຕິດພັນກັບ ວຽກງານ ປກສ-ປກຊ ຫ່າງ ໄກຊອກຫຼີກການພັດທະນາ ເສດຖະກິດ-ສັງຄົມ ແລະ ການສ້າງບ້ານປອດຄະດີ, ບ້ານໜ່ວຍພັກແຂງ-ຮູ້ນຳ ພາຮອບດ້ານ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງ ກັນປະເທດໄດ້ມີຄຳເຫັນຊີ້ ນຳກ່ອນອື່ນທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ກັບ ການຈັດຕັ້ງຊີ້ນຳ-ນຳພາຂອງ ອຳນາດການປົກຄອງຂັ້ນ ຕ່າງໆຂອງທ້ອງຖິ່ນ ແລະ ວຽກງານກໍ່ສ້າງຮາກຖານທີ່ ໄດ້ພະຍາຍາມໄກ້ສິດຕິດ ແທດກັບພໍ່ແມ່ປະຊາຊົນ ນອກນັ້ນທ່ານຍັງໄດ້ເນັ້ນໜັກ ໃຫ້ປັບປຸງກອງກຳລັງ ປກສ-ປກຊ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮັບປະກັນຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ປະຕິ ບັດການລົງຮາກຖານຢ່າງ ແຂ່ງຂັນ ແລະ ເຖິງພໍ່ແມ່ປະ ຊາຊົນ, ພະຍາຍາມແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ວຽກງານກໍ່ສ້າງຮາກ ຖານຕິດພັນກັບວຽກງານຊຸກ ຍູ້ໃຫ້ປະຊາຊົນທຳການຜະ ລິດໃຫ້ກາຍເປັນສິນຄ້າ, ປົກ ປັກຮັກສາຊາຍແດນ, ປົກປັກ ຮັກສາຊັບພະຍາກອນທຳມະ ຊາດໃຫ້ຍືນຍົງ.
ຂ່າວພາຍໃນ
2014-03-25T11:38:00+00:00
https://laopost.com/?p=4541
5 ຂໍ້ຫ້າມທີ່ເຮັດແລ້ວໜ້າຈະແກ່ກ່ອນອາຍຸ
ພຶດຕິກຳທີ່ເຮົາມັກເຮັດເປັນປະຈຳ ອາດຈະເຮັດໃຫ້ເຮົາໜ້າແກ່ກ່ອນໄວອັນຄວນມີຄື: 1. ກິນນ້ຳໜ້ອຍ ນ້ຳຖືວ່າເປັນປັດໄຈພື້ນຖານຂອງຄົນເຮົາ ແລະ ການດື່ມນ້ຳໃຫ້ພຽງພໍຍັງສຳຄັນຕໍ່ຜູ້ຍິງຄື ເຮັດໃຫ້ໜ້າຊຸ່ມຊື້ນ ນຽນໜຸ້ມ ແລະ ໜ້າເດັກກວ່າອາຍຸ ເຮົາຄວນໝັ່ນດື່ມນ້ຳໃຫ້ຫຼາຍໆ ເພາະຖ້າຜິວເຮົາຂາດນ້ຳ ກໍຈະເຮັດໃຫ້ເກີດຮິ້ວຮອຍເທິງໜ້າເຮົາ ແລະ ຮ່າງກາຍໄດ້ງ່າຍ. 2. ນອນໂດຍທີ່ບໍ່ລ້າງໜ້າ ຫຼື ມີເຄື່ອງສຳອາງຢູ່ເທິງໜ້າ ການທີ່ຜູ້ຍິງນອນລັບໄປ ໃນຂະນະທີ່ຍັງມີເຄື່ອງສຳອາງຢູ່ ກໍຈະເຮັດໃຫ້ເຄື່ອງສຳອາງ ແລະ ສິ່ງເປິເປື້ອນໄປອຸດຕັນຢູ່ຮູຂຸມຂົນ ສົ່ງຜົນໃຫ້ເກີດສິວ ແລະ ຮີ້ວຮອຍ. 3. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດື່ມທີ່ມີທາດເຫຼົ້າ ຍິ່ງເຮົາກິນຫຼາຍ ມັນຈະໄປທຳລາຍເກາະຕ້ານອະນຸມູນອິດສະຫຼະ ແລະ ຜົນທີ່ຕາມມາກໍຄື ເຮົາຈະແກ່ກ່ອນອາຍຸ. 4. ບໍ່ທາຄີມກັນແດດ ຄີມກັນແດດເປັນປັດໄຈໜຶ່ງທີ່ສຳຄັນຫຼາຍເຊັ່ນກັນ ໃນການປ້ອງກັນແສງ UV ທີ່ມາຈາກແດດ ແສງຈາກຈໍໂທລະສັບ ແລະ ແສງຈາກດອກໄຟ ເຖິງວ່າເຮົາຈະຢູ່ແຕ່ໃນເຮືອນ ເຮົາກໍຍັງພົບກັບແສງຕ່າງໆທີ່ມາກະທົບຕໍ່ເຮົາໄດ້ເຊັ່ນກັນ. 5. ກິນອາຫານລົດຊາດຈັດ ຜູ້ຍິງສ່ວນຫຼາຍ ມັກຈະກິນອາຫານທີ່ມີລົດຊາດຈັດ ເປັນຕົ້ນແມ່ນເວລາໃກ້ຈະເປັນປະຈຳເດືອນ ຍິ່ງເຮັດໃຫ້ເຮົາມີຄວາມຢາກຫຼາຍຂຶ້ນ ບໍ່ວ່າຈະແມ່ນຂະໜົມຫວານ ຕຳໝາກຫຸ່ງ ນັ້ນກໍເປັນອາຫານທີ່ມີສ່ວນປະກອບຂອງໂຊດຽມ ແລະ ນ້ຳຕານ ເປັນຈຳນວນຫຼາຍ ທີ່ມັນຈະເຮັດໃຫ້ການຜະລິດຄໍລະເຈນໃນຮ່າງກາຍເຮົາໜ້ອຍລົງ ຮິ້ວຮອຍເທິງໜ້າເຮົາກໍຈະຕາມມາເຊັ່ນກັນ. ຂໍ້ມູນຈາກ sanook
ສຸຂະພາບ ແລະ ສີ່ງແວດລ້ອມ
2023-01-12T16:34:59+00:00
https://laopost.com/?p=140943
ອັດຕາເພີ່ມຂຶ້ນຂອງປະຊາກອນລາວມີທ່າອຽງຫຼຸດລົງ
ອີງຕາມຜົນຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ IV ປີ 2015 ເຫັນວ່າອັດຕາການເພີ່ມຂຶ້ນ ຂອງປະຊາກອນລາວໃນຂອບເຂດທົ່ວ ປະເທດ ໂດຍລວມແລ້ວມີທ່າອຫຽງຫຼຸດລົງຫຼາຍສົມຄວນເມື່ອທຽບກັບ 10 ປີ ກ່ອນຈາກ 2,08% ໃນປີ 2005 ມາເປັນ 1,48% ໃນປີ 2015 ຊຶ່ງການລາຍງານຄັ້ງນີ້ແມ່ນໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2016 ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ ກຽດເຂົ້າຮ່ວມ ແລະເປັນປະທານຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະ ຊວງແຜນການ ແລະການລົງທຶນ ພ້ອມນັ້ນກໍຍັງມີບັນດາທ່ານລັດຖະມົນຕີ, ຮອງ ລັດຖະມົນຕີ, ທ່ານເຈົ້າແຂວງ, ຮອງເຈົ້າ ແຂວງ ແລະຜູ້ຕາງໜ້າອົງການສາກົນ, ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸພັນ ແກ້ວມີໄຊ ໄດ້ກ່າວວ່າ: ການສຳຫຼວດພົນລະເມືອງແລະທີ່ຢູ່ອາໄສທົ່ວປະເທດແມ່ນການສຳ ຫຼວດໜຶ່ງທີ່ມີຄວາມສຳຄັນ ແລະຈຳເປັນ ຕ້ອງໄດ້ຈັດຕັ້ງປະຕິບັດສຳລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະສາກົນໃນທຸກໆ 10 ປີ ຕາມຫຼັກການຂອງຂະແໜງສະຖິ ຕິຂອງອົງການສະຫະປະຊາຊາດ ແລະ ສປປ ລາວ ກໍໄດ້ຈັດຕັ້ງປະຕິບັດມາແລ້ວ 4 ຄັ້ງ ນັບແຕ່ປີ 1985 ຈົນເຖິງປີ 2015 ຊຶ່ງຫາກໍຈົບໄປ, ດັ່ງນັ້ນ ໃນກອງປະຊຸມ ເທື່ອນີ້ແມ່ນເພື່ອເຜີຍແຜ່ຜົນສຸດທ້າຍ ຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ IV ປີ 2015 ໂດຍຜົນດັ່ງກ່າວແມ່ນສຸດທີ່ມີຄວາມສຳຄັນ ແລະເປັນປະໂຫຍດໃຫ້ແກ່ລັດຖະບານ, ອົງການຈັດຕັ້ງສາກົນກໍຄືຜູ້ນຳໃຊ້ ຂໍ້ມູນຕ່າງໆ. ຜົນການສຳຫຼວດຄັ້ງນີ້ຈະສະໜອງ ໄດ້ບັນດາຂໍ້ມູນທີ່ຫຼາກຫຼາຍ ແລະເປັນອັນ ລະອຽດໃນລະດັບແຂວງ ແລະເມືອງ, ເປັນຕົ້ນຂໍ້ມູນທີ່ສຳຄັນກ່ຽວກັບຄຸນລັກສະນະທາງປະຊາກອນ, ການສຶກສາ, ການເຂົ້າເຖິງບໍລິການສາທາລະນະສຸກ, ການມີວຽກເຮັດງານທຳ, ການເຄື່ອນ ຍ້າຍຂອງພົນລະເມືອງ, ລວມທັງສະ ພາບທີ່ຢູ່ອາໄສຂອງພົນລະເມືອງ ແລະ ພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ ບັນດາຂໍ້ມູນຕ່າງໆຍັງຈະເປັນພື້ນຖານ ໃຫ້ແກ່ການສ້າງແຜນງານຕ່າງໆ, ສຳ ຄັນໄປກວ່ານັ້ນຍັງຈະເປັນບ່ອນອີງໃຫ້ແກ່ການຄຸ້ມຄອງພົນລະເມືອງ, ການ ສ້າງນະໂຍບາຍປະຊາກອນ ແລະການ ພັດທະນາທີ່ມີຄວາມດຸ່ນດ່ຽງທາງດ້ານ ການດຳລົງຊີວິດ, ການພັດທະນາມະ ນຸດໃຫ້ມີຄຸນນະພາບດີຂຶ້ນ, ສ້າງໂອກາດ ໃຫ້ປະຊາຊົນມີວຽກເຮັດງານທຳ ລວມ ທັງການແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃນຂອບເຂດທົ່ວປະ ເທດອີກດ້ວຍ. ທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນ ສະຖິຕິແຫ່ງຊາດ, ທຽມເທົ່າຮອງລັດຖະມົນຕີກ່າວວ່າ: ສຳລັບການສຳຫຼວດພົນ ລະເມືອງ ແລະທີ່ຢູ່ອາໄສຂອງລາວເຮົາໃນໄລຍະ 10 ປີຜ່ານມາ (2005-2015) ເຫັນໄດ້ວ່າການຂະຫຍາຍຕົວ ຂອງປະຊາກອນມີທ່າອ່ຽງຫຼຸດລົງຫຼາຍ ສົມຄວນເມື່ອທຽບກັບ 10 ປີຄືນຫຼັງເປັນ ຕົ້ນແມ່ນອັດຕາການເພີ່ມຂຶ້ນຂອງພົນລະ ເມືອງໃນປີ 2005 ມີ 2,08% ແຕ່ວ່າໃນ ປີ 2015 ມີພຽງແຕ່ 1,48%, ເນື່ອງ ຈາກວ່າປະຈຸບັນປະຊາກອນສ່ວນຫຼາຍ ສາມາດເຂົ້າເຖິງພື້ນຖານໂຄງລ່າງຂອງ ບ້ານເປັນຕົ້ນແມ່ນດ້ານການສຶກສາ, ສາ ທາລະນະສຸກ, ດ້ານຖະໜົນຫົນທາງ ແລະຕາຂ່າຍໄຟຟ້າກໍໄດ້ຮັບການປັບປຸງ ຂຶ້ນເລື້ອຍໆ, ສະນັ້ນ ຈິ່ງເຮັດໃຫ້ປະຊາຊົນ ໄດ້ມີເງື່ອນໄຂໃນການດຳລົງຊີວິດດີຂຶ້ນ, ມີການຄຸມກຳເນີດ ຊຶ່ງສົ່ງຜົນເຮັດໃຫ້ອັດ ຕາການເກີດໜ້ອຍລົງ ແລະມີແນວໂນ້ມ ການເປັນຄົວເຮືອນນ້ອຍ, ພ້ອມກັນນັ້ນ ດ້ານອັດຕາການຕາຍກໍຄ່ອຍໆຫຼຸດລົງ, ແຕ່ໃນຂະນະດຽວກັນອາຍຸຍືນສະເລ່ຍກໍຄ່ອຍໆເພີ່ມຂຶ້ນເຊັ່ນກັນ. ຜົນຂອງການສຳຫຼວດໃນເທື່ອນີ້ ຍັງເຫັນວ່າປະຈຸບັນພົນລະເມືອງລາວ ປະມານ 45% ແມ່ນອາໄສຢູ່ 4 ແຂວງ ໃຫຍ່ຄືສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ຈຳປາສັກ ແລະຫຼວງພະບາງ ຕາມລຳດັບ ແຕ່ວ່າອີກຈຸດໜຶ່ງທີ່ເຫັນໄດ້ຢ່າງຈະແຈ້ງແມ່ນການປ່ຽນແປງຂອງ ບ້ານໂດຍມີການຈັດສັນ, ໂຮມບ້ານ ແລະ ຍຸບບ້ານໃຫ້ແທດເໝາະກັບການຄຸ້ມຄອງ ບໍລິຫານໃນແຕ່ລະເມືອງ ແລະແຂວງ ຊຶ່ງສະແດງໃຫ້ເຫັນຈຳນວນບ້ານໄດ້ຫຼຸດລົງຈາກ 10.552 ບ້ານໃນປີ 2005 ມາເປັນ 8.500 ບ້ານ ໃນປີ 2015, ສ່ວນຈຳນວນພົນລະເມືອງມີທັງໝົດ 6.492.228 ຄົນ ໃນນັ້ນ ມີແມ່ຍິງ 3.237.227 ຄົນ. ຂ່າວຈາກ: ເສດຖະກິດ-ສັງຄົມ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-24T11:58:32+00:00
https://laopost.com/?p=73859
ຜູ້ເຜີຍແຜ່ສາສະໜາຊາວອາເມລິກາ ແລະ ການາດາ 17 ຄົນຖືກລັກພາຕົວໃນໄຮຕິ
Policemen clean an avenue blocked by protesters and by friends and relatives of Biana Velizaire, 27, kidnapped for five days by gang members, in Port-au-Prince, Haiti, Monday, Sept. 27, 2021. Haitian police launched a special operation in the most exposed areas of kidnappings to respond to the recent surge in this criminal activity conducted by gangs. (AP Photo/Rodrigo Abd) ເວັບໄຊ CNN ລາຍງານ: ຜູ້ເຜີຍແຜ່ສາສະໜາຊາວອາເມລິກາ ແລະ ການາດາຈຳນວນ 17 ຄົນ ຖືກກຸ່ມແກ໋ງລັກພາຕົວໃນປະເທດໄຮຕິ ໃນວັນທີ 16 ຕຸລາຜ່ານມາ ໃນນັ້ນມີເດັກອາຍຸຕໍ່າກວ່າ 18 ປີ ເຖິງ 5 ຄົນ. ຜູ້ເຜີຍແຜ່ສາສະໜາ ປະກອບດ້ວຍ ຊາວອາເມລິກາ 16 ຄົນ ແລະການາດາ 1 ຄົນ ຖືກແກ໋ງອາດຊະຍາກຳລັກພາຕົວ ຂະນະເດີນທາງໄປຊ່ວຍສ້າງສະຖານທີ່ພັກສຳລັບເດັກກຳພ້າ ເຊິ່ງຕັ້ງຢູ່ທາງພາກເໜືອຂອງ ປັອກໂຕແປຼງ (Port-au-Prince) ເມືອງຫຼວງຂອງປະເທດໄຮຕິ ຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງສະຫະລັດເປີດເຜີຍວ່າ ໄດ້ຮັບລາຍງານກ່ຽວກັບເລື່ອງນີ້ແລ້ວແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ່ມເຕີມ ເຊິ່ງໃຫ້ຮູ້ພຽງແຕ່ວ່າ ສະຫວັດດີພາບ ແລະຄວາມປອດໄພຂອງພົນລະເມືອງສະຫະລັດໃນຕ່າງປະເທດຖືເປັນຄວາມສຳຄັນສູງສຸດຂອງກະຊວງການຕ່າງປະເທດ. ປັນຫາການລັກພາຕົວໃນໄຮຕິເພື່ອຮຽກຄ່າໄຖ່ເກີດຂຶ້ນເປັນປະຈຳ ເຊິ່ງຫ້ອງການຕຳຫຼວດແຫ່ງຊາດຂອງໄຮຕິໄດ້ລາຍງານໃນຊ່ວງ 8 ເດືອນຂອງປີນີ້ ເກີດເຫດລັກພາຕົວເຖິງ 328 ລາຍ, ບັນດາເຫຍື່ອທີ່ຖືກລັກພາຕົວສ່ວນໃຫຍ່ແມ່ນນັກຮຽນ, ທ່ານໝໍ, ເຈົ້າໜ້າທີ່ຕຳຫຼວດ ແລະປະຊາຊົນທົ່ວໄປ.
ຂ່າວຕ່າງປະເທດ
2021-10-18T13:01:43+00:00
https://laopost.com/?p=128630
ໂຮງຮຽນສາມັນສຶກສາທົ່ວປະເທດກຽມເປີດສົກຮຽນໃໝ່ໃນວັນທີ 1 ກັນຍາປີນີ້
ຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເຖິງພະແນກສຶກສາທິການ ແລະ ກິລາບັນດາແຂວງ ລວມທັງນະຄອນຫຼວງວຽງຈັນເລື່ອງການພັກສິ້ນປິຮຽນສຳລັບສົກຮຽນ 2020-2021 ແລະ ເປີດສົກຮຽນໃໝ່ຂອງໂຮງຮຽນສາມັນສຶກສາປະຈໍາສົກຮຽນ 2021-2022 ເຊິ່ງບັນດາໂຮງຮຽນສາມັນສຶກສາທຸກແຫ່ງທົ່ວປະເທດແມ່ນຈະມີການຈັດຕັ້ງພິທີເປີດສົກຮຽນໃໝ່ຢ່າງເປັນທາງການໃນວັນທີ 1 ກັນຍາທີ່ຈະມາເຖິງນີ້. ແຈ້ງການລະບຸວ່າ: ທຸກໂຮງຮຽນຈະມີການມອບຕາຕະລາງສອນໃຫ້ກັບຄູອາຈານໃນໂຮງຮຽນຂອງຕົນ ພ້ອມກະກຽມເອກະສານສຳລັບການລົງທະບຽນຂອງນັກຮຽນພາຍໃນອາທິດທີ 4 ຂອງເດືອນສິງຫານີ້, ພ້ອມກັນນັ້ນ, ຄະນະອຳນວຍການໂຮງຮຽນ, ຄູ ແລະ ນັກຮຽນທຸກຄົນຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາທີ່ຢູ່ໃນໂຮງຮຽນ, ໝັ່ນລ້າງມືດ້ວຍສະບູ ຫຼື ເຈວລ້າງມື ແລະ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ. ສຳລັບໂຮງຮຽນທີ່ຢູ່ໃນເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ (ເຂດພື້ນທີ່ສີແດງ) ແລະ ໂຮງຮຽນທີ່ຍັງໃຊ້ເປັນສູນກັກບໍລິເວນຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອໂຄວິດ ແມ່ນບໍ່ສາມາດເປີດສົກຮຽນໃໝ່ໄດ້. ຢ່າງໃດກໍຕາມ, ທາງຫ້ອງການກະຊວງສຶກສາທິການ ແລະ ກິລາກໍໄດ້ຝາກເຖິງພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ສັງຄົມໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ທັງເຊື່ອໝັ້ນຕໍ່ວິທີການປ້ອງກັນ, ຄວບຄຸມ, ຫຼີກເວັ້ນຄວາມສ່ຽງໃນການຕິດເຊື້ອພະຍາດ, ບໍ່ຢ້ານກົວຕໍ່ສະຖານທີ່ຮຽນ ຫຼື ໂຮງຮຽນ ທັງໃຫ້ຄວາມຮ່ວມມືໃນການສົ່ງລູກຫຼານຂອງຕົນເຂົ້າຮຽນຢ່າງຄົບຖ້ວນ.
ຂ່າວພາຍໃນ
2021-08-19T13:34:28+00:00
https://laopost.com/?p=127016
ແຈ້ງການຫາເຈົ້າຂອງລົດ ຟໍຈູນເນີ ທີ່ເຈົ້າໜ້າທີ່ກັກໄວ້
ອີງຕາມການລາຍງານຂອງ ກອງບັນຊາການ ປກສ ແຂວງວຽງຈັນ ທີ່ໄດ້ອອກແຈ້ງການເຖິງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໃນວັນທີ 7 ກຸມພາ 2023 ຜ່ານມາ ເຈົ້າໜ້າທີ່ ວິຊາສະເພາະຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ກັກລົດ TOYOTA ຍິ່ຫໍ້ FORTUNER ສີຂາວ, ປ້າຍທະບຽນ ຂລ 9749 ເລກຈັກ 1KD0212291 ເລກຖັງ MROYZ59 G401128646. ຜ່ານການລົງກວດກາ, ເກັບກັບຂໍ້ມູນຫຼັກຖານຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະ ເຫັນວ່າເອກະສານທີ່ຕິດມານໍາລົດ ແມ່ນບໍ່ກົງກັບຂໍ້ມູນຂອງກົມຂົນສົ່ງ ແລະບໍ່ສາມາດຮູ້ໄດ້ເຈົ້າຂອງລົດ TOYOTA ຍິ່ຫໍ້ FORTUNER ສີຂາວ, ປ້າຍທະບຽນ ຂລ 9749 ເລກຈັກ 1KDU553974 ເລກຖັງ MROYZ59 G401141381 ຄັນດັ່ງນັ້ນ ຈຶ່ງແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ຖ້າຫາກສົງໃສ ຫຼື ມີເອກະສານຢັ້ງຢືນວ່າເປັນລົດຂອງຕົນເອງ ໃຫ້ນໍາເອົາເອກະສານທີ່ກ່ຽວຂ້ອງມາພົວພັນນໍາກອງບັນຊາການ ປກສ ແຂວງວຽງຈັນ ໃນໂມງລັດຖະການ ກໍານົດບໍ່ໃຫ້ກາຍ 60 ວັນ ນັບຈາກມື້ລົງລາຍເຊັນເປັນຕົ້ນໄປ ຖ້າຫາກກາຍກໍານົດເວລາຖືວ່າສະຫຼະສິດ ລົດຄັນດັ່ງກ່າວຈະຖືກຢືດເປັນຂອງລັດຕາມລະບຽບກົດໝາຍ, ລາຍລະອຽດຕາມແຈ້ງການ.
ຂ່າວພາຍໃນ
2023-03-28T11:50:25+00:00
https://laopost.com/?p=143528
ເຈົ້າເມືອງໂພນທອງເປີດເຜີຍ ແຮ່ທາດທີ່ພົບຢູ່ເມືອງໂພນທອງບໍ່ແມ່ນຄຳ
ດັ່ງທີ່ສື່ມວນຊົນໄດ້ເຜີຍແພ່ເຫດການ ທີ່ປະຊາຊົນແຫ່ກັນໄປເກັບເອົາແຮ່ທາດ ທີ່ຄ້າຍຄືຄຳຈາກຫີນປູທາງ ໃນເຂດວັງເຕົາ-ຊ່ອງເມັກ ໃນວັນທີ 8 ມິຖຸນາ 2016 ທີ່ຜ່ານມານັ້ນ ຫຼ້າສຸດ ທ່ານເຈົ້າເມືອງເມືອງໂພນທອງ ເປີດເຜີຍວ່າແຮ່ທາດທີ່ພົບເຫັນນັ້ນ ບໍ່ແມ່ນຄຳ. ເຈົ້າເມືອງໂພນທອງໄດ້ອອກມາແຈ້ງເຕື່ອນປະຊາຊົນຢ່າໄປຫຼົງເຊື່ອ ຕໍ່ຂ່າວລືໃນວັນທີ 8 ມິຖຸນາ 2016 ທີ່ວ່າປະຊາຊົນພາກັນໄປເກັບແຮ່ຄຳ ຕິດໃນກ້ອນຫີນ ປູເສັ້ນທາງ 16 A ວັງເຕົ່າ-ຊ່ອງເມັກ ເມືອງໂພນທອງ , ຄວາມຈິງມັນເປັນພຽງແຮ່ທາດທີ່ເອີ້ນວ່າ: ພາຍລາຍ ທີ່ເຈືອປົນກັບກ້ອນຫີນ ບໍ່ສາມາດນຳມາເປັນເສດຖະກິດໄດ້. ທ່ານ ຂັນຄຳ ສຸລິວົງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ ທ່ານ ຂັນຄຳ ສຸລິວົງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ ໃຫ້ສຳພາດວ່າ: ຕໍ່ກັບເຫດການທີ່ປະຊາຊົນຊາວເມືອງໂພນທອງ ພາກັນໄປເກັບກ້ອນຫີນທີ່ທາງບໍລິສັດດວງດີກໍ່ສ້າງຂົວ-ທາງ ນຳມາປູຊັ້ນຮອງພື້ນຢູ່ເສັ້ນທາງ 16 A ໃນວັນທີ 8 ມິຖຸນາ 2016 ຢູ່ເຂດບ້ານຫ້ວຍເພັກ ດ້ວຍຄວາມເຂົ້າໃຈຜິດວ່າ ມີແຮ່ທາດຄຳຕິດຢູ່ກັບກ້ອນຫີນ ຈົນເຮັດໃຫ້ກາຍເປັນຂ່າວລື ແລະ ມີຜູ້ຄົນນຳໄປລົງຕາມສື່ອອນໄລຕ່າງໆ ອອກໄປເປັນວົງກວ້າງ. ຕໍ່ກັບບັນຫາດັ່ງກ່າວ ອຳນາດການປົກຄອງເມືອງ ສົມທົບກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ນຳເອົາຫີນຂຶ້ນເມືອວິໃຈຢູ່ສູນກາງ ເຊິ່ງຜົນການວິໃຈ ວິເຄາະອອກມາວ່າ ຄວາມຈິງເປັນພຽງແຮ່ທາດ ພາຍລາຍ( PYLITE ) FeS2 ທີ່ເຈື່ອນປົນກັບຫີນ ບໍ່ສາມາດນຳເປັນເສດຖະກິດໄດ້. ດັ່ງນັ້ນຈຶ່ງໄດ້ອອກແຈ້ງລົງເຖິງຮາກຖານກຸ່ມບ້ານ,ບ້ານເປົ້າໝາຍ ແລະ ປະຊາຊົນທຸກທ້ອງຖິ່ນຮັບຮູ້ເຂົ້າໃຈ ແລະ ຂໍໃຫ້ມີສະຕິຢ່າໄປຫຼົງເຊື່ອຂ່າວລືດັ່ງກ່າວ ທີ່ອາດສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ. ທ່ານ ຂັນນຄຳ ສຸລິວົງ ໃຫ້ຮູ້ຕື່ມວ່າ: ຕາມການລົງເອົາຂໍ້ມູນຕົວຈິງເຂດທີ່ມີແຮ່ທາດ ພາຍລາຍ ທີ່ເຈືອປົນຫີນຢູ່ເຂດບ້ານແກ້ງກາງ ຫຼັກ 30 ເມືອງໂພນທອງ ແມ່ນປະກົດເຫັນຢັ່ງຢາຍທົ່ວບໍລເວນເຂດຂຸດຄົ້ນ, ແຕ່ປະກົດເຫັນສ່ວນຫຼາຍແມ່ນເບື້ອງທິດຕາເວັນອອກ ຂອງເຂດສຳປະທານຂຸດຄົ້ນ ເຊິ່ງເປັນລັກສະນະຮອຍແຊກໃນຊັ້ນຫີນຊາຍ ສູງສຸດບໍ່ເກີນ 20 ຊັງຕີແມັດ ແລະ ຄວາມຍາວບໍ່ເກີນ 1 ແມັດ ຮູບເຫດການປະຊາຊົນແຫ່ກັນໄປເກັບຫີນທີ່ມີແຮ່ທາດຄ້າຍຄືຄຳຕິດ ເມື່ອວັນທີ 8 ມິຖຸນາ 2016 *** ຂ່າວ-ພາບ: ຄຳຫຼ້າ ***
ຂ່າວທ້ອງຖິ່ນ
2016-07-01T23:14:20+00:00
https://laopost.com/?p=63912
ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ
ໃນວັນຈັນ ທີ 21 ສິງຫານີ້, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທໍາ ຈໍານວນ 13 ໂຕນ ເພື່ອຮັບມື ກັບໄພພິບັດສຸກເສີນ ເຊິ່ງຕາງຫນ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍ ພະນະທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ຫນາມບິນສາກົນວັດໄຕ. ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາເຫຼົ່ານີ້ ແມ່ນສ່ວນຫນຶ່ງຂອງກິດຈະກໍາຮ່ວມມື ດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ. ຍິນດີທີ່ໄດ້ສະຫນັບສະຫນູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ, ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກໍາລັງຕອບໂຕ້ກັບໄພ ນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ.” ທ່ານເອກອັກຄະລັດຖະທູດ ແຄລີ ກ່າວ. ເຄື່ອງຊ່ວຍເຫຼືອສະຫນັບສະຫນູນດ້ານມະນຸດສະທໍາ ມີມູນຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີ ຊຸດອະນາໄມ 180 ຊຸດ, ຊຸດເຄື່ອງຄົວ 368 ຊຸດ, ຜ້າຫົ່ມ 800 ຜືນ, ມຸ້ງ 1.600 ດາງ, ສາດຢາງ 900 ຜືນ ເຊິ່ງສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 2.000 ຄົນ. “ລັດຖະບານລາວຕີລາຄາສູງຕໍ່ກັບການຊ່ວຍເຫຼືອວຽກງານມະນຸດສະທໍາຈາກລັດຖະບານອົດສະຕຣາລີ. ການທີ່ພວກເຮົາມີເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດກຽມພ້ອມໃນປະເທດແມ່ນສາມາດຊ່ວຍໃຫ້ ລັດຖະບານລາວຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງໄວ. ເຄື່ອງຊ່ວຍເຫຼືອວຽກງານມະນຸດສະທໍາທີ່ ລັດຖະບານອົດສະຕຣາລີໄດ້ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2022 ໄດ້ຖືກສົ່ງໄປຊ່ວຍເຫຼືອຊຸມຊົນທີ່ຖືກຜົນກະທົບຈາກນ້ໍາຖ້ວມທີ່ສາມແຂວງພາກກາງ” ທ່ານຮອງ ລັດຖະມົນຕີ ລີປາວ ຢ່າງ ກ່າວ. ອົດສະຕຣາລີມີຄວາມມຸ່ງຫມັ້ນທີ່ຈະສະຫນັບສະຫນູນລັດຖະບານລາວ ໃນວຽກງານດ້ານມະນຸດສະທໍາ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານໂຄງການຮ່ວມມືພັດທະນາຂອງພວກເຮົາ.
ຂ່າວພາຍໃນ
2023-08-21T13:42:53+00:00
https://laopost.com/?p=146927
5 ສາເຫດທີ່ສ່ຽງເຮັດໃຫ້ຕັບມີບັນຫາ
ຫຼາຍຄົນເຄີຍສົງໃສ ແລະ ຕັ້ງຄຳຖາມວ່າ ໂຣກຕັບເກີດຂຶ້ນມາໄດ້ແນວໃດ ເພາະບາງຄົນບໍ່ໄດ້ດື່ມສິ່ງມຶນເມົາ ຫຼື ບໍ່ໄດ້ກິນອາຫານດິບ, ເຄິ່ງສຸກດິບ ເຄິ່ງດິບ ແຕ່ເປັນຫຍັງຍັງມີບັນຫາເລື່ອງຕັບ ຄວາມຈິງແລ້ວມັນມີຫຼາຍປັດໃຈທີ່ເຮັດໃຫ້ຕັບຂອງຄົນເຮົາມີບັນຫາ ແຕ່ຈະມີສາເຫດໃດແນ່ນັ້ນ ເຮົາມາອ່ານກັນເລີຍ 1) ອາຫານ ແລະ ນ້ຳດື່ມ ຄົນເຮົາຄວນກິນອາຫານ ແລະ ດື່ມນ້ຳທີ່ສະອາດທຸກຄັ້ງ ເພື່ອປ້ອງກັນໂຣກໄວຣັສຕັບອັກເສບເອ ເຊິ່ງເກີດຈາກການກິນອາຫານຕ່າງໆ ເຊັ່ນ: ອາຫານບໍ່ສະອາດ, ຜັກສົດ, ໝາກໄມ້ ທີ່ລ້າງບໍ່ສະອາດ, ນ້ຳດື່ມທີ່ມີສານປົນເປື້ອນ ອາຫານເຮັດບໍ່ສຸກ, ເປັນຕົ້ນ 2) ການມີເພດສຳພັນ ແລະ ເລືອດ ການຕິດເຊື້ອໄວຣັສຕັບອັກເສບບີ ມີຄົນເປັນພາຫະນະທີ່ສຳຄັນ ເຊັ່ນ: ການໃຊ້ເຄື່ອງຮ່ວມກັບຄົນທີ່ມີເຊື້ອໄວຣັສຕັບບີ ຫຼື ການມີເພດສຳພັນຮ່ວມກັບຄົນທີ່ມີເຊື້ອໄວຣັສຕັບບີ ກໍ່ສາມາດຕິດກັນໄດ້ 3) ຢາ ການກິນຢາ ຫຼື ຜະລິດຕະພັນເສີມຕ່າງໆ ອາດມີຜົນຂ້າງຄຽງຕໍ່ຕັບໄດ້ ເຊັ່ນ: ການໃຊ້ຢາພາຣາເຊຕາມໍ, ຢາແກ້ປວດ, ຢາຄາຍກ້າມເນື້ອ, ຢາດີຫວັດ, ຢາປະຕິຊີວະນະ, ຢາສະໝຸນໄພທີ່ບໍ່ໄດ້ມາດຕະຖານ, ຢາລູກກອນ ອື່ນໆ 4) ເຄື່ອງດື່ມແອລກໍຮໍ ແອລກໍຮໍຈະເຮັດໃຫ້ເກີດຄວາມຜິດປົກກະຕິຂອງການໃຊ້ໂປຣຕິນ, ໄຂມັນ ແລະ ຄາຣໂບໄຮເດຣດໃນຕັບໄດ້ ໃນໄລຍະທຳອິດຈະເຮັດໃຫ້ໄຂມັນສະສົມໃນຕັບກ່ອນ ເຊິ່ງເບື້ອງຕົ້ນຈະບໍ່ມີອາການໃດໆ ແຕ່ປ່ອຍໄວ້ດົນໆຈະເຮັດໃຫ້ເກີດພາວະຕັບອັກເສບ ແລະ ຊ້ຳເຮື້ອຈົນເປັນຕັບແຂງ ຫຼື ອາດເຮັດໃຫ້ເກີດມະເຮັງຕັບໄດ້ 5) ສານພິດຕ່າງໆ ການໄດ້ຮັບສານພິດເຂົ້າສູ່ຮ່າງກາຍເປັນປະຈຳກໍ່ເຮັດໃຫ້ເກີດອັນຕະລາຍຕໍ່ຕັບໄດ້ ເຊັ່ນ: ສານໜູ ທີ່ປົນເປື້ອນໃນຢາຫອມ, ປາໝິກແຫ້ງໃນອາຫານ ແລະ ສິ່ງແວດລ້ອມ ຫາກຮ່າງກາຍຮັບເຂົ້າໄປຫຼາຍຈະສະສົມທີ່ຕັບ ແລະ ທຳລາຍລະບົບການເຮັດວຽກຂອງຕັບ ເຮັດໃຫ້ຕັບເຮັດວຽກໜັກ ແລະ ເກີດການອັກເສບຕາມມາໃນທີ່ສຸດ ຂໍ້ມູນຈາກ: http://www.rak-sukapap.com/2016/08/5_13.html
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-17T15:57:58+00:00
https://laopost.com/?p=68921
ທົ່ວປະເທດ ປູກພືດລະດູຝົນໄດ້ແລ້ວ ຫລາຍກວ່າ 228 ພັນເຮັກຕາ!
ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປູກພືດລະດູຝົນ ມາຮອດປັດຈຸບັດນີ້ ທົ່ວປະເທດປະຕິບັດໄດ້ແລ້ວ ຫຼາຍກວ່າ 228 ພັນເຮັກຕາ ຂອງເນື້ອທີ່ແຜນການ 586.300 ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນຂະບວນການປູກສາລີ ແລະ ຖົ່ວ ຢູ່ບັນດາແຂວງພາກເໜືອ ປະຕິບັດໄດ້ 122 ພັນເຮັກຕາ, ຮອງລົງມາແມ່ນຂະບວນການປູກເຜືອກມັນ ແລະ ພືດຜັກຕ່າງໆ ຢູ່ແຂວງພາກກາງ ປະຕິບັດໄດ້ແລ້ວຫຼາຍກວ່າ 67 ພັນເຮັກຕາ, ພາກໃຕ້ 38 ພັນກວ່າເຮັກຕາ, ຄຽງຄູ່ກັນນັ້ນ ການປັກດຳເຂົ້ານາປີ ຂອງກະສິກອນທົ່ວປະເທດ ກໍສຳເລັດປະມານ 323 ພັນຮັກຕາ ເທົ່າກັບ 41% ຂອງເນື້ອທີ່ແຜນການ 787.500 ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ 222 ພັນກວ່າເຮັກຕາ ເທົ່າກັບ 40% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 66 ພັນກວ່າເຮັກຕາ, ເທົ່າກັບ 30 %, ພາກເໜືອປະຕິບັດໄດ້ແລ້ວ 34 ພັນກວ່າເຮັກຕາ ເທົ່າກັບ 32 % ຂອງເນື່ອທີ່ແຜນການ, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ຢູ່ທ້ອງຖິ່ນຕ່າງໆ ຢ່າງເປັນຂະບວນ, ເພື່ອເຮັດໜ້າທີ່ແນະນຳ ການນຳໃຊ້ເຕັກນິກວິທະຍາການ ໃຫ້ກະສິກອນ ເພື່ອສາມາດຍົກສະມັດຕະພາບ ການຜະລິດສູງຂຶ້ນ, ພ້ອມທັງໄດ້ສະໜອງແນວພັນພືດ ແລະ ສັດ ໃຫ້ທ້ອງຖິ່ນທີ່ຍັງຂາດເຂີນ, ສ່ວນການປູກເຂົ້າເນີນສູງ(ເຂົ້າໄຮ່) ຊຶ່ງມາຮອດປັດຈຸບັນ ທົ່ວປະເທດສາມາດປະຕິບັດໄດ້ແລ້ວ 70 ພັນກວ່າເຮັກຕາ ເທົ່າກັບ 70 % ຂອງແຜນການ ແລະ ຄາດວ່າ ການປູກເຂົ້າຂອງກະສິກອນທົ່ວປະເທດ ຈະສຳເລັດ 100% ໃນຕົ້ນເດືອນສິງຫາທີ່ຈະມາເຖິງນີ້. ແຫລ່ງຂ່າວ: ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-19T10:48:23+00:00
https://laopost.com/?p=65515
ຊາຍຕວັກກີ ຕິດເຊື້ອໂຄວິດ-19 ເປັນເວລາ 14 ເດືອນ ຫຼັງຜົນກວດອອກມາເປັນບວກເຖິງ 78 ຄັ້ງ
ວັນທີ 15 ກຸມພາ 2022 ສໍານັກຂ່າວຕ່າງປະເທດ thenationalnews ໄດ້ລາຍງານ ເຫດການບໍ່ຄາດຄິດທີ່ເກີດຂື້ນຈາກ ໂຄວິດ-19 ໄດ້ປ່ຽນແປງການໃຊ້ຊີວິດຂອງຊາຍຄົນໜຶ່ງທີ່ມີຊື່ວ່າ Moussafer Kayasan ຊາຍຕວັກກີ ອາຍຸ 56 ປີ ຢູ່ທີ່ນະຄອນ Istanbul ທີ່ໄດ້ກວດຫາເຊື້ອໂຄວິດ-19 ເຖິງ 78 ຄັ້ງ ເຮັດໃຫ້ລາວມີຊີວິດທີ່ໂດດດ່ຽວ, ໄດ້ຢູ່ຫ່າງຈາກຄອບຄົວ ແລະ ໄດ້ນອນຢູ່ໂຮງໝໍເປັນເວລາ 14 ເດືອນ ຈົນລາວທົນບໍ່ໄຫວ ແລະ ໄດ້ຂໍຄວາມຊ່ວຍເຫຼືອຜ່ານສື່ ວ່າເຮັດແນວໃດຈຶ່ງຈະກັບຄືນສູ່ຊີວິດປົກກະຕິ ໂດຍບໍ່ຕ້ອງກັກໂຕອີກຕໍ່ໄປ. Kayasan ເປັນມະເຮັງເມັດເລືອດຂາວ ແລະ ຍັງຖືກກວດພົບວ່າຕິດເຊື້ອ ໂຄວິດ-19 ພ້ອມທັງໄດ້ກວດຊໍ້າອີກ 78 ເທື່ອນັບຕັ້ງແຕ່ມື້ທີ່ລາວຕິດເຊື້ອ ຕັ້ງແຕ່ເດືອນພະຈິກ ປີ 2020. ຢ່າງໃດກໍຕາມ, ນັບຕັ້ງແຕ່ທີ່ລາວປິ່ນປົວດີແລ້ວ ແລະ ໄດ້ອອກຈາກໂຮງໝໍ ກໍຕ້ອງໄດ້ກັກໂຕເປັນເວລາ 14 ວັນ ຕາມມາດຕະການປ້ອງກັນໂຄວິດ-19 ແຕ່ຜົນປາກົດວ່າ ບໍ່ວ່າຈະກວດຄືນອີກຈັກຄັ້ງຜົນກໍອອກມາເປັນບວກສະເໝີ, ແພດທີ່ໃຫ້ການຮັກສາໄດ້ບອກເຖິງສາເຫດທີ່ຜົນອອກມາບວກຍ້ອນວ່າ ລະບົບພູມຄຸ້ມກັນຮ່າງກາຍຂອງລາວອ່ອນແອລົງ ເນື່ອງຈາກພະຍາດມະເຮັງເມັດເລືອດຂາວນັ້ນເອງ. ໃນຂະນະທີ່ຄົນໃນຄອບຄົວຂອງລາວຜົນກວດອອກມາເປັນລົບໝົດ.
ຂ່າວຕ່າງປະເທດ
2022-02-16T10:56:22+00:00
https://laopost.com/?p=131974
ພົບໄຂ່ປອມໃນວຽງຈັນ ຈິງຫຼືບໍ່ກໍຄວນຕ້ອງກວດກາ
ມື້ນີ້, ວັນທີ 22 ກໍລະກົດ 2015 ທີມຂ່າວ ລາວໂພສຕ໌ ໄດ້ຮັບຂ່າວຈາກປະຊາຊົນທ່ານໜຶ່ງ ສົ່ງຂ່າວເຂົ້າມາທາງຂໍ້ຄວາມວ່າ ມີຜູ້ພົບໄຂ່ປອມ ທີ່ຊື້ໄດ້ຈາກນະຄອນຫຼວງວຽງຈັນ ລັກສະນະຂອງໄຂ່ປອມຈະເປັນເມັດນ້ອຍໆ ຂ້າງນອກໄຂ່ເຊິ່ງນັ້ນແມ່ນເມັດອັດຮູ ແລະໄຂ່ແດງຈະເປັນສີເຂັ້ມກວ່າໄຂ່ແທ້ ເວລາຕີໄຂ່ມັນຈະແຕກຍາກ ຫຼືບໍ່ເຂົ້າກັນກັບໄຂ່ຂາວ. ຕໍ່ຂ່າວດັ່ງກ່າວ ທີມຂ່າວລາວໂພສຕ໌ ກຳລັງຕິດຕາມລາຍລະອຽດທີ່ໄປທີ່ມາຢູ່. ດັ່ງນັ້ນ, ໃນໂອກາດນີ້ ຖ້າຫາກມີພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າທັງກົມອາຫານແລະຢາ, ກະຊວງສາທາລະນະສຸກ, ຫຼືພາກສ່ວນທີ່ກ່ຽວຂ້ອງຈາກ ກະຊວງອຸດສາຫະກຳແລະການຄ້າ ພ້ອມກັນລົງໄປກວດກາຕົວຈິງຈະເປັນເລື່ອງທີ່ດີ ເພື່ອຄາຍຂໍ້ສົງໄສແກ່ປະຊາຊົນໄດ້. ຂ່າວໂດຍ: ພົນລະເມືອງດີ
ຂ່າວພາຍໃນ
2015-07-22T15:56:39+00:00
https://laopost.com/?p=30842
ສປຊ ຮັບຮອງເອົາ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ
ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ຮັບຮອງເອົາ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ໂດຍກຳນົດເວລາ 5 ປີໃນການກຽມຄວາມພ້ອມ ຂະນະທີ່ໄລຍະເວລາມາດຕະຖານທີ່ກຳນົດຕົວຈິງແມ່ນ 3 ປີ. ອີງຕາມຂໍ້ມູນທີ່ປະກາດໃນເວັບໄຊ UN ຮູ້ວ່າ: ໃນວັນທີ 24 ພະຈິກຜ່ານມາ, ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ຮັບຮອງເອົາ 3 ປະເທດ ໄດ້ແກ່ ລາວ, ບັງກະລາເທດ ແລະ ເນປານ ໃຫ້ຫຼຸດພົ້ນຈາກສະຖານະດ້ອຍພັດທະນາ ບົນພື້ນຖານພິເສດ, ໂດຍໃຫ້ມີໄລຍະກະກຽມເປັນເວລາ 5 ປີ ເພື່ອກ້າວອອກຈາກສະຖານະປະເທດດ້ອຍພັດທະນາ ໂດຍສະເພາະ ແມ່ນການຟື້ນຟູ ແລະຜັນຂະຫຍາຍ ບັນດາຍຸດທະສາດ ເພື່ອຕອບໂຕ້ ຜົນກະທົບອັນໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19. ສປປ ລາວ ມີກຳນົດທີ່ຈະກາຍເປັນປະເທດກຳລັງພັດທະນາຢ່າງເປັນທາງການໃນປີ 2026 ເນື່ອງຈາກຄະນະກຳມະການ ສປຊ ໃຫ້ເວລາໃນການກະກຽມ 5 ປີ ແທນທີ່ຈະເປັນສາມປີ ເພື່ອກຽມຄວາມພ້ອມສຳລັບການປ່ຽນແປງອັນເນື່ອງມາຈາກຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງປະເທດ.
ຂ່າວພາຍໃນ
2021-11-26T09:36:11+00:00
https://laopost.com/?p=129876
ວິທະຍຸຊາວໜຸ່ມ ອອກອາກາດຢ່າງເປັນທາງການແລ້ວ
ພິທີເປີດສະຖານີວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ທີ່ຕັ້ງຢູ່ບ້ານ ໂພນທັນ ເມືອງສີສັດຕະນາກນະຄອນຫລວງວຽງຈັນ ໄດ້ມີຂຶ້ນໃນ ວັນທີ 17 ກໍລະກົດຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ດຣ ວິໄລວົງ ບຸດດາຄຳ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈໍາ ນວນຫລາຍ. ສະຖານີວິທະຍຸດັ່ງກ່າວປະກອບມີຫ້ອງຈັດລາຍການສົດ, ຫ້ອງອັດລາຍການ, ຫ້ອງບໍລິຫານ ແລະ ຕາຂ່າຍສົ່ງສັນຍານໃນລະບົບ FM 90.0 ເມກາເຮີດ ແລະ ເສົາອັງແຕນສົ່ງສັນຍານມີຄວາມສູງ 27 ແມັດ. ປັດຈຸບັນມີລາຍ ການທີ່ອອກອາກາດໃນສະຖານີ ດັ່ງກ່າວ 16 ລາຍການ, ເຊິ່ງແຕ່ລະລາຍການໄດ້ນຳສະເໜີກ່ຽວກັບການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມ, ການຈັດກິດຈະກຳຕ່າງໆຂອງອົງການຈັດຕັ້ງຊາວໜຸ່ມລວມເຖິງການປະກອບ ສ່ວນຂອງຊາວໜຸ່ມລາວໃນຂະບວນການຕ່າງໆ, ເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ເປັນບ່ອນປຸກລະດົມຊຸກຍູ້ຂະບວນການຊາວໜຸ່ມ-ເຍົາວະຊົນ, ເປັນບ່ອນສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງທັງເປັນເວທີສົ່ງເສີມຄວາມຮູ້, ຄວາມສາມາດ, ຫົວຄິດປະດິດສ້າງ ແລະ ພອນສະຫວັນຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ. ຂອບໃຈຂ່າວຈາກ: ລາວພັດທະນາ
ຂ່າວພາຍໃນ
2015-07-20T14:43:10+00:00
https://laopost.com/?p=30661
ລັດຍັງບໍ່ອະນຸຍາດໃຫ້ຫຼິ້ນກີລາທຸກປະເພດທີ່ມີນັກກີລາ ແລະ ຜູ້ຊົມຫຼາຍຄົນ
ໜັງສືພິມວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພວມເປັນໄພຄຸກຄາມໃນທຸກປະເທດທົ່ວໂລກດ້ວຍຈັງຫວະໄວ ແລະ ເພີ່ມຄວາມຮຸນແຮງຂຶ້ນທຸກວັນອັນໄດ້ຂ້າຊີວິດຄົນໄປແລ້ວເປັນຫຼາຍແສນ ແລະ ມີຜູ້ຕິດເຊື້ອຈຳນວນຫຼາຍລ້ານຄົນ ແລະ ກຳລັງເພີ່ມຂຶ້ນເລື້ອຍໆ ສະນັ້ນເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນສະກັດກັ້ນ ແລະ ຄຸບຄຸມ ເພື່ອຮັບມືກັບການລະບາດຂອງພະຍາດຮອບໃໝ່ ລັດຖະບານຈຶ່ງໄດ້ຕົກລົງ ແລະ ຊີ້ນຳການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນນີ້ສະເພາະວຽກງານກີລາຍັງບໍ່ອະນຸຍາດໃຫ້ຫຼິ້ນກີລາທຸກປະເພດທີ່ມີນັກກີລາ ແລະ ຜູ້ຊົມເຂົ້າຮ່ວມຫຼາຍກວ່າ 10 ຄົນ. ສະເພາະວຽກງານການສຶກສາໃຫ້ກະຊວງສຶກສາທິການ ແລະ ກີລາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກະກຽມເປີດການຮຽນການສອນຄືນໃນຊັ້ນປະຖົມສຶກສາປີທີ 5 ມັດທະຍົມສຶກສາປີທີ 4 ແລະ ມັດທະຍົມສຶກສາປີທີ 7 ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ມີບ່ອນລ້າງມືດ້ວຍນ້ຳ ສະອາດໃສ່ສະບູ ຫຼື ເຈວລ້າງມືໃສ່ຜ້າອັດປາກ-ອັດດັງ ວັດແທກອຸມຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ໃຫ້ສືບຕໍ່ປິດຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ ດ້ານວຽກງານກີລາອະນຸຍາດໃຫ້ອອກກຳລັງ ຫຼື ຫຼິ້ນກີລາກາງແຈ້ງທີ່ບໍ່ເປັນທີມໃກ້ຊິດກັນເຊັ່ນ: ອອກກຳລັງກາຍ (ຍ່າງ-ແລ່ນ) ຂີ່ລົດຖີບ ເຕັ້ນແອໂຣບິກ ແລະ ກ໊ອຟ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ. ຢ່າງໃດກໍຕາມຄຽງຄູ່ກັບມາດຕະການຜ່ອນຜັນດັ່ງກ່າວນັ້ນ ລັດຖະບານຍັງເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການໃນນີ້ໃນຂົງເຂດວຽກງານກີລາ-ກາຍຍະ ຍັງບໍ່ອະນຸຍາດໃຫ້ເປີດສະຖານທີ່ອອກກຳລັງ-ຫຼິ້ນກີລາໃນຮົ່ມ ກີລາກາງແຈ້ງເປັນທີມທີ່ມີການໃຊ້ສິດກັນເຊັ່ນ: ກີລາເຕະບານບານບ້ວງບານສົ່ງ ຍ່າງມາຣາທອນ ຕີມວຍ ຕີໄກ່ ເປຕັງ ແລະ ການແຂ່ງຂັນກີລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກີລາເຂົ້າຮ່ວມຫຼາຍກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້. ຮຽບຮຽງຂ່າວ: ພຸດສະດີ
ຂ່າວພາຍໃນ
2020-05-06T14:18:21+00:00
https://laopost.com/?p=118976
ຊຸດ “ຕຳໝາກຫຸ່ງລາວ” ຊຸດປະຈຳຊາດທີ່ Miss Grand Laos ປີນີ້ຈະນຸ່ງເຂົ້າປະກວດ
ຊຸດ “ຕໍາໝາກຫຸ່ງລາວ” ເປັນຊຸດປະຈຳຊາດທີ່ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ຈະນຸ່ງເຂົ້າປະກວດໃນເວທີ Miss Grand International ຄັ້ງທີ 9 ເຊິ່ງຈະຈັດຂຶ້ນທີ່ພູເກັດ, ປະເທດໄທໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້. ອີງຕາມຂໍ້ມູນຈາກເພດຈ໌ MISS GRAND LAOS ມິສແກຣນລາວ, ແຮງບັນດານໃນການອອກແບບຊຸດດັ່ງກ່າວສືບເນື່ອງມາຈາກ “ຕຳຫມາກຫຸ່ງ” ຖືເປັນອາຫານພື້ນເມືອງ ຂອງປະເທດລາວ ມີລົດຊາດສົ້ມຫວານ, ເຜັດ, ເຄັມ, ນົວ ແລະເມື່ອເວົ້າເຖີງອາຫານລາວ ຖືເປັນອັນດັບທຳອິດທີ່ທຸກຄົນຕ້ອງຄິດຫາ “ຕຳຫມາກຫຸ່ງ”. ຊຸດດັ່ງກ່າວ ອອກແບບໂດຍ ສາຍແກ້ວ ສີດາວົງ ແລະ ຕັດຊຸດໂດຍ ຄໍາພີ ອະລັງການ. ສຳລັບສ່ວນປະກອບຂອງ ຊຸດ “ຕໍາໝາກຫຸ່ງລາວ” ຜູ້ປະດິດໄດ້ນຳເອົາຜ້າໄຫມລາວ ແລະນຳເທັກນິກເຄື່ອງຈັກສານ ມາອອກແບບເຂົ້າດ້ວຍກັນ ເພື່ອໃຫ້ໄດ້ລົດຊາດ ຂອງການກີນຕຳຫມາກຫຸ່ງ ແລະເພີ່ມກີ່ນອາຍຂອງຄວາມເປັນລາວ ດ້ວຍການແຕ່ງກາຍແບບຊຸດລາວພື້ນເມືອງ ຜ່ານການສື່ສານໃນຮູບແບບຊຸດປະຈຳຊາດ Miss grand Laos. ທາງທີມງານລາວໂພສ ຂໍເປັນອີກແຮງກຳລັງໃຈໃຫ້ນ້ອງ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ປະສົບຜົນສຳເລັດ ແລະກັບປະເທດພ້ອມລາງວັນຕິດໄມ້ຕິດມືມາຝາກແຟນໆທຸກຄົນຢູ່ທາງບ້ານ. ເປັນແນວໃດພາກັນຖືກໃຈກັນບໍ່?
ຂ່າວພາຍໃນ
2021-11-29T11:14:05+00:00
https://laopost.com/?p=129972
ມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ
ປກສ ເມືອງຈັນທະບູລີ ມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ ພ້ອມຂອງກາງຫຼາຍລາຍການ. ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວກຸ່ມຜູ້ຄ້າຂາຍຢາເສບຕິດກ່ອນ 1 ຄົນ ແລ້ວນຳໄປສອບສວນຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການ 3 ຄົນ, ເຈົ້າໜ້າທີ່ຈິ່ງໄດ້ເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານ ພົບເຫັນຂອງຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598,690 ເມັດ ແລະ ສິ່ງເສບຕິດທີ່ຜິດກົດໝາຍອີກຫຼາຍລາຍການ ຈິ່ງໄດ້ນຳຕົວພວກກ່ຽວມາດໍາເນີນຄະດີ. ພັທ ພົມມີ ແສນຈົງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ ໃນວັນທີ 29 ມິຖຸນາ 2022 ວ່າ: ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງ ວ່າມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດເມືອງຈັນທະບູລີ. ຈາກນັ້ນ, ຈິ່ງໄດ້ນຳກຳລັງວິຊາສະເພາະ ລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ ຮອດວັນທີ 10 ມິຖຸນາ 2022, ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ພົນ ອາຍຸ 21 ປີ ຢູ່ບ້ານຊຽງຢືນ ເມືອງຈັນທະບູລີ. ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບ ວ່າ: ໄດ້ຊື້-ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ, ມາຮອດວັນທີ 28 ມິຖຸນາ 2022, ຈິງໄດ້ເຂົ້າຈັບຕົວ ທ້າວ ສຸກມິໄຊ ຫຼື ຕານ້ອຍ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນວ ( ເປັນຜົວເມຍກັນ ) ຢູ່ຮ້ານຄາລາໂອເກະແຫ່ງໜຶ່ງ ເຂດບ້ານນາໄຊ ເມືອງໄຊເສດຖາ. ຈາກນັ້ນ ຈິ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານ ເຂດ III ແລ້ວໄດ້ສົມທົບກັບອຳນາດການປົກຄອງບ້ານຊຳເກດ, ປກສ ກຸ່ມໜອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ, ພົບເຫັນ ທ່າວ ຈ່ຽວຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດ ຫວຽດນາມ, ພົບ ຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598.690 ເມັດ, ເຄື່ອງປ້ຳຢາບ້າ ຈໍານວນ 01 ເຄື່ອງ, ຢາໄອສ 02 ຖົງໃຫຍ່, ສານເສບຕິດສີແດງ ຈໍານວນ 02 ຖົງໃຫຍ່, ສານເສບຕິດສີສົ້ມ ຈຳນວນ 01 ຖົງໃຫຍ່, ຜ່ານການສອບສວນ ພວກກ່ຽວ ຮັບສາລະພາບວ່າ ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ. ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພັກພວກ ສືບຄົ້ນຫາຫົວໂປ່ໂຕການ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ. ແຫຼ່ງຂ່າວຈາກ ປກສ ນວ
ຂ່າວພາຍໃນ
2022-07-01T16:38:52+00:00
https://laopost.com/?p=135305
6 ອາຫານ ຊ່ວຍເພີ່ມໄຂມັນຊະນິດດີໃຫ້ກັບຮ່າງກາຍ
ໄຂມັນຊະນິດບໍ່ດີ LDL ແມ່ນໂຕທີ່ໄປເກາະຕິດຜະໜັງເສັ້ນເລືອດ ແລະກໍ່ໃຫ້ເກີດພະຍາດຮ້າຍຕ່າງໆ ຕາມມາ ໄຂມັນຊະນິດດີ HDL ມີໜ້າທີ່ເກັບສິ່ງເສດເຫຼືອ ຫຼືໄປເກັບຄາບໄຂມັນທີ່ເກາະຢູ່ຕາມຜະໜັງເສັ້ນເລືອດ ໃຫ້ໄປທີ່ຕັບ ແລະຂັບອອກທາງນໍ້າບີ ຊຶ່ງໄຂມັນຊະນິດນີ້ກໍຈະຖືກແບ່ງແຍກຍ່ອຍອອກໄປອີກ ເປັນແບບທີ່ຮ່າງກາຍສາມາດສ້າງເອງໄດ້ ກັບສ້າເອງບໍ່ໄດ້. 6 ອາຫານເພີ່ມໄຂມັນຊະນິດດີໃຫ້ກັບຮ່າງກາຍ ນໍ້າມັນໝາກກອກ: ເປັນນໍ້າມັນທີ່ມີກົດໄຂມັນອິ່ມຕົວດ່ຽວສູງ ມີປະໂຫຍດຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຫົວໃຈ ລອງເອົານໍ້າມັນໝາກກອກມາປະກອບອາຫານ ຫຼືເລືອກກິນອາຫານທີ່ມີສ່ວນປະສົມຂອງນໍ້າມັນໝາກກອກ ຖົ່ວຊະນິດເປືອກແຂງ: ມີໄຂມັນຊະນິດບໍ່ອິ່ມຕົວເຊິງຊ້ອນ ຊຶ່ງເປັນກົດໄຂມັນທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ເພາະສະນັ້ນຈຶ່ງຄວນກິ່ນເຂົ້າໄປ ນອກຈາກຈາກສິ່ງນີ້ຈະຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດຫົວໃຈແລ້ວ ຍັງຊ່ວຍຫຼຸດລະດັບຄໍເລດເຕີລອຍໃນເລືອດໄດ້ ໝາກອະໂວກາໂດ: ມີໄຂມັນບໍ່ອິ່ມຕົວເຊິງຊ້ອນ ຊຶ່ງເປັນກົດຂອງໄຂມັນທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ຄືກັບຖົ່ວຊະນິດເປືອກແຂງ ປາທະເລນໍ້າເລິກ: ມີໄຂມັນສູງເຊັ່ນ ປາແຊວມອນ, ປາທູ…ເປັນຕົ້ນ ກໍເປັນອາຫານທີ່ຊ່ວຍເພີ່ມໄຂມັນຊະນິດດີໃຫ້ແກ່ຮ່າງກາຍໄດ້ ນໍ້າມັນແກ່ນໝາກອະງຸ່ນ: ຊຶ່ງມີສ່ວນຊ່ວຍຕໍ່ຕ້ານອະນຸມຸນອິດສະລະ ຍັງຊ່ວຍຢັບຢັ້ງການແກ່ກ່ນໄວ ຫຼຸດການເກີດຮອຍຫ່ຽວ ບໍາລຸງຜິວພັນ ຊ່ວຍຊ່ອມແຊມ ແລະຟື້ນຟູເຊວຜິວໄດ້ ຫົວຜັກບົ່ວໃຫຍ່: ສິ່ງນີ້ເປັນຕົວຊ່ວຍຫຼຸດລະດັບຄໍເລດເຕີລອຍ ດ້ວຍການໄປເພີ່ມປະລິມານຂອງໄຂມັນຊະນິດດີ ແລະຈະໄປຊ່ວຍກໍາຈັດຄໍເລດເຕີລອຍທີ່ສະສົມຢູ່ໃນຜະໜັງຫຼອດເລືອດໄດ້ ແລະຍັງຊ່ວຍເຮັດໃຫ້ເລືອດບໍ່ແຂງຕົວ ແລະອຸດຕັນທີ່ຫຼອດເລືອດ ຈຶ່ງຊ່ວຍຫຼຸດອັນຕະລາຍຄວາມສ່ຽງຂອງການເກີດພະຍາດຫຼອດເລືອດຫົວໃຈ ແລະພະຍາດອໍາມະພາດໄດ້.
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-28T16:39:25+00:00
https://laopost.com/?p=81801