title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ປີ 2016 ຄົນເຂົ້າ-ອອກດ່ານສາກົນຂົວມິດຕະພາບຫລຸດລົງ
ສຳນັກຂ່າວສານປະເທດລາວ ລາຍງນເມື່ອວັນທີ 10 ມີນາ 2017ນີ້ວ່າ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ເປັນດ່ານທຳອິດຂອງປະເທດ ທີ່ໄດ້ເປີດບໍລິການມາໄດ້ຫຼາຍກວ່າ 20 ປີ ແລະ ເປັນດ່ານທີ່ຈັດຢູ່ແຖວໜ້າທີ່ມີຄົນ ແລະ ລົດເຂົ້າ-ອອກເມືອງເປັນຈຳນວນຫຼາຍສົມຄວນໃນແຕ່ລະວັນ ເຊິ່ງແຕ່ລະປີສາມາດສ້າງລາຍຮັບຈາກການເກັບຄ່າບໍລິການຕ່າງໆ ແລະ ຄ່າພາສີເຂົ້າງົບປະມານລັດຫຼາຍຮ້ອຍຕື້ກີບ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ. ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 2 ມີນາ 2017 ວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກຂອງຄົນ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານ ແຕ່ວ່າຮອດຕົ້ນປີ 2017 ຄົນເຂົ້າ-ອອກເພີ່ມຂຶ້ນຄືເກົ່າ ຍ້ອນເຂົາເຈົ້າເຂົ້າໃຈການເຂົ້າ-ອອກ ແຕ່ວ່າການຊື້ສິນຄ້າເຂົ້າມາແມ່ນຫຼຸດລົງ. ສຳລັບການເກັບລາຍຮັບເຂົ້າງົບປະມານ ປີ 2016 ຢູ່ດ່ານເບື້ອງພາສີມອບໃຫ້ 1.000 ຕື້ກີບ ແຕ່ຈັດຕັ້ງປະຕິບັດຕົວຈິງໄດ້ 700 ກວ່າຕື້ກີບ ຖ້າທຽບໃສ່ແຜນການສູ້ຊົນຫຼຸດຄາດໝາຍ ເນື່ອງຈາກມອບໃຫ້ຈັດເກັບຫຼາຍໂພດ ທຽບໃສ່ທ່າແຮງບົ່ມຊ້ອນ ສະເພາະປີ 2017 ໄດ້ມອບໃຫ້ດ່ານເກັບ 1.200 ຕື້ກີບ ການເພີ່ມຂຶ້ນ ຍ້ອນມີທ່າແຮງຈາກການເກັບພາສີຈາກການກວດຄຸນະພາບນ້ຳມັນຢູ່ດ່ານ ສ່ວນການເກັບຄ່າບໍລິການຜ່ານຂົວ ປີ 2016 ທີ່ມອບໃຫ້ບໍລິສັດ ທີເຄກຣຸບ ເປັນຜູ້ສຳປະທານຈັດເກັບມອບໃຫ້ລັດ 7,3 ຕື້ກີບ ແຕ່ປີ 2017 ໄດ້ເພີ່ມຂຶ້ນຕື່ມເປັນ 8 ຕື້ກີບ. ນອກຈາກນີ້ ຜ່ານມາດ່ານຍັງໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງພາຍໃນດ່ານ ເປັນຕົ້ນ ໂຄງການຂະຫຍາຍ ແລະ ສ້າງທາງການສັນຈອນຈາກເມື່ອກ່ອນມີຊ່ອງທາງ 3-4 ເລນ ແຕ່ປັດຈຸບັນໄດ້ຂະຫຍາຍເປັນ 6 ເລນ ທະນາ ຄານເອັສທີກຣຸບ ໄດ້ປະກອບສ່ວນຊ່ວຍເຫຼືອສ້າງທາງເບຕົງເສີມເຫຼັກ ແຕ່ຖະໜົນທ່າເດື່ອເຂົ້າມາຫາດ່ານມີຄວາມຍາວ 460 ແມັດ ມູນຄ່າ 1 ລ້ານໂດລາ ຫຼື ປະມານ 8 ຕື້ກີບ ປັດຈຸບັນ ສ້າງສຳເລັດລໍຖ້າເປີດນຳໃຊ້ໃນກາງປີນີ້ ເພື່ອນຳໃຊ້ເປັນເສັ້ນທາງຂາອອກຂອງລົດບັນທຸກໄປຕ່າງປະເທດ ປັບປຸງເດີ່ນຈອດລົດປູເບຕົງເນື້ອທີ່ປະມານ 3 ເຮັກຕາ ເພື່ອຮອງຮັບລົດບັນທຸກເຂົ້າມາໃນດ່ານ ເຊິ່ງສາມາດແກ້ໄຂໄດ້ບັນຫາລົດຕິດຢູ່ກາງຂົວນັບແຕ່ປີ 2016 ເປັນຕົ້ນມາ.
ຂ່າວທ້ອງຖິ່ນ
2017-03-10T09:36:55+00:00
https://laopost.com/?p=86553
ລາວລ້ານຊ້າງຍັງຈະສືບຕໍ່ພັດທະນານັກເຕະເພື່ອຍາດເອົາແຊ້ມລາວພຣີເມຍລີກລະດູການໜ້າ
ປະທານສະໂມສອນລ້ານຊ້າງ ຢູໄນເຕັດ ຫຼື ທີມພະລັງຊ້າງສານ ຢືນຢັນຈະສືບຕໍ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນທີມໃຫ້ມີຄວາມແຂງແກ່ນດີກວ່າເກົ່າ ເພື່ອຫວັງສ້າງຜົນງານຈະຄອງແຊ້ມລາວ ພຣີເມຍລີກ ລະດູການ 2016 ເປັນຄັ້ງປະຫວັດສາດໃຫ້ແກ່ສະໂມສອນ ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ແກ່ວົງການກິລາເຕະບານລາວ ກ້າວສູ່ອາຊີບໃນອະນາຄົດ. ຫຼັງຈາກສິ້ນສຸດການແຂ່ງຂັນເຕະບານ ລາວ ພຣີເມຍລີກ ລະດູການ 2015 ເມື່ອບໍ່ດົນມານີ້, ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນ ລ້ານຊ້າງ ຢູໄນເຕັດ ກໍ່ໄດ້ເປີດເຜີຍເຖິງແຜນຍຸດທະສາດການພັດທະນາທີມ ເພື່ອກຽມຮອງຮັບໃສ່ລະດູການໜ້າ ໃຫ້ຮູ້ວ່າ: ກ່ອນອື່ນກໍ່ຂໍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ການສະໜັບສະໜູນ, ພໍ່-ແມ່ປະຊາຊົນ ຕະຫຼອດຮອດກອງເຊຍ ກໍ່ຄື ແຟນບານຂອງສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ຮ່ວມແຮງຮ່ວມໃຈກັນສົ່ງສຽງເຊຍປະກອບສ່ວນເຮັດໃຫ້ທີມມີກຳລັງໃຈ ສາມາດສ້າງຜົນງານໄດ້ອັນດັບທີ 2 ໃນການແຂ່ງຂັນເຕະບານ ລາວ ພຣີເມຍລີກ ລະດູການ 2015 ມາຄອງ ເຊິ່ງເປັນຜົນງານທີ່ໜ້າພໍໃຈທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ຫຼັງສິ້ນສຸດການແຂ່ງຂັນນີ້ແລ້ວ ສະໂມສອນກໍ່ໄດ້ມີແຜນການສືບຕໍ່ພັດທະນາທີມໃຫ້ມີຄວາມແຂງແກ່ນດີຂຶ້ນກວ່າເກົ່າ, ໃນນັ້ນ ຈະສຸມໃສ່ເລັ່ງການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລາງໃຫ້ສຳເລັດຢ່າງສົມບູນ ພ້ອມທັງຈະເຄື່ອນໄຫວຈັດກິດຈະກຳແຂ່ງຂັນເຕະບານຮຸ່ນເຍົາວະຊົນ ຫຼື ງານບຸນມະໂຫລານ ເພື່ອເປັນການຄັດເລືອກ ແລະ ສ້າງນັກກິລາຮຸ່ນສືບທອດ ກຽມທົດແທນໃຫ້ນັກກິລາຮຸ່ນອ້າຍຢູ່ໃນຊຸດໃຫຍ່ ເວົ້າລວມ, ເວົ້າສະເພາະແມ່ນສ້າງໂອກາດໃຫ້ກ້າວໄປສູ່ທີມຊາດໃນອະນາຄົດ ຄຽງຄູ່ກັນນັ້ນ, ກໍ່ຍັງເປັນການປະ ກອບສ່ວນສົ່ງເສີມພັດທະນາວົງການກິລາເຕະບານ ສປປ ລາວ ເພື່ອກ້າວສູ່ອາຊີບອີກດ້ວຍ. ທ່ານ ພັນທະຈິດ ອິນທິລາດ ຍັງໄດ້ກ່າວໃຫ້ຮູ້ເຖິງການຍ້າຍທີມຂອງ ສຸກອາພອນ ວົງຈຽງຄຳ ທີ່ຈະກັບໄປຊ່ວຍຕົ້ນສັງກັດເກົ່າ ສະໂມສອນ ເອສຣາ ນັ້ນ ແມ່ນບໍ່ຂໍດຶງຜູ້ກ່ຽວໄວ້ ເພາະທຸກຄົນມີຈຸດປະສົງເປົ້າໝາຍ ແລະ ທິດທາງທີ່ຈະພັດທະນາຊີວິດຂອງຕົນເອງໃຫ້ດີຂຶ້ນ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ປ່ອຍໃຫ້ເຂົາເຈົ້າໄປພັດທະນາຕົນເອງ ກັບຕົ້ນສັງກັດໃໝ່. ແນວໃດກໍ່ຕາມ, ໃນລະດູການໜ້າ ສະໂມສອນ ລ້ານຊ້າງ ຈະໄດ້ມີການປັບປຸງທີມເພີ່ມຕື່ມ ໂດຍຈະຊື້ເອົານັກເຕະທີ່ມີສີຕີນດີ ແລະ ມີຄຸນະພາບສູງ ເພື່ອຈະນຳພາທີມຄວ້າແຊ້ມຕາມເປົ້າໝາຍທີ່ວາງໄວ້. ສຳລັບຜົນງານຂອງທີມພະລັງຊ້າງສານ ສະໂມສອນລ້ານຊ້າງ ຢູໄນເຕັດ ໃນການລົງສະໜາມລາຍການ ລາວ ພຣີເມຍລີກ ປະຈຳປີ 2015 ລົງແຂ່ງຂັນ 20 ນັດ ຈາກທັງໝົດ 11 ສະໂມສອນ ເຂົ້າຮ່ວມແຂ່ງຂັນ ສາມາດເອົາຊະນະ 15 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ລວມມີ 40 ຄະແນນ ເທົ່າກັນກັບ ທີມລາວ ໂຕໂຢຕ້າ ເອັຟຊີ ແຊ້ມ ລາວ ພຣີເມຍລີກ 2015 ແລະ ມີປະຕູໄດ້ເສຍດີກວ່າ ແຕ່ອີງຕາມກົດລະບຽບຂອງ ສະຫະພັນບານເຕະແຫ່ງຊາດລາວ ທີ່ກຳນົດໃຊ້ກົດເຮດທູເຮດ ຈຶ່ງສົ່ງຜົນໃຫ້ທີມລາວ ໂຕໂຢຕ້າ ດີກວ່າ ໄດ້ແຊ້ມໄປຄອງ ສ່ວນ ລ້ານຊ້າງ ໄດ້ພຽງອັນດັບທີ 2 ໄປຄອງ. ຂອບໃຈຂ່າວຈາກ: ສຕລ
ຂ່າວພາຍໃນ
2015-11-10T11:26:43+00:00
https://laopost.com/?p=40014
ຝ່າຍຈັດການບໍ່ຮັບປະກັນນາດາວຈະຢູ່ມື1ເຟຣນ
ກິວເບີດ ເຊີນ ປະທານຝ່າຍການຈັດການແຂ່ງຂນເທນນິດ ແກຣນ ສະແລັມ ເຟຣນຊ໌ ໂອເພນ ທີ່ຝຣັ່ງ ເປີດເຜີຍຈະບໍ່ມີການພິຈາລະນາຍົກຕຳແໜ່ງມືວາງອັນດັບ 1 ຂອງລາຍການໃຫ້ກັບ ຣາຟາເອວ ນາດາວ ເຈົ້າພໍ່ຂອດດິນ ຈາກສະເປນ ຫຼັງຈາກເບີ່ງຟອມຊ່ວງຫຼັງເຖິງວ່າເປັນແຊ້ມເກົ່າ 9 ສະໃໝກໍຕາມ ນາດາວ ປະຈຸບັນຕົກມາຢູ່ອັນດັບທີ 4 ຂອງໂລກມີໂອກາດຫຼຸດຈາກທ໊ອບໂຟຂອງ ເອທີພີ ແຣງກີ້ງ ຖ້າຫາກວ່າບໍ່ສາມາດປ້ອງກັນແຕ້ມລາຍການໃຫຍ່ ມາດຣິດ ມາດສ໌ເຕີ ທີ່ບ້ານເກີດຫຼືເຂົ້າຮອບຊິງຊະນະເລີດ ໂຣມ ມາດສ໌ເຕີ ທີ່ອີຕາລີ ແລະນັ້ນກໍ່ຈະສົ່ງຜົນກະທົບຕໍ່ມືວາງອັນດັບທີ່ ໂຣລັງ ກາລອດສ໌ນຳອີກ ຕາມທຳນຽມຝ່າຍຈັດການແຂ່ງຂັນຈະມີຂໍ້ຍົກເວັ້ນພິເສດໃຫ້ຜູ້ຫຼີ້ນບາງລາຍໄດ້ເປັນມືວາງສູງໆຫາກວ່າໂຊຟອມໄດ້ດີໃນປີທີ່ຜ່ານມາ ເຖິງຢ່າງໃດກໍ່ຕາມ ກິວເບີດ ເຊີນ ປະທານຜູ້ຈັດ ແກຣນ ສະແລັມ ຂອດດິນ ເປີດເຜີຍຈະບໍ່ມີສິດທິພິເສດໃຫ້ກັບ ເອວ ມາທາດໍ ແລະຈະຈັດມືວາງໂດຍອ້າງອີງຈາກອັນດັບໂລກເທົ່ານັ້ນ ເຊີນ ເປີດເຜີຍກັບ ເລີ ກິບ ສື່ຝຣັ່ງກ່ອນທົວນາເມນເປີດສາກ 24 ພຶດສະພານີ້ວ່າ ພວກເຮົາຄິດເຖິງເລື່ອງນີ້ສະເໝີ ທີ່ຜ່ານມາພວກເຮົາບໍ່ມີຄຳຖາມໃດໆກ່ຽວກັບແຊ້ມຢ່າງທີ່ເຂົາໄດ້ສະແດງຄວາມໂດດເດັ່ນອອກມາຕະຫຼອດ 10 ປີຂອງລາຍການນີ້ໂດຍພາດແຊ້ມໄປພຽງຄັ້ງດຽວ ແຕ່ວ່າສະຖານະການມັນປ່ຽນໄປແລ້ວ “ປີ 2013 ລາວລົງແຂ່ງທັງທີ່ມີອາການບາດເຈັບແຕ່ທຸກມື້ນີ້ຈະເຫັນໄດ້ວ່າການຫຼີ້ນຂອງລາວເລີ່ມຕົກລົງໄປແລ້ວລາວບໍ່ໄດ້ເປັນອຸປະສັກຂອງພວກເຮົາແຕ່ກໍ່ຄິດແລ້ວວ່າຈະມີການປັບອັນດັບມືວາງໃຫ້ລາວເປັນຕົວເຕັງໃນລາຍການນີ້” ເຊີນກ່າວ
ຂ່າວພາຍໃນ
2015-04-28T19:40:00+00:00
https://laopost.com/?p=24660
ເກົາຫຼີເໜືອ ອາດປ່ຽນແນວທາງປະຕິບັດຫາກຍັງຖືກສະຫະລັດຂວໍ້າບາດ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ມັງກອນ 2019 ວ່າ ທ່າມ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອກ່າວໃນວັນຂຶ້ນປີໃໝ່ເຊິ່ງອອກອາກາດຜ່ານທາງສະຖານີໂທລະພາບຂອງລັດຖະບານເກົາຫຼີເໜືອວ່າ “ຫາກສະຫະລັດຍັງບໍ່ແກ້ໄຂຕາມຄຳສັນຍາທີ່ໃຫ້ໄວ້ຕໍ່ໜ້າທັງໂລກ ແລະ ຢືນຢັນທີ່ຈະໃຊ້ມາດຕະການຂວໍ້າບາດ ແລະ ການກົດດັນສາທະລະນະລັດຂອງເກົາຫຼີເໜືອ ເຮົາອາດບໍ່ມີທາງເລືອກອື່ນ ແຕ່ຕ້ອງພິຈາລະນາແນວທາງໃໝ່ເພື່ອປົກປ້ອງອະທິປະໄຕ ແລະ ຜົນປະໂຫຍດຂອງເຮົາ”. ຄຳກ່າວຂອງທ່ານ ຄິມ ຈອງ ອຶນ ຄືການປະຊຸມສຸດຍອດຂອງເຂົາກັບປະທານາທິບໍດີ ໂດນັລ ທຣໍ້າ ແຫ່ງສະຫະລັດໃນປະເທດສິງກະໂປ ເມື່ອເດືອນ ມີນາ ປິທີ່ຜ່ານມາ ໂດຍໄດ້ຜົນມາຈາກການເຈລະຈາ ແລະ ແລກປ່ຽນຄວາມຄິດໃນທາງສ້າງສັນ ຊ່ວງເວລາດັ່ງກ່າວຜູ້ນຳທັງສອງປະເທດໄດ້ລົງນາມໃນຂໍ້ຕົກລົງແຕ່ເນື້ອໃນໃຈຄວາມຍັງຄຸມເຄືອວ່າດ້ວຍການປົດອາວຸດນິວເຄຣຍທີ່ແຫຼມເກົາຫຼີ ເຊິ່ງກໍ່ບໍ່ມີຄວາມຄືບໜ້າໃດໆເພາະທັງເກົາຫຼີເໜືອ ແລະ ສະຫະລັດອາເມລິກາຍັງຕົກລົງກັນບໍ່ໄດ້ໃນຄຳນິຍາມຂອງຂໍ້ຕົກລົງ. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews
ຂ່າວຕ່າງປະເທດ
2019-01-02T17:02:45+00:00
https://laopost.com/?p=108686
ໄຊຍະບູລີ ກວດພົບພະນັກງານ 24 ຄົນສໍ້ລາດບັງຫຼວງລວມມູນຄ່າ 143,16 ຕື້ກີບ
ໃນໄລຍະ 3 ປີ, ແຂວງໄຊຍະບູລີ ກວດພົບພະນັກງານ 24 ຄົນສໍ້ລາດບັງຫຼວງ ລວມມູນຄ່າເສຍຫາຍ 143,16 ຕື້ກີບ ໃນນັ້ນ, ສາມາດກູ້ຄືນໄດ້ 8,74 ຕື້ກີບ ແລະ ຍັງຄ້າງ 134,41 ຕື້ກວ່າກີບ ໃນການສໍ້ລາດບັງຫຼວງສ່ວນໃຫຍ່ຢູ່ທະນາຄານສົ່ງເສີມກະສິກຳ ສາຂາແຂວງໄຊຍະບູລີ. ທ່ານ ດວງຕາ ໄຊວຸດ ປະທານກວດກາແຂວງ ກ່າວຄຳເຫັນຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ VI ຄັ້ງວັນທີ 15-17 ຕຸລາ ຜ່ານມາວ່າ: “ຕະຫຼອດໄລຍະ 3 ປີ ຄະນະກວດການແຕ່ລະຂັ້ນໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ດຳເນີນການສືບສວນ-ສອບສວນບຸກຄົນທີ່ມີພືດຕິກຳສໍ້ລາດບັງຫຼວງ ນັບແຕ່ປີ 2015 ເຖິງປັດຈຸບັນ, ກວດພົບພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງທັງໝົດມີ 24 ຄົນ, ຍິງ 6 ຄົນ ໃນ 10 ເລື່ອງ ແລະ ພົບເຫັນຫຼາຍກວ່າໝູ່ແມ່ນຢູ່ທະນາຄານສົ່ງເສີມກະສິກຳ ສາຂາແຂວງໄຊຍະບູລີ ລວມມູນຄ່າເສຍຫາຍທັງໝົດ 143,16 ຕື້ກີບ ໃນນັ້ນສາມາດກູ້ຄືນມາໄດ້ 8,74 ຕື້ກີບ ແລະ ຍັງຄ້າງ 134,41 ຕື້ກີບ ເນື່ອງຈາກການດຳເນີນແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນທົ່ວແຂວງໃນຮອບທີ 2 ປີ 2017 ມີເປົ້າໝາຍແຈ້ງຊັບສິນ ແລະ ຮັບທັງໝົດ 10,816 ຄົນ, ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຕົວຈິງຈຳນວນພຽງແຕ່ 10.803 ຄົນ, ຍິງ 4.774 ຄົນ ແລະ ຍັງຄ້າງ 44 ຄົນ, ຍິງ 14 ຄົນ. ນອກຈາກນີ້, ຍັງໄດ້ເປັນເຈົ້າການຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນຕໍ່ກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເຊິ່ງສະແດງອອກໃນໄລຍະ 3 ປີ ໄດ້ມີຄຳຮ້ອງ-ຄຳສະເໜີທັງໝົດ 85 ສະບັບ ໃນນັ້ນສ່ວນຫຼາຍແມ່ນຄຳຮ້ອງ-ຄຳສະເໜີທີ່ທວງເຖິງກຳມະສິດທີ່ດິນ. ພ້ອມກັນນັ້ນ, ທ່ານ ດວງຕາ ໄຊວຸດ ໄດ້ກ່າວຕື່ມອີກວ່າ: ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດ ກໍຄືອົງການປົກຄອງທຸກຂັ້ນຈະຕ້ອງເພີ່ມທະວີການຕິດຕາມກວດກາ ຈັດຕັ້ງທຸກພາກ່ວນຕາມຄວາມຮັບຜິດຊອບ, ສ້າງກົນໄກ-ລະບອບ, ລະບຽບການຕິດຕາມກວດກາແຕ່ຫົວທີ ແລະ ເປັນປົກກະຕິ, ໃຫ້ເປັນເຈົ້າການຈັດຕັ້ງແຜນຍຸດທະສາດ ຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020, ແກ້ໄຂປະກົດການອາດຍາສິດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຕິດຕາມກວດກາ ແລະ ດຳເນີນການສືບສວນ-ສອບສວນ ພະນັກງານລັດຖະກອນທີ່ມີພືດຕິກຳທີ່ເປັນການສໍ້ລາດບັງຫຼວງຢ່າງເຂັ້ມງວດ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນຈາກ: ຫຼັງສືພິມເສດຖະກິດ-ສັງຄົມ ຮູບພາບຈາກ: laotiantimes.com
ຂ່າວທ້ອງຖິ່ນ
2018-10-22T15:34:34+00:00
https://laopost.com/?p=105514
ຜູ້ໂດຍສານຜິດກັບຄົນຂັບລົດ ດັບທຸກຊີວິດ
ຕຳຫຼວດ ສປ ຈີນ ກ່າວເຖິງສາເຫດຂອງເຫດການລົດເມຕົກຂົວຂ້າມແມ່ນ້ຳວ່າ ເຫດການໄດ້ເກີດຂຶ້ນມາຈາກການຜິດຖຽງກັນລະຫວ່າງຜູ້ໂດຍສານຍິງສາວຄົນໜຶ່ງ ກັບຄົນຂັບລົດເມ ເຮັດໃຫ້ລົດເມໂດຍສານຕົກລົງກາງຂົວຂ້າມນ້ຳ ໃນເທດສະບານນະຄອນຊົງຊິ່ງ ທາງທິດຕະເວັນຕົກສ່ຽງໃຕ້ຂອງ ສປປ ຈີນ ໃນວັນທີ 28 ຕູລາ 2018 ຜ່ານມາ. ສຳນັກຂ່າວເອພີ ລາຍງານຈາກເທດສະບານນະຄອນຊົງຊິ່ງ ສປປ ຈີນ ໃນວັນທີ 2 ພະຈິກ 2018 ວ່າ ເບິ່ງຈາກພາບກ້ອງວົງຈອນປິດດ້ວຍຄວາມຍາວ 8 ນາທີ ໂດຍຕຳຫຼວດເທດສະບານໄດ້ໂພສຜ່ານທາງອອນລາຍທ໌ ສະແດງໃຫ້ເຫັນພາບກ່ອນລົດເມໂດຍສານຄັນດັ່ງກ່າວຈະຕົກລົງ ເຊິ່ງເປັນພາບຂອງຜູ້ໂດຍສານຍິງຄົນນັ້ນກັບຊາຍຂັບລົດເມຜິດຖຽງກັນ ແລະ ຄຳຖະແຫຼງການຈາກເຈົ້າໜ້າທີ່ຕຳຫຼວດວ່າ: “ຜູ້ໂດຍສານຍິງຄົນດັ່ງກ່າວເປັນຜູ້ເລີ່ມຜິດຖຽງກັບຊາຍຂັບລົດເມ ຍ້ອນລົດເມກາຍບ່ອນທີ່ລາວຈະລົງ ເຮັດໃຫ້ລາວບໍ່ໄດ້ລົງທີ່ປ້າຍລົດເມປະຈຳທາງ ຈຶ່ງເປັນເຫດເຮັດໃຫ້ລົດເມໂດຍສານແລ່ນຂ້າມເລນ ແລະ ຕົກລົງຂົວຂ້າມນ້ຳໃນເທດສະບານນະຄອນຊົງຊິ່ງ ທາງທິດຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ. ເຈົ້າໜ້າທີ່ສາມາດເກັບກູ້ສົບຜູ້ເສຍຊີວິດໄດ້ 13 ສົບຈາກແມ່ນ້ຳ ສ່ວນອີກ 2 ຄົນຍັງສູນເສຍ ເຊື່ອວ່າບໍ່ມີຄົນລອດຊີວິດ ລົດເມໂດຍສານໄດ້ຕຳກັບລົດອີກເທື່ອໜຶ່ງ ເພາະລົດເມຂວາງກັ້ນກາງເສັ້ນທາງຂ້າມເລນ ແລ້ວ ຕົກລົງໄປໃນແມ່ນ້ຳແຍງຊີ ໃນວັນທີ 28 ຕູລາ 2018 ຜ່ານມາ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th
ຂ່າວຕ່າງປະເທດ
2018-11-02T19:54:38+00:00
https://laopost.com/?p=105946
ພົບຍິງໄວ 19 ປີໃນຫ້ອງໃຕ້ດິນ ຫຼັງຫາຍຕົວໄປ 5 ວັນ ໃນລັດຢູທາ, ສະຫະລັດອາເມລິກາ
ແຫຼ່ງຂ່າວ ຊີເອັນເອັນ ລາຍງານວ່າ: ນັກສຶກສາມະຫາວິທະຍາໄລແຫ່ງໜຶ່ງໃນລັດຢູທາ, ສະຫະລັດອາເມລິກາ ໄວ 19 ປີ ຖືກຄົ້ນພົບໃນຫ້ອງໃຕ້ດິນຂອງເຮືອນຫຼັງໜຶ່ງ ໃນເວຍ໌ນ ເຄົາຕີ້, ລັດຢູທາ ພາຍຫຼັງຫາຍຕົວໄປໃນວັນທີ 13 ທັນວາຜ່ານມາ. ເຈົ້າໜ້າທີ່ຕຳຫຼວດໄດ້ຄວບຄຸມຕົວ ທ້າວ ເບຣນ ບຣາວ ໄວ 39 ປີ ຈາກລັດຢູທາ ໂດຍຕັ້ງຂໍ້ຫາຂົ່ມຂືນກະທຳສຳເລົາ ແລະລັກພາຕົວ, ພ້ອມທຳຮ້າຍຮ່າງກາຍ. ເຊິ່ງ ທ້າວ ເບຣນ ບຣາວ ຍອມຮັບກັບເຈົ້າໜ້າທີ່ວ່າ ໄດ້ຮູ້ຈັກກັບເຫຍື່ອຜູ້ເຄາະຮ້າຍຜ່ານແອັບສົ່ງຂໍ້ຄວາມ KIK ພ້ອມວາງແຜນນັດພົບກັນທີ່ເມືອງ ເອຟຣາອິມ ໃນລັດຢູທາ ໃນວັນທີ 13 ທັນວາ 2021 ພາຍຫຼັງພົບກັນແລ້ວ ທ້າວ ເບຣນ ບຣາວ ໄດ້ອູ້ມເອົາເຫຍື່ອຂຶ້ນລົດ ແລ້ວພາເດີນທາງໄປໄກເກືອບ 100 ກິໂລແມັດ ພ້ອມຢຶດໂທລະສັບມືຖືໄວ້. ຢ່າງໃດກໍຕາມ, ຕຳຫຼວດສາມາດເຂົ້າຊ່ວຍເຫຼືອຍິງສາວຜູ້ເຄາະຮ້າຍໃນຫ້ອງໃຕ້ດິນ ເຊິ່ງປົກຄຸມດ້ວຍຖ່ານຫີນ ໂດຍສະພາບຂອງຍິງສາວຄົນດັ່ງກ່າວແມ່ນບໍ່ມີເຄື່ອງນຸ່ງຫຸ້ມຫໍ່ຄີງແມ່ນແຕ່ຊິ້ນດຽວ ປັດຈຸບັນຜູ້ເຄາະຮ້າຍໄດ້ກັບຄືນສູ່ອ້ອມກອດຂອງຄອບຄົວຢ່າງປອດໄພ.
ຂ່າວຕ່າງປະເທດ
2021-12-23T13:29:32+00:00
https://laopost.com/?p=130679
ນັກໂທດລາວໂຕນອອກຈາກຄ້າຍຄຸມຂັງ ໃນກຳປູເຈຍ
ນັກໂທດ 7 ຄົນ ໃນຄ້າຍຄຸມຂັງ ແຂວງສະຕືງແຕງ (Stung Treng Province) ໃນປະເທດກຳປູເຈຍ ໄດ້ໂຕນໜີຈາກຄ້າຍຄຸມຂັງ ດ້ວຍການທຸບກຳແພງ. ເຊິ່ງນັກໂທດທັງ 7 ທີ່ຫຼົບໜີແມ່ນ ມີຄົນລາວ 4 ຄົນ ແລະ ຄົນກຳປູເຈຍ 3 ຄົນ. ເຫດການເກີດຂຶ້ນ ໃນເວລາ 3:00 ໂມງ ຂອງວັນຈັນ (01/11/2021) ທີ່ຜ່ານມາ, ຕາມການລາຍງານຂອງ Khmer Times ໃຫ້ຮູ້ວ່າ: ຫຼັງຈາກທີ່ນັກໂທດທຸບກຳແພງໂຕນໜີ ພວກເຂົາໄດ້ລັກເອົາເຮືອ ແລະ ຂ້າມນໍ້າຂອງໄປໃນເຂດບ້ານທີ່ໃກ້ຄຽງ. ເຈົ້າໜ້າທີ່ກຳປູເຈຍເຊື່ອວ່າ: ນັກໂທດທັງ 7 ຄົນ ກຳລັງເດີນທາງໄປປະເທດລາວ. ໂຄສົກປະຈຳແຂວງເມັນກຸງ (Men Kung) ໄດ້ກ່າວກັບສຳນັກຂ່າວ Khmer Times ວ່າ: ເຈົ້າໜ້າທີ່ຕຳຫຼວດພວມຮ່ວມມືກັບເຈົ້າໜ້າທີ່ໃນຄ່າຍຄຸມຂັງໃນການຄົ້ນຫານັກໂທດທີ່ຫຼົບໜີ. ມີພະຍານຄົນໜຶ່ງ ທີ່ອາໄສຢູ່ໃນບ້ານທ້ອງຖິ່ນ ໄດ້ບອກວ່າ: ເວລາປະມານ 04:00 ໂມງ ຂອງວັນຈັນ ລາວໄດ້ເຫັນຊາຍ 7 ຄົນ ບໍ່ໃສ່ເສື້ອ ແລະ ຕົນໂຕປຽກ ພວກເຂົາຂໍຊື້ເກີບນຳລາວ ແຕ່ເມື່ອລາວບອກວ່າບໍ່ມີ ພວກເຂົາທັງ 7 ກໍໄດ້ຢ່າງຫາຍໄປ. ພ້ອມນີ້, ເຈົ້າໜ້າທີ່ຍັງເຊື່ອວ່າ: ຫົວໜ້າກຸ່ມໂຕນຄຸກຫຼົບໜີໃນເທື່ອນີ້ ມີຊື້ວ່າ: ແຈັກກີ້ ເຈີທາລີ (Jakky Seutaly) ເຊິ່ງເປັນນັກໂທດຖືກຕັດສິນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາລັກລອບຂົນສົ່ງຢາເສບຕິດ.
ຂ່າວຕ່າງປະເທດ
2021-11-10T11:57:08+00:00
https://laopost.com/?p=129389
ເກີດເຫດລະເບີດຂ້າຕົວຕາຍທີ່ເມືອງຫຼວງຂອງ ອິຣັກ ມີຜູ້ສະແຫວງບຸນຊາວຊີອະເສຍຊີວິດຈຳນວນຫຼາຍ
ເມື່ອວັນທີ 24 ພະຈິກ ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ທາງການຂອງອິຣັກ ເປີດເຜີຍວ່າ ໄດ້ເກີດເຫດລະເບີດຂ້າຕົວຕາຍທີ່ປ້ຳນ້ຳມັນ ແລະ ຮ້ານອາຫານໃກ້ໝູ່ບ້ານ ໂຊມາລີ ຫ່າງຈາກນະຄອນຫຼວງແບກແດດ ເມືອງຫຼວງຂອງ ອິຣັກ ໄປທາງຕະເວັນອອກສຽງໃຕ້ປະມານ 120 ກິໂລແມັດ ເຮັດໃຫ້ມີຜູ້ສະແຫວງບຸນຊາວ ຊີອະເສຍຊີວິດຫຼາຍກວ່າ 80 ຄົນ ໂດຍຜູ້ເສຍຊີວິດສ່ວນໃຫຍ່ເປັນຊາວອິຫລ່ານ ແລະ ບາເຣນ ໃນຂະນະນີ້ມີກຸ່ມອອກມາສະແດງຕົວວ່າເປັນຜູ້ກໍ່ເຫດແລ້ວ ຄືກຸ່ມນັກຮົບ ໄອເອສ ເຄຣດິດຂ່າວ: http://news.mthai.com/hot-news/world-news/534895.html ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວຕ່າງປະເທດ
2016-11-25T09:26:09+00:00
https://laopost.com/?p=77779
ລົດບັນທຸກຕຳກັບລົດເມ ເຈັບ 20 ຕາຍ 1 ທີ່ບໍລິຄຳໄຊ
ວັນທີ 30 ກໍລະກົດ 2016 ເວລາປະມານ 14:20 ນາທີ ໄດ້ເກີດອຸບັດຕິເຫດໜັກລົດບັນທຸກໜັກຕຳລົດເມເຈັບຫຼາຍກວ່າ20ຄົນເສຍຊີວິດໜຶ່ງຄົນ ເກີດອຸບັດຕິເຫດຢູ່ເສັ້ນທາງເລກທີ່ 13 ໃຕ້ ຄ້ອຍປາກກະດິງ ເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນອຸບັດຕິເຫດລະຫວ່າງລົບັນທຸກໜັກ ແລະ ລົດເມ ລາຍງານຈາກ ໜ່ວຍກູ້ໄພ ປາກກະດິງ ເຈົ້າໂຕ່ງ ວ່າອຸບັດຕິເຫດຄັ້ງນີ້ຮຸນແຮງຫຼາຍ ມີຄົນເຈັບເລັກນ້ອຍຫາສາຫັດປະມານ 20 ກວ່າຄົນ ແລະ ມີຜູ້ເສຍຊີວິດໃນທີ່ເກີດເຫດ 1 ຄົນ ຊຶ່ງທາງໜ່ວຍກູ້ໄພເຈົ້າໂຕ່ງ ກໍ່ໄດ້ຊ່ວຍເຫຼືອ ແລະ ນຳຜູ້ປະສົບເຫດນຳສົ່ງໂຮງໝໍ ແລະ ໄດ້ມີພົນລະເມືອງດີທີ່ຜ່ານທາງບໍລິເວນນັ້ນກໍ່ໄດ້ ອາສາ ນຳສົ່ງຜູ້ປະສົບເຫດນຳອີກຊຶ່ງເປັນນໍ້າໃຈຂອງຄົນລາວໂດຍແທ້ທີ່ໄດ້ຊ່ວຍກັນຍາມເດືອດຮ້ອນແບບນີ້. ສາເຫດຍັງຢູ່ໃນການສອບສວນຈາກເຈົ້າໜ້າທີທີ່ກ່ຽວຂ້ອງ ຮູບແລະຂ່າວຈາກ: ນາທີຊີວິດ
ຂ່າວພາຍໃນ
2016-07-30T23:25:55+00:00
https://laopost.com/?p=66669
ການປ່ຽນແປງຂອງຊ່ອງຄອດຂອງໃນຊ່ວງໄວອາຍຸ 20-30 ແລະ 40 ປີ! ແມ່ຍິງຄວນຮູ້
ມີການສຳຫຼວດກ່ຽວກັບແມ່ຍິງໃນອາເມລິກາວ່າ ພວກນາງມີຄວາມເຂົ້າໃນໃນຮ່າງກາຍຂອງຕົວເອງຫຼາຍໜ້ອຍພຽງໃດ ເຊິ່ງຜົນສຳຫຼວດອອກມາໜ້າແປກໃຈວ່າ ແມ່ຍິງສ່ວນຫຼາຍຈະບໍ່ມີຄວາມເຂົ້າໃຈໃນຮ່າງກາຍຂອງຕົນເອງ ໂດຍສະເພາະຢ່າງຍິ່ງເລື່ອງຂອງຄວາມປ່ຽນແປງທາງອະໄວຍະວະສືບພັນ ຫຼື ຊ່ອງຄອດນັ້ນເອງ ແລະ ຄວາມປ່ຽນ ແປງຂອງຊ່ອງຄອດ ໃນແຕ່ລະຊ່ວງໄວອາຍຸ ກໍ່ສົ່ງຜົນກະທົບຫຼາຍຕໍ່ແມ່ຍິງເຊັ່ນດຽວກັນ – ໃນໄວອາຍຸ 20 ຊ່ອງຄອດຂອງແມ່ຍິງມີການຫົດຕົວດີ ເປັນຊ່ວງໄວລຸ້ນຂຶ້ນໃໝ່ ອະໄວຍະວະຕ່າງໆ ຈະຂະຫຍາຍ ແລະ ເຕີບໃຫຍ່ຂຶ້ນມາເປັນໄວຜູ້ໃຫຍ່ ຮີມຊ່ອງຄອດ ເຊິ່ງເປັນອະໄວຍະວະຢູ່ພາບນອກ ມີລັກສະນະຄອຍປົກປິດຈຸດລັບໃນຮ່າງກາຍ ໃນໄວອາຍຸນີ້ຮີມຊ່ອງຄອດຈະຍັງບາງໆ ແຕ່ເມື່ອອາຍຸຫຼາຍຂຶ້ນ ມີໄຂມັນໃຕ້ຜິວໜັງຫຼາຍຂຶ້ນ ອະໄວ ຍະວະສືບພັນກໍ່ຈະມີຂະໜາດໃຫຍ່ຂຶ້ນ – ໃນໄວອາຍຸ 30 ຈະມີຄວາມປ່ຽນແປງ 2 ຢ່າງຄື: ສີຂອງອະໄວຍະວະເພດຈະເຂັ້ມຂຶ້ນ ແລະ ມີການຢືດຕົວຫຼາຍຂຶ້ນ ເຮົາຈະມາເວົ້າເລື່ອງສີຂອງອະໄວຍະວະສືບພັນກ່ອນ ເນື່ອງຈາກໃນເວລາຖືພາ ຫຼື ການມີອາຍຸເພີ່ມຂຶ້ນ ຮໍໂມນຈະປ່ຽນແປງ ນັ້ນເຮັດໃຫ້ສີຂອງຮີມຊ່ອງຄອດຈະເປັນສີເຂັ້ມ ຫາກພົບຄວາມປ່ຽນແປງໃນຈຸດນີ້ກໍ່ບໍ່ຕ້ອງຕົກໃຈ ນັ້ນເປັນເລື່ອງທຳມະຊາດ ສ່ວນເລື່ອງຂອງການຢືດຕົວຂອງອະໄວຍະວະສືບພັນນັ້ນ ເຮົາຮູ້ກັນດີວ່າ ໃນເວລາຖືພາ ມົດລູກຂອງແມ່ຍິງຈະຂະຫຍາຍຕົວອອກ ຈົນມີຂະໜາດໃຫຍ່ກວ່າລູກໝາກໂມ ແລະ ສາມາດຫົດກັບເຂົ້າທີ່ໄດ້ໃນເວລາ 6 ອາທິດ ຫຼັງເກີດລູກ ເກີດລູກດ້ວຍວິມີການຜ່າຕັດນັ້ນເຮັດໃຫ້ເກີດຮອດແຜເປັນ ແລະ ບາງຄົນອາດຮູ້ສຶກເຈັບແຜນັ້ນໄປອີກເປັນປີ ເຊິ່ງກໍ່ເປັນເລື່ອງປົກກະຕິເຊັ່ນດຽວກັນ – ໃນໄວອາຍຸ 40 ປະລິມານໄຂ່ທີ່ຮ່າງກາຍຜະລິດໄດ້ ຈະຫຼຸດລົງຢ່າງໄວ ແຕ່ແມ່ຍິງໃນໄວອາຍຸນີ້ ກໍ່ຍັງມີໄຂ່ຕົກ ແລະ ປະຈຳເດືອນຢູ່ ໄລຍະຂອງຮອບເດືອນ ອາດຈະເລີ່ມມີການປ່ຽນແປງ ບາງຄົນຮອບເດືອນສັ້ນລົງ ບາງຄົນກໍ່ຍາວຂຶ້ນ ແລະ ເມື່ອເຖິງ 50 ປີຂຶ້ນໄປແລ້ວ ກໍ່ຈະເຂົ້າສູ່ໄລຍະການໝົດປະຈຳເດືອນ ເຊິ່ງຮ່າງກາຍໄດ້ປັບເຂົ້າສູ່ພາວະໄວຈະເລີນພັນມາກ່ອນໜ້ານີ້ປະມານ 5-10 ປີແລ້ວ ແລະ ໃນຊ່ວງອາຍຸໄວນີ້ເອງ ແມ່ຍິງຈະພົບກັບຄວາມປ່ຽນແປງຫຼາກຫຼາຍຂອງອະໄວຍະວະຕ່າງໆ ທັງກ້າມເນື້ອ, ເນື້ອເຍື່ອ, ເສັ້ນເອັນ, ປີກມົດລູກ ເມື່ອອະໄວຍະວະຂາດຄວາມກະຊັບ ບັນຫາກໍ່ເລີ່ມເກີດ ໂດຍສະເພາະກັບສ່ວນລຸ່ມຂອງຮ່າງກາຍ ບໍ່ວ່າຈະເປັນການກັ້ນປັດສະວະບໍ່ຢູ່ ຫຼື ຄວາມຮູ້ສຶກໜັກໆ ຖ່ວງໆ ເມື່ອອະໄວຍະວະສືບພັນພາຍໃນຍ່ອນຍານ ນອກຈາກນັ້ນແລ້ວ ແມ່ຍິງຄວນຮູ້ອີກວ່າ ເມື່ອລະດັບຮໍໂມນເອສໂຕເຈນຂອງເຮົາຫຼຸດລົງນ້ອຍລົງ ມັນຈະມີຜົນກະທົບໄປທີ່ຊ່ອງຄອດຂາດຄວາມສົມດຸນ ເກີດການອັກເສບໄດ້ງ່າຍ ຜະໜັງຊ່ອງຄອດແຫ້ງ ຄັນ ບວມແດງ ແຕ່ທັງນີ້ກໍ່ມີຄຳແນະນຳວ່າ ການມີເພດສຳພັນຢ່າງສະໝ່ຳສະເໝີ ເປັນປົກກະຕິ ຈະຊ່ວຍຢັບຢັ້ງອາການເສື່ອມຂອງອະໄວຍະວະສືບພັນຂອງແມ່ຍິງໄດ້ ທີ່ມາ: http://women.sanook.com/49661/
ສຸຂະພາບ ແລະ ສີ່ງແວດລ້ອມ
2016-06-27T15:15:28+00:00
https://laopost.com/?p=63165
ອີຕາລີຈະບໍ່ຮັກສາຜູ້ປ່ວຍໂຄວິດ-19 ໄວອາຍຸ 80ປີ ຫາກສະຖານະການຮ້າຍແຮງໄປກວ່ານີ້
Credit metro.co.uk ເດລີ່ ເທເລກຣາຟ ສື່ຂ່າວອັງກິດເປີດເຜີຍວ່າ ໄດ້ຮັບເອກະສານສະບັບໜຶ່ງເຊິ່ງເປັນເອກະສານຂອງເມືອງ ຕູລິນ ທາງພາກເໜືອຂອງອິຕາລີລະບຸວ່າ ຖ້າຫາກສະຖານະການການແຜ່ລະບາດຂອງໂຣກໂຄວິດ-19 ຮຸນແຮງຂຶ້ນກວ່ານີ້ ຜູ້ປ່ວຍອາຍຸ 80 ປີ ຂຶ້ນໄປ ຈະບໍ່ໄດ້ຮັບການຮັກສາໃນໜ່ວຍງານຜູ້ປ່ວຍໜັກ (ICU). ເອກະສານດັ່ງກ່າວຍັງລະບຸຊັດເຈນວ່າໃນສະຖານະການດັ່ງກ່າວຈະຕ້ອງເລືອກຮັກສາ ໂດຍພິຈາລະນາວ່າໃຜມີໂອກາດທີ່ຈະລອດ ຫຼື ເສຍຊີວິດຫຼາຍກວ່າກັນ ຄ້າຍກັບສະຖານະການໃນສົງຄາມ ເນື່ອງຈາກອຸປະກອນໃນການຮັກສາມີຈຳກັດ. ນອກຈາກນີ້, ຖ້າຫາກຜູ້ປ່ວຍມີອາການອື່ນໆຮ່ວມນຳ ແພດຈະຮັກສາອາການຮ່ວມເຫຼົ່ານັ້ນກໍ່ຕໍ່ເມື່ອພະແນກ ICU ມີຕຽງຈັດສັນໃຫ້. ເຈົ້າໜ້າທີ່ໃນອິຕາລີຍອມຮັບວ່າ ແຜນການດັ່ງກ່າວຈະບັງຄັບໃຫ້ໂຮງໝໍເລືອກຮັກສາຜູ້ປ່ວຍທີ່ຄຸ້ມທີ່ຈະຮັກສາເທົ່ານັ້ນ ບໍ່ແມ່ນເພື່ອໃຊ້ປະໂຫຍດຂອງຜູ້ປ່ວຍ. ດ້ານທ່ານ ຈູເຊປເປ ກອນເຕ ນາຍົກລັດຖະມົນຕີອິຕາລີ ແຈ້ງເຕືອນເມື່ອວັນທີ 16 ມີນາວ່າ ຫຼາຍອາທິດຕໍ່ຈາກນີ້ຈະເປັນຫຼາຍອາທິດທີ່ສ່ຽງທີ່ສຸດຂອງປະເທດ ເຊິ່ງອາດໝາຍຄວາມວ່າການລະບາດຂອງໄວຣັສໂຄໂຣນາໃນອິຕາລີຮຸນແຮງໄດ້ຫຼາຍກວ່ານີ້. ຮຽບຮຽງຂ່າວ:ພຸດສະດີ
ຂ່າວຕ່າງປະເທດ
2020-03-17T13:32:28+00:00
https://laopost.com/?p=117636
ເຕືອນ! ປະຊາຊົນສົງໄສວ່າມີຄົນບໍ່ດີ ຫວ່ານເຫຼັກຕະປູສະກັດລົດ ຢູ່ເສັ້ນທາງ 450 ປີ
ຂ້າພະເຈົ້າແລະຄອບຄົວໄດ້ເດີນທາງມາຈາກຂົວມິດຕະພາບຈະກັບບ້ານ ໂດຍໃຊ້ເສັ້ນທາງ 450ປີ, ຕອນນັ້ນເປັນເວລາປະມານ 21 ໂມງກາງຄືນ ຫລັງຈາກລ້ຽວເຂົ້າເສັນທາງ 450 ປີໄດ້ປະມານ 500 ແມັດກໍ່ຮູ້ສຶກລົດມີບັນຫາ ສາມີຂ້າພະເຈົ້າກໍ່ໄດ້ຈອດລົດລົງໄປເບິ່ງ ແລະຟ້າວກັບຂຶ້ນມາເທິງລົດແລ້ວຂັບອອກໄປພ້ອມທັງບອກວ່າ “ຢາງລົດຮົ່ວ” ຂ້າພະເຈົ້າສົງໃສເລີຍຖາມວ່າເປັນຫຍັງຄືບໍ່ຈອດຖ້າເອີ້ນຄົນມາຊ່ວຍ ຂັບໄປແບບນີ້ບໍ່ໄດ້ຕິເບາະ… ສາມີໄດ້ຕອບວ່າ “ຢູ່ບໍ່ໄດ້ມີອັນຕະລາຍ ແລະ ໄດ້ບອກວ່າ ມີຜູ້ຊາຍຢ່າງຕົງມາຫາລົດຈາກປ່າຫຍ້າທີ່ບໍ່ມີບ້ານເຮືອນແລະບໍ່ມີລົດເລີຍ” ແລະ ເມື່ອຂັບລົດອອກມາອີກໄລຍະໜຶ່ງປະມານ 100 ແມັດ ກໍ່ມີ ຜູ້ຊາຍອີກຄົນໜຶ່ງຈອດລົດຈັກຢູ່ແຄມທາງນັ່ງຢູ່ເທິງລົດຈັກຄົນດຽວ ມາອີກໄລຍະໜຶ່ງກໍ່ມີຜູ້ຊາຍນັ່ງເທິງລົດຈັກອີກ ສາມີກໍ່ບໍ່ຍອມຈອດລົດເດັດຂາດ ຕະຫລອດທາງບໍ່ມີບ່ອນທີ່ເໝາະສົມເປັນຕາຈອດລົດເລີຍ ມາຮອດໜ້າຮ້ານອາຫານແຫ່ງໜຶ່ງ ຮ້ານປິດແຕ່ໂຊກດີມີໄຟແຈ້ງໜ້າຮ້ານ ສາມີເລີຍຈອດລົດເພື່ອຈະລົງໄປປ່ຽນຢາງລົດສຳຮອງ ໂດຍທີ່ໃຫ້ຂ້າພະເຈົ້າ ພ້ອມດ້ວຍແມ່ແລະລູກສາວຢູ່ໃນລົດ, ຕອນທີ່ສາມີລົງໄປກໍ່ມີຜູ້ຍິງຄົນໜຶ່ງຂັບລົດຈັກມາຈອດຢູ່ທາງຂ້າງລົດຂອງຂ້າພະເຈົ້າ ລາວນັ່ງຢູ່ເທິງລົດຈັກຂອງລາວລົມໂທລະສັບຢູ່ຕະຫລອດເວລາ…ອີກບໍ່ດົນພີ້ນ້ອງກໍ່ມາຮອດ ແລະ ລົງມາຊ່ວຍສາມີປ່ຽນຢາງລົດສຳຮອງ ເມື່ອສຳເລັດການປ່ຽນຢາງແລ້ວຜູ້ຍິງທີ່ນັ່ງລົມໂທລະສັບນັ້ນກໍ່ຂັບລົດອອກໄປທັນທີ ເມື່ອມາຮອດເຮືອນໄດ້ເວົ້າໃຫ້ໝູ່ຄູ່ຫລາຍຄົນຟັງ ຫລາຍຄົນບອກວ່າ ເສັ້ນທາງນີ້ມີເຫດການເກີດຂຶ້ນຫລາຍເທື່ອທີ່ເປັນອັນຕະລາຍ ແລະສົງໄສມີມິດສາຊີບຫລາຍ ຖ້າບໍ່ຈຳເປັນຈຶ່ງບໍ່ຄວນຜ່ານໃນຍາມກາງຄືນ… ມີໝູ່ອີກຄົນໜຶ່ງຂອງຂ້າພະເຈົ້າກໍ່ຖືກຢາງລົດຢຽມຕະປູຢູ່ເສັ້ນທາງນີ້ໃນມື້ດຽວກັນກັບຂ້າພະເຈົ້າແຕ່ເປັນຕອນກາງເວັນ ເລື້ອງນີ້ ເບິ່ງຄືເປັນກາງວາງແຜນ ມີຄົນຢູ່ແຕ່ລະໄລຍະເສັ້ນທາງ ຕະປູເປັນນອດທີ່ຖືກຝົນແລະເຈຍໃຫ້ຄົມ ຂ້າພະເຈົ້າຂຽນຍາວເພາະຕັ້ງໃຈຫລາຍບໍ່ຢາກໃຫ້ເຫດການບໍ່ດີເກີດຂຶ້ນກັບໃຜທັງທີ່ຮູ້ຈັກ ແລະບໍ່ຮູ້ຈັກ ຂໍທຸກຄົນທີ່ເດີນທາງບໍ່ວ່າເສັ້ນທາງໃດໆ ກະຂໍໃຫ້ມີສະຕິເພື່ອຄວາມປອດໄພຂອງຕົນເອງແລະຜູ້ຮ່ວມທາງ ຂໍໃຫ້ທຸກທ່ານໂຊກດີ ຮູບແລະຂໍ້ມູນຈາກ: Somchai Sibounheuang ແລະ ສິບປາກເວົ້າບໍ່ເທົ່າໜຶ່ງຕາເຫັນ
ຂ່າວພາຍໃນ
2016-08-14T22:54:13+00:00
https://laopost.com/?p=68524
ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 8
ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ໃນວັນທີ 24 ຕຸລາ 2016 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ບັນດາທູດຕານຸທູດ, ຕາງຫນ້າອົງການຈັດຕັ້ງສາກົນປະຈຳລາວ, ສະມາຊິກສະພາແຫ່ງຊາດຊຸດທີ 8, ສະມາຊິກສະພາປະຊາຊົນແຂວງ, ນະຄອນ ຫລວງ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ຄື: ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ນະໂຍບາຍເງິນຕາສົກ 2015-2016 ແລະ ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ນະໂຍບາຍເງິນຕາປີ 2017, ບົດລາຍງານລັດຖະບານກ່ຽວກັບການປັບປຸງແຜນງົບປະມານແຫ່ງລັດ 4 ປີ ຄື ນັບແຕ່ປີ 2017 ຫາ 2020, ບົດລາຍງານຂອງອົງການກວດກາລັດ ຖະບານກ່ຽວກັບການແກ້ໄຂຜົນກວດສອບ ສົກ 2013-2014, ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຄື່ອນ ໄຫວວຽກງານ 6 ເດືອນທ້າຍປີ 2016 ແລະແຜນການເຄື່ອນໄຫວວຽກງານປີ 2017 ຂອງສະພາແຫ່ງຊາດຊຸດທີ 8, ພິຈາລະນາຮັບ ຮອງເອົາການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດຂອງ ແຂວງ ສະຫວັນນະເຂດ, ບົດລາຍງານຜົນການຕິດຕາມກວດກາການອອກນິຕິກຳລຸ່ມກົດໝາຍຂອງລັດຖະບານ ແລະ ບົດລາຍງານຜົນການຕິດຕາມກວດກາການນຳໃຊ້ສານເຄມີເປັນພິດສົ່ງຜົນກະທົບຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກ 2014-2015, ບົດລາຍງານການຈັດຕັ້ງປະຕິບັດແຜນການກວດສອບແຫ່ງລັດ ສົກ 2015-2016 ແລະ ແຜນການກວດສອບແຫ່ງລັດປີ 2017, ບົດລາຍງານການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2011 ຫາ 2015 ການເຄື່ອນໄຫວວຽກງານສົກ 2015-2016 ແລະ ທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ2016 ຫາ 2020, ແຜນການເຄື່ອນໄຫວວຽກງານ ປີ 2017 ຂອງອົງການໄອຍະການປະຊາຊົນສູງສຸດ, ບົດລາຍງານການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2011 ຫາ 2015, ການເຄື່ອນໄຫວວຽກງານສົກ 2015-2016 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2016 ຫາ 2020, ແຜນການເຄື່ອນໄຫວວຽກງານ ປີ 2017 ຂອງສານປະຊາຊົນສູງສຸດ. ພ້ອມນີ້ ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍສ້າງໃຫມ່, ຮ່າງກົດໝາຍສະບັບປັບປຸງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍທາບທາມ ທັງໝົດ 16 ສະ ບັບ ໃນນີ້ ຮ່າງກົດໝາຍສ້າງໃຫມ່ 3 ສະບັບ, ຮ່າງກົດໝາຍປັບປຸງ 12 ສະບັບ ແລະ ກົດໝາຍທາບທາມ 1 ສະບັບ. ນອກຈາກນີ້ ກອງປະຊຸມຈະໄດ້ພິຈາລະນາບັນຫາອື່ນໆ ຕາມການສະເໜີຂອງສະພາແຫ່ງຊາດ ແລະ ລັດຖະບານ. ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ປີ 2016 ເປັນປີທຳອິດຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8. ໃນປີນີ້ເຖີງວ່າສະພາບການສາກົນມີການຜັນແປໄປຢ່າງສັບສົນແຕ່ເສດຖະກິດຂອງລາວຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງເມື່ອທຽບກັບປະເທດໃນພາກພື້ນ. ຢ່າງໃດກໍຕາມ ຜ່ານການພັດທະນາເສດຖະກິດ-ສັງຄົມຂອງປະເທດມາຮອດປະຈຸບັນຍັງມີຫລາຍຢ່າງເປັນສິ່ງທ້າທາຍທີ່ທຸກຂະແຫນງການຂອງລາວຕ້ອງສືບຕໍ່ແກ້ໄຂຮ່ວມກັນຢ່າງຕັ້ງຫນ້າເພື່ອໃຫ້ເສດຖະກິດ-ສັງຄົມຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ. ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ໃນຕອນເຊົ້າມື້ນີ້ ພາຍຫລັງ ທ່ານ ນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມສຳເລັດ ກອງປະຊຸມໄດ້ພິຈາລະຈາ ແລະ ຮັບຮອງເອົາການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງທີ 13, ແຂວງ ສະຫວັນນະເຂດ ໂດຍກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາ ພັນເອກ ອິນໂຮມ ຈັນສີມາ ເປັນສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງທີ 13 ແທນ ທ່ານ ບຸນລ້ວນ ວົງຈັນທີ ທີ່ເສຍຊີວິດເມື່ອບໍ່ດົນມານີ້. ນອກຈາກນີ້ ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານ 4 ສະບັບ ຄື: ບົດລາຍງານໂດຍສັງເຂບຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດສົກ 2015-2016 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2017, ການປັບປຸງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 4 ປີ ຄື: ນັບແຕ່ປີ 2017 ຫາ 2020, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 10 ເດືອນ, ຄາດຄະເນສົກ 2015-2016 ແລະ ແຜນການປະຈຳປີ 2017, ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກ 2015-2016, ການຈັດສັນແຜນງົບປະມານໄລຍະ 3 ເດືອນຂ້າມຜ່ານທ້າຍປີ 2016, ແຜນງົບປະມານໄລຍະ 4 ປີ ຄື: ນັບແຕ່ປີ 2017 ຫາ 2020 ແລະ ແຜນງົບປະມານແຫ່ງລັດປີ 2017 ແລະ ບົດລາຍງານກ່ຽວກັບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນເງິນຕາສົກ 2015-2016, ແຜນການ 3 ເດືອນທ້າຍປີ 2016, ແຜນເງິນຕາ 5 ປີ ແລະ ແຜນເງິນຕາປີ 2017. ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8 ຈະດຳເນີນໄປຮອດວັນທີ 18 ເດືອນຫນ້າຈິ່ງຈະສຳເລັດ. ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປສາມາດສົ່ງຄຳຄິດຄຳເຫັນມາຍັງກອງປະຊຸມໄດ້ ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານ ຫລື ແຟັກ ໝາຍເລກ: 021 452627, ຈົດໝາຍທາງໄປສະນີ ຕູ້ ປນ. 662ແລະ ອີເມວແມ່ນ [email protected] ທີ່ມາ: ປະກາດ
ຂ່າວພາຍໃນ
2016-10-24T13:10:03+00:00
https://laopost.com/?p=73873
ມາດາມໂບ ອັດສີດ 100 ລ້ານກີບໃຫ້ນັກກິລາທີມຊາດລາວ ຢູ-23
ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບ ອະດີດປະທານສະໂມສອນວຽງຈັນຢູໄນເຕັດ ແລະ ປັດຈຸບັນເປັນຮອງປະທານ ສະຫະພັນບານເຕະຄົນພິການ ມອບເງິນອັດສີດ 100.000.000 ກີບ ຕາມຄຳສັນຍາໃຫ້ ນັກກິລາເຕະບານ ທີມຊາດລາວ ໃນຮຸ່ນອາຍຸ 23 ປີ ຫຼື ຢູ-23 ທີ່ສ້າງປະຫວັດສາດ ຄວ້າອັນດັບທີ 3 ຮ່ວມ ລາຍການ ຢູ-23 ຊີງແຊ໋ມອາຊຽນ ຈັດຂຶ້ນລະຫວ່າງວັນທີ 14-26 ກຸມພາ ຜ່ານມາ ທີ່ນະຄອນ ພະນົມເປັນ ປະເທດກຳປູເຈຍ ໂດຍແມ່ນທີມຊາດຫວຽດນາມ ຄວ້າແຊ໋ມໄປຄອງ. ພິທີມອບເງິນອັດສີດຈັດຂຶ້ນທີ່ໂຮງແຮມ ແລນມາກ ໃນຕອນແລງຂອງວັນທີ 14 ມີນາ 2022 ໂດຍໃຫ້ກຽດມອບເງິນໂດຍ ທ່ານ ນາງ ພິຈິກາ ບຸນກວ້າງ ແລະ ຕ່າງໜ້າຝ່າຍຮັບແມ່ນ ທ້າວ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ຢູ 23 ຕ່າງໜ້ານັກເຕະທີມຊາດລາວ ໂດຍມີຄະນະສະຫະພັນບານເຕະແຫ່ງຊາດລາວ ແລະ ຜູ້ສະໜັບສະໜູນ, ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີມອບ-ຮັບ ຍັງມີບັນດາພາກສ່ວນມອບເງິນສົມທົບ ກໍຄື ບໍລິສັດ ບຸນມາສີແສງຄຳອາສັງຫາລິມະຊັບ ຈຳກັດຜູ້ດຽວ 20.000.000 ກີບ, ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ພາກສ່ວນລະ 5.000.000 ກີບ.
ຂ່າວພາຍໃນ
2022-03-16T10:53:41+00:00
https://laopost.com/?p=132445
ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນ ເມື່ອນຳເຂົ້າໄປ ສສ ຫວຽດ ນາມ.
ເມື່ອວັນທີ 01 ມີນາ 2017ນີ້ ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນ ເມື່ອນຳເຂົ້າໄປ ສສ ຫວຽດ ນາມ. ຄຳແນະນຳສະບັບນີ້ ຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ 10 ແຂວງ ຂອງ ສປປ ລາວ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ຄື: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື. ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ສຸຂານາ ໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບເລກທີ 0162/ກປ, ລົງວັນທີ 1 ກຸມພາ 2017 ເພື່ອແນະນໍາເຕັກນິກວິຊາການ ໃນການປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມກັນ ໃນວັນທີ 27 ມີຖຸນາ 2015 ແນໃສ່ເພີ່ມມູນຄ້າ ການຄ້າ-ຂາຍຮ່ວມກັນ ໃຫ້ສູງຂຶ້ນ, ສ້າງໃຫ້ເຂດຊາຍແດນ ລາວ-ຫວຽດນາມ ກາຍເປັນຊາຍແດນ ແຫ່ງການແລກປ່ຽນ ຊື້-ຂາຍ, ມີຄວາມສະຫງົບ, ໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແມ່ນສັນຍາທີ່ ສສ ຫວຽດ ນາມ ໃຫ້ສິດພິເສດ ດ້ານການຄ້າແບບຝ່າຍດຽວ ແກ່ ສປປ ລາວ. ຂໍ້ຜູກພັນທີ່ ສສ ຫວຽດນາມ ໃຫ້ສິດທິພິເສດແກ່ ສປປ ລາວ ປະກອບດ້ວຍ 3 ລະດັບ ເຊິ່ງຕິດພັນກັບວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ ຄື: 1. ສິດທິພິເສດແກ່ເມືອງ ທີ່ມີຊາຍແດນຕິດຈອດ ລະຫວ່າງກັນ ຫລື ລະດັບເມືອງຊາຍແດນ: ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ປູກ ຫລື ລ້ຽງໂດຍ ປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ຈາກເຈົ້າໜ້າທີ່ກ່ຽວ ຂ້ອງຂອງ ສປປ ລາວ ຈະໄດ້ຮັບການ ຍົກເວັ້ນພາສີນຳເຂົ້າ ແລະ ອາກອນ ໃນເວລານໍາເຂົ້າ ສສ ຫວຽດນາມ ໂດຍບໍ່ຕ້ອງຂໍໃບອະນຸຍາດນໍາເຂົ້າ, ບໍ່ຕ້ອງຜ່ານການກວດກາ ດ້ານສຸຂານາໄມ ແລະ ສຸຂານາໄມພືດ, ມາດຕະການເຕັກນິກ ແລະ ກວດກາຄວາມປອດໄພດ້ານອາຫານ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ, ຍົກເວັ້ນກໍລະນີທີ່ມີການແຈ້ງເຕືອນ ຂອງເຈົ້າໜ້າທີ່ຝ່າຍໃດຝ່າຍໜຶ່ງ ກ່ຽວກັບຄວາມສ່ຽງຂອງສິນຄ້າ ທີ່ຈະສ້າງຄວາມເສຍຫາຍແກ່ພືດ, ຄົນ, ສັດ ແລະ ສິ່ງແວດລ້ອມ. 2. ສິດທິພິເສດ ແກ່ແຂວງທີ່ມີຊາຍແດນຕິດຈອດ ລະຫວ່າງກັນ ຫລື ລະດັບແຂວງຊາຍແດນ:ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ ລວມທັງພືດ, ສັດທີ່ເປັນສິນຄ້າທີ່ປູກ ຫລື ລ້ຽງໂດຍປະຊາຊົນ, ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເມື່ອເວລານຳເຂົ້າ ສສ ຫວຽດນາມ;ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດທີ່ປູກ ຫລື ລ້ຽງໂດຍປະ ຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ແລະ ນັກທຸລະກິດ ທີ່ໄດ້ຂຶ້ນທະບຽນ ດຳເນີນທຸລະກິດກະສິກຳ ແລະ ປ່າໄມ້ ຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງແຕ່ລະຝ່າຍແລ້ວ ຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າຈາກ ສສ ຫວຽດນາມ;ສິນຄ້າພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດເປັນສິນຄ້າ ທີ່ປູກ ຫລື ລ້ຽງໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງ ຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າສສ ຫວຽດນາມ. 3. ສິດທິພິເສດແກ່ສປປ ລາວ ຫລື ລະດັບປະເທດ:ສສ ຫວຽດນາມ ໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າ ທີ່ມີແຫລ່ງກໍາເນີດຈາກ ສປປ ລາວ. ເຈົ້າໜ້າທີ່ການຄ້າຂອງສປປ ລາວ ຕ້ອງອອກໃບ ຢັ້ງຢືນສິນຄ້າ ສຳລັບສິນຄ້ານຳເຂົ້າໄປສສ ຫວຽດນາມ ຕາມທີ່ໄດ້ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 01 ທີ່ກວມເອົາສິນຄ້າປະເພດກະສິກໍາ ແຕ່ໝວດທີ 1 ຫາ ໝວດທີ 23, ໝວດທີ 25.01 ແລະ ໝວດທີ 40.01 ທີ່ມີແຫລ່ງກໍາເນີດຈາກ ສປປ ລາວ ກໍຈະໄດ້ຮັບສິດທິພິເສດ ທາງອັດຕາພາສີນໍາເຂົ້າ ແລະ ບໍ່ຈໍາກັດໂກຕານໍາເຂົ້າ ແລະ ສິ່ງກີດຂວາງອື່ນໆ.
ຂ່າວພາຍໃນ
2017-03-01T11:49:53+00:00
https://laopost.com/?p=86099
ປະຊາຊົນອິນເດຍຍາດກັນຕັກນ້ຳເພື່ອໃຫ້ມີນ້ຳໃຊ້
ໃນຊ່ວງນີ້ອິນເດຍປະສົບກັບໄພແຫ້ງແລ້ງຢາກໜັກ ເຮັດໃຫ້ປະຊາຊົນອິນເດຍມີເລີ່ມຂາດແຄນອາຫານເນື່ອງຈາກອາຫາດທີ່ຮ້ອນເກີນໄປ ຈົນເຮັດໃຫ້ບໍ່ສາມາດປູກຜົນຜະລິດໄດ້, ແລະ ຍັງເຮັດໃຫ້ອິນເດຍຂາດແຄນນ້ຳ. ຈາກການເຜີຍແຜ່ວິດີໂອຂອງ ສຳນັກຂ່າວບີບີຊີ ເຊິ່ງມັນສະແດງເຖິງ ປະຊາຊົນທີ່ພາກັນຍຸແຍ່ກັນເພື່ອໄປຕັກນ້ຳໃນບໍ່, ປະຊາຊົນໃນບ້ານຄາດິມາລ ໃນອິນເດຍ ຕ້ອງສ່ຽງຊີວິດເພື່ອນ້ຳຖັງດຽວໃນທຸກໆມື້ ເນື່ອງຈາກຕ້ອງປະເຊີນກັບຄວາມຮ້ອນ, ໜ່ວຍງານທ້ອງຖິ່ນ ສົ່ງລົດບັນທຸກນ້ຳເຂົ້າມາ 2-3 ຄັ້ງຕໍ່ມື້ ແລະ ເວລາທີ່ໄດ້ເທນ້ຳລົງໃນບໍ່ນ້ຳແລ້ວ ຄົນກໍ່ຈະເຂົ້າມາແຍ່ໄປຕັກນ້ຳກ່ອນທີ່ນ້ຳຈະໝົດກ່ອນ ແລະ ມີຄົນທ້ອງຖິ່ນເວົ້າວ່າ ມີເດັກນ້ອຍຈຳນວນຫຼາຍບໍ່ສະບາຍຍ້ອນກິນນ້ຳທີ່ບໍ່ສະອາດ. ທາງໜ່ວຍງານໄດ້ກ່າວວ່າ ຈະເພີ່ມການສົ່ງນ້ຳເຂົ້າມາໃຫ້ຫຼາຍຂຶ້ນ ແລະ ຈະພະຍາຍາມຕິດຕັ້ງທໍ່ສົ່ງນ້ຳເພື່ອແກ້ບັນຫາວິກິດນີ້ໄດ້ຢ່າງຖາວອນ.
ຂ່າວຕ່າງປະເທດ
2022-06-24T15:56:11+00:00
https://laopost.com/?p=135053
ລະວັງ! ພົບເຂົ້າໜົມປອມ ເຮັດດ້ວຍຢາງພາລາ ຢູ່ປະເທດເຮົາແລ້ວ!
ໄດ້ຍິນຂ່າວນີ້, ທ່ຽງທຳເອງກໍຕົກໃຈບໍ່ໜ້ອຍ, ເປັນຫຍັງຕະຫລາດນ້ອຍໆດັ່ງປະເທດລາວ ກໍເກີດມີບັນຫາແນວນີ້, ຖ້າໄລ່ໝົດປະເທດ ກໍມີພົນລະເມືອງພຽງ 6 ລ້ານປາຍ, ຖ້າເວົ້າໃນເລື່ອງເສດຖະກິດ ກໍຈະບໍ່ເປັນບ່ອນໝາະສົມປານໃດ ທີ່ຈະເອົາເຂົ້າໜົມປອມແປງ, ອັນຕະລາຍດັ່ງກ່າວມາວາງຂາຍ! ນີ້ເປັນບັນຫາໃຫຍ່ທີ່ ພວກເຮົາຈະຕ້ອງໄດ້ຊ່ວຍກັນຄິດ. ໃນເມື່ອກ່ອນເຮົາໄດ້ຍິນຂ່າວ ແຕ່ຢູ່ປະເທດຟີລິບປິນວ່າມີເຂົ້າສານ ເຮັດດ້ວຍຢາງພາລາ ເລັດລອດເຂົ້າມາວາງຂາຍ ຢູ່ໃນຕະຫລາດຂອງເຂົາເຈົ້າຢ່າງແຜ່ຫລາຍ ແລະ ຕໍ່ມາກໍເຫັນຂ່າວຢູ່ຫວຽດນາມວ່າ ມີໄຂ່ໄກ່, ເຂົ້າໜົມ ແລະ ເຂົ້າສານເຮັດດ້ວຍຢາງພາລາ ມາວາງຂາຍຢູ່ໃນຕະຫລາດຂອງເຂົາເຈົ້າເຊັ່ນກັນ. ສິ່ງນີ້, ບໍ່ພຽງແຕ່ສົ່ງຜົນກະທົບ ຕໍ່ເສດຖະກິດຂອງປະເທດເທົ່ານັ້ນ, ມັນຍັງສົ່ງຜົນອັນຕະລາຍຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ບໍລິໂພກອີກດ້ວຍ. ຜູ້ພົບເຫັນເຂົ້າໜົມທີ່ເຮັດດ້ວຍຢາງພາລາດ່ັງກ່າວ ເລົ່າສູ່ຟັງວ່າ: ເຂົ້າໜົມດັ່ງກ່າວມີຫລາຍຍີ່ຫໍ້ ເປັນແບບວຸ້ນປີໂປ້ ຫລື ເຂົ້າໜົມແຜ່ນຊື່ ແນມໂຕມ (Nem Tom) ແລະ ອື່ນໆ. ມີມື້ໜ່ຶ່ງລູກຂອງເພິ່ນ ໄດ້ຊື້ເຂົ້າໜົມມາກິນ ແລ້ວປະກົດວ່າປວດທ້ອງ ແລະ ຮາກ ຈຶ່ງໄດ້ພາໄປໂຮງໝໍ ແລະ ໄດ້ນຳເອົາເຂົ້າໜົມນັ້ນມາກວດເບິ່ງ ເຫັນເໝືອນ ກັນກັບຢາງ ແລ້ວໄດ້ເອົາໄປຈູດ ກໍໄໝ້ຂຶ້ນດັ່ງຢາງພາລາແຫ້ງ. ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ຜູ້ບໍລິໂພກ ຈົ່ງມີຄວາມລະມັດລະວັງ ແລະ ພ້ອມນັ້ນຜູ້ເຮັດວຽກງານອາຫານ ແລະ ຢາ (ອຢ), ກະຊວງສາທາລະນະສຸກ ກໍຕ້ອງໄດ້ເພ່ີມທະວີ ເຮັດວຽກງານກວດກາ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ແຂງແຮງກວ່າເກົ່າ, ເພື່ອສາມາດສະກັດກັ້ນ ສິ່ງເປັນພິດໄພຕໍ່ຜູ້ບໍລິໂພກໃຫ້ດີຂຶ້ນ. ແຫລ່ງຂ່າວ:
ຂ່າວພາຍໃນ
2016-02-05T21:53:57+00:00
https://laopost.com/?p=46497
ສະຫຼຸບຫຼຽນກີລາຊີເກມ 2017 ຄັ້ງຫຼ້າສຸດ
ຕາມຄາດມາເລເຊຍເຈົ້າພາບຄອງອັນດັບ 1, ສິງກະໂປອັນດັບ 2, ຫວຽດນາມອັນດັບ 3 ແລະ ປັດຈຸບັນລາວເຮົາຖືກຈັດຢູ່ອັນດັບ 9 ມີ 1 ຫຼຽນເງິນ 3 ຫຼຽນທອງ (ກະຕໍ້ປະເພດຊິນລອນ ໄດ້ 1 ຫຼຽນເງິນ 1 ຫຼຽນທອງ ແລະ ມວຍສາກົນ ໄດ້ 2 ຫຼຽນທອງ) ຍັງກີລາມວຍທີ່ໄດ້ 2 ຫຼຽນທອງບໍ່ສະຫຼຸບຫຼຽນໃສ່ຕາຕະລາງ ເພາະຍັງບໍ່ທັນມີພິທີມອບຢ່າງເປັນທາງການເທື່ອ.
ຂ່າວພາຍໃນ
2017-08-23T10:36:33+00:00
https://laopost.com/?p=94015
ເຈົ້າຄອງນະຄອນຫຼວງອອກຄໍາສັ່ງຫ້າມມີການຜະລິດ ຫຼື ຊື້-ຂາຍ ໝາກກະໂພກ ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ
ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄໍາສັ່ງຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງມີລາຍລະອຽດດັ່ງນີ້: ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກກອງບັນຊາການ ປກຊ-ປກສ ນະຄອນຫຼວງວໜງຈັນຢ່າງເດັດຂາດ, ຖ້າບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດລະເມີດ ແມ່ນໃຫ້ເຈົ້າໜ້າທີ່ ປກຊ-ປກສ, ພາສີ, ການຄ້າ ແຕ່ລະຂັ້ນ ຢຶດປັບໃໝ, ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ອັດຕາປັບໃໝມີດັ່ງນີ້: – ໝາກກະໂພກ ຫຼື ບັ້ງໄຟດອກ ຫຼື ໂຄມໄຟລອຍຟ້າ ຈໍານວນ 1 ກິໂລກຣາມ ລົງມາ ປັບໃໝ 500,000 ກີບ – ໝາກກະໂພກ ຫຼື ບັ້ງໄຟດອກ ຫຼື ໂຄມໄຟລອຍຟ້າ ຈໍານວນ 1 ກິໂລກຣາມຂຶ້ນໄປ ປັບໃໝກິໂລກຣາມລະ 500,000 ກີບ – ຜູ້ທີ່ຈູດຈະຖືກປັບໃໝແຕ່ 500,000 ກີບ – 5,000,000 ກີບ ໃຫ້ເຈົ້າໜ້າທີ່ການຄ້າ, ພາສີ, ກໍາລັງ ປກຊ-ປກສ, ເມືອງ, ປກສ ແລະ ກອງຫຼອນບ້ານ ເປັນເຈົ້າການຕິດຕາມສືບຮູ້, ກໍາເບາະແສ່, ເປົ້າໝາຍ, ດໍາເນີນການກວດກາ ແລະ ຊອກຄົ້ນຫາ, ຖ້າພົບເຫັນແມ່ນໃຫ້ດໍາເນີນມາດຕະການຕາມຂໍ້ 1 ຂອງຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ ຄໍາສັ່ງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ວັນລົງລາຍເຊັນເປັນຕົ້ນໄປ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ພ້ອມກັນຈັດຕັ້ງປະຕິດບັດຢ່າງເຂັ້ມງວດ ແລະ ລາຍງານສະພາບການຕ່າງໆທີ່ເກີດຂຶ້ນຢ່າງທັນການ. ແຫຼ່ງຂ່າວ: ຄໍາສັ່ງເຈົ້າຄອງນະຄອນຫຼວງເລກທີ 01/ຈນວ ວັນທີ 27 ມັງກອນ 2022
ຂ່າວພາຍໃນ
2022-01-31T09:34:51+00:00
https://laopost.com/?p=131578
ຄໍາມ່ວນ ກຽມຄວາມພ້ອມໃນການຈັດງານບຸນນະມັດສະການ ພະທາດສີໂຄດຕະບອງປະຈຳປີ 9-11/02/2017
ເມື່ອວັນທີ 4 ມັງກອນ 2017 ທີ່ຜ່ານມາ ບັນດາອານຸກຳມະການຮັບຜິດຊອບ ໃນງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2017 ໄດ້ລາຍງານຄວາມພ້ອມ ໃນການຫ່າງຫາກະກຽມ ການຈັດຕັ້ງບຸນດັ່ງກ່າວ ລະຫ່ວາງ ວັນທີ 9-11 ກຸມພາ 2017 ທີ່ຈະມາເຖິງໃນມໍ່ໆນີ້ ໂດຍເປັນປະທານຮ່ວມຂອງທ່ານ ແສງທອງ ພະຄຸນທອງ ປະທານ ແນວລາວສ້າງຊາດ ແຂວງຄຳມ່ວນ ຮອງປະທານ ຈັດງານບຸນ ທ່ານ ຈັນ ບຸບຜາລີວັນ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆທ່າແຂກ ເຂົ້າຮ່ວມໃນພິທີມີ ພຣະເຖລາ-ນຸເຖຣະ ບັນດາຄະນະ ບໍລິຫານງານພັກເມືອງ, ບັນດາພະແນກການ ບັນດາອານຸ ກຳມະການ ແລະ ຄະນະພັກຮາກຖານ 4 ກຸ່ມບ້ານ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມ ກໍ່ຄືບັນດາຫົວໜ້າ ອານຸກຳມະການຕ່າງໆ ໄດ້ລາຍງານຄວາມພ້ອມ ໃນການກະກຽມບັນດາໜ້າວຽກ ຂອງອານຸກຳມະການຕົນເປັນ ທີ່ຮຽບຮ້ອຍ ເປັນຕົ້ນໃນແຜນວຽກ ແລະ ແຜນງົບປະມານ ການໃຊ້ຈ່າຍທີ່ໄດ້ຮັບການແຕ່ງຕັ້ງ, ແບ່ງຄວາມຮັບຜິດຊອບ ໃນບັນດາໜ້າວຽກ ທີ່ໄດ້ຮັບການມອບໝາຍ ເພື່ອທີ່ຈະນຳໄປ ຈັດຕັ້ງປະຕິບັດ ໃຫ້ເກີດຜົນສຳເລັດ ແລະ ມີຄວາມພັດທະນາ ກ້າວໜ້າສົມບູນຂຶ້ນກ່ວາ ໄລຍະປີທີ່ຜ່ານມາ. ຂ່າວຈາກ: http://www.abclaosnews.com/2017/01/9-11.html ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!
ຂ່າວທ່ອງທ່ຽວ
2017-01-07T14:30:09+00:00
https://laopost.com/?p=82572
ອຶ້ງ ແມ່ເຖົ້າຊາວຈີນມີເຂົາງອກກາງຫົວ ຈົນໄດ້ຊື່ໃໝ່ວ່າ ມະນຸດຍູນິຄອນ
ແມ່ເຖົ້າຊາວຈີນໄວ 87 ປີ ມີເຂົາສີດຳຂະໜາດໃຫຍ່ ຍາວກວ່າ 13 ເຊນຕິແມັດ ງອກອອກມາຈາກກາງຫົວ ເບິ່ງແລ້ວຄືກັບເຂົາສັດບໍ່ມີຜິດ ເຈົ້າຕົວບອກວ່າເຈັບປວດຈົນນອນບໍ່ຫລັບ ແພດກວດແລ້ວເປັນເນື້ອງອກຊະນິດພົບໄດ້ຍາກ ວັນທີ່ 27 ສິງຫາ ເວັບໄຊຕ໌ມິເລີ ເປີດເຜີຍເລື່ອງລາວຂອງແມ່ເຖົ້າຊາວຈີນໄວ 87 ປີ ຊື່ວ່າຫລຽງ ຊຸຍເຈີນ ຊາວບ້ານຈາກຫມູ່ບ້ານກຸ້ຍຫຍາງ ເມືອງຊີ່ຫຍາງ ມົນທົນເສສວນ ປະເທດຈີນ ປ່ວຍດ້ວຍພະຍາດປະຫລາດຄື ມີເຂົາສີດຳຂະໜາດໃຫຍ່ແລະແຂງງອກອອກມາຈາກກາງຫົວ ເບິ່ງແລ້ວຄືກັບເຂົາສັດບໍ່ມີຜິດ ຈົນໄດ້ຮັບຊື່ຈາກຄົນໃນຫມູ່ບ້ານວ່າ ມະນຸດຍູນິຄອນ ດ້ານລູກຊາຍ ຫວັງ ຈ້າວຈຸ່ນ ເລົ່າວ່າ ກ່ອນໜ້ານີ້ປະມານ 8 ປີ ພວກເຂົາພົບວ່າແມ່ມີໄຝສີດຳປາກົດທີ່ໜ້າຜາກ ກ່ອນທີ່ໄຝນັ້ນຈະງອກຍາວອອກມາເລື່ອຍໆ ຈົນເປັນຢ່າງທີ່ເຫັນ ໂດຍແມ່ຂອງພວກເຂົາບອກວ່າມັນເຮັດໃຫ້ນາງເຈັບ ແລະ ຄັນໃນເວລາດຽວກັນດ້ວຍ ອີກທັງນາງຍັງເຄີຍເຮັດເຂົານີ້ຫັກມາແລ້ວເທື່ອໜຶ່ງໂດຍບໍ່ຕັ້ງໃຈ ແຕ່ຫລັງຈາກນັ້ນ 6 ເດືອນໃຫ້ຫລັງ ມັນກໍງອກຂຶ້ນມາໃໝ່ຢ່າງວ່ອງໄວ ເທື່ອນີ້ມັນເຮັດໃຫ້ນາງເຈັບປວດຈົນວ່ານອນບໍ່ຫລັບ ລວມເຖິງຍັງມີເລືອດໄຫລອອກຈາກບໍລິເວນຜິວໜັງທີ່ເຂົາໃນບາງເທື່ອດ້ວຍ ກ່ອນໜ້ານີ້ ຫວັງ ເຄີຍພາແມ່ໄປປິ່ນປົວແຜນບູຮານ ແລະ ໃຊ້ຢາຈີນມາແລ້ວ ແຕ່ອາການກໍບໍ່ດີຂຶ້ນເລີຍ ຈຶ່ງຕັດສິນໃຈພາແມ່ມາທີ່ໂຮງໝໍເພື່ອພົບແພດແຜນປະຈຸບັນ ໂດຍແພດພິຈາລະນາວ່າເຂົາຂອງນາງຄື Cornu Cutaneum ຫລືເນື້ອງອກຊະນິດໜຶ່ງທີ່ຫາໄດ້ຍາກ ເກີດຈາກຄວາມຜິດປົກກະຕິທີ່ຜິວຫລືບຫນັງຊັ້ນນອກສຸດ ແຕ່ເກີດໃໝ່ຊ້ອນກັນໄປເລື່ອຍໆ ຈົນກາຍເປັນເຂົາ ມັກພົບໄດ້ໃນຜູ້ມີອາຍຸ 50 ປີຂຶ້ນໄປໃນບໍລິເວນທີ່ຖືກແສງອາທິດເປັນປະຈຳ ທັງນີ້ 60% ຂອງເຂົາຖືເປັນເນື້ອດີ ແຕ່ສ່ວນທີ່ເຫລືອມີໂອກາດເປັນມະເຮັງໄດ້ ແພດກ່າວວ່າ ພວກເຂົາສາມາດຜ່າຕັດເພື່ອນຳເອົາເຂົາອອກຈາກຫົວຂອງແມ່ເຖົ້ານີ້ໄດ້ ແຕ່ຂໍໃຫ້ຄອບຄົວກຽມໃຈໄວ້ກ່ອນ ເນື່ອງຈາກນາງຫລຽງມີອາຍຸຫລາຍແລ້ວ ອາດເກີດເຫດບໍ່ຄາດຝັນລະຫວ່າງຜ່າຕັດກໍເປັນໄດ້
ຂ່າວຕ່າງປະເທດ
2015-08-28T16:43:03+00:00
https://laopost.com/?p=33731
ຕຳຫຼວດມາເລເຊຍ ລະບຸເຫດແກວ່ງລະເບີດຮ້ານອາຫານເປັນສີມືໄອເອສ
ຕຳຫຼວດມາເລເຊຍລະບຸວ່າ ເຫດຄົນຮ້າຍແກວ່ງລະເບີດໃສ່ຮ້ານອາຫານເມື່ອອາທິດທີ່ຜ່ານມາ ເປັນສີມືຂອງຄົນຮ້າຍທີ່ເຊື່ອມໂຍງກັບກຸ່ມລັດອິສລາມ (ໄອເອສ) ຫລັງຈາກກ່ອນໜ້ານີ້ປະຕິເສດວ່າບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ. ຄາລິກ ອາບູ ບາກາ ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍກ່າວກັບຜູ້ສື່ຂ່າວມື້ນີ້ວ່າ ເຫດແກວ່ງລະເບີດໃສ່ຮ້ານອາຫານໃນລັດສະລັງງໍ ທາງຕອນກາງຂອງປະເທດເມື່ອວັນທີ 28 ມິຖຸນາທີ່ມີຜູ້ບາດເຈັບ 8 ຄົນ ມີກຸ່ມໄອເອສເຂົ້າກ່ຽວຂ້ອງ ເພາະພົວວ່າຊາຍ 2 ຄົນທີ່ຖືກຈັບກຸມໄດ້ຮັບຄຳສັ່ງຈາກຊາຍມາເລເຊຍຄົນໜຶ່ງໃນຊີເຣຍໃຫ້ກໍ່ການຮ້າຍໃນມາເລເຊຍ ຕ່າງຈາກທີ່ຕຳຫຼວດມາເລເຊຍລະບຸກ່ອນໜ້ານີ້ວ່າ ເຫດການດັ່ງກ່າວເປັນການແກ້ແຄ້ນສ່ວນຕົວ ຫຼື ເປັນສີມືຂອງຄູ່ແຂ່ງທາງທຸລະກິດ ຂະນະນີ້ທາງການກຳລັງຕາມລ່າຕົວຜູ້ຕ້ອງສົງໄສອີກ 2 ຄົນ. ຕຳຫຼວດມາເລເຊຍຖະແຫລງເລື່ອງຂ່າວຈັບກຸມຊາວມາເລເຊຍຕ້ອງສົງໄສເປັນສະມາຊິກໄອເອສຢູ່ສະເໝີ ແຕ່ບໍ່ລົງໃນລາຍລະອຽດເຮັດໃຫ້ຝ່າຍຄ້ານຕຳໜິວ່າ ລັດຖະບານເກັບເລື່ອງປາບປາມການກໍ່ການຮ້າຍໄວ້ເປັນຄວາມລັບທຳໃຫ້ບໍ່ສາມາດປະເມີນໄພກໍ່ການຮ້າຍທີ່ແກ້ຈິງໄດ້.
ຂ່າວຕ່າງປະເທດ
2016-07-04T22:15:38+00:00
https://laopost.com/?p=64203
ສິນຄ້ານຳເຂົ້າຫຼຸດລົງ ແຕ່ສິນຄ້າສົ່ງອອກເພີ່ມຂຶ້ນ
ອີງໃສ່ບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2015-2016 ທີ່ທ່ານ ສຸພັນ ແກ້ວ ມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ເຫັນວ່າ: ໃນ 9 ເດືອນສົກປີ 2015-2016 ລາວເຮົາສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນໄດ້ 3.157 ລ້ານໂດລາສະຫະລັດ ຫຼື ປະມານ 25 ຕື້ກີບ ເພີ່ມຂຶ້ນ 23,1% ແລະ ຜະລິດຕະພັນທີ່ສົ່ງອອກນັ້ນ ຕົ້ນຕໍແມ່ນໄຟຟ້າ ເພີ່ມຂຶ້ນ 65,8% ອຸປະກອນເຄື່ອງໃຊ້ໄຟຟ້າເພີ່ມຂຶ້ນ 38,1% ແຮ່ທອງເພີ່ມຂຶ້ນ 37,1% ຜະລິດຕະພັນປຸ່ງແຕ່ງກະສິກຳ ແລະ ຜະລິດຕະພັນກະສິກຳຈຳນວນໜຶ່ງ ເຊັ່ນ: ສາລີ ຢາສູບ ກ້ວຍ ເຂົ້າ ສັດໃຫຍ່ ແລະ ອື່ນໆ. ສ່ວນສິນຄ້ານຳເຂົ້າ ປະມານ 3.041 ລ້ານໂດລາ ຫຼື ປະມານ 24.000 ຕື້ກີບ ເຊິ່ງເຫັນວ່າຫຼຸດລົງ 12,3% ເນື່ອງຈາກບັນດາໂຄງການກໍ່ສ້າງໃຫຍ່ໆຈຳນວນໜຶ່ງ ໄດ້ສຳເລັດການກໍ່ສ້າງ ເປັນຕົ້ນ ໂຄງການກໍ່ສ້າງໂຮງງານໄຟຟ້າຫົງສາລິກໄນ ນອກຈາກນັ້ນ ອຸປະກອນກໍ່ສ້າງບາງຊະນິດກໍ່ສາມາດຜະລິດຢູ່ພາຍໃນປະເທດ ຈຶ່ງເຮັດໃຫ້ຄວາມຕ້ອງການໃນການນຳເຂົ້າຫຼຸດລົງ ປະກອບກັບຄ່ານ້ຳມັນເຊື້ອໄຟຫຼຸດລົງ ພາໃຫ້ມູນຄ່າການນຳເຂົ້າຫຼຸດລົງ. ຂ່າວຈາກ: ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-10-29T10:11:59+00:00
https://laopost.com/?p=74382
ລາຄາວັກຊີນໂຄວິດ-19 ເຂັມລະ 20 ໂດລາ ຄາດວ່າຈະໄດ້ໃຊ້ໃນຕົ້ນປີໜ້າ
ວັນທີ 24 ກໍລະກົດ ທີ່ຜ່ານມາ ເວັບໄຊ ໄທພີບີເອສ ລາຍງານວ່າ ທ່ານ ດຣ ສິຣິເຣີກ ຊົງສີວິໄລ ເລຂາທິການໃຫຍ່ຂອງສະພາຄົ້ນຄວ້າແຫ່ງປະເທດໄທ, ກະຊວງການອຸດົມສຶກສາ, ວິທະຍາສາດ, ການຄົ້ນຄວ້າ ແລະ ນະວັດຕະກຳ ລະບຸເຖິງການຕິດຕາມຄວາມຄືບໜ້າຂອງການຜະລິດວັກຊີນໂຄວິດ-19 ໃນແຕ່ລະປະເທດທົ່ວໂລກ ຜົນການທົດສອບໄລຍະທີ 1 ລະ 2 ໃນມະນຸດ ໃຫ້ຜົນທີ່ໜ້າພໍໃຈ ໂດຍສະເພາະວັກຊີນທີ່ພັດທະນາໂດຍມະຫາວິທະຍາໄລອັອກຟອດ ຮ່ວມກັບບໍລິສັດ ແອສຕຣາເຊເນຄາ ປະເທດອັງກິດ ແລະ ວັກຊີນທີ່ພັດທະນາໂດຍບໍລິສັດ ແຄນໄຊໂນ ປະເທດຈີນ ເຊິ່ງພົບວ່າກະຕຸ້ນພູມຄຸ້ມກັນໄດ້ດີໃນອາສາສະໝັກ ແລະ ບໍ່ພົບຜົນຂ້າງຄຽງຮຸນແຮງ. ສຳລັບການທົດສອບໃນຊ່ວງທີ 3 ນັ້ນ ຈະທົດສອບກັບປະຊາກອນຈຳນວນຫຼາຍເພື່ອເບິ່ງຜົນປ້ອງກັນການຕິດເຊື້ອ ເຊິ່ງເປັນຂັ້ນຕອນສຸດທ້າຍກ່ອນຈະໄດ້ຮັບການຮັບຮອງໃຫ້ໃຊ້ງານທົ່ວໄປ ຄາດວ່າຕົ້ນປີ 2021 ຈະເລີ່ມມີວັກຊີນພ້ອມໃຊ້ຈຳນວນໜຶ່ງ ແຕ່ຍັງມີຈຳນວນຈຳກັດ ຫຼັງຈາກນັ້ນຈຶ່ງສາມາດເພີ່ມຈຳນວນການຜະລິດຂຶ້ນເລື່ອຍໆເພື່ອໃຫ້ມີຈຳນວນວັກຊີນທີ່ພຽງພໍ. ທ່ານ ດຣ. ສິຣິເຣີກ ລະບຸວ່າ ຮູບແບບການໃຊ້ນັ້ນ ກຳລັງຢູ່ໃນລະຫວ່າງການທົດສອບວັກຊີນແຕ່ລະແບບ ສ່ວນໃຫຍ່ຈະເຫັນຜົນວ່າມີລະດັບພູມຄຸ້ມກັນສູງພຽງພໍຫຼັງຈາກຊັກວັກຊີນເຂັມທີສອງ ດັ່ງນັ້ນ, ຈຶ່ງຄາດການວ່າຈະຕ້ອງໄດ້ຊັກວັກຊີນຄົນລະ 2 ເຂັມ ຫ່າງກັນໜຶ່ງເດືອນ ສ່ວນເລື່ອງລາຄານັ້ນແມ່ນຢູ່ທີ່ 20 ໂດລາຕໍ່ເຂັມ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-07-29T10:23:27+00:00
https://laopost.com/?p=120608
ພົບຜູ້ຕິດເຊື້ອຝີດາດລິງ ກໍລະນີທຳອິດໃນເກົາຫຼີໃຕ້
ພົບຜູ້ຕິດເຊື້ອ “ຝີດາດລິງ” ຫຼື “ໝາກສຸກລິງ” ກໍລະນີທຳອິດໃນປະເທດເກົາຫຼີໃຕ້ ພ້ອມຍົກລະດັບການເຝົ້າລະວັງຂອງພະຍາດທີ່ຈະກຳລັງລະບາດນີ້. ໃນວັນທີ 22 ມິຖຸນາ 2022 ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ ຢືນຢັນການກວດພົບຜູ້ຕິດເຊື້ອຝີດາດລິງ ກໍລະນີທຳອິດໃນເກົາຫຼີໃຕ້ ຈາກຜູ້ຕ້ອງສົງໄສທັງໝົດ 2 ຄົນ, ໂດຍເປັນຄົນເກົາຫຼີໃຕ້ທີ່ເດີນທາງມາຈາກເຢຍລະມັນ ເຊິ່ງຜູ້ກ່ຽວໄດ້ເລີ່ມເຈັບຫົວໃນວັນເສົາ ທີ 18 ມິຖຸນາ ກ່ອນຈະເລີ່ມສະແດງອາການບໍ່ສະບາຍເມື່ອເດີນທາງຮອດເກົາຫຼີໃຕ້. ລາຍງານລະບຸວ່າ ກໍລະນີຜູ້ຕິດເຊື້ອນີ້ ມີອາການເປັນໄຂ້ໜ້ອຍໜຶ່ງ, ເຈັບຄໍ, ເມື່ອຍ, ແລະ ມີຮອຍຂອງພະຍາດນັ້ນຢູ່ຜິວໜັງ, ດັ່ງນັ້ນເຂົາຈຶ່ງໄດ້ແຈ້ງຕໍ່ໜ່ວຍງານທີ່ກ່ຽວຂ້ອງເພື່ອຈະເຂົ້າຮັບການຮັກສາ. ແລະຍັງມີຄົນ 1 ເປັນຄົນຕ່າງປະເທດທີ່ເປັນກໍລະນີສົງໄສວ່າຈະແມ່ນຜູ້ຕິດເຊື້ອ ຫຼັງຈາກກວດແລ້ວ ໃນວັນທີ 20 ມິຖຸນາ ຜົນອອກມາວ່າ ເປັນອີສຸກອີໄສ ບໍ່ແມ່ນຝີດາດລິງ. ໃນຂະນະດຽວກັນ ທາງສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດ ໄດ້ຍົກລະດັບການເຝົ້າລະວັງ ຄວາມສ່ຽງຂອງພະຍາດຝີດາດລິງ ເພື່ອທີ່ຈະຄວບຄຸມການແຜ່ກະຈາຍຂອງພະຍາດໄວຣັສນີ້. ແຫຼ່ງຂ່າວຈກ ຣອຍເຕີ
ຂ່າວຕ່າງປະເທດ
2022-06-23T09:49:34+00:00
https://laopost.com/?p=135006
ຮົວເຫວີຍເອົາຄືນອາເມຣິກາ ດ້ວຍການໄລ່ພະນັກງານອອກ
ສະຖານະການຍັງຄົງໜ້າເປັນຫ່ວງສຳລັບສົງຄາມການຄ້າລະຫວ່າງ ຈີນ ແລະ ອາເມຣິກາ ຫຼ້າສຸດ ທ່ານ ຕັ້ງ ເວິ່ນສວນ ປະທານຝ່າຍກົນລະຍຸດການສ້າງສັນຂອງບໍລິສັດຮົວເຫວີຍ ກໍໄດ້ມີຄຳສັ່ງໃຫ້ຍົກເລີກການປະຊຸມທາງເຕັກນິກກັບພະນັກງານຊາວອາເມຣິກາໃນພະແນກວິໄຈ ແລະ ພັດທະນາບໍລິສັດ ແລະ ຖືກສົ່ງກັບອາເມຣິກາເມື່ອ 2 ອາທິດກ່ອນ. ເຫດການດັ່ງກ່າວເກີດຂຶ້ນພາຍຫຼັງກະຊວງອຸດສາຫະກຳຂອງອາເມຣິກາຂຶ້ນບັນຊີດຳຮົວເຫວີຍ ແລະ ບໍລິສັດໃນເຄືອລວມ 68 ແຫ່ງເມື່ອປະມານກາງເດືອນພຶດສະພາຜ່ານມາ ສົ່ງຜົນໃຫ້ບໍລິສັດເອກະຊົນຂອງອາເມຣິກາບໍ່ສາມາດຊື້ສິນຄ້າ ຫຼື ໃຊ້ບໍລິການຈາກຮົວເຫວີຍໄດ້ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຖະບານຂອງອາເມຣິກາເທົ່ານັ້ນ. ທັງນີ້ ຮົວເຫວີຍໄດ້ຢຸດຕິການປະຊຸມແບບກະທັນຫັນ ແລະ ພະນັກງານທີ່ເປັນຊາວອາເມຣິກາກໍໄດ້ຮັບຄຳສັ່ງໃຫ້ປົດເຄື່ອງຄອມພິວເຕີ ແລັບທ໊ອບ ແລະ ການເຊື່ອມໂຍງຕ່າງໆຈາກເຄືອຂ່າຍບໍລິສັດ ລວມເຖິງໃຫ້ພະນັກງານຊາວອາເມຣິກາອອກຈາກສຳນັກງານທັນທີ. ຮຽບຮຽງ: ສະຫະລັ ວອນທິວົງໄຊ ຮູບພາບ: khaosod
ຂ່າວຕ່າງປະເທດ
2019-06-04T17:56:01+00:00
https://laopost.com/?p=114481
ທະຫານອູແກຣນອ້າງ ກຸ່ມແບ່ງແຍກດິນແດນບຸກເມືອງທາງພາກໃຕ້ – ພາກຕາເວັນອອກ
ກຸ່ມແບ່ງແຍກດິນແດນໃນອູແກຣນ ຖືທຸງນຳໜ້າຂະບວນ ບຸກເມືອງທາງຕອນໃຕ້ຂອງອູແກຣນ ສື່ຂອງຕ່າງປະເທດລາຍງານ ໃນວັນທີ 28 ສິງຫາ 2014 ນີ້ວ່າ ກຸ່ມແບ່ງແຍກດິນແດນໃນອູແກຣນ ໄດ້ບຸກເມືອງ Novoazovsk ທາງພາກໃຕ້ ແລະ ທາງພາກຕາເວັນອອກຂອງປະເທດ ໂດຍທະຫານຝ່າຍລັດຖະບານໄດ້ອອກມາ ກ່າວ ພ້ອມທັງບອກວ່າ ກຸ່ມແບ່ງແຍກດິນແດນມີອາວຸດພຽງທຸງສັນຍາລັກຂອງ ສາທາລະນະລັດໂດເນດເທົ່ານັ້ນ ສ່ວນອາວຸດໃນການຕໍ່ສູ້ ແມ່ນຖືກນຳເຂົ້າມາຈາກຊາຍແດນຣັດເຊຍ ໂດຍມີທະຫານຣັດເຊຍເປັນຜູ້ໜູນຫຼັງ. ຢ່າງໃດກໍຕາມ ຍັງບໍ່ທັນມີລາຍງານຢ່າງເປັນທາງການຈາກລັດຖະບານຂອງອູແກຣນ ແລະ ທ່າທີຈາກທາງມົດສະ ກູແຕ່ປະການໃດ.
ຂ່າວຕ່າງປະເທດ
2014-08-28T19:00:18+00:00
https://laopost.com/?p=9543
ເຮືອບິນເຢຍລະມັນວິງສ໌ ອົບພະຍົບຜູ້ໂດຍສານລົງ ຫລັງຖືກຂູ່ວາງລະເບີດ!
ເຮືອບິນລຳໜຶ່ງຂອງສາຍການບິນເຢຍລະມັນວິງສ໌ ໄດ້ຮັບຄຳຂູ່ວາງລະເບີດ ຈົນຕ້ອງອົບພະຍົບຜູ້ໂດຍສານຢ່າງສົນລະວົນ ທີ່ສະໜາມບິນໃນປະເທດເຢຍລະມັນ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ເມສານີ້ວ່າ ໃນມື້ວານນີ້ (12 ເມສາ) ເວລາ 23:30 ຕາມເວລາໃນທ້ອງຖິ່ນ ເຮືອບິນໂດຍສານສາຍການບິນເຢຍລະມັນວິງສ໌ ຖ້ຽວບິນທີ ໂຟຣ໌ຢູ 826 ທີ່ກຳລັງຈະເດີນທາງອອກຈາກເຢຍລະມັນໄປປະເທດອີຕາລີ ຕ້ອງໄດ້ສັ່ງອົບພະຍົບຜູ້ໂດຍສານ ຫລັງຈາກໄດ້ຮັບຄຳຂູ່ວາງລະເບີດ ແຕ່ຫລັງຈາກອົບພະຍົບແລ້ວ ທາງສາຍການບິນກໍໄດ້ອອກຖະແຫລງການໃນພາຍຫລັງວ່າ ບໍ່ພົບລະເບີດຢູ່ເທິງເຮືອບິນລຳດັ່ງກ່າວແຕ່ຢ່າງໃດ. ທັງນີ້ ສາຍການບິນເຢຍລະມັນວິງສ໌ ເປັນສາຍການບິນຕົ້ນທຶນຕ່ຳ ທີ່ຖືກສັງຄົມໂລກໃຫ້ຄວາມສົນໃຈຢູ່ຫລາຍຝ່າຍ ຫລັງຈາກເກີດອຸບັດເຫດເຮືອບິນຕົກໃນສາຍພູແອ້ວຂອງປະເທດຝຣັ່ງ ເມື່ອເດືອນມີນາທີ່ຜ່ານມາ ຈົນເຮັດໃຫ້ມີຜູ້ໂດຍສານ ແລະ ລູກເຮືອເສຍຊີວິດຍົກລຳ.
ຂ່າວຕ່າງປະເທດ
2015-04-13T14:21:14+00:00
https://laopost.com/?p=22842
ເຈົ້າໜ້າທີ່ພາສີໄທ ກວດຍຶດງາຊ້າງລັກລອບຂົນມາແຕ່ອາຟຣິກາ ມູນຄ່າກ່ວາ 10 ລ້ານບາດ!
ສຳນັກຂ່າວໄທຣັດຂອງໄທ ລາຍງານໃນວັນທີ 6 ກໍລະກົດຜ່ານມານີ້ວ່າ ທ່ານ ຈຳເຣີນ ໂພທິຍອດ ຮອງຫົວໜ້າກົມພາສີ ພ້ອມດ້ວຍເຈົ້າໜ້າທີ່ຕຳຫລວດ ແລະ ເຈົ້າໜ້າທີ່ປ່າໄມ້ຂອງໄທ ໄດ້ຮ່ວມກັນຖະແຫລງຂ່າວ ກ່ຽວກັບການກວດຍຶດງາຊ້າງຈາກທະວີບອາຟຣິກາ ຈຳນວນ 102 ກິ່ງ ມີມູນຄ່າລວມປະມານ 10 ລ້ານບາດ ໂດຍເຈົ້າໜ້າທີ່ສາມາດກວດຍຶດໄດ້ ທີ່ສະໜາມບິນສາກົນສຸວັນນະພູມ ໃນມື້ວັນທີ 3 ກໍລະກົດທີ່ຜ່ານມາ ໂດຍບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມ ກ່ຽວກັບຜູ້ລັກລອບນຳເຂົ້າແຕ່ຢ່າງໃດ.
ຂ່າວຕ່າງປະເທດ
2015-07-07T13:16:22+00:00
https://laopost.com/?p=29664
ປູຕິນ ຊັດວາທະ ໂອບາມາ ລະບຸກຸ່ມໄອເອັສລະບາດ ຍ້ອນສະຫະລັດແຊກແຊງອີຣັກ – ລີບີ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກັນຍາຜ່ານມານີ້ວ່າ ໃນມື້ວັນຈັນຜ່ານມານີ້ (28 ກັນຍາ) ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງສະຫະພັນຣັດເຊຍ ໄດ້ຂຶ້ນກ່າວປາໄສໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ທຸກຊາດສະມາຊິກ ຮ່ວມກັນຕໍ່ສູ້ຕ້ານກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍລະບຸວ່າ ການທີ່ປະເທດຕ່າງໆບໍ່ໃຫ້ການຮ່ວມມືກັບ ປະທານາທິບໍດີ ອັດຊາດ ແຫ່ງຊີຣີ ທີ່ກຳລັງປະເຊີນໜ້າກັບກຸ່ມກໍ່ການຮ້າຍພາຍໃນປະເທດຂອງຕົນນັ້ນ ແມ່ນເປັນເລື່ອງຜິດພາດຢ່າງໜັກໜ່ວງ. ທ່ານ ປູຕິນ ໄດ້ຮຽກຮ້ອງໃຫ້ລວມເອົາ ປະທານາທິບໍດີ ອັດຊາດ ແຫ່ງຊີຣີ ແລະ ອີຣ່ານເຂົ້າຮ່ວມວົງໃນການແກ້ໄຂບັນຫາ ຊຶ່ງຂັດກັບທ່າທີຂອງປະທານາທິບໍດີ ບາຣັກ ໂອບາມາ ຊຶ່ງຕໍ່ມາໄດ້ຍອມອ່ອນຂໍ້ຮ່ວມມືກັບອີຣ່ານໃນການຕໍ່ສູ້ກັບກຸ່ມໄອເອັສແລ້ວ ແຕ່ວ່າໂອບາມາ ຍັງບໍ່ຍອມຮັບການຢູ່ໃນອຳນາດຂອງປະທານາທິບໍດີ ອັດຊາດ ເທື່ອ. ທ່ານ ປູຕິນ ໄດ້ກ່າວຕື່ມອີກວ່າ ເຫດການຮຸນແຮງທີ່ກຳລັງລຸກລາມຢູ່ໃນຕາເວັນອອກກາງ ແມ່ນເກີດຈາກການທີ່ກອງທັບສະຫະລັດອາເມຣິກາ ແຊກແຊງ ແລະ ສະໜັບສະໜູນການໂຄ່ນລົ້ມ ຊັດດຳ ຮຸດແຊນຜູ້ນຳຂອງອີຣັກ ແລະ ມູອຳມາ ກັດດາຟີ ຜູ້ນຳລີບີ. ທ່ານກ່າວວ່າ ຫລັງຈາກສິ້ນສຸດສົງຄາມເຢັນ ບັນດາປະເທດມະຫາອຳນາດຕາເວັນຕົກ ໄດ້ຕັ້ງຕົນເອງເປັນສູນກາງການຄອບງຳແຫ່ງໃໝ່ຂອງໂລກ ແລະ ໃຊ້ກຳລັງແຊກແຊງສະຖານະການປະເທດຕ່າງໆຢ່າງເປີດແປນ ແລະ ອວດອົ່ງ ຊຶ່ງການກະທຳດັ່ງກ່າວນີ້ ໄດ້ນຳໄປສູ່ລັດທິອະນາທິປະໄຕໃນຕາເວັນອອກກາງ ຊຶ່ງມີກຸ່ມຫົວຮຸນແຮງ ແລະ ກໍ່ການຮ້າຍເກີດຂຶ້ນແຜ່ຫລາຍປານດອກເຫັດ. ປະທານາທິບໍດີແຫ່ງຣັດເຊຍ ຍັງກ່າວເສີມອີກຕື່ມວ່າ ການບຸກໂຈມຕີກຸ່ມໄອເອັສໂດຍພັນທະມິດຕາເວັນຕົກ ແລະ ອາຫລັບ ຊຶ່ງນຳໜ້າໂດຍສະຫະລັດອາເມຣິການັ້ນ ແມ່ນເຂົ້າຂ່າຍຜິດກົດໝາຍ ເນື່ອງຈາກບໍ່ໄດ້ຖືກຮ້ອງຂໍຈາກລັດຖະບານຊີຣີ ແລະ ບໍ່ມີມະຕິເຫັນດີອະນຸມັດ ຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ທ່ານ ປູຕິນ ເວົ້າວ່າ ຖ້າຫາກມີຊ່ອງທາງທີ່ຖືກຕ້ອງຕາມກົດໝາຍ ຣັດເຊຍເອງ ກໍອາດຈະເປີດປະຕິບັດການໂຈມຕີທາງອາກາດໃສ່ກຸ່ມໄອເອັສ ເພື່ອຊ່ວຍເຫລືອຊີຣີທັນທີ. ດ້ານທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ກ່າວປາໄສໃນມື້ດຽວກັນວ່າ ຫາກສົງຄາມຢູ່ຊີຣີຢຸຕິລົງ ອັດຊາດ ຕ້ອງອອກຈາກອຳນາດ ແລະ ບໍ່ຄວນກັບມາສູ່ອຳນາດອີກ ຊຶ່ງສວນທາງກັບທັດສະນະຂອງປະທານາທິບໍດີປູຕິນ ທີ່ໄດ້ຂຶ້ນກ່າວປາໄສຫລັງຈາກນັ້ນໄດ້ເວົ້າວ່າ ມີພຽງແຕ່ຊາວຊີຣີເອງເທົ່ານັ້ນ ທີ່ຈະສາມາດປົດຜູ້ນຳຂອງຕົນເອງໄດ້.
ຂ່າວຕ່າງປະເທດ
2015-09-30T14:17:06+00:00
https://laopost.com/?p=36700
ປູກຝັງ ແລະ ລ້ຽງສັດ ເຮັດໃຫ້ເສດຖະກິດຄອບຄົວດີຂື້ນ
ໃນວັນທີ 8 ກຸມພາ 2023 ທ່ານ ໄໝ່ທັນ ສິດທິ ປະຊາຊົນບ້ານວຽງໃໝ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ສຳພາດວ່າ: ບ້ານວຽງໃໝ່ ຫ່າງຈາກເທດສະບານເມືອງວຽງພູຄາ ເປັນເມືອງທີ່ອຸດົມສົມບູນ ແລະ ເໝາະແກ່ການຜະລິດເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ເພື່ອເປັນການຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດໃຫ້ຫຼາຍກາຍເປັນສິນຄ້າພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂື້ນທາງອົງການຈັດຕັ້ງຂັ້ນເມືອງ ແລະ ຂັ້ນບ້ານກໍ່ໄດ້ສົມທົບກັບປະຊາຊົນສຸມໃສ່ການປູກຝັງ-ລ້ຽງສັດ. ບ້ານວຽງໃໝ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກໍ່ເປັນອີກບ້ານໜື່ງທີ່ມີເງື່ອນໄຂ ແລະ ເນື້ອທີ່ທຳການຜະລິດປູກຝັງ-ລ້ຽງສັດກາຍເປັນສິນຄ້າ ເຊິ່ງຄອບຄົວຂອງທ່ານ ໄໝ່ທັນ ສິດທິ ກໍ່ເປັນຄອບຄົວໜື່ງທີ່ສຸມໃສ່ການຜະລິດປູກຝັງ-ລ້ຽງສັດສາມາດເພິງຕົນເອງກຸ້ມຕົນເອງ ແລະ ກາຍເປັນຄອບຄົວຕົວແບບຂອງບ້ານວຽງໃໝ່ເມືອງວຽງພູຄາ. ໂດຍໃນເມືອກ່ອນເສດຖະກິດຄອບຄົວຂອງທ່ານແມ່ນມີຄວາມລຳບາກດ້ວຍການເຮັດນາພຽງຢ່າງດຽວ ແລະ ຕໍ່ມາກໍ່ໄດ້ລິເລີ່ມຫັນມາລ້ຽງງົວໃນເບື້ອງຕົ້ນແມ່ນໄດ້ລົງທຶນ 30.000.000 ກີບ ຊື້ງົວ, ໜາມໝາກຈັບ, ເຫຼັກ, ຢາປິ່ນປົວພະຍາດງົວ ແລະ ໃນປີ 2022 ແມ່ນໄດ້ຂາຍງົວອອກຈໍານວນ 5 ໂຕ ເປັນມູຄ່າ 28.000.000 ກີບ ແລ້ວຍັງມີງົວໃນຟາມ 20 ກວ່າໂຕ ແລະມີສວນຫຍ້າ 7 ເຮັກຕາ, ນອກຈາກການລ້ຽງງົວແລ້ວຍັງລ້ຽງຄວາຍ ແບ້ ໝູ ເຮັດນາ ແລະ ສັດປີກອີກຈຳນວນໜື່ງສາມາດສ້າງລາຍຮັບເຂົ້າຄອບຄົວ 40 ກວ່າລ້ານກີບຕໍ່ປີ, ເຊິ່ງເຮັດໃຫ້ຄອບຄົວຂອງລາວມີເສດຖະກິດດີຂື້ນສາມາດຊື້ລົດໃຫຍ່ໄດ້ 2 ຄັນ ແລະ ມີເຮືອນຖາວອນພ້ອມທັງສົ່ງລູກຮຽນ. ທ່ານກ່າວຕື່ມວ່າ: ໃນຕໍ່ໜ້າແມ່ນຈະໄດ້ຂະຫຍາຍແນວພັນງົວອອກ ແລະ ສວນຫຍ້າອອກຕື່ມ. ທ່ານໄດ້ຮຽກຮ້ອງມາຍັງພາກສ່ວນຫ້ອງການທີ່ກ່ຽວຂ້ອງໃຫ້ລົງໃກ້ສິດຕິດແທດກັບການລ້ຽງເປັນຕົ້ນແມ່ນດ້ານທຶນຮ້ອນ, ດ້ານວິຊາການ ແລະ ຢາປ້ອງກັນພະຍາດສັດທຸກຊະນິດອີກຕື່ມ. ແຫຼ່ງຂ່າວ ຂ່າວສານ ແຂວງຫຼວງນໍ້າທາ
ຂ່າວພາຍໃນ
2023-02-13T16:08:40+00:00
https://laopost.com/?p=142192
ເມືອງມໍ­ລະ­ດົກ ວາງງົບເກືອບ 6 ຕື້ ພັດ­ທະ­ນາແຫຼ່ງທ່ອງທ່ຽວ ຮອງຮັບ AEC
ການຮວມໂຕຂອງບັນ­ດາປະເທດສະ­ມາ­ຊິກອາຊຽນ ໃນຂອບຂອງການເຊື່ອມໂຍງເສດ­ຖະ­ກິດອາຊຽນ ຫຼື AEC ຈະສົ່ງຜົນຈຳນວນນັກທ່ອງທ່ຽວທີ່ຈະເຂົ້າມາໃນແຂວງຫຼວງພະບາງ ເພີ່ມຂຶ້ນ ເຮັດໃຫ້ແຂວງດັ່ງ­ກ່າວວາງງົບ 5,7 ຕື້ກວ່າກີບ ເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວ ເພື່ອຮອງຮັບກັບການເຊື່ອມໂຍງດັ່ງ­ກ່າວ ໃນປີ 2015. ທ່ານ ດຣ.ຄຳແພງ ໄຊສົມແພງ ເຈົ້າ­ແຂວງຫຼວງພະບາງ ກ່າວວ່າ: ເພື່ອເປັນການເພີ່ມຂີດຄວາມສາ­ມາດໃນການແຂ່ງ­ຂັນ ແລະ ຮອງຮັບຈຳ­ນວນນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນ ພາຍ­ຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະ­ມາ­ຊິກປະ­ຊາຄົມເສດ­ຖະ­ກິດອາຊຽນ ຫຼື AEC ຫຼວງພະບາງ ໄດ້ກຳ­ນົດຍຸດທະສາດພັດ­ທະ­ນາທ່ອງທ່ຽວແບບໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຍິ່ງຂຶ້ນ. ເພື່ອເຮັດໃຫ້ຂະ­ແໜງ­ການທ່ອງທ່ຽວຂອງຫຼວງພະບາງ ມີລາຍຮັບເພີ່ມຂຶ້ນ ແຂວງຫຼວງພະບາງ ຈະປັບ­ປຸງ ແລະ ພັດ­ທະ­ນາການທ່ອງທ່ຽວຫຼາຍໂຄງ­ການ ໂຄງການທີ່ໃຫຍ່ກວ່າໝູ່ແມ່ນໂຄງການພັດ­ທະ­ນາແຫຼ່ງທ່ອງທ່ຽວເຂດເມືອງມໍ­ລະ­ດົກໂລກ ມີມູນຄ່າ 2,5 ຕື້ກີບ ຮອງມາແມ່ນໂຄງ­ການປັບ­ປຸງແຫຼ່ງທ່ອງທ່ຽວທີ່ເປັນຖ້ຳ ມູນຄ່າ 1,2 ຕື້ກີບ ປັບ­ປຸງຕາດກວາງ­ຊີ 750 ລ້ານກີບ ພັດທະນາການ­ທ່ອງ­ທ່ຽວ ເມຶອງພູຄູນ 750 ລ້ານກີບ ແລະ ໂຄງການພັດ­ທະ­ນາທ່ອງທ່ຽວເມືອງງອຍ-ນ້ຳບາກ ມູນຄ່າ 550 ລ້ານກີບ. ນອກ­ຈາກການປັບ­ປຸງ ແລະ ພັດ­ທະ­ນາແຫຼ່ງທ່ອງທ່ຽວຕາມຈຸດສຳ­ຄັນຕ່າງໆທີ່ເຫັນວ່າ ເປັນຈຸດສົນ­ໃຈແກ່ນັກທ່ອງທ່ຽວແລ້ວ ຫຼວງພະບາງ ຍັງໃຫ້ຄວາມສຳຄັນແກ່ການຈັດກິດ­ຈະ­ກຳຕ່າງໆ ແນ­ໃສ່ສົ່ງ­ເສີມຮີດ­ຄອງປະ­ເພ­ນີ ເປັນ­ຕົ້ນແມ່ນງານແກະ­ສະ­ຫຼັກ ຜະ­ລິດຕະພັນຈັກ­ສານ ໄມ້­ປ່ອງ ຫວາຍ ແຜ່ນ­ແພ ເຄື່ອງເງິນ-ຄຳ ແລະ ອື່ນໆ ທີ່ສະ­ແດງເຖິງວິ­ຖີຊີວິດຂອງປະ­ຊາ­ຊົນບັນ­ດາ­ເຜົ່າແບບດັ້ງ­ເດີມ. ພ້ອມນັ້ນ ເພື່ອຮອງຮັບຈຳນວນນັກທ່ອງທີ່ຈະເພີ່ມຂຶ້ນ ພາຍຫຼັງການເຂົ້າເປັນສະ­ມາ­ຊິກປະ­ຊາຄົມເສດ­ຖະ­ກິດອາຊຽນ ໃນປີ 2015 ຫຼວງພະບາງ ໄດ້ມີການປັບ­ປຸງພື້ນ­ຖານໂຄງລ່າງທີ່ເປັນຖະ­ໜົນຫົນ­ທາງໃນຕົວເມືອງ ສ້າງຂົວ ແລະ ຂະ­ຫຍາຍສະໜາມບິນໃນລະ­ດັບມາດ­ຖານສາ­ກົນ ສາ­ມາດຮອງຮັບເຮືອ­ບິນຂະ­ໜາດໃຫຍ່ແອບັດ 4 ລຳ ແລະ ຂະ­ໜາດນ້ອຍໄດ້ອີກ 3 ລຳ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-03-22T18:33:01+00:00
https://laopost.com/?p=2948
ອຳນວຍການນ້ຳປະປາ ຊີ້ແຈງຕື່ມການເກັບເງິນຄ່າບຳລຸງຮັກສາໝໍ້ແທກນ້ຳ
ເນື່ອງຈາກຄວາມບໍ່ເຂົ້າໃຈຂອງປະຊາຊົນ ຜູ້ຊົມໃຊ້ນ້ຳຢູ່ໃນນະຄອນຫລວງວຽງຈັນ ກ່ຽວກັບການເກັບເງິນຄ່າບຳລຸງ ຮັກສາໝໍ້ແທກນ້ຳຂອງລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນໃນແຕ່ລະເດືອນ, ຊຶ່ງບັນຫານີ້ ທາງຜູ້ຮັບຜິດ ຊອບພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈງຫລາຍຄັ້ງ ແຕ່ຜູ້ຊົມໃຊ້ຈຳນວນໜຶ່ງ ຍັງບໍ່ທັນເຂົ້າໃຈກໍໃຫ້ເກີດມີຫາງ ສຽງຈົ່ມວ່າຕາມຄວາມເຂົ້າໃຈຂອງແຕ່ລະຄົນ. ດັ່ງນັ້ນ ເພື່ອເຮັດໃຫ້ບັນຫານີ້ມີຄວາມກະຈ່າງແຈ້ງ ແລະ ເປັນທີ່ເຂົ້າໃຈຂອງທຸກຄົນນັກຂ່າວໜັງສືພິມລາວພັດທະ ນາຈຶ່ງໄດ້ສະເໜີຂໍສຳພາດ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການໃຫຍ່ລັດວິສາຫະກິດນ້ຳປະປານະຄອນຫລວງ ວຽງຈັນ, ຊຶ່ງທ່ານໄດ້ໃຫ້ຄຳກະຈ່າງແຈ້ງຕື່ມຕໍ່ກັບຂໍ້ຂ້ອງໃຈດັ່ງກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວ, ການເກັບ ຄ່ານ້ຳປະປາ, ຄ່າໄຟຟ້ານັບທັງການເກັບຄ່າບຳລຸງຮັກສາໝໍ້ແທກນ້ຳຈາກຜູ້ຊົມໃຊ້ ແມ່ນລັດຖະບານເປັນຜູ້ກຳນົດ ໃຫ້ໃນແຕ່ລະໄລຍະ, ໂດຍລັດວິສາຫະກິດຂອງຕົນ ຈະບໍ່ສາມາດຂຶ້ນ-ລົງລາຄາຕໍ່ຜູ້ຊົມໃຊ້ຕາມພາລະການ ຄືດັ່ງທີ່ຜູ້ ໃຊ້ຫລາຍຄົນເຂົ້າໃຈສະເໜີຢາກໃຫ້ນ້ຳປະປາເຊົາເກັບຄ່າບຳລຸງຮັກສາໝໍ້ວັດແທກນ້ຳ, ໂດຍສະເພາະໃນກໍລະນີເປ່ ເພຕ່າງໆເຊັ່ນ: ບໍ່ສາມາດອ່ານຕົວເລກໄດ້, ແຕກຫັກ ແລະ ໝໍ້ແທກນ້ຳຕາຍ, ຕໍ່ກັບບັນຫານີ້ມີຫາງສຽງຈຳນວນ ໜຶ່ງຢາກໃຫ້ຜູ້ບໍລິໂພກ ເປັນຜູ້ຮັບພາລະເອງໃນການປ່ຽນຖ່າຍຕ່າງໆດ້ວຍການໃຊ້ທຶນຕົນເອງ ເມື່ອມາເບິ່ງຕົວ ຈິງແລ້ວ ທາງລັດວິສາຫະກິດນ້ຳປະປາກໍບໍ່ມີຍັງຂັດຂ້ອງ, ແຕ່ເມື່ອໄດ້ຮັບຄຳສັ່ງຂອງຂັ້ນເທິງ ລັດວິສາຫະກິດຂອງ ຕົນແມ່ນຍິນດີປະຕິບັດ, ເພາະວ່າທີ່ຜ່ານມາການເກັບຄ່າບຳລຸງຮັກສາ ມັນກໍບໍ່ຕົກເປັນຈຳນວນຫລາຍພຽງແຕ່ ເກັບ 3.600 ກີບ/ເດືອນ ຄິດສະເລ່ຍຈະຕົກ ເປັນປະມານ 40.000 ກີບ/ປີ, ເຊິ່ງເງິນຈຳນວນນີ້ ພວກເຮົາ ໄດ້ເກັບແຮ ໄວ້ເພື່ອອຳນວຍຄວາມສະດວກໃນເວລາໝໍ້ແທກນ້ຳຊຸດໂຊມເປ່ເພ ທາງລັດວິສາຫະກິດຈະຕ້ອງໄດ້ທຳການປ່ຽນຖ່າຍ ທັນກັບເວລາ, ໂດຍບໍ່ຄິດໄລ່ຄ່າປ່ຽນຖ່າຍກັບຜູ້ຊົມໃຊ້ແຕ່ຢ່າງໃດ, ຊຶ່ງທີ່ຜ່ານມາຫລາຍຄົນເຂົ້າໃຈວ່າ ການເກັບເງິນ ດັ່ງກ່າວຂອງລັດວິສາຫະກິດ ແມ່ນຫວັງຜົນກຳໄລ ຫາກທຸກຄົນຍັງຄິດເຖິງບັນຫານີ້ເຫັນວ່າເປັນຄວາມຄິດທີ່ບໍ່ສົມ ເຫດສົມຜົນ ເພາະວ່ານ້ຳປະປາແມ່ນມາຈາກປະຊາຊົນ ແລະ ເພື່ອປະຊາຊົນ ນັບວ່າເປັນການຢາກທີ່ຈະໂກງກິນຜົນ ກຳໄລຈາກປະຊາຊົນຄືດັ່ງທີ່ຄິດໄວ້. ແຫລ່ງຂ່າວ: ລາວພັດທະນາ
ຂ່າວພາຍໃນ
2014-09-23T10:13:47+00:00
https://laopost.com/?p=10772
ດິນຖະຫຼົ່ມເມືອງຮິໂຣຊິມາຂອງຍີ່ປຸ່ນ ເສຍຊີວິດແລ້ວ 36 ສູນຫາຍອີກ 7 ຄົນ
ເກີດເຫດດິນຖະຫຼົ່ມເມືອງຮິໂຣຊິມາ ປະເທດຍີ່ປຸ່ນ ເມື່ອຄືນນີ້ (20 ສິງຫາ) ເຮັດໃຫ້ປະຊາຊົນເສຍຊີວິດແລ້ວ ຢ່າງໜ້ອຍ 36 ຄົນ ແລະ ສູນຫາຍອີກ 7 ຄົນ. ເຫດເກີດຂຶ້ນຈາກພູຖະຫຼົ່ມໃນເມືອງຮິໂຣຊິມາຂອງຍີ່ປຸ່ນ ເນື່ອງຈາກຝົນຕົກລົງມາຢ່າງໜັກ ເຮັດໃຫ້ເກີດດິນ ຖະຫຼົ່ມທັບບ້ານເຮືອນປະຊາຊົນ ໂດຍລາຍງານລ່າສຸດ ມີຜູ້ເສຍຊີວິດ 36 ຄົນ ແລະ ສູນຫາຍອີກ 7 ຄົນ. ທັງນີ້ ເຈົ້າໜ້າທີ່ກູ້ໄພ ອາຍຸ 53 ປີ ເສຍຊີວິດລະຫວ່າງຊ່ວຍຊີວິດປະຊາຊົນອີກ 5 ຄົນ ໃຫ້ອອກຈາກພື້ນທີ່ໄພພິ ບັດ ເຮັດໃຫ້ດິນຖະຫຼົ່ມລົງມາເປັນເທື່ອທີສອງ ຝັງຮ່າງຂອງເຂົາເສຍຊີວິດ, ຢ່າງໃດກໍຕາມ ເຈົ້າໜ້າທີ່ກູ້ໄພ ແລະ ເຈົ້າໜ້າທີ່ດັບເພີງ ໄດ້ເລັ່ງໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພຢ່າງຮີບດ່ວນ.
ຂ່າວຕ່າງປະເທດ
2014-08-21T12:20:33+00:00
https://laopost.com/?p=9172
ພົບເງິນຄິດໄລ່ບໍ່ຖືກຕ້ອງຫຼາຍກວ່າ 800 ຕື້ກີບ ຫຼັງການກວດກາໂຄງການລົງທຶນຂອງລັດຢູ່ຫຼວງພະບາງ
ທ່ານ ບຸນຊົມ ທັດຕະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ໜັງສືພິມເສດຖະກິດສັງຄົມ ລາຍງານໃນວັນທີ 22 ພຶດສະພາ 2020 ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງ ຫຼວງພະບາງ ໄດ້ລົງກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ແຕ່ລະເມືອງລວມມີ 1 ນະຄອນ, 11 ເມືອງ; ພົບການຄິດໄລ່ບໍ່ຖືກຕ້ອງ, ການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດ, ຈໍານວນວັດສະດຸ ຫຼາຍເກີນຄວາມເປັນຈິງ. ທ່ານ ບຸນຊົມ ທັດຕະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ໃຫ້ຮູ້ໃນວັນທີ 20 ພຶດສະພາ 2020 ນີ້ວ່າ: ສຳລັບວຽກງານການກວດກາ ກວດສອບວຽກງານຂອງບັນດາໂຄງການການລົງທຶນຂອງລັດຖືເປັນວຽກໝາກຫົວໃຈຫຼັກໃນກວດກາຄວາມໂປ່ງໃສບັນດາໂຄງການການລົງທຶນຕ່າງໆ ເຊິ່ງໃນ 5 ປີຜ່ານມາ 2015-2019 ໜ່ວຍງານກວດກາຂອງພະແນກໄດ້ກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ 1 ນະຄອນ 11 ເມືອງ ພົບເຫັນການຄິດໄລ່ບໍ່ຖືກຕ້ອງ, ມີການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດຈໍານວນວັດສະດຸຫຼາຍເກີນຄວາມເປັນຈິງຊິ່ງສ້າງມູນຄ່າຄວາມເສຍຫາຍທີ່ສາມາດຫຼຸດຜ່ອນງົບປະມານຂອງລັດໄດ້ເຖິງ 828,27 ຕື້ກີບ ພ້ອມນີ້ແຜນຕໍ່ໜ້າຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຮຽບຮຽງໂດຍ: ລັດສະໝີ ພອນວິໄລ
ຂ່າວພາຍໃນ
2020-05-22T13:52:57+00:00
https://laopost.com/?p=119382
ຍ້ອນມີການເສຍສະຫຼະແບບນີ້ ຈຶ່ງມີ ສປປລາວ
ພາຍຫລັງຮູ້ຂ່າວເຫດການລະເບີດແຕກໃນຫ້ອງຮຽນ ມສ ເມືອງໄຊ ແຂວງອຸດົມໄຊ ຊາວເນັດຕ່າງກະຮູ້ສຶກເສົ້າສະຫລົດໃຈ ໃນຂະນະດຽວກັນກໍມີສຽງຊື່ນຊົມເຖິງ ນໍ້າໃຈນາຍທະຫານຜູ້ສອນສິລະປະການທະຫານ ກັບການເສຍສະຫລະຊີວິດ ເພື່ອປົກປ້ອງອີກຫລາຍຊີວິດໃນຫ້ອງຮຽນ. ວານນີ້ ວັນທີ 24 ມັງກອນ 2017 (ຫລັງການສະຫລອງວັນສ້າງຕັ້ງກອງທັບຄົບຮອບ 68 ປີ ພຽງ 4 ມື້) ນາຍທະຫານຜູ້ຫນຶ່ງທີ່ເຮັດຫນ້າທີ່ອາສາສະຫມັກລົງສິດສອນສິລະປະການທະຫານໃຫ້ແກ່ນ້ອງນັກຮຽນ ມສ ເມືອງໄຊ ໄດ້ເກີດອຸບັດເຫດໂດຍບໍ່ຄາດຄິດໃນຂະນະກຳລັງສາທິດການໃຊ້ລະເບີດແທ້ໃຫ້ແກ່ນັກຮຽນຢູ່ໃນຫ້ອງຮຽນ ບັງເອີນເຜີຖອດສະຫລັກລະເບີດແບບບໍ່ຕັ້ງໃຈ (ເຊິ່ງຜູ້ຂຽນເດົາວ່າເປັນລະເບີດເວລາ) ເມື່ອຮູ້ວ່າຫລົງຖອດສະຫລັກລະເບີດແລ້ວຈະຫາຊ່ອງທາງທີ່ຈະຖິ້ມລະເບີດອອກຈາກໂຕກໍຢ້ານຖືກຄົນອື່ນ ຈຶ່ງຕັດສິນໃຈລົ້ມໂຕລົງກອດລະເບີດໄວ້ ພ້ອມຄໍາສັ່ງໃຫ້ນັກຮຽນໝູບລົງກັບພື້ນ ບໍ່ພໍທໍ່ໃດວິນາທີ ສຽງລະເບີດກໍດັງຂຶ້ນຄັບຫ້ອງ ພ້ອມກັບການເສຍສະຫລະຂອງຊາຍຊາດທະຫານ ແລະນັກຮຽນບາດເຈັບຈຳນວນຫລາຍ ໃນນັ້ນມີອາການສາຫັດ 4 ຄົນ. ຈາກເຫດການດັ່ງກ່າວເຮັດໃຫ້ສັງຄົມທີ່ຮູ້ຂ່າວຕ່າງກໍສະເທືອຍໃຈ ແລະຍ້ອງຍໍຊົມເຊີຍວ່າ ສົມເປັນຊາຍຊາດທະຫານຜູ້ສາບານຕົນຈະປົກປ້ອງປະຊາຊົນແລະປະເທດຊາດຢ່າງແທ້ຈິງ ໃນຂະນະທີ່ເຮັດໃຫ້ຫລາຍຄົນໃຫ້ສຳນຶກຄືນວ່າ: ກວ່າຈະສາມາດຕີເອົາຊະນະສັດຕູ ແລະສະຖາປະນາ ປະເທດ ສປປລາວ ໄດ້ ແມ່ນຍ້ອນນໍ້າໃຈເສຍສະຫລະຂອງຊາຍຊາດທະຫານແບບນີ້ ນີ້ເອງ. ຂໍໄວ້ອາໄລ ແລະສະດຸດີ ຕໍ່ພາລະກຳອັນຍິ່ງໃຫຍ່ນີ້ດ້ວຍ
ຂ່າວພາຍໃນ
2017-01-25T06:43:11+00:00
https://laopost.com/?p=83419
ການສະແດງໃນ ພິທີເປີດ-ປິດ ງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ມີຄວາມພ້ອມ 90 ກວ່າເປີເຊັນ
ເມື່ອຕອນບ່າຍວັນທີ 23 ມັງກອນ ຜ່ານມາ ທີ່ສະໜາມກິລາໂຮງຮຽນ ມສ ສີທ່ານາໄຊ ແຂວງບໍລິຄຳໄຊ ໄດ້ມີພິທີຊ້ອມໃຫຍ່ຂອງ ກ້ອນການລັງການສະແດງ ໃນພິທີເປີດ – ປິດ ງານມະຫາກຳກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ຫຼື “ນົກກົກຄຳ ເກມ 2017” ໂດຍເປັນກຽດ ເຂົ້າຮ່ວມຊົມຂອງ ທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ, ທັງເປັນຫົວໜ້າ ຄະນະກຳມະການ ກອງເລຂາງານດັ່ງກ່າວ ແລະ ທ່ານ ໂພເພັດ ກຸນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ທັງເປັນຮອງຫົວໜ້າ ອະນຸກຳມະການ ພິທີເປີດ-ປິດ ງານນົກກົກຄຳ ເກມ 2017, ພ້ອມດ້ວຍຄະນະນຳ ທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ທ່ານ ໂພເພັດ ກຸນນະວົງ ໄດ້ກ່າວວ່າ: ກ້ອນກຳລັງສະແດງໃນ ພິທີເປີດ-ປິດ ງານດັ່ງກ່າວນີ້, ໄດ້ມີການກະກຽມ ແລະ ເຝຶກຊ້ອມມາແຕ່ວັນທີ 3 ມັງກອນ 2017. ຄຽງຄູ່ກັນນັ້ນ, ກໍ່ໄດ້ມີການປະຊຸມ ເພື່ອແລກປ່ຽນບົດຮຽນ ແລະ ປັບປຸງຈຸດຍັງຄົງຄ້າງ ມາຢ່າງຕໍ່ເນື່ອງ ຈົນມາຮອດມື້ນີ້ (23 ມັງກອນ) ຈຶ່ງໄດ້ມີການຊ້ອມໃຫຍ່ ໃນສະໜາມຈິງ (ຄັ້ງທຳອິດ), ເຊິ່ງຜ່ານການສັງເກດ ຕີລາຄາເຫັນວ່າ: ກ້ອງກຳລັງດັ່ງກ່າວ ແມ່ນມີຄວາມພ້ອມເຖິງ 90 ກວ່າເປີເຊັນ. ແຕ່ທັງນີ້, ຍັງຈະໄດ້ມີການປັບປຸງ ກ່ຽວກັບເຄື່ອງສຽງ ແລະ ປ່າຍຄຳຂວັນ ຫຼື ໂລໂກຂອງງານ ທີ່ນັກສະແດງໄດ້ຈັບນັ້ນ ໃຫ້ເປັນຕົວຈິງ ໂດຍຄາດວ່າ ໃນມື້ຊ້ອມໃຫຍ່ (26 ແລະ 28 ມັງກອນນີ້) ຈະໃຫ້ສຳເລັດສົມບູນ. ຂະນະດຽວກັນ, ທ່ານ ບຸນສຸກ ທິລະສັກ ໄດ້ກ່າວວ່າ: ຜ່ານການຕິດຕາມເຫັນວ່າ ຄະນະຮັບຜິດຊອບ ແລະ ຄູເຝິກທຸກຄົນ ໄດ້ມີການຕາມຕິດຢ່າງຕັ້ງໜ້າ ແລະ ໃກ້ສິດ, ເຊິ່ງສະແດງອອກບ່ອນວ່າ ກ້ອນກຳລັງທຸກພາກສ່ວນ ແມ່ນໄດ້ເອົາໃຈໃສ່, ເຮັດແທ້ທຳຈິງໃນການເຝິກຊ້ອມ ຈົນມີຜົນສະເລັດໃນຫຼາຍດ້ານ, ເຊິ່ງມາຮອດປັດຈຸບັນ ສາມາດຕີລາຄາໄດ້ວ່າ ມີຄວາມພ້ອມແລ້ວເຖິງ 90 ກວ່າເປີເຊັນ ແລະ ຢືນຢັນກ້ອນກຳລັງສະແດງ ໃນພິທີເປີດ-ປິດດັ່ງກ່າວ ມີຄວາມພ້ອມໃນການເປີດງານ ສູ່ສາຍຕາມວນຊົນທົ່ວປະເທດໄດ້ ໃນວັນທີ 1 ກຸມພາ ນີ້ແນ່ນອນ. ຂ່າວໂດຍ: ດາວໃໝ່ ຂອບໃຈພາບຈາກ: ນສພ ສຶກສາ-ກິລາ ແຫຼ່ງຂ່າວຈາກ: http://laosportnews.com/index.php/news/article/1018 ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2017-01-27T13:30:50+00:00
https://laopost.com/?p=83766
ເຫດເຮືອອົບພະຍົບຈົມ ໃນທະເລເມດິເຕີເລນຽນ
ເກີດເຫດເຮືອອົບພະຍົບໄດ້ຈົມລົງໃນພາກໃຕ້ຂອງອີຕາລີ ສົ່ງຜົນໃຫ້ຄົນໄດ້ເສຍຊີວິດຢ່າງໜ້ອຍ 59 ຄົນ, ລວມທັງເດັກນ້ອຍ. ແລະ ແມ່ຍິງລວມຢູ່ນຳກັນ ເຊິ່ງມັນເປັນບັນຫາທີ່ເກີດຂຶ້ນມາເປັນເວລາຫຼາຍສິບປີໃນທະເລເມດິເຕີເລນຽນ. ວັນທີ 26 ກຸມພາ 2023 ຜ່ານມາ, ສຳນັກຂ່າວສານຕ່າງປະເທດລາຍງານວ່າ: ເຮືອອົບພະຍົບລຳໜຶ່ງໄດ້ຈົມລົງໃນທະເລທະເລເມດິເຕີເລນຽນ ເຊິ່ງເຮືອລຳດັ່ງກ່າວເປັນເຮືອໄມ້ທີ່ມີຄວາມຍາວ 20 ແມັດແຕ່ບັກທຸກຜູ້ອົບພະຍົບ 140-150 ຄົນອອກເດີນທາງຈາກເມືອງ ອີຊມີ ຂອງຕວັກກີ ເມື່ອ 3-4 ມື້ກ່ອນຊຶ່ງເຮືອຂະໜາດນ້ອຍບໍ່ສາມາດຕ້ານຄຶ້ນທະເລໄດ້ ແລະ ເຮັດໃຫ້ເຮືອຈົມລົງໃນທີ່ສຸດ. ຕຳຫຼວດ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຮ່ວມກັນກວດກາ ແລະ ຈັດການບັນດາສົບຂອງຜູ້ອົບພະຍົບ ທີ່ຫາດຊາຍຝັ່ງຂອງ Calabria ໃນພາກໃຕ້ຂອງອີຕາລີ, ມີຜູ້ລອດຊີວິດປະມານ 80 ຄົນໃນເບື້ອງຕົ້ນໄດ້ຖືກພົບເຫັນເກາະຢູ່ເສດໄມ້ຢູ່ໃນນ້ຳ ໂດຍຖືກພົບເຫັນວ່າເປັນຊາວອີຣ່ານ, ປາກິສຖານ ແລະອັຟການິສຖານ ເສຍຊີວິດຢ່າງໜ້ອຍມີ 59 ຄົນ, ລວມທັງເດັກນ້ອຍເກີດໃໝ່, ເດັກນ້ອຍ ແລະ ຜູ້ຍິງ, ໂດຍຄາດວ່າຈະພົບເຫັນສົບເພີ່ມອີກ. ທີ່ມາ: Thai pbs
ຂ່າວຕ່າງປະເທດ
2023-02-27T11:32:48+00:00
https://laopost.com/?p=142615
ຂົວທາງ ຕ້ອງການງົບ 1.200 ຕື້ກີບສ້ອມແປງທາງທົ່ວປະເທດ
ປີ 2019, ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງການງົບປະມານສ້ອມແປງທາງຫຼາຍກວ່າ 1.200 ຕື້ກີບ ໃສ່ຈໍານວນ 20 ໂຄງການ ແລະ 148 ສັນຍາ, ໃນນີ້, ຈະມີການສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຍົກລະດັບເສັ້ນທາງ, ກໍ່ສ້າງຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກປ້ອງກັນຄວາມສ່ຽງການເກີດອຸບັດຕິເຫດ ແລະ ອື່ນໆ. ສະເພາະປີ 2018 ນີ້, ໄດ້ສ້ອມແປງທາງຫຼວງແຫ່ງຊາດ ທັງໝົດ 25 ໂຄງການໃນມູນຄ່າ 596 ຕື້ກວ່າກີບ ແລະ 41 ສັນຍາ. ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ພາຍຫຼັງມອບໝາຍໃຫ້ຂະແໜງການກ່ຽວຂ້ອງແຕ່ລະທ້ອງຖິ່ນ ລົງສຳຫລວດກວດກາສະພາບເສັ້ນທາງຫຼວງແຫ່ງຊາດທີ່ເປ່ເພ ເພື່ອກະກຽມຂຶ້ນແຜນສ້ອມແປງໃນປີ 2019 ນີ້, ໂດຍມີທັງໝົດ 20 ໂຄງການ ແລະ 148 ສັນຍາ ເຊິ່ງມີຄວາມຕ້ອງການງົບປະມານໃນການກໍ່ສ້າງ ຫຼື ສ້ອມແປງງຫຼາຍກວ່າ 1.200 ຕື້ກີບ ໃນນີ້, ບູລິມະສິດປະເພດໜຶ່ງການສ້ອມແປງ ແລະ ຟື້ນຟູເສັ້ນທາງ ຕ້ອງການງົບກວ່າ 869 ຕື້ກີບ, ບູລິມະສິດທີສອງຟື້ນຟູເສັ້ນທາງທີ່ເລີ່ມເປ່ເພ ແລະ ຍົກລະດັບເສັ້ນທາງ ຕ້ອງການງົບກວ່າ 251 ຕື້ກີບ ແລະ ໜ້າວຽກບູລິມະສິດທີ່ສາມຄືກໍ່ສ້າງຮ່ອງລະບາຍນ້ຳ, ວາງທໍ່ລອດທາງໃໝ່, ຕິດຕັ້ງຫຼັກປ້ອງກັນໃນຈຸດທີ່ມີຄວາມສ່ຽງເກີດອຸປະຕິເຫດ ຕ້ອງການງົບກວ່າ 93 ຕື້ກີບ. ຜ່ານການຄົ້ນຄວ້າປຶກສາຫາລືດ້ານວິຊາການ ກະຊວງ ຍທຂ ໄດ້ຄັດຈ້ອນໂຄງການທີ່ຈະປະຕິບັດໃນປີ 2019 ໄດ້ຈຳນວນໜຶ່ງ, ພ້ອມທັງກວດຄືນ ແລະ ປັບລາຄາຫົວໜ່ວຍກໍ່ສ້າງລົງຕື່ມ ເພື່ອໃຫ້ເໝາະສົມກັບວຽກຕົວຈິງໃນມູນຄ່າ 638 ກວ່າຕື້ກີບ ປັດຈຸບັນ, ພວມຢູ່ໃນຂັ້ນຕອນການຄັດເລືອກເອົາບໍລິສັດຮັບເໝົາທີ່ມີປະສົບການ, ມີພາຫະນະກົນຈັກພຽງພໍ ແລະ ທາງດ້ານການເງິນມີຄວາມໝັ້ນຄົງ. ພ້ອມນັ້ນ, ທ່ານ ກ່າວຕື່ມວ່າ: ໃນປີ 2018 ນີ້, ວຽກງານສ້ອມແປງທາງຫຼວງແຫ່ງຊາດ ມີທັງໝົດ 25 ໂຄງການໃນມູນຄ່າ 596 ຕື້ກວ່າກີບ ແລະ 41 ສັນຍາ ເຊິ່ງພວມຢູ່ໃນການຈັດຕັ້ງປະຕິບັດ ແຕ່ມີ 2 ສັນຍາຄື: ການສ້ອມແປງເສັ້ນທາງເລກທີ 11 ແຂວງ ຄຳມ່ວນ ແລະ ທາງເລກທີ 9A+11 ແຂວງ ສະຫວັນນະເຂດ ຍັງບໍ່ທັນໄດ້ປະຕິບັດ. ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ ແລ່ງຂໍ້ມູນຈາກ: laophattananews.com ຮູບພາບຈາກ:vientianemai.net
ຂ່າວທ້ອງຖິ່ນ
2018-12-24T15:11:20+00:00
https://laopost.com/?p=108272
ຄໍາມ່ວນ ມີນັກສຶກສາຮຽນຈົບຄູປະມານ 1.000 ກວ່າຄົນ ຍັງວ່າງວຽກ
ແຂວງຄໍາມ່ວນ ຢືນຢັນວ່າມີນັກສຶກສາ ຮຽນຈົບມາໄດ້ 2 ສົກຮຽນ ແຕ່ຍັງບໍ່ໄດ້ບັນຈຸເຂົ້າເປັນຄູອາຈານ ໃນໂຮງຮຽນແຕ່ລະແຫ່ງ ຍ້ອນເກີດສະພາບ ພະນັກງານເຫລືອບໍ່ພໍ ຂະນະທີ່ຕົວເລກ ຄູສອນພາກລັດ ທັງໝົດສົກປີ 2017-2018 ມີປະມານ 4.176 ຄົນ , ຍິງ 2.359 ຄົນ ສ່ວນຄູເອກະຊົນມີ 219 ຄົນ , ຍິງ 180 ຄົນ ໃນນັ້ນວຸດທິການສຶກສາ ປະລິນຍາໂທ 14 ຄົນ , ປະລິນຍາຕີ 821 ຄົນ , ຊັ້ນສູງ 2.148 ຄົນ , ຊັ້ນກາງ 1.518 ຄົນ ແລະ ຊັ້ນຕົ້ນ 168 ຄົນ . ຫວ່າງບໍ່ດົນມານີ້ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຄໍາມ່ວນ ເຊິ່ງໃຫ້ການຮັບຕ້ອນຂອງ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ໃນໂອກາດດັ່ງກ່າວນີ້ ທ່ານ ສີໄຮ ແກ້ວໄກຖິ່ນ ໄດ້ລາຍງານສະພາບການໂດຍຫຍໍ້ວ່າ: ແຂວງຄໍາມ່ວນ ມີ 10 ຕົວເມືອງ , ມີ 582 ບ້ານ , ມີ 75.276 ຄອບຄົວ , ມີ 57 ກຸ່ມບ້ານ , ມີ 3 ຈຸດສຸມພັດທະນາຂອງແຂວງຄື : ກໍ່ແມ່ນແຂວງໜຶ່ງ ທີ່ໄດ້ເອົາໃຈໃສ່ພັດທະນາ ວຽກງານການສຶກສາ ເຊິ່ງທົ່ວແຂວງໂຮງຮຽນລ້ຽງເດັກ – ອະນຸບານ ທັງໝົດ 182 ແຫ່ງ, ຈໍານວນໂຮງຮຽນປະຖົມມີທັງໝົດ 620 ແຫ່ງ, ຈໍານວນໂຮງຮຽນ ມັດທະຍົມສຶກສາທັງໝົດ 136 ແຫ່ງ ໃນນັ້ນ ຈໍານວນນັກຮຽນມັດທະຍົມສຶກສາ ທັງໝົດ 37.343 ຄົນ, ຍິງ 18.500 ຄົນ; ໂຮງຮຽນອາຊີວະສຶກສາທັງໝົດ 6 ແຫ່ງ (ພາກລັດ 2 ແຫ່ງ, ພາກເອກະຊົນ 4 ແຫ່ງ), ມີຈໍານວນນັກຮຽນທັງໝົດ 3.297 ຄົນ, ຍິງ 1.642 ຄົນ; ມີຄູສອນພາກລັດທັງໝົດ 4.176 ຄົນ. ທ່ານ ສີໄຮ ແກ້ວໄກຖິ່ນ ໄດ້ກ່າວຕື່ມອີກວ່າ : ຄຽງຄູ່ກັບສິ່ງຕັ້ງໜ້າ ໃນສົກຮຽນຜ່ານມາ ຍັງມີຫລາຍຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ ຈະຕ້ອງແກ້ໄຂເຊັ່ນ : ບັນຫາຄຸນນະພາບ ການຮຽນ–ການສອນ ໃນຊັ້ນ ປະຖົມສຶກສາບາງເມືອງຍັງຕໍ່າ , ຈໍານວນນັກຮຽນປະລະ ແລະ ອອກໂຮງຮຽນກາງປີ ໂດຍສະເພາະໃນຂັ້ນປ 1, ຕິດຕາມ ແລະ ການບໍລິຫານຄຸ້ມຄອງ ໂຮງຮຽນຍັງບໍ່ເປັນລະບົບ ແລະ ຕໍ່ເນື່ອງ , ປຸກລະດົມ, ຊຸກຍູ້ການສ້າງເຮືອນພັກໃຫ້ ແລະ ນັກ ຮຽນໃນເຂດຫ່າງໄກສອກຫລີກ ຍັງບໍ່ທົ່ວເຖິງ ພ້ອມນີ້ແຕ່ໃນສົກຮຽນ 2016 – 2017 ໄດ້ຮັບ ອະນຸມັດຕົວເລກ ລັດຖະກອນທົ່ວແຂວງພຽງແຕ່ 108 ຄົນ ແລະ ໄດ້ສອບເສັງຄັດເລືອກ ເອົາສະເພາະແຕ່ຄູ ທີ່ເຮັດໜ້າທີ່ສອນຊ່ວຍ ເຊິ່ງມີຄູອະ ນຸບານ 23 ຄົນ, ຄູປະຖົມ 27 ຄົນ ແລະ ຄູມັດທະຍົມ 58 ຄົນ. ປະຈຸບັນນີ້ຄູສອນຊ່ວຍ ຍັງເຫລືອ 813 ຄົນ, ຍິງ 572 ຄົນ, ມີນັກສຶກສາທີ່ຮຽນຈົບມາ 2 ສົກຮຽນ ( ບໍ່ນັບຄູສອນຊ່ວຍ ) ທີ່ຍັງວ່າງງານຢູ່ປະມານ 1.000 ກວ່າຄົນ ເຊິ່ງຍັງບໍ່ໄດ້ບັນຈຸເຂົ້າ ເປັນພະນັກງານ ຫລື ຄູອາຈານເທື່ອ ຍ້ອນສະເພາະ ພະນັກງານເຫລືອບໍ່ພໍ, ສະພາບການບັນຈຸ ແລະ ນໍາໃຊ້ຄູຍັງບໍ່ທັນມີ ປະສິດທິພາບເຫັນໄດ້ວ່າຍັງມີສະພາບຄູເຫລືອບໍ່ພໍຢູ່ໃນລະບົບ, ບາງວິຊາມີຫລາຍ ແລະ ຂາດບາງວິຊາທີ່ຈໍາເປັນ. ແຫລ່ງຂ່າວໂດຍ : ແດງສະຫວັດ ແສນພານິດ
ຂ່າວທ້ອງຖິ່ນ
2017-09-19T08:08:04+00:00
https://laopost.com/?p=95092
“ຊຸບເປີຍຸງ” ຂ້າດ້ວຍຢາຂ້າແມງໄມ້ກໍບໍ່ຕາຍ
ຍຸງ ເປັນພາຫະນຳເຊື້ອພະຍາດມາສູ່ຄົນ ແລະ ກຳລັງສ້າງຄວາມກັງວົງເພີ່ມຂຶ້ນໃຫ້ແກ່ນັກວິໄຈທົ່ວໂລກ ພາຍຫຼັງທີ່ຜົນງານວິໄຈຫຼ້າສຸດຂອງນັກວິທະຍາສາດຍີ່ປຸ່ນ ພົບວ່າ “ຍຸງ” ສ່ວນຫຼາຍກຳລັງມີວິວັດທະນາການ ທີ່ທົນຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ. ໂດຍ ທ່ານ ຊິນຈິ ຄາໄຊ ນັກວິໄຈສະຖາບັນໂຣກຕິດເຊື້ອແຫ່ງຊາດໃນຍີ່ປຸ່ນ ໄດ້ສຶກສາຕົວຢ່າງຍຸງໃນຫຼາຍໆປະເທດ ໂດຍສະເພາະແມ່ນປະເທດຫວຽດນາມ ແລະ ກຳປູເຈຍ ທີ່ພົບການແຜ່ລະບາດຂອງໄຂ້ເລືອດອອກຫຼາຍ ແລະ ຍັງພົບວ່າຍຸງສ່ວນຫຼາຍໃນ 2 ປະເທດນັ້ນໄດ້ກາຍພັນເປັນ “ຊຸບເປີຍຸງ” ທີ່ທົນທານຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ ປະເພດ “Pyrethroid” ເຊິ່ງກໍ່ເປັນຢາກຳຈັດຍຸງທົ່ວໄປໃນບ້ານເຮົາ. ໂດຍລາຍງານລະບຸວ່າ ຢາຂ້າແມງໄມ້ສາມາດຂ້າຍຸງໄດ້ແຕ່ 10% ບາງຄັ້ງກໍບໍ່ສາມາດຂ້າໄດ້ຈັກໂຕເລີຍ ແລະ ສິ່ງສຳຄັນກໍຄືພົບຍຸງ 78% ຂອງຍຸງບ້ານມີການກາຍພັນ ເຮັດໃຫ້ພວກມັນຕ້ານຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ ຍ້ອນແນວນີ້ຈຶ່ງເຮັດໃຫ້ຫວຽດນາມ ແລະ ກຳປູເຈຍມີການແຜ່ລະບາດຂອງໄຂ້ເລືອດອອກ ແລະ ມາເລເຣຍ. ນອກນັ້ນ ປະເທດລາວເຮົາກໍຍັງມີການລະບາດຂອງໄຂ້ເລືອດອອກ ແລະ ມາເລເຣຍ ເຊິ່ງມັນກໍເປັນໄປໄດ້ຫຼາຍທີ່ ຍຸງ ໃນປະເທດລາວເຮົາສ່ວນຫຼາຍມີການກາຍພັນເປັນ “ຊຸບເປີຍຸງ” ທີ່ທົນຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ. ແຫຼ່ງຂ່າວ abcNEWS
ຂ່າວຕ່າງປະເທດ
2023-01-05T11:33:30+00:00
https://laopost.com/?p=140700
ລຕ ຕ່າງປະເທດສົ່ງສານ ເນື່ອງໃນໂອກາດອາຊຽນຄົບຮອບ 49 ປີ
ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 49 ປີ ທ່ານ ເນື່ອງໃນໂອກາດ ຄົບຮອບ 49 ປີ ແຫ່ງການສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967 – 8 ສິງຫາ 2016) ແລະ ຄົບຮອບ 19 ປີ ທີ່ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2016), ຂ້າພະເຈົ້າ ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ ສປປ ລາວ. ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ໄດ້ຜ່ານວິວັດທະນາການທີ່ຍາວນານ, ຜ່ານການທົດສອບຕ່າງໆນາໆ ແລະ ມີຜົນສໍາເລັດເທື່ອລະກ້າວ ໃນໄລຍະ 5 ທົດສະຫວັດ ທີ່ຜ່ານມາ, ອັນໄດ້ເຮັດໃຫ້ ອາຊຽນ ເປັນພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ, ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ປະຊາຊົນກໍໄປມາຫາສູ່ກັນຫລາຍຂຶ້ນ ຈົນສາມາດປະກາດສ້າງຕັ້ງເປັນປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ຊຶ່ງເປັນຂີດຫມາຍປະຫວັດສາດທີ່ສໍາຄັນຂອງອາຊຽນ. ອາຊຽນ ເປັນປະຊາຄົມ ແຫ່ງກາລະໂອກາດ ບໍ່ສະເພາະແຕ່ ສໍາລັບປະຊາຊົນອາຊຽນ 620 ລ້ານກວ່າຄົນ ເທົ່ານັ້ນ, ແຕ່ຍັງເປັນກາລະໂອກາດ ສໍາລັບປະເທດຕ່າງໆນອກພາກພື້ນອີກດ້ວຍ. ອາ ຊຽນ ເປັນຕະຫລາດ ແລະ ຖານການຜະລິດຫນຶ່ງດຽວ ທີ່ມີຍອດຜະລິດຕະພັນພາຍໃນ 2,43 ພັນຕື້ ໂດລາສະຫະລັດ ໃນປີ 2015, ເປັນເສດຖະກິດໃຫຍ່ອັນດັບ 6 ຂອງໂລກ. ຄາດວ່າໃນຕໍ່ໜ້າ ເສດຖະ ກິດຂອງອາຊຽນ ຈະເຕີບໂຕໃນຈັງຫວະ 7% ຕໍ່ປີ ຊຶ່ງລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 4,7 ພັນຕື້ ໂດລາສະຫະລັດ ໃນປີ 2020 ຊຶ່ງມີຄວາມເປັນໄປໄດ້ ທີ່ຈະກາຍເປັນ ເສດຖະກິດ ໃຫຍ່ອັນດັບ 4 ຂອງໂລກ ໃນປີ 2030. ອາຊຽນ ເປັນພາກສ່ວນທີ່ສໍາຄັນ ແລະ ທັງເປັນແກນກາງຂອງໂຄງສ້າງພາກພື້ນທີ່ພວມຜັນແປໄປ ຢ່າງສະຫຼັບຊັບຊ້ອນ. ນອກນັ້ນ, ອາຊຽນ ຍັງເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ມີລັກສະນະສະເພາະ ໂດຍມີ 10 ປະເທດສະມາຊິກ ທີ່ມີຄວາມຫລາກຫລາຍດ້ານວັດທະນະທຳ, ສາດສະໜາ, ພາສາ ແລະ ອື່ນໆ, ແຕ່ຮ່ວມມືກັນພາຍໃຕ້ປະຊາຄົມອາຊຽນ. ສປປ ລາວ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງປະຊາຄົມອາຊຽນນີ້. ຜົນສໍາເລັດຕ່າງໆທີ່ອາຊຽນຍາດມາໄດ້ ແມ່ນຫມາກຜົນແຫ່ງການຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຜ່ານກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຕາມວິຖີທາງອາຊຽນ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະຂອງພາກພື້ນອາຊຽນ. ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ອາຊຽນຈະສືບຕໍ່ດໍາເນີນບົນຈິດໃຈນີ້ຕໍ່ໄປ. ການສ້າງປະຊາຄົມອາຊຽນ ເປັນຂະບວນການທີ່ດໍາເນີນຕໍ່ໄປ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ໃນທ້າຍປີ 2015 ທີ່ ກົວລາລໍາເປີ ໄດ້ກໍານົດທິດທາງເດີນຂອງອາຊຽນໃນ 10 ປີ ຂ້າງຫນ້າ ໂດຍໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ 3 ແຜນແມ່ບົດຄື: ແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ແລະ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແນໃສ່ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວຫນ້າ. ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ແລະ ພູມໃຈ ທີ່ໄດ້ຖືກມອບຫມາຍເປັນປະທານອາຊຽນ ເປັນຄັ້ງທີ ສອງ ໃນປີ 2016 ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນ ສຳລັບ ອາຊຽນ ເນື່ອງຈາກວ່າເປັນປີໄຂສັງກາດໃໝ່ຂອງການເປັນປະຊາຄົມອາຊຽນ ແລະ ທັງເປັນປີທໍາອິດຂອງການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025. ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄໍາຂວັນ ສໍາລັບການເປັນປະທານວ່າ “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”” ແລະ ໄດ້ກໍານົດ 8 ບູລິມະສິດ ຄື: 1.) ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025; 2.) ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ; 3.) ອໍານວຍຄວາມສະດວກດ້ານການຄ້າ; 4.) ພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ; 5.) ພັດທະນາການທ່ອງທ່ຽວ; 6.) ຮັດແໜ້ນການເຊື່ອມຈອດອາຊຽນ; 7.) ຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ ແລະ 8.) ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ. ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ດໍາເນີນມາແລ້ວ 7 ເດືອນ. ພວກເຮົາໄດ້ສຳເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມໃນລະດັບຕ່າງໆ ທີ່ສຳຄັນ ເຊັ່ນ: ກອງປະຊຸມ ວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 15, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ແລະ ກອງປະຊຸມອື່ນໆ. ການຈັດຕັ້ງປະຕິບັດ 8 ບູລິມະສິດ ມີຄວາມຄືບໜ້າດີ ໂດຍໄດ້ສໍາເລັດບາງເອກະສານເຊັ່ນ: ຖະແຫຼງການ ວຽງຈັນ ວ່າດ້ວຍ ການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ. ສ່ວນເອກະສານ ອື່ນໆກໍພວມຢູ່ໃນຂັັ້ນຕອນສຸດທ້າຍຂອງການຮ່າງ ເຊັ່ນ: ແຜນງານ ສໍາລັບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ຖະແຫລງການວຽງຈັນ ວ່າດ້ວຍ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ, ຂອບວຽກການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ, ຂອບວຽກ ກ່ຽວກັບ ການເຂົ້າເຖິງແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ກາງ, ການປັບປຸງສະພາບແວດລ້ອມໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດ ສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ, ຖະແຫຼງການ ວ່າດ້ວຍ ການສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ຖະແຫຼງການວຽງຈັນ ວ່າດ້ວຍ ການສົ່ງເສີມການຮ່ວມມື ເພື່ອພັດທະນາພື້ນຖານໂຄງລ່າງໃນອາຊີຕາເວັນອອກ ແລະ ອື່ນໆ. ບັນດາເອກະສານເຫລົ່ານັ້ນ ຈະຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 6-8 ກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະຫນັບສະຫນູນ ສປປ ລາວ ໃນການເປັນປະທານອາຊຽນ ຕະຫລອດ 7 ເດືອນ ທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫລືອ ແລະ ສະຫນັບສະຫນູນ ຈາກພວກທ່ານ ໂດຍສະເພາະແມ່ນເພື່ອຮັບປະກັນຜົນສໍາເລັດໃນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ຂ້າພະເຈົ້າ ໃນນາມ ພັກ ແລະ ລັດຖະບານ ຂໍສະແດງຄວາມ ຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພໍ່ແມ່ພີ່ນ້ອງຊາວລາວທຸກຖ້ວນຫນ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເປັນເຈົ້າພາບກອງປະຊຸມອາຊຽນທີ່ດີ ໄລຍະຜ່ານມາ ກໍຄືການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ນີ້. ໃນຕົ້ນເດືອນ ກັນຍາ ທີ່ຈະມາເຖິງນີ້, ສປປ ລາວ ຈະໄດ້ເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງໝົດ 11 ກອງປະຊຸມສຸດຍອດ ໂດຍຈະມີບັນດາຜູ້ນຳ ຈາກ 17 ປະເທດ, ເລຂາທິການໃຫຍ່ອາ ຊຽນ ແລະ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ເຂົ້າຮ່ວມ. ໃນໂອກາດນີ້ ຍັງຈະມີການຢ້ຽມຢາມສອງຝ່າຍຂອງປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດຈຳນວນໜຶ່ງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງຊາວລາວທີ່ຮັກແພງ ຈົ່ງພ້ອມກັນສືບຕໍ່ປະກອບສ່ວນຕາມພາລະ ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນເປັນເຈົ້າພາບທີ່ດີ ແລະ ຮັບປະກັບຜົນສໍາເລັດຂອງບັນດາກອງປະຊຸມສຸດຍອດດັ່ງກ່າວ ໃນທຸກດ້ານ.
ຂ່າວພາຍໃນ
2016-08-08T08:52:11+00:00
https://laopost.com/?p=67615
ເປີດນຳໃຊ້ຂົວນ້ຳພີດ ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ
ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 9 ເມສາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ບັນດາພະແນກການ, ການນຳເມືອງຍົມມະລາດ, ຂະແໜງການອ້ອມຂ້າງເມືອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ. ໂຄງການກໍ່ສ້າງຂົວຊຸມຊົນ ບ້ານໂຄກສະຫວ່າງ ແມ່ນເປັນປະເພດຂົວ ເບຕົງ ປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ມີຈຳນວນເສົາຂົວ 44 ເສົາ, ສາມາດຮອງຮັບນໍ້າໜັກໄດ້ 3,5 ໂຕ່ນ. ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບສ່ວນຈາກຫຼາກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍບໍລິສັດເກດສຸວັນ ໄດ້ມີການ ປະກອບສ່ວນທາງດ້ານ ເຫຼັກ, ປູນຊີມັງ, ເຄື່ອງກົນຈັກໜັກ ແລະ ອື່ນໆ ມີທັງການປະກອບສ່ວນແບບຊ່ວຍເຫຼືອ ແລະ ການປະກອບສ່ວນໃນຮູບແບບຜູ້ຮັບເໝົາ ໂດຍບໍ່ຄິດກຳໄລ ສ່ວນທາງດ້ານແຮງງານຫຼັກແມ່ນ ນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ໃຊ້ເວລາ ການກໍ່ສ້າງ 14 ວັນ ກໍ່ສ້າງເສົາຂົວສຳເລັດ 30 ເສົາ ແລະ ໄລຍະທີ 2 ໃຊ້ເວລາ 36 ວັນ ກໍ່ສ້າງເສົາຂົວຕື່ມ 14 ເສົາ, ເສົາຫົວຂົວ 2 ເສົາ ພ້ອມປະກອບຂາງໄມ້ຕາມການອອກແບບ ເຊິ່ງການກໍ່ສ້າງແມ່ນໄດ້ສຳເລັດໃນວັນທີ 15 ທັນວາ 2021 ມີໄລຍະເວລາໃນການກໍ່ສ້າງແມ່ນ 50 ວັນ, ລວມມູຄ່າທັງໝົດ 1,08 ຕື້ກວ່າກີບ. ຕໍ່ກັບຜົນສຳເລັດດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ແລະ ບູລະນະປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວດັ່ງກ່າວ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ. ພ້ອມນີ້ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສຸມໃສ່ ໃນການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມກັນປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ປຸກລະດົມປະຊາຊົນ ກໍ່ຄືສະມາຊິກພາຍໃນຄອບຄົວຜູ້ທີ່ຄົບເງື່ອນໄຂ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ຕໍ່ການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດຮ້າຍດັ່ງກ່າວ. ທີ່ມາ: ມິເດຍລາວ
ຂ່າວພາຍໃນ
2022-04-12T11:49:01+00:00
https://laopost.com/?p=133114
ຍອດຜູ້ເສຍຊີວິດ ແຜ່ນດິນໄຫວເນປານ ທະລຸ 7,250 ຄົນແລ້ວ!
ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຄັ້ງໃຫຍ່ໃນເນປານ ທະລຸ 7,250 ຄົນ ແລະ ໄດ້ຮັບບາດເຈັບກ່ວາ 14,267 ຄົນ ໂດຍລັດຖະບານເນປານ ຄາດຍອດຜູ້ເສຍຊີວິດອາດເພີ່ມສູງຂຶ້ນ ພ້ອມເລັ່ງແຈກຢາຍສິ່ງຂອງໃຫ້ຄວາມຊ່ວຍເຫລືອ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພຶດສະພານີ້ວ່າ ເຈົ້າໜ້າທີ່ສູນປະຕິບັດການ ສະຖານະການສຸກເສີນແຫ່ງຊາດເນປານ ໄດ້ຖະແຫລງວ່າ ຕົວເລກຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຄັ້ງຮຸນແຮງ ເຊິ່ງເລີ່ມມາແຕ່ວັນທີ 25 ເມສາຜ່ານມາ ເພີ່ມຂຶ້ນເປັນ 7,250 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 14,267 ຄົນແລ້ວ ແຕ່ຕົວເລກດັ່ງກ່າວນີ້ ອາດຈະເພີ່ມສູງຂຶ້ນ ໂດຍນອກຈາກຢູ່ເນປານແລ້ວ ຢູ່ອິນເດຍ ແລະ ຈີນ ກໍມີຜູ້ເສຍຊີວິດອີກກ່ວາ 100 ຄົນ. ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນເນປານ ໄດ້ເປີດເຜີຍວ່າ ພາລະກິດຂອງການກູ້ໄພ ໄດ້ປ່ຽນຈາກການຊອກຫາຜູ້ລອດຊີວິດ ແລ້ວມາແຈກຢາຍສິ່ງຂອງຊ່ວຍເຫລືອ ເພື່ອບັນເທົາທຸກຢ່າງຮີບດ່ວນແທນ ເນື່ອງຈາກຢູ່ເຂດຫ່າງໄກໃນຊົນນະບົດ ຍັງມີຜູ້ເຄາະຮ້າຍຈຳນວນຫລາຍ ທີ່ເຄື່ອງຊ່ວຍເຫລືອເຂົ້າໄປບໍ່ເຖິງ.
ຂ່າວຕ່າງປະເທດ
2015-05-04T09:10:06+00:00
https://laopost.com/?p=24843
ຢູເນສໂກ ເພີ່ມເຂດສະຫງວນທາງຊີວະພາບອີກ 20 ແຫ່ງ
ລາຍງານຈາກນະຄອນຫຼວງລິມາ ປະເທດເປຣູວ່າ: ອົງການການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ ປະກາດເພີ່ມລາຍຊື່ສະຖານທີ່ໃຫ້ຄວາມຄຸ້ມຄອງເປັນເຂດສະຫງວນທາງຊີວະພາບໃໝ່ອີກ 20 ແຫ່ງທົ່ວໂລກ ໃນຈຳນວນນີ້ 2 ແຫ່ງຢູ່ໃນການາດາ ແລະ ອີກ 2 ແຫ່ງໃນປອກຕຸຍການ. ການພິຈາລະນາໄດ້ມີຂຶ້ນລະຫວ່າງການປະຊຸມເປັນເວລາ 2 ວັນ ທີ່ນະຄອນຫຼວງລິມາ ເຮັດໃຫ້ຈຳນວນລາຍຊື່ເຂດສະຫງວນທາງຊີວະພາບຂອງຢູເນສໂກເພີ່ມຂຶ້ນເປັນ 669 ແຫ່ງ ໃນ 120 ປະເທດໃນການາດາສະຖານທີ່ໃໝ່ 2 ແຫ່ງທີ່ໄດ້ຮັບການບັນຈຸໄດ້ແກ່ ເຂດຊາ ທິວ ໃນດິນແດນ ນໍເວສເທິນທໍຣີ ແລະ ເຂດບີເວິຮິລ ໃນລັດແອລເບິຕາ, ສ່ວນປອກຕຸຍການໄດ້ແກ່ ເກາະເຊົາຮໍເກໝົດເກາະ ແລະ ເຂດທາໂຮ ຮິເວິ ທີ່ຢູ່ລະຫວ່າງປອກຕຸຍການກັບແອັດສະປາຍ, ສ່ວນສະຖານທີ່ທີ່ໄດ້ຮັບສະຖານະໃໝ່ທີ່ໜ້າສົນໃຈລວມເຖິງເກາະໄອອອຟແມນຂອງອັງກິດໃນທະເລໄອຣິຊ ຊຶ່ງສິ່ງແວດລ້ອມມີຄວາມຫຼາກຫຼາຍທາງຊີວະພາບທາງທະເລເຊັ່ນດຽວກັນກັບເກາະໂຄຊູເມລໃນທະເລຄາລິບຽນຊອງແມັກຊິກ. ລາຍຊື່ເຂດສະຫງວນທາງຊີວະພາບໃໝ່ຂອງຢູເນສໂກຍັງລວມເຖິງສະຖານທີ່ໃນແອລຈີເຣຍ, ການາ, ໄຮຕິ, ອິນເດຍ, ອິນໂດເນເຊຍ, ອີຣານ, ອີຕາລີ, ກາຊັກສະຖານ, ມາດາກັສກາ, ໂມຣ໊ອກໂກ, ເປຣູ, ຟິລິບປິນ ແລະ ແທນຊາເນຍ ໃນຈຳນວນເຂດສະຫງວນທາງຊີວະພາບ 669 ແຫ່ງຂອງຢູເນສໂກ 16 ແຫ່ງມີເນື້ອທີ່ຫຼາຍກວ່າ 1 ປະເທດ ແລະແອັດສະປາຍກໍ່ເປັນປະເທດທີ່ມີສະຖານທີ່ໃນລາຍຊື່ຫຼາຍທີ່ສຸດ.
ຂ່າວຕ່າງປະເທດ
2016-03-21T22:02:30+00:00
https://laopost.com/?p=51078
ຄະນະບໍລິຫານງານສູນກາງພັກ ເປີດກອງປະຊຸມຄົບຄະນະ ຄັ້ງທີ 2 ຄົ້ນຄວ້າຫລາຍບັນຫາສຳຄັນ
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 2 (ສະໄໝທີ X) ໄດ້ດຳເນີນແຕ່ວັນທີ 23-25 ມີນາ 2016 ຢູ່ຫ້ອງວ່າການສູນກາງພັກ ໂດຍເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ມີບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ ປຶກສາຫາລື ພິຈາລະນາ ແລະ ໃຫ້ທິດຊີ້ນຳບັນຫາສຳຄັນ ຄື: ຮັບຮອງເອົາແຜນດຳເນີນງານຂອງຄະນະບໍລິຫານງານສູນກາງພັກ ຕະຫຼອດສະໄໝທີ X ໃນນີ້ຮັບຮອງເອົາຂໍ້ກຳນົດວ່າດ້ວຍແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພິຈາລະນາ ແລະ ຕົກລົງການສັບຊ້ອນແບ່ງຄວາມຮັບຜິດຊອບໃຫ້ກຳມະການສູນກາງພັກ ນອກນີ້ ຍັງໄດ້ໃຫ້ທິດຊີ້ນຳວຽກງານຮີບດ່ວນຄື: ຊີ້ນຳການຈັດຕັ້ງເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ເປັນນະໂຍບາຍ ນິຕິກຳ ແຜນງານ ໂຄງການ ແລະ ມາດຕະການຈັດຕັ້ງປະຕິບັດລະອຽດ ໃຫ້ແຕ່ລະຂົງເຂດວຽກງານໃຫ້ເກີດໝາກຜົນ ແລະ ມີປະສິດທິຜົນສູງ ຊີ້ນຳການກະກຽມ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະພາຂັ້ນແຂວງ ນະຄອນຫຼວງ ໃຫ້ດຳເນີນໄປຕາມແຜນການ ແລະ ບັນລຸຕາມຈຸດປະສົງຄາດໝາຍ. ແຫລ່ງຂ່າວ:
ຂ່າວເຫດການ
2016-03-28T10:28:42+00:00
https://laopost.com/?p=51835
ນະຄອນຫຼວງ ຮັບຮອງເອົາແບບການກໍ່ສ້າງປ່ອງເກັບເງິນຄ່າຜ່ານທາງຢູ່ຖະໜົນ 450 ປີ
ເມື່ອວັນທີ 27 ຕຸລາ ຜ່ານມາ ວ່າ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 13 ສະພາປະຊາຊົນ ນວ ພິຈາລະນາຮັບຮອງເອົາຜົນສຳຫຼວດ ແລະ ອອກແບບການກໍ່ສ້າງປ່ອງບໍລິການເກັບເງິນຄ່າຜ່ານທາງຢູ່ຖະໜົນ 450 ປີ ລວມທັງພິຈາລະນາການສະເໜີຂອງກອງ ຈ11 ເພື່ອຂໍການທົດແທນດິນເຝີກແອບການທະຫານ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ແລະ ບ້ານປາກແຮດ ເມືອງນາຊາຍທອງ ທີ່ຖືກໂຄງການດາວທຽມລາວ ແລະ ລາຍງານຜົນການເຂົ້າຮ່ວມກອງປະຊຸມຄົບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ນວ ໃນຄັ້ງວັນທີ 22 ກັນຍາ 2017. ໂອກາດນີ້ ທ່ານເຈົ້າຄອງ ນວ ໄດ້ມີຄຳເຫັນເຈາະຈີ້ມຫຼາຍບັນຫາ ພ້ອມທັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນ ນຳສະເໜີເຫດຜົນ ເງື່ອນໄຂຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ. ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່
ຂ່າວທ້ອງຖິ່ນ
2017-10-30T14:30:54+00:00
https://laopost.com/?p=96534
ອັນດັບທີຂອງທີມບານເຕະຊາຍທີມຊາດລາວ ໃນລະດັບໂລກ ແລະ ລະດັບອາຊຽນ ປີ 2016
ທາງເພສສະຫະພັນບານເຕະແຫ່ງຊາດລາວ ໄດ້ເຜີນແຜ່ຕາຕະລາງຜົນການຈັດອັນດັບ ກີລາບານເຕະ ບໍ່ວ່າຈະເປັນລະໂລກ ຫຼື ໃນລະດັບຂອງອາຊຽນ ທີມບານເຕະຊາຍທີມຊາດລາວ ຖ້າຈັດອັນດັບໂລກແມ່ນຕິດຢູ່ທີ່ລຳດັບທີ 167 ຂອງໂລກ ແລະ ເປັນອັນດັບ 7 ໃນເຂດອາຊຽນ. ສ່ວນທີມບານເຕະຊາຍທີ່ຄອງອັນດັບ 1 ໃນເຂດອາຊຽນແມ່ນຕົກເປັນຂອງປະເທດ ຟິລິບປິນ, ອັນດັບ 2 ທີມຊາດ ຫວຽດນາມ ແລະ ອັນດັບ 3 ທີມຊາດໄທຍ ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-11-30T13:26:32+00:00
https://laopost.com/?p=78366
ພາສີແຂວງບໍ່ແກ້ວແກ້ໄຂລົດບໍ່ຖືກຕ້ອງໄດ້ 191 ຄັນ
ໃນໄລຍະ 5 ເດືອນຕົ້ນປີ 2019 ກອງກວດກາພາສີປະຈຳແຂວງບໍ່ແກ້ວສາມາດແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 191 ຄັນ ໃນນັ້ນ ລົດໃຫຍ່ 137 ຄັນ ລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການ ພ້ອມທັງເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸເກືອບ 5 ຕື້ກີບ. ທ່ານ ສັນສຸສິນ ວົງສາທອນ ຮອງຫົວໜ້າກອງຄຸ້ມຄອງພາສີ I ຫົວໜ້າກອງກວດກາພາສີປະຈຳແຂວງບໍ່ແກ້ວເປີດເຜີຍວ່າ ຜ່ານມາກອງກວດກາພາສີປະຈຳແຂວງບໍ່ແກ້ວໄດ້ເອົາໃຈໃສ່ໃນການກວດກາສິນຄ້າ ຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຕິດຕາມການເຄື່ອນຍ້າຍສິນຄ້າເຄື່ອງຂອງພາຍໃນຕາມລະບຽບກົດໝາຍທີ່ກຳນົດໄວ້ ປັດຈຸບັນມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 9 ຄົນ ຍິງ 1 ຄົນ ພະນັກງານຊ່ວຍວຽກ 2 ຄົນ ໃນປີ 2019 ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນ 12 ຕື້ກີບ ເພີ່ມຂຶ້ນຈາກ ປີ 2018 ປະມານ 9,25 ຕື້ກີບ ຊຶ່ງໃນໄລຍະ 5 ເດືອນຜ່ານມາກອງກວດກາພາສີແຂວງບໍ່ແກ້ວໄດ້ສືບຕໍ່ແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງດັ່ງກ່າວສຳເລັດຜົນເປັນຢ່າງດີ. ກອງກວດກາສີພາສີປະຈຳແຂວງບໍ່ແກ້ວສາມາດປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມສະດວກໃນການພົວພັນວຽກງານກັບຜູ້ປະກອບການຕ່າາໆ ນັບທັງສາງເກັບມ້ຽນສິນຄ້າເວລາມີການຢຶດສິນຄ້າ ແລະ ອຸປະກອນຮັບໃຊ້ ເປັນຕົ້ນແມ່ນລະບົບເອເລັກໂຕນິກ ເຊື່ອມຕໍ່ກັບກົມພາສີ ນໍາໃຊ້ລະບົບ C2000 ການເຂົ້າຂໍ້ມູນທາງດ້ານພາສີເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງ ການເຂົ້າຂໍ້ມູນຫັກລົບແຜນເພື່ອຄຸ້ມຄອງການລົງທຶນທີ່ໄດ້ຮັບອະນຸຍາດການຍົກເວັ້ນພາສີອາກອນຈາກຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ເພື່ອປະ ກອບເອກະສານທາງດ້ານພາສີຢູ່ດ່ານພາສີບ່ອນນຳເຂົ້າ ທີ່ສໍາຄັນແມ່ນການເອົາໃຈໃສ່ສຶກສາອົບຮົມວຽກງານແນວຄິດ-ການເມືອງ ແກ່ພະນັກງານ ທັງມີການກວດກາ ມີການແບ່ງຄວາມຮັບຜິດຊອບໃນການເວນຍາມຕ້ານການເຄື່ອນໄຫວສະກັດກັ້ນຕາມຈຸດຕ່າງໆທີ່ີມີຄວາມສ່ຽງໃນການລັກລອບສິນຄ້າ ມີການແຕ່ງຕັ້ງໜ່ວຍສະເພາະກິດ ແລະ ບັນຫາອື່ນໆໄປພ້ອມກັນຈຶ່ງເຮັດໃຫ້ການເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້. ທ່ານ ສັນສຸສິນ ວົງສາທອນ ໃຫ້ຮູ້ອີກວ່າ ປີ 2019 ກອງກວດກາພາສີແຂວງບໍ່ແກ້ວໄດ້ຮັບຕົວເລກເກັບລາຍຮັບເຂົ້າງົບປະມານລັດເພີ່ມຂຶ້ນຈາກປີ 2018 ສູງພໍສົມຄວນ ແລະ ເປັນສິ່ງທ້າທາຍທີ່ຈະຕ້ອງບຸກບືນສູ້ຊົນ ພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະສືບຕໍ່ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ ນັບທັງລົດທີ່ຕິດປ້າຍລັດບໍລິຫານບຸກຄົນນຳໃຊ້ທີ່ມີຢູ່ໃນສະ ຖິຕິຂອງແຂວງ ແລະ ສືບຕໍ່ແກ້ໄຂລົດທີ່ນຳເຂົ້າມາຮັບໃຊ້ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ມີໃນບັນຊີ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອເຮັດໜ້າທີ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ຫຼື ລື່ນແຜນການ. ຂໍ້ມູນ: ກະຊວງການເງິນ
ຂ່າວທ້ອງຖິ່ນ
2019-06-18T11:43:07+00:00
https://laopost.com/?p=115471
ຝຣັ່ງຈະສົ່ງ ” ຊາກເດີໂກນ ” ເຮືອກຳປັ່ນບັນທຸກເຮືອບິນ ເສີມພາລະກິດຖະຫລົ່ມໄອເອັສ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ປະທານາທິບໍດີ ຟຣັງຊົວ ອອລລອງ ແຫ່ງປະເທດຝຣັ່ງ ໄດ້ປະກາດສົ່ງເຮືອກ່ຳປັ່ນ ບັນທຸກເຮືອບິນ ພະລັງງານນິວເຄລຍ ” ຊາກເດີໂກນ ” ເຂົ້າສູ່ທະເລເມດິແຕຣານຽນ ທາງຝັ່ງຕາເວັນຕົກ ເພື່ອສະໜັບສະໜູນ ພາລະກິດໂຈມຕີກຸ່ມໄອເອັສ ໂດຍເຮືອລຳດັ່ງກ່າວ ຈະເດີນທາງໄປ ໃນວັນພະຫັດທີ 19 ພະຈິກນນີ້ ຊຶ່ງຈະຊ່ວຍເຮັດໃຫ້ ເພີ່ມສັກກະຍະພາບ ໃນພາລະກິດໂຈມຕີດັ່ງກ່າວ ສູງຂຶ້ນເປັນ 3 ເທົ່າ. ທັງນີ້ ປັດຈຸບັນ ກອງທັບຝຣັ່ງ ໄດ້ສົ່ງຝູງເຮືອບິນ ໄປປະຕິບັດການຖິ້ມລະເບີດ ສັງຫານກຸ່ມໄອເອັສ ຢູ່ປະເທດຊີຣີແລ້ວ 38 ລຳ ໂດຍທ່ານ ອອລລອງ ໄດ້ກ່າວວ່າ ” ພວກເຮົາຈະໂຈມຕີຢ່າງຕໍ່ເນື່ອງ ຈາກນີ້ໄປອີກຫລາຍອາທິດ ຈະບໍ່ມີການຢຸດພັກ ຫລື ຢຸດຍິງໃດໆທັງໝົດ… ຝຣັ່ງກຳລັງເຮັດສົງຄາມ ຕໍ່ຕ້ານລັດທິກໍ່ການຮ້າຍ ຂອງພວກນັກຮົບມຸດສະລິມຫົວຮຸນແຮງ ທີ່ເປັນໄພຄຸກຄາມຂອງຄົນທັງໂລກ ”
ຂ່າວຕ່າງປະເທດ
2015-11-17T15:30:22+00:00
https://laopost.com/?p=40791
ຈີນຫຼຸດຄ່າເງິນຢວນເກືອບ 1% ແຕະລະດັບຕໍ່າສຸດໃນຮອບ 5 ປີເຄິ່ງມື້ນີ້
ທະນາຄານກາງຈີນເງິນຫຼຸດຄ່າເງິນຢວນ 1% ໃນມື້ນີ້ ໂດຍລົງໄປແຕະລະດັບຕໍ່າທີ່ສຸດໃນຮອບ 5 ປີ 6 ເດືອນທຽບກັບໂດລາສະຫະລັດ ແລະ ເປັນການຫຼຸດຄ່າເງິນຫຼາຍທີ່ສຸດຫຼັງຈາກຫຼຸດຄັ້ງໃຫຍ່ເມື່ອປີກ່ອນ. ລະບົບການຄ້າການແລກປ່ຽນເງິນຕາຊຶ່ງເປັນໜ່ວຍງານຂອງທະນາຄານກາງຈີນແຈ້ງຄ່າເງິນກາງເງິນຢວນມື້ນີ້ໄວ້ທີ່ 6,6375 ຢວນຕໍ່ໂດລາສະຫະລັດ ຫຼຸດລົງເຖິງ 0,91% ຈາກຄ່າກາງເມື່ອວັນສຸກຕໍ່າທີ່ສຸດນັບຕັ້ງແຕ່ວັນທີ 23 ທັນວາ 2011 ແລະຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ທະນາຄານກາງຈີນຫຼຸດຄ່າເງິນຢວນຫຼາຍຄັ້ງລວມເກືອບ 5% ພາຍໃນໜຶ່ງອາທິດເມື່ອເດືອນສິງຫາປີກ່ອນ ທະນາຄານກາງຈີນອະນຸຍາດໃຫ້ເງິນຢວນຂຶ້ນລົງໄດ້ບໍ່ເກີນ 2% ຈາກຄ່າກາງໃນແຕ່ລະວັນ ອັນເປັນມາດຕະການໜຶ່ງໃນການຄວບຄຸມຄ່າເງິນ ສ່ວນຄ່າເງິນຢວນຊື້ຂາຍໃນຕະຫຼາດຕ່າງປະເທດເຊົ້າມື້ນີ້ ລະບົບການຄ້າການແລກປ່ຽນເງິນຕາແຈ້ງໄວ້ທີ່ 6,6440 ຢວນຕໍ່ໂດລາສະຫະລັດ ຫຼຸດລົງຈາກລາຄາປິດເມື່ອວັນສຸກທີ່ 6,6148 ຢວນຕໍ່ໂດລາສະຫະລັດ. ທະນາຄານກາງຈີນປະກາດເມື່ອວັນສຸກຫຼັງຮູ້ຜົນການລົງປະຊາມະຕິຂອງສະຫະຣາຊະອານາຈັກວ່າຕ້ອງອອກຈາກສະຫະພາບເອີຣົບ (ອີຢູ) ວ່າໄດ້ກຽມແຜນສຳຮອງໄວ້ແລ້ວ ແລະ ຈະເດີນໜ້າປັບປຸງລະບົບອັດຕາແລກປ່ຽນເງິນຢວນຕໍ່ໄປເພື່ອຮັກສາຄ່າເງິນໃຫ້ມີສະຖຽນລະພາບ.
ຂ່າວຕ່າງປະເທດ
2016-06-27T22:33:15+00:00
https://laopost.com/?p=63231
ທ່ານນາຍົກລາວໄດ້ສົ່ງສະແດງຄວາມເຫັນໃຈຕໍ່ເຫດແຜນດິນໄຫວຢູ່ຍີ່ປຸ່ນ
ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານເຖິງທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການແຜ່ນດິນໄຫວ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ. ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້ຮັບຊາບຂ່າວ ການເກີດແຜ່ນດິນໄຫວຫລາຍຄັ້ງ ຢູ່ ທາງພາກຕາເວັນຕົກສ່ຽງໃຕ້ຂອງ ຍີ່ປຸ່ນ ນັບແຕ່ວັນທີ 14 ເມສາ 2016 ເປັນຕົ້ນມາ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນ, ອາຄານ ແລະ ລະບົບພື້ນຖານໂຄງລ່າງ ຢູ່ບໍລິເວນດັ່ງກ່າວ ຢ່າງໜັກໜ່ວງ. ຂ້າພະເຈົ້າ ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມທຸກໂສກມາຍັງທ່ານ ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໂດຍສະເພາະຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ຄວາມພະຍາຍາມເອົາໃຈໃສ່ຈາກລັດຖະບານ ຍີ່ປຸ່ນ ໂດຍມີທ່ານ ເປັນຜູ້ຊີ້ນຳ ແລະ ດ້ວຍມູນເຊື້ອແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ຂອງປະຊາຊົນຍີ່ປຸ່ນ ສະພາບການດັ່ງກ່າວຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ. ຂ່າວຈາກ: ປະເທດລາວ
ຂ່າວພາຍໃນ
2016-04-19T16:47:57+00:00
https://laopost.com/?p=53944
ຫ້າມນຳເຂົ້າໝູຊີ້ນ ແລະ ຜະລິດຕະພັນໝູຈາກຕ່າງປະເທດ!
ໃນວັນທີ 6 ສິງຫາຜ່ານມານີ້, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ເຖິງຜູ້ຮັບຜິດຊອບຂະແໜງການລ້ຽງສັດ ແລະ ການປະມົງ ພ້ອມເຈົ້າໜ້າທີ່ກວດກາສັດຕະວະແພດປະຈຳແຕ່ລະ ດ່ານໃນທົ່ວປະເທດ ກ່ຽວກັບການສະກັດກັ້ນການນຳເຂົ້າຊິ້ນໝູ ແລະ ລູກໝູເຂົ້າສູ່ປະເທດລາວ, ແຕ່ສຳລັບລູກໝູ ແມ່ນອະນຸຍາດໃຫ້ນຳເຂົ້າເປັນບາງໂອກາດ ໃນກໍລະນີຫາກລູກໝູຂາດຕະຫລາດ. ຕໍ່ບັນຫາດັ່ງກ່າວ ທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ໃຫ້ເຫດຜົນວ່າ: ໃນປັດ ຈຸບັນການຜະລິດໝູ ຢູ່ ສປປ ລາວ ໄດ້ມີການປັບປຸງ ແລະ ພັດທະນາລະບົບການລ້ຽງເກືອຢ່າງຕໍ່ເນື່ອງຈາກການລ້ຽງ ແບບຄອບຄົວເອກະເທດກະແຈກກະຈາຍ ຫັນມາລ້ຽງແບບມີການຄຸ້ມຄອງລ້ຽງເກືອ ເປັນຟາມນັບມື້ນັບຫລາຍຂຶ້ນ ແລະ ມີໜໍ່ແໜງລ້ຽງແບບອຸດສາຫະກຳທີ່ທັນສະໄໝຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ, ຄຳມ່ວນ, ສະຫວັນນະ ເຂດ ແລະ ຈຳປາສັກ ຕາມຕົວເລກສະຖິຕິ ໃນປີ 2013 ມີໝູທັງໝົດປະມານ 3 ລ້ານໂຕ, ມີອັດຕາການຂະຫຍາຍຕົວ ສະເລ່ຍເພີ້ມຂຶ້ນ 6% ຕໍ່ປີ, ຊຶ່ງສາມາດຮັບປະກັນການຜະລິດລູກໝູເພື່ອຂະຫຍາຍພັນ, ການຜະລິດລູກໝູເພື່ອລ້ຽງ ເປັນໜູຊີ້ນ ແລະ ອາດສາມາດຕອບສະໜອງໃຫ້ແກ່ຜູ້ບໍລິໂພກຢູ່ພາຍໃນໄດ້ຢ່າງພຽງພໍ, ທັງມີໜໍ່ແໜງຂາຍເປັນສິນ ຄ້າສົ່ງອອກຈຳນວນໜຶ່ງໃນແຕ່ລະປີ. ແຕ່ເຖິງຢ່າງໃດກໍດີ ເພື່ອຫລີກລ້ຽງຜົນກະທົບທີ່ອາດຈະເກີດຂຶ້ນ ໃນການຜະລິດໝູ ແລະ ການສະໜອງຊີ້ນໝູ ເພື່ອ ບໍລິໂພກຢູ່ພາຍໃນມີຄວາມຈຳເປັນຕ້ອງໄດ້ ເອົາໃຈໃສ່ຕິດຕາມກວດກາ ແລະ ສະກັດກັ້ນການນຳເຂົ້າຊີ້ນໝູ, ລູກໝູ ແລະ ໝູຊີ້ນ ເຂົ້າສູ່ປະເທດລາວ, ສຳລັບລູກໝູແມ່ນຈະໄດ້ອະນຸຍາດໃຫ້ນຳເຂົ້າເປັນບາງໂອກາດ ໂດຍສະເພາະເມື່ອໃດ ລູກໝູຂາດຕະຫລາດ ໃນເວລາຟາມບໍ່ສາມາດສະໜອງລູກໜູໄດ້ຢ່າງພຽງພໍ. ດັ່ງນັ້ນ, ທາງກົມລ້ຽງສັດ ແລະ ການປະມົງຈິ່ງເຫັນມີຄວາມຈຳເປັນແຈ້ງມາຍັງຂະແໜງການລ້ຽງສັດ ແລະ ການປະມົງ ຂອງແຂວງ, ນະຄອນຫລວງວຽງຈັນ, ບັນດາດ່ານກວດກາການນຳເຂົ້າຂອງສັດໃນຂອບເຂດທົ່ວປະເທດ ພ້ອມບັນດາຜູ້ ປະກອບການລ້ຽງໝູຈົ່ງຮ່ວມກັນປະຕິບັດດັ່ງນີ້: ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ນະຄອນຫລວງວຽງຈັນ ຢຸດ ຫລື ໂຈະການອອກໃບອະນຸຍາດໃຫ້ນຳເຂົ້າ ຊີ້ນໝູ, ລູກໝູ ແລະ ໝູຊີ້ນເຂົ້າສູ່ປະເທດລາວ, ພ້ອມທັງຊີ້ນຳໜ່ວຍງານດ່ານກວດກາສັດຕະວະແພດປະຈຳດ່ານຊາຍ ແດນທີ່ຂຶ້ນກັບຕົນ ທັງໃນດ່ານສາກົນ ແລະ ດ່ານທ້ອງຖິ່ນ ເອົາໃຈໃສ່ຕິດຕາມກວດກາ ສະກັດກັ້ນ ການນຳເຂົ້າດັ່ງກ່າວ ຢ່າງເຂັ້ມງວດ; ໃຫ້ຕິດຕາມກວດກາ ແລະ ບໍ່ອະນຸຍາດໃຫ້ນຳເຂົ້າຊີ້ນໝູທຸກຊະນິດ ເພື່ອມາຈຳໜ່າຍ ຫລື ຕິດຕາມຕົວ ຜູ້ໂດຍສານ ຫລື ຜູ້ເດີນທາງເຂົ້າມາລາວ ເພື່ອບໍລິໂພກສ່ວນຕົວ ຫລື ໃນຄອບຄົວຢ່າງເດັດຂາດ; ໃຫ້ຕິດຕາມກວດກາ ແລະ ໂຈະການນຳເຂົ້າລູກໝູ ເພື່ອນຳມາລ້ຽງເປັນໝູຊີ້ນ ແລະ ຊີ້ນໝູ; ໃນກໍລະນີ ທີ່ເຈົ້າໜ້າທີ່ສັດຕະວະແພດປະຈຳ ດ່ານ ຫາກກວດພົບເຫັນຜູ້ລະເມີດຝ່າຝືນນຳເຂົ້າ ຫລື ລັກລອບນຳເອົາຊີ້ນໝູ, ລູກໝູ ແລະ ໝູຊີ້ນ ທີ່ບໍ່ຖືກຕ້ອງ ໃຫ້ ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ສຳລັບຂອງກາງ ທີ່ກວດຢຶດໄດ້ນັ້ນໃຫ້ນຳໄປທຳລາຍຖີ້ມດ້ວຍການເຜົາ ຫລື ຝັງ, ສ່ວນຜູ້ລະເມີດໃຫ້ກ່າວເຕືອນ, ປັບ ໄໝ,ດຳເນີນຄະດີທາງແພ່ງ ຫລື ອາຍາ ຕາມແຕ່ລະກໍລະນີໝັກ ຫລື ເບົາ ແລະ ພ້ອມນີ້, ກົມລ້ຽງສັດ ແລະ ການປະມົງ ຈະເປັນຜູ້ຄົ້ນຄວ້າພິຈາລະນາ ແລະ ອອກແຈ້ງການສະເພາະເປັນແຕ່ລະໄລຍະທີ່ເຫັນວ່າມີຄວາມຈຳເປັນ ຕ້ອງໄດ້ປະ ກາດຍົກເລີກການສະກັດກັ້ນການນຳເຂົ້າຊີ້ນໝູ ຫລື ປະກາດຍົກເລີກໂຈະການນຳເຂົ້າລູກໝູ ແລະ ຊີ້ນໝູຕາມຄວາມ ເປັນຈິງຕື່ມອີກ. ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_2.html
ຂ່າວພາຍໃນ
2014-08-12T10:53:30+00:00
https://laopost.com/?p=8509
ອາເມລິກາຂຶ້ນບັນຊີດຳບໍລິສັດດ້ານເທັກໂນໂລຢີ 5 ແຫ່ງຂອງຈີນດ້ວຍເຫດຜົນດ້ານຄວາມໝັ້ນຄົງ
ຄະນະກຳມະທິການກາງການສື່ສານຂອງອາເມລິກາ (FCC) ອອກຖະແຫຼງການເມື່ອວັນທີ 12 ມີນາ 2021ວ່າ ເລື່ອງການຂຶ້ນບັນຊີດຳບໍລິສັດດ້ານເທັກໂນໂລຢີ 5 ແຫ່ງຂອງຈີນ ດ້ວຍເຫດຜົນດ້ານຄວາມໝັ້ນຄົງ ເປັນການອາໄສອຳນາດຕາມຄວາມໃນຄຳສັ່ງຝ່າຍບໍລິຫານ ລົງນາມເມື່ອເດືອນ ພຶດສະພາ 2021 ໃນສະໄໝຂອງປະທານາທິບໍດີ ໂດນັລ ທຣໍ້າ ປະກາດ ສະຖານະການສຸກເສີນດ້ານເທັກໂນໂລຢີ ເພື່ອປົກປ້ອງເຄືອຂ່າຍອິນເຕີເນັດຂອງສະຫະລັດອາເມລິກາແລະເຕັກໂນໂລຢີຂໍ້ມູນຂ່າວສານຈາກ “ການຮຸກຮານຂອງສັດຕູ”. ຫ້າບໍລິສັດດັ່ງກ່າວແມ່ນ “Huawei”, ZTE, “” Hytera, ຜູ້ປະກອບການວິທະຍຸ. ແລະອຸປະກອນສົ່ງສັນຍານວິທະຍຸ “Hangzhou Hiquision”, ໜຶ່ງໃນຜູ້ນຳດ້ານເຕັກໂນໂລຢີ CCTV ແລະ “Dahua Technology”, ໜຶ່ງໃນບໍລິສັດນຳໜ້າໃນການພັດທະນາປັນຍາປະດິດ (AI). ໂດຍເນື້ອຫາສຳຄັນຂອງຄຳສັ່ງຄືການທີ່ຜູ້ປະກອບການຂອງອາເມລິກາຕ້ອງຂໍໃບອະນຸຍາດຈາກລັດຖະບານກາງ ໃນກໍລະນີຕ້ອງການມີຄວາມຮ່ວມມືກັບບໍລິສັດດ້ານເທັກໂນໂລຢີຂອງຈີນ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2021-03-15T10:27:45+00:00
https://laopost.com/?p=123490
8 ເດືອນຕົ້ນປີ ດ່ານພາສີສາກົນບໍ່ເຕັນ ຈັດເກັບລາຍຮັບພາສີໄດ້ເກີນຄາດ
ດ່ານພາສີສາກົນບໍ່ເຕັນ ສາຍຕັ້ງຂຶ້ນກັບພາສີ ປະຈຳແຂວງຫຼວງນໍ້າທາ, ກົມພາສີ ກະຊວງການເງິນ, ຊຶ່ງເປັນ ເສນາທິການໃຫ້ກົມພາສີ ໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດຕາມກົດໝາຍ, ຈັດຕັ້ງປະຕິບັດ ແຜນຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆຕາມລະບຽບການໃຫ້ຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ ແລະ ທັນກັບ ເວລາ. ອີງຕາມການໃຫ້ສຳພາດຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ປີ 2022 ໄດ້ຮັບຕົວເລກແຜນການທັງໝົດ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 77,79% ຫຼື ປະມານ 225 ຕື້ກວ່າກີບ, ແນວໃດກໍຕາມຜ່ານການຊີ້ນຳ–ນຳພາ, ການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 8 ເດືອນຕົ້ນປີເຫັນວ່າການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຊຶ່ງຄາດຄະເນລາຍຮັບໝົດປີຂອງດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຈະໃຫ້ລື່ນແຜນການ ຫຼື ເທົ່າກັບ102,81% ຂອງແຜນການປີ ຫຼື ປະມານ 530 ຕື້ກີບ (ຄິດເປັນເງິນລື່ນແຜນປະມານ 14,5 ຕື້ກວ່າກີບ). ສະນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຕາມແຜນການປີໄດ້ຮັບຕົວເລກທັງໝົດຈໍານວນ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາເທົ່າກັບ 77,79% ຫຼື ປະມານ 225 ຕື້ກວ່າກີບ, ສ່ວນແຜນການ 6 ເດືອນຕົ້ນປີ 2022 ເທົ່າກັບ 257,7 ຕື້ກວ່າກີບ, ສາມາດປະຕິບັດໄດ້ 290,8 ຕື້ກວ່າກີບເທົ່າກັບ 112,83% ລື່ນແຜນການ 33 ຕື້ກວ່າກີບເທົ່າກັບ 12,83% ແລະ ເທົ່າກັບ 56,42% ຂອງແຜນການປີ; ສົມທຽບໄລຍະດຽວກັນຂອງ 06 ເດືອນຕົ້ນປີ 2021 ແມ່ນເພີ່ມຂຶ້ນ 47,53% ຫຼືເທົ່າກັບ 93,6 ຕື້ກີບ.ສຳລັບການປະຕິບັດແຜນງົບປະມານແຫ່ງລັດ, ຊຶ່ງນັບແຕ່ຕົ້ນປີຮອດທ້າຍຮອດທ້າຍເດືອນກັນຍາປີ 2022 ປະຕິບັດໄດ້ 455,5 ຕື້ກວ່າກີບເທົ່າກັບ 88,36% ຂອງແຜນການປີ ແລະ ຄາດຄະເນໝົດປີ 2022 ຈະໃຫ້ໄດ້ຕາມແຜນການ ແລະ ຕັ້ງແຜນສູ້ຊົນໃຫ້ໄດ້ລື່ນແຜນການປີເທົ່າກັບ 102,81% ຂອງແຜນການປີ ຫຼື ເທົ່າກັບ 530 ຕື້ກີບ (ລື່ນແຜນການ 2,81% ເທົ່າກັບ 14,5 ຕື້ກວ່າກີບ). ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ລື່ນແຜນການ, ຍ້ອນການຊີ້ນຳ–ນໍາພາຈາກການນໍາທຸກຂັ້ນ (ທັງສູນກາງ ແລະ ທ້ອງຖິ່ນ) ນອກນັ້ນ, ໄດ້ຮັບການຮ່ວມມືຈາກຂະແໜງການກ່ຽວຂ້ອງ ໃນການອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວິຊາສະ ເພາະ, ມີບັນດານິຕິກຳ, ລະບຽບກົດໝາຍ, ມີແບບແຜນວີທີເຮັດວຽກ, ແບ່ງຄວາມຮັບຜິດຊອບ, ມີເຄື່ອງມືທີ່ທັນສະໄໝເປັນການອຳນວຍຄວາມສະດວກເຂົ້າຮັບໃຊ້ວຽກງານ. ແຫຼ່ງຂ່າວ: ກະຊວງການເງິນ
ຂ່າວທ້ອງຖິ່ນ
2022-10-21T14:03:44+00:00
https://laopost.com/?p=138788
ຮັບສະໝັກນັກບິນອະວະກາດ
ມື້ວານນີ້ ວັນທີ 4 ພະຈິກ ໜ່ວຍງານອະວະກາດນາຊ່າ ໄດ້ກ່າວວ່າໄວໆ ນີ້ ຈະມີການຮັບສະໝັກນັກບິນອະວະກາດໃໝ່ ເພື່ອເຂົ້າເປັນທີມງານສ່ວນໜຶ່ງຂອງ ພາລະກິດສົ່ງມະນຸດໄປດາວອັງຄານ ທີ່ກຳລັງຈະເກີດຂຶ້ນ. “ກຸ່ມນັກສຳຫຼວດອະວະກາດຂອງອາເມລິກາກຸ່ມນີ້ ຈະສ້າງແຮງບັນດານໃຈໃຫ້ແກ່ຊາວອາເມລິກາ ລຸ້ນດາວອັງຄານ ເພື່ອບັນລຸເປົ້າໝາຍໃໝ່ທີ່ຍິ່ງໃຫຍ່ກວ່າ ແລະຊ່ວຍໃຫ້ເຮົານຶກເຖິງເປົ້າໝາຍ ໃນການຝັງຮອຍຕີນໄວ້ເທິງດາວເຄາະສີແດງ” ຊາລສ໌ ໂບລເດນ ຜູ້ບໍລິຫານຂອງນາຊ່າກ່າວ. ນາຊ່າກ່າວວ່າ ນັກບິນອະວະກາດເຫຼົ່ານີ້ ອາດຈະປະຕິບັດພາລະກິດໂດຍໃຊ້ຍານ ພາຫະນະສີ່ລຳຂອງອາເມລິກາ ເຊິ່ງປັດຈຸບັນ ມີຍານອະວະກາດລູກເຮືອ 2 ລຳ ກຳລັງຢູ່ໃນລະຫວ່າງການພັດທະນາ ໂດຍກຸ່ມບໍລິສັດ ຂອງອາເມລິກາ ແລະຍານພາຫະນະສຳຫຼວດອະວະກາດເຊິງເລິກ ໂອຣິອອນ ຂອງນາຊ່າ ທີ່ຈະນຳເອົາມະນຸດໄປຍັງດາວອັງຄານໃນຊ່ວງປີ 2030. ຜູ້ທີ່ສາມາດເຂົ້າສະໝັກໄດ້ ຈະຕ້ອງເປັນພົນລະເມືອງຂອງອາເມລິກາ “ເຊິ່ງມີປະຫວັດພູມຫຼັງທີ່ຫຼາກຫຼາຍ” ທັງດ້ານນັກບິນ, ວິສະວະກອນ, ນັກວິທະຍາສາດ ແລະແພດ. ເງື່ອນໄຂຍັງລວມເຖິງການຕ້ອງຈົບປະລິນຍາຕີ ຈາກສະຖາບັນການສຶກສາທີ່ໄດ້ຮັບການຮັບຮອງ ດ້ານວິສະວະກຳ, ຊີວະວິທະຍາ, ກາຍະພາບສາດ ຫຼືຄະນິດສາດ. ຜູ້ສະໝັກຈະຕ້ອງມີປະສົບການໃນການ ເຮັດວຽກທີ່ກ່ຽວຂ້ອງຢ່າງໜ້ອຍ 3 ປີ ຫຼືປະສົບການການປະຕິບັດໜ້າທີ່ ເປັນນັກບິນບັງຄັບເຮືອບິນເຈັດ ຢ່າງໜ້ອຍ 1000 ຊົ່ວໂມງ. ເງື່ອນໄຂເພິ່ມເຕີມຍັງລະບຸເຖິງການ ຕ້ອງມີລັກສະນະທາງກາຍະພາບທີ່ເໝາະສົມ ຕໍ່ການເດິນທາງໃນອະວະກາດ ເປັນໄລຍະເວລາດົນນານ ນັ້ນຄື ນັກບິນອະວະກາດຈຳເປັນຕ້ອງ ມີຄວາມສູງລະຫວ່າງ 1.57 ແມັດ – 1.90 ແມັດ. ນາຊ່າຖະແຫຼງວ່າຈະເປີດຮັບສະໝັກ ຜູ້ເຂົ້າຮ່ວມພາລະກິດນີ້ ຕັ້ງແຕ່ 14 ທັນວາ ເຖິງກາງເດືອນກຸມພາ ແລະຄາດວ່າຈະປະກາດລາຍຊື່ ຜູ້ສະໝັກທີ່ໄດ້ຮັບການຄັດເລືອກ ໃນກາງປີ 2017.
ຂ່າວພາຍໃນ
2015-11-06T01:50:45+00:00
https://laopost.com/?p=39812
ກຳປູເຈຍຮ່າງກົດໝາຍໃໝ່ “ຫ້າມແມ່ຍິງນຸ່ງສັ້ນ”
ເວັບໄຊ phnompenhpost ລາຍງານວ່າ ທ່ານ ອຸກກິມເລັກ ເລຂາລັດຖະມົນຕີກະຊວງພາຍໃນກຳປູ ເຈຍ ໄດ້ອອກມາຊີ້ແຈງກໍລະນີສັງຄົມວິຈານກ່ຽວກັບຮ່າງກົດໝາຍທີ່ຫ້າມແມ່ຍິງນຸ່ງເສື້ອຜ້າເປີດໂຊເນື້ອໜັງຫຼາຍຈົນເກີນ ໂດຍຍັງໄດ້ກ່າວວ່າ ຂໍ້ມູນຈາກທຸກຝ່າຍຈະໄດ້ຮັບການພິຈາລະນາ. ຫຼາຍຄົນວິພາກວິຈານບາງປະເດັນຂອງຮ່າງກົດໝາຍສະບັບນີ້ເຊັ່ນ: ການຫ້າມແມ່ຍິງນຸ່ງສັ້ນ ແລະ ຫ້າມຜູ້ຊາຍຖອດເສື້ອໃນທີ່ສາທາລະນະ. ຜູ້ໃຊ້ໂຊຊຽວມີເດຍຢື່ນຄຳຮ້ອງຮ່ວມຄັດຄ້ານການຫ້າມ ໂດຍອ້າງວ່າກົດໝາຍຄວນຖືກສ້າງຂຶ້ນມາເພື່ອປົກປ້ອງສິດທິຂອງພົນລະເມືອງບໍ່ແມ່ນເພື່ອກົດຂີ່ພົນລະເມືອງ. “ ແມ່ຍິງຄວນສາມາດໃຊ້ສິດທິຂັ້ນພື້ນຖານ ແລະ ສິດທິໃນການສະແດງອອກໂດຍການໃສ່ເສື້ອຜ້າທີ່ພວກເຂົາເລືອກ ການຕຳນິແມ່ຍິງທີ່ເລືອກໃສ່ເສື້ອຜ້າບາງຢ່າງ ມັນແມ່ນສະໜັບສະໜູນມຸມມອງທີ່ວ່າ ແມ່ຍິງເປັນສາເຫດຂອງຄວາມຸນແຮງທາງເພດທີ່ພວກເຂົາປະເຊີນໜ້າ ເພາະສະນັ້ນ, ມັນເພີ່ມຄວາມວັດທະນາທຳ ຂອງການລົງໂທດທີ່ກ່ຽວຂ້ອງກັບຄວາມຮຸນແຮງຕໍ່ເພດ”. ທ່ານ ຄິມ ເລັກ ກ່າວຕໍ່ໜັງສືພິມ The Post ໃນວັນອັງຄານວ່າການວິພາກວິຈານຈະຊ່ວຍແກ້ໄຂ ແລະປັບປຸງກົດໝາຍ ກ່ອນທີ່ຈະມີການຮັບຮອງເອົາ. ຮ່າງກົດໝາຍ ດັ່ງກ່າວແມ່ນຍັງຢູ່ໃນໄລຍະທຳອິດ ແລະ ໄດ້ຖືກສົ່ງໄປໃຫ້ອົງການປົກຄອງນະຄອນຫຼວງ ແລະ ແຂວງເພື່ອກວດກາ. ບັນດາອົງການຈັດຕັ້ງທາງສັງຄົມ (CSOs) ແລະ ກຸ່ມລັດຖະມົນຕີກະຊວງຕ່າງໆຈະຖືກເຊີນເຂົ້າຮ່ວມປຶກສາຫາລືກ່ຽວກັບກົດໝາຍດັ່ງກ່າວກ່ອນທີ່ຈະສົ່ງຕໍ່ໃຫ້ລັດຖະບານພິຈາລະນາ ແລະ ຮັບຮອງ. ທ່ານ ຄິມ ເລັກ ກ່າວວ່າ ຮ່າງກົດໝາຍສະບັບນີ້ຍັງມີເນື້ອໃນເພື່ອປົກປ້ອງກິດຈະກຳທີ່ບໍ່ເໝາະສົມ ແລະ ຜິດສິນທຳ. ຮຽບຮຽງຂ່າວ: ພຸດສະດີ ຮູບພາບປະກອບ: laotiantimes
ຂ່າວຕ່າງປະເທດ
2020-08-20T12:26:27+00:00
https://laopost.com/?p=120954
ສະຫຼຸບຖະແຫຼງຂ່າວຈາກຄະນະສະເພາະກິດ
ໃນວັນທີ 01 ກໍລະກົດ 2021 ສປປລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2,144 ຄົນ (ຕິດເຊື້ອໃໝ່ 23 ຄົນ, ຕິດເຊື້ອໃນຊຸມຊົນ 03 ຄົນ ຈາກແຂວງວຽງຈັນ ແລະ ຕິດເຊື້ອຈາກກໍລະນີນໍາເຂົ້າ 20 ຄົນ ມີ: ນະຄອນຫຼວງວຽງຈັນ 02 ຄົນ, ສະຫວັນນະເຂດ 07 ຄົນ, ຈໍາປາສັກ 07 ຄົນ ແລະ ຄໍາມ່ວນ 04 ຄົນ) ແລະ ເສຍຊີວິດສະສົມ 03 ຄົນ, ອອກໂຮງໝໍທັງໝົດ 1,970ຄົນ, ອອກໂຮງໝໍໃໝ່ຈໍານວນ 03 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ໃນທົ່ວປະເທດທັງໝົດ 171 ຄົນ. ຂໍ້ມູນໂດຍຫຍໍ້ກ່ຽວກັບກໍລະນີຕິດເຊື້ອໃໝ່ 23 ຄົນ: ສໍາລັບ 03 ຄົນ ຢູ່ແຂວງວຽງຈັນແມ່ນຕິດຈາກກຸ່ມເກົ່າທີ່ຕິດເຊື້ອໃນໄລຍະຜ່ານມາ, ສ່ວນນະຄອນຫຼວງວຽງຈັນ 02 ຄົນ, ສະຫວັນນະເຂດ 07 ຄົນ, ຈໍາປາສັກ 07 ຄົນ ແລະ ຄໍາມ່ວນ 04 ຄົນແມ່ນແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ເຂົ້າມາຖືກຕ້ອງຕາມກົດໝາຍ.
ຂ່າວພາຍໃນ
2021-07-01T12:15:09+00:00
https://laopost.com/?p=125755
ຣັດເຊຍຕອກກັບ ຫາກແຊກແຊງເລືອກຕັ້ງອາເມຣິກາໄດ້ແທ້ ອູແກຣນຄົງບໍ່ໄດ້ລັດຖະບານໝາດບາງກັບຣັດເຊຍ
ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ກ່າວທີ່ນະຄອນຫລວງແບັກແລັງຂອງເຢຍລະມັນ ໃນມື້ວານນີ້ (13 ກໍລະກົດ) ກ່ຽວກັບກໍລະນີທີ່ສະຫະລັດອາເມຣິກາ ໄດ້ກ່າວຫາທາງການຣັດເຊຍ ດຳເນີນການແຊກແຊງ ແລະ ສະໜັບສະໜູນຄວາມພະຍາຍາມມີອິດທິພົນ ເໜືອບັ້ນເລືອກຕັ້ງປະທານາທິບໍດີອາເມຣິກາເມື່ອປີກາຍນີ້ ໂດຍທ່ານລະບຸວ່າ ຕະຫລອດໄລຍະ 8 ເດືອນຂອງການສືບສວນຂອງອາເມຣິກາ ບໍ່ມີຂໍ້ເທັດຈິງແນວໃດຖືກນຳມາວາງຢູ່ເທິງໜ້າໂຕະແມ່ນແຕ່ໜ້ອຍດຽວ ມັນເປັນພຽງແຕ່ການຄາດເດົາລ້ວນໆ, ລັດຖະບານຣັດເຊຍ ບໍ່ມີສັກກະຍະພາບທີ່ຈະມີອິດທິພົນເໜືອການເລືອກຕັ້ງສະຫະລັດຯ ຫລື ເສິກເລືອກຕັ້ງຂອງເຢຍລະມັນທີ່ກຳລັງຈະມາເຖິງນີ້ ໃນຂະນະດຽວກັນ ອູແກຣນເພື່ອນບ້ານຂອງຣັດເຊຍ ຄົງຈະບໍ່ໄດ້ລັດຖະບານທີ່ເປັນປໍລະປັກກັບມົດສະກູເດັດຂາດ ຖ້າຫາກວ່າຣັດເຊຍມີອຳນາດນັ້ນຢູ່ຈິງ. ທ່ານ ລາບຣອບ ໄດ້ເວົ້າອີກວ່າ ຖ້າຫາກເຮົາສາມາດຕັດສິນຊາຕາກຳເຢຍລະມັນ ແລະ ສະຫະລັດອາເມຣິກາໄດ້ແທ້ຈິງ ບັນດາປະເທດອະດີດສະຫະພາບໂຊວຽດທີ່ຢູ່ອ້ອມຮອບຣັດເຊຍ ກໍຄົງຈະບໍ່ມີທັດສະນະຄະຕິແບບດຽວກັນ ແລະ ບາງເທື່ອມັນອາດຈະບໍ່ມີວິກິດການອູແກຣນຕັ້ງແຕ່ທຳອິດ ຖ້າຫາກເຮົາສາມາດມີອິດທິພົນເໜືອອາເມຣິກາ ເຮົາກໍຄົງສາມາດມີອິດທິພົນເໜືອປະເທດອື່ນໆໄດ້ທັງໝົດເຊັ່ນກັນ.
ຂ່າວຕ່າງປະເທດ
2017-07-14T15:54:28+00:00
https://laopost.com/?p=92264
ຂາຍເຄື່ອງອອນໄລນ໌ບໍ່ແຈ້ງລາຄາໃຫ້ອິນບັອກຖາມປັບ 10.000ບາດ ຜູ້ແຈ້ງໄດ້ 25%
ເວັບໄຊຂ່າວ khaosod ລາຍງານ ເມື່ອວັນທີ 22 ກັນຍາ 2020 ທີ່ຜ່ານມາ ເວັບໄຊຣາຊະກິດຈານຸເບກສາ ເຜີຍແຜ່ປະກາດຄະນະກຳມະການກາງວ່າດ້ວຍລາຄາສິນຄ້າ ແລະ ບໍລິການ ສະບັບທີ 70 ປີ 2020 ເລື່ອງການສະແດງລາຄາ ແລະ ລາຍລະອຽດທີ່ກ່ຽວກັບການຈຳໜ່າຍສິນຄ້າ ແລະ ບໍລິການ ຜ່ານລະບົບການຄ້າເອເລັກໂຕຣນິກ ຫຼື ການຄ້າແບບອອນໄລນ໌ ໂດຍມີເນື້ອໃນສຳຄັນດັ່ງນີ້: ໃຫ້ຜູ້ປະກອບການທຸລະກິດສະແດງລາຄາຈຳໜ່າຍ, ຄ່າບໍລິການ ລວມເຖິງ ປະເພດ, ຊະນິດ, ລັກສະນະ, ຂະໜາດ, ນໍ້າໜັກ ແລະ ລາຍລະອຽດຂອງສິນຄ້າ ຫຼື ການບໍລິການ ໂດຍການຂຽນ ພິມໃຫ້ຊັດເຈນຕາມເງື່ອນໄຂລະບົບອອນໄລນ໌ຂອງຜູ້ປະກອບກິດຈະການນັ້ນ.ການສະແດງລາຄາໃຫ້ສະແດງລາຄາຕໍ່ຫົວໜ່ວຍໂດຍຈະມີຕົວເລກໃດກໍ່ຕາມ ແຕ່ຕ້ອງມີເລກພາສາອາຫຼັບຢູ່ນຳ.ຂໍ້ຄວາມ ຫຼື ລາຍການຕ່າງໆທີ່ຢູ່ກັບລາຄາຈຳໜ່າຍຕ້ອງມີພາສາໄທ ແຕ່ຈະມີພາສາອື່ນຮ່ວມນຳກໍ່ໄດ້.ຖ້າມີການຮຽກເກັບຄ່າໃຊ້ຈ່າຍອື່ນໆ ນອກຈາກລາຄາຈຳໜ່າຍໃຫ້ສະແດງຄ່າໃຊ້ຈ່າຍໃຫ້ຊັດເຈນຄົບຖ້ວນ. ກ່ອນໜ້ານີ້, ທາງກົມການຄ້າພາຍໃນຂອງໄທເຄີຍອອກມາລະບຸວ່າ ການໃຫ້ອິນບັອກສອບຖາມລາຄານັ້ນເປັນການກະທຳທີ່ຝ່າຝືນກົດໝາຍ ທີ່ຜູ້ພົບເຫັນການກະທຳຜິດສາມາດແຈ້ງໄດ້ກັບສາຍດ່ວນການຊວງການຄ້າ ຜູ້ແຈ້ງຈະໄດ້ຮັບສິນນໍ້າໃຈໃນອັດຕາ 25% ຂອງຄ່າປັບໄໝ ຫຼື ມູນຄ່າຂອງສິນຄ້າທີ່ສານມີຄຳສັ່ງຢຶດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວຕ່າງປະເທດ
2020-09-24T11:28:44+00:00
https://laopost.com/?p=121446
ສະຫຼຸບການຊື້-ຂາຍຮຸ້ນ ປະຈຳວັນທີ 26 ຕຸລາ 2016
ຕະຫຼາດຫຼັກຊັບ ລາວຫັນທິດຈາກການເພີ່ມໃນ ວັນ ອັງຄານ ແລະຫຸຼດລົງ 5.38 ຈຸດ ມາປິດທີ່ 995.21 ຈຸດ ດ້ວຍປະລິມານການຊື້ຂາຍ 58,000 ຮຸ້ນ. ປະລິມານການຊື້ຂາຍທັງໝົດແມ່ນ 283.87 ລ້ານກີບ ໃນມື້ນີ້ ໂດຍຮຸ້ນທີ່ຊື້ຂາຍກັນຫຼາຍທີ່ສຸດ ຍັງຄົງເປັນຮຸ້ນ EDL-Gen ເຊິ່ງປິດທີ່ລາຄາບໍ່ປ່ຽນແປງທີ່ 4,900 ກີບ, ຮຸ້ນ BCEL ຍັງຄົງປິດທີ່ ລາຄາບໍ່ປ່ຽນແປງທີ່ 5,200 ກີບ ດ້ວຍປະລິມານການຊື້ຂາຍ 1.100 ຮຸ້ນ, ໃນຂະນະທີ່ຮຸ້ນ PTL ຫຼຸດລົງສູ່ລະດັບຕໍ່າສຸດ ຕະຫຼອດການທີ່ 2,300 ກີບ, ຮຸ້ນ SVN ປິດຫຼຸດລົງ 50 ກີບ ປິດທີ່ 3,000 ກີບ ແລະ LWPC ຍັງຄົງຢູ່ທີ່ 6,100 ກີບ
ຂ່າວພາຍໃນ
2016-10-26T16:46:20+00:00
https://laopost.com/?p=74079
ໂຄອາລາໃນອົດສະຕຣາລີ ຢູ່ໃນພາວະສ່ຽງສູນພັນ
ອົດສະຕຣາລີຄາດຄະເນທົ່ວປະເທດມີໂຄອາລາເຫຼືອບໍ່ເຖິງ 80.000 ໂຕ ຊຶ່ງຖືເປັນຕົວເລກທີ່ໜ້າວິຕົກ ແລະ ສົ່ງຜົນໃຫ້ໂຄອາລາ ຫຍັບໃກ້ເຂົ້າສູ່ພາວະສ່ຽງສູນພັນຕາມທຳມະຊາດ ຈາກການສຳຫຼວດໂຄອາລາທີ່ອາໄສຢູ່ຕາມທຳມະຊາດໃນ 128 ເຂດປົກຄອງທົ່ວອົດສະຕຣາລພົບວ່າ ຕົວເລກຂອງໂຄອາລາຫຼຸດລົງໃນທຸກເຂດ ໃນນັ້ນ ມີ 41 ເຂດບໍ່ມີໂຄອາລາອາໄສຢູ່ອີກແລ້ວ!. ຢ່າງໃດກໍຕາມ ເຖິງແມ່ນວ່າຈະບໍ່ສາມາດລະບຸຈຳນວນຂອງໂຄອາລາໄດ້ຢ່າງຊັດເຈນ ແຕ່ກໍສະແດງໃຫ້ເຫັນວ່າປະຊາກອນໂຄອາລາກຳລັງຖືກຄຸກຄາມຈາກຫຼາຍໆປັດໄຈ ໂດຍສະເພາະກໍແມ່ນການປ່ຽນແປງສະພາບອາກາດ ພະຍາດລະບາດ ສັດຕູຕາມທຳມະຊາດ ແລະ ອື່ນໆ. ທັງນີ້ ບັນຫາດ້ານການປ່ຽນແປງຂອງສະພາບອາກາດຖືເປັນປັດໄຈທີ່ມີຜົນກະທົບຕໍ່ໂຄອາລາຫຼາຍທີ່ສຸດ ຊຶ່ງໃນບາງລັດຂອງອົດສະຕຣາລີເຊັ່ນ ລັດຄວີນແລນ ນິວເຊົາເວລ ແລະ ອົດສະຕຣາລຽນແຄພິທອລເທຣຣິທໍຣຣີ ໄດ້ຂຶ້ນທະບຽນໂຄອາລາໃຫ້ເປັນສາຍພັນທີ່ຕ້ອງຈັບຕາວ່າເປັນສາຍພັນສັດທີ່ໃກ້ຈະສູນພັນນັບແຕ່ປີ 2012 ຂະນະທີ່ອີກຫຼາຍລັດກໍບໍ່ໄດ້ຂຶ້ນທະບຽນໂຄອາລາ. ຂະນະທີ່ປະທານມູນນິທິໂຄອາລາໃນອົດສະຕຣາລີກໍໄດ້ຮຽກຮ້ອງໃຫ້ລັດຖະບານຊຸດໃໝ່ທີ່ພວມຈະໄດ້ຮັບການເລືອກຕັ້ງໃໝ່ຈົ່ງໃຫ້ ຄວາມສຳຄັນກັບການອະນຸຮັກໂຄອາລາຜ່ານກົດໝາຍຄຸ້ມຄອງໂຄອາລາ ຊຶ່ງໄດ້ຮັບການຊຸກຍູ້ມາແຕ່ປີ 2016. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: posttoday
ຂ່າວຕ່າງປະເທດ
2019-05-15T18:35:05+00:00
https://laopost.com/?p=113184
ຊາຍອາເມລິກາ 2 ຄົນຖືກຈັບຂໍ້ຫາກ່ຽວຂ້ອງຄະດີລອບສັງຫານປະທານາທິບໍດີໄຮຕິ
PORT-AU-PRINCE, Haiti (AP) — ຊາຍອາເມລິກາ 2 ຄົນ ຖືກຈັບກຸມໃນຖານະຜູ້ຕ້ອງສົງໄສທີ່ມີສ່ວນກ່ຽວຂ້ອງກັບການລອບສັງຫານປະທານາທິບໍດີໄຮຕິ, ໜຶ່ງໃນຜູ້ຕ້ອງຫາດັ່ງກ່າວອ້າງວ່າເປັນອະດີດຜູ້ຄຸ້ມກັນທີ່ສະຖານທູດແຄນາດາ ໃນປໍໂຕ ອູ ພຣິນສ໌. ຈາກກໍລະນີເກີດເຫດກຸ່ມຄົນຮ້າຍໄດ້ບຸກເຂົ້າໄປລອບສັງຫານປະທານາທິບໍດີ ໂຈເວນເນວ ໂມອິສ ແຫ່ງໄຮຕິ ໃນບ້ານພັກພາຍໃນເຂດທຳນຽບປະທານະທິບໍດີ ຊ່ວງຕອນເຊົ້າຂອງວັນທີ 7 ກໍລະກົດຜ່ານມາ, ຫຼ້າສຸດເຈົ້າໜ້າທີ່ສາມາດຈັບກຸມຜູ້ຕ້ອງສົງໄສທີ່ອາດມີສ່ວນກ່ຽວຂ້ອງກັບເຫດການລອບສັງຫານໄດ້ແລ້ວ 6 ລາຍ. ທ່ານ ມາເທີຍສ ປີແອຣ໌, ລັດຖະມົນຕີກະຊວງເລືອກຕັ້ງຂອງໄຮຕິກ່າວວ່າ: ຜູ້ຕ້ອງສົງໄສ 2 ໃນ 6 ນັ້ນ ເປັນຊາຍອາເມລິກາເຊື້ອສາຍໄຮຕິ. ພາຍຫຼັງເກີດເຫດ, ກຸ່ມຄົນຮ້າຍໄດ້ຍິງປືນປະທະກັບເຈົ້າໜ້າທີ່ຕຳຫຼວດຢ່າງດຸເດືອດ ເຮັດໃຫ້ຄົນຮ້າຍເສຍຊີວິດ 4 ລາຍ ທັງຖືກຈັບເພີ່ມອີກ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີ ແຕ່ທາງເຈົ້າໜ້າທີ່ກໍຍັງສືບຕໍ່ຕິດຕາມຈັບກຸມກຸ່ມຄົນຮ້າຍເຫຼົ່ານີ້ ໂດຍຈະດຳເນີນການຈັບເປັນ ແລະ ຈັບຕາຍຫາກມີຜູ້ຕໍ່ຕ້ານເຈົ້າໜ້າທີ່.
ຂ່າວຕ່າງປະເທດ
2021-07-09T18:31:35+00:00
https://laopost.com/?p=125995
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ກໍລະກົດ 2017
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ກໍລະກົດ 2017 ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນເຂົ້າວາລະດຳເນີນກອງປະຊຸມ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດຈາກກະຊວງທີ່ກ່ຽວຂ້ອງ. ສຳລັບກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາດ້ານຫຼັກການບັນດາຮ່າງກົດໝາຍຈຳ ນວນ 5 ສະບັບຄື: ຮ່າງກົດໝາຍວ່າດ້ວຍການຈັດຊື້ຂອງລັດ; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ. ສຳລັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ ກອງປະຊຸມໄດ້ຕົກລົງຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ແລ້ວຈຶ່ງນຳມາຜ່ານກອງປະຊຸມລັດຖະ ບານໃນຄັ້ງຕໍ່ໄປ ກ່ອນທີ່ຈະສະເໜີສະພາແຫ່ງຊາດພິຈາລະນາຮັບຮອງ. ສຳລັບບົດລາຍງານຄວາມຄືບໜ້າຂອງ ການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ – ຈີນ ຫານະຄອນຫຼວງວຽງຈັນ ນັ້ນ, ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງຢ່າງເປັນເຈົ້າການ ພ້ອມທັງໂຄສະນາຜົນສຳເລັດການກໍ່ສ້າງ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການກໍ່ສ້າງທາງລົດໄຟ ເພື່ອແກ້ໄຂຄວາມທຸກຍາກ. ສຳຄັນແມ່ນຄຸ້ມຄອງກວດກາການນຳເຂົ້າວັດຖຸອຸປະກອນ, ພາຫະນະ, ນ້ຳມັນເຊື້ອໄຟ ລວມທັງເອົາໃຈໃສ່ການສ້າງຊັບພະຍາກອນມະນຸດ. ສຳລັບຄວາມຄືບໜ້າໂຄງ ການກໍ່ສ້າງທາງລົດໄຟລາວ – ໄທ ໄລຍະທີ 2 ແຕ່ສະຖານີທ່ານາແລ້ງ ຫາບ້ານຄຳສະຫວາດ (ສະຖານີວຽງຈັນ) ຄວາມຍາວ 7,5 ກິໂລແມັດ (ມູນຄ່າ 994 ລ້ານກວ່າບາດ) ກອງປະຊຸມ ໄດ້ຊີ້ນຳໃຫ້ສືບຕໍ່ດຳເນີນຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການປະຕິບັດ ວຽກງານຈຸດສຸມທີ່ສຳຄັນຂອງລັດຖະບານໂດຍສັງເຂບ ໃນ 1 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານສາມາດປະຕິບັດຫຼາຍວຽກງານທີ່ພົ້ນເດັ່ນ. ພ້ອມດຽວກັນນີ້, ທ່ານນາຍົກ ລັດຖະມົນຕີກໍໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ບັນດາສະມາຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສຳຄັນໃນເດືອນສິງຫາ 2017 ນີ້ເປັນຕົ້ນ: 1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນທ່ຽງ. ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນໜໍ່ແໜງຂອງອາຊະຍາກຳ, ບັນຫາຢາ ເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັນຄີໄພ ແລະ ບັນຫາອື່ນໆ ການເຄື່ອນໄຫວທີ່ບໍ່ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ. 2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະອຽດ. ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບຕໍ່ປະເທດເຮົາ ພ້ອມນີ້ກໍສືບຕໍ່ການເຄື່ອນໄຫວວຽກງານຕ່າງປະເທດຢ່າງເປັນເຈົ້າການ. 3. ຮີບຮ້ອນປັບປຸງບັນດາຮ່າງກົດໝາຍທີ່ລັດຖະບານໄດ້ຮັບຮອງດ້ານຫຼັກການ ໃນກອງປະຊຸມລັດຖະບານໃນຄັ້ງນີ້ ເພື່ອໃຫ້ສາມາດນຳສະເໜີຕໍ່ສະພາແຫ່ງຊາດໃຫ້ທັນຕາມກຳນົດເວລາ. 4. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ດຳເນີນ ການຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ຊິດ ແລະ ຄົ້ນຄວ້າທິດທາງແກ້ໄຂຢ່າງຮອບຄອບ ແລະ ທັນການຕໍ່ການເຄື່ອນໄຫວລະດົມທຶນທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະໃນການສ້າງເງື່ອນໄຂທີ່ພາກທຸລະກິດພາຍໃນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ; ຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ກະທົບຕໍ່ພື້ນຖານການດຳລົງຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນເຂົ້າ, ຊີ້ນ, ປາ ແລະ ອື່ນໆ; ສືບຕໍ່ປັບປຸງລັດວິສາຫະກິດທີ່ມີບັນຫາ ໃຫ້ສາມາດເຄື່ອນໄຫວຢ່າງມີປະ ສິດທິຜົນໂດຍໄວ; ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງໃນການກະຕຸ້ນເສດຖະກິດ. ລັດຖະບານໄດ້ມອບໃຫ້ຄະນະ (ທີມງານເສດຖະກິດ) ລົງເລິກ ຄົ້ນຄວ້າບັນຫາດັ່ງກ່າວ ແລະ ລາຍງານຕໍ່ກອງປະຊຸມສະເພາະ ໃນຕົ້ນເດືອນສິງຫາທີ່ ຈະມາເຖິງນີ້. 5. ໃຫ້ບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມ, ກວດກາການບໍລິການປະຕູດຽວຂອງຂະແໜງການຕົນຮັບຜິດຊອບ ຖ້າພົບເຫັນອຸປະສັກສິ່ງກີດຂວາງ ແລະ ຖ່ວງດຶງ ບໍ່ວ່າຈະເປັນກົນໄກ ຫຼື ບຸກຄົນກໍໃຫ້ຮີບແກ້ໄຂໄວ ເພື່ອຊຸກຍູ້ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມນີ້ກໍໃຫ້ສືບຕໍ່ຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ທີ່ສ່ອງແສງຜ່ານສາຍດ່ວນ ແລະ ຄວນມີກ່ອງປ່ອນຄວາມ ເຫັນຕໍ່ການບໍລິການປະຕູດຽວ ເພື່ອເປັນຂໍ້ມູນໃຫ້ການປະເມີນ ຜົນການໃຫ້ບໍລິການຮັບໃຊ້ ສັງຄົມຂອງພາກສ່ວນຕົນ. 6. ໃຫ້ເອົາໃຈໃສ່ເພີ່ມທະວີການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ຕາມແຈ້ງການແນະນຳເພີ່ມຕື່ມຂອງກະຊວງການເງິນ; ໃຫ້ເຂັ້ມງວດການຄຸ້ມຄອງ, ກວດກາສິນຄ້າຂອງບັນດາຮ້ານຄ້າປອດພາສີ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນດ່ານ ແລະ ນອກ; ສືບຕໍ່ຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຂະແໜງສ່ວຍສາອາກອນໃຫ້ສຳເລັດໄວ ພ້ອມດຽວກັນກໍ ໃຫ້ເອົາໃຈໃສ່ລົງກວດກາການຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ ຢູ່ບັນດາວິສາຫະກິດຈຳນວນ 30 ຫົວໜ່ວຍ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ. 7. ເອົາໃຈໃສ່ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017 ເພື່ອຮັບປະກັນການກະກຽມທີ່ດີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງກ່ຽວຂ້ອງ ກະກຽມເນື້ອໃນໃຫ້ດີ. ບັນຫາທີ່ຈະນຳມາປຶກສາຫາລືໃນກອງປະຊຸມປະກອບມີ: – ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປີ 2018, ແຜນການລົງທຶນຂອງລັດ. – ສະພາບການແກ້ໄຂໜີ້ສິນ, ການເກັບລາຍຮັບ-ຄຸ້ມ ຄອງລາຍຈ່າຍຂອງບັນດາແຂວງ ໃນທົ່ວປະເທດໃນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ. – ສະຫຼຸຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບ ການປະຕິບັດຄຳສັ່ງ ເລກທີ 15/ນຍ, ການແກ້ໄຂບັນຫາໄມ້ ແລະ ການດັດສົມໂຮງງານປຸງ ແຕ່ງໄມ້. – ສະຫຼຸຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017. – ການຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງພັກ-ລັດຖະບານ ໃນປີ 2017. – ສະຫຼຸຸບການເຄື່ອນໄຫວ ວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ການປະຕິບັດ ທິດທາງແຜນການ 6 ເດືອນ ທ້າຍປີ 2017. 8. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕ້ານແລ້ງ, ຕ້ານຖ້ວມ, ກະກຽມ ຮອບດ້ານໃຫ້ແກ່ການຜະລິດ ລະດູຝົນ; ສືບຕໍ່ຕິດຕາມເຝົ້າ ລະວັງການລະບາດຂອງສັດຕູ ພືດຢູ່ບັນດາແຂວງທີ່ມີຄວາມສ່ຽງ; ສືບຕໍ່ຈັດຕັ້ງເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດສັດຕາມລະດູການ. 9. ຮີບຮ້ອນລົງຕິດຕາມກວດກາສະພາບເສັ້ນທາງທີ່ຖືກເຊາະເຈື່ອນ-ເປ່ເພໃນຂອບເຂດທົ່ວປະເທດ ພ້ອມທັງມີແຜນກະກຽມສ້ອມແປງໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນ-ຂົນສົ່ງ. ໃຫ້ເອົາໃຈໃສ່ກວດກາການບັນທຸກສິນຄ້າຂົນສົ່ງເກີນນ້ຳໜັກ ແລະ ຈຳກັດຊ່ອງວ່າງໃຫ້ເຈົ້າໜ້າທີ່ສວຍໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ. ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເຝົ້າລະວັງການລະບາດພະຍາດລະດູຝົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສ້າງກິດຈະກຳຕ່າງໆໃຫ້ນັກຮຽນໃນຍາມພັກຮຽນ ແລະ ເອົາໃຈໃສ່ການກະກຽມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ບົນພື້ນຖານການປະຢັດ ສຳລັບການກະກຽມປີທ່ອງທ່ຽວ ແມ່ນໃຫ້ລິເລີ່ມຈັດຕັ້ງປະຕິບັດບັນດາກິດຈະກຳ ເພື່ອໃຫ້ມີບັນຍາກາດຟົດຟື້ນ ໃນເວລາເປີດປີທ່ອງທ່ຽວ ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີກໍຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດ ຖະບານສືບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດ ຕັ້ງປະຕິບັດບັນດາວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ພ້ອມທັງມີການສະຫຼຸຸບລາຍງານມາຍັງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກ່ອນກອງປະຊຸມລັດຖະບານ ໃນເດືອນສິງຫາ ພ້ອມນີ້ ພວກເຮົາຈະໄດ້ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດບັນ ດາມະຕິ, ຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳທີ່ສຳຄັນຕ່າງໆ ຂອງລັດຖະບານຕໍ່ກອງປະຊຸມ ໃນເດືອນສິງຫານີ້. ແຫລ່ງຂ່າວ: ປະຊາຊົນ
ຂ່າວພາຍໃນ
2017-07-26T15:36:41+00:00
https://laopost.com/?p=92852
ຜົນການແຂ່ງຂັນຂອງ 2 ນັກມວຍຂັວນໃຈຊາວລາວທີ່ໄປຊົກໃນລາຍການ ແມ໋ກມວຍໄທ ທາງຊ່ອງ 8
ຫາກຄືນຂອງວານນີ້ ວັນທີ 4 ກັນຍາ 2016 ໃຜໄດ້ເບິ່ງລາຍການ ແມ໋ກມວຍໄທ ທາງຊ່ອງ 8 ທີ່ໄດ້ມີນັກມວຍຕົວແທນຈາກ ສປປ ລາວ 2 ຄົນໄປຮ່ວມຂຶ້ນສົກໃນລາຍການ ຄື: ສິງໂຕທອງ ຂັວນໃຈສີໂຄດ ຂຶ້ນຊົກໃນຄູ່ທີ 3 ແລະ ເສືອໃຫຍ່ ສໍຄຸນລາວົງ ຂຶ້ນຊົກເປັນມວຍຄູ່ເອກ ແຟນມວຍທີ່ຕິດຕາມເບິ່ງ ອາດມີຄວາມຮູ້ສຶກ ສົມຫວັງ ແລະ ຜິດຫວັງເລັກໜ້ອຍ ເພາະມີທັງຄົນຕີເສຍ ແລະ ຄົນຕີຊະນະ ມວຍຄູ່ທີສາມຂອງລາຍການ “ສິງໂຕທອງ ຂັວນໃຈສີໂຄດ (ລາວ) ປະທະກັບ ແສນເກັ່ງ ສ. ສົມບັດ (ໄທ)” ບອກເລີຍວ່າຄູ່ນີ້ຊົກກັນຢ່າງດຸເດືອດ ແລະ ກໍ່ເຫັນໄດ້ຊັດເຈນເລີຍວ່າຊັ້ນເຊີງການຊົກຂອງ ສິງໂຕທອງ ຂັວນໃຈສີໂຄດ ເໜືອກວ່າຄູ່ຊົກ ໃນການຊົກທາງສິງໂຕທອງ ຂັວນໃຈສີໂຄດເດີນໜ້າອອກອາວຸດເຕັມທີທັງ ຊົກ, ເຕະ, ຖີບ, ຟັນສອກ ແລະ ເຂົ່າ ສູ້ແບບບໍ່ມີຖອຍ ຈົນເຮັດໃຫ້ ແສນເກັ່ງ ສ.ສົມບັດ ຫງາຍເງີບໄປຫຼາຍເທື່ອ ສ່ວນທາງ ແສນເກັ່ງ ສ.ສົມບັດກໍ່ບໍ່ໜ້ອຍໜ້າມີການອອກອາວຸດສວນຄືນນັກມວຍລາວຄືກັນ ແຕ່ກໍ່ອອກອາວຸດໄດ້ໜ້ອຍກວ່າ ຜົນສະຫຼຸບຄື ສິງໂຕທອງ ຂັວນໃຈສີໂຄດຈາກ ສປປ ລາວ ຊະນະແບບໃສໆ ແຖມຍັງໄດ້ລາງວັນຊຸບເປີ້ໂບນັດອີກດ້ວຍ. ມວຍຄູ່ເອກຂອງລາຍການ “ເສືອໃຫຍ່ ສໍຄຸນລາວົງ ລາວ ປະທະກັບ ໄທ ບຸນມາກ ເພັດອາສິຣະ” ບອກເລີຍວ່າຄູ່ນີ້ກໍ່ຊົກກັນຢ່າງສົມສັກສີ ເຖິງແມ່ນວ່າ ອ້າຍເສືອໃຫຍ່ເຮົາ ຈະພົບກັບງານໜັກ ແຕ່ກໍ່ສູ່ເຕັມທີ່ ໂດຍຍົກທີໜຶ່ງທັງສອງຝ່າຍກໍ່ອອກອາວຸດໃສ່ກັນ ທັງຊົກ ທັງເຕະ ທັງເຂົ່າ ຕ່າງຝ່າຍປ່ຽນກັນແລກກັນຖືວ່າ ຄະແນນ ສູສີຄືໄຂ່ເປັດໄຂ່ໄກ່ ເຂົ້າມາຍົກທີສອງເປີດສາກບຸກໜ້າໂດຍ ເສືອໃຫຍ່ ສໍຄຸນລາວົງ ອອກລູກເຕະໃສ່ ບຸນມາກ ເພັດອາສິຣະ ແບບບໍ່ຢັ້ງປານເຕະກະສອບຊາຍເລັ່ງເຕະເຕັມທີ່ ແຕ່ພໍມາຮອດເຄິ່ງຫຼັງຍົກທີສອງ ທາງບຸນມາກໍ່ເອົາຄືນໂດຍການກອດຕີເຂົ່າ ເຮັດໃຫ້ ເສືອໃຫຍ່ ອອກອາວຸດໄດ້ ບໍ່ເຕັມທີ ເມື່ອມາຮອດຍົກທີສາມ ບຸນມາກສາມາດຈັບທາງມວຍໄດ້ວ່າ ເສືອໃຫຍ່ຍັງມີຈຸດອ່ອນໃນການຕີວົງໃນ ແຖມເສືອໃຫຍ່ມີທ່າທີ່ອ່ອນແຮງ ດັ່ງນັ້ນບຸນມາກເລີຍເດີນໜ້າ ກອດຕີເຂົ່າຢ່າງດຽວຈົນໝົດຍົກທີສາມ ເຖິງ ເສືອໃຫຍ່ຈະພະຍາຍາມແກ້ເກມແຕ່ກໍ່ບໍ່ທັນ ອອກອາວຸດໄດ້ບໍ່ທະນັດ ຜົນເລີຍອອກມາວ່າ ບຸນມາກ ເພັດອາສິຣະ ຊະນະ ເສືອໃຫຍ່ ສໍຄຸນລາວົງ ນັ້ນເອງ ແຕ່ເສືອໃຫຍ່ກໍ່ໄດ້ລາງວັນປອບໃຈຈາກທາງລາຍການ ຄືລາງວັນ ໂບນັດ ນັ້ນເອງ
ຂ່າວພາຍໃນ
2016-09-05T10:52:29+00:00
https://laopost.com/?p=70863
ການເຮັດທົດລອງຄຸ້ມຄອງພົນລະເມືອງຢູ່ເພຍວັດ ມີຜົນສຳເລັດລະດັບດີ
ການເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງຢູ່ບ້ານເພຍວັດ (ບ້ານເປົ້າໝາຍ 3 ສ້າງ) ເມືອງສີສັດຕະນາກ ນະຄອນຫຼວງວຽງ ຈັນ ເຫັນວ່າໄດ້ຮັບຜົນສຳເລັດໃນລະດັບດີ. ວັນທີ 15 ກຸມພາ 2013 ຜ່ານມານີ້ ຄະນະຮັບຜິດຊອບຊີ້ນຳເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງຢູ່ບ້ານເພຍວັດ ກໍໄດ້ສະ ຫຼຸບຜົນງານຢູ່ທີ່ວັດເພຍວັດ ໂດຍມີທ່ານ ອຸດອນ ໄຊມຸນຕີ ກຳມະການພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ ທ່ານ ທອງຈັນ ສີວິໄຊ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານເພຍວັດເຂົ້າຮ່ວມ. ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ສະຫຼຸບຜົນງານການເຄື່ອນໄຫວ ເຮັດທົດລອງວຽກ ງານຄຸ້ມຄອງພົນລະເມືອງວ່າ: ບ້ານເພຍວັດ ແມ່ນໜຶ່ງໃນຈຳນວນ 8 ບ້ານຂອງກຸ່ມເພຍວັດ ເປັນໜຶ່ງໃນ 10 ບ້ານຈຸດສຸມ ແລະ ໜຶ່ງໃນ 2 ບ້ານຂອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຕົກລົງຮັບຮອງເອົາເປັນບ້ານເຮັດທົດລອງວຽກງານ 3 ສ້າງໃນ ທົ່ວນະຄອນຫຼວງວຽງຈັນ ແລະ ເປັນໜຶ່ງໃນ 105 ບ້ານ 51 ເມືອງທົ່ວປະເທດ ທີ່ພັກ-ລັດຖະບານກໍຄືສະພາແຫ່ງຊາດໄດ້ຮັບຮອງ ເອົາແລ້ວ ໂດຍສະເພາະວຽກງານຂອງຂະແໜງການພາຍໃນ ເປັນຕົ້ນແມ່ນວຽກງານຄຸ້ມຄອງພົນລະເມືອງ ບ້ານເພຍວັດມີເນື້ອທີ່ທັງ ໝົດ 150.000 ຕາແມັດ 135 ຫຼັງຄາເຮືອນ 143 ຄອບຄົວ ພົນລະເມືອງມີ 615 ຄົນ ຍິງ 342 ຄົນ ມີຄົນພັກເຊົາ 103 ຄົນ ຕ່າງດ້າວມີ 21 ຄອບຄົວ ມີ 62 ຄົນ ຍິງ 29 ຄົນ ມີ 3 ສັນຊາດຄື ຈີນ ຫວຽດນາມ ຟີລິບປິນ ມີຄົນຕ່າງປະເທດ 11 ຄົນ ຍິງ 4 ຄົນ ປະກອບມີ 6 ສັນຊາດຄື: ຝຣັ່ງ ຈີນ ໄທ ຊູແອັດ ອາເມລິກາ ແລະ ອົດສະຕຣາລີ. ຜ່ານການເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງແຕ່ວັນທີ 11-15 ກຸມພາ 2013 ບັນຫາທີ່ພົບເຫັນເກີດໃໝ່ບໍ່ທັນມີໃບຢັ້ງຢືນ ການເກີດແຕ່ 15 ປີລົງມາ ມີຈຳນວນ 68 ຄົນ ຍິງ 39 ຄົນ ແກ້ໄຂໄດ້ 55 ຄົນ ບໍ່ທັນໄດ້ແກ້ໄຂຈຳນວນ 13 ຄົນ ເສຍຊີວິດບໍ່ ທັນມີໃບຢັ້ງຢືນ ນັບແຕ່ທີ 2/1/2012-31/12/2012 ມີຈຳນວນ 3 ຄົນ ຍິງ 0 ຄົນ ແກ້ໄຂໄດ້ 1 ຄົນ ຍັງບໍ່ທັນໄດ້ແກ້ 2 ຄົນ ແຕ່ງດອງບໍ່ທັນມີໃບທະບຽນ ແຕ່ວັນທີ 2/1/2012-31/12/2012 ມີຈຳນວນ 4 ຄົນ ແກ້ໄຂໄດ້ 1 ຄູ່ ບໍ່ທັນໄດ້ແກ້ 3 ຄົນ ການ ຢ່າຮ້າງທີ່ບໍ່ມີໃບຢ່າຮ້າງ ແຕ່ວັນທີ 2/1/2012-31/12/2012 ມີຈຳນວນ 2 ຄົນ ບໍ່ທັນໄດ້ແກ້ 2 ຄົນ ຍ້າຍມາບໍ່ຖືກຕ້ອງແຕ່ວັນທີ 2/1/2012-31/12/2012 ມີຈຳນວນ 6 ຄົນ ຍິງ 1 ຄົນ ຍັງບໍ່ທັນໄດ້ແກ້ 6 ຄົນ ຍ້າຍໄປບໍ່ຖືກຕ້ອງແຕ່ວັນທີ 2/1/2012- 31/12/2012 ມີຈຳນວນ 6 ຄົນ ຍິງ 4 ຄົນ ແກ້ໄຂໄດ້ 1 ຄົນ ຍັງບໍ່ທັນໄດ້ແກ້ 5 ຄົນ ຍິງ 4 ຄົນ. ນອກຈາກນີ້ຍັງພົບເຫັນ 3 ກໍລະນີທີ່ຍົກຍ້າຍມາບໍ່ຖືກຕ້ອງຢູ່ໜ່ວຍທີ 1 ແລະ 4 ຈຳນວນ 5 ຄົນ ຍິງ 2 ໃຊ້ປຶ້ມສຳມະໂນຄົວຊື່ກະ ຊວງພາຍໃນໃນເມື່ອກ່ອນ (ປັດຈຸບັນແມ່ນກະຊວງ ປກສ) ມີຈຳນວນ 2 ຫົວ ແລະ ພົບເຫັນຄົນຜູ້ດຽວຂຶ້ນປຶ້ມສຳມະໂນຄົວຕ່າງ ດ້າວ ແລະ ປຶ້ມສຳມະໂນຄົວລາວ ສຳລັບຈຳນວນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃນໄລຍະທີ່ເຮັດທົດລອງມີຈຳນວນ 37 ຄົນ ຍິງ 6 ຄົນ ທຸກວຽກທີ່ກ່າວມານັ້ນ ຄະນະຮັບຜິດຊອບບັ້ນເຮັດທົດລອງວຽກງານຄຸ້ມຄອງພົນລະເມືອງ ມອບໃຫ້ຫ້ອງການພາຍໃນເມືອງ ສົມທົບກັບ ປກສ ເມືອງ ແລະ ບ້ານເພຍວັດ ພ້ອມກັນສືບຕໍ່ແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫັນເຂົ້າສູ່ລະບົບ ເພື່ອ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະດວກໃນການເກັບກຳສະຖິຕິຕ່າງໆຂອງບ້ານ ກໍຄືຂອງເມືອງຈະໄວຂຶ້ນຕື່ມ. ໃນໂອກາດດຽວກັນນີ້ ຍັງໄດ້ມີການມອບຫຼຽນໄຊແຮງງານ ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ຜູ້ມີຜົນງານດີເດັ່ນ ໃນບັ້ນສະເຫຼີມສະ ຫຼອງວຽງຈັນເປັນນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ແລະ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ຕື່ມອີກ. ທີ່ມາhttp://www.vientianemai.net
ຂ່າວພາຍໃນ
2013-02-19T14:01:34+00:00
https://laopost.com/?p=2155
ຢ່າງເປັນທາງການ ພົນເອກປະຢຸດ ຈັນໂອຊາ ຄອງຕຳແໜ່ງນາຍົກໄທສະໄໝທີ 2
ສິ້ນສຸດເປັນທີ່ຮຽບຮ້ອຍແລ້ວ ສຳລັບການໂຫວດເລືອກນາຍົກລັດຖະມົນຕີຄົນໃໝ່ຂອງຣາຊະອານາຈັກໄທ ພາຍຫຼັງທີ່ໄດ້ປະກາດເລືອກຕັ້ງຮອບສຸດທ້າຍໃນວັນທີ 5 ມິຖຸນາ 2019 ຜົນປາກົດວ່າ ພົນເອກ ປະຢຸດ ຈັນໂອຊາ ໄດ້ບໍລິຫານປະເທດເປັນສະໄໝທີ 2 ດ້ວຍການ ສຽງໂຫວດຈາກສະພາ 500 ຕໍ່ 244 ສຽງຈາກທັງໝົດທີ່ມີສິດລົງຄະແນນ 748 ທ່ານ ໃນນັ້ນ ປະກອບມີ ສ.ວ 500 ທ່ານ ແລະ ສ.ສ 247 ທ່ານ. ຮຽບຮຽງ: ສະຫະລັດ ວອນທິວົງໄຊ ຮູບພາບ: ສະນັກຂ່າວໄທ
ຂ່າວເຫດການ
2019-06-06T08:05:05+00:00
https://laopost.com/?p=114600
ມາເລເຊຍ-ສິງກະໂປ ເຊັນສ້າງລົດໄຟຄວາມໄວສູງ ເຊື່ອມຈອດເມືອງຫລວງສອງປະເທດ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ທັນວານີ້ວ່າ ລັດຖະບານມາເລເຊຍ ແລະ ສິງກະໂປ ໄດ້ຮ່ວມກັນລົງນາມຂໍ້ຕົກລົງ ກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ລະຫວ່າງສິງກະໂປ ກັບນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໂດຍແຕ່ລະຝ່າຍຈະເປັນຜູ້ຮັບຜິດຊອບກໍ່ສ້າງ ແລະ ບໍລິຫານສະຖານີ ທີ່ຢູ່ພາຍໃນດິນແດນຂອງຕົນເອງ, ພິທີລົງນາມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 13 ທັນວາ 2016 ຜ່ານມານີ້ ທີ່ເມືອງປຸຕຣາຈາຢາ ປະເທດມາເລເຊຍ ໂດຍມີ ທ່ານ ນາຈິບ ຣາຊັກ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ເຂົ້າຮ່ວມເປັນສັກຂີພິຍານ. ໂຄງການກໍ່ສ້າງດັ່ງກ່າວນີ້ ຈະເລີ່ມກໍ່ສ້າງໃນປີ 2018 ແລະ ຫາກກໍ່ສ້າງສຳເລັດຕາມກຳນົດໃນປີ 2028 ຫລື ອີກ 10 ປີຂ້າງໜ້ານີ້ ຈະເຮັດໃຫ້ການເດີນທາງເຊື່ອມຕໍ່ ລະຫວ່າງເມືອງຫລວງສອງປະເທດ ເຫລືອພຽງ 90 ນາທີ ຈາກເມື່ອກ່ອນທີ່ຕ້ອງນັ່ງລົດເດີນທາງ ບໍ່ຕໍ່າກວ່າ 4 ຊົ່ວໂມງ. ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!
ຂ່າວຕ່າງປະເທດ
2016-12-15T15:24:57+00:00
https://laopost.com/?p=80160
ກົມພາສີ ປັບອັດຕາຄ່າທຳນຽມພາຫະນະຜ່ານແດນໃໝ່
ກົມພາສີ ກະຊວງການເງິນ ອອກແຈ້ງການກ່ຽວກັບການຈັດຕັ້ງປະຕິບັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ, ເລກທີ 05666/ກພສ, ລົງວັນທີ 27 ກັນຍາ 2018 ໂດຍອີງຕາມລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ເພື່ອຄຸ້ມຄອງລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃນການເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ອັດຕາໃໝ່ ຕາມມາດຕາ 21 ຂໍ້ V, 5.1 ແລະ 5.2 ເຊິ່ງໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ຕຸລາ 2018 ເປັນຕົ້ນໄປ. ການຈັດຕັ້ງປະຕິບັດກ່ຽວກັບການເກັບຄ່າທຳນຽມປະເພດພາຫະນະແມ່ນໄດ້ແຍກການຈັດເກັບເປັນ 02 ປະເພດື: ລົດຜ່ານແດນ ແລະ ລົດເຂົ້າ-ອອກ ສປປ ລາວ ດັ່ງລາຍລະອຽດລຸ່ມນີ້: ສຳລັບລົດຜ່ານແດນ ລຳດັບ ປະເພດພາຫະນະ ກີບ/ຄັ້ງ 1 ລົດເກັງ, ລົດຈິບ, ລົດກະບະ 25.000 2 ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 50.000 3 ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 80.000 4 ລົດໂດຍສານຂະໜາດໃຫຍ່ຫຼາຍກວ່າ 35 ບ່ອນນັ່ງ 150.000 5 ລົດບັນທຸກ 6 ລໍ້ 50.000 6 ລົດບັນທຸກ 10-20 ລໍ້ 80.000 7 ລົດບັນທຸກ 18 ລໍ້ ຫຼື ລົດລາກ 165.000 ສຳລັບລົດເຂົ້າ-ອອກປະເທດ ລຳດັບ ປະເພດພາຫະນະ ກີບ/ຄັ້ງ 1 ລົດເກັງ, ລົດຈິບ, ລົກກະບະ 25.000 2 ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ 40.000 3 ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ 50.000 4 ລົດໂດຍສານຂະໜາດໃຫຍ່ຫຼາຍກວ່າ 35 ບ່ອນນັ່ງ 80.000 5 ລົດບັນທຸກ 6 ລໍ້ 50.000 6 ລົດບັນທຸກ 10-20 ລໍ້ 80.000 7 ລົດບັນທຸກ 18 ລໍ້ ຫຼື ລົດລາກ 120.000 ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ ແລະ ຮູບປະກອບ: laoedaily.com.la
ຂ່າວທ້ອງຖິ່ນ
2018-10-03T11:49:15+00:00
https://laopost.com/?p=104665
ລັດຖະບານກູເວດ ປະກາດປົດລັດຖະກອນແພດ 3 ພັນຄົນອອກຈາກວຽກ ເພື່ອຫລຸດຜ່ອນລາຍຈ່າຍພາກລັດ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພຶດສະພານີ້ວ່າ ກະຊວງສາທາລະນະສຸກກູເວດ ປະກາດປົດລັດຖະກອນແພດ ແລະ ພະນັກງານສັນຍາຈ້າງ ໃນຂະແໜງສາທາລະນະສຸກຂອງລັດ ງວດດຽວ 3,000 ຄົນ ໂດຍໃຫ້ພະນັກງານທີ່ຖືກປົດ ບໍ່ຕ້ອງມາເຮັດວຽກອີກ ຫລັງຈາກວັນທີ 31 ພຶດສະພານີ້. ແຫລ່ງຂ່າວໄດ້ອ້າງລາຍງານຈາກ ໜັງສືພິມລາຍວັນ ອັນ-ອັນບາ ຂອງກູເວດທີ່ໄດ້ກ່າວເຖິງວ່າ ແຜນການປົດລັດຖະກອນແພດ ແລະ ພະນັກງານສັນຍາຈ້າງເຖິງ 3,000 ຄົນ ໃນງວດດຽວເທື່ອນີ້ ແມ່ນເປັນສ່ວນໜຶ່ງຂອງແຜນການປັບຄວາມສົມດູນ ດ້ານງົບປະມານຂອງລັດຖະບານກູເວດເອງ ເຊິ່ງກ່ອນໜ້ານີ້ຂໍ້ມູນທາງດ້ານເສດຖະກິດພົບວ່າ ດິນແດນເສດຖີນ້ຳມັນຢ່າງປະເທດກູເວດ ແມ່ນໄດ້ປະເຊີນກັບສະພາວະເສດຖະກິດຖອດຖອຍ ເປັນຄັ້ງທຳອິດໃນຮອບ 20 ປີ ໂດຍຖ້າຫາກບໍ່ມີການຕັດລາຍຈ່າຍພາກລັດອອອກ ແລະ ສະພາບລາຄານ້ຳມັນໂລກຍັງຫລຸດລົງຕໍ່ເນື່ອງ ກໍອາດຈະສົ່ງຜົນກະທົບໃຫຍ່ຫລວງ ຕໍ່ຖານະການເງິນຂອງລັດຖະບານ ທີ່ມີລາຍຮັບກ່ວາ 90% ມາຈາກການຂາຍນ້ຳມັນ. ທັງນີ້ ຜູ້ທີ່ຈະໄດ້ຮັບຜົນກະທົບຫລາຍທີ່ສຸດ ສຳລັບແຜນການປົດພະນັກງານຂອງລັດໃນກະຊວງສາທາລະນະສຸກເທື່ອນີ້ ສ່ວນໃຫຍ່ແມ່ນລັດຖະກອນລະດັບລຸ່ມ ທີ່ມີຖານເງິນເດືອນຕ່ຳກ່ວາເດືອນລະ 660 ໂດລາສະຫະລັດ ແລະ ບັນດາສັນຍາຈ້າງຊົ່ວຄາວຕ່າງໆ.
ຂ່າວຕ່າງປະເທດ
2015-05-29T15:22:35+00:00
https://laopost.com/?p=27113
ບໍລິສັດໃຫຍ່ຈີນ ມອບລົດເກັງ 21 ຄັນ ໃຫ້ພະນັກງານດີເດັ່ນ
ສຳນັກຂ່າວປະເທດຈີນ ລາຍງານເມື່ອວັນທີ 19 ມັງກອນ 2017 ຜ່ານມາວ່າ ບໍລິສັດແຫ່ງໜຶ່ງຢູ່ເມືອງໄຫ່ອັນ ມົນທົນຈຽງຊູ ໄດ້ທຸ້ມງົບຊື້ລົດເກັງ 21 ຄັນ ລວມມູນຄ່າ 3.3 ລ້ານຢວນ ມອບເປັນລາງວັນໃຫ້ກັບພະນັກງານດີເດັ່ນຝ່າຍຕ່າງໆ ປະຈຳປີ 2016 ຜ່ານມາຈຳນວນ 21 ຄັນ ເພື່ອຕອບແທນທີ່ແຕ່ລະຄົນຕັ້ງໃຈເຮັດວຽກ ແລະຂະຫຍາຍການພັດທະນາໃຫ້ບໍລິສັດ ເຊິ່ງແຕ່ລະຄົນຈະໄດ້ຮັບລົດເກັງ ຄົນລະ 1 ຄັນ ທາງບໍລິສັດດັ່ງກ່າວເປີດເຜີຍວ່າ ສອງປີຜ່ານມາ ບໍລິສັດໄດ້ມອບລົດໃຫ້ກັບພະນັກງານດີເດັ່ນແລ້ວຫຼາຍກວ່າ 30 ຄົນ ແລະຄາດວ່າໃນປີ 201ຈ ນີ້ຈະມອບລາງວັນເປັນລົດອີກ 30 ຄັນ
ຂ່າວຕ່າງປະເທດ
2017-01-25T09:11:26+00:00
https://laopost.com/?p=83425
ກວດພົບສານນ້ຳຢາແຊ່ສົບຄົນຕາຍໃນອາຫານ 20 ກໍລະນີ
ໃນວັນທີ 18 ກໍລະກົດນີ້ ໜ່ວຍງານສັດຕະວະແພດ ຂະແໜງລ້ຽງສັດແລະການປະມົງນະຄອນຫຼວງ ໄດ້ລົງກວດຫາສານເຄມີປົນເປື້ອນໃນອາ ຫານທີ່ວາງຂາຍຢູ່ຕະຫຼາດຕ່າງໆໃນນະຄອນເຫຼວງວຽງຈັນ ຄື: ບັນດາຕະຫຼາດຢູ່ເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ, ຜ່ານການກວດ 17 ຕົວ ຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕະ ຫຼາດໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກແຊ່ສົດ ແລະ ສິ້ນ ສ່ວນສັດເຊັ່ນ: ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ ຈາກການກວດທັງໝົດ 31 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງຂຽນບົດບັນທຶກ, ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າໃຊ້ສານເຄມີດັ່ງກ່າວອີກຢ່າງເດັດຂາດ ແລະ ຖ້າກວດພົບອີກໃນຄັ້ງຕໍ່ໄປຈະມີມາດຕະ ການປັບໄໝລົງໂທດຕາມລະບຽບກົດໝາຍ. ສານດັ່ງກ່າວພັດມີລິດຮ້າຍແຮງໃນການທຳລາຍຈຸລັງ ແລະ ປະສານຖ້າຫາກບໍລິໂພກເຂົ້າໄປຫຼາຍອາດເຮັດໃຫ້ເກີດພະຍາດມະເຮັງ, ປະສາດ ແລະ ພະຍາດລະບົບຫາຍໃຈເຫຼົ່ານີ້ເປັນຕົນ.
ຂ່າວພາຍໃນ
2014-07-23T12:27:05+00:00
https://laopost.com/?p=7616
ໄຟໄໝ້!ຕະຫຼາດ”ທົ່ງຂັນຄຳ”
ໄຟໄໝ້!ຕະຫຼາດ”ທົ່ງຂັນຄຳ”ປະເທດລາວໄໝ້ເກືອບເມຶດຕະຫຼາດ… ນັກຂ່າວລາຍງານວ່າ ວັນທີ່ 26 ມີນາ ເມື່ອເວລາ 20.45.ນ ໄດ້ເກຶດເຫດໄຟໄໝ້ຕະລາດທົ່ງຂັນຄຳ ໃນນະຄອນຫຼວງວຽງຈັນ (ສປປລາວ) ເຊິ່ງເປັນຕະຫຼາດໃຫຍ່ ນຳສິ້ນຄ້າຈາກໄທແລະວຽດນາມ ໂດຍໄຟໃດ້ລຸກໄໝ້ຢ່າງຮຸນແຮງແລະໃດ້ລາມໄປໃນເຂດຊຸມຊົນທີ່ປະຊາຊົນພັກອາໃສຢູ່ ທັ້ງນີ້ມີລາຍງານວ່າ ຍັງບໍ່ສາມາດຕວດສອບໄດ້ວ່າມີຜູ້ບາດເຈັບຫຼືເສຍຊີວິດຫຼືບໍ່. ລ່າສຸດເຈົ້າໜ້າທີ່ດັບເພຶງ ກ່າວວ່າຈະລາດທົ່ງຂັນຄຳ ໄດ້ຮັບຄວາມເສຍຫາຍເກືອບທັ້ງເມິດ.
ຂ່າວພາຍໃນ
2014-03-27T18:27:31+00:00
https://laopost.com/?p=4601
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ ແຂວງໄຊສົມບູນ
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໃນຕອນເຊົ້າວັນທີ 1 ກໍລະກົດ ຜ່ານມານີ້ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ການນຳ-ພະນັກງານຫຼັກແຫຼ່ງ ເມືອງລ້ອງແຈ້ງ ແລະ ພາກທຸລະກິດ ທີ່ມີສ່ວນຮ່ວມ ໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງ. ໂອກາດນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງລ້ອງແຈ້ງ ຈາກທ່ານ ອຸດອນ ສິງດາລາ ເຈົ້າເມືອງໆລ້ອງແຈ້ງ ໂດຍເຫັນໄດ້ສະພາບຈຸດພິເສດ, ທ່າແຮງພື້ນຖານ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາ, ລວມທັງ ທິດທາງແຜນວຽກຈຸດສຸມ ຂອງເມືອງ ໃນຕໍ່ໜ້າ. ຊຶ່ງທົ່ວເມືອງລ້ອງແຈ້ງປະກອບມີ 10 ບ້ານ, ມີພົນລະເມືອງທັງໝົດ 8.000 ກວ່າຄົນ, ປະຊາຊົນສ່ວນໃຫຍ່ມີອາຊີບເຮັດກະສິກຳເປັນຫຼັກ ດ້ວຍເງື່ອນໄຂ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ສຸມໃສ່ພັດທະນາເມືອງລ້ອງແຈ້ງ 3 ດ້ານ ຄື: ສຸມໃສ່ ສ້າງເມືອງລ້ອງແຈ້ງ ເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານ ໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ; ສຸມໃສ່ສ້າງເມືອງລ້ອງແຈ້ງ ເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ ແບບອະນຸລັກ; ແລະ ສຸມໃສ່ສ້າງກຸ່ມບ້ານນ້ຳຜາ ໃຫ້ມີການພັດທະນາ ແລະ ມີສີສັນຕົວເມືອງ ປະກົດຂຶ້ນ. ນອກຈາກນີ້ ຍັງໄດ້ຮັບຟັງການນຳສະເໜີແຜນ ໂຄງການພັດທະນາແຫຼ່ງທ່ອງທ່ຽວພູໝອກ-ພູຕະການ ແລະ ກິດຈະການທີ່ຕິດພັນ ຈາກຜູ້ຕາງໜ້າກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ. ໃນໂອກາດດຽວນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ຕ້ອງສືບຕໍ່ເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາ ວຽກງານຮອບດ້ານ ຂອງທ້ອງຖິ່ນຕົນ ບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຫຼີກລ່ຽງແນວຄິດເອື່ອຍອີງ; ໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະ ເມືອງ ກວດກາ ແລະ ຄົ້ນຄວ້າປັບປຸງຄືນ ແຜນພັດທະນາດ້ານຕ່າງໆ ໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກວ່າເກົ່າ ໂດຍສະເພາະ ຂະແໜງແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ເພີ່ມສະຕິລະວັງຕົວ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງຕ່າງໆ ເພື່ອສ້າງປະກົດການຫຍໍ້ທໍ້ ແລະ ກົດໜ່ວງຖ່ວງດຶງ ການພັດທະນາປະເທດຊາດ ກໍ່ຄືທ້ອງຖິ່ນຕ່າງໆ ພາຍໃນແຂວງໄຊສົມບູນ. ທີ່ມາ: MediaLAOS
ຂ່າວທ້ອງຖິ່ນ
2022-07-04T14:26:01+00:00
https://laopost.com/?p=135329
ໂສມແດງສົ່ງມືຂວາຫາລືລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ນິວຢອກ
ທ່ານ ຄິມ ຍອງຊອນ, ທີ່ປຶກສາຜູ້ໃກ້ຊິດກັບທ່ານ ຄິມ ຈອງອຶນ, ຄວບຕໍາແໜ່ງປະທານຄະນະກຳມະການກາງ ພັກແຮງງານເກົາຫຼີເໜືອ ໄດ້ເດີນທາງໄປນິວຢອກ ເພື່ອຫາລືຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງອຶນ, ຜູ້ນໍາເກົາຫຼີເໜືອ ແລະ ທ່ານ ໂດນັນ ທຣັມ, ປະທານປະເທດສະຫະລັດອາເມລິກາ. ທ່ານ ຄິມ ຍອງຊອນ ມີກຳນົດຈະຫາລືກັບທ່ານ ໄມຄ໌ ປອມເປໂອ, ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ໃນວັນທີ 30-31 ພຶດສະພານີ້ ວ່າຈະສືບຕໍ່ຈັດກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນໍາທັງສອງຫຼືບໍ່. ຢ່າງໃດກໍດີ, ມີລາຍງານວ່າເກົາຫຼີເໜືອ ແລະ ອາເມລິກາ ຍັງມີຄວາມເຫັນທີ່ແຕກຕ່າງກັນໃນປະເດັນຫຼັກກ່ຽວກັບການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ. ທ່ານ ໄມຄ໌ ອອກມາສະແດງຂໍ້ຮຽກຮ້ອງຂອງລັດຖະບານອາເມລິກາຜ່ານທະວິດເຕີ້ Secreatart Pompeo ວ່າທ່ານຕັ້ງຕາລໍຖ້າມື້ທີ່ຈະໄດ້ໂອ້ລົມກັບທ່ານ ຄິມ ຍອງຊອນ ໃນນະຄອນນິວຢອກ ເພື່ອຫາລືເຖິງຄວາມເປັນໄປໄດ້ໃນການປະຊຸມສຸດຍອດລະຫວ່າງ 2 ປະເທດ ພ້ອມທັງກ່າວວ່າ ອາເມລິກາຍຶດໝັ້ນໃນການປົດອາວຸດນິວເຄຍຢ່າງສົມບູນຂອງເກົາຫຼີເໜືອເທິງແຫຼມເກົາຫຼີ ຕ້ອງສາມາດກວດສອບໄດ້ ແລະ ບໍ່ສາມາດປ່ຽນແປງໄດ້ຫຼັງຈາກຕົກລົງກັນແລ້ວ. ລາຍງານຂ່າວຈາກເຈົ້າໜ້າທີ່ຝ່າຍອາເມລິກາລະບຸວງ່າ ການເຈລະຈາກ່ຽວກັບປະເດັນທີ່ຈະຫາລືກັນໃນກອງປະຊຸມມີຄວາມຄືບໜ້າລ່າຊ້າ ໂດຍຍັງມີການຖົກຖຽງກັນໃນ 2 ປະເດັນຫຼັກຄື: ຄໍາຈໍາກັດຄວາມຂອງການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ ແລະ ປະເດັນທີ່ວ່າທັງສອງຝ່າຍຈະຮ່ວມລົງມືດຳເນີນການໃນເລື່ອງຕ່າງໆ ໃນເວລາດຽວກັນຫຼືເວລາຕ່າງກັນ ເຊິ່ງປະເດັນດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້. ທາງດ້ານທຳນຽບຂາວຂອງອາເມລິກສອອກມາລະບຸວ່າ ການເຈລະຈາທີ່ເກີດຂຶ້ນໃນເຂດປອດທະຫານລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ເພື່ອກຽມການສຳລັບການປະຊຸມຄັ້ງປະຫວັດສາດດັ່ງກ່າວ ອາດຈະເກີດຂຶ້ນໃນວັນທີ 12 ມິຖຸນາຕາມກຳນົດເດີມໄດ້. ແຫຼ່ງຂ່າວ: bbc ແລະ thairath
ຂ່າວພາຍໃນ
2018-06-01T08:08:29+00:00
https://laopost.com/?p=101119
ເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ
ການເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ ແມ່ນຂີດໝາຍແຫ່ງການຊ່ວຍເຫຼືອເພື່ອນສະຫາຍດ້ວຍກັນ. ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແມ່ນສັນຍາລັກຂອງມິດຕະພາບແຫ່ງການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ມິດຕະພາບອັນດີງາມຂອງລາວ – ຈີນ ສາມາດຍົກສູງຄຸນະພາບໃນການບໍລິການທາງດ້ານວຽກງານການແພດຂອງເຫຼົ່າຮົບເສນາຮັກ ສອງກອງທັບລາວ – ຈີນ ໃຫ້ນັບມື້ນັບສູງເດັ່ນຂຶ້ນເລື່ອຍໆ. ສະຫາຍ ພັນເອກພິເສດ ສີ ເຕີກວາງ ຫົວໜ້າການທະຫານທີມງານເສນາຮັກຂະບວນລົດໄຟສັນຕິພາບ 2022 ລາວ – ຈີນ ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ຮູ້ວ່າ: ການຫັດແອບ, ເຝິກຊ້ອມກອບຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ຮ່ວມກັນ ຂອງເຫຼົ່າເສນາຮັກກອງທັບປະຊາຊົນລາວ ກັບ ເຫຼົ່າຮົບເສນາຮັກກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ເປັນການຊຸກຍູ້ສົ່ງເສີມ, ປຶກສາຫາລື, ແລກປ່ຽນບົດຮຽນທາງດ້ານວຽກງານການແພດເຊິ່ງກັນ ແລະ ກັນ ແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງມີຄຸນນະພາບ ເຊິ່ງຂະບວນລົດໄຟສັນຕິພາບມີ 3 ຈຸດພິເສດຄື: ໃນເບື້ອງຕົ້ນແມ່ນລົດໄຟພົນລະເຮືອນ ແຕ່ກອງທັບໄດ້ພັດທະນາປັບປຸງໃຫ້ກາຍເປັນລົດໄຟເສນາຮັກຂອງກອງທັບ, ເພື່ອປະຕິບັດໜ້າທີ່ວຽກງານດ້ານການແພດໄດ້ຢ່າງວ່ອງໄວທັນເວລາ ສາມາດຮັບຄົນເຈັບໄດ້ 456 ຄົນໃນນີ້ສາມາດຮອງຮັບຄົນເຈັບທໍາມະດາ, ບາດເຈັບສາຫັດ, ຮັບປະກັນອຸປະກອນເຕັກນິກທາງດ້ານການແພດໃນການຜ່າຕັດທີ່ທັນສະໄໜ, ບັນລຸມາດຖານຂອງໂຮງໝໍຂັ້ນ 3 ຂອງປະເທດ ສປ ຈີນ, ມີເງື່ອນໄຂທັງປິ່ນປົວ ແລະ ນໍາສົ່ງຄົນເຈັບໄປໂຮງໝໍແນວຫຼັງດ້ວຍຄວາມໄວ 120 -160 ກິໂລແມັດ ຕໍ່ຊົ່ວໂມງ, ນອກຈາກນີ້ໃນຕໍ່ໜ້າກອງທັບປົດປ່ອຍປະຊາຊົນຈີນມີແຜນກໍ່ສ້າງລົດໄຟຮັບປະກັນວຽກງານເສນາຮັກຂອງທັບ ທີ່ມີຄວາມໄວສູງ 200 – 300 ກິໂລແມັດ ຕໍ່ຊົ່ວໂມງ. ສະຫາຍ ພັນເອກ ຟູ ແຫຼ ຮອງຫົວໜ້າຄະນະບັນຊາລວມ ຂະບວນລົດໄຟສັນຕິພາບ ລາວ – ຈີນ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນໃຫ້ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ, ເຝິກຊ້ອມຮ່ວມກັບ ຝ່າຍລາວ ຢ່າງລະອຽດ ພ້ອມທັງມອບໝາຍໜ້າທີ່ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມນໍາສົ່ງຄົນເຈັບສົ່ງໂຮງໝໍແນວຫຼັງ, ການປິ່ນປົວ ແລະ ການບັນຊາການເຝິກຊ້ອມຮ່ວມກັນ, ຈຸດປະສົງກໍ່ເພື່ອແລກປ່ຽນວິທີການກອບກູ້ໄພພິບັດທາງທໍາມະຊາດສຸກເສີນເຊິ່ງກັນ ແລະ ກັນໃຫ້ເຂົ້າສູ່ລວງເລິກ, ການນໍາໃຊ້ເຕັກນິກວິຊາການທາງດ້ານການແພດທີ່ທັນສະໄໜ ໂດຍສະເພາະແມ່ນ ຫ້ອງວິເຄາະ PCR ຊອກຫາເຊື້ອໂຄວິດ ແລະ ຍົນບໍມີຄົນຂັບຂ້າເຊື້ອພະຍາໂຄວິດ -19 ທັງນີ້ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງວຽກງານການແພດຂອງສອງກອງທັບລາວຈີນໃຫ້ສູງເດັ່ນຂຶ້ນຢ່າງບໍຢຸດຢັ້ງ. ໃນປີ 2017, 2018, 2019 ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດກິດຈະກໍາຂະບວນລົດໄຟສັນຕິພາບ ຮ່ວມກັນ 3 ຄັ້ງ, ປີ 2020 ຫາ 2021 ບໍ່ໄດ້ຈັດກິດຈະກໍາຮ່ວມກັນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ສະນັ້ນໃນປີນີ້ຂະບວນລົດໄຟສັນຕິພາບລາວ – ຈີນ ຈະກາຍເປັນກົນໄກການຮ່ວມມື ຂອງສອງກອງທັບຕະຫຼອດໄປ ຜ່ານການເຂົ້າຮ່ວມການຫັດແອບ, ເຝິກຊ້ອມຮ່ວມກັນເຫັນໄດ້ວ່າ ເຫຼົ່າຮົບເສນາຮັກກອງທັບປະຊາດຊາຊົນລາວມີຄວາມຊໍານິຊໍານານ ແລະ ຄ່ອງແຄ້ວ ໃນການກອບກູ້ຊ່ວຍເຫຼືອ ແລະ ປິ່ວປົວຄົນເຈັບໄດ້ເປັນຢ່າງດີ, ມີຄວາມສາມັກຄີຮັກແພງ, ໃຫ້ການຊ່ວຍເຫຼືອ, ອໍານວຍຄວາມສະດວກໃນການເຄື່ອນໄຫວໜ້າທີ່ວຽກງານຢ່າງເຕັມສ່ວນ ເຖິງວ່າທີມງານທີມແພດກອງທັບປົດປ່ອຍປະຊາຊົນຈີນຈະເດີນທາງອອກຈາກປະເທດມາໄກ ແຕ່ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍທີມແພດກອງທັບປະຊາຊົນລາວ ຄືດັ່ງຢູ່ບ້ານຕົນເອງ ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມ ສອງຝ່າຍ ມີປະສິດທິຜົນສູງ ເຊິ່ງເປັນການສືບຕໍ່ເສີມສ້າງສາຍພົວພັນອັນດີງາມ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ແຫຼ່ງຂ່າວຈາກ Lao people’s Army News
ຂ່າວພາຍໃນ
2022-07-25T13:59:47+00:00
https://laopost.com/?p=135982
ສຳເລັດກິດຈະກຳ “ເຈົ້າຖີບລົດ ເທົ່າກັບ ຕົ້ນໄມ້ຖືກປູກ”
ປິດສາກລົງດ້ວຍຄວາມປະທັບໃຈສຳລັບກິດຈະກຳປັ່ນລົດຖີບຊຶ່ງຈັດໂດຍສະຫະພາບເອີຣົບປະຈຳ ສປປ ລາວ ທີ່ຈັດຂຶ້ນເມື່ອວັນທີ 15 ມິຖຸນາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດອີຢູປະຈຳ ສປປ ລາວ (Mr. Leo Faber EU Ambassador) ພ້ອມນີ້ ກໍມີບັນດານັກປັ່ນທັງມືອາຊີບ ແລະ ສະໝັກຫຼິ້ນ (ບໍ່ຈຳກັດເພດ ແລະ ອາຍຸ ເຂົ້າຮ່ວມ 624 ຄົນ). ພາຍໃນງານຍັງມີກິດຈະກຳແຈກເສື້ອສຳລັບນັກປັ່ນທີ່ມາລົງທະບຽນ ຊຶ່ງໃນປີນີ້ຖືເປັນປີທີ 5 ທີ່ທາງສະຫະພາບເອີຣົບໄດ້ຈັດກິດຈະກຳດີໆແບບນີ້ ສຳລັບສະໂລແກນຂອງປີ 2019 ກໍຄື “ເຈົ່າຖີບລົດ ເທົ່າກັບ ຕົ້ນໄມ້ຖືກປູກ”. ທັງນີ້ ແມ່ນເລີ່ມຕົ້ນທີ່ສຳນັກງານສະຫະພາບເອີຣົບ ແລະ ຈົບຢູ່ທີ່ປະຕູໄຊ ລວມໄລຍະທາງ 20 ກີໂລແມັດ. ໂດຍ: ສະຫະລັດ ວອນທິວົງໄຊ
ຂ່າວພາຍໃນ
2019-06-18T16:46:27+00:00
https://laopost.com/?p=115515
ພະຍາກອນອາກາດ ປະຈຳວັນທີ 04 ກັນຍາ 2017
ຮ່ອງຄວາມກົດກົດດັນອາກາດຕ່ຳໄດ້ພາດຜ່ານຢູ່ພາກເໜືອດ້ານຕາເວັນອອກລົງຫາພາກກາງຂອງລາວດ້ວຍກຳລັງປານກາງ, ສົມ ທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງລັກສະນະເຊັ່ນນີ້, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ,ຟ້າເຫຼຶ້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຂ່າວທ້ອງຖິ່ນ
2017-09-04T12:14:02+00:00
https://laopost.com/?p=94532
ສະຫະລັດເລີ່ມແລ້ວ! ເດີນໜ້າຖະຫລົ່ມ ISIS ໃນຊີເຣຍ ຕາມໂອບາມາປະກາດ!
ສະຫະລັດອາເມຣິກາ ເລີ່ມເດີນໜ້າໂຈມຕີກຸ່ມກໍ່ການຮ້າຍ ISIS ໃນຊີເຣຍ ຫລັງປະກາດຈະຖະຫລົ່ມ ISIS ຢູ່ທຸກຫົນ ແຫ່ງໃນໂລກ. ເມື່ອວັນທີ 23 ກັນຍາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະລັດອາເມຣິກາ ໄດ້ເລີ່ມປະຕິບັດ ການໂຈມຕີທາງອາກາດຕໍ່ກຸ່ມກໍ່ການຮ້າຍ ISIS ໃນຊີເຣຍແລ້ວ ຫລັງປະທານາທິບໍດີບາຣັກ ໂອບາມາ ຫາກໍໄດ້ປະ ກາດເມື່ອອາທິດທີ່ຜ່ານມາວ່າ ຈະລາມໄລ່ລ່າຖະຫລົ່ມ ISIS ຢູ່ທຸກຫົນແຫ່ງຢ່າງໄຮ້ຄວາມປານີ ແລະ ປຽບທຽບກຸ່ມ ISIS ວ່າ ເປັນມະເຮັງຮ້າຍຄຸກຄາມໂລກ. ໂດຍກະຊວງປ້ອງກັນປະເທດຂອງສະຫະລັດເປີດເຜີຍວ່າ ສະຫະລັດໄດ້ຮ່ວມມືກັບຊາດອາຫລັບ ໃນການເລີ່ມປະຕິ ບັດການໂຈມຕີຖານທີ່ໝັ້ນຂອງກອງກຳລັງ ISIS ໃນຊີເຣຍ ເຊິ່ງເບື້ອງຕົ້ນໄດ້ນຳເຮືອບິນສູ້ຮົບ ແລະ ເຮືອບິນຖິ້ມ ລະເບີດ ລວມທັງຂີປະນາວຸດໂທມາຮັອກອອກມາໃຊ້ໃນປະຕິບັດການຄັ້ງນີ້, ຢ່າງໃດກໍຕາມ ທາງກະຊວງປ້ອງກັນ ປະເທດກໍບໍ່ມີການເປີດເຜີຍລາຍລະອຽດໃດໆກ່ຽວກັບການໂຈມຕີ ນອກຈາກຢືນຢັນວ່າ ການໂຈມຕີທາງອາກາດ ໄດ້ເລີ່ມຕົ້ນຂຶ້ນແລ້ວ.
ຂ່າວຕ່າງປະເທດ
2014-09-24T19:07:28+00:00
https://laopost.com/?p=10847
ປະທານາທິບໍດີ ປູຕິນ ສັ່ງໃຫ້ທະຫານຮັກສາສັນຕິພາບຢູ່ພາກຕາເວັນອອກຂອງຢູເຄຣນ
ປະທານາທິບໍດີ ວາລາດີເມຍ ປູຕິນໄດ້ອອກສັ່ງໃຫ້ກອງກຳລັງທະຫານເຄື່ອນຍ້າຍເຂົ້າເມືອງໂດເນັດ (Donetsk) ແລະ ລູຮານ (Luhansk) ພາກຕາເວັນອອກຂອງຢູເຄຣນ ເພື່ອຮັກສາສັນຕິພາບພາຍຫຼັງໄດ້ລົງນາມດຳລັດຍອມຮັບເອົາການປະກາດເອກະລາດແຍກໂຕເປັນອິດສະຫຼະຂອງສອງເຂດ. ອີງຕາມການລາຍງານຈາກເວັບໄຊ້ຂ່າວ RT ໃນວັນທີ 22 ກຸມພາ 2022 ໄດ້ລາຍງານວ່າ: ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ມີຄຳສັ່ງໃຫ້ກະຊວງປ້ອງກັນປະເທດ ສົ່ງກອງກຳລັງໄປເຂດດອນບາສ ທາງຕາເວັນອອກຂອງຢູເຄຣນ ເພື່ອເຮັດໜ້າທີ່ໃນການຮັກສາສັນຕິພາບພາຍໃນເຂດໂດເນັດ ແລະ ເຂດລູຮານ ພ້ອມກັນນີ້ຍັງສັ່ງໃຫ້ກະຊວງການຕ່າງປະເທດດຳເນີນການຕໍ່ເລື່ອງແນວທາງການທູດ ໂດຍຄຳສັ່ງນີ້ເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທີ່ຜູ້ນຳຣັດເຊຍ ດຳລັດຍອມຮັບເອົາການປະກາດເອກະລາດແຍກໂຕເປັນອິດສະຫຼະຂອງສອງເຂດ. ໃນຂະນະທີ່ສື່ຂອງ CNN ໄດ້ລະບຸວ່າ: ຍັງບໍ່ເປັນທີ່ຈະແຈ້ງວ່າ ການເຄື່ອນກຳລັງທະຫານໃນຄັ້ງນີ້ແມ່ນຈຸດເລີ່ມຕົ້ນຂອງການຮຸກຮານ ຢູເຄຣນ ຕາມທີ່ຫຼາຍປະເທດມີຄວາມກັງວົນ ໃນຊ່ວງຫຼາຍອາທິດທີ່ຜ່ານມາຫຼືບໍ່ ແຕ່ຫຼາຍຝ່າຍເຕືອນວ່າ ອາດຈະມີການສົ່ງກຳລັງທະຫານຊຸດໃຫຍ່ຕື່ມເຂົ້າໄປອີກໃນໄວໆນີ້. ນອກຈາກນີ້ຜູ້ນຳຣັດເຊຍໄດ້ອອກຖະແຫຼງການກ່ຽວກັບວິກິດຢູເຄຣນວ່າ: ການຍອມຮັບການແຍກເປັນອິດສະຫຼະ ແລະ ອະທິປະໄຕຂອງສາທາລະນະລັດປະຊາຊົນ ໂດເນັດ ແລະ ສາທາລະນະລັດປະຊາຊົນ ລູຮານ ມັນເປັນສິ່ງຈຳເປັນທີ່ຣັດເຊຍຄວນເຮັດມາເປັນເວລາດົນນານແລ້ວ ເພື່ອຕ້ານຢູເຄຣນ ຊຶ່ງເຄີຍເປັນພີ່ນ້ອງຮ່ວມຊາດ ແຕ່ກັບກາຍເປັນອານານິຄົມຂອງຊາດຕາເວັນຕົກ ແລະ ບໍ່ຍອມຮັບປະຊາຊົນຊາວພຶ້ນເມືອງຣັດເຊຍ.
ຂ່າວຕ່າງປະເທດ
2022-02-22T16:34:42+00:00
https://laopost.com/?p=132052
3 ປະເທດ ຈະເພີ່ມມູນຄ່າການຄ້າ ແລະລົງທຶນໃນເຂດຊີແອລວີ
ໃນວັນທີ 23 ພະຈິກ 2016 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ໄດ້ສໍາເລັດການນໍາພາ ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 9 ທີ່ສຽມລຽບ, ຣາຊະອານາຈັກ ກຳປູເຈຍຢ່າງຈົບງາມ. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງສົມເດັດອັກຄະມະຫາເສນາບໍດີ ເຕໂຊ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ຊຶ່ງມີທ່ານ ຫວງຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ດັ່ງກ່າວເຊັ່ນກັນ. ໂອກາດດັ່ງກ່າວຜູ້ນໍາ 3 ປະເທດ ໄດ້ພ້ອມກັນປຶກສາຫາລື ແລະແລກປ່ຽນທັດສະນະນໍາກັນຢ່າງເປີດອົກ ເປີດໃຈກ່ຽວກັບການທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຂອງເຂດສາມຫຼ່ຽມພັດທະນາ ກໍຄືການຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນໍາ 3 ປະເທດຢູ່ໃນກອງປະຊຸມສຸດຍອດ ຄັ້ງທີ 8 ຜ່ານມາ ເມື່ອປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ເຮັດໃຫ້ເຂດສາມຫຼ່ຽມພັດທະນານີ້ ໄດ້ຮັບການພັດທະນາທຽບເທົ່າກັບຂົງເຂດອື່ນໆ ຂອງສາມປະເທດ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງຫຼວງຫຼາຍບໍ່ວ່າຈະເປັນຊັບພະຍາກອນທໍາມະຊາດ, ແມ່ນໍ້າ-ລໍາເຊ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາພະລັງງານ ແລະການທ່ອງທ່ຽວ. ຜູ້ນຳ 3 ປະເທດໄດ້ຮັບຮອງ ແລະລົງນາມຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ຊຶ່ງເປັນນິມິດໝາຍສໍາຄັນອີກຄັ້ງໜຶ່ງ ເພື່ອສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ ຄຽງຄູ່ກັບການພັດ ທະນາເສດຖະກິດ-ສັງຄົມຮ່ວມກັນ ແນໃສ່ສ້າງວຽກເຮັດງານທໍາ, ຍົກລະດັບຊີ ວິດການເປັນຢູ່ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະໃຫ້ສາມາດຫຍັບເຂົ້າໃກ້ຈຸດປະສົງ ແລະເປົ້າໝາຍເບື້ອງຕົ້ນ ໃນການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ. ຄຽງຄູ່ກັນນີ້, ໄດ້ມີການລົງນາມສັນຍາວ່າດ້ວຍການສົ່ງເສີມ ແລະອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ໃນເຂດສາມຫຼ່ຽມພັດທະນາ ຊຶ່ງຕາງໜ້າລັດຖະບານລາວແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ໂດຍສັນຍາດັ່ງກ່າວ ແມ່ນແນໃສ່ເພີ່ມທະວີມູນຄ່າການຄ້າ ແລະການລົງທຶນຢູ່ໃນເຂດດັ່ງກ່າວ ໂດຍຊຸກຍູ້ການສ້າງກິດຈະກໍາສົ່ງເສີມດ້ານການຄ້າຕ່າງໆ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນັກທຸລະກິດ, ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະການໄປມາຫາສູ່ກັນຂອງປະຊາຊົນ ພ້ອມດຽວກັນນີ້, ບັນດາຜູ້ນໍາ ຍັງໄດ້ຮັບຮອງເອົາໂຄງການບຸລິມະສິດ 15 ໂຄງການ. ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້, ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະກອງປະຊຸມຄະນະກໍາມະການປະສານງານຮ່ວມຂອງເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ເພື່ອປຶກສາຫາລື ແລະກະກຽມບັນດາເອກະສານຕ່າງໆ ຂອງກອງປະຊຸມສຸດຍອດ. ກອງປະຊຸມສຸດຍອດດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດ-ມິດຕະພາບ, ຄວາມສາມັກຄີ, ຄວາມເຂົ້າ ອົກເຂົ້າໃຈ ແລະການຮ່ວມມືແບບອ້າຍນ້ອງຂອງສາມຊາດທີ່ມີມູນເຊື້ອອັນດີ ງາມມາແຕ່ດົນນານ ແລະກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ຂ່າວ: ເສດຖະກິດ-ສັງຄົມ
ຂ່າວພາຍໃນ
2016-11-24T10:20:50+00:00
https://laopost.com/?p=77689
ແທັກຊີ້ຫວຽດນາມ ປະກາດຈະຫລຸດຄ່າໂດຍສານ 4-10% ຫລັງລາຄານ້ຳມັນລົງ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກັນຍາຜ່ານມານີ້ວ່າ ບໍລິສັດລົດຂົນສົ່ງໂດຍສານແທັກຊີ້ປະມານ 10 ບໍລິສັດ ຢູ່ນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຍດນາມ ໄດ້ປະກາດຈະຫລຸດລາຄາຄ່າໂດຍສານລົງ ຫລັງຈາກລາຄານ້ຳມັນຫລຸດລົງຕໍ່ເນື່ອງ ໂດຍປະທານສະມາຄົມລົດແທັກຊີ້ນະຄອນໂຮ່ຈິມິນ ໄດ້ລະບຸວ່າ ບໍລິສັດຫລາຍແຫ່ງໄດ້ປະກາດຈະປັບຫລຸດຄ່າໂດຍສານລົງ 4-10% ຊຶ່ງເປັນຜົນຈາກລັດຖະບານຫວຽດນາມ ປັບຫລຸດລາຄານ້ຳມັນລົງ 11 ຄັ້ງໃນປີນີ້.
ຂ່າວຕ່າງປະເທດ
2015-09-08T15:27:10+00:00
https://laopost.com/?p=34495
ຈີນເລັ່ງການຄວບຄຸມລາຄາຊີ້ນໝູ
ວັນທີ5 ກໍລະກົດ,ສຳນັກຂ່າວ ຊິນຮວາ ໄດ້ລາຍງານວ່າ: ຈີນຈະປ່ອຍຊີ້ນໝູສຳຮອງ ອອກສູ່ຕະຫຼາດ ເພື່ອຄວບຄຸມລາຄາຂອງຊີ້ນ. ໂດຍລາຄາຂອງຊີ້ນສັດ ໃນຈີນ ເພີ່ມ 5.4% ໃນອາທິດດຽວ ແລະ ໄດ້ເພີ່ມຂຶ້ນ 31.6% ໃນເດືອນມິຖຸນາທີ່ຜ່ານມາ. ໃນຂະນະນີ້ ປະເທດໃຊ້ມາດຕະການ ຜ່ອນຜັນການຫຼຸດການສະໜອງໃນຕະຫຼາດຂອງຊີ້ນໝູ ແລະ ມີການແນະນຳໃຫ້ໜ່ວຍງານທ້ອຖິ່ນ ໃນການປ່ອຍຊີ້ນໝູສຳຮອງອອກມາ ເພື່ອເປັນການປ້ອງກັນ ບໍ່ໃຫ້ລາຄາຊີ້ນສູງຂຶ້ນຕື່ມ.
ຂ່າວຕ່າງປະເທດ
2022-07-06T15:15:16+00:00
https://laopost.com/?p=135414
ຫ້ອງວ່າການລັດຖະບານເລືອກຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
ຫ້ອງວ່າການລັດຖະບານເລືອກຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກອງປະຊຸມຕົວແທນສະມາຊິກພັກ, ຂອງອົງຄະນະພັກຫ້ອງວ່າການລັດຖະບານ (ຫລບ) ໄດ້ໄຂຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫລບ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສິງ ທຳມະວົງກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ບັນດາສະຫາຍກໍາມະການສູນກາງ, ລັດຖະມົນຕີປະຈໍາ ຫລບ, ບັນດາຄະນະພັກ, ພະນັກງານອາວຸໂສບໍານານ, ບັນດາສະມາຊິກພັກ-ພະນັກງານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມເປັນຈໍານວນຫລາຍ. ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາການເຄື່ອນໄຫວຊີ້ນໍາ-ນໍາພາຂອງອົງຄະນະພັກຫ້ອງວ່າການລັດຖະບານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ III ເຖິງປະຈຸບັນແລະທິດທາງໃນຕໍ່ໜ້າຈາກສະຫາຍ ສອນໄຊ ສີພັນດອນ, ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະຜູ້ແທນສໍາຮອງເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 8 ສະຫາຍທີ່ເປັນຕົວແທນສະມາຊິກພັກ ທົ່ວຫ້ອງວ່າການລັດຖະບານຈໍານວນ 328 ສະຫາຍ, ເລືອກເອົາ 5 ສະຫາຍ ເປັນຍິງ 3 ສະ ຫາຍຄື: ສະຫາຍສົມສະໜິດສຸວັນນະລາດ,ສະຫາຍນາງ ບຸບຜາ ເຄນວົງດາລາ, ສະຫາຍ ດຣ ນາງ ວຽງສະຫວັນ ດວງສະຫວັນ, ສະຫາຍນາງ ບົວທາ ຂັດທິຍະ, ສະຫາຍ ຮສ.ດຣ. ສິງເມ ໂນລາດ ແລະ ເລືອກໄດ້ຜູ້ແທນສໍາຮອງຈຳນວນ 2 ສະຫາຍ. ຂ່າວຈາກ:
ຂ່າວພາຍໃນ
2015-10-05T12:08:47+00:00
https://laopost.com/?p=37064
ຫຼວງພະບາງ ທຳລາຍຢາເສບຕິດແລະ ອຸປະກອນການເສບຢາຫຼາຍລາຍການ
ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ ໃນວັນທີ 12 ຕຸລາ 2020 ຢູ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ອົງການປົກຄອງ ແຂວງຫຼວງພະບາງ ຈັດພິທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ທ່ານ ວົງສະຫວັນ ເທບພະຈັນ ມີຄຳເຫັນວ່າ: ໃນໄລຍະຜ່ານມາ, ພັກ ແລະລັດຖະບານ, ກໍ່ຄືອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ຖືເອົາວຽກງານສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ໃນສົກ 2019-2020 ອົງການໄອຍາການປະຊາຊົນແຂວງ ໄດ້ຖະແຫຼງສັ່ງຟ້ອງຄະດີຢາເສບຕິດຂື້ນສານມີ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍີງ 23 ຄົນ, ໃນນັ້ນ ສານປະຊາຊົນແຂວງໄດ້ທຳການຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍີງ 15 ຄົນ, ໃນນີ້ ຕັດສິນປະຫານຊີວິດ 4 ຄົນ, ຕັດສີນຕະຫຼອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂລອີນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອີນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຟຸ່ນສີຂາວ 6,41 ກຣາມ, ແປ້ງຟຸ່ນສີແດງ 0,90 ກຣາມ, ຢາຟີ່ນ 679,61 ກຣາມ, ແກ່ນຟີ່ນ 400 ກຣາມ, ລວມທັງອຸປະກອນການເສບຢາ ແລະ ສິ່ງຫຸ້ມຫໍ່ ເຊີ່ງໄດ້ນຳມາທຳລາຍໃນພິທີສະເຫຼືມສະຫຼອງ ຍົກເວັ້ນຢາຟີ່ນ ເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-10-12T14:09:34+00:00
https://laopost.com/?p=121669
ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 02 ມັງກອນ 2022
ວັນທີ 1 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 3.813 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 684 ຄົນ (ຕິດເຊື້ອພາຍໃນ ມີ 682 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 682 ຄົນ ຈາກ 16ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:ຫຼວງນໍ້າທາ 149 ຄົນ, ນະຄອນຫຼວງ 122 ຄົນ, ສາລະວັນ 101 ຄົນ, ຜົ້ງສາລີ 97 ຄົນ, ບໍລິຄໍາໄຊ 46 ຄົນ, ຄໍາມ່ວນ 38 ຄົນ, ບໍ່ແກ້ວ 21 ຄົນ, ວຽງຈັນ 20 ຄົນ, ໄຊຍະບູລີ 16 ຄົນ, ຫົວພັນ 16 ຄົນ, ຊຽງຂວາງ 12 ຄົນ, ຈໍາປາສັກ 10 ຄົນ, ສະຫັວນນະເຂດ 9 ຄົນ, ອັດຕະປື 9 ຄົນ, ຫຼວງພະບາງ 6 ຄົນ, ເຊກອງ 6 ຄົນ, ໄຊສົມບູນ 4 ຄົນ. ສ່ວນກໍລະນີນຳເຂົ້າ 2 ຄົນ ຈາກແຂວງສະຫວັນນະເຂດ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 112.767 ກໍລະນີ, ອອກໂຮງໝໍວານນີ້ 297 ຄົນ ແລະ ກຳລັງປິ່ນປົວ 9.122 ຄົນ ແລະ ເສຍຊີວິດສະສົມທັງໝົດ 380ຄົນ (ເສຍຊີວິດໃໝ່ 06 ຄົນ)
ຂ່າວພາຍໃນ
2022-01-02T11:50:18+00:00
https://laopost.com/?p=130921
ນັດອຸ່ນເຄື່ອງທີມຊາດລາວຊຸດໃຫຍ່ເສຍໃຫ້ທີມຊາດມາເລເຊຍ
ການແຂ່ງຂັນບານເຕະນັດອຸ່ນເຄື່ອງທີ່ບາງກອກ ໃນວັນທີ 8 ຕຸລາ 2015 ເວລາ 16:00 ໂມງ ທີ່ສະໜາມ ກອງທັບອາກາດ ບາງກອກ, ປະເທດໄທ. ສຳລັບການແຂ່ງຂັນໃນຄັ້ງນີ້ເັນນັດອຸ່ນເຄື່ອງກ່ອນທີ່ທີມຊາດລາວເຮົາຈະພົບກັບທີມຊາດມຽນມາ ໃນການແຂ່ງຂັນບານໂລກຮອບຄັດເລືອກ ວັນທີ 13 ຕຸລາ 2015 ທີ່ຈະມາເຖິງນີ້, ເຊີ່ງຜົນການແຂ່ງຂັນໃນນັດອຸຸ່ນເຄື່ອງນີ້ ທີມຊາດລາວຊຸດໃຫຍ່ເສຍໃຫ້ທີມຊາດມາເລເຊຍ 1-3 ປະຕູ ແລະ ໃນເຄິ່ງເວລາທໍາອິດ ນາທີ 24 ທີມຊາດລາວ ຕ້ອງເສຍຜູ້ຫລິ້ນເຖິງ 2 ຄົນ ເມື່ອຜູ້ຮັກສາປະຕູ ພຸດປະສົງ ແສງດາລາວົງ ຂໍ້ພິກ, ຂະນະທີ່ ຄໍາຫລ້າ ປິ່ນແກ້ວ ຄິ້ວແຕກຕ້ອງໄດ້ນໍາສົ່ງໂຮງຫມໍ.
ຂ່າວພາຍໃນ
2015-10-08T20:46:27+00:00
https://laopost.com/?p=37468
ຢ່າປະໝາດ! ສັກວັກຊີນຄົບ 2 ເຂັມກໍ່ສາມາດຕິດເຊື້ອໂຄວິດ-19ໄດ້
ສະພາບການລະບາດຂອງໂຄວິດ-19 ໃນຮອບນີ້ຖືໄດ້ວ່າ ສປປ ລາວ ຕ້ອງຮັບມືໜັກພໍສົມຄວນ ເນື່ອງຈາກມີການລະບາດເປັນກວ້າງ ຫຼ້າສຸດ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານສະ ພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ໃນວັນທີ 24 ເມສາ 2021 ເຊິ່ງພົບຜູ້ຕິດເຊື້ອລາຍໃໝ່ ເພີ່ມ 88 ຄົນ, ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ. ນັບຕັ້ງແຕ່ມີການລະບາດເມື່ອເດືອນມັງກອນ 2020 ຈົນຮອດປະຈຸບັນ ກວດພົບເຊື້ອສະສົມ 247 ຄົນ. ປິ່ນປົວຫາຍດີ 49 ຄົນ ກຳລັງປິ່ນປົວ 198 ຄົນ ແລະ ຄາດເນວ່າຈະພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍເຖິງ 2,000ຄົນ. ປັດຈຸບັນ, ມີປະຊາຊົນຈຳນວນຫຼາຍໄດ້ເຂົ້າຮັບວັກຊີນໂຄວິດ-19 ບາງຈຳນວນກໍ່ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ, ເຖິງແນວນັ້ນກໍ່ຕາມ ວັນນີ້, ໃນບັນດາຜູ້ຕິດເຊື້ອ ທັງ 88 ຄົນ ພົບວ່າມີ 1 ໃນນັ້ນທີ່ມີປະຫວັດຮັບວັກຊີນປ້ອງກັນໂຄວິດຄົບທັງ 2 ເຂັມຮຽບ ຮ້ອຍແລ້ວ, ເຊິ່ງສະແດງໃຫ້ເຫັນວ່າຜູ້ໄດ້ຮັບວັກຊີນຄົບຕາມຈຳນວນຍັງສາມາດຕິດເຊື້ອໂຄວິດ-19ໄດ້ ແຕ່ຈະມີອາການບໍ່ຮຸນແຮງ ແລະ ມີໂອກາດໃນການແຜ່ກະຈາຍເຊື້ອໄດ້ໜ້ອຍທີ່ສຸດ. ສະນັ້ນ, ເພື່ອປ້ອງກັນການຕິດເຊື້ອ ແລະ ຢຸດການກະຈາຍແຜ່ເຊື້ອໂຄວິິດ-19 ພວກເຮົາຄວນຢູ່ເຮືອນ ແລະ ບໍ່ຄວນໄປສະຖານທີ່ສ່ຽງ ຫຼື ພົບປະກັບບຸກຄົນທີ່ມີຄວາມສ່ຽງທີ່ຈະເຮັດໃຫ້ເກີດການຕິດເຊື້ອ ແລະ ສິ່ງສຳຄັນຕ້ອງໃສ່ຜ້າປິດປາກທຸກຄັ້ງທີ່ຢູ່ຮ່ວມກັບຄົນອື່ນ ແລະ ໝັ່ນລ້າງມືໃຫ້ສະອາດ. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2021-04-24T16:38:49+00:00
https://laopost.com/?p=124317
ຂະບວນລົດຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ເກີດອຸບັດຕິເຫດ
ເມື່ອຕອນເຊົ້າຂອງວັນທີ 17 ມິຖຸນາ 2018 ຂະບວນລົດຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ຫົວໜ້າພັກຟຸນຊິນເປດ ປະເທດ ກຳປູເຈຍ ເກີດອຸບັດຕິເຫດໃນຂະນະເດີນທາງໄປຫາສຽງ ທີ່ສີຫນຸວິລ ເຮັດໃຫ້ ຫມ່ອມອູ໊ດ ພັລລາ ພຣະຊາຍາ ເສຍຊີວິດ ແລະ ພະອົງມີອາການບາດເຈັບສາຫັດ ປັດຈຸບັນຖືກນຳສົ່ງມາຮັກສາຕົວທີ່ ກຸງເທບ ປະເທດໄທ ສົມເດັດກົມພຣະນະໂຣດົມ ຣົນນະລິດ ພ້ອມພຣະຊາຍາ ເດີນທາງອອກຈາກນະຄອນຫຼວງພະນົມເປນ ເພື່ອໄປຫາສຽງໃນການເລືອກຕັ້ງທົ່ວໄປ ທີ່ເມືອງ ສຸໜຸວິລ ແຕ່ລະຫວ່າງທາງທີ່ຂະບວນລົດແລ່ນດ້ວຍຄວາມໄວເພື່ອໄປໃຫ້ທັນເວລາຫາສຽງ ໄດ້ຖືກລົດແທັກຊີຕຳເຂົ້າຢ່າງແຮງ ເຊິ່ງເປັນເຫດໃຫ້ສອງພຣະອົງບາດເຈັບສາຫັດ ຕໍ່ມາທາງ ສຳນັກພຣະຣາຊວັງກຳປູເຈຍ ອອກຖະແຫຼງວ່າ ໝ່ອມອູ໊ດ ພັລລາ ພຣະຊາຍາ ໄດ້ເສຍຊີວິດໃນຂະນະກຳລັງນຳຂຶ້ນເຮລິຄອບເຕີເພື່ອເດີນທາງໄປທີ່ໂຮງໝໍ ໃນນະຄອນພະນົມເປນ ນີ້ຖືເປັນຄັ້ງທີສອງທີ່ຂະບວນຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ເກີດອຸບັດຕິເຫດ ໂດຍເມື່ອປີ 2015 ຂະບວນຂອງພຣະອົງເຄີຍຖືກລົດບັນທຸກຕຳ ທີ່ແຂວງ ກຳປົງຈາມ
ຂ່າວຕ່າງປະເທດ
2018-06-18T10:18:38+00:00
https://laopost.com/?p=101476
SCG ເມືອງທອງ ຍົກທັບມາເຖິງລາວແລ້ວ ແຟນບານຊາວລາວຕ້ອນຮັບຢ່າງອົບອຸ່ນ
ເມື່ອຕອນບ່າຍຂອງວັນທີ 23 ມັງກອນ 2017 ທີ່ຜ່ານມາ ທີມສະໂມສອນ ເອັສຊີຈີ ເມືອງທອງ ຢູໄນເຕັດ ແຊັມໄທລີກ 2016 ໄດ້ເດີນທາງມາເຖິງສະໜາມບິນ ສາກົນວັດໄຕ ນຳທີມໂດຍ ທິລະສິນ ແດງດາ ກອງໜ້າປະສົບການສູງຂອງທີມຊາດໄທ ແລະ ຊະນາທິບ ສົງກຣາສິນ (ເມສຊີເຈ) ກອງກາງທີມຊາດໄທ ພາທັບນັກກີລາ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກແຟນບານຊາວລາວ ທີ່ໄປລໍຖ້າຕ້ອນຮັບທີ່ສະໜາມບິນກັນຢ່າງໜາ ແໜ້ນ ສໍາລັບ ການແຂ່ງຂັນກີລາບານເຕະມິດຕະພາບ ໃນລາຍການ SCG Muangthong United ASEAN Tour 2017 ຈະຈັດຂຶ້ນໃນວັນທີ 25 ມັງກອນ 2017 ເວລາ 18:30 ໂມງທີ່ສະໜາມກີລາເຈົ້າອານຸວົງ ນັດນີ້ເປັນການພົບກັນລະຫວ່າງ ລາວພຣີເມຍລີກ ອໍສະຕາ ພົບກັບ ເອັສຊີຈີ ເມືອງທອງ ຢູໄນເຕັດ ແຟນບານສາມາດຊື້ ບັດເຂົ້າຊົມລາຄາ 20.000 ກີບ ໄດ້ທີ່ຮ້ານ M-POINT MART, Jiffy ແລະ True Coffee ທຸກສາຂາ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນ ເພາະລາຍໄດ້ຈາກການຂາຍປີ້ທັງໝົດແມ່ນມອບໃຫ້ໂຄງການການກຸສົນ ແລະ ທ່ານສາມາດຊົມຜ່ານການຖ່າຍທອດສົດທາງຊ່ອງ TVLAO HD. ພາບ ແລະ ຂໍ້ມູນຈາກ: ເສດຖະກິດ-ການຄ້າ ພາບປະກອບຈາກ: ສະຫະພັນບານເຕະແຫ່ງຊາດລາວ ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2017-01-24T09:14:00+00:00
https://laopost.com/?p=83353
ມາເບິ່ງນຳກັນວ່າ ລົດຄັນໃດເປັນຂອງການນຳທ່ານໃດ
ພາຍຫຼັງທີ່ຄະນະນຳຂັ້ນສູງຂອງລາວຊຸດທີ 8 ນີ້ ໄດ້ເສຍສະລະເອົາລົດປະຈຳຕຳແໜ່ງຂອງຕົນທີ່ມີລາຄາແພງອອກປະມູນຂາຍຈຳນວນ 14 ຄັນ, ໃນນັ້ນມີລົດເກັງ BMW ລຸ້ນ 730 LI ຈຳນວນ 7 ຄັນ ແລະ ລົດເກັງ ຍີ່ຫໍ້ Mercedes BENZ ລຸ້ນ S350 ຈຳນວນ 7 ຄັນ ລວມມູນຄ່າປະມານ 21,600 ລ້ານກີບ ປະຊາຊົນຜູ້ຮູ້ຂ່າວໂດຍສະເພາະແມ່ນຜູ້ຢາກເຂົ້າປະມຸນ ຕ່າງກໍສົນໃຈຢາກຮູ້ວ່າລົດຄັນໃດເປັນລົດຂອງການນຳທ່ານໃດ ເພື່ອປະກອບການຕັດສິນໃຈ. ດັ່ງນັ້ນ, ມື້ນີ້ວັນທີ 16 ກຸມພາ 2017 ທີມຂ່າວລາວໂພສຈຶ່ງໄດ້ ເຂົ້າໄປຂໍຂໍ້ມູນຈາກພາກສ່ວນຄະນະຈັດຕັ້ງການປະມູນ ເຖິງລາຍລະອຽດວ່າ ລົດຄັນໃດເປັນລົດຂອງທ່ານປະທານປະເທດ, ຄົນຄັນໃດເປັນລົດຂອງທ່ານນາຍົກ ແລະອື່ນໆ ເຊິ່ງລາຍລະອຽດເຮົາໄດ້ເກັບກຳມາໃຫ້ແລ້ວດັ່ງນີ້: ທ່ານ ບຸນຍັງ ວໍລະຈິດ ຄັນໝາຍເລກ 01 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8893 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 20,972 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ຄັນໝາຍເລກ 02 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8896 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 13,613 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ທ່ານນາງ ປານີ ຢາທໍ່ຕູ້ ຄັນໝາຍເລກ 03 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8894 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 11,677 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ບຸນທອງ ຈິດມະນີ ຄັນໝາຍເລກ 04 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8899 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 13,308 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາແຫ່ງລັດ. ທ່ານ ພັນຄຳ ວິພາວັນ ຄັນໝາຍເລກ 05 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8901 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 6,911 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ. ທ່ານ ບຸນປອນ ບຸດຕະນະວົງ ຄັນໝາຍເລກ 06 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 9800 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 2,033 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ທ່ານ ດວງໃຈ ພິຈິດ ຄັນໝາຍເລກ 07 ຍີ່ຫໍ້ BMW ລຸ້ນ 730 Li ສີດຳ, ເລກທະບຽນ ກຜ 8897 ຄວາມແຮງ 3000 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 5,345 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງ ທ່ານ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ທ່ານ ຈັນສີ ໂພສີຄຳ ຄັນໝາຍເລກ 08 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 5888 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 19,230 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງທ່ານ ຈັນສີ ໂພສີຄຳ ປະທານຈັດຕັ້ງສູນກາງພັກ ທ່ານ ໄຊສົມພອນ ພົມວິຫານ ຄັນໝາຍເລກ 09 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 9989 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 1,480 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ທ່ານ ສົມພັນ ແພງຄຳມີ ຄັນໝາຍເລກ 10 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 5678 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 19,148 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ. ທ່ານ ສະໝານ ວິຍະເກດ ຄັນໝາຍເລກ 11 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກກ 6903 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 1,447 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ສະໝານ ວິຍະເກດ ປະທານສະພາແຫ່ງຊາດ. ທ່ານ ສຸກັນ ມະຫາລາດ ຄັນໝາຍເລກ 12 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 7899 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 10,490 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ. ທ່ານ ເຈືອງ ສົມບູນຂັນ ຄັນໝາຍເລກ 13 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກຣ 5689 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 2,005 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ເຈືອງ ສົມບູນຂັນ ປະທານໂຄສະນາອົບຮົມສູນກາງພັກ (ຄັນນີ້ມີຄົນຈອງໄວ້ແລ້ວບໍ່ປະມູນ) ທ່ານ ທອງບັນ ແສງອາພອນ ຄັນໝາຍເລກ 14 ຍີ່ຫໍ້ Mercedes Benz ລຸ້ນ S350 ສີດຳ, ເລກທະບຽນ ກລ 8888 ຄວາມແຮງ 3500 cc, (3,0L) ປີນຳໃຊ້: 2012 ແລ່ນແລ້ວ 3:751 ກິໂລແມັດ ເຄີຍເປັນລົດປະຈຳຕຳແໜ່ງຂອງ ມື້ລາງທ່ານ ທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລິ່ມຈຳໜ່າຍຊອງປະມູນຕັ້ງແຕ່ວັນທີ 3-20 ກຸມພາ 2017 ນີ້ ວາງສະແດງຢູ່ທີ່ ຫໍປະຊຸມແຫ່ງຊາດ ຫຼັກ6 ນະຄອນຫຼວງວຽງຈັນ. ສຳລັບລາຄາເບື້ອງຕົ້ນ ລົດMercedes Benz ລາຄາ 960,000,000 ກີບ ຫຼື 117,000 ໂດລາສະຫະລັດ, ສ່ວນ BMW ລາຄາ 583,000,000 ກີບ ຫຼື 71,000 ໂດລາສະຫະລັດ. ຂໍຂອບໃຈວິດີໂອຈາກ: ຊຽງກະເລັນ ບ້ານນາ
ຂ່າວພາຍໃນ
2017-02-16T22:54:34+00:00
https://laopost.com/?p=85301
ເຮືອບິນໂຟຄອນ 8 ເອັກ ເຊື່ອມຕໍ່ເຮືອບິນສ່ວນຕົວ ແລະ ນັກທຸລະກິດ
ໃນວັນທີ 24 ເມສາ ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ ໄດ້ສະແດງຄວາມພາກພູມໃຈໃນການເປີດເຮືອບິນ ໂຟຄອນ 8 ເອັກ (Falcon 8X) ຂຶ້ນໃນວັນທີ 24 ເມສາ ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ ໂດຍຜ່ານການຮ່ວມມື ທີ່ປະສົບຜົນສໍາເລັດ ກັບບໍລິສັດ ຈະເລີນຊັບເວັນເຈີ້ ຈຳກັດ (Chaleun Sub Ventures Ltd) ເພື່ອສະແດງຄວາມສາມາດຂອງຕົນໃນປະເທດລາວ ຊຶ່ງມີທ່ານ ດິດິແອ ເຣນາດ (Didier Raynard) ຫົວໜ້າຝ່າຍຂາຍ ຂອງບໍລິສັດ Dassault Falcon Asia Pacific ແລະ ທ່ານ ນາງ ພົງສະຫວ່າງ ກາດອຸດົມ ຫຸ້ນສ່ວນຂອງ ບໍລິສັດ ຈະເລີນຊັບ ເວັນເຈີ້. ໃນການທີ່ມີເຮືອບິນສ່ວນຕົວສໍາລັບນັກທຸລະກິດແລ້ວແມ່ນມີຄວາມສະດວກໃນການເດີນທາງຂອງລູກຄ້າ ແລະ ເຮັດໃຫ້ວຽກຂອງເຂົາເຈົ້າປະສົບຜົນສໍາເລັດໄວຂຶ້ນ ນີ້ເປັນການເບິ່ງເຫັນການເຊື່ອມຕໍ່ເຮືອບິນສ່ວນຕົວ ແລະ ນັກທຸລະກິດ. ການນໍາສະເໜີເຮືອບິນ Falcon 8X ຄັ້ງທໍາອິດໃນ ສປປ ລາວ, ເພື່ອໃຫ້ລູກຄ້າທີ່ສົນໃຈຢາກໄດ້ເຮືອບິນສ່ວນຕົວ,ໂດຍ ເຮືອບິນນີ້ມີຄວາມສາມາດບິນໄດ້ໃນໄລຍະໄກພິເສດ (ໄລຍະ 6.450 nm ຈາກ ນະຄອນຫຼວງວຽງຈັນ ບິນຕົງຫາ ລອນດອນ ໂດຍຈະໃຊ້ເວລາໃນໄລຍະຂອງການບິນ 14 ຊົ່ວໂມງ ແບບບໍ່ຢຸດຈອດ ຫຼື ອາດຈະຕ້ອງໄດ້ຢຸດຈອດຢູ່ຈຸດໃດໜຶ່ງຫາກຕ້ອງໄດ້ເດີນທາງໄລຍະໄກກວ່າ 15 ຊົ່ວໂມງ ແລະ ສາມາດບັນທຸກຜູ້ໂດຍສານໄດ້ເຖິງ 19 ຄົນ. ທີ່ມາ ປະຊາຊົນ
ຂ່າວພາຍໃນ
2023-04-28T09:59:17+00:00
https://laopost.com/?p=144205
ເຜີຍຜົນການສືບສວນ! ກໍລະນີລົດເມລັກຂົນໄມ້ລະເບີດ ບໍ່ແມ່ນກໍ່ການຮ້າຍດັ່ງຂ່າວລື!
ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພັນເອກ ແກ້ວດາວົງ ໄຊຍະແສງ ໄດ້ຖະແຫລງຜົນ ການສືບສວນ-ສອບສວນ ກໍລະນີເຫດລົດເມໂດຍສານລະຫວ່າງປະເທດ ລາວ-ຫວຽດນາມ ໝາຍເລກທະບຽນ ບກ 3897 ກຳແພງນະຄອນ ເຊິ່ງແມ່ນ ທ້າວ ຫວຽນດຶກຕູ່ ອາຍຸ 26 ປີ ສັນຊາດຫວຽດນາມ ຢູ່ແຂວງແງະອານ ສສ ຫວຽດນາມ ເປັນຄົນຂັບ ແລະ ມີຜູ້ໂດຍສານນັ່ງມານຳລົດ 17 ຄົນ ພ້ອມບັນທຸກສິນຄ້າມາເຕັມລົດ ໄດ້ເກີດລະເບີດຢ່າງຮຸນແຮງ ຢູ່ເສັ້ນທາງເລກ 13B ຫ່າງຈາກດ່ານສາກົນນາເພົ່າ-ຈໍຫລໍ່ ເຂດບ້ານຫລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ຈົນເຮັດໃຫ້ຜູ້ໂດຍສານນັ່ງມານຳລົດ ເສຍຊີວິດຄາທີ່ 8 ຄົນ ແລະ ບາດເຈັບຈຳນວນໜຶ່ງ ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນເມື່ອເວລາປະມານ 5:00 ໂມງເຊົ້າ ຂອງວັນທີ 2 ມິຖຸນາ 2016. ທ່ານຫົວໜ້າກອງບັນຊາການແຂວງຄຳມ່ວນ ກ່າວວ່າ: ພາຍຫລັງຈັດກຳລັງເຈົ້າໜ້າທີ່ ລົງກວດກາສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫລັກຖານຢ່າງລະອຽດຮູ້ວ່າ: ເຫດການດັ່ງກ່າວ ບໍ່ແມ່ນການກໍ່ການຮ້າຍ ຄືດັ່ງເປັນຂ່າວລືໃນສື່ສັງຄົມອອນລາຍ, ແຕ່ມັນເກີດຂຶ້ນຍ້ອນໝາກກະໂພກ ທີ່ມີຈຳນວນ 3 ເປົາ ເທົ່າກັບ 6 ພັນໜ່ວຍ ທີ່ລົດຄັນດັ່ງກ່າວລັກລອບຂົນສົ່ງ ເຊິ່ງເປັນສິນຄ້າທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ. ນອກຈາກນີ້ ຍັງມີໄມ້ລູກຕິ່ງ ບໍລິມາດປະມານ 4 ຄິວ ທີ່ຊຸກເຊື່ອງມານຳລົດຄັນດັ່ງກ່າວ. ຜ່ານການສືບສວນ-ສອບສວນ ທ້າວ ຫວຽນດຶກຕູ່ ຜູ້ຂັບລົດ ແລະ ແອດລົດຊື່ທ້າວ ຫວຽນວັນໂດ ອາຍຸ 20 ປີ ທີ່ລອດຊີວິດ ຮັບສາລະພາບວ່າ: ພວກຕົນໄດ້ແລ່ນລົດໂດຍສານມາແຕ່ປີ 2015 ໃນເສັ້ນທາງ ແຕ່ນະຄອນຫລວງວຽງຈັນ ຫາແງະອານ. ໃນມື້ເກີດເຫດໄດ້ຂັບລົດໄປແວ່ເອົາໝາກກະໂພກ ຈຳນວນດັ່ງກ່າວ ທີ່ພວກຕົນຊື້ໄວ້ຢູ່ສະຖານີລົດໂດຍສານທ່າແຂກ ແລະ ໄດ້ແວ່ເອົາໄມ້ລູກຕິງ ທີ່ເກັບຊື້ນຳປະຊາຊົນແບບຜິດກົດໝາຍ ຢູ່ເຂດເມືອງຍົມມະລາດ ເພື່ອຈະເອົາເມືອຫວຽດນາມ ແຕ່ສຸດທ້າຍກໍເກີດເຫດການເສົ້າດັ່ງກ່າວ. ຈາກເຫດການທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ຕ້ອງເພີ່ມທະວີຄວາມເປັນເຈົ້າການ ຕິດຕາມກວດກາ ຜູ້ປະກອບການທຸລະກິດຂົນສົ່ງໂດຍສານ ຂົນສົ່ງສິນຄ້າຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ຊ່ອງວ່າງໃນການກະທຳຜິດ ເຄື່ອນຍ້າຍສິ່ງຜິດກົດໝາຍຕ່າງໆ. ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!
ຂ່າວພາຍໃນ
2016-07-01T09:14:09+00:00
https://laopost.com/?p=63760
ອົດສະຕາລີປະເຊີນໜ້າກັບນໍ້າຖ້ວມໜັກ 20.000ຄອບຄົວຕ້ອງອົບພະຍົບຈາກຖິ່ນຖານ
ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດອົດສະຕາລີ ເມື່ອວັນທີ 4 ກຸມພາ 2019 ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອົດສະຕາລີ ລາຍງານສະຖານະການນໍ້າຖ້ວມໃນລັດຄວິນແລນ ໂດຍສະເພາະເມືອງທາວສະວິວ ທີ່ຕິດຢູ່ແຄມຝັ່ງທາງຕາເວັນອອກສຽງເໜືອ ແມ່ນຢູ່ໃນຂັ້ນວິກິດ ສົ່ງຜົນກະທົບໃຫ້ປະຊາຊົນກວ່າ 20.000 ຄອບຄົວຕ້ອງອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ອາທິດທີ່ຜ່ານມາ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຜູ້ສູນຫາຍ ໂດຍລະດັບນໍ້າຖ້ວມຂັງສະສົມສູງກວ່າ 1 ແມັດ ໃນໄລຍະເວລາພຽງອາທິດດຽວ ເຊິ່ງມີສາເຫດມາຈາກປະລິມານຝົນທີ່ຕົກລົງມາຢ່າງໜັກໃນຊ່ວງເວລາດັ່ງກ່າວຫຼາຍກວ່າຄ່າສະເລ່ຍຕະຫຼອດປີເຖິງ 20 ເທົ່າ ແລະ ທຳລາຍສະຖິຕິໄພພິບັດຄັ້ງໃຫຍ່ໃນພື້ນທີ່ ທີ່ເຄີຍເກີດຂຶ້ນເມື່ອປີ 1998. Up to 20,000 homes have been evacuated as the Townsville flood crisis worsens. It's now the region's worst flood ever recording more than 1 metre of rain in the last week. The gates on the Ross River Dam opened automatically overnight, after days of relentless rain. #Townsville pic.twitter.com/NTMjhH9UpI — 7 News Townsville (@7NewsTownsville) February 3, 2019 ຂະນະທີ່ສະຖານະການໃນເມືອງ ອິງແຮມ ເຊິ່ງຢູ່ຫ່າງຈາກເມືອງທາວສະວິວຂຶ້ນໄປທາງເໜືອ ມີປະລິມານນໍ້າສະສົມຫຼາຍເຖິງ 506 ມິນລິແມັດ ພາຍໃນໄລຍະເວລາພຽງ 24 ຊົ່ວໂມງ ເມື່ອໄລຍະວັນເສົາ-ວັນອາທິດທີ່ຜ່ານມາ. ທາງການທ້ອງຖິ່ນໄດ້ຮັບຄວາມຊ່ວຍເຫຼືອຈາກກອງທັບທີ່ລະດົມເປົາຂີ້ຊາຍມາວາງກັ້ນນໍ້າຖ້ວມ ແລະ ຊ່ວຍອົບພະຍົບປະຊາຊົນ, ແຕ່ກໍ່ມີຄຳເຕືອນເຖິງປະຊາຊົນໃຫ້ມີສະຕິລະວັງຕົວຢູ່ຕະຫຼອດເວລາ ເນື່ອງຈາກວ່າເຈົ້າໜ້າທີ່ຈຳເປັນຕ້ອງເປີດປະຕູເຂື່ອນເພື່ອລະບາຍນໍ້າອອກ ແລະ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາຮອບໃໝ່ໃນອາທິດນີ້. ໃນຊ່ວງໄລຍະຕົ້ນປີຂອງທຸກໆປີ ອົດສະຕາລີຈະປະເຊີນໜ້າກັບສະພາບອາກາດຮ້ອນຈັດ ແລະ ອິດທິພົນຈາກພາຍຸ ຫຼື ມໍລະສຸມ ແຕ່ໃນປີນີ້ມີຄວາມຮຸນແຮງກວ່າປີທີ່ຜ່ານມາ. ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ ແຫຼ່ງຂໍ້ມູນ: dailynews
ຂ່າວຕ່າງປະເທດ
2019-02-05T10:03:41+00:00
https://laopost.com/?p=110403
ອີກໜຶ່ງຄວາມພາກພູມໃຈຄາຣາເຕໂດທີມຊາດລາວຍາດໄດ້ 2 ຫຼຽນທອງ
ໃນການແຂ່ງຂັນ ຄາຣາເຕໂດ ຊິງແຊ້ມ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ຫລື The 9 th SEAKF Championship 2022 ທີ່ ປະເທດກຳປູເຈຍ ໃນລະຫວ່າງວັນທີ 21-28/3/2022. ການແຂ່ງຂັນ ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ຊິງໄຊ 16 ລາຍການ, ເຊິ່ງເປັນລາຍການໃຫ່ຍລະດັບ ອາຊ້ຽນ ເປັນຮອງພຽງ ຊີເກມ ໃນລະດັບພາກພື້ນ ຂອງກິລາ ຄາຣາເຕໂດ ເຊິ່ງມີ ປະເທດເຂົ້າຮ່ວມຫຼາຍກວ່າ 9 ປະເທດ, ປະເທດລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 4 ຄົນ ເປັນຍິງ 2 ຄົນໄດ້ແກ່ 1. ທ້າວ ພອນປະເສີດ ຣາສະສິມມາ ປະເພດຕໍ່ສູ້ ດ່ຽວຊາຍ ນຳໜັກ -60Kg ຈາກສະໂມສອນ ໂຊໂຕກັນ ຄາຣາເຕໂດ 2. ທ້າວ ວັດທະນາ ໄຊຍະສານ ປະເພດຕໍ່ສູ້ ດ່ຽວຊາຍ ນຳໜັກ +84Kg ຈາກສະໂມສອນ ສີໂຄດ 3. ນາງ ສິລິວິມົນ ສິລິມຸງຄຸນ ປະເພດຕໍ່ສູ້ ດ່ຽວຍິງ -61Kg ຈາກສະໂມສອນ ສີໂຄດ 4. ນາງ ຕຸກຕາ ມຸກດາວົງ ປະເພດຕໍ່ສູ້ ດ່ຽວຍິງ ນຳໜັກ -55Kg ຈາກ ໂຮງຮຽນ ພອນສະຫວັນ ກິລາ ກາຍະກຳ ຜ່ານການແຂ່ງຂັນອັນດຸເດືອດ ປະເທດລາວ ສາມາດ ຍາວໄດ້ 2 ຫຼຽນທອງ ຈາກ ທ້າວ ພອນປະເສີດ ຣາສະສິມມາ ເອົາຊະນະ ນັກກິລາຈາກ ສິງກະໂປ 3-1 ທ້າວ ວັດທະນາ ໄຊຍະສານ ຊະນະເຈົ້າພາບກຳປູເຈຍ 🇱🇦 7-4 🇰🇭 ສ້າງຊື່ສຽງ ແລະ ຄວາມພູມໃຈ ໃຫ້ແກ່ນັກກິລາລາວ ສົ່ງເຂົ້າຮ່ວມ 4 ລາຍການສາມາດ ຍາດໄດ້ 2 ລາງວັນ, ເປັນອີກບາດກ້າວ 1 ໃນການພັດທະນາ ແລະ ເປັນປະສົບການ ທີ່ດີໃຫ້ແກ່ນັກກິລາທຸກຄົນ ໃນການກຽມຕົວ ລຸຍເສິກ ຊິເກມ 2022 ທີ່ ສສ ຫວຽດ ນາມທີ່ກຳລັງຈະມາເຖິງ ໃນເດືອນ ພຶດສາພາ 2022ນີ້.
ຂ່າວພາຍໃນ
2022-04-01T11:19:28+00:00
https://laopost.com/?p=132826
ເຈົ້າໜ້າທີ່ອາວຸໂສ ລາວ-ໄທ ລົງກວດກາ-ເລັ່ງລັດແກ້ໄຂຈຸດຄົງຄ້າງ ປັກຫລັກໝາຍຊາຍແດນ
ຂປລ. ລະຫວ່າງວັນທີ 27-28 ມິຖຸນາ 2017, ເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ໄດ້ຮ່ວມກັນລົງກວດກາພື້ນທີ່ຕົວຈິງ ເຂດຊາຍແດນ ລາວ-ໄທ, ທາງບົກ ບໍລິເວນແກ້ງຜາໄດ ແລະ ບໍລິເວນຜາຕັ້ງ-ຜາບ່ອງ ເຊິ່ງເປັນຈຸດຄົງຄ້າງທີ່ນອນໃນ ຈໍານວນ 14 ຈຸດ ຈາກການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ ທີ່ເລີ່ມມາແຕ່ປີ 1997, ເບື້ອງລາວຂຶ້ນກັບເມືອງປາກທາ ແຂວງບໍ່ແກ້ວ ແລະ ເບື້ອງໄທຂຶ້ນກັບອໍາເພີວຽງແກ່ນ ຈັງຫວັດຊຽງຣາຍ. ຄະນະຝ່າຍລາວນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສ ຮ່ວມ ລາວ-ໄທ ແລະ ຄະນະຝ່າຍໄທນໍາໂດຍ ທ່ານ ວະສິນ ທີລະເວດຊະຍານ ທີປຶກສາກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ໄທ-ລາວ. ການລົງກວດກາພື້ນທີ່ໃນຄັ້ງນີ້ ແມ່ນປະຕິບັດຕາມຜົນຂອງ ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ(JBC) ຄັ້ງທີ 10, ສະບັບລົງວັນທີ 23 ມັງກອນ 2015 ທີ່ນະຄອນຫລວງວຽງຈັນ ແລະ ປະຕິບັດຕາມການຕົກລົງເຫັນດີ ໃນການພົບປະສອງຝ່າຍ ລະຫວ່າງ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍ ຄັ້ງ ວັນທີ 02 ກຸມພາ 2017 ທີ່ດ່ານສາກົນວັງເຕົ່າ-ຊ່ອງເມັກ. ໃນໂອກາດລົງກວດກາພື້ນທີ່ຄັ້ງນີ້, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ທັງສອງຝ່າຍໄດ້ ຮັບຟັງການລາຍງານ ແລະ ຊີ້ແຈງຈາກກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກ ຮ່ວມ ລາວ-ໄທ; ໄທ-ລາວ ກ່ຽວກັບເຫດຜົນ ແລະ ຄວາມຄືບໜ້າຂອງການດໍາເນີນການ ສໍາຫລວດ ແລະ ແກ້ໄຂຈຸດຄົງຄ້າງຮ່ວມກັນ ໃນໄລຍະຜ່ານມາ. ຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ກໍໄດ້ແນະນໍາເຈົ້າໜ້າທີ່ກອງສໍາຫລວດທັງສອງຝ່າຍ ຈົ່ງສືບຕໍ່ຮ່ວມກັນປຶກສາຫາລື ຊອກຫາວິທີການແກ້ໄຂທີ່ເໝາະສົມ, ສອດຄ່ອງກັບຫລັກການທາງດ້ານກົດໝາຍ ແລະ ຫລັກການເຕັກນິກ ເພື່ອແກ້ໄຂຈຸດຄົງຄ້າງດັ່ງກ່າວໃຫ້ສໍາເລັດໂດຍໄວ ເປັນຕົ້ນຮ່ວມກັນສໍາຫລວດເກັບລາຍລະອຽດເພີ່ມເຕີມ, ແຕ້ມແຜນຜັງສະໜາມ, ກໍານົດຈຸດທີ່ເໝາະສົມ ແລະ ກໍ່ສ້າງຫລັກໝາຍຊາຍແດນ ພ້ອມທັງຂີດທິດເນັ່ງເສັ້ນຊາຍແດນ ໃນແຜນຜັງສະໜາມເທິງສັນປັນນໍ້າທີ່ຕໍ່ເນື່ອງ ເຊິ່ງເປັນທິດເນັ່ງຂອງເສັ້ນຊາຍແດນ ຕາມສົນທິສັນຍາຝຣັ່ງ-ສະຫຍາມ ສະບັບລົງວັນທີ 23 ມີນາ 1907 ແລ້ວລາຍງານຕາມລໍາດັບຂັ້ນ ຈົນເຖິງປະທານຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ພິຈາລະນາຕໍ່ໄປ. ການລົງກວດກາພື້ນທີ່ຂອງຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ; ໄທ-ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ທັງໄດ້ຮ່ວມກັນປຶກສາຫາລືຢ່າງຈິງໃຈ ແລະ ກົງໄປກົງມາໃນທຸກໆບັນຫາອັນເປັນພື້ນຖານ ແລະ ຄວາມປາຖະໜາທີ່ຈະຮ່ວມກັນ ເລັ່ງລັດແກ້ໄຂຈຸດຄົງຄ້າງ ໃຫ້ສໍາເລັດຕາມແຜນການ ຂອງກອງປະຊຸມ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ໃຫ້ສໍາເລັດ ໃນປີ 2016 ແລະ ທາງນໍ້າໃນປີ 2018. ແຫລ່ງຂ່າວ: ຂປລ
ຂ່າວເຫດການ
2017-07-05T21:53:01+00:00
https://laopost.com/?p=91820
ບໍລິສັດ ເບຍລາວ ມອບ 2 ຕື້ກີບ ແກ່ລັດຖະບານເພື່ອຕໍ່ສູ້ກັບໂຄວິດ-19
ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດ ເບຍລາວ) ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ. ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ, “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.” ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່ ພ້ອມດ້ວຍຄະນະ ແລະ ກໍເປັນໄລຍະພາຍຫຼັງທີ່ ສປປ ລາວ ໄດ້ອອກມາຢືນຢັນວ່າ ລາວເຮົາພົບ 3 ກໍລະນີຕິດເຊື້ອພະຍາດໂຄວິດ-19 ເຊິ່ງຄົນເຈັບທັງສາມຄົນປະຈຸບັນໄດ້ຖືກນໍາສົ່ງເຂົ້າໄປແຍກປ່ຽວເພື່ອຮັບການປິ່ນປົວ. ບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ລັດຖະບານວາງອອກເພື່ອຮັບມືກັບການແຜ່ລະບາດຂອງເຊື້ອໄວຮັສຮ້າຍແຮງທີ່ເປັນສາເຫດຂອງ ໂຄວິດ-19 ລວມເຖິງ ບັນດາຄໍາສັ່ງທີ່ມີການໃຫ້ລະງັບການໂຮມຊຸມນຸມ, ການຈັດງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ງານກິລາແຫ່ງຊາດຄັ້ງທີ 11, ງານດອງ ແລະ ງານສັງສັນອື່ນໆ, ລວມທັງ ການໂຈະ ການຮຽນ-ການສອນໃນສະຖານການສຶກສາທົ່ວປະເທດ. ສໍາລັບພາຍໃນ, ບໍລິສັດ ເບຍລາວ ໄດ້ມີມາດຕະການຢ່າງຊັດເຈນເພື່ອໃຫ້ແນ່ໃຈວ່າພະນັກງານ 2,500 ຄົນ ທີ່ຢູ່ວຽງຈັນ ແລະ ປາກເຊ ກໍຄືທົ່ວປະເທດຂອງພວກເຮົາໄດ້ຮັບຂ່າວສານ ແລະ ຮັບການຝຶກອົບຮົມເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວນີ້. ເຊິ່ງມາດຕະການທີ່ມີຄວາມປອດໄພແມ່ນໄດ້ຖືກນໍາມາປະຕິບັດໃນໂຮງງານ ໂດຍຄະນະຜູ້ບໍລິຫານບໍລິສັດໄດ້ມີການສົ່ງຂ່າວໃຫ້ພະນັກງານຂອງຕົນຮັບຮູ້ຢ່າງທັນການ ກ່ຽວກັບຄໍາແນະນໍາຂອງອົງການອະນາໄມໂລກເພື່ອຮັກສາຕົນເອງ ແລະ ຄອບຄົວໃຫ້ມີຄວາມປອດໄພ. ທ່ານ ເອັນເດີເຊັນ ຍັງໄດ້ກ່າວຕື່ມວ່າ: “ໃນຖານະທີ່ເປັນໜຶ່ງໃນຫົວໜ່ວຍທຸລະກິດໃຫຍ່ໃນລາວ, ບໍລິສັດ ເບຍລາວ ໄດ້ເອົາໃຈໃສ່ຮັບຜິດຊອບຢ່າງຈິງຈັງໃນການໃຫ້ຄວາມຊ່ວຍເຫຼືອແກ່ພະນັກງານ, ຊຸມຊົນ ພ້ອມທັງ ພາກລັດຂອງພວກເຮົາ ໃນເວລາຈໍາເປັນ- ເພື່ອຜົນປະໂຫຍດຂອງທຸກໆຄົນພາຍໃນຊາດ. ຈົ່ງຮ່ວມມືກັນຕໍ່ສູ້ ແລະ ເພື່ອເອົາຊະນະເຊື້ອພະຍາດນີ້ ຮ່ວມກັນ,”.
ຂ່າວທ້ອງຖິ່ນ
2020-03-26T10:11:56+00:00
https://laopost.com/?p=117888
ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ຢ້ຽມຢາມ ສປ ຈີນ
ພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມພັນລະຍາ ໄດ້ດຳເນີນການຢ້ຽມຢາມ ສປ ຈີນ ແຕ່ວັນທີ 27- 29 ກໍລະກົດ 2014 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ພ້ອມການນຳພັກ, ລັດຖະບານ ແລະ ປະຊາຊົນຈີນ. ໃນໄລຍະການຢ້ຽມຢາມ, ສະຫາຍ ຈູມມາລີ ໄຊຍະສອນ ໄດ້ພົບປະກັບ ສະຫາຍ ສີຈິນຜິງ ແລະ ສະຫາຍ ຫວາງສີຊານ ຄະນະປະ ຈຳກົມການເມືອງສູນກາງພັກ, ປະທານຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ເຊິ່ງໄດ້ດຳເນີນໄປ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ ທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງເລິກເຊິ່ງກ່ຽວກັບການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາ ໂດຍສະເພາະວຽກງານກວດກາພັກ, ລັດ, ວຽກງານສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫຼວງ. ໃນການພົບປະສອງຝ່າຍມີຄວາມເປັນເອກະພາບກັນກ່ຽວກັບການເສີມຂະຫຍາຍສາຍພົວພັນແບບຄູ່ ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຕໍ່ໜ້າ; ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ. ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳທັນສະໄໝ, ພະລັງງານ, ໄຟຟ້ານ້ຳຕົກ, ການກໍ່ສ້າງພື້ນຖານໂຄງລ່າງ, ຍົກ ສູງການຮ່ວມມືແບບຮູບປະທຳ, ເພີ່ມທະວີການຮັກສາຄວາມປອດໄພ ແລະ ການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ກໍຄືການ ຄຸ້ມຄອງຊາຍແດນ; ຮ່ວມກັນປາບປາມລັດທິກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ; ຮ່ວມມືກັນຢ່າງຕັ້ງໜ້າແລກປ່ຽນໃນຂົງ ເຂດວັດທະນະທຳ, ສຶກສາ, ໄວໜຸ່ມ ແລະ ຂົງເຂດອື່ນໆ, ຊຸກຍູ້ເຂດຊາຍແດນໃຫ້ມີການພັດທະນາໄປພ້ອມໆກັນ. ຝ່າຍຈີນຍິນດີຮ່ວມ ກັບຝ່າຍລາວສືບຕໍ່ຮັກສາການຕິດຕໍ່ ແລະ ປະສານງານກັນຢ່າງແໜ້ນແຟ້ນໃນຂົງເຂດພາກພື້ນ ແລະ ສາກົນ, ພ້ອມກັນຊຸກຍູ້ສາຍ ພົວພັນຈີນ-ອາຊຽນ ໃຫ້ຂະຫຍາຍຕົວຢ່າງແຂງແຮງເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ. ໃນການຢ້ຽມຢາມ ສປ ຈີນ ຄັ້ງນີ້, ສະຫາຍ ຈູມມາລີ ໄຊຍະສອນ ພ້ອມຄະນະ ໄດ້ເຫັນປະຈັກຕາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບ ດ້ານທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດຈີນໃນການສ້າງ ສາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນສະເພາະຂອງຈີນ ແລະ ໄດ້ຢ້ຽມຢາມພື້ນຖານການປົກຄອງ ແລະ ການກໍ່ສ້າງພັກ ຂັ້ນຮາກຖານຈຳນວນໜຶ່ງຢູ່ນະຄອນຫລວງປັກກິ່ງນຳອີກ. ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ສີຈິນຜິງ ຍັງໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນເອກະສານຮ່ວມມືສອງຝ່າຍຈຳນວນ ໜຶ່ງ. ໃນການຢ້ຽມຢາມຄັ້ງນີ້ ຍັງມີ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການຮ່ວມມື ລາວ-ຈີນ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດ ກາສູນກາງພັກ, ປະທານອົງການກວດກາແຫ່ງລັດພ້ອມພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ. ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/07/blog-post_27.html
ຂ່າວເຫດການ
2014-07-30T16:11:55+00:00
https://laopost.com/?p=7881
ເຈົ້າພາບຊຽງຂວາງຈະຫຼຸດຄ່າທີ່ພັກລົງ 20% ໃນໄລຍະງານມະຫາກໍາກິລາແຫ່ງຊາດ
ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງ ຊຽງຂວາງ. ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງ ຊຽງຂວາງ ໄດ້ໃຫ້ສຳພາດ ກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົມການແຂ່ງຂັນກິລາຄັ້ງນີ້, ພະແນກ ສຶກສາທິການ ແລະ ກິລາ ແຂວງຈຶ່ງໄດ້ຈັດການຝຶກອົບຮົມໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພີ່ອກຽມພ້ອມການຕ້ອມຮັບແຂກໃຫ້ໄດ້ມາດຕະຖານສາກົນ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງບ່ອນພັກແຮມຂອງຕົນໃຫ້ມີຄວາມງາມ, ສະອາດ ແລະ ສະດວກສະບາຍ ເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມກິລາຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆແຂວງ ຊຽງຂວາງ. ທ່ານ ສີວິໄລ ອຸດົມສຸກ ໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ແຂວງ ຊຽງຂວາງ ມີໂຮງແຮມ 21 ແຫ່ງ ແລະ ເຮືອນພັກ 129 ແຫ່ງ ສາມາດຮອງຮັບແຂກໄດ້ 3.000 ກວ່າຄົນຕໍ່ຄືນ, ໃນນັ້ນ ແຂວງ ຊຽງຂວາງ ມີສະຖານທີ່ທ່ອງທ່ຽວເປິດບໍລິການທັງໝົດ 43 ແຫ່ງ: ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫັວດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະ ສະຖານທ່ອງທ່ຽວ ທົ່ງໄຫຫີນທີ່ໄດ້ເປັນມໍລະດົກໂລກ, ຖໍ້າປິວ ແລະ ອື່ນໆ. ນອກຈາກນີ້, ຄະນະການນຳແຂວງ ຊຽງຂວາງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັນສາດ ເຊິ່ງເປັນມໍລະດົກ ຂອງແຂວງ ຊຽງຂວາງ ກໍ່ຄືຂອງຊາດ ປະກອບໃສ່ສັນຍາລັກ ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020. ຮຽບຮຽງຂ່າວ: ພຸດສະດີ
ຂ່າວທ້ອງຖິ່ນ
2020-02-04T17:42:19+00:00
https://laopost.com/?p=116370